
ຂຽນເມື່ອ: ມ.ກ.. 5, 2011
| ມີ
16 ຄຳເຫັນ
ແລະ
0 trackback(s)
ສະບາຍດີໝູ່ເພື່ອນພັນລາວທຸກຄົນ! ໝູ່ພັນລາວຄືສິແປກໃຈວ່າເປັນຫຍັງຂ້າພະເຈົ້າຈິ່ງໃສ່ຫົວຂໍ້ແບບນີ້ ສິ່ງທີ່ຈະເວົ້າໄປນີ້ບໍ່ແມ່ນຂ້າພະເຈົ້າເປັນຄົນປັ້ນແຕ່ງຫຼືຄິດຂຶ້ນມາເວົ້າໃຫ້ຟັງຊື່ໆ ແຕ່ມັນເປັນເລື່ອງຈິງຂອງປະຊາຊົນເຂດບ້ານຂອງຂ້າພະເຈົ້າຮຽກຮ້ອງ ແລະ ເປັນບັນຫາທີ່ແກ່ຍາວມາດົນ ໂດຍບໍ່ເຄີຍໄດ້ຮັບການແກ້ໄຂອັນໃດເລີຍ! ເລື່ອງມີຢູ່ວ່າ: ບ້ານຂອງຂ້າພະເຈົ້າເປັນບ້ານເຂດຊົນນະບົດ ເປັນໝູ່ບ້ານໃຫຍ່ (600ກວ່າຄອບຄົວ) ປະຊາຊົນສ່ວນຫຼາຍອາໃສການເຮັດນາເປັນອາຊີບ (ຂໍບໍ່ອອກຊື່ບ້ານເດີ່) ໃນເຂດບ້ານນີ້ເປັນເຂດດິນທີ່ຮາບພຽງແລະມີຄວາມອຸດົມສົມບູນທີ່ສຸດຖ້າທຽບໃສ່ບ່ອນອື່ນໆ (ຄັນຊິວ່າໄປແລ້ວມັນກະເປັນອູ່ເຂົ້າອູ່ປາຂອງຄົນນະຄອນຫຼວງເຮົາເລີຍລະ) ໃນບ້ານມີຄວາມສະຫງົບດີ ແລະ ເປັນບ້ານຕົວຢ່າງທີ່ດີເດັ່ນ ທັງດ້ານສັງຄົມ ແລະ ການຜະລິດກະສິກຳ. ແຕ່ພໍຕົກມາໃນໄລຍະ 3 ປີມານີ້ ລັດຖະບານໄດ້ເປີດໃຫ້ຕ່າງປະເທດເຂົ້າມາລົງທຶນຫຼາຍ (ຈີນເຂົ້າມາມີອຳນາດຫຼາຍເກີນໄປ) ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ່ ນັ້ນມັນກະເປັນຈຸດເລີ່ມຕົ້ນຂອງບັນຫາໃຫຍ່ທີ່ສຸດຂອງບ້ານໃນປັດຈຸບັນ, ບ້ານຂອງຂ້າພະເຈົ້າຖືກສຳປະທານພື້ນທີ່ ເປັນເວລາ 50 ປີ ເພື່ອຂຸດຄົ້ນເກືອກາລິກ ຈີນເປັນຜູ້ສຳປະທານ ເມື່ອຈີນເຂົ້າມາສຳຫຼວດແລ້ວກໍ່ໄດ້ກໍ່ສ້າງໂຮງງານຂຶ້ນມາເປັນໂຮງງານຂະໜາດໃຫຍ່ ຈີນໄດ້ນຳເອົາກຳມະກອນຈີນເຂົ້າມາເກືອບ 2000 ກວ່າຄົນ ແລະ ໃນນັ້ນຈຳນວນກຳມະກອນຮັບຈ້າງທົ່ວໄປກໍແມ່ນປະຊາຊົນເຂດບ້ານ ແລະ ຄົນມາຈາກເຂດອື່ນ! ໂຮງງານດັ່ງກ່າວໄດ້ສ້າງ ຄວາມເສຍຫາຍ, ຄວາມລຳຄານ ແລະ ຄວາມວຸ້ນວາຍຂອງສັງຄົມໃນໝູ່ບ້ານໃຫ້ແກ່ປະຊາຊົນຫຼາຍທີ່ສຸດຄື:
1. ເຂດພື້ນທີ່ນາໄດ້ຮັບຄວາມເສຍຫາຍຈາກການກໍ່ຕັ້ງໂຮງງານ ແລະ ການລະບາຍນຳ້ເປື້ອນທີ່ເຈືອປົນສານພິດນັ້ນກໍຄື: ປັດຈຸບັນບໍ່ສາມາດທຳການກະສິກຳໄດ້ອີກຕໍ່ໄປ ເພາະປູກຫຍັງໃສ່ກໍຕາຍໄປໝົດ ນັບທັງເຂົ້າທີ່ເຄີຍງອກງາມຢູ່ໃນທົ່ງນາ ເພາະວ່ານ້ຳາໃຕ້້ດິນນມີການປ່ຽນແປງກາຍເປັນນນ້ຳທີ່ມີພິດດຽວນີ້້ມີແຕ່່ພື້ນດິນນນາທີ່ເຕັມມໄປດ້ວຍນ້ຳເປື້ອນຫ ຫຍ້າທຳມະຊາດທີ່ເຄີຍມີດຽວນີ້້ຍັງງບໍ່ເຫັນເລີຍ.
2. ສັດນຳ້ທຸກຊະນິດແມ່ນຕາຍໝົດເຊັ່ນ ກຸ້ງ, ຫອຍ, ປູ, ປາ ລວມໄປເຖິງສັດໃຫຍ່ກໍຄື ແບ້, ງົວ, ຄວາຍທີ່ກິນນ້ຳເປື້ອນນັ້ນເຂົ້າໄປ ເຊິ່ງສັດດທີ່ເອີ່ຍມານີ້ມັນເປັນໂຕທີ່ສຳຄັນທີ່ລ້ຽງ ແລະ ຄ້ຳຊູູຊີວິດດພວກເຮົາມາໂດຍຍຕະຫຼອດ
3. ສຽງລົບກວນຈາກໂຮງງານທັງກາງເວັນ ແລະ ກາງຄືນແມ່ນບໍ່ໄດ້ພັກຜ່ອນເລີຍ (ສຽງດັງແຮງຫຼາຍ)
4. ສັງຄົມມີີການປ່ຽນແປງ ປະຊາຊົນເກືອບທັງໝົດຫັນໜ້າເຂົ້າໄປເຮັດວຽກເປັນກຳມະກອນໃນໂຮງງານ ໂດຍມີີລາຍຮັບແຕ່່ 30,000-50,000ຕໍ່ມື້ (ຄິດໄລ່ຕາມຄວາມສາມາດທີ່ເຮັດໄດ້) ເພາະບໍ່ມີີບ່ອນທຳມາຫາກິນ ຈຳຕ້ອງຫາເງິນມາລ້ຽງຊີບໄປແຕ່່ລະມື້ (ຜູ້ເຖົ້າທີ່ເຄີຍມີວຽກເຮັດໂດຍການລ້ຽງປາ, ເປັດ ,ໄກ່ ,ງົວ, ຄວາຍ ກັບກາຍມາເປັນບໍ່ມີວຽກເຮັດ)
5. ມີີການປະລະການຮຽນເພາະຄວາມຈຳເປັນຕ້ອງຊອກຫາເງິນຄຳຊ່ວຍຄອບຄົວ, ເກີດມີີສາວບໍລິການຢ່າງຫຼວງຫຼາຍ ຈາກທີ່ບໍ່ເຄີຍເຫັນ
6. ນອກຈາກບັນຫາຂອງໂຮງງານແລ້ວ ຍັງມີບັນຫາເລື່ອງການສ້າງທາງລົດໄຟ ເພື່ອບັນທຸກແຮ່ທາດນັ້ນນຳອີກ (ເວົ້າແບບການເມືອງກໍຄື ເພື່ອຄວາມສະດວກສະບາຍໃນການຄົມມະນາຄົມຂອງປະຊາຊົນ) ເຊິ່ງບັນຫາມັນກໍຄ້າຍຄືກັບບັນຫາຂອງໂຮງງານນີ້ລະ!
ພວກເຮົາຢາກບອກໃຫ້ທຸກໆຄົນຮັບຮູ້ວ່າ ການພັດທະນາແບບນີ້ ພວກເຮົາບໍ່ຕ້ອງການ ແຕ່່ເວົ້າອອກໄປ ເວົ້າແລ້ວກໍເວົ້າອີກ ຈົນເປັນເວລາ ສອງ ສາມປີຜ່ານມາແລ້ວ ແຕ່ກໍບໍ່ມີໃຜຮັບຟັງຄວາມເຫັນຂອງພວກເຮົາເລີຍ ບັນຫານີ້ໄດ້ຖືກສະເໜີແລ້ວຈາກຂັ້ນບ້ານເທື່ອແລ້ວເທື່ອເລົ່າ ແຕ່ກະຍັງຄືເກົ່າ ພໍ່ແມ່ປະຊາຊົນທຸກຄົນໄດ້ແຕ່ລໍຖ້າຄວາມເປັນທຳ, ຄວາມຮັບຜິດຊອບຈາກລັດຖະບານ, ຄວາມຊ່ວຍເຫຼືອ ແລະ ການແກ້ໄຂດ້ານສິ່ງແວດລ້ອມຈາກອົງການຕ່າງໆ ໂດຍສະເພາະແມ່ນອົງການສິ່ງແວດລ້ອມ.
ເພື່ອນພັນລາວທຸກຄົນທີ່ໄດ້ອ່ານບົດຄວາມນີ້ຈົ່ງຊ່ວຍຄິດ ແລະ ໃຫ້ຄຳຄິດຄຳເຫັນແດ່ວ່າ ພວກເຮົາຄວນຈະແກ້ໄຂ ແລະ ຫາທາງອອກແນວໃດ?
ຂອບໃຈທຸກທ່ານທີ່ເຂົ້າມາອ່ານ ແລະ ຮັບຮູ້ບັນຫາຂອງພວກເຮົາ!