ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຖໍ້າກອງລໍ ເປັນຖໍ້ານໍ້າລອດ ຈາກບ້ານນາຕານ ລອດພື້ນຖໍ້າມາຕົກບໍຣິເວນ ວັງມົນບ້ານກອງລໍ ຄົນທັງຫຼາຍຈຶ່ງຮຽກວ່າ ຖໍ້າກອງລໍ ສຳລັບຄຳວ່າກອງລໍ ນັ້ນ ພໍ່ໃຫຍ່ສໍ ໄຊຍະແສງ ອາຍຸ ໗໓ ປີ ໃຫ້ການວ່າ ຜ້ຽນມາຈາກ "ກອງລໍ່" ຄືມີປະຫວັດຄວາມເປັນມາ ຕາມການເລົ່າຂານຂອງຄົນເຖົ້າຄົນແກ່ລຸ້ນກ່ອນ ວ່າ "ມີກອງຫຼໍ່ດ້ວຍທອງຄຳ ແລະເງິນ" ຄົນທັງຫຼາຍຈຶ່ງຮຽກວ່າບ້ານກອງລໍ່ເລື້ອຍມາ ແຕ່ວ່າ ຄົນໄທຄັງນີ້ ເວລາອອກສຽງຄຳວ່າ "ລໍ່" ມັນຈະຄ້າຍ "ລໍ" ເມື່ອຄົນທາງນອກໄປ ຈະຮຽກວ່າ "ລໍ" ສະນັ້ນຊື່ບ້ານີ້ ຈະຮຽກວ່າ "ລໍ່" ກໍມີ ຮຽກວ່າ "ລໍ" ກໍມີ