ຂຽນເມື່ອ: ທ.ວ.. 10, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
- ທ້າວແກ້ວ ຮຽນຊັ້ນປໍ 1 ເປັນຄົນຮຽນປຶກທີ່ສຸດ ບົດຮຽນທີ່ຮຽນຜ່ານແລ້ວຍັງບໍ່ຈື ທີ່ສໍາຄັນມັກໂສກັນ ແລະຢອກໝູ່ໃນເວລາຮຽນ ເມື່ອເຫັນພຶດຕິກັມເຊັ່ນນັ້ນ ອ້າຍຄູຈຶ່ງມັກຈະຖາມ ແລະຕັ້ງບັນຫາໂຈດແກ່ລາວທຸກຄັ້ງ. - ອ້າຍຄູ: ແກ້ວ 2+8 ເປັນເທົ່າໃດ? ຫ້າມຄົນອື່ນບອກ. - ທ້າວແກ້ວ: ຮຽນອ້າຍຄູນ້ອງຂໍຕອບ ຄືນ້ອງບໍ່ໄດ້ ? - ອ້າຍຄູ: ບໍ່ໄດ້ແທ້ບໍ ? - ທ້າວແກ້ວ: ໂດຍ. - ອ້າຍຄູ: ນັ້ນແລ້ວນ້ອງບໍ່ມັກຟັງເວລາຄູອະທິບາຍ 2+8 ເປັນ 10 ຈື່ໄດ້ໄວ້ເດີ - ມື້ອື່ນມາອ້າຍຄູຖາມວິທີບວກເລກກັບນັກຮຽນຄົນອື່ນອີກ - ອ້າຍຄູ: ນັກຮຽນ 7+3 ເປັນເທົ່າໃດ ? - ນັກຮຽນທັງໝົດບໍ່ມີໃຜຕອບ ເພາະເປັນນັກຮຽນໃໝ່ ບໍ່ມີໃຜໄດ້ ກໍງວກມາຖາມທ້າວແກ້ວອີກທ້າວແກ້ວກໍບໍ່ໄດ້ ຄູຈຶ່ງສະເຫຼີຍ. - ອ້າຍຄູ: ນັກຮຽນທັງໝົດຈື່ໄວເດີ 7+3 ເປັນ 10 - ທ້າວແກ້ວ ຢືນຂຶ້ນຍົກມື ຄູອະນຸຍາດ ທ້າວແກ້ວກໍເວົ້າວ່າ: ຮຽນອ້ານຄູ ນ້ອງເຫັນວ່າອ້າຍຄູຂີ້ຕົວະ ? - ອ້າຍຄູ: ອ້າຍຄູຂີ້ຕົວະເລື່ອງຫຍັງ ທ້າວແກ້ວ. - ທ້າວແກ້ວ: ວານີ້ ອ້າຍຄູວ່າ 2+8 ເປັນ 10 ແມ່ນບໍ ? - ອ້າຍຄູ: ແມ່ນແລ້ວ - ທ້າວແກ້ວ: ວັນນີອ້າຍຄູວ່າ 7+3 ກະເປັນ 10 ອີກ ສະແດງວ່າອ້າຍຄູຂີ້ຕົວະພວກເຮົາ. (ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ) ກ໊ອປປີມາຈາກໃບລານ www.bailane.com/Blog/ViewBlog.aspx
|
ຂຽນເມື່ອ: ທ.ວ.. 5, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
- ທ້າວແກ້ວ ພົບກັນທ້າວໄຊ ພົບກັນວັ່ງຫົວຄໍ່ານີ້ ທ້າວແກ້ວເຫັນທ້າວໄຊກໍຟ້າວຖາມເຖິງ ຜົນເຕະບານທິມໄທຍ໌ພົບເຈົ້າເສືອເຫຼືອງມາເລເຊັຍ ໃນເສິກຊຸຊູກີຄັບ 2010 - ທ້າວແກ້ວ: ເຮີຍ...ໄຊ ມຶງໄດ້ເບິ່ງເຕະບານທິມໄທຍ໌ ກັບມາເລເຊັຍເຈີກັນບໍ່ຕອນຫົວແລງ. - ທ້າວໄຊ: ໂຕເດຊັ້ນ ໄດ້້ເບິ່ງບໍ ? - ທ້າວແກ້ວ: ເຮົາໄປວຽກນຳຫົວໜ້າ ເລີຍບໍ່ໄດ້ເບິ່ງຊ້ຳ ສີດາຍຂະໜາດ. - ທ້າວໄຊ: ເຮົາໄດ້ເບິ່ງຢູ່ ແຕ່ກະເສັຍດາຍຄືກັນ ອົດສາເຊັຍທິມໄທຍ໌ ໃຈແທບຂາດ ເຮັດໃຫ້ຜິດຫວັງໝົດ ອົດສາເຊັຍໄດ້ຈັກລູກກະຍັງດີ. - ທ້າວແກ້ວ: ຜົນເປັນຈັ່ງໃດ ? - ທ້າວໄຊ: ຕີສະເໝີກັນສອງສູນ. - ທ້າວແກ້ວ: ຮວຍ...ແກ້ວມີຈັກເທື່ອສະເໝີກັນສອງສູນ, ອັນນັ້ນເຂົາວ່າກິນຂາດລອຍຕວາຫັ້ນນາ ໃຜນໍາເວີຍ. - ທ້າວໄຊ: ສະເໝີກັນບໍ່ມີໃຜຊະນະໃຜ ຜົນໄດ້ສອງສູນ. - ທ້າວແກ້ວ: ບ໊ະ ສະເໝີກັນສອງສູນ ມັນເປັນຈັ່ງໃດຫວະ. - ທ້າວໄຊ: ສະເໝີກັນສອງສູນ ກໍຄືມັນບໍ່ມີໃຜລື່ນໃຜຫັ້ນຕິ ຫຼິ້ນຄົບ 90 ນາທີແລ້ວ ທັງສອງທິມໄດ້ແຕ່ເລກສູນສອງຕົວສະເໝີກັນຫັ້ນຕີລະ 0-0. - ທ້າວແກ້ວ: ໂອຍ...ຫ່າກິນຫົວເຮີຍ.....ເວົ້າງ່າຍຟັງຍາກ.....(ຮ່າໆໆໆໆໆໆ)
|
ຂຽນເມື່ອ: ທ.ວ.. 1, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ມື້ນີ້ວັນທີ 1 ທັນວາ, ມື້ອື່ນກະວັນທີ 2 ທັນວາ ເປັນວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທາງໂຮງລ້າໂຮງການຈະພັກກັນ ໝົດມື້ ໃນວັນທີ 2 ທັນວາມື້ນີ້. ທ້າວສັງທອງ ກໍສວຍໂອກາດພາເມັຍ ພາລູກສາວໜ້າຮັກ ຂີ່ລົດອອກທ່ຽວຊົມຣາຕຮີນະຄອນຫຼວງວຽງຈັນ, ລູກສາວຜູ້ໜ້າຮັກໜ້າແພງຂອງທ້າວສັງທອງ ເຫັນດອກໄມ້ ດອກໄຟຟ້າທີ່ເຂົາເອ້ຕາມຖະໜົນງາມ ກໍທ້ວງຂຶ້ນວ່າ. - ລູກສາວ: ໂທ້...ດອກໄຟງາມແທ້ເນາະ ? ເຂົາໃຕ້ສະຫຼອງວັນຊາດທີ 2 ທັນວາ. - ພໍ່: ເຂົາໃຕ້ມາຕັ້ງແຕ່ສະຫຼອງ 450 ປິພຸ້ນແລ້ວລູກ. - ລູກສາວ: ແມ່ນບໍພໍ່ ລູກບໍ່ໄດ້ເຫັນ, ເອີ...ເປັນຫຍັງເຂົາຈຶ່ງວ່າ ວຽງຈັນຄົບຮອບ 450 ປີລະ. - ແມ່: ກະເພາະວ່າວຽງຈັນຕັ້ງເປັນນະຄອນຫຼວງມາແລ້ວ 450 ປີນັ້ນຕິລູກ. - ລູກສາວ: ຄັນຊັ້ນວຽງຈັນເຮົາກະມີອາຍຸຫຼາຍ ທີ່ສຸດແມ່ບໍ່ແມ່. - ແມ່: ໂດຍລູກ. - ລູກສາວ: ຄັນຊັ້ນອີ່ພໍ່ອີ່ແມ່ ໃຜອາຍຸຫຼາຍກວ່າກັນ ?. - ແມ່: ກະພໍ່ລູກຫັ້ນແລ້ວ ອາຍຸຫຼາຍກວ່າແມ່. - ລູກສາວ: ແມ່ນບໍພໍ່ ? - ພໍ່: ແມ່ນແລ້ວລູກ ພໍ່ອາຍຸຫຼາຍກວ່າແມ່ລູກ 2 ປີ. - ລູກສາວ: ບໍ່ແມ່ນ. - ແມ່: ເປັນຫຍັງຊິບໍ່ແມ່ນ. - ລູກສາວ: ເພາະວ່າວຽງຈັນອາຍຸ 450 ປີແມ່ນບໍ ? - ພໍ່: ແມ່ນແລ້ວລູກ. - ລູກສາວ: ຫັ້ນແລ້ວ ວຽງຈັນອາຍຸຫຼາຍກວ່າ - ຮາໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ,
|
ຂຽນເມື່ອ: ທ.ວ.. 1, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
ທ້າວຍາ ອ້າຍບ່າວຈໍາປາສັກ ກັບທ້າວແສນ ອ້າຍບ່າວແຂວງບໍ່ແກ້ວ ເປັນໝູ່ຮຽນທີ່ຫ້ອງຮຽນດຽວກັນ ທີ່ມະຫາວິທະຍາໄລແຫ່ງຊາດ ວັນນັ້ນ ວັນທີ 27/11/2010ຫ້ອງອາຫານມະຫາວິທະຍາແຫ່ງຊາດ ທ້າວຍາອ້າຍບ່າວແຂວງຈໍາປາສັກ ເວົ້າກັບໝູ່ຫຼາຍຄົນໃນໂຕະອາຫານວ່າ: ທ້າວຍາ: ສຸດຍອດເວີຍສ່ຽວ ກູຍັງວ່າແລ້ວ ສາວຈໍາປາສັກງາມຫຼາຍທີ່ສຸດ. ທ້າວແສນ: ເຮິຍ...ຍາ ໂຕວ່າຈັ່ງໃດ ? ເວົ້າໃໝ່ເບິ່ງ ? ທ້າວຍາ: ມິດລາວປີນີ້ ສາວຈໍາປາສັກງາມຫຼາຍທີ່ສຸດ. ທ້າວແສນ: ຍາ ໂຕເຂົ້າໃຈຜິດບໍ່ຈັກ, ເຮົາວ່າສາວບໍ່ແກ້ວບ້ານເຮົາໃດ໋ໄດ້ທີ 1. ທ້າວຍາ: ກະຕາມ ບໍ່ສູ້ສາວຈໍາສັກ ງາມຫຼາຍທີ່ສຸດກວດນາງງາມປີໃດ ສາວຈໍາປາສັກງາມຫຼາຍທີ່ສຸດໂລດ. ທ້າວແສນ: ແມ່ນ ແຕ່ສາວງາມ 2010 ມັນແມ່ນສາວບໍ່ແກ້ວບ້ານເຮົາຕວ໊າໄດ້ທີ 1 ທ້າວຍາ: ໄດ້ທີ 1 ກະຕາມ ແຕ່ງາມບໍ່ຫຼາຍເທົ່າສາວບ້ານເຮົາ. ທ້າວແສນ: ເວົ້າໄປ....ຄັນບໍ່ງາມທີ່ສຸດ ເຂົາຈະໃຫ້ໄດ້ທີ 1 ບໍ ໂຕວ່າ. ທ້າວຍາ: ກະແມ່ນແຕ່ວ່າງາມຄົນດຽວ ສາວບ້ານເຮົາງາມຫຼາຍທີ່ສຸດ ງາມຮອດສາມຄົນພຸ້ນ ໂຕວ່າບໍ່ງາມຫຼາຍຈັ່ງໃດ ? ທ້າວແສນ ທ້າວຍາ ແລະໝູ່ເພື່ອນຫົວຂຶ້ນພ້ອມກັນ ຢ່າວມ່ວນຊື່ນໆ ຮາໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ພ.ຈ.. 26, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ຕ.ລ.. 13, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
- ສອງວັນກ່ອນມີ ພີ່ນ້ອງຊາວໄທຍ໌ທັງພຣະທັງ ພໍ່ອອກ ແມ່ອອກ ມາກັນຫຼາຍ ເຂົາແຕ່ງໃຫ້ໄປຕ້ອນຮັບ ແລະນຳພາທ່ຽວ ພໍເຖິງເວລາອາຫານທ່ຽງກໍພາໄປກິນອາຫານທ່ຽງ ມີອາຫານປະເພດຕ່າງໆ ຕາມສັ່ງ ໃນນັ້ນມີອາຫານປະເພດປາ ຫຼັງຈາກກິນເຂົ້າແລ້ວ ກໍພ້ອມກັນຂຶ້ນລົດກັບ ທ້າວແກ້ວ ຜູ້ພາທ່ຽວກໍຈັບໄມຂຶ້ນມາກ່າວຄຳແນະນຳ ສະຖານທີ່ທ່ອງທ່ຽວອື່ນໆຕໍ່ໄປ ກ່ອນຈະແນະນຳກໍຖາມເຖິງການຮັບປະທານ ຂອງພີ່ນ້ອງຊາວໄທຍ໌. - ທ້າວແກ້ວ : ສະບາຍດີພີ່ນ້ອງ ເປັນຈັ່ງໃດ ກິນຂ້າວກິນປາ ແຊບດີຢູ່ບໍ ? - ຄົນໄທຍ໌ : ອະຣ່ອຍມາກຄຣັບ/ຄ່ະ - ໃນນັ້ນ ກໍມີຍິງກາງຄົນໆໜຶ່ງເວົ້າວ່າ : ອາຫານທຸກຢ່າງດີໝົດຄ່ະ ອະຣ່ອຍດ້ວຍ ເໝືອນອາຫານໄທຍ໌ທຸກຢ່າງ ແຕ່ເສັຍຢ່າງດຽວຄ່ະ ປລາເຂົາມີກ້າງເຍິິະ ຈັງ. - ທ້າວແກ້ວ : ແມ່ນແລ້ວ ປາລາວສ່ວນຫຼາຍຈະມີກ້າງ ສ່ວນປາໄທຍ໌ບໍ່ມີກ້າງເລີຍແມ່ນແຕ່ຊະນິດດຽວ ເໝືອນກັບລີ້ນນີ້ແລ້ວ ບໍ່ມີກ້າງເລີຍ. (ປານນີ້ ເຂົາຈະຮູ້ຫຼືຍັງກໍບໍ່ຮູ້ໜໍ ອຶອຶອຶອຶອຶ)
|
ຂຽນເມື່ອ: ຕ.ລ.. 6, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
- ທ້າວແກ້ວມີລູກສາວເປັນຕາຮັກຕາແພງຄົນໜຶ່ງ ຮຽນຢູ່ອະນຸບານ ໓ ແລ້ວປີໜ້າຂຶ້ນ ປ. ໑ ພໍດີ, ລູກສາວທ້າວແກ້ວຄົນນີ້ ມັກເວົ້າມັກໂລມເລື່ອງຕ່າງໆ ທີ່ເຂົາໄດ້ຮຽນມາ ຫຼືສິ່ງທີ່ເຂົາໄດ້ເຫັນ ສູ່ພໍ່ແມ່ຟັງສະເໝີ, ວັນນັ້ນທ້າວແກ້ວໄປຮັບລູກສາວເໝືອນທຸກວັນ ຂະນະກັບມານັ້ນລູກສາວທ້າວແກ້ວເຫຼືອດຕາເຫັນປ້າຍໂຄສະນາ ໖ ສໍ. ນະຄອນຫຼວງວຽງຈັນ ສົງໄສຈຶ່ງຖາມບພໍ່ວ່າ ວ່າ: - ລູກສາວ: ພໍ່ ໃນປ້າຍຄຳຂວັນ ໖ ສໍນັ້ນ ມີ ສໍໜຶ່ງລູກອ່ານແລ້ວກະບໍ່ເຂົ້າໃຈ ມັນໝາຍວ່າຈັ່ງໃດ ? - ພໍ່: ເອີ....ລູກພໍ່ ສໍສີຂຽວໝາຍວ່າ ນະຄອນວຽງຈັນນີ້ຕ້ອງສ້າງໃຫ້ເປັນນະຄອນສີຂຽວ ສວຍສົດງົດງາມ, ເຕັມໄປດ້ວຍສວນສີຂຽວ, ຕົ້ນໄມ້ໃນສວນສາທາລະນະ ແລະບ້ານເຮືອນເປັນສີຂຽວ, ຕາມຖະໜົນຫົນທາງ ກໍສີຂຽວບ້ານເຮືອນສະອາດງາມຕາມອງໄປທາງໃດ ກໍຂຽວອຸ່ມທຸ່ມຊຸ່ມຊື່ນໃຈ ຕໍ່ຜູ້ຢູ່ ແຂກຕ່າງດ້າວທ້າວຕ່າງແດນຕິລູກ. - ລູກສາວ: ຄັນຊັ້ນລູກວ່າ ສິບປີ-ຊາວປີ ຫຼືຫຼາຍກວ່ານັ້ນກະເຮັດບໍ່ໄດ້ດອກພໍ່. - ພໍ່: ລູກຄືວ່າຈັ່ງຊັ້ນ ນະຄອນຫຼວງຂອງເຮົາ ເພິ່ນລົງທຶນລົງຫຼາຍຮ້ອຍລ້ານ ເຂົ້າໃສ່ໂຄງການນີ້ ຈັ່ງໃດຈຶ່ງວ່າບໍ່ໄດ້ລະ. - ລູກສາວ: ກໍເພາະມັນເຫຼືອງໄປທົ່ວນະຄອນວຽງຈັນແລ້ວ ພໍ່ບໍ່ເຫັນບໍ ? - ພໍ່: ເຫຼືອງຢູ່ໃສລູກ ເພີ່ນປູກຕົ້ນໄມ້ຫຼວງຫຼາຍ. - ລູກສາວ: ເຫຼືອງເຕັມວຽງຈັນນີ້ແລ້ວ ບ້ານເຮົາກະເຫຼືອງ, ໜ້າວັດບ້ານເຮົາກະເຫຼືອງ, ໜ້າທາງເຂົ້າໂຮງຮຽນລູກກະຍັງເຫຼືອງ. - ພໍ່: ໃຜວ່າລູກ ໜ້າໂຮງຮຽນລູກຫັ້ນແລ້ວແຫ່ງງາມ ມີແຕ່ຕົ້ນໄມ້ເຕັມເລີຍ. - ລູກສາວ: ຫັ້ນເດ ອີ່ພໍ່ ຮ້ານນ້ອຍຮ້ານໃຫຍ່ ເຕັມແຕ່ປ້າຍສີເຫຼືອງ "ເຂົາໂຄສະນາເບັຍລາວ". - ພໍ່: ເອີ....ລືມໄປ ຄັນຊັ້ນວຽງຈັນເຮົາຕ້ອງປ່ຽນສໍສີຂຽວ ມາເປັນສໍສີເຫຼືອງແທນກະແລ້ວກັນເນາະລູກ - ພໍ່-ລູກສາວ : ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ກ.ຍ.. 23, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
- ຍາແມ່ແກ້ວ ຢູ່ບໍ່ໄດ້ກິນບໍ່ເປັນຫຼາຍວັນແລ້ວ ເພາະວ່າແຫວນເພັດລາຄາ ໑ ແສນດອນລາຣ໌ ທີ່ຜົວລາວຫາກໍຊື້ໃຫ້ໃໝ່ ຕອນສະຫຼອງການຄົບຮອບການແຕ່ງການ ໓໐ ປີ ເມື່ອປີທີ່ແລ້ວ ຍາມແມ່ແກ້ວ ເຮັດທຸກວິທີທາງ ເພື່ອຈະໃຫ້ໄດ້ຄືນມາເຊິງແຫວນເພັດນັ້ນ ເຊັ່ນເອີ້ນຄົນໃຊ້ໃນເຮືອນມາຊັກຖາມດ້ວຍກຸດສະໂລບາຍ, ການຊັກຖາມ, ກິນນ້ຳສາບານ, ຄ້ຽວເຂົ້າສານ, ນອກຈາກນັ້ນກໍໄປຫາໝໍມໍ ຫຼາຍທີ່ທັງດັງ ບໍດັງ, ຜີມະເຫສັກຫຼັກເມືອງທີ່ວ່າດັງບໍ່ດັງທັງໃນວຽງຈັນ ແລະໃນສອງຝ່ັງຂອງລາວໄທຍ໌ ທັງທົ່ວປະເທດລາວ ຍາແມ່ທັງໄປເອງ ແລະໃຫ້ຄົນອື່ນໄປ ທັງບະ ທັງບົນ ສາມລະພັດສາລະເພ ເປັນສິບວັນແລ້ວ ນັບແຕ່ວັນແຫວນເພັດເສັຍຫາຍ ກໍບໍ່ເຫັນວີ່ແວວວ່າແຫວນເພັດຈະເຫັນຄືນ. - ເປັນເວລາສິບກວ່າວັນແລ້ວ ຍາແມ່ເອົາແຕ່ນັ່ງໃຫ້, ນອນໃຫ້ ບໍ່ກິນເຂົ້າກິນນ້ຳ ຮ່າງກາຍຊຸບຜອມລົງ, ທັງໃດ ອາຈານວັດໜຶ່ງໄດ້ຮັບໂທຣະສັບວ່າ ດັງຂຶ້ນພ້ອມທັງຍິນສຽງຕົ້ນສາຍວ່າ "ພຣະອາຈານໃຫຍ່ຢູ່ວັດ ບໍ ? - ພຣະອາຈານໃຫຍ໋ : ຈະເຣີນພອນ ອາຕະມາຢູ່ວັດ ? - ແມ່ອອກ : ຂ້ານ້ອຍຊິພາແມ່ໄປຫາ. - ພຣະອາຈານໃຫຍ່: ມາໂລດ. ບໍ່ເຖິງ ໑ ຊົ່ວໂມງ ສາມະເນນນ້ອຍມາບອກອາຈານໃຫຍ່ວ່າ "ພຣະອາຈານໃຫຍ່ຂ້ານ້ອຍ ພໍ່ອອກແມ່ອອກ ແມ່ອອກມາຫາ - ພຣະຈານໃຫຍ່ອອກໄປແລ້ວ ກໍໄດ້ຮັບເລົ່າຈາກແມ່ອອກວ່າ "ຂ້ານ້ອຍ ຢູ່ບໍ່ໄດ້ກິນບໍ່ເປັນ ມາຫຼາຍວັນແລ້ວ ນັບແຕ່ແຫວນເພັດລາຄາຕັ້ງແສນ ຂອງຂ້ານ້ອຍເສັຍ, ຢາກໃຫ້ພຣະອາຈານໃຫຍ່ເບິ່ງໃຫ້ຂ້ານ້ອຍແນ່ ໃຜລັກ ຫຼືຊິເຫັນຄືນບໍ ? - ພຣະອາຈານໃຫຍ່ : ຮັບຂັນແມ່ອອກແລ້ວ ຢ່າງເຂົ້າໄປຫ້ອງ ເຫິງເຕີບກັບອອກມາ ທັງເຮັດໜ້າຊື່ນຕາບານອອກມາພ້ອມ ແມ່ອອກເຫັນແລ້ວກໍທຳທ່າດີໃຈ. ຖາມທັນທີ. - ຍາມແມ່ : ເປັນຈັ່ງໃດຂ້ນ້ອຍ. - ພຣະອາຈານ : ບໍ່ປາກ ແລ້ວຈັບເອົາກະດານຂຶ້ນມາ ລົງເລກໄປແລ້ວ ກໍລຶບຖິ້ມ, ລົງເລກກໍລືບຖິ້ມ ແມ່ອອກທັງຖາມທັງສໍ້ ແລ້ວຈຶ່ງເວົ້າອອກມາວ່າ "ເອີ....ຍ່່າແມ່ເອີຍ....ຍາມແມ່ນີ້ໂຊກດີໜັກໜ້າ, ຄັນແຫວນເພັດຂອງຍາແມ່ບໍ່ເສັຍຫາຍ ແຂນຊ້າຍຂອງຍ່າແມ່ກໍຈັກຂາດແນ່ນອນ, ນັບວ່າໂຊກດີແທ້. - ຍາມແມ່ : ແມ່ນຈັ່ງຊັ້ນແລ້ວ ຍ່າແມ່ເອີຍ ມັນແມ່ນເຄາະໃຫຍ່່ ແມ່ນຂອງໃຫຍ່ໆມັນມາຮັບແທນ. (ນັບແຕ່ວັນນັ້ນມາ ຍາມແມ່ຄົນນັ້ນກໍປົງຕົກ ກິນເຂົ້າແຊບນອນຫຼັບພີຕຸພີຕຸ້ນ ເຂົ້າມາວັດປຶກສາທຳນຳພຣະອາຈານໃຫຍ່ຕະຫຼອດ)
|
ຂຽນເມື່ອ: ກ.ລ.. 14, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
- ທີ່ວຽງຈັນ ແມ່ເຖົ້າແກ້ວ ລາວມາຈາກເມືອງໂຂງ ແຂວງຈຳປາສັກ, ລາວມາຢູ່ກັບລູກຊາຍລູກສະໃພ້ລາວ ແມ່ເຖົ້າແກ້ວມັກໄປຈັ່ງຫັນວັນເພນ ສະເໝີວັນນັ້ນແມ່ເຖົ້າແກ້ວໄປເພນກັບມາ ແມ່ເຖົ້າມີເປັນຄົນວຽງຈັນ ກໍຖາມວ່າ - ແມ່ເຖົ້າມາ - ແມ່ເຖົ້າແກ້ວ ໄດ້ຫຍັງໄປເພນ. - ແມ່ເຖົ້າແກ້ວ - ລາບໝານ້ອຍ. - ແມ່ເຖົ້າມາ - ຫ໊ະ ເຈົ້າລາບໝາໄປໃຫ້ພຣະສັນຊັ້ນບໍ ເຖົ້າອັນນີ້. - ແມ່ເຖົ້າແກ້ວ - ອືມ໌ ລາບໃບໝານ້ອຍ. - ແມ່ເຖົ້າມາ - ຕົກໃຈໝົດເລີຍ.....
|
ຂຽນເມື່ອ: ພ.ພ.. 10, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ມ.ສ.. 2, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
- ປີ ໑໙໗໔ ທີ່ງານບຸນຊ່ວງເຮືອເມືອງໂຂງ ທີ່ຊຸ້ມໜຶ່ງຄົນທັງຫຼາຍຫຸ້ມຍາດແຍ່ງກັນເຂົ້າຊົມ "ປາປາກເປັນ" ເຊິ່ງເຂົາຂຽນໄວ້ໜ້າຊຸ້ມ ທັງໂຄສະນາພ້ອມ "ເຊີນຊົມປາປາກເປັນ" ຊາຍຄົນໜຸ່ມໜຶ່ງໄປຖາມໂຄສົກດ້ວຍຄວາມຕັ້ງໃຈວ່າ. - ຊາຍໜຸ່ມ: ແມ່ອີຫຼີບໍ ໃນນັ້ນແມ່ນປາປາກເປັນ ? - ໂຄສົກ: ແມ່ນ - ຊາຍຄົນນັ້ນ ຈຶ່ງຊື້ບັດເຂົ້າຊົມຣາຄາ ໑໐ ກີບ(ສະໄໝນັ້ນ ໑໐ ກີບຊື້ເຝີໄດ້ ໒ ຖ້ວຍພຸ້ນ ແຕ່ຍ້ອນຢາກເຫັນປາປາກເປັນ ຈຶ່ງໄດ້ຕັດສິນໃຈຈ່າຍເງິນ ໑໐ ກີບນັ້ນ) ເມື່ອເຂົ້າໄປແລ້ວ ບໍ່ພໍຄາວ ຊາຍຄົນນັ້ນ ຈຶ່ງອອກມາຫາໂຄສົກ ແລະທວງເອົາເງິນ ໑໐ ກີບຄືນ. - ຊາຍໜຸ່ມ: ເອົາເງິນຂ້ອຍມາຄືນ ໃສວ່າປາປາກເປັນ ທີ່ແທ້ແມ່ນປາປາກບ້ານເຮົານີ້ ມັນບໍ່ປາກພໍຄວາມ. - ໂຄສົກ: ບໍ່ໄດ້ດອກເຂົ້າໄປແລ້ວ ຖອນເງິນຄືນບໍ່ໄດ້. - ຊາຍໜຸ່ມ: ເປັນຫຍັງຊິບໍ່ໄດ້ ເຈົ້າຫຼອກລວງປະຊາຊົນ. - ໂຄສົກ: ບໍ່ໄດ້ຫຼອກລວງ. - ຊາຍໜຸ່ມ: ບໍ່ຫຼອກລວງຈັ່ງໃດ ເຈົ້າວ່າປາປາກເປັນແມ່ນບໍ ? - ໂຄສົກ: ແມ່ນ. - ຊາຍໜຸ່ມ: ແນ໊ະ ນັ້ນແລ້ວຫຼອກລວງ ຂ້ອຍໄປຖາມມັນ ມັນກະບໍ່ເວົ້ານຳຂ້ອຍພໍຄວາມ. - ໂຄສົກ: ຂ້ອຍຖາມເເຈົ້າແນ່ວ່າ ເຈົ້າເຫັນແລ້ວບໍປາໃນຊຸ້ມຫັ້ນ ? - ຊາຍໜຸ່ມ: ເຫັນແລ້ວ. - ໂຄສົກ: ເປັນປາຫຍັງ ? - ຊາຍໜຸ່ມ: ມີແຕ່ປາປາກ ເຕັມອ່າງຢູ່. - ໂຄສົກ: ມັນຕາຍຈັກໂຕລະ ? - ຊາຍໜຸ່ມ: ບໍ່ຕາຍຈັກໂຕ. - ໂຄສົກ: ເອີ....ນັ້ນແລ້ວປາປາກເປັນ ເພາະມັນບໍ່ຕາຍ ເຈົ້າເຂົ້າໃຈບໍ ? - ຊາຍໜຸ່ມ.: ປາປາກເປັນ, ມັນບໍ່ຕາຍ ມັນກະເປັນ ປາປາກເປັນ ປາປາກເປັນ ຫ່າກິນຫົວເຮີຍ........ແມ່ນຄວາມມັນ ຮ່າໆໆໆໆໆໆໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ມ.ນ.. 4, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
- ທ້າວສັນ ກັບນາງວິນາ ຮູ້ຈັກຮັກແພງກັນຢູ່ພັນລາວເຮົານີ້ແລ້ວ ນາງວິນາກັນທ້າວສັນ ກໍມັກເຂົ້າມາອ່ານບົດຄວາມຂອງອະຣິຍະ (LXD) ສະເໝີ, ປາກົດວ່າ ນາງປະວິນາມັກຈະອ່ານບົດ ເລື່ອງຂອງ ອະຣິຍະ (LXD) ສຸດຈັກເລື່ອງ ເພາະຂີ້ຄ້ານອ່ານ ແລະຍາວໂພດ ຫຼາຍຄັ້ງທີ່ນາງວີນາ ໄດ້ຄອມເມັນຕ໌ ເຂົ້າມາໃນບົດໃດໆ ທີ່ຍາວໆ ຂອງອະຣິຍະ (LXD) ສະເໝີ ຄຳທີ່ນາງວີນາມັກຄອມເມັນຕ໌ ເຊັ່ນ - ຍາວໂພດ - ອ່ານບໍ່ໝົດ - ຝາກໄວ້ກ່ອນ ຈະມາອ່ານອີກມື້ອື່ນ. - ຫຼືໃຊ້ຄຳວ່າ "ຫາວນອນ" - ຄ້ານອ່ານແລ້ວ, ເຫຼົ່ານີ້ເປັນຕົ້ນ. - ທ້າວສັນ ເປັນນາງວິນາ ຄອມເມັນຕ໌ແບບນັ້ນ ທ້າວສັນກໍມັກຈະຄອມເມັນຕ໌ ນາງວີນາສະເໝີ ຈົນເຮັດໃຫ້ທັງສອງໄດ້ແຊັດກັນທາງຫ້ອງເຊັດ ແລະທາງຫຼັງໄມ ຈົນໃນທີ່ສຸດທັງສອງກໍກາຍເປັນເພື່ອນກັນ ແຕ່ວ່າ ນາງວີນານັ້ນໄປຮຽນຢູ່ເມືອງຈີນ ທ້າວສັນຮຽນຢູ່ ມຊ ດົງໂດກ ວັນນັ້ນພັນຮ້ອນ ນາງວີນາໄດ້ກັບມາຢາມບ້ານ ທັງສອງກໍໄດ້ນັດພົບກັນທີ່ຮ້ານມີ່ຫຼຽວໜິງ ແຖວໆ ກົມທີ່ດິນ ສາມແສນໄທນັ້ນ ໂດຍມີ ທ້າວສັນຮັບເປັນເຈົາມື ລ້ຽງໝີ່ຫຼຽວໜີງ. - ເພາະຮ້ານໝີ່ນີ້ ເປັນຮ້ານໝີ່ດັງ ທ້າວສັນຈຶ່ງໂທຣໄປສັ່ງໄວ້ກ່ອນລ່ວງໜ້າ ໂດຍມີການນັດໝາຍ ແລະຈ່ອງໂຕ໊ະນັດເວລາໄວ້ຮຽບຮ້ອຍ.ໄດ້ເວລາທີ່ນັດທັງສອງກໍໄປເຖິງ ຄົນເຂົ້າມາຮັບບໍຣິການເຕັມຮ້ານ ຈົນເຫຼືອ ແຕ່ມີໂຕ໊ະຫວ່າງ ໑ ໂຕ໊ະຢູ່ດ້ານໃນຮ້ານ ເຊິ່ງເຈົ້າຂອງຮ້ານຈັດໄວ້ແກ້ທັງສອງ. - ທັງທ້າວສັນ ແລະນາງວິນາ ນັ່ງບໍ່ພໍຄາວ ບໍຣິກອນໃນຮ້ານກໍຍົກໝີ່ ແລະເຄື່ອງປະກອບມາເສີບຕາມສັ່ງໄວ້ ຢ່າງທັນໃຈ ເມື່ອທັງສອງເປີດຖ້ວຍໝີຂຶ້ນ ນາງວີນາກໍຫຼຽວເຫັນເສັ້ນໝີ່ຂອງຕົນ ເລະເກືອບຈະເປັນ ເຂົ້າແກງ ແຕ່ເມື່ອຫຼຽວເບິ່ງຖ້ວຍຂອງທ້າວສັນ ເສັ້ນໝີ່ເຫຼືອງຫຼຽວໜິ່ງ ເປັນເສັ້ນຄົງສະພາບໜ້າຣັບປະທານ ນາງວີນາ ຈຶ່ງຖາມທ້າວສັນວ່າ. - ວີນາ : ອ້າຍສັນ ແມ່ນຫຍັງນີ້. - ສັນ : ໝີ່ເຫຼືອງຫຼຽວໜິງ. - ວີນາ : ຄືຈັ່ງວ່າມຸ່ນເອ້ເລ້ປານຟັກຈັ່ງຊີ້ ຂອງອ້າຍຄືເປັນເສັນບັກງາມໆ - ສັນ : ອ້າຍສັ່ງໃຫ້ເຂົາເຮັດພິເສດໃຫ້ນ້ອງໂດຍສະເພາະ. - ວີນາ : ຄືບໍ່ເອົາສັ້ນຍາວໆ ຄືຂອງອ້າຍເລີຍຊັ້ນນາ. - ສັນ : ເອົາ...ນ້ອງບອກວ່າ ມັກແນ່ແນວສັ້ນໆ ບໍ່ມັກຍາກມັກຍາວ ອ້າຍກະນຶກວ່ານ້ອງຄົງຊິບໍ່ມັກເສັ້ນໝີ່ຍາວໆ ຢ້ານນ້ອງກິນຢາກ. - ວີນາ : .....ອືໆໆໆ ..ໄດ້ແຕ່ນຶກໃນໃຈ (ຮ່າໆໆເຮີຍໆໆເຫັນວ່າກະດາຍ ມັກສັ້ນແຕ່ບາງຢ່າງດອກ ແນວຍາວໆ ບາງອັກກະມັກຢູ່ ອູ້ອູ່)......
|
ຂຽນເມື່ອ: ກ.ພ.. 20, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
- ທີ່ບ້ານເດື່ອ ເມືອງໂຂງ ແຂວງຈຳປາສັກ, ຕອນປົດປ່ອຍໃໝ່ປີ ໑໙໗໕ ທະຫານອ້າຍນ້ອງຈຳນວນໜຶ່ງໄດ້ມີຄຳສັ່ງໃຫ້ໄປປະຈຳການທີ່ຫົວບ້ານເດື່ອ ທະຫານອ້າຍນ້ອງ ທັງໝົດລ້ວນແຕ່ເປັນຄົນຕ່າງຖິ່ນ ຈຶ່ງບໍ່ຮູ້ວ່າທີ່ເຂົາຈອດເຮືອນັ້ນ ແມ່ນບ້ານເດື່ອບໍ ? ພໍດີເຂົາເຫັນເດັກນ້ອຍຈຳນວນໜຶ່ງກຳລັງເຫຼັ້ນນ້ຳຢູ່ ຈຶ່ງຮ້ອງຖາມເດັກນ້ອຍວ່າ : - ທະຫານອ້າຍນ້ອງ : ພວກນ້ອງໆທັງຫຼາຍ ໃຫ້ອ້າຍຂໍຖາມແນ່ ? - ເດັກນ້ອຍ : ຊິຖາມຫຍັງກະຖາມໂລດ ? - ທະຫານອ້າຍນ້ອງ : ຄືວ່າ ນີ້ແມ່ນບ້ານເດື່ອບໍ ? - ເດັກນ້ອຍ : ບໍ່ແມ່ນດອກ. - ທະຫານອ້າຍນ້ອງ : ຄັນຊັ້ນ ພວກນ້ອງຮູ້ບໍວ່າ ບ້ານເດື່ອຢູ່ໃສ ? - ເດັກນ້ອຍ : ຮູ້...ຢູ່ເທິງບ້ານພຸ້ນ. - ທະຫານອ້າຍນ້ອງ : ເທິງໃສ ? - ເດັກນ້ອຍ : ກະຂຶ້ນໄປເທິງຫັ້ນແລ້ວ. - ທະຫານອ້າຍນ້ອງ : ພວກນ້ອງບອກວ່ານີ້ບໍ່ແມ່ນ ບໍ່ແມ່ນບ້ານເດື່ອວ່າງກີ້ນັ້ນເດ. - ເດັກນ້ອຍ : ແມ່ນແລ້ວ ນີ້ບໍ່ແມ່ນບ້ານເດື່ອ ອັນນີ້ມັນທ່ານ້ຳ ສ່ວນບ້ານເດື່ອຢູ່ເທິງພຸ້ນ,
(ອັນນີ້ກະແມ່ນການຫຼິ້ນສຳນວນ ສັງເກດ "ນີ້ແມ່ນບ້ານເດື່ອບໍ ?" ເບິ່ງ "ນີ້")
|
ຂຽນເມື່ອ: ກ.ພ.. 20, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
ທີ່ບ້ານເດື່ອ ເມືອງໂຂງ ແຂວງຈຳປາສັກ ພໍ່ຄ້າຫາເລາະຊື້ລູກໝູ ເມື່ອໄປຮອດເຮືອນຫຼັງໜຶ່ງ ເຫັນລູກໝູເຕັມເດິ່ນບ້ານຈຶ່ງເຂົ້າໄປຖາມເຈົ້າຂອງເຮືອນຫັຼງນັ້ນ, ເມື່ອຍ່າງພົ້ນ ປະຕູບ້ານເຂົ້າໄປ ກໍເຫັຣແມ່ເຖົ້າ ກຳລັງນັ່ງເຂັນຝ້າຍຢູ່ຊານ ຈຶ່ງຮ້ອງຖາມຂຶ້ນໄປຖາມແມ່ເຖົ້າວ່າ: - ພໍ່ຄ້າຊື້ໝູ : ແມ່ເຖົ້າມີລູກໝູນ້ອຍບໍ ? - ແມ່ເຖົ້າ : ບໍ່ມີດອກລູກ. - ພໍ່ຄ້າຊື້ໝູ : (ສົງໄສ ເຫັນລູກໝູນເຕັມເດີ່ນບ້ານ ຈັ່ງໃດຈຶ່ງວ່າບໍ່ມີ) ເຕັມເດິ່ນບ້ານນີ້ເດ ບໍ່ແມ່ນຂອງແມ່ເຖົ້າບໍ ? - ແມ່ເຖົ້າ : ແມ່ນຂອງແມ່ຫັ້ນແລ້ວລູກ, ແຕ່ມັນບໍ່ແມ່ນລູກໝູນ້ອຍໃດ໋ ທັງໝົດນັ້ນລ້ວນແຕ່ແມ່ນລູກໝູໃຫຍ່ທັງໝົດໃດ໋ລູກ (ແມ່ເຖົ້າເວົ້າກໍເຂັນຝ້າຍໄປເສີຍ). - ພໍ່ແຄ້າຊື້ໝຼ : .........................
(ລັກສະນະເຊັ່ນນີ້ ເຂົາວ່າຫຼິ້ນຄຳ ຫຼືວ່າຫຼິ້ນສຳນວນ)
|
ຂຽນເມື່ອ: ມ.ກ.. 9, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
(ບົດອ່ານມ່ວນຊວນຫົວເຣື່ອງນີ້ໄດ້ ໄດ້ແຕ່ງ ແລະດັດແປງມາຈາກເຣື່ອງຣາວທີ່ເຂົາສົນທະນາກັນໃນສະພາກາເຟ ເຊິ່ງກຳລັງ ຮີດທີ່ສຸດໃນປັດຈຸບັນ ເຣື່ອງຣາວເປັນຈັ່ງຊີ້) ກ່າວກັນວ່າ ຍາແມ່ສີເມືອງ ຫຼືວັດສີເມືອງນັ້ນ, ພີ່ນ້ອງຊາວໄທຍ໌ນິຍົມນັບຖືເປັນຢ່າງຍິ່ງ ເຂົາເຊື່ອກັນວ່າຍາແມ່ສີເມືອງ ນັ້ນສັດສິດຂໍຫຍັງກໍມັກຈະໄດ້ດັ່ງໃຈປາດຖະໜາ. ຕອນມາແຂ່ງຂັນກິລາຊີເກມນັ້ນ ຫົວໜ້າທິມນັກກິລາທິຊາດໄທຍ໌ ໄດ້ພານັກກິລາຈາກນວນໜຶ່ງໄປບະບົນ ຂໍພອນ ກັບ ຍາແມ່ສີເມືອງ, ຜົນປາກົດວ່ານັກກິລາທິມຊາດໄທຍ໌ ຜິດບໍ່ໄດ້ຕາມເປົ້າໝາຍແຖມ ຫຼຽນທີ່ໄດ້ໂດຍສະເພາະ ຫຼຽນທີ່ຍາກໄດ້ນັ້ນກັບຫຼຸດເປົ້າໝາຍ ທັງຫຼຸດສະຖິຕິຊ້ຳ, ແຕ່ຄວາມເຊື່ອຂອງຊາວໄທຍ໌ ກໍເໝືອນກັນກັບພີ່ນ້ອງຊາວ ລາວເຮົານີ້ແລ້ວ ເມື່ອບະບົນແລ້ວ ກໍຕ້ອງແກ້, ເມື່ອເປັນເຊັ່ນນັ້ນ ຈຶ່ງເຂົ້າໄປຫາໝໍເຂົ້າຊົງຍາແມ່ສີເມືອງ ແລ້ວຖາມ ວ່າ: ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ເອີ..ຜົມມາຂໍປຶກສານຳຍາແມ່ນີ້, ຄືວ່າພວກເຣົາມາຂໍພອນກັບຍ່າແມ່ສີເມືອງ ເພື່ອ ຂໍພອນ ເພື່ອໃຫ້ໄດ້ຫຼຽນເຍີະເກີນກຳນົດໄວ້ ແຕ່ປາກົດວ່ານອກຈາກໄມ່ໄດ້ຕາມເປົ້າທີ່ຂໍແລ້ວ, ກິລາບາງປະເພດຍັງ ເສັຍເສັຍອີກ, ໂດຍສະເພາະກິລາຟຸດບອນຂອງເຣົາຕົກຣອບແຣກເລີຍ, ສະແດງວ່າຢ່າແມ່ໄມ່ໄດ້ຊ່ວຍພວກເຮົາ, ແລ້ວຈະໃຫ້ເຣົາທຳຍັງໄງ, ຈະແກ້ໃຫ້ພວກເຣົາແກ້ບົນໄໝຄລັບ. ໝໍເຂົ້າຊົງຢາແມ່ສີເມືອງ: ເອີ…ຕາມທີ່ເຄີຍ ແລະຕາມຄວາມເຊື່ອແລ້ວ ຄັນໄດ້ບະບົນແລ້ວກໍຕ້ອງແກ້ຫັ້ນແລ້ວ ມັນຈຶ່ງຖືກ; ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ແລ້ວຈະໃຫ້ແກ້ຍັງໄງ ເມື່ອຂໍແລ້ວໄມ່ໄດ້ດັ່ງທີ່ຂໍລະ ? ໝໍເຂົ້າຊົງຢາແມ່ສີເມືອງ: ແລ້ວທ່ານຂໍຫຍັງລະ ? ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ກໍເຣົາຂໍໃຫ້ຍາແມ່ຊ່ວຍໃຫ້ໄດ້ຫຼຽນທອງເກີນຄາດໝາຍໄງລະ. ໝໍເຂົ້າຊົງຢາແມ່ສີເມືອງ: ແລ້ວກະໄດ້ເກີນຄາດໝາຍບໍ່ຊັ້ນນ່າ. ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ໄມ່ໄດ້ດັ່ງຂໍເລີຍຄລັບ ແຖມຫຼຸດຄາດໝາຍອີກ. ໝໍເຂົ້າຊົງຢາແມ່ສີເມືອງ: ເອົາວ໌ ແລ້ວເວລາຂໍຫັ້ນ ທ່ານຂໍຈັ່ງໃດລະ. ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ພວກເຣົາຂໍໃຫ້ຍາແມ່ຊ່ວຍໃຫ້ທິມຊາດໄທຍ໌ໄດ້ຫຼຽນທອງມາຄອງເຍີະໆ. ໝໍເຂົ້າຊົງຢາແມ່ສີເມືອງ: ແມ່ຍິນວ່າທິມຊາດໄທຍ໌ໄດ້ຫຼາຍກວ່າເພີ່ນບໍ່ແມ່ນບໍ ? ປະມານ ໓໐໐ ກວ່າຫຼຽນພຸ້ນວ່າຊັ້ນ ? ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ໄມ່ໃຊ່ນັ້ນມັນເປັນຫຼຽນທອງແດງ ໄມ່ໃຊ່ຫຼຽນທອງ. <ໝໍເຂົ້າຊົງຢາແມ່ສີເມືອງ: ເອີ…ນັ້ນແລ້ວຫຼຽນທອງ ທີ່ຍາແມ່ເຂົ້າໃຈ, ເພາະຄຳວ່າທອງໃນພາສາລາວມັນກະມີທອງ ເຫຼືອງ, ທອງແດງ, ທອງດຳ, ທອງນາກ ເທົ່ານັ້ນ, ສ່ວນຫຼຽນຄຳນັ້ນ ທາງລາວບໍ່ວ່າຫຼຽນທອງ, ຈະວ່າຫຼຽນຄຳ ຫຼືຈະໃຊ້ຄຳວ່າຫຼຽນທອງຄຳກໍຍັງພໍເຂົ້າໃຈ, ທີ່ບອກວ່າຢ່າໄດ້ຫຼຽນທອງ ຍາແມ່ກໍໃຫ້ແລ້ວ, ຂໍເພີ່ນເທົ່າໃດ ? ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ຂໍປະມານ ໑໓໐ ຫຼຽນ. ໝໍເຂົ້າຊົງຢາແມ່ສີເມືອງ: ຍາແມ່ເພີ່ນກໍໃຫ້ເກີນເປົ້າແລ້ວເດີ ຂໍ ໑໓໐ ເພີ່ນໃຫ້ຕັ້ງ ໓໐໐ ກວ່າຫຼຽນ. ຫົວໜ້າຜູ້ບໍຣິຫານທິມຊາດໄທຍ໌: ອໍ່…ເອົາຢ່າງງັ້ນເຫຣີ…(ນີ້ນໍເຣົາໄມ່ເຂົ້າໃຈພາສາລາວ ກໍເສັຍຜົນປະໂຫຍດຍັ່ງງີ້ ໜໍ ?) ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ມ.ກ.. 6, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ກ.ຍ.. 27, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ທ້າວແກ້ວລາວເຮັດວຽກອາສະໝັກ ຊ່ວຍເຫຼືອບັນເທົາຄວາມທຸກຍາກ, ວັນໜຶ່ງລາວໄດ້ລົງໄປທ້ອງຖິ່ນ ເພື່ອ ຊ່ວຍເຫຼືອປະຊາຊົນ, ເປັນເວລາຫຼາຍວັນແລ້ວທີ່ ອາສາສະໝັກມາບ້ານເຮົາ ທ້າວບຸນເດັກນັກຮຽນຊັ້ນປໍ ໓ ລາວ ສັງເກດເຫັນວ່າ ອາສາສະໝັກເຫຼົ່ານີ້ ເຂົາຕື່ນສວາຍ, ຕົກຍາມເຊົ້າຍາມແລງ ບໍ່ເຫັນເຂົາເຂົ້າຄົວ ຊ່ວຍເຈົ້າເຮືອນ ຄົວກິນ, ລົງທ່າຊ່ວຍປະຊາຊົນຫົດຜັກຫົດຫຍ້າ, ວັນນັ້ນກັບມາແຕ່ໂຮງເໝື່ອຍໆ ກໍເຫັນພາເຂົ້າບໍ່ທັນລ້າງຖິ້ມຊະຢູ່ ຊານເຮືອນ ທ້າວບຸນລາວກໍເກັບເອົາໄປລ້າງທ້າວແກ້ວ ກໍຢ່າງໄປຫາທ້າວບຸນແລ້ວຖາມວ່າ. ທ້າວແກ້ວ: ບຸນນ້ອງເຮັດຫຍັງ ? ທ້າວບຸນ: ລ້າງຖ້ວຍ. ທ້າວແກ້ວ: ນ້ອງດີເນາະລ້າງຖ້ວຍກະເປັນ ? ທ້າວບຸນ: ນ້ອງເຮັດມາແຕ່ຈື່ຄວາມໄດ້. ທ້າວແກ້ວ: ຍັງດີກວ່າອ້າຍ ລ້າງຖ້ວຍບໍ່ເປັນເລີຍ. ທ້າວບຸນ: ແມ່ນຊັ້ນບໍ ? ທ້າວແກ້ວ: ແມ່ນ…ຕັ້ງແຕ່ອ້າຍເກີດມາ ບໍ່ເຄີຍລ້າງຖ້ວຍຢ່າງແມ່ຈະ ເປັນຄົນເຮັດເອງໝົດ. ທ້າວບຸນ: ສົມພໍດອກ ເປັນເວລາສິບວັນແລ້ວ ບໍ່ເຫັນອ້າຍເຮັດຫຍັງຊ່ວຍ ປະຊາຊົນເລີຍ, ເປັນອາສາສະໝັກນີ້ດີເນາະ ເຮັດຫຍັງບໍ່ເປັນເລີຍ.
|
ຂຽນເມື່ອ: ກ.ຍ.. 21, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
- ທີ່ປາກເຊ ທ້າວແກ້ວໄດ້ເອົາເມັຍໄປຂໍຂະມາແມ່ຍ່າ, ວັນນັ້ນ ມີຄົນມາເຮືອນຫຼາຍຄົນ ພໍດີແມ່ຍ່າຕ້ອງການຈອກ ຈຶ່ງບອກໃຫ້ຄົນເອົາມາໃຫ້ ພໍງວາກໄປ ເຫັນລູກສະໃພ້ ຈຶ່ງຮ້ອງຖາມອອກໄປວ່າ. - ແມ່ຍ່າ: ອີນາງ ມີຈອກບໍ ? - ລູກສະໃພ້: ໂດ່ຍ......ມີ່ໂອ໋. - ແມ່ຍາ: ເອີ.....ໂອກະເອົາລູກ ເອົາມາໂລດ. - ລູກສະໃພ້ເອົາຈອກມາໃຫ້ ແມ່ຍາ. - ແມ່ຍ່າ: ເອ໊...ບອກວ່າມີໂອ ຄືຈັ່ງວ່າເອົາຈອກໃຫ້ລະ - ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ກ.ຍ.. 20, 2009
| ມີ
0 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ກ.ຍ.. 20, 2009
| ມີ
0 ຄຳເຫັນ
ແລະ
0 trackback(s)
- ນາງສີໄປຮຽນຢູ່ປະເທດຈີນ ວັນໜຶ່ງລາວຢາກໄດ້ຟອນຕ໌ພາສາລາວໄປລົງໃນເຄື່ອງຄອມພິວເຕໃໝ່ຂອງລາວ ເຊິ່ງລາວກຳລັງຊື້ນັ້ນ ທີ່ຈິງຟອນຕ໌ລາວໃນ ຄອມພິວໃນນັ້ນກໍມີແລ້ວ ແຕ່ລາວຢາກໄດ້ອີກ ເນື່ອງຈາກລາວຈະເອົາໄວ້ໄປອອກແບບຮູບກຣາຟິກຕ່າງໆ ທີ່ລາວສຶກສາຢູ່, ລາວຄິດເຫັນແຕ່ ແຟນຂອງລາວ ທີ່ຢູ່ເມືອງລາວ ທີ່ພໍຊ່ວຍເຫຼືອໄດ້ລາວກໍຈັດການສົ່ງ ອີແມລໄປຫາແຟນລາວທັນທີ ເຊິ່ງມີເນື້ອໃນຕອນໜຶ່ງຂອງຈົດໝາຍອີກເລັກໂຕນິກວ່າ:
- ເອີອ້າຍແກ້ວ ນ້ອງໄດ້ຊຶ້ຄອມໃໝ່ ນ້ອງມີຄວາມຈຳເປັນຢາກໄດ້ຟ້ອນລາວຫຼາຍແບບມາໄວ້ ຄັນອ້າຍມີຟ້ອນລາວແບບງາມ ຫຼືເຫັນມີຢູ່ໃສແລ້ວລວບ ລວມສົ່ງມາທາງອີເມລ ໃຫ້ນ້ອງແນ່.....(ເນື້ອຄວາມອີເມລເປັນຈັ່ງຊີ້).
- ເມື່ອທ້າວແກ້ວເບິ່ງອີເມລ ກໍເຫັນຈົດໝາຍຈາກແຟນ ກໍຈັດການເປິດອ່ານເບິ່ງເນື້ອຄວາມຕ່າງໆແລ້ວ ເຂົ້າໃຈວ່າແຟນຂອງຕົນຕ້ອງການຟ້ອນລາວແບບ ຕ່າງໆ ກະພໍດີທີ່ທ້າວແກ້ວມີ ວີຊີດີ ຟ້ອນມະໂລລາ, ຟ້ອນດອກບົວທອງ ແລະອື່ນໆ ທີ່ຊີ້ມາກໍຈັດການແປງເປັນເອັມພີສີ່(MP4) ສົ່ງໄປທາງອີແມລທັນທີ, ນາງສີເມື່ອເປີດເບິ່ງຈົດໝາຍທາງອີເມລຂອງແຟນທີ່ສົ່ງໄປໃຫ້ນັ້ນ ເຕັມແຕ່ບົດຟ້ອນຕ່າງໆ ກໍເກີດຄວາມສົງໄສຈຶ່ງ ເປີດແຊັຕໂລມກັນທາງສະກາຍ ທັນທີ ນາງສີຈຶ່ງ ຖາມທ້າວແກ້ວວ່າ.
- ນາງສີ: ເອີ.....ອ້າຍແກ້ວນ້ອງຢາກໄດ້ຟ້ອນລາວ ອ້າຍຄືບໍ່ສົ່ງມາໃຫ້ແນ່ ຫຼືວ່າບໍ່ມີບໍລະ ? - ທ້າວແກ້ວ: ກະດ່ຽວວ່າອ້າຍສົ່ງໄປບໍ່ແມ່ນບໍ ? ມີແຕ່ບົດຟ້ອນງາມໆ ນ້ອງບໍ່ໄດ້ຮັບຊັ້ນບໍ ? - ນາງສີ: ບໍ່ມີໜາອ້າຍ. - ທ້າວແກ້ວ: ບ໊ະ ເປັນໄປບໍ່ໄດ້ດອກ ອ້າຍແປງເປັນເອັມພີສີ່ຈົບເຈືອ ສົ່ງໄປຕັ້ງຫຼາຍບົດຟ້ອນ, (ບ້ອຍແຕ່ຍິນວ່າເອັມພີສີ່ເທົ່ານັ້ນເອງນາງສີສະເດືອກຮູ້ທັນ ທີ). - ນາງສີ: ເອີ....໕໕໕໕໕໕໕ ອ້າຍສົ່ງເອັມພີສີ່ບົດຟ້ອນນີ້ບໍມາ. - ທ້າວແກ້ວ: ເອີ ແມ່ນແລ້ວ ເຫັນແລ້ວບໍລະ. - ນາງສີ: ໂອ້ຍ.......ສົມພໍດອກເປີດອີເມລໃດ ກະມີແຕ່ບົດຟ້ອນໆ ທີ່ແທ້ມັນແມ່ນຄົນລາວຟ້ອນນີ້ນໍ ? ບໍ່ແມ່ນຟ້ອນ ໕໕໕໕໕໕໕໕໕໕ - ທ້າວທ້າວ: ຟ້ອນອີຫຍັງອີກລະ ? - ນາງສີ: ຟ້ອນອັກສອນລາວຫັ້ນນ່າ................ - ທ້າວແກ້ວ: ເອີ.........ຫ່າເຮີຍ ນຶກວ່າວ່າ ຟ້ອນໆໆໆໆ ທີ່ແທ້ມັນແມ່ນຟອນຕ໌ນີ້ເອງ ຫ່າໆໆໆໆໆໆໆໆໆໆໆໆ.
|
ຂຽນເມື່ອ: ກ.ຍ.. 8, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ກ.ຍ.. 4, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ກ.ຍ.. 1, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
- ກ່ອນຊິເລົ່ານິທານກ້ອມ ຂໍແຈ້ງການໃຫ້ຮູ້ກ່ອນ ຄື ທີ່ວຽງຈັນ ວັນທີ ໑ ກັນຍາ ຝົນຕົກແຮງເລີ່ມເວລາ ໐໙:໐໐ ໂມງກົງ, ນິທານນີ້ກ້ອມທີ່ສຸດຊິເວົ້າໃຫ້ຟັງ ອ່ານເອົາເອງເດິ. ------------ - ທ້າວແກ້ວລາວໄປຫາປາທີ່ຫ້ວຍກຸດ ພໍດີລາວໄປເຫັນແຂ້ຫາງກຸດ ກໍເລີຍສຸດເທົ່ານັ້ນຈ້ອຍ.....(ອິອິອິ)
|
ຂຽນເມື່ອ: ສ.ຫ.. 28, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
ອ້າຍຮັກນ້ອງເໜືອກວ່າຊີວິດ ທ້າວແກ້ວ: ພາດຫວັງ ກັບນາງຕິີ໋ມແລ້ວ ເຮັດໃຫ້ທ້າວແກ້ວອົກຫັກຈົນດາມບໍ່ໄດ້ ທ້າວຈຶ່ງໄດ້ແກ່ກິນເຫຼົ້າ ເພື່ອຫັກ ຫ້າມໃຈໃຫ້ລືມຕິ໋ມ, ໝູ່ກອງສອງຊັ້ນ ຜູ້ຮ່ວມອຸດົມການເຫັນແລ້ວ ກໍນຶກສົງສານ ໄປຊອກຫາກສາວຄົນງາມ ແລະມີນິໄສເໝືອນ ນາງຕິ໋ມ ມາໃຫ້ທ່າວແກ້ວເລືອກ, ຈັ່ງແມ່ນຟ້າປະທານ ແລະສົງສານທ້າວແກ້ວ ໝູ່ລາວເລືອກສາວມາໃຫ້ ຈັ່ງແມ່ນເໝືອນສາວ ຕິ່ມສຸດທີ່ຮັກຂອງແກ້ວ ເກືອບໝົດທຸກຢ່າງ ວ່າແຕ່ທ້າວແກ້ວເຫັນແລ້ວກໍຊູນໃຈເໝືອນກັບໄຟຊ໊ອດ, ທ້າວແກ້ວມີຈຸດອ່ອນອັນໜຶ່ງ ຄື ວ່າເປັນຄົນຮັກບໍ່ກ້າບອກ, ເມື່ອຄົບກັນໄດ້ຫຼາຍວັນແລ້ວ ທ້າວແກ້ວຕັດສິນໃຈບອກຮັກສາວໝວຍ ຜູ້ມາໃໝ່ນີ້ ແຕ່ຕ້ອງໄປກິນເຫຼົ້າ ຍ້ອມໃຈສາກ່ອນ, ວັນນັ້ນຟ້າຂາວ ດາວສະຫວ່າງໄດ້ໂອກາດເໝາະ ຊັດເຫຼົ້າໄປຫຼາຍຈອກຈົນເກືອບເມົາ ເວົ້າຈາຕ່າງສຽງ ຄົນແລ້ວທ້າວແກ້ວໄປຫານາງໜວຍເຖິງເຮືອນ ໄດ້ໂອກາດຈຶ່ງບອກນາງວ່າ: ທ້າວແກ້ວ: ໝວຍ………ອ້າຍມີເລື່ອງເວົ້າກັບນ້ອງ, ຄົງຊິບໍ່ວ່າຫຍັງຕິ. ນາງໝວຍ: ເວົ້າໂລດ. ທ້າວແກ້ວ: ອ້າຍຮັກນ້ອງເໜືອກວ່າຊີວິດອ້າຍ. ນາງໝວຍ: ອືມ໌….ນ້ອງຮູ້ແລ້ວ. ທ້າວແກ້ວ: (ສົງໄສຕາມເຄີຍ ເພາະສາວໝວຍບໍ່ໄວ້ລາຍຈັກດີ້) ນ້ອງຄືຮູ້ໄວແທ້. ນາງໝວຍ: ເທົ່າທີ່ນ້ອງຮູ້ມາ….ອ້າຍກິນເຫຼົ້າຈົນເມົາທຸກວັນ, ວັນນີ້ ອ້າຍກັບນ້ອງນັ່ງຫ່າງກັນເປັນວາ ກໍຍັງເໝັນ ກິ່ນເຫົ້ຼາສະເອືອນ, ສະແດງວ່າອ້າຍບໍ່ຮັກອ້າຍເອງ ໄປຫາທ່ຽວແຕ່ຮັກໝູ່, ນ້ອງຈຶ່ງເຊື່ອ ຄຳອ້າຍ.
|
ຂຽນເມື່ອ: ສ.ຫ.. 27, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
ອ້າຍຮັກນ້ອງຍິ່ງກວ່າຊິວິດອ້າຍ ທ້າວແກ້ວ ຮັກນາງຕິິີ໋ມຈົນໝົດໃສ້ໝົດພຸງ ແຕ່ບໍ່ກ້າບອກ ເພາະອາຍ(ລັກຮັກ-ຢ່າແອບຮັກ), ທ້າວແກ້ວຫາວິທີບອກກັບນາງຕີ໋ມ ຫຼາຍຈຶ່ງຕັດສິນໃຈຂໍເງິນແມ່ໄປຊື້ໂທຣະສັບ ເພື່ອນາງໂດຍສະເພາະ ວ່າແຕ່ຊື້ແລ້ວກໍໂທຫານາງເປັນຄົນແຮກເລີຍ ເພາະໄດ້ເບີກັບໝູ່ຂອງ ນາງມາກ່ອນແລ້ວ. ທ້າວແກ້ວ: ຮັນໂຫຼ….ຕິ໋ມບໍ ? ນາງຕີິ໋ມ: ໂຫຼຍ…ໃຜຫັ້ນ. ທ້າວແກ້ວ: ໜີ້ອ້າຍແກ້ວໜາໜີ້ໜາ ນ້ອງຕ໋ິມ, ເບີໂທຣທີ່ປາກົດແມ່ນເບີ້ອ້າຍເດີບັນທຶກໄວ້ແນ່ ອ້າຍຊື້ໂທຣະສັບເພື່ອນ້ອງໂດຍສະ ເພາະໃດນີ້. ນາງຕີິ໋ມ: ໂຫຼຍ…ມີຫຍັງເບ໊າະອ້າຍ. ທ້າວແກ້ວ: ຟັງດີໆໆນະຕິ່ມ ອ້າຍຊິບອກ. ນາງຕີິ໋ມ: ໂຫຼຍ…ວ່າມາໂລດ. ທ້າວແກ້ວ: ອ້າຍຮັກນ້ອງຍິ່ງກວ່າຊີວິດຂອງອ້າຍເລີຍ ນ້ອງເຊື່ອບໍ ? ນາງຕີິ໋ມ: ໂຫຼຍ…ເຊື່ອແລ້ວ(ທ້າວແກວ້ສົງໄສ ບ໊ະຄືເຊື່ອໄວແທ້ຫວ້ະ) ທ້າວແກ້ວ: ນ້ອງຄືເຊື່ອໄວແທ້. ນາງຕີິ໋ມ: ນ້ອງເຊື່ອອ້າຍໂລດ, ເພາະນັບແຕ່ນ້ອງເຫັນອ້າຍມາ ບໍ່ເຫັນອ້າຍເຮັດຫຍັງເລີຍ, ຮຽນກະບໍ່ຮຽນ, ເຮັດວຽກກະບໍ່ເຮັດ, ແຕ່ລະວັນ ນ້ອງເຫັນອ້າຍມີແຕ່ຂີ່ລົດຫຼິ້ນ ໄປໝົດມື້ໝົດເວັນ, ອ້າຍຄົງບໍ່ຮັກຊີວິດຂອງອ້າຍແນ່ນອນ ນ້ອງເຊື່ອ. ທ້າວແກ້ວ: ອໍ້…………….(ປິດສາຍ)
|
ຂຽນເມື່ອ: ສ.ຫ.. 23, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
- ວັນນັ້ນເດັກນ້ອຍຫຼາຍ ຄົນໄປທ່ຽວພຣະທາດຫຼວງ ເຫັນພຣະທາດຫຼວງແລ້ວເກີດຄວາມຄິດຂຶ້ນມາ ເດັດນ້ອຍຄົນທີ ໑ ຊື່ທ້າວແກ້ວ ໑. ທ້າວແກ້ວ: ໃຜຮູ້ວ່າພຣະທາດຫຼວງເປັນສັນຍາລັກຂອງຫຍັງ ? ໒. ທ້າວສັນ: ເປັນສັນຍາລັກຂອງກະທູບຈູດໄຫວ້ພຣະ. ໓. ທ້າວກຸ: ເວົ້າໄປທົ່ວທີບ ຊິມີຈັກເທື່ອ. ໔. ທ້າວສັນ: ແມ່ເຮົາເປັນຄົນຂາຍເອງ ຂາຍດິບຂາຍດີບໍ່ຢອກ, ໕. ທ້າວກຸ: ເປັນສັນຍາລັກຂອງຖົງຢາງລາວ, ໖. ທ້າວແກ້ວ: ຖົງຢາງຫຍັງ. ໗. ທ້າວສັນ: ຖົງຢາງໃສ່ຂອງກິນນີ້ແລ້ວ ແມ່ເຮົາມາແຕ່ຕະຫຼາດ ມາຫໍ່ຖົ່ວດິນຂາຍຕະຫຼອດ. ໘. ທ້າວສ້ອຍ: ບ້າ...ມັນບໍ່ແມ່ນດອກ ມັນເປັນສັນຍາລັກໄມ້ຈີ້ມແຂ້ວລາວ. ໙. ທ້າວສັນ: ໝໍສ້ອຍນີ້ແຮ່ງເວົ້າໄປທົ່ວທີບ, ມີຢູ່ໃສລະ ? ໑໐. ທ້າວສ້ອຍ: ມີ...ແຕ່ດຽວນີ້ ຄືບໍ່ມີແລ້ວ ສົງໃສໂຮງງານເຈັ້ງໄປແລ້ວ. ໑໑. ທ້າວອອນ: ພຣະທາດຫຼວງນີ້ເປັນຍາລັກຂອງກາຊາດ. ໑໒. ທ້າວສ້ອຍ: ແມ່ນຊັ້ນບໍ ? ໑໓. ທ້າວແກ້ວ: ໂອ່ຍ....ອັນນີ້ຮັບຮອງວ່າແມ່ນ ເພາະເຫັນຢູ່ໃນໝວກພໍ່ເຮົາ. ໑໔. ທ້າວກົງ: ພຣະທາດຫຼວງເປັນສັນຍາລັກຂອງພຸດທະເຈົ້າ ແລະພຸດທະສາສະໜາ, ໑໕. ທ້າວແກ້ວ: ເອີ....ອັນນີ້ ກະແມ່ນຄືກັນ ເພາະທຸກໆ ປີເຮົາກໍບຸນທາດຫຼວງ. ໑໖. ທ້າວສຸກ: ຂອງເຮົາແຫ່ງຄັກ, ໑໗, ເດັກທັງຫຼາຍງວກໄປຍັງທ້າວສຸກຄົນດຽວແລ້ວພ້ອມກັນເວົ້າວ່າ : ຄັກຈັ່ງໃດ ? ໑໘. ທ້າວສຸກ: ພຣະທາດຫຼວງເປັນສັນຍາລັກຂອງເບັຍລາວ. ໑໙. ເດັກທັງຫຼາຍ: ເຫັນຢູ່ໃສ ? ໒໐, ທ້າວສຸກ: ເຈົ້າບໍ່ເຫັນບໍ ຢູ່ຄໍແກ້ວເບັຍຫັ້ນ. ໒໑. ທ້າວແກ້ວ: ແລ້ວພວກເຮົາຊິຕົກລົງກັນວ່າ "ພຣະທາດຫຼວງສັນຍາລັກຂອງອີ່ສັງລະ". ໒໒. ເດັກນ້ອຍທັງຫຼາຍພ້ອມກັນ: ເປັນຫຍັງກະຊ່າງຫົວມັນເຖີດ ສຸດແລ້ວແຕ່ຜູ້ໃຫຍ່ເພິ່ນເທາະ.
|
ຂຽນເມື່ອ: ສ.ຫ.. 23, 2009
| ມີ
11 ຄຳເຫັນ
ແລະ
0 trackback(s)
ທ້າວສີ ທ້າວສັນໂສກັນ - ສີ: ສັນກິລາສີ່ແກມ ຄັ້ງທີ ໒໓໔ ປີ ໙໐໐໒ ນັ້ນລາວເຮົາໄດ້ຮັບກຽດເປັນເຈົ້າພາບອີກຄັ້ງໜຶ່ງ - ສັນ: ໃຜວ່າ - ສີ: ເຮົານີແລ້ວວ່າ. - ສັນ: ຈັ່ງໃດ ໂຕຈຶ່ງຮູ້. - ສີ: ບໍ່ຮູ້ຈັ່ງໃດເຮົາ ຈົນອອກໂລໂກ້ແລ້ວ. - ສັນ: ໃສ ? - ສີ: ນີ້ເດ - ສັນ:ເອີ...ງາມເນາະ ແຕ່ເຮົາຢາກຕິຈັກໜ່ອຍວ້ະ - ສີ: ຕິຫຍັງ ? - ສັນ: ຄືຈັ່ງວ່າໂຕເອົາອະນຸສາວະລີໃສ່ ຄືບໍ່ໃສ່ພຣະທາດຫຼວງ. - ສີ: ມັນຈຶ່ງບໍ່ຜິດ. - ສັນ: ບໍ່ຜິດຫຍັງ ? - ສີ: ບາດຕໍ່ໄປບໍລິລັດເບັຍອັນໃດອັນໜຶ່ງ ຕ້ອງການເປັນສະປອນເຊີເອົາຮູບໂລໂກນີ້ໄປໃສ່ ມັນຈຶ່ງຊຊິບໍ່ຜິດ ແລະບໍ່ມີໃຜຕິ. - ສັນ: ເອົາພຣະທາດຫຼວງໃສ່ ມັນຊິເປັນຫຍັງມັນຍິ່ງດີຕົວະ ສັນຍາລັກວຽງຈັນ. - ສີ: ອະນຸສາວະລີແຫ່ງສັນຍາລັກຄັກ ໃຜໆ ກໍຢາກມາເຫັນ. - ສັນ: ແຕ່ມັນບໍ່ຄັກຄືພຣະທາດຫຼວງ. - ສີ: ບາດເຮົາເອົາໄປໃສ່ມັນກະຄັນດີ ເບິ່ງແມ໊ະພຣະທາດຫຼວງຫັ້ນສັນຍາລັກຊາດກະປານນັ້ນ, ກະດູກພຣະພຸດທະເຈົ້າກະປານນັ້ນ, ແລະເປັນພຣະທາດຢູ່ກາງວັດທັງສອງວັດ: ບາດເອົາພຣະທາດ ໄປໃສ່ໄວ້ແກ້ວເບັຍ, ພຣະພຸດທະເຈົ້າຊິບໍ່ເມົານຳເຮົາບໍ ? - ສັນ: ອືມ໌ ໜ້າຄິດ......................
|
ຂຽນເມື່ອ: ສ.ຫ.. 22, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
- ຫຼັງຈາກນາຍພານຂອງທ່ານບັກຄວາຍ ໄປພໍ້ທາຊານແລ້ວ ທາຊານກໍບໍ່ຈັກຊິແນະນຳນາຍພານໃຫ້ກັບບ້ານໄດ້ຈັ່ງໃດ ເພາະທາຊານຄົນນັ້ນ ກໍບໍ່ຮູ້ຈັກທາງ ອອກຈາກປ່າມາຕັ້ງແຕ່ຍັງນ້ອຍພຸ້ນ ທາຊານຍັງຂີ້ຮ້າຍກວ່ານາຍພານຊ້ຳອີກບໍ່ເຄີຍເຂົ້າອອກຈາກປ່ານີ້ຈັກເທື່ອ ຈຶ່ງໄດ້ກາຍເປັນທາຊານມາຮອດບັດນີ້, ເມື່ອ ເປັນເຊັ່ນນັ້ນນາຍພານກະຊວນໃຫ້ທາຊານອອກຈາກປ່າໄປດ້ວຍກັນ ຍ້ອນຄວາມຊິນເຄີຍຢູ່ປ່າມາແຕ່ເກີດທາຊານຈຶ່ງ ຂໍຢູ່ປ່ານີ້ຕໍ່ໄປ ມີແຕ່ບອກໃຫ້ນາຍພານ ໄປຍັງດົງອັນກວ້າງໃຫຍ່ ຢູ່ເລິກເຂົ້າໄປຈາກທີ່ນີ້ອີກປະມານ ໓ ໜ່ວຍພູມີ ມີພະລືສີຢູ່ທີ່ນັ້ນ ໃຫ້ນາຍພານໄປຖາມພຣະຣືສີເບິ່ງ ເວົ້າແລ້ວນາຍພານກໍອອກເດີນ ທາງມຸ້ງໜ້າສູ່ສຳນັກຂອງພຣະຣືສີຕາມທີ່ທາຊານບອກ, ເມື່ອໄປຮອດສຳນັກພຣະຣືສີແລ້ວ ນາຍພານກໍນັ່ງລົງຂາບສາມຄັ້ງ ນັ່ງທີ່ຄວນກໍເວົ້ານຳພຣະຣືສືວ່າ: - ນາຍພານ: ນະມັດສະການພຣະຣືສີຂ້ານ້ອຍ. - ພຣະຣືສີ: ເອີ.....ສະບາຍດີລູກ, ເຈົ້າຊັດເຊພພະເນຈອນມາຈາກທີ່ໃດໜໍ ? - ນາຍພານ: ຂ້ານ້ອຍຫົຼງປ່າມາ ຂ້ານ້ອຍ. - ພຣະຣືສີ: ຫະ....ວ່າຈັ່ງໃດນະ, ເວົ້າໃໝ່ເບິ່ງ. - ນາຍພານ: ຂ້ານ້ອຍເດີນທາງອອກມາໂຫ່ສັດກັບທ່ານບັກຄວາຍ ແລະໝູ່ພວກ ກໍເລີຍຫຼົງປ່າ. - ພຣະຣືສີ: ໝາຍວ່າທ່ານຫຼົງປ່າຊັ້ນບໍ ? - ນາຍພານ: ໂດຍຂະນ້ອຍ. - ພຣະຣືສີ: ເອີ.....ນາຍພານເຮີຍ, ອາຕະມາຫຼິງເຫັນເຫດການຂອງລູກແລ້ວ ເຫັນວ່າລູກບໍ່ໄດ້ຫຼົງປ່າເລີຍ, ລູກມາຖືກປ່າແລ້ວ, ລູກມາບໍ່ຜິດປ່າດອກ ນີ້ແລ້ວປ່າ ພໍ່ຢູ່ມາຕັ້ງແຕ່ນ້ອຍພຸ້ນ ຮັບຮອງໄດ້ເລີຍວ່ານີ້ຄືປ່າ ລູກບໍ່ຫຼົງປ່າແນ່ນອນ. - ນາຍພານ:..........................................(????????). ------------------ ນຳມາຈາກໃບລານ ຂອງສາຍເຊລຳເພົາ
|
ຂຽນເມື່ອ: ສ.ຫ.. 21, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
- ທີ່ສຳນັກງານຂັບງື່ມແຂວງວຽງຈັນ ຕັ້ງຢູ່ທ່າລາດ ຫົວໜ້າກຳລັງຈັດແບ່ງງານໃຫ້ໝໍຂັບໄປປະຕິບັດງານຂັບກ່ອມຕາມລາຍການທີ່ຮັບງານໄວ້. - ຫົວໜ້າສຳນັກງານ: ທອງໄສ ກັບແຫວນທອງ ວັນອອກພັນສານີ້ ໃຫ້ພວກເຈົ້ານຳທິມໄປຂັບທີ່ງານບຸນຊ່ວງເຮືອວຽງຈັນເດີ - ໝໍຂັບງື່ມທອງໃສ: ທ່ານຫົວໜ້າ ຄືຊິໃຫ້ໄປໄກແທ້ ໃຫ້ຄົນອື່ນໄປແທນບໍ່ໄດ້ບໍ ? - ຫົວໜ້າສຳນັກງານ: ຜູ້ອື່ນກະມີງານໝົດແລ້ວ ຍັງເຫຼືອແຕ່ເຈົ້າ ແລະຂ້ອຍກະໄວ້ໃຈເຈົ້າ ວ່າງານໃຫຍ່ໆຈັ່ງຊີ້ ກະມິແຕ່ເຈົ້າເທົ່ານັ້ນ ຈັ່ງຊິບໍ່ຂາຍໜ້າ. - ໝໍຂັບງື່ມທອງໃສ: ຂ້ອຍວ່າ ມັນຊິຂາຍໜ້າຫຼາຍກວ່າທ່ານຫົວໜ້າ. - ຫົວໜ້າສຳນັກງານ: ມັນຊິຂາຍໜ້າໄດ້ຈັ່ງໃດ ? ມັນກະມີແຕ່ເຈົ້າເທົ່ານັ້ນເປັນຄົນເກົ່າແກ່ ທັງມີປະສົບການຊິມີໃຜອີກທຽບທານເຈົ້າໄດ້. - ໝໍຂັບງື່ມທອງໃສ: ມັນກະແມ່ນຄວາມຫົວໜ້າຢູ່ ເລື່ອງຂັບນີ້ ນ້ອງບໍ່ຢ້ານດອກ ຢ້ານແຕ່ຜິດບ້ານພານເມືອງເພີ່ນຫັ້ນແລ້ວ. - ຫົວໜ້າສຳນັກງານ: ມັນຊິຜິດຫຍັງ ? - ໝໍຂັບງື່ມທອງໃສ: ທ່ານຫົວໜ້າກະຮູ້ຕະຫວາວ່ານິໄສຂອງນ້ອງເປັນຈັ່ງໃດ ? - ຫົວໜ້າສຳນັກງານ: ນິໄສນ້ອງກະດີແລ້ວເດ ບໍ່ມີບັນຫາຫຍັງໝົດເລີຍ ທີ່ຈະເສື່ອມເສັຍຕໍ່ສຳນັກງານເຮົາໃນໄລຍະຜ່ານມາ, ອ້າຍຮັບປະກັນໄດ້. - ໝໍຂັບງື່ມທອງໃສ: ມັນກະແມ່ນຄວາມທ່ານຫົວໜ້າຢູ່, ແຕ່ມັນມີຈຸດໜຶ່ງທີ່ເປັນຈຸດບົກຜ່ອງຂອງນ້ອງ ຄືກ່ອນຈະຂັບໄດ້ ນ້ອງກໍຕ້ອງໄດ້ລ່ອງເຫຼົ້າຂາວ ກ່ອນ ໒-໓ ຈອກ ຈຶ່ງຂັບໄດ້, ຈຸດນີ້ຕີ ມັນຊິຜິດບ້ານພານເມືອງເພີ່ນຫັ້ນນາ.....!!! - ຫົວໜ້າສຳນັກງານ: ໂອ....ເລື່ອງນັ້ນບໍ່ມີບັນຫາ ນ້ອງກິນຜ່ານມາ ກໍບໍ່ໄດ້ເສັຍວຽກເສັຍງານນີ້ໜ່າ ຫາລະໄປໂລດ ອ້າຍບໍ່ວ່າ. - ໝໍຂັບທອງໃສ: ອ້າຍບໍ່ວ່າ ກະແມ່ນແລ້ວ ແຕ່ມັນຜິດກົດເຂົາໄດ໋ອ້າຍ. - ຫົວໜ້າສຳນັກງານ: ມັນຊິຜິດອີສັງ ລອງມາວ່າເບິ່ງ ? - ໝໍຂັບງື່ມທອງໃສ: ອ້າຍບໍ່ຮູ້ບໍ່ວ່າ ເຂົາປະກາດທົ່ວບ້ານທົ່ວເມືອງວ່າ "ເມົາບໍ່ຂັບ". - ຫົວໜ້າສຳນັກງານ: ຮ່ວຍ...ມັນແມ່ນຊັ້ນບໍ ? ບ໊ະ ສັງມາວ່າຈັ່ງຊັ້ນ ຊາວລ່ອງງື່ມເຮົາ ມັນກະຜິດໝົດບ້ານໝົດເມືອງລະຕິ, ຄັນຍາມເມົາໃດ໋ ຈັ່ງຂັບອອກ. - ຄົນໃນສຳນັກງານທັງໝົດ: ເອີ............ແມ່ນໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ ------------------ ໝາຍເຫດ: ຫາກເອົາໄປພິມເຜີຍແຜ່ໃນສິ່ງພິມອື່ນ ຖືວ່າລະເມີດລະຂະສິດ.
|
ຂຽນເມື່ອ: ສ.ຫ.. 7, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
|
ຂຽນເມື່ອ: ກ.ລ.. 2, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
- ພຣະລາວກັບພຣະໄທຍ໌ວັດດຽວກັນ ທີ່ກຸງເທບ ພຣະໄທຍ໌ມັກຈະຖາມເຖິງເຣື່ອງນັ້ນ ເຣື່ອງນີ້ວ່າມີບໍ ບໍ່ມີບໍ ? ວັນນັ້ນ ຖືກຊາວບ້ານນິມົນ ໄປສັນພັດຕາຫານເພນທີ່ບ້ານ ເຂົາຈັດໃຫ້ພຣະສັນເທິງໂຕ໊ະດ້ວຍຫານຈີນ ເວລາຈະສັນອາຫານເຈົ້າພາບນິມົນພຣະສັນເທິງໂຕ໊ະ ທາງໄທຍ໌ ຮຽກການສັນແບບນີ້ວ່າ ໂຕ໊ະຈີນ, ເມື່ອໄປນັ່ງແລ້ວພຣະໄທຍ໌ກໍຖາມພຣະລາວວ່າ: - ພຣະໄທຍ໌: ທ່ານທີ່ເມືອງລາວ ມີໂຕ໊ະຈີນໄໝ ? - ພຣະລາວ: ບໍ່ມີ. - ພຣະໄທຍ໌: ຕຣະກຣຽບລະ ມີໄໝທີ່ເມືອງລາວ - ພຣະລາວ: ບໍ່ມີ. ພຣະໄທຍ໌ຈຳນວນທັງໝົດ ຕ່າງກໍໂສເລ້ກັນວ່າ ປະເທດເຂົາເປັນປະເທດຄອມມູນິດ ໄມ່ມີຫຼອກຂອງພວກນີ້ ແລະປະເທດເເຂົາເປັນ ປະເທດທີ່ຕິດອັນດັບຈົນທີ່ສຸດໃນໂລກ, ບາງຄົນກໍວ່າໄປຕ່າງໆນາໆ, ຫຼັງຈາກພໍຄົວເສີບອາຫານມາແນ່ແລ້ວ ເຈົ້າພາບກໍນິມົນສັນ ທາງພຣະໄທຍ໌ບາງອົງກໍຈັບໄມ້ທູ່ແບບກຳມີກະມີ ຄີບບໍ່ເປັນກະມີ ບາງອົງບໍ່ໃຊ້ໄມ້ທູ່ເລີຍບອກວ່າໃຊ້ບໍ່ຖະໜັດ ໃຊ້ບ່ວງກັບສ້ອມດີກວ່າ ທາງພຣະລາວຜ່ານຮ້ອຍຫົວເອັດເຈັດຫົວເມືອງ ຂອງຊ່ຳນີ້ບໍຊິໄປອາຍຊາວບ້ານເຂົາ, ພຣະລາວກໍເອົາໄມ້ທູ່ໄປຄີບໝາກຖ່ົວດີ, ໝາກແຄວ້ງ ແກ່ນໝາກມ່ວງຫິມມະພານຂົ້ວ, ແລະໝາກໄມ້ໜ່ວຍມົນໆ ນ້ອຍໆມາໃສ່ປາກເສີຍເຮັດໃຫ້ພຣະໄທຍ໌ທັງຫຼາຍ ທັງຕົກຕລຶງແລ້ວພາກັນ ຖາມວ່າ: - ພຣະໄທຍ໌: ຫຼວງພີ່ລາວ - ພຣະລາວ: ຫຶ..... - ພຣະໄທຍ໌: ໄໜ.............ທີ່ຖາມວ່າທີ່ລາວໄມ່ມີຕຣະກຣຽບ, ໄມ່ມີໂຕ໊ະຈີນລະ. - ພຣະລາວ: ທີ່ລາວບໍ່ມີຕຣະກຣຽບ ບໍ່ມີໂຕ໊ະຈີນອີຫຼີ. - ພຣະໄທຍ໌: ແລ້ວທຳໄມ່ ທ່ານຖຶງໃຊ້ຕຣະຕຣຽບຄລ່ອງເຫຼືອເກີນ ທຳໃຫ້ພວກເຣົາອາຍເຫຼືອເກີນ. - ພຣະລາວ: ໂອ່....ນີ້ບໍ ທີ່ເມືອງລາວໃຊ້ເລື້ອຍໆ ເກືອບກ່າວໄດ້ວ່າເປັນກິດປະຈຳວັນເລີຍແຫລ້ວເລື່ອງຢ່າງນີ້. - ພຣະໄທຍ໌: ຈິງເຫຼີ.
- ພຣະລາວ: ຈິງແທ້.
- ພຣະໄທຍ໌: ທຳໄມ່ທີ່ຖາມວ່າໄມ່ມີລະ.
- ພຣະລາວ: ບໍ່ມີຕຣະກຣຽບ ແຕ່ມີໄມ້ທູ່, ບໍ່ມີໂຕ໊ະຈີນ ແຕ່ມີໂຕ໊ະໄມ້ຂະຍູງ, ໂຕ້ະໄມ່ດູ່, ໄມ້ແຕະ ທຳນອງນີ້ ຫຼາຍທີ່ສຸດ. - ພຣະໄທຍ໌: ເຣົາເສັຍຫົວໃຫ້ພຣະລາວອີກແລ້ວຄຳລົບສອງ ຊວບສິບຫາຍ ເສັຍໜ້າໝົດເຮົາ ເຂົາຫັນໜ້າຫາກັນເວົາຄ່ອຍໆ ແຕ່ໄດ້ຍິນ.
|
ຂຽນເມື່ອ: ກ.ລ.. 2, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
- ລູງທອງສາເຮັດນຳລັດມາຕັ້ງແຕ່ຣະບອບເກົ່າ ຈົນຮອດລະບອບໃໝ່, ປີ ໒໐໐໕ ພໍດີປີການຂອງພໍ່ຕູ້ທອງສາຄົບອາຍຸບຳນານ ໖໕ ປີເຕັມພໍດີ ພໍ່ຕູ້ທອງສານັບວ່າເປັນພະນັກງານອາວຸໂສຄົນສຳຄັນ ເພາະເປັນຄົນສອງລະບອບ ທາງອົງການຈັດຕັ້ງຈຶ່ງໄວ້ເນື້ອເຊື່ອໃຈ ບໍ່ຢາກໃຫ້ລາວອອກການ ເຖິງວ່າພໍ່ຕູ້ທອງສາຈະເຮັດວຽກໃນລະດັບຕ່ຳກໍຕາມ ແຕ່ກົດໝາຍກຳນົດໄວ້ເຊັ່ນນັ້ນ ແຕ່ຮອດມື້ສິ້ນສຸດປີການ ທາງຫົວໜ້າຫ້ອງການຈຶ່ງຮຽກປະຊຸມຜູ້ທີ່ຈະອອກການ ຮັບບຳນານນັ້ນມາປະຊຸມ, ຫົວໜ້າຫ້ອງການຈຶ່ງກ່າວຂຶ້ນທ່າມກາງທີ່ປະຊຸມວ່າ: - ຫົວໜ້າຫ້ອງການ: ທາງຄະນະຈັດຕັ້ງພວກເຮົາ ມີຄວາມເສັຍດາຍບັນດາທ່ານຜູ້ມີຄວາມຮູ້ ຄວາມສາມາດ ແລະມີປະສົບການ ໃນການເຮັດວຽກຮ່ວມກັນ ແຕ່ວ່າ ຕ້ອງເປັນໄປຕາມກົດໝາຍ ສະນັ້ນ ຈຶ່ງໄດ້ໃຫ້ທ່ານທັງຫຼາຍ ພັກຜ່ອນອອກບຳນານ. - ພໍ່ຕູ້ທອງສາ: ທ່ານຫົວໜ້າ ຜູ້ຂ້າຂໍອອກຄວາມເຫັນຕໍ່ບັນຫາດັ່ງກ່າວໄດ້ບໍ. - ຫົວໜ້າຫ້ອງການ: ມີຄວາມເຫັນຫຍັງອອກໄດ້ເລີຍ. - ພໍ່ຕູ້ທອງສາ: ຄືວ່າສົງໄສ ທີ່ທາງຫ້ອງການໃຫ້ພວກຜູ້ການພັກຜ່ອນແລ້ວ ຍັງໃຫ້ອອກບຳນານອີກ. - ຫົວໜ້າຫ້ອງການ: ເຮົາປະຕິບັດຕາມດຳຣັດຂອງກະຊວງ. - ພໍ່ຕູ້ທອງສາ: ຖືກຕ້ອງແລ້ວ ແຕ່ເຮົາບໍ່ໄດ້ອອກບຳນານ.
- ຫົວໜ້າຫ້ອງການ: ເປັນຫຍັງຈຶ່ງບໍ່ຢາກອອກບຳນານລະ. - ພໍ່ຕູ້ທອງສາ: ຕາມຄວາມເປັນຈິງແລ້ວ ພວກເຮົາພັກການ ແລ້ວເຂົ້າບຳນານຕ່າງຫາກ ບໍ່ແມ່ນອອກບຳນານ.
- ຫົວໜ້າຫ້ອງການ: ເອີ...............................(ເອີແມ່ນໃດເນາະ)
|
ຂຽນເມື່ອ: ມິ.ຖ.. 30, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ຄົນໄທຍ໌ມາເມືອງລາວ ເຂົານັ່ງລົດເຕັກຊີໄປທ່ຽວວຽງຈັນ ເຂົານັ່ງລົມດຊົມວຽງຈັນດ້ວຍຄວາມເພີດເພີນ ທັນໃດເຂົານຶກຂຶ້ນໄດ້ເຖິງເຣື່ອງທີ່ເຂົາຕັງໃຈໄວ້ກໍເລີຍເວົ້າກັບຄົນຂັບແທ໊ກຊີທັຍທີ: ນັກທ່ອງທ່ຽວໄທຍ໌: ຄຸນໆໆ ມີຮ້ານທອງທີ່ໄໜສວຍໆ ດີໆ ຣາຄາຖືກ ຄົນຂັບແທ໊ກຊີລາວ: ເອົາຮ້ານທອງ ຫຼືຮ້ານຄຳລະ ນັກທ່ອງທ່ຽວໄທຍ໌: ຣ້ານທອງຄ່ະ ເອົາຣ້ານທີ່ຄົນນິຍົມຊື້ ແລະໄດ້ມາດຕາຖານນະຄ່ະ. ຄົນຂັບແທ໊ກຊີລາວ: ຣ້ານທອງຈິ່ງໆນະນ້ອງ ນັກທ່ອງທ່ຽວໄທຍ໌: ຄ່ະ ຄົນຂັບແທ໊ກຊີລາວ: ມີແຕ່ມັນຢູ່ນອກເມືອງໄປຈັກໜ່ອຍປະມານ ໑໐ ກິໂລແມັດ. ໃນຂະນະທີ່ຂັບລົດໄປນັ້ນ ຄົນໄທຍເຫັນຮ້ານຂາຍຄຳເປັນຍ່ານໆ ແຕ່ບໍ່ວ່າຫຍັງ ເພາະນຶກວ່າແທ໊ກຊີຈະພາ ໄປຮ້ານທີ່ນິຍົມ ແລະຣາຄາຖືກຕາມຕ້ອງການ ເມື່ອໄປຮອດຮ້ານແລ້ວ ຄົນໄທຍ໌ແປກໆ ເປັນຫຍັງຄືມີເຫຼັກເສັ້ນແລະ ເຄື່ອງກໍສ້າງກອງຄະເນີນຢູ່ຫຼວງຫຼາຍ ສົງໄສເລີຍທຳວ່າ. ນັກທ່ອງທ່ຽວໄທຍ໌: ໄໜຣ້ານທອງ ຄົນຂັບແທ໊ກຊີລາວ: ນີ້ແລ້ວ ເຊິນໂລດມັກທອງແດງ ທອງເຫຼືອງ ເຊີນເລືອກຕາມໃຈ. ນັກທ່ອງທ່ຽວໄທຍ໌: ໄມ່ໃຊ້ ທອງທີ່ຄຳເຄື່ອງປະດັບໄງ ທຳໄມຖຶງພາມາຮ້ານຂາຍເຄື່ອງກໍ່ສ້າງລະ. ຄົນຂັບແທ໊ກຊີລາວ: ກໍຖາມແລ້ວຖາມອີກວ່າ ຮ້ານທອງ ຫຼືຮ້ານຄຳ ກໍຍັງຢັ້ງຢືນວ່າທອງໆໆໆ ກໍມາຮ້ານທອງຫັ້ນຕີລະ ນັກທ່ອງທ່ຽວໄທຍ໌: ອ້ໍ……….ທອງລາວຮຽກວ່າ ຄຳເຫຼີ. ຄົນຂັບແທ໊ກຊີລາວ: ຈ້າວ ນັກທ່ອງທ່ຽວໄທຍ໌: ຊວຍສິບຫາຍເລີຍເຣົາ.
------------------------------
ຜູ້ອ່ານ : ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆນັ້ນແລ້ວອວດດີ/ຂີ້ໂມ້ ບາດເຈີ້ຂອງຈິງເຂົ້າແລ້ວຊວຍເລີຍ.......ຮາໆໆໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ມິ.ຖ.. 30, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
ສ່ຽວລາວກັບສ່ຽວໄທຍ໌ ກຳລັງກິນອາຫານຢູ່ຮ້ານສະບາຍ ແຄມບຶງທາດຫຼວງ ບໍຣິເວນບ້ານໂພນທັນ ກຳລັງກິນອາຫານຢ່າງແຊບຊ້ອຍຢູ່ນັ້ນ ເຂົາກໍພັນລະນາເຖິງພາສາລາວແປກໆຫຼາຍໆເລືອງບອກວ່າບໍ່ເໝືອນ ພາສາໄທຍ໌ ມີຫຼາຍຄຳກໍພູດຕະຫຼົກໆ ບາງຄຳກໍຟັງບໍ່ຮູ້ເລື່ອງ ມີຫຼາຍຄຳໃຊ້ພາສາໄທຍ໌ເລີຍ. ສ່ຽວລາວ : ອັນໃດແນ່ ທີ່ຄົນລາວເອົາພາສາໄທຍມາໃຊ້. ສ່ຽວໄທຍ໌: ກໍຄຳທີ່ພູດໆກັບທັງໝົດນັ້ນລະຄລັບ. ສ່ຽວລາວ: ເຊັ່ນອັນໃດແນ່ ຍົກຕົວຢ່າງມາໄດ້ບໍ ? ສ່ຽວໄທຍ໌: ເຊັ່ນຣ້ານອາຫານນີ້ ລາວຮຽກວ່າ ຣ້ານກິນດື່ມໄມ່ໃຊ່ເຫຼີ. ສ່ຽວລາວ: ມັນເໝືອນກັນຫັ້ນແລ້ວ ຮ້ານອາຫານກໍວ່າ ຮ້ານກິນດື່ມກໍວ່າ ພັດຕາຄານກໍວ່າ ສຸດແລ້ວ ແຕ່ຈະເລືອກໃຊ້ ຖ້າຈະແຍກໄທຍ໌ແຍກລາວແບບນີ້ ໄທຍ໌ຍິ່ງເອົາພາສາລາວໄປໃຊ້ຫຼາຍ. ສ່ຽວໄທຍ໌: ມີດ້ວຍເຫຼີ ໄມ່ໜ້າຈະມີນະ ເພາະໄທຍ໌ດູໂທຣະທັດລາວໄມ່ໄດ້. ສ່ຽວລາວ: ການຮຽນຮູ້ມັນບໍ່ກ່ຽວກັບໂທຣະທັດ. ສ່ຽວໄທຍ໌: ມີຄຳໄຣບ້າງທີ່ໄທຍ໌ເອົາຄຳລາວໄປໃຊ້. ສ່ຽວລາວ: (ຖາມຄືນ)ໄທຍ໌ວ່າສວຍ ກົງກັບຄຳລາວວ່າງາມແມ່ນບໍ ? ສ່ຽວໄທຍ໌: ກໍໃຊ້ຊິ. ສ່ຽວລາວ: ສາວສວຍທີ່ສຸດໃນໂລກ ເຂົາຮຽກວ່າຫັຍງ? ສ່ຽວໄທຍ໌: ນາງງາມຈັກກະວານ ສ່ຽວລາວ: ແນ໊ະ ເປັນຫຍັງຈຶ່ງວ່າ ນາງງາມຈັກກະວານລະ. ສ່ຽວໄທຍ໌: ເພາະເຂົາສວຍທີ່ສຸດໃນຈັກກະວານໄງ. ສ່ຽວລາວ: ເປັນຫຍັງບໍ່ວ່າ ສາວສວຍຈັກກະວານລະ, ຍັງໃຊ້ງາມກັບລາວຢູ່ນີ້. ສ່ຽວໄທຍ໌: ອື…ອໍ້…ອໍ້………………(ເພາະ………………….).
|
ຂຽນເມື່ອ: ມິ.ຖ.. 29, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
- ທີ່ມະຫາວິທະຍາໄລສົງແຫ່ງໜຶ່ງ ໃນ ກທມ ຄົນໄທຍ໌ລຸ້ນໃໝ່ ສົງໃສອ່ານໃນໜັງສືສາຣະຄະດີກ່ຽວກັບລາວ ຂອງນັກຂຽນໄທຍ໌ ຫຼືສືມວນ ຊົນທີ່ຂຽນກ່ຽວກັບລາວ ມີແຕ່ໄປໃນພາບລົບ ແລະເສກສັນປັ້ນແຕ່ງ ສິ່ງນັ້ນລ້ວນແຕ່ຜົນບໍ່ດີໃຫ້ແກ່ຄົນໄທຍ໌ເອງ ເມື່ອສະຫຼຸບຜົນອອກມາ ຈາກພຶດຕິກັມແລ້ວ ຄົນໄທຍ໌ມັກເຊື່ອໂລດວ່າ ມັນເປັນຈິງເຊັ່ນນັ້ນ ຕົວຢ່າງເລື່ອງພາສາ ເຂົາບອກວ່າ ພາສາລາວແຄບ ບໍ່ກວ້າງເໝືອນພາສາ ໄທຍ໌ ແລະຄົນລາວ ມັກເອົາພາສາໄທຍ໌ໄປໃຊ້, ວັນໜຶ່ງໄດ້ໂອກາດ ພຣະລາວກໍສະເໜີບົດລາຍງານໜ້າຫ້ອງເປັນພາສາລາວເລີຍ ໂດຍບໍ່ເວົ້າ ພາສາໄທຍ໌ ທັງໆທີ່ກົດຂອງໄທຍ໌ແທ້ ຈະເວົ້າພາສາຖິ່ນໃນພາສາທາງການບໍ່ໄດ້ເດັດຂາດ ແຕ່ແລ້ວອາຈານຜູ້ສອນກໍອະນຸຍາດໃຫ້ ເປົ້າໝາຍ ກໍຄືຢາກຟັງພາສາລາວ ຈາກຄົນລາວລ້ວນລ້ວນໆ ພຣະນັກສຶກສາຄົນນັ້ນ ກໍເວົ້າພາສາລາວຈົນຈົບບົດລາຍງານ ໑໐ ນາມເຕັມ. - ຫຼັງຈາກລາຍງານຈົບແລ້ວ ທັງນັກສຶກສາ ແລະອາຈານສອນກໍສະຫຼຸບວ່າ "ພາສາລາວ ກໍເໝືອນພາສາໄທຍ໌ດີໆນີ້ແລ້ວ ບາງຄຳກໍເອົາພາ ສາໄທຍ໌ໄປໃຊ້ ເຂົາວ່າພາສາລາວບໍ່ຫຼາຍ ມີໜ້ອຍຈຶ່ງເອົາພາສາໄທຍ໌ໄປໃຊ້" ເມື່ອຟັງເຊັ່ນນັ້ນແລ້ວ ພຣະລາວຄົນນັ້ນ ຈຶ່ງບອກວ່າ ບໍ່ແມ່ນ ພາສາລາວກວ້າງກວ່າພາສາໄທຍ໌ ແລະມີຫຼາຍຄຳທີ່ໄທຍ໌ ບໍ່ມີ" - ອາຈານໄທຍ໔ກໍຖາມວ່າ ມີອະໄຣບ້າງ ຍົກຕົວຢ່າງມາຊິ. - ນັກສຶກສາ: ມີຫຼາຍ ແຕ່ຈະຍົກຕົວຢ່າງໃກ້ເບິ່ງເລື່ອງດຽວ ຄືເອົາສໍມາຂຽນຄຳລາວ ດ້ວຍອັກສອນໄທຍ໌ ຄື ນັກສຶກສາລາວ: ຂໍ້ໜຶ່ງ : "ຟອຍ" ອ່ານວ່າຈັ່ງໃດ ? (ຄົນພາກເໜືອ ແລະອີສານບໍ່ຕ້ອງແປ ໃຫ້ແຕ່ຄົນພາກກາງ ແລະພາກໃຕ້ແປ)
ນັກສຶກສາໄທຍ໌ທັງໝົດອ່ານວ່າ "ຟອຍ" ນັກສຶກສາລາວ : ໝາຍເຖິງອັນໃດ ? ນັກສຶກສາໄທຍ໌ : ໄມ່ຊາບຄລັບ ນັກສຶກສາລາວ : "ຍູ" ອ່ານຈັ່ງໃດ ? (ຄົນພາກເໜືອ ແລະອີສານບໍ່ຕ້ອງແປ ໃຫ້ແຕ່ຄົນພາກກາງ ແລະພາກໃຕ້ແປ) ນັກສຶກສາໄທຍ໌ທັງໝົດອ່ານວ່າ "ຍູ" ນັກສຶກສາລາວ : ໝາຍເຖິງອັນໃດ ? ນັກສຶກສາໄທຍ໌ : ໄມ່ຊາບຄລັບ. ນັກສຶກສາລາວຂຽນອີກ "ໄມ້ກວາດ" ນັກສຶກສາໄທຍ໌ທັງໝົດອ່ານວ່າ "ໄມ້ກວາດ" ນັກສຶກສາລາວ : ໝາຍເຖິງອັນໃດ ? ນັກສຶກສາໄທຍ໌ເວົ້າພ້ອມກັນວ່າ : ທີ່ກວາດ ທີ່ກວາດເຮືອນ. - ນັກສຶກສາລາວ : ເອີ.....ທັງໝົດ ຄື ຟອຍ, ຍູ, ໄມ້ກວາດ ລ້ວນແຕ່ພາລາວທັງນັ້ນ ໃສວ່າ ພາສາລາວແຄບລະ. - ນັກສຶກສາໄທຍ໌ : ອື..........................ໃຊ້ດວ້ຍຊີ ເຣົາໄມ່ມາກກເໝືອນເຂົາຈິງໆໆໆໆໆໆໆໆໆໆໆໆ
|
ຂຽນເມື່ອ: ມິ.ຖ.. 28, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
- ພຣະລາວກັບພຣະໄທຍ໌ຢູ່ວັດດຽວກັນທີ່ກຸງເທບ, ເວລາສັນເຂົ້າພຣະໄທຍ໌ຖາມພຣະລາວວ່າ ພຣະໄທຍ໌ : ທ່ານແກ້ວ ທຳໄມລາວເຂົາຖຶງຮຽກຜູ້ຊາຍວ່າ "ທ້າວ" ລະ ? ພຣະລາວ : ເພາະວ່າເປັນຄົນລາວນັ້ນຕິລະ ຈຶ່ງຮຽກວ່າ "ທ້າວ". ພຣະໄທຍ໌ : ແປກນະ ທຳໄມ ໄມ້ຮຽກວ່ານາຍເໝືອນໄທຍຼນະ ? ພຣະລາວ : ເພາະບໍ່ແມ່ນຄົນໄທຍ໌ ກໍຕ້ອງຮຽກວ່າ ທ້າວ. - ວັນນັ້ນ ເປັນອັນວ່າ ບໍ່ລົງລອຍກັນ ຫາຄຳຕອບບໍ່ໄດ້, ວັນໜຶ່ງທັງພຣະລາວ ແລະພຣະໄທຍ໌ໄປທ່ຽວສຸພັນບູຣີ ພໍດີໄປເຫັນສານພຣະພົມ ທີ່ເຂົາຂຽນວ່າ "ສານທ່ານທ້າວມະຫາພົມ" ພຣະລາວໄດ້ທ່າກໍຖາມພຣະໄທຍ໌ວ່າ. ພຣະລາວ : ທ່ານຍຸດ ພຣະຍາອິນ ພຣະຍາພຣົມ ຖືສັນຊາດໃດ ? ພຣະໄທຍ໌ : ຖືສັນຊາດໄທຍ໌ໄງ ? ພຣະລາວ : ບໍ່ແມ່ນ ພຣະຍາອິນ ພຣະຍາພຣົມ ຖືສັນຊາດລາວ ? ພຣະໄທຍ໌ : ໄມ່ໃຊ່ ຖືສັນຊາດໄທຍ໌ ເພາະຢູ່ດິນໄທຍ໌. ພຣະລາວ : ຢູ່ດິນລາວ ຫຼືຢູ່ດິນໄທຍ໌ ກໍຖືສັນຊາດລາວທັງນັ້ນ. ພຣະໄທຍ໌ : ຫຼັກຖານລະ. ພຣະລາວ : ເຫັນບໍ່ເຂົາຂຽນວ່າ "ສານທ່ານທ້າວມະຫາພົມ ແລະທ້າວອິນທາເທວາຣາດ" ນັ້ນ. ພຣະໄທຍ໌ : ແລ້ວໄງ ? ພຣະລາວ : ຄຸນວ່າ "ທ້າວ" ເປັນຄົນລາວແມ່ນບໍ ? ພຣະໄທຍ໌ : ໃຊ່. ພຣະລາວ : ພຣະພົມ ພຣະອິນມີຊື່ທ້າວ ນຳໜ້າຫັ້ນຕິເຂົາຈຶ່ງຖືສັນຊາດລາວ. ພຣະໄທຍ : ອໍ້ ເອົາກັນຍັງງີ້ເຫີຼ. ພຣະລາວ : ອຶອື..............................................................................
|
ຂຽນເມື່ອ: ພ.ພ.. 18, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
ທີ່ເຮືອນຫຼັງນີ້ ພໍ່ຖາມລູກຊາຍວ່າ ແຕ່ລະວັນຄືຈັ່ງວ່າສະພາຍຖົງໜັງສື ຂີ່ລົດຈັກອອກຈາກເຮືອນໄປທຸກໆວັນທັງໆທີ່ໂຮງຮຽນພັກແລ້ວ ພໍ່ຖາມວ່າ - ພໍ່ : ແກ້ວ ລູກອອກເຮືອນໄປຫຍັງເກາະ ຫຼາຍວັນແລ້ວໂຮງຮຽນພັກບໍ່ແມ່ນບໍ ? - ລູກ: ລູກອອກໄປແກ້ບົດຝຶກແອບ. - ພໍ່: ບ໊ະ ບົດຝືກແອບຈັ່ງໃດຫວະ ພໍ່ຄືບໍ່ຮູ້. - ລູກ: ຄືວ່າ ໄປແກ້ບົດຝືກຫັດຫັ້ນນາ ພໍ່. - ພໍ່: ເອົາວ໌ ຄືບໍ່ວ່າໄປແກ້ບົດຮຽນ ຫຼືໄປແກ້ບົດຝືກຫັດລະ.
- ລູກ: ຈັກແລ້ວ ລູກເຫັນ ໂທຣະທັດພາວ່າ "ຫັດກາຍ" ກໍວ່າ "ແອບກາຍ" ຄັນຊັ້ນ ໄປແກ້ບົດຝຶກຫັດ ກໍວ່າ ໄປແກ້ບົດຝືກແອບຫັ້ນຕິ. ພໍໍ່: ມັນເປັນໄປເຖິງຂະໜາດນີ້ແລ້ວບໍນີ້.
|
ຂຽນເມື່ອ: ພ.ພ.. 18, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
- ນາງສີ ເປັນຄົນຜິວດຳ ແຕ່ໂຄງໜ້າລາວງາມ ສູງຫຸ່ນນາງແບບຕ້ອງອາຍ ນາງສີໝັ້ນໃຈໃນຄວາມງາມຂອງຕົນ ເສັຍທີ່ແຕ່ເປັນຄົນມີຜິວດຳ ກ່ຳໄປຈັກໜ່ອຍ, ເມື່ອໄປສະໝັກເປັນນາງແບບ ໄດ້ ໘ ເດືອນແລ້ວ ນາງສີຍັງບໍ່ທັນໄດ້ຖ່າຍແບບເລີຍ ນາງສີຈຶ່ງໄປຖາມຫົວໜ້າ. - ນາງສີ: ເອື້ອຍນ້ອງມາເຮັດວຽກ ໘ ເດືອນແລ້ວ ຄືບໍ່ເຫັນໃຫ້ນ້ອງຖ່າຍແບບຫຍັງຈັດຢ່າງເລີຍ ? - .ຫົວໜ້າ: ຍັງບໍ່ທັນມີສິນຄ້າໃຫ້ນ້ອງເປັນພຣີເຊັນເຕີຣ໌ ? - ນາງສີ: ຮູ້ວ່າຍັງມີສິຍຄ້າ ທີ່ຍັງບໍ່ທັນໄດ້ຖ່າຍກໍຫຼວງຫຼາຍ ນາງຈຶ່ງວ່າ, ສິນຄ້າທີ່ບໍ່ມີນາງແບບຂອງເຮົາກໍຍັງຫຼາຍບໍ່ແມ່ນບໍ ? - ຫົວໜ້າ: ແມ່ນແລ້ວນ້ອງເອີຍ ແຕ່ສ່ວນໃຫຍ່ສິນຄ້ານັ້ນ ຍັງບໍ່ຖືກກັບນ້ອງ. - ນາງສີ: ເປັນຫຍັງວຊິບໍ່ຖືກນ້ອງກະມີຄວາມສາມາດຢູ່. - ຫົວໜ້າ: ບໍ່ເໝາະສົມກັບນ້ອງດອກ ເພາະສ່ວນໃຫຍ່ສິນຄ້າເລົ່ານັ້ນ ມັນເປັນພວກສິນຄ້າບຳລຸງຜິວ, ສິນຄ້າທີ່ເຮົາຈະໂຄສະນານັ້ນ ນາງແບບຕ້ອງເປັນຄົນຜິວຂາວນຽນ. - ນາງສີ: ຄັນຊັ້ນມັນກະບໍ່ຍາກແລ້ວເດເອື້ອຍ. - ຫົວໜ້າ: ບໍ່ຍາກຈັ່ງໃດລະ ? - ນາງສີ: ນ້ອງມີວິທີ, ຄັນເອື້ອຍຢາກສົ່ງເສີມນ້ອງແທ້. - ຫົວໜ້າ: ເອື້ອຍກະຢາກສົ່ງເສີມນ້ອງຢູ່ ແຕ່ຍັງບໍ່ທັນມີສິນຄ້າແທ້ໆ ນ້ອງເອີຍ ຫາກນ້ອງມີວິທິກະບອກເອື້ອຍມາ ເອື້ອຍກະຊິຊ່ວຍນ້ອງ. - ນາງສີ: ສິນຄ້າທີ່ລໍຖ່າຍໂຄສະນານັ້ນ ລ້ວນແຕ່ແມ່ນໂລຊັ່ນບຳຣຸງຜິວຂາວບໍ່ແມ່ນບໍ ? - ຫົວໜ້າ: ແມ່ນ - ນາງສີ: ຄັນຊັ້ນກະເອົາ ໂລຊັ່ນນັ້ນມາໃຫ້ນ້ອງໃຊ້ ຈົນຜິວນ້ອງຂາວແລ້ວຈຶ່ງຖ່າຍກະໄດ້. - ຫົວໜ້າ: ຮ່າໆໆໆໆໆໆໆໆໆ ສີເອີຍ ຜິວນ້ອງນີ້ບຳຣຸງເທົ່າໃດມັນກະບໍ່ຂາວດອກ. - ນາງສີ:.........................................(ຮ້ວຍຄັນຊັ້ນມັນກະຕ້ອງໄປເກີດມາໃໝ່ພຸ້ນແລ້ວຈຶ່ງໄດ້ຖ່າຍ ສິນຄ້າບຳຣຸງຜິວ) ນຶກໃນໃຈ.
|
ຂຽນເມື່ອ: ມ.ນ.. 22, 2009
| ມີ
10 ຄຳເຫັນ
ແລະ
0 trackback(s)
ວັນໜຶ່ງສ່ຽວຂອງພໍ່ມາຢາມບ້ານ ພໍ່ເຖົ້າກໍຈັດການໃຫ້ລູກເຂີຍເປັນຜູ້ຕ້ອນຮັບຂັບສູ່ເປັນຢ່າງດີ ໂດຍມີເຫລົ້າຢາປາປິ້ງລ້ຽງຕ້ອນຣັບຈົນໃກ້ຄ່ຳ ເມື່ອຖືກລິດເຫລົ້າເຂົ້າປາກ ຕ່າງຝ່າຍຕ່າງເມົາມັນ ແຕ່ພໍ່ເຖົ້າ ຍັງບໍ່ທັນພໍໃຈ ຈຶ່ງສັ່ງໃຫ້ລູກສາວໄປເອົາຈອນນີ່ແດງມາສະຫລອງກັນຕໍ່ ຫລັງຈາກໄຂກວດເຫລົ້າ ແລະ ລິນໃສ່ຈອກແລ້ວ ພໍ່ເຖົ້າກໍຍົກຈອກຂຶ້ນແລ້ວກໍກ່າວວ່າ ສ່ຽວຂອງເຮົາເກີດປີລິງເໝືອນກັນ ຈຶ່ງເປັນສ່ຽວກັນ ເອົາໃປເກີດປີລິງຍົກຈອກຂຶ້ນ ແລະ ເປັນສ່ຽວກັນ ພໍດີລູກເຂີຍ ພັດເກີດປີລິງເໝືອນກັນ ຈຶ່ງເວົ້າໄປວ່າ ດີແລ້ວໄດ້ເປັນສ່ຽວກັບພໍ່ເຖົ້າ ທັນທີ ທີ່ຍິນລູກເຂີຍເວົ້າແນວນັ້ນ ພໍ່ກໍທ້ວງຂຶ້ນວ່າ *********ມັນເປັນລິງຄົນລະລຸ້ນ ຮາໆໆໆໆໆໆໆໆ
|
ຂຽນເມື່ອ: ມ.ນ.. 22, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
ທີ່ອັດຕະປື ພີ່ນ້ອງລາວເທິງຈະມີສ່ວນຫລາຍ ເມື່ອຫລາຍປີຜ່ານມາ ຣັດຖະບານມີນະໂຍບາຍມອບດິນມອບປ່າໃຫ້ປະຊາຊົນຄອບຄອງກັມມະສິດ ຮັກສາດິນ ຮັກສາປ່າ ຄືປ່າ ແລະ ດິນຢູ່ເຂດບ້ານໃດ ກໍໃຫ້ປະຊາຊົນບ້ານນັ້ນຄຸ້ມຄອງ ແລະ ຮັກສາ ຢູ່ມາປີ 2005 ທາງແຂວງມີນະໂຍບາຍຕັດໄມ້ອອກຂາຍ ເພື່ອສ້າງຮາຍໄດ້ໃຫ້ແກ່ງົບປະມານຂອງແຂວງ ຕາມໂກ້ຕ້າທີ່ແຂວງໄດ້ຮັບອະນຸມັດຈາກຣັດຖະບານ ທາງແຂວງຈຶ່ງມອບໃຫ້ເອກຊົນຮັບສັມປະທານຕໍ່ ຈຶ່ງມີບໍຣັດໜຶ່ງໄດ້ຊະນະສັມປະທານໄປ. ເມື່ອບໍຣິສັດໄດ້ຮັບສັມປະທານແລ້ວ ກໍດຳເນີນການຂຸດຄົ້ນຕາມຈຳນວນໂຕ້ຕ້າ ສະຖານທີ່ ແລະ ເວລາທີ່ກຳນົດ ພໍດີການຂຸດຄົ້ນນັ້ນພັດຢູ່ໃກ້ບໍຣິເວນໝູ່ບ້ານອ້າຍນ້ອງລາວສູງ ເຖິງວ່າປ່າທີ່ຖືກຂຸດຄົ້ນນັ້ນ ບໍ່ຢູ່ໃນບໍຣິເວນປ່າຄຸ້ມຄອງຂອງບ້ານກໍຕາມ ແຕ່ຢູ່ໃນບຣິເວນແຫລຼ່ງທຳມາຫາກິນຂອງພວກເຂົາ ເມື່ອຊາວບ້ານເຫັນມີການຄຸດຄົ້ນປ່າ ກໍພ້ອມກັນອອກໄປຫ້າມ ແລະ ຢືດເອົາເຄື່ອງໄມ້ເຄື່ອງມື ຣົຖລານພາຫານະຈົນໝົດ ເຮັດໃຫ້ບໍຣິສັດໄດ້ຮັບຄວາມເດືອດຮ້ອນ ເຈຣະນາກັບຊາວບ້ານແນວໃດກໍບໍ່ໄດ້ ຢືນການຄຳດຽວວ່າ "ພວກທ່ານມາລັກຕັດໄມ້ພວກເຮົາ ບໍ່ໄດ້ຮັບອະນຸຍາດຈາດພວກເຮົາ" ເຣື່ອງດ່ັງກ່າວຈຶ່ງຮ້ອນເຖິງເຈົ້າແຂວງຕ້ອງລົງມາໄກ່ເກ່ັຍ. ເຈົ້າແຂວງ: ພີ່ນ້ອງທັງຫລາຍ ທາງຫ້ອງວ່າການປົກຄອງແຂວງໄດ້ໃຫ້ສັມປະທານແກ່ບໍຣິສັດນັ້ນຕັດໄມ້ ເພື່ອຣາຍໄດ້ເຂົ້າງົບປະມານຂອງແຂວງແລ້ວ. ຊາວບ້ານ: ເຈົ້າແຂວງອະນຸຍາດກໍຕາມແລ້ວເຈົ້າແຂວງ, ແຕ່ພວກເຮົາບໍ່ໄດ້ອະນຸຍາດ ເຈົ້າແຂວງຊິມີສິດຫຍັງ? ເຈົາແຂວງ: ອັນນີ້ມັນແມ່ນນະໂຍບາຍຂອງແຂວງ ເພື່ອໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດ ແລະ ສ້າງຣາຍຮັບໃຫ້ແກ່ແຂວງເຮົາ. ຊາວບ້ານ: ທ່ານມອບດິນມອບປ່າໃຫ້ເຮົາຮັກສາ ແລ້ວທ່ານໃຫ້ຄົນອື່ນມາຕັດ ແລ້ວບໍ່ບອກເຮົາບໍຄວາມ ພວກເຮົາບໍໍ່ໃຫ້ຕັດແລ້ວ ຂ້າມໜ້າ ຂ້າມຕາເຮົາ.
|
ຂຽນເມື່ອ: ມ.ນ.. 19, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
ທີ່ວັດໜຶ່ງແຖວສິພັນດອນ ມີຈົວບວຊໃໝ່ພ້ອມກັນມື້ດຽວນັ້ນ ໔-໕ ອົງ ມີ ຈົວຄວາຍ, ຈົວແດງ, ຈົວຫຳນ້ອຍ, ຈົວຫານຸມານ ແລະ ຈົວແກ້ວ ຫຼັງຈາກບວຊແລ້ວອາຈາຣຍ໌ກໍສອນເຣື່ອງສິນ ພໍໄປຮອດສິນຂໍ້ທີ ໖ ອາຈານກໍອະທິບາຍວ່າ "ປະການ ໖ ບໍໃຫ້ສັນອາຫານໃນເວລາວິກາລ ຕັ້ງແຕ່ທ່ຽງໄປຫາຄ່ຳຄືນ ແຕ່ວ່າເພິ່ນຍົກເວັ້ນແຕ່ຂອງຫວານ ຫຼັງຈາກສອນສິນ ໑໐ ຈົບແລ້ວ ຈົວແດງສົງໃສຄຳວ່າ ເພິ່ນຍົກເວັ້ນແຕ່ຂອງຫວານ ຈຶ່ງຖາມພຣະອຸປັຊຊາວ່າ - ຈົວແດງ : ພຣະອາຈາຣຍ໌ຂ້ານ້ອຍສົງໃສ ? ຄືວ່າອາຫານທຸກປະເພດສັນໄດ້ບໍ່ໄດ້ແມ່ນບໍຂ້ານ້ອຍ. - ພຣະອາຈາຣຍ໌ : ແມ່ນແລ້ວສັນບໍ່ໄດ້ !!! - ຈົວຫຳນ້ອຍ : ຄຳວ່າ "ເພິ່ນຍົກເວັ້ນແຕ່ຂອງຫວານນັ້ນເດຂ້ານ້ອຍ" - ພຣະອາຈາຣຍ໌ : ເອີ ໝາຍຄວາມວ່າສັນໄດ້ແຕ່ຂອງຫວານ ຫັ້ນຕິ ! - ຈົວທັງໝົດຂານພ້ອມກັນ : ໂດຍຂ້ານ້ອຍ. ຫຼັງຈາກນັ້ນ ກໍໃຫ້ຈົວກັບຫາທີ່ພັກທີ່ນອນ ຕົກຕອນໃກ້ຄ່ຳ ຈົວທັງໝົດບໍ່ທັນຊິນກັບການອົດເຂົ້າແລ້ງ ທ້ອງກະເລີຍຈັບໄກ່ຈ໊ອດໆໆໆໆ, - ຈົວຫານຸມານເຂົ້າມາຫາຈົວແດງ ແລ້ວບອກເວົາເຮົາ :ຢາກເຂົ້າເວີຍ ເຈົ້າກະຫິວຄືກັນບໍ ? - ຈົວແດງ : ຢາກຄືກັນແຕ່ບໍ່ກ້າກິນ. - ຈົວຫານຸມານ: ອາຈາຣຍ໌ບອກວ່າສັນໄດ້ແຕ່ຂອງຫວານ ຂ້ອຍເຫັນກ້ວຍຢູ່ຕູ້ອາຫານຫັ້ນເດ ໄປກິນບໍ ? - ຈົວແດງບອກວ່າກິນກິກິນ ທັງສອງກໍເຂົ້າໄປໃນຫ້ອງຄົວ ເຫັນຈົວແກ້ວ ຈົວຫຳນ້ອຍ ຈົວຄວາຍພາກັນກິນກ້ວຍຢູ່ກ່ອນແລ້ວ ຈົວແດງວ່າ ຊິໄປກິນຫຍັງຢູ່ໃນຫັ້ນ ເອົາອອກມາກິນຢູ່ນອກຊານພີ້ ມັນຈຶ່ງແຈ້ງດີ ຈົວທັງໝົດກໍເອົາກ້ວຍຫວີໜຶ່ງອອກມາພາກັນກິນຢູ່ນອກຊານ ຢ່າງເປີດເຜີຍ ທັນໃດນັ້ນພຣະອາຈາຣຍ໌ມາແຕ່ສູດບ້ານ ເຫັນຈົວນ້ອຍນັ່ງຊຸມກັນກິນຫຍັງບໍ່ຮູ້ ກໍຂຶ້ນມາເຫັນແລ້ວ ຈຶ່ງທ້ວງຂຶ້ນວ່າ: - ພຣະອຈາຣຍ໌ : ຈົວນ້ອຍພາກັນສັນສັງຫັ້ນ ? - ຈົວແດງທັງໝົດ : ສັນກ້ວຍສຸກຂະນ້ອຍ. - ພຣະອາຈາຣຍ໌ : ເອົາວ໌..........ໃຜບອກສັນກ້ວຍລະສັນບໍ່ໄດ້ໄດ໋ ຢາມແລງນະ? - ຈົວແດງ : ກໍພຣະອາຈາຣຍ໌ນັ້ນຕິບອກ. - ພຣະອາຈາຣຍ໌ : ບອກວັ່ງໃດ ? - ຈົວແດງ : ພຣະອາຈາຣຍ໌ບອກວ່າ ສັນໄດ້ແຕ່ຂອງຫວານຫັ້ນເດຂ້ານ້ອຍ - ພຣະອາຈາຣຍ໌: ອືມ໌..................ອ່າ...............ເອີ..............................(ກ້ວຍກະແມ່ນຂອງຫວານໃດ໊ເນາະ)
|
ຂຽນເມື່ອ: ມ.ນ.. 19, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
ຜົວເມັຍຄູ່ໜຶ່ງ ຜູ້ເປັນຜົວຊື່ອ້າຍບັກຄວາຍນີ້ແລ້ວ ໄດ້ຟັງເທດເຣື່ອງທິດຫົກຈາກພຣະອາຈາຣຍ໌ເດວາຄິງ ເຣື່ອງທິດຫົກ ຂໍ້ທີ່ວ່າດ້ວຍພັນລະຍາສາມີ ສົງເຄາະອະນຸເຄາະແກ່ກັນແລ້ວ ເກີດຄວາມຊາບເຊິ່ງໃນໜ້າທີ່ຮີດຜົວຄອງເມັຽ ກໍເລີຍຢາກເຮັດຂອງຂວັນໃຫ້ເມັຽ ເນື່ອງໃນວັນຄົບຮອບ ໑ ປີຂອງກາຣແຕ່ງານກະເລີຍ ໄປຫາຊື້ຂອງຂວັນໃຫ້ເມັຽ ອ້າຍບັກຄວາຍຂີ່ຣົດໄປແຖວໜ້າຕລາດມືດທາດຫຼວງ ກໍເລີຍເຫັນຮ້ານຂາຍກີປຊ໊ອຜຊື່ແຜກ ຊື່ວ່າ "ຮ້ານແຟນເກົ່າ" ກໍເລີຍເຂົ້າໄປເຫັນເຄື່ອງນຸ່ງຖືກຕາກໍເລີຍຊື້ ແລ້ວກໍຫໍ່ເປັນຂອງຂວັນໃຫ້ເມັຍ ນຶກໃນໃຈວ່າ ເມັຍເຮົາຄົງມັກ ແລະ ດີໃຈຂຶ້ນຕື່ມ ທີ່ຕົນໄດ້ທຳໜ້າທີ່ຂອງຜົວຢ່າງຈິງໃຈ, (ທຳຕາມຂໍ້ທີ່ວ່າມອບຂອງຂວັນໃຫ້ຕາມກາຣ) ວັນນັ້ນ ອ້າຍບັກຄວາຍກໍຈັດກາຣພາເມັຍໄປສລອງວັນຄົບຮອບ ໑ ປີຂອງການແຕ່ງງານທີ່ຫ້ອງຊ້າງເຜືອກ ໂຮງແຮມດອນນັນພາເລສ ໂດຍເປີດຫ້ອງພິເສດ ພະນັກງານເສີບ(ບຣິກອນ) ໄດ້ ບໍຣິການອາຫານຕາມສັ່ງສຳເຣັດຮຽບຮ້ອຽ ອ້າຍບັກຄວາຍກໍເຣີ່ມພິທີການຕາມແຜນທີ່ວາງໄວ້ ໂດຍມອບຂອງຂວັນ ໃຫ້ສີພັນລະຍາພ້ອມກັບອ່ວຍພອນວັນແຫ່ງຄວາມຮັກຢ່າງຊາບເຊິ່ງ ພໍເມັຽເປີດເບິ່ງຂອງຂວັນແລ້ວ ກໍປະທັບໃຈຫາສິ່ງທຽບບໍ່ໄດ້ ຈຶ່ງກ່າວຂຶ້ນວ່າ:
ເມັຽ: ໂທວ໌........ສຸດທີ່ຮັກຂອງນ້ອງ ຈັ່ງແມ່ນອ້ານເລືອກຊຸດໄດ້ຖືກໃຈ ແລະ ຖືກກັບນ້ອງເນາະ ນ້ອງນຶກຢາກໄດ້ມານານແລ້ວ. ຜົວ: ເພາະນ້ອງເປັນຍອດຮັກຍອດບູຊາ ຍອດໄຝ່ຝັນປາຖນາ ແລະ ຍອດຊີວິດຂອງອ້າຍ. ເມັຽ: ອືມ໌...........ຊຸດນີ້ງາມເນາະ ອ້າຍຊື້ຢູ່ໃສລະ ? ຜົວ: (ຕອບໄປດ້ວຍຄວາມຊື່ຕໍ່ເມັຍ) ຊື້ຢູ່ຮ້ານແຟນເກົ່າ. ເມັຽ: ຜົວະໆໆໆໆໆໆໆ(ເມັຍຕົບໜ້າຜົວ ໕-໖ ບາດພ້ອມທັງຮ້ອງໃຫ້ອອກມາຢ່າງບໍ່ອາຍໃຜໆ). ຜົວ: ນ້ອງຕົບໜ້າອ້າຍເຮັດຫຍັງລະ ? (ສົງສັຍ) ເມັຽ: ອ້າຍຫລອກລວງນ້ອງ, ບໍ່ຊື່ສັດຕໍ່ນ້ອງ ຈົນເຖິງ ໑ ປີ ແຕ່ງງານແລ້ວ ອ້າຍຍັງໄປພົວພັນກັບແຟນເກົ່າອີກ ອ້າຍບໍ່ຊື່ສັດ ເວົ້າແລ້ວກໍອອກຈາກໂຮງແຮມໄປ. ຜົວ: ອ້າຍບັກຄວາຍແລ່ນຕາມຫຼັງເມັຍໄດ້ບໍ່ທັນຂຶ້ນຣົຖໄປຫາຍຈ້ອຍ (ເປັນອັນວ່າຄືນນັ້ນເມັຍກັບໄປນອນເຮືອນແມ່ເຖົ້າ ພໍ່ເຖົ້າ ເຮັດໃຫ້ອ້າຍບັກຄວາຍນັ່ງເສົ້າ ມື້ອື່ນເຊົ້າກັບໄປງໍ້ງອນເມັຍ ຊາມຊິເຂົ້າໃຈຄັກກໍຈົນວ່າແລງຂອງມື້ຕໍ່ມາ ຮາໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ)
|
ຂຽນເມື່ອ: ມ.ນ.. 8, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
- ທີ່ບ້ານທ່າແຕງ ພີ່ນ້ອງລາວສູງໄດ້ຮັບຄຳສັ່ງຈາກຂັ້ນເທິງ ນາຍບ້ານຈິງຮຽກລູກບ້ານປະຊຸມ ເມື່ອເປີດຊຸມແລ້ວ ນາຍບ້ານກໍບອກ ກອງປະຊຸມມື້ນີ້ ບໍ່ມີຫຍັງຫຼາຍ ເອີ້ນມີນ້ອງມາຟັງຄຳສັ່ງຈາກຂັ້ນເທິງ ຊິຂໍອ່ານໃຫ້ພີ່ນ້ອງເຮົາຟັງດຽວນີ້ ນາຍບ້ານ: ກ່ອນອື່ນໝົດຂ້າພະເຈົ້າຂໍຕ່າງໜ້າໃຫ້ໂຕເອງ ຂໍອ່ານຄຳສັ່ງຈາກຂັ້ນເທິງດັ່ງນີ້ ເພື່ອບໍ່ເປັນການເສັຍເວລາ ຂ້າພະເຈົ້າຊິບໍ່ອ່ານ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສັນຕິພາບ ເອກະລັດ ປະຊາທິປະໄຕ ປະຊາຊົນລາວນີ້ ເຮົາຊິບໍ່ອ່ານ ຊິຂໍເຂົ້າສູ່ເນື້ອໃນເລີຍ.
|
ຂຽນເມື່ອ: ມ.ນ.. 5, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
- ທີ່ຫໍພັກ ນັກສຶກສາດົງໂດກ ທ້າວຄຳຈັນ ເປັນຄົນເຜົ່າລື້ ຈາກແຂວງບໍ່ແກ້ວ ກຳລັງມາເຂົ້າຮຽນປີ ໑ ພໍດີ, ໄດ້ມາເປັນສະມາຊິກຫໍພັກໃໝ່ ເຊິ່ງມີອ້າຍຂອດເປັນຫົວຫ້ອງພັກນັ້ນ. ໃນຂະນະທີ່ທ້າວຄຳຈັນ ນັ່ງທ່ອງໜັງສືຢູ່ໃນຫ້ອງນັ້ນ ມີຄະນະຕືກຄົນໜຶ່ງແລ່ນຕາລືຕາຈໍມາບອກຄົນໃນຫ້ອງວ່າ - ຄະນະຫ້ອງ : ຊາວຄະນະຕືກ ໘ ພວກເຂົາທັງໝົດ ໃຜມີລົດຈົ່ງພາກັນໄປເບິ່ງອ້າຍຂອດຕຳກັບລົດອື່ແຕ໋ນ. - ທ້າວຄຳຈັນ : ຫົວໜ້າ ຖາມແນ່ ? - ຄະນະຫ້ອງ : ຖາມມາ. - ທ້າວຄຳຈັນ : ດຽວນີ້ ອ້າຍຂອດຢູ່ໃສ ? - ຄະນະຫ້ອງ : ດຽວນີ້ລາວກຳລັງນຳສົ່ງໂຮງໝໍຮ້ອຍຫ້າສິບຕຽງ. - ທ້າວຄຳຈັນ : ແລ້ວ ອີ່ແຕ໋ນເດ ? - ຄະນະຫ້ອງ : ອີ່ແຕ໋ນມັນກະນອນລ້າງງ້າງຢູ່ຖະໜົນຫັ້ນແລ້ວ. - ທ້າວຄຳຈັນ : ມັນຕາຍບໍ ? - ຄະນະຫ້ອງ : ບໍ່ - ທ້າວຄຳຈັນ : ເອົາ...ເປັນຫຍັງບໍ່ເຫັນມີໃຜເອົາມັນໄປໂຮງໝໍລະ ? - ຄະນະຫ້ອງ : ເອົາມັນໄປເຮັດຫຍັງ ອີແຕ໋ນມັນແມ່ນລົດໄຖນາ. - ທ້າວຄຳຈັນ : ໂອ້ຍ...........ເຮົາໂລດນຶກວ່າມັນແມ່ນຜູ້ສາວຊັ້ນດອກ ຕົກໃຈໝົດເລີຍ.
ໝາຍເຫດ ຄົນລື້ :
ຜູ້ບ່າວເຂົາຮຽກວ່າ "ອ້າຍ"
ຜຸ້ສາວເຂົາຮຽກວ່າ "ອີ່"
(ໃຜໄດ້ຟັງເພງລື້ສິບສອງພັນນາຂອງ ອີ່ອອນນ້ອຍກັບອ້າຍຄຳຈັນແນ່ຍົກມືຂຶ້ນ ?)
|
ຂຽນເມື່ອ: ມ.ນ.. 4, 2009
| ມີ
3 ຄຳເຫັນ
ແລະ
0 trackback(s)
(ອ່ານຕໍ່ຕອນສອງ)
|
ຂຽນເມື່ອ: ກ.ພ.. 28, 2009
| ມີ
14 ຄຳເຫັນ
ແລະ
0 trackback(s)
- ສາວວຽງຈັນ ໓ ຄົນ ໄປທ່ຽວທາງປາກເຊ ແຂວງຈຳປາສັກ ພໍໄປຮອດເມືອງປາກຊ່ອງ ກໍໄປພັກໂຮມສເຕຍ໌ທີ່ນັ້ນ, ຕົກຕອນແລງຊິອາບນຳ້ພັດບໍ່ມີສະບູ ກໍເລີຍເອົາ ໗໐໐໐ ກີບ ໃຫ້ສາວແກ້ວໄປຊື້ສະບູ ກັບຢາສະຜົມ, ສາວແກ້ວໄປຊື້ສະບູທີ່ຣ້ານຄ້າຍ່ອຍເຊິ່ງບໍ່ມີຫຼາຍປານໃດນັ້ນ ຣາຄາສະບູທີ່ຂາຍກັນຢູ່ບ້ານນອກເຊັ່ນລາຄາເກີນເຄິ່ງ ຄືຣາຄາ ໕໐໐໐ ກີບຕໍ່ກ້ອນ, ສາວແກ້ວໄປຂໍຫຼຸດຈັ່ງໃດກໍບໍ່ລົງ ຄົນຂາຍຂອງກໍບໍ່ຍອມຫຼຸດ, ສາວແກ້ວກໍໝົດຫວັງຂໍຫຼຸດຄ່າສະບູຮ້ານໃດກໍບໍ່ມີໃຜຫຼຸດຣາຄາໃຫ້ເລິຍ ມີ ເງິນເຫຼືອຖົງກະພຽງ ໗໐໐໐ ກີບຕ້ອງຊື້ ຢາສະຜົມພ້ອມ ໒໐໐໐ ກີບ ຢ່າງກັບເຮືອນພັກດ້ວຍມີເປົ່າ. - ສາວໃສ ເຫັນສາວແກ້ວກັບໄປກໍຖາມວ່າ ສາວໃສ : ໃສລະແກ້ວສະບູ ກັບຢາສະຜົມຄືບໍ່ເຫັນຊື້ມາ. ສາວແກ້ວ: ເງິນບໍ່ພໍ ແມ່ຄ້າແຖວນີ້ຂໍຫຼຸດດ້າມເລັກດ້າມນ້ອຍກະບໍ່ລົງໃຫ້. - ສາວໃສ ເຫັນເປັນເຊັ່ນນັ້ນກໍເວົ້າວ່າ ມາເບິ່ງເຮົາຊິໄປເອງ ເຂົາຊິບໍ່ຫຼຸດແທ້ບໍ ? ສາວໃສໄປຊື້ສະບູກັບຢາສະຜົມ ແປມ່ຄ້າກໍເວົ້າທຳນອງດຽວ ກໍເລີຍຢ່າງກັນເຮືອນພັກ ດ້ວຍຄວາມໝົດຫວັງ ? - ສາວແກ້ວກັບສາວຕູ່ເຫັນສາວໃສກັບມາມືເປົ່າ ກໍເຫັນສາວໃສເວົ້າໃນລັກສະນະແບບດຽວ ໃນທີສຸດສາວວຽງຈັນທັງ ໓ ຄົນ ກໍພາກັນໄປຮ້ານຄ້າຍ່ອຍ ໄປຂໍຫຼຸດຣາຄາສະບູ ແລະຢາສະຜົມກໍບໍ່ມີໃຜຫຼຸດໃຫ້ ໃນທີ່ສຸດ ໓ ນາງສາວກໍໄປເຖິງຮ້ານຂາຍເຄື່ອງຍ່ອຍ ທີ່ມີເດັກນ້ອຍຂາຍຂອງແທນແມ່ຢູ່. ສາວສຽງວຽງຈັນ: ນ້ອງສະບູກ້ອນເທົ່າໃດ ? ເດັກນ້ອຍຂາຍເຄື່ອງ: ກ້ອນ ໕ ພັນກີບ ສາວວຽງຈັນ: ຢາສະຜົມເດຊອງເທົ່າໃດ ? ເດັກນ້ອຍຂາຍເຄື່ອງ: ຊອງລະພັນ ໑໕໐໐ ກີບ. ສາວວຽງຈັນ: ເອົາຈັ່ງຊີ້ນ້ອງຄືວ່າພວກເອື້ອຍຕ້ອງການສະບູກັບຢາສະຜົມ ນ້ອງຫຼຸດໃຫ້ເອື້ອຍ ໗໐໐໐ ໄດ້ບໍ ສະບູ ໑ ກ້ອນກັບຢາສະຜົມ ໒ ຊອງ. ເດັກນ້ອຍຂາຍຂອງ: ບໍ່ໄດ້ດອກເອື້ອຍ ນ້ອງບໍ່ເຄີຍເຫັນໃຜຂາຍເຄື່ອງຫຼຸດຣາຄາຈັກເທຶ່ອ ຊາວບ້ານອັນນີ້ຂາຍຂອງມາກໍບໍ່ເຄີຍຫຼຸດຣາຄາ ຄັນລົດຣາຄາຫັ້ນມີຢູ່. ສາວວຽງຈັນ: ເອີ......ລົດຣາຄາ ແລ້ວນ້ອງຊິລົດລາຄາໄດ້ເທົ່າໃດ ? ເດັກນ້ອຍຂາຍຂອງ: ສະບູລົດໄດ້ ໑ ກ້ອນ ໓໐໐໐ ກະໄດ້, ຢາສະຜົມ ຊອງລະ ໑໐໐໐ ກີບກະໄດ້. ສາວວຽງຈັນ: ..........................ຫຼຸດບໍ່ໄດ້ ມີແຕ່ລົດ (ເອົາວ໌ ເຂົາພາເຮົາເວົ້າຜິດແລ້ວເດນີ້) http://punlao.com/ariya/albums/3652
|
ຂຽນເມື່ອ: ກ.ພ.. 27, 2009
| ມີ
9 ຄຳເຫັນ
ແລະ
0 trackback(s)
ທີ່ໂຮງໝໍສີຣິລາດ ກຸງເທບ ແມ່ເຖົ້າຄົນໜຶ່ງ ໄດ້ໄປກວດພະຍາດ ຫຼັງຈາກກວດພະຍາດແລ້ວ ພະຍາບານກໍໄດ້ເອົາໃບສັ່ງຢາມາໃຫ້ແມ່ເຖົ້າຄົນນັ້ນ ພ້ອມທັງບອກກັບແມ່ເຖົ້າວ່າ
- ພະຍາບານສາວ: "ຍາຍຄ່ະ ອາການຂອງຍາຍໄມ່ ເປັນອະໄຣຫຣອກນະຄ່ະ ນີ້ໃບສ່ັງຢາ ໃຫ້ຍາຍໄປຣັບຢາຢູ່ຝັ່ງໂນ້ນນະຄ໋ະ"
ແມ່ເຖົ້າຄົນນັ້ນຮັບໃບສັ່ງຢາແລ້ວ ກໍງວາກໜ້າງວາກຫຼັງ ເຫັນຄົນຢ່າງໄປທາງນັ້ນຫຼາຍ ກໍຢ່າງໄປຕາມເຂົາ ກໍບໍ່ເຫັນບ່ອນຈ່າຍຢາ ລາວກໍລົງເຮືອຮັບຈ້ງຂ້າມ ແມ່ນຳ້ເຈົ້າພະຍາໄປຮອດທ່າພະຈັນ ຢ່າງຊອກຫາ ບ່ອນຈ່າຍຢາກໍບໍ່້ເຫັນ ເຫັນແຕ່ຮ້ານຄ້າຂາຍໜັງສີນາຍອິນ, ມະຫາວິທະຍາໄລທັມມະສາດ ແລະມະຫາວິທະຍາໄລມາຫາຈຸລາລົງກອນຣາຊະວິທະຍາໄລ ແລະຮ້ານອື່ນໆ ຫຼັງຈາກໄປຫາຈົນເມື່ອຍບໍ່ເຫັນບ່ອນຈ່າຍຢາ ຈຶ່ງຂ້າມເຮືອຂ້າມຟາກກັບມາຫາພະຍາບານຄືນ.
- ແມ່ເຖົ້າຄົນນັ້ນ: ໝໍ...ຍາຍໄປຊອກຫາໝົດແລ້ວ ບໍ່ເຫັນທີ່ຈ່າຍຢາເລີຍ.
- ພະຍາບານສາວ: ຍາຍໄປເຖິງໄໜ ທຳໄມໄມ່ເຫັນລະຄ່ະ.
- ແມ່ເຖົ້າ: ຍາຍໄປເຖິງທ່າພະຈັນໂນ້ນ.
- ພະຍາບານລາວ: ທຳໄມຍາຍຕ້ອງໄປໄກລຖຶງຂະໜາດນັ້ນຄ່ະ.
- ແມ່ເຖົ້າ: ກໍອີໜູບອກຍາຍໄປຮັບຢາຝ່ັງໂນ້ນໄມ່ໃຊ່ເຫຣີ.
- ພະຍາບານ: ອໍ້.............................................
|
ຂຽນເມື່ອ: ກ.ພ.. 26, 2009
| ມີ
11 ຄຳເຫັນ
ແລະ
0 trackback(s)
- ລູກເຂີຍ ເປັນຄົນມີຂີ້ແຂ້ວ ແມ່ເຖົ້າເຫັນລູກເຂີຍມີຂີ້ແຂ້ວຫຼາຍກໍຄິດຢາກຈະໃຫ້ລູກເຂີຍກຳຈັດຂີ້ແຂ້ວ ແຕ່ບໍ່ກ້າບອກລູກເຂີຍທາງກົງ ເນື່ອງຈາກຢ້ານລູກເຂີຍອາຍ, ຢູ່ມາວັນໜຶ່ງແມ່ເຖົ້າຄິດແຜນຢ້ຽມຍອດ ວິທີໃຫ້ລູກເຂີຍກຳຈັດຂີ້ແຂ້ວ ເພາະຢູ່ບ້ານໃກ້ກັນຈະມີງານບຸນປະຈຳປີ ແມ່ເຖົ້າຄິດຄິດວ່າແຜນນີ້ຕ້ອງສຳລັດຜົນແນ່ນອນ ຈຶ່ງເອີ້ນລູກເຂີຍມາຫາ.
- ແມ່ເຖົ້າ : ຊຽງເອີຍ !!!! ລູກບໍ່ໄປຫິ້ຼນບຸນນຳເພິ່ນບໍ ?
- ລູກເຂີຍ: ຄືຊິບໍ່ໄດ້ໄປດອກແມ່ ເພາະບໍ່ມີເງິນ. (ເຂົ້າລ໊ອກແມ່ເຖົ້າແລ້ວ)
- ແມ່ເຖົ້າ: ເອີ...ເອົາຈັ່ງຊີ້ຊຽງ ແມ່ຊີໃຫ້ເງິນລູກໄປທ່ຽວ ແຕ່ບໍ່ຫຼາຍ ຊ່ຳພໍກິນອ້ອຍນີ້ ລູກຊິໄປບໍ (ບ໊ະ ປົກຕິແມ່ເຖົ້າເປັນຄົນຂີ້ຖີ່ ແຕ່ມື້ນີ້ຄືຈັ່ງວ່າໃຈດີແທ່້)
- ລູກເຂີຍ: ໂດຍໄປກະໄປແມ່ເຖົ້າ.
ແມ່ເຖົ້າກໍເອົາຈຳນວນໜຶ່ງລູກເຂີຍ ຊ່ຳພໍດີຊື້ອ້ອຍກິນໄດ້ "ພ້ອມທັງກະຊິບກັບລູກເຂີຍວ່າ ໃຫ້ລູກໄປກິນອ້ອຍເດີ ລູກເຂີຍ ຕອບຕົກລົງ" ລູກເຂີຍໄດ້ເງິນແລ້ວກໍທ່ຽວຫຼິ້ນບຸນຈົນຊອດແຈ້ງ ຈຶ່ງກັບມາເຮືອນ ສ່ວນແມ່ເຖົ້ານຶກໃນໃຈວ່າ ຂີ້ແຂ້ວລູກເຂີຍ ຕ້ອງໝົດແນ່ນອນ ຕື່ນເຊົ້າມາແມ່ເຖົ້າເຫັນລູກເຂີຍກໍຖາມຂຶ້ນທັນທີໂລດ.
- ແມ່ເຖົ້າ: ຊຽງ...ໄປຫຼິ້ນບຸນຄືນນີ້ມ່ວນບໍ ? - ລູກເຂີຍ: ໂດຍ...ທ່ຽວຈົນຊອດແຈ້ງເລີຍຈຶ່ງກັບ. - ແມ່ເຖົ້າ: ອືມ໌...ເງິນທີ່ໃຫ້ໄປນັ້ນ ຊີ້ອ້ອຍກິນໝົດບໍ ? - ລູກເຂີຍ: ບໍ່ໄດ້ຊື້ອ້ອຍດອກ. - ແມ່ເຖົ້າ: ຊີ້ຫຍັງກິນລະ. - ລູກເຂີຍ: ຊື້ເຜືອກ. - ແມ່ເຖົ້າ: ອ້າວ....ບອກໃຫ້ກິນອ້ອຍຈັ່ງໃດຈັ່ງໄປກິນເຜືອກ. - ລູກເຂີຍ: ເຫັນເຜຶອກມັນລາຄາຖືກ ແລະມັກແນ່ ກະເລີຍຊື້ເຜືອກກິນ. - ແມ່ເຖົ້າ: (ນຶກໃນໃຈ) ໂອຍ..ຈັ່ງມັນຊິເພີ່ມນໍ !!!!!!!!!.
|
ຂຽນເມື່ອ: ກ.ພ.. 24, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
- ຊາວຫວຽດນາມຕ່າງດ້າວມາຢູ່ເມືອງລາວຫຼາຍປີ ໄດ້ພົບຮັກກັບສາວລາວ ກໍເລີຍຕົກລົງປົງໃຈ ແຕ່ງງານກັນ, ທັງສອງໄດ້ຈັດງານຍິ່ງໃຫຍ່ທີ່ພັດຕາຄານລ້ານ ຊ້າງ ເຊີນແຂກທັງສອງຝ່າຍມາສະຫຼອງຄູ່ສົມຣົດໃໝ່ ເນື່ອງຈາກງານນັ້ນເປັນງານທີ່ຝ່າຍຊາຍຈັດຂຶ້ນ ຈຶ່ງໄດ້ເອົາໂຄສົກຄົນຫວຽດນາມເອງ ມາເປັນພິທີກອນ ໃຫ້, ເມື່ອເຖິງຂັ້ນຕອນສຳຄັນ ຄື ປະກາດເຈົ້າບ່າວເຈົ້າບ່າວ ແລະເຈົ້າໂຄດລູງຕາ ໂຄສົກກໍຮຽກເຈົ້າບ່າວເຈົ້າສາວຂຶ້ນເວທີ ຕໍ່ໄປກໍຮຽກເຈົ້າໂຄດທັງສອງຝ່າຍ ຂຶ້ນມາເວທີ. ພິທີກອນ : ຫຼັງຈາກເຈົ້າບ່າວສາວຂຶ້ນເວທີແລ້ວ ບາດນີ້ຍັງໂຄດຟໍ້ໂຄດແມ່ຂອງທັງສອງຝ່າຍ, ຕໍ່ໄປຂໍເຊີນໂຄດຟໍ້ໂຄດແມ່ຝ່າຍຍິງມາຢືນຂ້າງຂວາ ແລ້ວຂໍເຊີນ ໂຄດຟໍ້ໂຄດແມ່ຝ້າຍຊາຍ ມາຢືນຂ້າງຊ້າຍ, ແລ້ວບາດນີ້ໂຄດຟໍ້ໂຄດແມ່ທັງສອງຝ່າຍຂຶ້ນມາກາງເວທີແລ້ວ ຂໍເຊີນຍົກຈອກດື່ມສະຫຼອງໂອຍຟອນຄູ່ຝົວເມັຍ ຂໍໃຫ້ ຄູ່ຝົວເມັຍຈົ່ງຢູ່ນຳກັນ ກິນນຳກັນ ນອນນຳກັນຢ່າງເປັນສຸກຕະຫຼອດຊີວິດເທີ້ນ.
|
ຂຽນເມື່ອ: ກ.ພ.. 23, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ຄັ້ງໜຶ່ງທີ່ນັກແຕ້ມ ສີມືເອກຊາວເມືອງອະໂຍທະຍາມາເສັງແຕ້ມຮູບ ເພື່ອເອົາເມືອງເປັນລາງວັນ ຖ້າທາງເຈົ້າເມືອງຊະນະ ຂອງຣາງວັນທີ່ໄດ້ມາທັງໝົດຈະມອບໃຫ້ເມືອງນີ້ມົດ ຫາກທາງເຈົ້າເມືອງບໍ່ຊະນະ ຈະເອົາເມືອງທັງໝົດ ໂດຍນັກແຕ້ມຄົນນັ້ນໄດ້ມີການຕັ້ງກະຕິກາໄວ້ວ່າ: ໑. ແຕ້ມແລ້ວໄວ, ໒. ແຕ້ມແລ້ວສາມາດອະທິບາຍໄດ້. ໓. ໃຊ້ສີໄດ້ຫຼາຍສີ. ໔. ຟອຍແຕ້ມມີພຽງກ້ານດຽວ. ໕. ແພແຕ້ມຕ້ອງສູງຈາກໜ້າດິນບໍ່ຕ່ຳກວ່າ ໒ ແມັດ ເມື່ອພຣະຍາເມືອງໄດ້ມີຜູ້ທ່າເຊັ່ນນັ້ນ ກໍຮັບຄຳທ້າທັນທີ ແຕ່ມອງບໍ່ເຫັນໃຜຈະເຮັດໄດ້ດັ່ງກະຕິການັ້ນ ຈຶ່ງເອີ້ນຊຽງໝ້ຽງເຂົ້າເຝົ້າ ແລ້ວໃຫ້ຊຽງໝ້ຽງຊອກຫາຊ່າງແຕ້ມຝີມືດີມາສູ້ເຂົາ ເພາະນັກແຕ້ມຄົນນີ້ເກ່ງຫຼາຍເອົາຊະນະມາຮ້ອຍຫົວເອັດເຈັດຫົວເມືອງ ເຂົາພຽງແຕ່ເຕັ້ນຂຶ້ນ ໙ ຫົນກໍແຕ້ມຮູບໄດ້ທັງງາມ ທັງລະອຽດ ເມື່ອຊຽງໄດ້ຮັບພຣະບັນຊາແລ້ວ ກໍກັບເມືອນອນເຮືອນເສີຍມັ່ງຢູ່ ໂດຍບໍ່ຮ້ອນບໍ່ເຄືອງຫຍັງໝົດ ຈົນຮອດວັນເສັງ, ພຣະຍາເມືອງອອກສນາມເສັງ, ປະຊາຊົນມາຊົມຄັບຄາໜາແໜ້ນ, ນັກແຕ້ມຕ່າງເມືອງກໍມາຮອດແລ້ວ ຍັງແຕ່ນັກແຕ້ມຂອງພຣະຍາເມືອງບໍ່ມາ ທາງພຍາກໍບອກວ່າໃຫ້ລໍຖ້າກ່ອນຈັກໜ່ອຍ ທັນໃດນັ້ນກໍເຫັນຊາຍຄົນໜຶ່ງແລ່ນມາ ແຕ່ບໍ່ແມ່ນຊຽງໝ້ຽງ ຫາກເປັນຄົນໃຊ້ຂອງຊຽງໝ້ຽງແຕ່ງມາ ມາຮອດແລ້ວກໍເຂົ້າຄາຣະວະພຣະຍາ ແລ້ວບອກວ່າ "ເປັນຊ່າງແຕ້ມທີ່ຊຽງໝ້ຽງຫາມາ" ພຣະຍາຖາມວ່າ "ຊຽງໝ້ຽງເດໄປໃສ ?" ຊ່າງແຕ້ມປອມບອກວ່າ ເຂົາຈະມາທັນກ່ອນການຕັກສິນແນ່ນອນ ດຽວນີ້ເຂົາຍັງໄປທຳທຸຣະຂ້າງນອກ ທີ່ແທ້ຊຽງໝ້ຽງຢູ່ນຳຝູງຊົນນັ້ນ. ເມື່ອໄດ້ເວລາແລ້ວ ກໍເຣີ່ມພິທີການເສັງກ່ອນ ໂດຍໃຫ້ນັກແຕ້ມຈາກອະໂຍທະຍາແຕ້ມກ່ອນ ທາງນັກແຕ້ມອາໂຍທະຍາຈັບຟອຍແຕ້ມຂຶ້ນແລ້ວ ກໍເຕັ້ນຂຶ້ນພຽງ ໓ ຫົນ ກໍເປັນຮູບພຣະຍານັ່ງຢູ່ບັນລັງສວຍງາມ ທັງເໝືອນພຣະຍາປານກັບຮູບຖ່າຍ, ຫຼັງຈາກນັ້ນກໍເປັນຜຽນຂອງທາງເຈົ້າເມືອງ ນັກເຕັ້ມທາງຝ່າຍເຈົ້າເມືອງກຳລັງຊິທຳການເຕັ້ມ ທັນໃດນັ້ນມີຊາຍຄົນໜຶ່ງ(ຊຽງໝ້ຽງ) ອອກມາຈາກຝູງຊົນ ມາຍືນຢູ່ກາງສະ ໜາມແຂ່ງ ແລ້ວຂາບບັງຄົມພຣະຍາວ່າ "ຂໍເດຊະ ລະອອງທູລີພຣະບາດ ຕາມທີ່ຂ້າພະເຈົ້າເບິ່ງການເຕັ້ມຂອງທາງຝ່າຍອາຍຸທະຍາແລ້ວ ເຫັນວ່າມີຜີມືດີ ແຕ່ວ່າຜີມືນັ້ນຍັງບໍ່ທຽມທັນກັບນັກແຕ້ມຂອງທາງຝ່າຍເມືອງເຮົາ ສະນັ້ນຜູ້ຂ້າເຫັນວ່າ ບໍ່ໃຫ້ນັກແຕ້ມທາງຝ່າຍເຮົາແຕ້ມແຂ່ງໃນງານນີ້ ເພາະຝີມືມັນຄົນລະຊັ້ນກັນ ຂ້ານ້ອຍ ຂ້າພະເຈົ້າຂໍເປັນນັກແຕ້ມແຂ່ງໃນງານນີ້ແທນນັກແຕ້ມມີມືເອກຂອງເຮົາ ຂ້າພະເຈົ້າຄິດວ່າ ຝີມືຂອງຂ້ອຍພະເຈົ້າຄົງຊິເອົາຊະນະ ແກ້ໜ້າແກ້ຕາໃຫ້ແກ່ເຈົ້າເມືອງໄດ້ ຂໍໃຫ້ພຣະຍາຈົ່ງໂຜດອະນຸຍາດທ້ອນ" ເມື່ອຊຽງໝ້ຽງເວົ້າຈົບຊາວເມືອງກໍພ້ອມກັນໂຮ ແລະ ເຫັນພ້ອມໃຫ້ຊຽງໝ້ຽງແຂ່ງຂັນໃນງານນີ້, ໃນທີ່ສຸດພຣະຍາກໍອະນຸຍາດ ໃຫ້ຊຽງໝ້ຽງເປັນຄົນແຂ່ງຂັນ. ເມື່ອຊຽງໝ້ຽງ ໄດ້ຮັບອະນຸຍາດແລ້ວ ກໍທຳການແຕ້ມຮູບເລີຍ ໂດຍທີ່ຊຽງໝ້ຽງເອົາຟອຍແຕ້ມໄປຈຸ່ມເອົາສີດຳແລ້ວກໍເຕັ້ມຂຶ້ນພຽງ ໑ ຫົນ ກໍເຮັດໃຫ້ຝ້ານັ້ນດຳໄປທັງຜືນ. ກັມມະການກໍຖາມວ່າ "ຊຽງໝ້ຽງແຕ້ມແລ້ວຫຼືຍັງ" ຊຽງໝ້ຽງຕອບວ່າ ແຕ້ມແລ້ວ ? ບາດນີ້ກໍໃຫ້ທາງນັກແຕ້ມທາງຝ່າຍອາໂຍທະຍາອະທິບາຍຮູບແຕ້ມຂອງຕົນ "ກໍເວົ້າຕາມຫຼັກການທຸກຢ່າງ ແລະ ບອກວ່າຮູບນີ້ ເປັນຮູບຂອງພຣະຍາກຳລັງນັ່ງຢູ່ໃນພຣະລານຫຼວງຂະນະນີ້ ພຣະຍາກໍຊົງແຍ້ມພຣະໂອດເຮັດໃຫ້ຄະນະກັມມະການໃຫ້ຄະແນນຮູບນັ້ນ ໙໙.໙ ຄະແນນ. ບາດນີ້ທາງກັມມະການກໍຖາມຊຽງໝ້ຽງວ່າ ຮູບຂອງຊຽງໝ້ຽງແມ່ນຮູບຫຍັງ ຄືບໍ່ເຫັນມີຮູບ? ຊຽງໝ້ຽງຕອບວ່າ ຮູບຂອງຂ້ານ້ອຍ ແມ່ນຮູບກາດຳ ທີ່ບິນໃນຄວາມມືດ ມັນກະເລີບບໍ່ເຫັນຮູບ, ຄົນທັງຫຼາຍໄດ້ຟັງແລ້ວ ກໍພ້ອມກັນຮ້ອງໂຮຊົມເຊີຍຂຶ້ນເປັນການໃຫຍ່ ທາງທັງພຣະຍາກໍຍິ້ມພຣະໂອດຂຶ້ນດ້ວຍ, ທາງຄະນະກັມມະ ການກໍໃຫ້ຄະແນນຮູບຂອງສຽງໝ້ຽງ ໙໙.໙ ຄະແນນ. ເມື່ອເຫັນເປັນເຊັ່ນນັ້ນ ທາງນັກແຕ້ມຝ່າຍອະໂຍທະຍາກໍຄັດຄ້ານຂຶ້ນ ວ່າຊຽງໝ້ຽງຜິດກຕິການ ຄືວ່າ ເຂົາໃຫ້ໃຊ້ທຸກສີແຕ້ມ ແຕ່ທາງຝ່າຍຊຽງໝ້ຽງໃຊ້ພຽງສີດຽວແຕ້ມ ອັນນີ້ຜິດກະຕິກາ. ຝ່າຍຊຽງໝ້ຽງເມື່ອໄດ້ຟັງຄຳຄັດຄ້ານແລ້ວ ກໍລຸກຂຶ້ນແກ້ວ່າ "ສີທີ່ຂ້າພະເຈົ້າແຕ້ມນັ້ນແມ່ນມີທຸກສີ ເພາະວ່າສີຕ່າງໆທີ່ຖືກລວມເຂົ້າກັນແລ້ວ ຈະກາຍເປັນສີດຳໝົດ ຖ້າບໍ່ເຊື່ອລອງໃຫ້ເອົາສີທັງມົດເທລວມກັນເບິ່ງຄັນບໍ່ເປັນສີດຳ. ເມື່ອເປັນເຊັ່ນນັ້ນ ກັມມະການກໍເອົາສີທັງໝົດເທລົງໃນຄຸເທົ່າກັນ ສີທັງໝົດກໍກາຍເປັນສິດຳດັ່ງທີ່ຊຽງໝ້ຽງວ່າ "ຊາວເມືອງໄດ້ຟັງກໍຮ້ອງໂຮຊົມເຊີຍເປັນການໃຫຍ່" ທາງຄະນະກັມມະການກໍໃຫ້ຄະແນນຊຽງໝ້ຽງເພີ່ມ ເປັນ ໑໐໐ ຄະແນນ, ເປັນອັນວ່າຝ່າຍຊຽງໝ້ຽງຊະນະ ໄດ້ຂອງຂວັນຈາກນັກແຕ້ມອາໂຍທະຍາທັງໝົດ.
|
|
|