ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ວັນນີ້ ເປັນວັນສິນ ໑໕ ຄ່ໍາເພັງເດືອນ ໔ ຍາດໂຍມ ເຂົ້າວັດທໍາບຸນຕັກບາດ ດ້ວຍກຸສົນສັດທາ ອັນແຮງກ້າ ເບິ່ງແລ້ວ ບໍ່ໄດ້ມາຕາມປະເພນີລ້າໆ ຫາກແມ່ນມາເພາະສັດທາທີ່ຄົງໝັ້ນໃນພຸດທະສາສນາແທ້ໆໆ ອາຕະມາຈຶ່ງຂໍອັງເຊີນເອົາພຸດທະພົດມາສາທະຍາຍແກ່ຍາດໂຍມໄດ້ສະດັບ "ເຈຕະນາຫັງ ພິກຂາເວ ວະທາມິ ກັມມ" ເຊິ່ງແປວ່າ "ດູກອນ ພິກຂຸທັງຫຼາຍ ກັມຍ່ອມສໍ່ສະແດງເຈຕະນາ".

- ກັມຄືການກະທໍາ ການກະທໍາຂອງທ່ານສາທຸຊົນທີ່ທໍາໃນວັນນີ້ ແມ່ນວ່າມີການມາໃຫ້ທານ ມາຮັບສິນ ມາຟັງທໍາ ເຊິ່ງທັງສາມນີ້ ແມ່ນການທໍາບຸນໃນທາງພຣະພຸດທະສາສນາ ການກະທໍາຂອງທ່ານ ແມ່ນການທໍາຄວາມດີ ຫຼືການທໍາບຸນ ດ້ວຍເຫດນັ້ນຜົນຂອງການກະທໍາຂອງທ່ານທັງຫຼາຍ ສະແດງອອກເຖິງເຊິ່ງຄວາມດີ ກໍເລັ່ງເຫັນເຈດ ຕະນາຂອງທ່ານວ່າ ມີເຈດຕະນາດີ ເຈດຕະນາເປັນບຸນ ເມື່ອການກະທໍາດີ ເຈດຕະນາກໍດີ ທ່ານກໍເປັນຄົນດີ ຕາມແບບສະບັບຂອງພຸດທະສາສນິກກະຊົນໂດຍແທ້.
- ມື້ນີ້ເປັນວັນສີເພັງ ກາງເດືອນ 4 ເປັນວັນສໍາຄັນຂອງພຸດທະສາສນາ ແລະຊາວພຸດລາວທົ່ວປະເທດພາກັນ ເຂົ້າມາວັດເພື່ອທໍາບຸນ ຖືເປັນກິດເປັນໜ້າທີ່ຂອງຊາວພຸດ ສ່ວນມື້ອື່ນ ວັນທີ 8 ມິນາ 2012 ອົງການສະຫາ ປະຊາຊາດກນົດເປັນກົດບັດສາກົນວ່າ ເປັນວັນແມ່ຍິງສາກົນ ສະນັ້ນ, ມື້ນີ້ຖືວ່າເປັນວັນພິເສດ ທີ່ແມ່່ອອກໄດ້ເຂົາມາ ທໍາບຸນເປັນຈໍານວນຫຼາຍ ຈຶ່ງຂໍອ່ວຍພອນວັນແມ່ຍິ່ງສາກົນ ໂດຍສະເພາະແມ່ຍິງລາວທົ່ວປະເທດ ແລະທົ່ວໂລກ ຈົ່ງເປັນຜູ້ປະກອບດ້ວຍອາຍຸ ວັນນະ ສຸຂະ ພະລະ ພ້ອມທີ່ຈະທໍາໜ້າທີ່ເພື່ອປົດປ່ອຍຕົນອອກຈາກຄວາມທຸກ ຍາຫຫຼ້າຫຼັງ ແລະພັດທະນາຕົນ ພັດທະນາສັງຄົມ ແລະພັັດທະນາປະເທດຊາດ ພຣະພຸດທະສາສນາ ໃຫ້ວັດທະນາຖາວອນ ແລະທີ່ສໍາຄັນ ຄືຈົ່ງຊໍາຮະຊະລ້າງແນວອັນຊົ່ວໆອອກຈາກກາຍໃຈ ສ້າງຕົນໃຫ້ເປັນຜູ້ມີຄວາມ ບໍຣຸດຜຸດຜ່ອງ ເພື່ອກ້າວຂຶ້ນສູ່ເປົ້າໝາຍໃຫຍ່ ຄືຄວາມອຸດົມສົມບູນ ທັງໃນຊາດນີ້ ແລະຊາດໜ້າເທີນ.

- ວັນແມ່ຍິງສາກົນນີ້ ເປົ້າໝາຍຂອງການກໍານົດວັນນີ້ ແມ່ນເພື່ອໃຫ້ຊາວໂລກ ຫັນມາໃຫ້ຄວາມສໍາຄັນ ແກ່ເພດຍິງ ຄືໃຫ້ຜູ້ຍິງມີຄວາມສໍາຄັນສະເໝີພາບທຽນເທົ່າກັນຊາຍ ຄື ສົ່ງເສີມບົດບາງຍິງຊາຍ ເຊິ່ງຮຽກຢ່າງໜຶ່ງສິດປະຊາທິ ປະໄຕລະຫວ່າງຍິງຊາຍ ເຊິ່ງໃນໂລກນີ້ໃນໄລຍະຜ່ານມາຍັງມີເພດຍິງຈໍານວນຫຼວງຫຼາຍ ຍັງບໍ່ມີສິດປະຊາທິປະໄຕ ສະເໝີຊາຍ.
- ສໍາລັບປະເທດລາວເຮົາ ຍິງລາວຈໍານວນຫຼວງຫຼາຍ ມີຄວາມທຽບທັນກັບຊາຍເປັນສ່ວນຫຼາຍ ໂດຍສະເພາະວັດທະນະທໍາລາວ ແລ້ວເກືອບກ່າວໄດ້ວ່າ ບໍ່ມີກົດກະຕິການເກືອດຫ້າມ ຫຼືກົດໜ່ວງປະຊາທິປະໄຕ ເພດຍິງເລີຍ ບໍ່ວ່າສິດການປະກອບອາຊີບ, ສິດການເລືອກຄູ່ຄອງ ແລະການຄອງຄູ່ ຕະຫຼອດສິນໃນການປາກເວົ້າ ການຮຽນ ການຂຽນ ແລະອ່ານ ໃນໄລຍະທີ່ປະເທດລ້ານຊ້າງຈະເລີນສູງສູດ ວັດທະນະທໍາລາວຍິ່ງເປີດກວ້າງຕໍ່ເພດຍິງ ວັດທະນະທໍາລາວຈັດສັນ ແບ່ງງານ ແບ່ງໜ້າທີ່ລະຫວ່າງຊາຍຍິງ ໄວ້ຢ່າງຮອບຄອບ ແລະເປັນທໍາທີ່ສຸດ.
- ເມື່ອມາເວົ້າເບື້ອງພຣະພຸດທະສາສນາແລ້ວ ປະເທດລາວເປັນປະເທດພຣະພຸດທະສາສນາ ພຸດທະສາສນາ ອາດເປັນສາສນາດຽວ ທີ່ໃຫ້ສິດສະເໝີພາບລະຫວ່າງຍິງຊາຍ ເຊັ່ນສິດໃນການທໍາບຸນກຸສົນ ທໍາຕົນໃຫ້ບັນລຸທໍາ ສູງສຸດ ສິດໃນການບວດ ແລະປະຕິບັດທໍາ ໂດຍເຫັນໄດ້ຈະແຈ້ງ ຄື ຊາຍ ຫຼືຍິງສາມາດທໍາຕົນໃຫ້ບັນລຸອໍ ຣະຫັນ ເຂົ້າສູ່ພຣະນິພພານ ສະເໝີເໝືອນເພດຊາຍ.
- ໃນຫຼັກທໍາທາງພຸດທະສາສນາ ໄດ້ມີຫົວຂໍ້ທໍາຫຼາຍຫົວຂໍ້ ທີ່ເວົ້າເຖິງຄວາມສະເໝີພາບຍິງຊາຍ ເຊິ່ງພຣະພຸດທະ ອົງໄດ້ສະເໜີໄວ້ເປັນເວລາ 2500 ກວ່າປີແລ້ວຄື.
- ຫຼັກຄວາມສະເໝີພາບຄອງຄູ່ຄອງ ແລະຄອບຄົວ 4 ປະການ ຄື

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ມີຄົນຖາມວ່າ "ກິນເຈດີບໍ" ?

- ຖາມເຂົາຄືນວ່າ "ເຈແມ່ນຫຍັງ ?"

- ເຂົາຕອບວ່າ "ບໍ່ຮູ້ ຮູ້ແຕ່ວ່າ ການກິນເຈຄືບໍ່ກິນຊີ້ນ"

- ໂອ.....ທາງພຸດທະສາສນາ ເຂົາວ່າ "ມັງສາ ວິຣັຕຶ" ຄື ການງົດເວັ້ນຊີ້ນເນື້ອສັດ, ບາດນີ້ ຊິຕອບໃຫ້ກົງຕາມຄຳຖາມເດີວ່າ "ກິນເຈດີບໍ ?" ກໍຕ້ອງຕອບວ່າດີກະມີ ບໍ່ດີກະມີ.

- ຜູ້ຖາມຖາມຢ່າງທັນຄວັນວ່າ "ຄືວ່າຈັ່ງຊັ້ນ ຂ້ານ້ອຍ"

- ຕອບ: ອັນນີ້ຈະຕອບໂດຍບໍ່ຖືຫຼັກຖານ ແຕ່ຈະຕອບໂດຍຖືຫຼັກເຫດຜົນ ຄື ການທີ່ວ່າ "ການກິນເຈດີ ກະມີ" ຄືດີສຳລັບຜູ້ທຳໄດ້ ເມື່ອທຳໄປແລ້ວ ຫາກບໍ່ທໍຣະມານຕົນ ແລະບໍ່ສ້າງຄວາມວຸ້ນວາຍ ຫຍຸ້ງຍາກສັບສົນ ແກ່ຄອບ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ຄືສຸກໃຈແລ້ວ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າດີ, "ຂໍ້ທີ່ ດີກະມີນັ້ນ ໝາຍວ່າ "ຫາກຖືມັງສາວິຣັດໄປແລ້ວ ທໍຣະມານຕົນ ສ້າງຄວາມວຸ້ນວາຍຫຍຸ້ງຍາກສັບ​ສົນໃຫ້ແກ່ຄອບຄົວ, ສັງຄົມ, ຊຸມຊົນ ແລະວິຖີຊີວິດອັນເປັນສຸກແທ້ໆຂອງຕົນ ການຖືມັງສາວິຣັດຕລອດຊີວິດນັ້ນ ຖືວ່າບໍ່ດີ.

- ຜູ້ຖາມ "ເອົາຄວ່າຈັ່ງຊັນ ຂ້ານ້ອຍ ?"

- ຕອບ: ຈະຕອບດ້ວຍເຫດຜົນຈັ່ງຊີ້, ຫາກເຮົາຖືມັງສາວິຣັດຕລອດຊີວິດ ໃນຄອບຄົວທີ່ຖືມັງສາວິຣັດເໝືອນກັນ ຄອບຄົວກໍເກີດການປະຕິບັດນຳກັນ ຄວາມສາມັກຄີກໍຈະເກີດຂຶ້ນ ບັນຫາການຢ່າງຮ້າງກັນ ໃນຄອບຄົວ, ບັນຫາເສດຖະກິດ, ບັນຫາຄວາມບໍ່ເຂົ້າໃຈກັນໃນເຣື່ອງອື່ນໆກໍບໍ່ມີ, ຢ່າລືມສຳລັບມະນຸດ ການກິນເປັນເລື່ອງສຳຄັນ, ຕໍ່ມາສັງຄົມສ່ວນຫຼາຍທີ່ເຮົາຢູ່ ທັງໝົດຫາກຖືມັງສາວິຣັດນຳກັນໝົດ ມັນກໍບໍ່ມີບັນຫາ ສັງຄົມນັ້ນກໍເກີດການປະຕິສັງຄົມກັນ, ຄວາມສາມັກຄີກໍຈະເກີດຂຶ້ນແກ່ຄົນສ່ວນຫຼາຍ ມີມີການຂັດໃຈກັນ, ບໍ່ມີການຂັດແຍ້ງກັນ, ໂຣຄາພະຍາດຮ້າຍແຮງກໍຈະລົດລົງ ສັງຄົມຈະເຖີງຄວາມ ສັນຕິ ແລິມີຄວາມຍຸດຕິທຳ ຊິວິດສ່ວນຕົວກໍຈະເປັນສຸກ ຊີວິດສ່ວນລວນກໍຈະບໍ່ວຸ້ນວາຍ ຈິດໃຈກໍຈະອ່ອນໂຍນບໍ່ແຂງກະດ້າງ ເພາະມີຈິດເປັນເມດຕາກາຣຸນຂຶ້ນໃນສັງຄົມ, ການເສດຖະກິດກໍຈະໝັ້ນຄົງ ແລະອື່ນໆ.

- ແຕ່ຫາກວ່າ ໃນຄອບຄົວຖືມັງສາວິຣັດແຕ່ເຮົາຄົນດຽວ ແນ່ນອນຄອບຄົວກໍຈະເກີດຄວາມແຕກແຍກ, ສັບສົນ, ວຸ້ນວາຍ, ເພີ່ມຄ່າໃຊ້ຈ່າຍ ແລະການສະແຫວງຂຶ້ນ, ໃນຊຸມຊົນ ແລະສັງຄົມເອງກໍເໝືອນກັນ ຫາກເຮົາກິນເຈແຕ່ເຮົາຄົນດຽວ, ຫຼືແຕ່ຄອບຄົວເຮົາ ການປະຕິສັງຄົມ ກໍເກີດການຢຸດຊະງັກ ການຮ່ວມສ້າງພະລັງຄວາມສາມັກຄີ ບໍ່ສາມາດ ເກີດຂຶ້ນໄ​ດ້ ຢ່າລືມວ່າມະນຸດມີສັງຄົມ ຫາກເຮົາຢູ່ໃນສັງຄົມ ເຮົາບໍ່ພົວພັນສັງຄົມ ແລະປະຕິບັດຕົນໃຫ້ເໝືອນສັງຄົມໃນສ່ວນທີ່ເໝືອນ ກໍຈະເກີດການລຳບາກ.

- ຄັນຊັ້ນ ທາງພຸດທະສາສນານັ້ນ ການກິນຊິ້ນບໍ່ບາບບໍ ?

- ຕອບ: ເທົ່າທີ່ສຶກສາພໍຮູ້ແນ່ເລັກນ້ອຍໆນັ້ນ ບາບກະມີ ບໍ່ບາບກະມີ.

- ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ເຫດທີ່ວ່າ "ບາບກໍມີ ບໍ່ບາບກໍມີ ຄື" ຫາກຮັບປະທານສັດສິ່ງທີ່ພຣະພຸດທະເຈົ້າຊົງຫ້າມນັ້ນ "ເປັນບາບ" ຫາກເປັນພຣະສົງ-ເນນ ກໍຕ້ອງອາບັດ, ນອກຈາກນັ້ນ ສັດທີ່ພຣະພຸດທະເຈົ້າຊົງບໍ່ໄດ້ຫ້າມ ກິນແລ້ວບາບກະມີ, ຫາກເປັນພຣະພິກຂຸ-ສາມະເນນ ກໍຕ້ອງອາບັດ ຄື ສັ່ງຫຼືແນະນຳເຂົາໃຫ້ຂ້າສັດມາໃຫ້ເຮົາກິນ, ສັດທີ່ເຂົານຳມານັ້ນ ຂ້າເພື່ອເຮົາ ຫຼືກິນໂດຍບໍ່ພິຈາຣະນາ ກິນແລ້ວກໍບາບ, ຢາກອະທິບາຍສຳລັບຄະຣາວາດກ່ອນໃນຂໍ້ນີ້ ຄື ສັ່ງໃຫ້ເຂົາຂ້າເອງ, ຫຼືສັດນັ້ນຄົນອື່ນຂ້າເພື່ອເຮົາ, ຫຼືກິນບໍ່ພິຈາຣະນາ ໃນຄວາມເຂົ້າໃຈຄິດວ່າ ກິນບໍ່ພິຈາຣະນາ ນັ້ນອາດໝາຍວ່າ ກິນທົ່ວທີບທົ່ວແດນ ສິ່ງບໍ່ຄວນກິນກະກິນເຊັ່ນ ກິນໃສ້ສັດທີ່ເປັນຮັງຂອງໂຣກພະຍາດ, ກິນດິບໆໆໆແດງໆໆ, ກິນອະໄວຍະວະສັດທີ່ບໍ່ຄວນກິນ ອັນນີ້ເຂົ້າໃຈວ່າກິນສັດໂດຍບໍ່ພິຈາຣະ ນາໂທດໃນໂລກປັດຈຸບັນອາດເປັນພາຫະນຳມາເຊິ່ງໂລກ.

- ສຳລັບພະສົງເດ ສັນບໍ່ບາບບໍ ? ພຣະສົງສັນຊິ້ນບາບກະມີ, ບໍ່ບາບກະມີ ?

- ຜູ້ຖາມ: ຈັ່ງໃດຈຶ່ງວ່າຈັ່ງຊັ້ນ ອັນນີ້ຈະຕອບຕາມຫຼັກຖານທີ່ພົບໃນພຣະໄຕປີດົກ ຄື  ແລະຕ້ອງຕອບເປັນປະເດັນ ແລະເປັນຍອນໆຊັ່ງຊື້ ຄື

໑. ພຣະສົງສັນຊິ້ນສັດ ຜິດວິໄນ ຫຼືບໍ່ ?

- ອັນນີ້ ຫາກເຈາະຈິ້ມວ່າ "ພຣະພຸດທະເຈົ້າຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດບໍ່" ຕອບວ່າ "ພຣະພຸດທະເຈົ້າບໍ່ໄດ້ຊົງຫ້າມບໍ່ໃຫ້ພຣະພິກຂຸສົງສັນຊີ້ນສັດ ແລະປາ" ຫາກຖາມວ່າພຣະພຸດທະເຈົ້າຊົງ ອະນຸຍາດໃຫ້ພຣະພິກຂຸສັນຊີ້ນແລະປາບໍ ? ອັນນີ້ມີຫຼັກຖານໃນ ສິກຂະບົດທີ ໙ ໂພຊະນະວັກ ພຣະວິໄນປີດົກ ມະຫາວິພັງພາກ ໒ ວ່າ ສະໄໝໜຶ່ງພຣະສັບວັກຄີ (ກຸ່ມພິກຂຸ ໖ ອົງ) ອອກປາກຂໍໂພຊະນາ ອັນປານີດມາເພື່ອຕົນແລ້ວສັນ, ຄວາມຊາບເຖິງພຣະອົງແລ້ວ ຊົງຕຳນິແລະຊົງບັນຍັດສິກຂາບົດໄວ້ວ່າ "ພິກຂຸໃດອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ".

- ຕໍ່ມາມີພຣະພິກຂູ່(ອາພາດ)ໄຂ້ ບໍ່ກ້າຂໍອາຫານອັນປານີດມາເພື່ອຕົນຈຶ່ງບໍ່ເຊົາຂາດຈາກອາການໄຂ້ ຄວາມຊາບເຖິງພຣະພຸດທະເຈົ້າ, ຊົງອະນຸຍາດອະນຸຍາດໃຫ້ຂໍອາຫານອັນປານີດ ມາເພື່ອຕົນແລ້ວ ສັນໄດ້ ຊົງບັນຍັດສິກຂະບົດເປັນອະນຸບັນຍັດວ່າ "ອັນໜຶ່ງ ພິກຂຸບໍ່ເປັນໄຂ້ອອກປາກຂໍໂພຊະນະອັນປານີດເຊັ່ນນີ້ ຄື ເນີຍໃສ, ເນີບຂຸ້ນ, ນຳ້ມັນ, ນຳ້ເຜີ້ງ, ອ້ອຍ, ຊີ່ນ, ປາ, ນົມສົດ, ນົມສົ້ມ, ມາເພື່ອຕົນແລ້ວສັນ ຕ້ອງອາບັດປາຈິດຕີ".

- ຄຳວ່າປາ ໃນສິກຂາບົດນີ້ ໝາຍເຖິງປາທີ່ເປັນສັດທ່ຽວໄປໃນນຳ້, ຄຳວ່າຊີ້ໃນທີ່ນີ້ ໝາຍເຖິງສັດບົກ ທີ່ມີຊີ້ນທີ່ເປັນກັບປິຍະ ນັ້ນໄດ້ແກ່ຊີ້ນທີ່ເໝາະສົມແກ່ພິກຂຸທີ່ບໍ່ເປັນໄຂ້ ອອກປາກຂໍເພື່ອຕົນຕ້ອງອາ ບັດ ທຸກກົດ ຕ້ອງທຸກກົດຄືໃນະຂະນະທີ່ຂໍ ພິກຂຸຮັບໄວ້ດ້ວຍຕັ້ງໃຈວ່າ ຈະສັນຂອງທີ່ໄດ້ມາ ຕ້ອງອາບັດທຸກກົດ, ພິກຂຸສັນ ຕ້ອງອາບັດປາຈິດຕີຍະ ທຸກໆຄຳທີ່ກືນ.

- ທີ່ນີ້ຕ້ອງທຳຄວາມເຂົ້າໃຈ ຕື່ມໃຫ້ຈະແຈ້ງເພື່ອຈະບໍ່ເປັນທີ່ສົງໃສໃນເລື່ອງນີ້ "ພຣະພິກຂຸອອກປາກຂໍໂພຊະນະອັນປານີດ(ໂດຍະສະເພາະປາແລະຊີ້) ມາເພື່ອຕົນແລ້ວສັນ ກໍຣະນີໃດທີ່ບໍ່ຕ້ອງອາບັດ, ບັນຫານີ້ ມີ ໙ ກໍຣະນີທີ່ບໍ່ຕ້ອງອາບັດ(ບໍ່ຜິດວິໄນ)

໑. ພິກຂຸເປັນໄຂ້ອອກປາກຂໍຈາກຍາດພີ່ນ້ອງ.

໒. ພິກຂຸເປັນໄຂ້ອອກປາກຂໍມາແລ້ວ ຫາຍໄຂ້ຈຶ່ງສັນ.

໓. ພິກຂຸ(ບໍ່ໄຂ້)ສັນໂພຊະນາທີ່ເຫຼືອຂອງພິກຂຸໄຂ້.

໔. ພິກຂຸ(ບໍ່ໄຂ້)ອອກປາກຂໍຈາກຍາດພີ່ນ້ອງ.

໕. ພິກຂຸອອກປາກຂໍຈາກຄົນ(ທີ່ບໍ່ແມ່ນຍາດພີ່ນ້ອງ)ປາວໍຣະນາ.

໖. ພິກຂຸ(ບໍ່ໄຂ້) ອອກປາກຂໍເພື່ອພິກຂຸອື່ນ.

໗. ພິກຂຸຈ່າຍມາດ້ວຍຊັບຂອງຕົນ.

໘. ພິກຂຸ(ບໍ່ໄຂ້)ວິກົນຈຣິດ(ຄືເສັຍຈິດ)

໙. ພິກຂຸຕົ້ນບັນຍັດ.

- ກໍຣະນີພິກຂຸ ກໍມີລັກສະນະເໝືອນກັບພິກຂຸ, ແຕ່ຕ້ອງອາບັດຕ່າງກັນກ່າວຄື "ພິກຂຸບໍ່ເປັນໄຂ້ອອກປາກຂໍຊີ້ນມາເພື່ອສັນຕ້ອງອາບັດປະເທສະນິຍະ" ແຕ່ຊົງໃຫ້ພິຂຸເປັນໄຂ້ອອກປາກຂໍມາເພື່ອສັນໄດ້.

- ເມື່ອສັງເກດພຸດທະບັນຍັດທັງໝົດນີ້ແລ້ວ ເຫັນວ່າພຣະພຸດທະອົງບໍ່ຊົງຫ້າມບໍ່ໃຫ້ພິກຂຸສັນຊິ້ນ, ແຕ່ພຣະພຸດທະອົງຊົງຫ້າມ ແລະຊົງອະນຸຍາດ ທີ່ຊົງຫ້າມນັ້ນ ເພື່ອສັງເກດຕີລາຄາແລ້ວ ພຣະອົງຊົງມຸ້ງເນັ້ນ ບໍ່ໃຫ້ພຣະພິກຂຸຊົງທ່ຽວບິນທະບາດ ແລ້ວອອກປາຂໍອາຫານອັນປານີ(ອັນມີຊິ້ນແລະປາ), ເຊິ່ງອາດຈະເຮັດໃຫ້ເກີດຄວາມລຳບາກ ແລະຫຍຸ້ງຍາກຕໍ່ຊາວບ້ານ ໃນການທີ່ຈະຈັດຫາອາຫານອັນປານີດນັ້ນມາຖວາຍແກ່ພິກຂຸຕາມຄຳຂໍໄດ້, ອາດຈະນຳໄປສູ່ການຕິສິນນິນທາ ຕໍ່ຄະນະສົງໄດ້ ອັນນີ້ພຣະພຸດທະອົງເນັ້ນເຖິງບັນຫາສັງຄົມ(ຊາວບ້ານ) ແລະຄະນະສົງເປັນ ບັນຫາສັງຄົມ.

- ເຮົາແລ້ວວ່າ ພຣະພິກຂຸສັນຊີ້ນ ແລະປາຜິດວິໄນບໍ ? ຫຼືບໍ່ຜິດ, ເຮົາກໍຮູ້ຄຳຕອບແລ້ວວ່າ "ພິກຂຸສັນຊື້ນແລະປາ ມີທັງຜິດວິໄນ ແລະບໍ່ຜິດວິໄນໄປແລ້ວ ທີ່ນີ້ ເຮົາຕ້ອງມາພິຈາຣະນາໃຫ້ລົງໃນລາຍລະອຽດ ຂອງການຜິດວິໄນ ຫຼືບໍ່ຜິດວິໄນຈັ່ງໃດ ກໍໃຫ້ພິຈາຣະນາໃຫ້ບົດບັນຍັດ ແລະບົດຊົງອະນຸຍາດ ທີ່ຈະກ່າວໃນຂັ້ນຕໍ່ໄປ ຍັງບໍ່ທັນສະຫຼຸບວ່າ "ທັງພຣະພິຂຸ ຫຼືຄະຣືຫັດກິນເຈ ດີ ຫຼືບໍ່ດີຢ່າງໃດ ໃຫ້ລ​ໍອ່ານວັນໜ້າ ຈະກັບມາວ່າກັນຕໍ່".

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ໃນຈາຮີດ ແລະປະເພນີທາງພຸທທະສາສນາ ຕັ້ງແຕ່ອະດີດ ປັຈຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິຈກັມໃດໆ ໃນວຽກງານພຸດທະສາສນາ ມັກຈະກ່າວ ນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັຈເຈກບຸຄຄົລ ຫຼືພະຫຸບຸຄຄົລ ຈະຫຼາຍຫຼືນ້ອຍ ກໍອິງຕາມເຣື່ອງ ແລະວິທີກັມ.
- ກາຣຕັ້ງ ນະໂມ ມີຄວາມສໍາຄັນຫຼາຍ ຄືຕັງໄວ້, ດໍາຣົງໄວ້ ມາຈາກມູລຮາກສັບ ຖາ(ຖ.ຫົວອອກ) ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາຣົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິຈກາຣນັ້ນໆ.

- ຄໍາອ່ານ ແລະຄໍາແປ ນະໂມ.
- ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : 

ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລສ ສັມມາສັມພຸດທັສສ ຕັສຮູ້ຊອບໄດ້ໂດຍພຣະອົງເອງ.

- ໃນຄັມພີຣ໌ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັຕຖະກະຖາຈາຣຍ໌ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸຣຫ້າຕົນຣວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັສກາຣ ແດ່ພຣະຜູ້ມີພຣະພາຄເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາທພຣະພຸທທະອົງ ຕົນລະວາຣະຖວາຍຄວາມເຄົາຣົບດັ່ງນີ້.

1. ສາຕາຄິຣາຍັກຂ໌ ວ່າ ນະໂມ

2. ອະສຸຣິນທະຣາຫູ ວ່າ ຕັສສ

3. ທ້າວເວສສຸວັນມະຫາຣາຊ ວ່າ ພະຄະວະໂຕ

4. ທ້າວສັກກະ(ພຣອິນ) ອະຣະຫະໂຕ

5. ທ້າວພຣະພຣົຫ໌ມ ວ່າ ສັມມາສັມພຸທທັສສະ

- ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອຣວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາຄເຈົ້າ ຜູ້ເປັນພຣະອໍຣະຫັນຕ໌ ດັ່ງນີ້ ຄືທີ່ມາຂອງນະໂມ.

- ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະຣິຍາ ຄວາມປະພຶດ ຄືກາຣສະແດງອອກທາກາຍ, ວາຈາ ແລະໃຈ

- ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນສະເໝີວ່າ ບວດເປັນນເນນ(ຈົວ)ແທນຄຸນແມ່, ບວຊເປັນພຣະແທນຄຸນພໍ່ ຫຼື ບວຊເປັນເນນຈູງແມ່ຂຶ້ນສວັນຄ໌, ບວຊເປັນພຣະ ຈູງພໍ່ຂຶ້ນສວັນຄ໌, ບຸຄຄົລໃດ ກໍຕາມ ຫາກມີຈະຣິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນມີນະໂມ ຄືມີຄວາມນອບນ້ອມ. - ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈ ຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາກາຣໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເຣັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກຂ໌ໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມຕຕາ, ກາຣຸນາ, ມຸທິຕາ ແລະອຸເປກຂາທັມ ຍ່ອມໄດ້ຮັບກາຣຊ່ວຍເຫຼືອ ໃຫ້ພົ້ນທຸກຂ໌ ພົ້ນຍາກ ພົ້ນລໍາບາກທໍຣະມານນັ້ນໆໆແລ.
- ນະໂມຕັສສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສນາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສນາ ຈັດເປັນອະທິກັມ ຄື ບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສນາໂດຍທາງກົງ ແລະທາງອ້ອມ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມີຫຼາຍຄົນຖາມວ່າ “ເປັນຫຍັງວັດໃນເມືອງລາວຈຶ່ງສ້າງງາມຫຼາຍ ແຕ່ປະຊາຊົນ ທຸກ ຫຼາຍຢູ່ ? ” ຫາກຈະຕອບຕາມຄຳຖາມນີ້ ກໍອາດຈະບໍ່ກົງຕາມຄຳຖາມປານໃດ, ເພາະ ເທົ່າທີ່ໄດ້ເດີນທາງໄປທົ່ວປະເທດແລ້ວ ປາກົດວ່າວັດໃນເມືອງລາວຍັງບໍ່ງາມ ເທົ່າວັດພຸດທະສາສນາໃນປະເທດຕ່າງໆ ເຊັ່ນວັດໃນປະເທດກຳປູເຈັຍ, ມຽຣມາ ແລະໄທຍ, ຈີນ, ຫວຽດນາມ, ຍີ່ປຸ່ນແລະປະເທດອື່ນໆ ຖ້າທຽບແລ້ວວັດງາມໆຍັງມີ ໜ້ອຍ ຫາກຈະທຽບ ໃສ່ລະດັບທາງເສດຖະກິດ ແລະການຄອງຊີບຂອງພົນລະເມືອງເທົ່າກັນແລ້ວ ວັດໃນ ເມືອງລາວຍັງບໍ່ງາມ ແລະໃຫຍ່ເທົ່າກັບວັດຕ່າງໆໃນປະເທດກຳປູເຈັຍ ມຽຣມາ ແລະ ໄທຍ ດ້ວຍຊ້ຳ, ສະນັ້ນຄຳຖາມນັ້ນຈຶ່ງບໍ່ສົມບູນປານໃດ ເວົ້າແນວນີ້ກໍບໍ່ໄດ້ໝາຍວ່າວັດ ໃນເມືອງລາວບໍ່ງາມ ມີງາມຢູ່ແຕ່ວ່າມີຈຳນວນໜ້ອຍ, ສ່ວນໃຫຍ່ວັດງາມໆໃນເມືອງ ລາວມັກຈະເປັນວັດເກົ່າ ສ້າງມາແລ້ວ ຫຼາຍຮ້ອຍປີ ເຊັ່ນວັດໃນຫຼວງພຣະ ບາງ, ວັດໃນ ຕົວເມືອງວຽງຈັນ, ສະຫວັນນະເຂດ ແລະຈຳປາສັກເທົ່ານັ້ນ ວັດງາມໆສ່ວນ ຫຼາຍມັກ ຈະເປັນວັດໃນຕົວເມືອງ ສ່ວນວັດໃນຊົນນະບົດມີບາງວັດເທົ່ານັ້ນທີ່ງາມງາມໆ ບໍ່ໄດ້ ເຖິງຂັ້ນວ່າງາມຫຼາຍ ຫາກທຽບໃສພົນລະເມືອງລາວ.

ຕາມການສຶກສາອະດີດ ໄດ້ພົບວ່າວັດໃນຊົນນະບົດ ແລະຕົວເມືອງນັ້ນປາກົດວ່າ ວັດໃນເມືອງລາວນັ້ນງາມຫຼາຍ ວັດໃນຕົວເມືອງກໍງາມຕາມສະພາບຕົວເມືອງ ວັດໃນຊົນ ນະບົດກໍງາມຕາມສະພາບຊົນນະບົດ ນັບແຕ່ໄລຍະ ໓໐໐ ປີມານັ້ນວັດເກົ່າໆ ທີ່ງາມໆ ທັງໃນຊົນນະບົດ ແລະໃນຕົວເມືອງຊຸດໂຊມແລະເພພັງໄປຕາມການຕາມເວລາ, ວັດໃນ ນະຄອນຫຼວງ ແລະຕົວເມືອງໃນນະຄອນວຽງຈັນ ແລະຈຳປາສັກ, ບໍ່ແກ້ວຫຼວງນໍ້າ ທາ ແລະເມືອງພວນ ເພພັງໄປເພາະປະຊາຊົນປະຮ້າງອົບພະຍົບໜີໄປຢູ່ສຍາມ ໃນສະໄໝ “ເກັບປູໃສ່ຕະກ້າ ເກັບຂ້າເຂົ້າເມືອງ”  ໃນໃນໄລຍະ ໑໑໐ ກວ່າປີລາວພະຍາມຍາມຟື້ນ ຄືນ ກໍຟື້ນຄືນໃນເຂດຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະຈຳປາສັກ ແມ່ນສ້າງໃໝ່ໝົດ, ສ່ວນໃນນະຄອນຫຼວງພຣະບາງແມ່ນມີການຟື້ນຟູວັດເກົ່າ ທີ່ບໍ່ຄ່ອຍ ຖືກສູນເສັຍໃນສະໄໝສົງຄາມສຍາມ-ລາວປານໃດ, ໃນໄລຍະ ໖໐ ປີຜ່ານໃນ ເຂດ ປົດ ປ່ອຍ ໓-໔ ແຂວງພາກເໜືອກໍເພພັງໄປເພາະສົງຄາມທຳລາຍ ຈົນບໍ່ເຫຼືອຊາກຄວາມ ງາມ.

ສ່ວນທີ່ບອກວ່າ “ແຕ່ປະຊາຊົນທຸກ ຫຼາຍຢູ່ ? ” ອັນນີ້, ເທົ່າທີ່ສັງເກດປະຊາຊົນ ລາວຍັງທຸກຢູ່ເປັນຈຳນວນຫຼວງຫຼາຍ, ຫາກມາເບິ່ງຕາມຄວາມເປັນຈິງແລ້ວ ປະຊາຊົນ ຜູ້ທຸກຍາກມີຈຳນວນຫຼວງຫຼາຍ ແຕ່ທຸກແທ້ໆ ກໍແມ່ນຢູ່ໃນເຂດຊົນນະບົດ, ເມື່ອມາເບິ່ງ ແລ້ວນັ້ນວັດໃນເຂດຊົນນະບົດນັ້ນ ມີວັດຈຳນວນໜ້ອຍທີ່ງາມ ເປັນຫຍັງຈຶ່ງເປັນຈັ່ງຊັ້ນ ເຫດທີ່ເປັນດັ່ງນີ້ ກໍເພາະວ່າປະຊາຊົນໃນຊົນນະບົດຍັງທຸກ ແລະບໍ່ມີທຶນຮອນຫຼາຍຈະ ສ້າງວັດຂອງຕົນໃຫ້ສວຍງາມໄດ້ ແຕ່ເປັນສິ່ງທີ່ພາກພູມໃຈຢ່າງໜຶ່ງ ກໍຄື ປະຊາຊົນລາວ ຊາວພຸດໃນທົ່ວປະເທດລາວນັ້ນ ບ້ານໃດໆກໍມີວັດຂອງຕົນປະຈຳບ້ານເກືອບກ່າວໄດ້ວ່າ “ບ້ານເມືອງລາວຊາວພຸດ ບໍ່ມີບ້ານໃດຊິບໍ່ມີວັດ”

ຊາວຕ່າງປະເທດ ເຄີຍຖາມຜູ້ຂຽນວ່າ “ເປັນຫຍັງຢູ່ເມືອງລາວ ຈຶ່ງມີວັດເກືອບ ທຸກໆບ້ານ” ຜູ້ຂຽນຕອບວ່າ “ເພາະວ່າ ທຸກໆບ້ານເປັນຊາວພຸດ ສະນັ້ນຊາວພຸດລາວ ຈຶ່ງສ້າງວັດປະຈຳບ້ານຕົນ, ວັດມີຄວາມສຳຄັນຕໍ່ປະຊາຊົນລາວຊາວພຸດຫຼາຍດ້ານ, ນັບ ແຕ່ມື້ເກີດຈົນຮອດມື້ຕາຍ.

ຄວາມສຳຄັນ ຂອງວັດທີ່ມີຕໍ່ປະຊາຊົນລາວນັ້ນ ໃນອະດີດມີຄວາມສຳຄັນຫຼາຍ ແຕ່ໃນປັດຈຸບັນ ວັດກໍມີຄວາມສຳຄັນຕໍ່ປະຊາຊົນໃນດ້ານສາສນາ ແລະປະເພນີ ເຊັ່ນ.

໑. ວັດເປັນສູນກາງຂອງບ້ານ ຄືເປັນສະໂມສອນເຕົ້າໂຮມຊາວບ້ານໃນກິດຈະ ການທາງວັດທະນະທຳ.

໒. ວັດເປັນບ່ອນທຳບຸນສີນກິນທານ.

໓. ວັດເປັນສູນກາງທາງສັງຄົມ ແລະວຽກງານການປົກຄອງ ທຸກກິດຈະກຳຂອງ ລັດ ທີ່ກ່ຽວພັນກັບປະຊາຊົນມັກຈະຈັດຂຶ້ນທີ່ວັດ, ປະຊຸມ, ຕ້ອນຮັບຜູ້ແທນ, ມີການເລືອກ ຕັ້ງອື່ນ.

໔. ມີຫຼາຍວັດໃນເມືອງລາວເປັນໂຮງຮຽນ.

          ທີ່ຈຶງວັດມີຄວາມສຳຄັນຫຼາຍ ຕໍ່ປະຊາຊົນໃນບ້ານນັ້ນໆ ດ້ວຍເຫດນັ້ນ ປະຊາຊົນ ໃນແຕ່ລະທ້ອງຖິ່ນໃນເມືອງລາວ ເມື່ອສ້າງບ້ານແລ້ວມັກຈະສ້າງວັດພ້ອມກັນ, ເຖິງວ່າ ປະຊາຊົນໃນບ້ານນັ້ນ ຈະທຸກຍາກດ້ວຍເງິນຄຳ ແຕ່ເຂົາກໍສ້າງວັດດ້ວຍເຮື່ອແຮງຂອງ ເຂົາ ແລະວັດເອງກໍເປັນສະຖານທີ່ລວມຂອງບ້ານ ຂອງຊຸມຊົນເມື່ອສ້າງແລ້ວມັກຈະຖືກ ປົກປັກຮັກສາ ແລະບູຣະນະຈາກປະຊາຊົນເລື້້ອຽໆ ວັດໃນແຕ່ລະທ້ອງຖິ່ນຈຶ່ງສວຍສົດ ງົດງາມຄົງຢູ່ນານ ເຊິ່ງຕ່າງຈາກສະຖານທີ່ອື່ນໆ.

          ວັດໃນເມືອງລາວ ມີຄວາມສຳຄັນຕໍ່ການພັດທະນາປະເທດຊາດທາງດ້ານເສດ ຖະກິດ ແລະສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດ.

          ວັດໃນເມືອງລາວ ໄດ້ສ້າງລາຍໄດ້ໃຫ້ແກ່ງົບປະມານຂອງລັດທັງທາງກົງ ແລະ ທາງອ້ອມ ເຊັ່ນວັດສຳຄັນໃນນະຄອນຫຼວງວຽງຈັນ ເຊັ່ນວັດສີສະເກດ, ວັດພຣະທາດ ຫຼວງ ແລະວັດພຣະແກ້ວ ແລະວັດອື່ນໆໃນນະຄອນຫຼວງພຣະບາງໄດ້ສ້າງລາຍໄດ້ໂດຍ ກົງໃຫ້ແກ່ງົບປະມານ ຄືພາກລັດຈະເກັບຄ່າທຳນຽມເຂົ້າຊົມ.

          ສ່ວນວັດຈຳນວນຫຼວງຫຼາຍໃນເມືອງລາວ ແມ່ນສ້າງລາຍໄດ້ໃຫ້ແກ່ງົບປະມານ ຂອງລັດໃນທາງອ້ອມເຊັ່ນ

          ໑. ຕາມການສຳພາດນັກທ່ອງທ່ຽວຕ່າງປະເທດ ທີ່ເຂົາເຂົ້າມາເມືອງລາວ ເຂົາມີ ວັດຖຸປະສົງ ຢູ່ ໓ ວັດຖຸປະສົງໃຫຍ່ ຄື.

          ກ. ເຂົ້າມາເບິ່ງວັດ.

          ຂ. ເຂົາມາສຶກສາວັດທະນະທຳ.

          ຄ. ເຂົ້າມາທ່ຽວທ່ຽວທຳມະຊາດ.

          - ໃນຄຳຕອບທັງຫຼາຍ ໓ ຂໍ້ເຫັນວ່ານັກທ່ອງທ່ຽວທັງຫຼາຍມາເມືອງລາວ ມັກຈະ ກ່າວເຖິງວັດເປັນອັນດັບທຳອິດ ສະແດງໃຫ້ເຫັນວ່າ ວັດໄດ້ສ້າງລາຍໄດ້ໃຫ້ປະ ເທດຊາດ ເປັນອັນດັບທຳອິດ ແລະສຳຄັນ.

          - ສ່ວນປະຊາຊົນລາວເອງ ກໍໄດ້ລາຍໄດ້ຈາກວັດນັ້ນທາງອ້ອມ ກໍຄືໄດ້ທີ່ເພິ່ງທາງ ໃຈ.

          ທີ່ໄດ້ທາງກົງອີກແບບໜຶ່ງ ຄືວັດໄດ້ສ້າງການທ່ອງທ່ຽວໃຫ້ແລ້ວ ປະຊາຊົນກໍໄດ້ ຂາຍຜລິດຕະພັນນັ້ນໆໃຫ້ແກ່ນັກທ່ອງທ່ຽວ ຄືສ້າງມູນຄ່າຜລິດຕະພັນຕົນ. 

 

ຄຳຕອບທີ່ຖືກຕ້ອງ "ປະຊາຊົນລາວ ສ່ວນຫຼາຍຍັງທຸກທາງດ້ານວັດຖຸ ແຕ່ກໍພໍທົນໄດ້, ປະຊາຊົນລາວ ສ່ວນຫຼາຍຕ້ອງການຄວາມສຸກທາງໃຈ ຫຼາຍກວ່າຄວາມສຸກທາງວັດຖຸນັ້ນແລ້ວ ຈຶ່ງສ້າງວັດໄວ້ທຸກໆບ້ານ ເພື່ອເປັນທີ່ເພິ່ງທາງໃຈແລ"
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະພຸດທະເຈົ້າ ຊົງປະກອບດ້ວຍຄຸນສົມບັດ ບຸກຄະລິກະພາບຂອງການສະແດງທັມ ທີ່ຊາວໂລກທັງຫຼາຍເພິ່ງພໍໃຈ ດັ່ງນີ້:

໑. ຣູປປັປປະມານິກາ : ມີພຣະຮູບໂສມທີ່ງົດງາມ ສົມບູນດ້ວຍມະຫາສັປປຸຣິສະລັກສະນະ ໓໒ ປະການ.
໒. ໂຂສັປປະມານິກາ : ມີພຣະສຸຣະສຽງທີ່ອ່ອນຫວານຈັບໃຈແກ່ຜູ້ຟັງ.
໓. ລູຂັປປະມານິກາ : ມີບໍຣິຂານຫຼື້ປັດໄຈທີ່ເສົ້າໝອງຍັງຄວາມເຫຼື້ອມໃສໃຫ້ເກີດ.
໔. ທັມມັປປະມານິກາ : ເປັນຜູ້ຊົງທັມອັນຍອດຢ້ຽມ ໃນບັນດາໝູ່ມະນຸດ ແລະເທວະດາທັງຫຼາຍ ຊົງເປັນຣາຊາແຫ່ງທັມສົມບູນດ້ວຍວິຊຊາ ແລະຈາຣະນະ.

ພຣະພຸດທະເຈົ້າຊົງມີພຣະສຸຣພະສຽງເໝືອນກັບພຣົມ ຊົນທັງຫຼາຍໄດ້ຟັງແລ້ວ ຕ່າງກໍຕິດໃຈໃນພຣະສຸຣະສຽງຂອງ ພຣະອົງ ໄດ້ເຫັນປະຕິກິຣິຍາ ໄດ້ຟັງທັມອັນງາມຂອງພຣະອົງ ແລ້ວຕ່າງກໍເກີດຄວາມເຫຼື້ອມໃສສັດທາ ດັ່ງທີ່ອຸຕຣະ ພຣາມ ໄດ້ກ່າວຍ້ອງຍໍຊົມເຊີຍພຣະອົງໄວ້ດັ່ງນີ້ :
- ທ່ານພຣະໂຄດົມ ພຣະອົງນັ້ນຊົງມີພຣະສຸຣະສຽງ ກືກກ້ອງເປັ່ງອອກມາຈາກພຣະໂອດ ປະກອບດ້ວຍອົງ ໘ ປະການ.

໑. ນູ່ມນວນ.
໒. ຟັງຊັດເຈນ.
໓. ມ່ວນ, ອ່ອນຫວານ.
໔. ຟັງງ່າຍ.
໕. ກົມກ່ອມ.
໖. ບໍ່ແຫບ.
໗. ເລິກເຊິ່ງ.
໘. ມີພຣະສຸຣະສຽງກັງວານ.

ພຣະສຸຣະສຽງທີ່ພຣະພຸດທະອົງຊົງສອນພຸດທະບໍຣິສັດ ໃຫ້ເຂົ້າໃຈນັ້ນບໍ່ໄດ້ກ້ອງອອກໄປນອກພຸດທະບໍຣິສັດ ນັ້ນ ຊົນທັງຫຼາຍທີ່ທ່ານພຣະໂຄດົມຊົງຊີ້ແຈ້ງໃຫ້ຊັດເຈນ ຊວນໃຫ້ຢາກຮັບເອົາໄປປະຕິບັດເຈົ້າໃຈ ອາດຫານ ອອຍໃຈໃຫ້ລື່ນເລີງດ້ວຍທັມມິກະຖາ ຈຶ່ງລຸກຈາກທີ່ນັ່ງໄປຫຼຽວເບິ່ງ ໂດຍບໍ່ຢາກຈາກໜີໄປ ເຮົາໄດ້ເຫັນພຣະໂຄ ດົມພຣະອົງນັ້ນ ຊົງດຳເນີນປະທັບຢືນສະເດັດເຂົ້າໄກ້ບ້ານ ປະນິ່ງໃນໃກ້ບ້ານ ກຳລັງສະເຫວີຍພຣະກາຍາຫານ
ໃນທີ່ໃກ້ບ້ານ ສະເຫວີຍສະເຣັດແລ້ວກໍຊົງນັ່ງນິ້ງ ສະເຫວີຍສຳເຣັດແລ້ວຊົງອະນຸໂມທະນາ ສະເດັດກັບມາຍັງພຣະ
ອາຣາມ ສະເດັດມາເຖິງພຣະອາຣາມແລ້ວ ສະເດັດປະທັບນັ່ງນິ້ງຢູ່ໃນພຣະອາຣາມແລ້ວ ຊົງສະແດງທັມແກ່ພຸດທະ
ບໍຣິສັດ ທ່ານພຣະໂຄດົມພຣະອົງນັ້ນ ຊົງພຣະຄຸນເຊັ່ນນີ້ ແລະຊົງຄຸນຍິ່ງກວ່າທີ່ກ່າວແລ້ວ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວ່າບຸນປະ ເພນີທານຫໍ່ເຂົ້າສລາກ, ປະກົດຢູ່ໃນຮິດ ໑໒ ເດືອນ, ຄືຮີດສິບສອງ ເປັນພື້ນຖານວັດທະນະ ທັມລາວທັງມວນ.

 
ໃນເມືອງລາວທົ່ວປະເທດ ທຸກໆວັດ ທຸກໆບ້ານທີ່ມີວັດ ເມື່ອເຖິງໜ້າເທດ ສະການ ແລ້ວ ກ່າວໄດ້ວ່າບໍ່ມີບ້ານໃດທີ່ມີວັດຈະບໍ່ພາກັນເຮັດປະເພນີນີ້, ນອກ ຈາກຊຸມຊົນຊາວລາວໃນ ປະເທດລາວເອງແລ້ວ ຊຸມຊົນຊາວລາວ ແລະເຊື້ອສາຍ ລາວຢູ່ນອກປະເທດ ກໍພາກັນເຮັດ ບຸນດັ່ງກ່າວຢ່າງພ້ອມພຽງກັນ.
 
ການທຳບຸນ ຫຼືການເຮັດບຸນຫໍ່ເຂົ້າສລາກ ຕາມປະເພນີນິຍົມແມ່ນເຮັດ ໃນ ວັນຂຶ້ນ ໑໕ ຄ່ຳເດືອນ ໑໐ (ເດືອນສິບເພັງ) ເປັນປະຈຳທຸກໆປີ.
 
ເຂົ້າວ່າບຸນຫໍ່ເຂົ້າສລາກນັ້ນ ເນື່ອງຈາກວ່າ ໄດ້ຈັດເຂົ້າ, ປາ, ອາຫານ ແລະ ເຄື່ອງໄຊ ຍະທານຕ່າງໆ ລົງໄປໃນກະຕ່າ ຫຼືພາຊະນະຕ່າງໆ ແລ້ວນໍາໄປທອດ ຖວາຍທີ່ວັດ ໃນວັນເພັງ ໑໕ ຄໍ່າເດືອນສິບເທົ່ານັ້ນ, ເປົ້າໝາຍຂອງຜູ້ທານຫໍ່ເຂົ້າສລາກ ແມ່ນເພື່ອອຸທິດສ່ວນບຸນ ສ່ວນ ກຸສົນໄປຫາດວງວິນຍານຂອງຜູ້ທ່ີ່ລ່ວງລັບໄປແລ້ວ ຜູ້ມີຈິດສັດທາມີຄວາມປະສົງວ່າ ຈະອຸທິດ ຫາຜູ້ໃດ ໍບັນທຶກຊື່ຜູ້ສົ່ງ ແລະຜູ້ຮັບ ລົງໄວ້ໃນເຈັ້ຍໂດຍລະອຽດ.
 
ການເຮັດບຸນເຂົ້າສລາກ ເປັນບຸນພິທີຊະນິດໜຶ່ງ ໃນປະເພດສັງຄະທານ, ຄື ການທານ ແບບລວມ ຫຼືທານທ່າມກາງສົງ, ໝາຍຄວາມວ່າ ການທານມີ ປະເພດ ຄື:
 
. ສັງຄະທານ (ທານທ່າມກາງສົງ ຫຼືທານໃຫ້ເປັນສົງ ນັບແຕ່ ພຣະສົງ ອົງຂຶ້ນໄປ ແບບໜຶ່ງ, ຫຼືທານແບບບໍ່ຈຳເພາະເຈາະຈົງບຸກຄົນ ຄືມອບໃຫ້ສົງອຸປໂລກ ຈັດແຈງສິ່ງຂອງນັ້ນ ເອງໂດຍທີ່ຍາດໂຍມບໍ່ໄດ້ຈັດແຈງໃຫ້ ຄືມອບໄວ້ທ່າມກາງສົງແລ້ວ ສຸດແຕ່ສົງຈະແຈກແຈງ)
 
. ບຸຄຄະລິກະທານ (ທານສະເພາະບຸກຄົນ ໝາຍງວ່າທານບົ່ງຊື່ບຸກຄົນ ໃຫ້ພະອົງນີ້ ອົງດຽວ ເຊິ່ງຍາດໂຍມເປັນຜູ້ຈັດແຈງ)
 
- ທານສອງປະເພດນີ້ ພຣະພຸດທະເຈົ້າສັນລະເສີນສັງຄະທານ ວ່າປະເສີດໄດ້ອານິສົງ ຫຼາຍກວ່າບຸຄຄະລິກກະທານ.
 
- ສຳລັບ ບຸນຫໍ່ເຂົ້າສລາກນັ້ນ ເບິ່ງຮູບການ ເໝືອນວ່າເປັນບຸຄຄະລິກຂະທານ ເພາະ ກວຍ ຫຼືຫໍ່ເຄື່ອງທານນັ້ນ ຈະຕ້ອງມອບໃຫ້ພຣະສົງແຕ່ລະອົງ ແຕ່ວ່າວິທີທຳເປັນສັງຄະທານ ເພາະຍາດໂຍມ ໄດ້ນຳເອົາເຄື່ອງທານນັ້ນມາແລ້ວ ເອົາຊື່ນັ້ນຂຽນລົງເຈັ້ຍແລ້ວນຳໄປເຄນໃຫ້ ປະທານສົງ ຫຼືພຣະພິກຂຸອົງໃດອົງໜຶ່ງ ແລ້ວທຳການອະປະໂລກະນະກັມແລ້ວ ພຣະສົງຜູ້ຮັບ ສັນທະນັ້ນ ທຳໜ້າທີ່ແຈກສັງຄະທານ ໂດຍໃຫ້ພຣະເນນນນັ້ນເອົາ ຫາກພຣະສົງອົງໄໃດ ຈັກຖືກຊື່ຜູ້ໃດ ຜູ້ເຈົ້າພາບກໍນຳເອົາເຄື່ອງທານຂອງຕົນໄປເຄນໃຫ້ພຣະ-ເນນອົງນັ້ນ ດ້ວຍ ຄວາມນອບນ້ອມສັດທາ.
 
            (ຕິດຕາມອ່ານ ເວລາ ໖ ໂມງແລງວັນນີ້)
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ປຸຣະມະທິດ ທິດເບື້ອງໜ້າ ໄດ້ແກ່ ບິດາ-ມາດາ. (ຕາເວັນອອກ)
2. ທັກຂີນະທິດ ທິດເບື້ອງຂວາ ໄດ້ແກ່ຄຣູອາຈານ. (ທິດໃຕ້)
3. ປັດສິມະທິດ ທິດເບື້ອງຫຼັງ ໄດ້ແກ່ສາມີ-ພັນລະຍາ. (ທິດຕາເວັນຕົກ)
4. ອຸຕຕະຣິທິດ ເບື້ອງເບຶ້ອງຊ້າຍ ໄດ້ແກ່ມິດສະຫາຍ.(ທິດເໜືອ)
5. ອຸປະຣິມະທິດ ທິດເບື້ອງເທິງໄດ້ແກ່ ພຣະສົງ-ສະມະນະ. (ເບື້ອງເທິງ)
6. ປຸຣັຕຖິມະທິດ ທິດເບື້ອງລຸ່ມ ໄດ້ແກ່ລູກຈ້າງ-ນາຍຈ້າງ. (ເບື້ອງລຸ່ມ)

- ພຣະພຸດທະເຈົ້າຂອງເຮົາ ໄດ້ຈັດທິດທາງທັມມະໄວ້ 6 ທິດ ໃນ 4 ທິດນັ້ນ ຄື ອອກ, ຕົກ, ເໜືອ, ໃຕ້ນັ້ນ ພຣະອົງຈັດໄວ້ ດັ່ງນີ້:
1. ທິດຕາເວັນອອກ ເປັນທິເບື້ອງໜ້າ.
2. ທິດຕາເວັນຕົກ ເປັນທິດເບື້ອງຂວາ.
3. ທິດຕາເວັນຕົກ ເປັນທິດເບື້ອງຫຼັງ.
4. ທິດເໜືອ ເປັນທິດເບື້ອງຊ້າຍ.
- ໃນສະໄໝຮຽນປະຖົມ ປີ 1974-1979 ຄູໄດ້ສອນວິທີຊອກຫາທິດ ຄືຍືນຜິນໜ້າໄປຕາເວັນອອກ ຄືກົງກັບຕາເວັນຂຶ້ນ ວາແຂນກົງໄປ
ກ. ທາງໜ້າເຮົາ ເປັນຕາເວັນອອກ.
ຂ. ທາງຫຼັງເຮົາ ເປັນທິດຕາເວັນຕົກ.
ຄ. ຊ້າຍມືເຮົາ ເປັນທິດເໜືອ
ງ. ທາງຂວາມື ເປັນທິດໃຕ້.
- ໂອ້......ມະຫັດສະຈັນແທ້ໆໆໆ ພຣະພຸດທະອົງ ໄດ້ອະທິບາຍທິດ ໄວ້ແຈ່ມແຈ້ງຈິງ.
ອ່ານໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກິດຈະກັມວັນສິນ ແຮມ 8 ຄ່ໍາເດືອນ 8 ວັນທີ 23/07/11 ທີ່ວັດວຽງຈະເລີນ(ເລວາແລງ 18:00 ໂມງ)























ບົດເທດຕອນເຊົ້າ
ກິດຈະກັມຕອນແລງ ວັນສິນ 8 ວານີ້

ເປັນສະມະນະຢ່າລົດລະເວລາໃຫ້ສູນເສັຍ

ອົບຮົມທັມສຶກສາທັມສ້າງປາລະມີ

ສ້າງບຸນຍະລາສີແລະສົມພານປະສານໃຈ

ເພື່ອໃຫ້ເກີດກຸສົນຜົນແຜ່ຜ່າຍ

ຈຶ່ງຊື່ວ່າບໍ່ແມ່ນບວດມາເພື່ອຄວາມດາຍ

ບວດຈົນຕາຍບຸນບໍ່ປານນະຮົກຕາມ

ພຣະບໍ່ສັ່ງສອນທັມກັມເຖິງຍາດໂຍມ

ບ້ານເມືອງໂຊມຄົນກໍຊາມວັດກໍເສົ້າ

ພຣະຜູ້ເຜົ້າວັດກໍໝົ່ນໝອງ

ຍັງມີຊີວິດທຸກກໍຕິດຕາມເຕາະຕ່ອຍຕ້ອງ

ຕາຍແລ້ວຕ້ອງນະຮົກເປັນເດີມພັນ

ຍາດໂຍມເອງກໍໄປຕາມໆກັນ

ອັນສະຫວັນຢ່າຫວັງຄອງວ່າຈະມີ

----------

ກິດຈະກັມມວນຊົນທີ່ວັດ ມີຄື

ກິດຈະກັມພິເສດ

(ເວລາ 17:00 ໂມງ ເບິ່ງໜັງເລື່ອງພຸດທະປະຫວັດ 1 ມ້ວນ ມີ 12 ມ້ວນຈົບສາຍໄປທຸກໆວັນສິນ)

ທຸກໆໆສີນ 8 ຄໍ່າ 15 ຄໍ່າ

ເວລາ 17: 45 ນາທີ ເຕົ້າໂຮມຍາດໂຍມ

1. ຟັງເທດ (ເລື່ອງຊະນະສັນທະ 20 ນາທີ)

2. ໄຫວ້ພຣະ 20 ນາທີ

3. ນັ່ງສະມາທິ 20 ນາທີ,

4. ຟັງທັມ 20 ນາທີ.

ຈົບແລ້ວໃຫ້ພອນ ກັບບ້ານ

(ຜູ້ຢູ່ ຈໍາສິນ 8 ນອນທີວັດ 1 ຄືນ)

ທ່ານໃດສົນໃຈ ເຊິນມາໄດ້ທຸກໆວັນສີນ

(ບໍ່ແມ່ນວັນສິນ ຫາກຢາກໄວ້ພຣະ ແລະນັ່ງສະມາທີ 10 ນາທີ ເຊີນໄດ້ທຸກວັນ ມາຮອດວັດກ່ອນ 6 ໂມງຍັງ 10 ນາທີ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ບໍ່ໄປບໍ່ມາທາງໃດ ກັບມາເວົ້າເລື່ອງໂຜດສັດອີກຮອບໜຶ່ງ ເພາະເຊົ້ານີ້ ມີຄົນມາເຮັດບຸນໂຜດສັດ.
- ສັດທີ່ເຂົາເອົາມາມີ ນົກກະຈອກ 3 ໂຕ, ເຕົ່າ 1 ໂຕ, ຖວາຍພາເຂົ້າທິບ ແລ້ວສູດມົນ.
- ບັງເອີນ ກໍາລັງສູດຢູ່ນັ້ນນົກໂຕໜຶ່ງ ມັນລົ້ມລົງແລ້ວລຸກບໍ່ຂຶ້ນ.
- ເຈົ້າຂອງຕົກໃຈໃຫຍ່ເລີຍ ເບິ່ງທ່າທາງຈິດໃຈເຂົາກະວົນກະວາຍ ພະຍາາມທຸກວິທີ ເພື່ອເຮັດໃຫ້ນົກນັ້ນລຸກຂຶ້ນໄດ້.
- ກໍເລີຍບອກເຂົາໄປວ່າ ບໍ່ຕ້ອງຢ້ານບາບ ຄັນເຮົາທໍາດີ (ບໍ່ແມ່ນວ່າບໍ່ຄໍານຶງເຖິງຊີວິດນົກ ແຕ່ຄໍານຶງເຖິງຄົນໄວ້ກ່ອນ ຊີວິກນົກ ຊີວິດຄົນເທົ່າກັນ ແຕ່ນົກຕາຍແລ້ວ ຟື້ນຍາກແນ່ນອນ ສົງໄສມັນຫິວອາຫານ ແຕ່ວານີ້ ເພາະເຂົາໄປຊື້ມາແຕ່ວານີ້ພຸ້ນ ມື້ຄືນບໍ່ຮູ້ວ່າເຂົາໃຫ້ກິນເຂົ້າກິນນໍ້າບໍ ຫຼືບໍ່, ຄົນຈັບນົກມາຂາຍ ຄົງຈະຈັບມາຫຼາຍວັນແລ້ວ)
- ຫຼັງຈາກພາເຂົາແຜ່ເມດຕາແລ້ວ ກໍໃຫ້ເຂົາໄປປ່ອຍນົກ ເຂົາກັບມາແລ້ວ ບອກວ່ານົກໂຕໜຶ່ງບິນບໍ່ໄດ້ (ແມ່ນໂຕມັນລົ້ມນັ້ນແລ້ວ)
- ມັນບິນບໍ່ໄດ້ກະຕາມ ຖືວ່າເຮົາປ່ອຍແລ້ວ ບໍ່ຕ້ອງຫ່ວງ, ໃຫ້ເຂົ້າໃຈວ່າ ຕົວໃຜຕົວມັນ ບາບຢ່າທໍາກໍາຢ່າສ້າງ ຫາກຢາກອິກສະຫຼະ ກໍຈົ່ງຢ່າສ້າງກັມເພິ່ມ.
- ຖາມເຂົາວ່າ ເປັນຫຍັງຈຶ່ງຢາກໂຜດສັດ ເຂົາບອກວ່າ ໄປວັດຖໍ້າພຣະແມ່ຂາວບອກໃຫ້ປ່ອຍນົກປ່ອຍເຕົ່າ.
- ແມ່ຂາວບອກວ່າ ຄັນເຮັກປ່ອຍນົກຊີວິດຊິດີຂຶ້ນ ?
- ອາຕະມາ ຖາມວ່າ ເປັນຫຍັງຈຶ່ງໄປເອົານົກກະຈອກໂຜດລະ ?
- ຊິໃຫ້ປ່ອຍນົກຫຍັງ ?
- ນົກຫຍັງກະໄດ້ ທີ່ບໍ່ແມ່ນນົກກະຈອກ.
- ຊິໄປຊື້ຢູ່ໃສລະ ?
- ຊື້ຢູ່ໃສກະໄດ້ ບໍ່ຊື້ມາກະໄດ້ ເຮົາຢາກໂຜດສັດຊະນິດໃດ ຄັນຫາບໍ່ໄດ້ ເຮົາກໍປາດຖະໜາ ບໍ່ບຽດບຽນສັດນັ້ນ ແລ້ວກໍກ່າວຄໍາແຜ່ເມດຕາໄປທຸກວັນ ກໍຊື່ວ່າໂຜດສັດແລ້ວ.
- ເພິ່ນບອກວ່າໃຫ້ປ່ອຍນົກ.
- ແມ່ອອກລ້ຽງນົກຊັ້ນບໍ ?
- ບໍ່ ໄດ້ລ້ຽງຂ້ານ້ອຍ.
- ບໍ່ໄດ້ລ້ຽງ ຊິໄປປ່ອຍມັນເຮັດຫຍັງ ເຮົາບໍ່ໄດ້ລ້ຽງ ຄັນເຮົາລ້ຽງ ກະວ່າໄປອີກຈັ່ງໜຶ່ງ.
- ຈັກແລ້ວ ເພິ່ນບອກວ່າໃຫ້ປ່ອຍນົກ ກະໄປຫາຊື້ມາ.
- ອາຕະມາເວົ້າຫຼິ້ນ ແກມອີຫຼີ ໂອຍ.........ອົດສາໂຜດນົກທັງທີ ໄປຊື້ນົກກະຈອກມາປ່ອຍ.
- ປ່ອຍບໍ່ໄດ້ຊັ້ນບໍ ຂ້ານ້ອຍ ? (ເຂົາສົນໃຈ)
- ປ່ອຍໄດ້ ແຕ່ບໍ່ຄັກ.
- ເປັນຫຍັງຂ້ານ້ອຍ.
- ປ່ອຍນັກກະຈອກ ມັນກະກະຈອກຫັ້ນຕິ, ຄັນປ່ອຍຕ້ອງປ່ອຍນົກກາງແກ ຊືມັນຈຶ່ງຍິ່ງໃຫຍ໋.
- ຄືວ່າຈັ່ງຊັ້ນ.
- ເອົາວ໌ ກາງແກ ຄືຄວາມເປັນອິສຣະແຂງແຮງ ຫັ້ນຕິ.
- ເອົາຈັ່ງຊີ້ ບາດໜ້າຄັນຢາກປ່ອຍສັດ ໂຜດສັດໃຫ້ເຮັດຕາມອາຈານ.
- ເຮັດຈັ່ງໃດຂ້ານ້ອຍ.
- 1. ຄັນໄປໃສມາໃສ ເຫັນເຂົາຂັງນົກມາຊຶ້ແລ້ວປ່ອຍໂລດ.
- 2. ເຫັນນົກຖືກເຈັບ ຖືກເປັນເຂົາເອົາມາຂາຍ ຊື້ແລ້ວເອົາມາປົວແລ້ວປ່ອຍໂລດ.
- ເຂົາວ່າຄັນຊິປ່ອຍໃຫ້ໄປປ່ອຍທີ່ວັດ.
- ປ່ອຍທີ່ໃດກໍໄດ້ ກ່ອນຈະປ່ອຍໃຫ້ວ່າຈັ່ງຊີກ່ອນ.
- ວ່າຈັ່ງໃດຂ້ານ້ອຍ.
- ວ່າຈັ່ງຊີ້.
1. ໃຫ້ເມດຕາຕົນເອງກ່ອນ (ເມດຕາເພິ່ນ ກໍຕ້ອງເມດຕາຕົນເອງໃຫ້ຖືເປັນສໍາຄັນ) ວ່າດັ່ງນີ້:
ອະຫັງ ສຸຂີໂຕ ໂຫມິ : ຂໍໃຫ້ຂ້ານ້ອຍມີຄວາມສຸຂເຖີດ
ນິທທຸກໂຂ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີທຸກເຖີດ.
ອະເວໂຮ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີເວນເທີ້ນ.
ອັພພະຍາປັຊໂຊ ໂຫມິ: ຂໍໃຫ້ຂ້ານ້ອຍຢ່າມີຄວາມພະຍາບາດຈ່ອງເວນເລີຍ.
ອະນິໂຄ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ.
ສຸກຂີ ອັຕຕານັງ ປະຣິຫາຣາມິ : ຂໍໃຫ້ຂ້ານ້ອຍຈົ່ງຮັກສາຕົນໃຫ້ພົ້ນທຸກໄພທັງສິ້ນເຖີ້ນ.

2. ເມດຕາສັດ ເມດຕາຄົນອື່ນ.
ສັບເພສັດຕາ ສຸຂີຕາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຈົ່ງເປັນສຸກເປັນສຸກເຖີດ.
ສັບເພສັດຕາ ອະເວຣາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີເວນເຊິ່ງກັນແລະກັນເລີຍ.
ສັບເພສັດຕາ ອັພພຍາປັດຊາ ໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ພະຍາບາດຈ່ອງເວນແກ່ກັນແລະກັນເລີຍ.
ສັບເພສັດຕາ ອະນິຄາໂຫນຕຸ :ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີຄວາມເຈັບໄຂ້ລໍາບາກກາຍລໍາບາກໃຈເລີຍ.
ສັບເພສັດຕາ ສຸຂີອັດຕານັງ ປະຣິຫາຣັນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນຈົ່ງເປັນຜູ້ຮັກສາຕົວຂອງຕົນໃຫ້ພົ້ນຈາກໄພທັງສິ້ນເຖິ້ນ.
- ເວົ້າແລ້ວ ກໍຕັ້ງປາຖະໜາໄວ້ໃນໃຈ ຕາມແຕ່ຢາກເວົ້າ ແລ້ວກໍປ່ອຍສັດໄປ ອັນນີ້ດີກວ່າ,
- ຢາກແທ້ ຂ້ານ້ອຍ ເຂົາວ່າ
- ເຮັດດີຕ້ອງຍາກ ດີກວ່າໄປຊື້ທີ່ເຂົາວາງຂາຍ ມີການຊື້ ກໍມີການຂາຍ ແລ້ວຄວາມເມດຕາຂອງເຮົາ ກໍກໍ່ເກີດຄວາມເດືອດຮ້ອນສັດອື່ນ ມັນຊີດີຊັ້ນບໍ ?
- ຫຼັງຈາກນັ້ນແລ້ວ ກໍປາດຖະໜາ ໄຫວ້ພຣະແລະກ່າວຄໍາແຜ່ເມດຕາໄປຕລອດ ແລະບໍ່ຄິດ ແລະບຽດບຽນສັດ ແລະຄົນຕລອດຊີວິດ ນັ້ນຄືການຖໂຜດສັດທີ່ດີ ທີ່ສຸດ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ຫຼັງຈາກພຣະພຖດທະອົງສັນພັດຕາກິດ ທີ່ພຣະຣາຊະວັງຂອງພຣະຣາຊະວັງ ໃນງາມອະພິເສກສົມຣົດຂອງເຈົ້າຊາຍນັນທະ ພຣະອະນຸຊາ(ນ້ອງຊາຍ)ເສັດພຣະອົງກໍລຸກຈາກທີ່ສັນກັບຍັງທີ່ພໍານັກ ໃນຊາຍປ່າເມືອງຣາຊະຄືຫະນະຄອນ ເຈົ້າຊາຍນັນທະຮັບບາດ ຈາກພຣະອົງສະເດັດຕາມໄປສົ່ງພຣະພຸດທະອົງ ເຈົ້າຍິງຄູ່ສົມຣົກຮ້ອງສັ່ງວ່າ ເມື່ອໄປສົ່ງພຣະອົງແລ້ວໃຫ້ຮີບກັບ, ເມື່ອພຣະພຸດທະອົງ ອອກຈາກວັງແລ້ວ ພຣະອົງກໍບໍ່ໄດ້ຮັບບາດຈາກເຈົ້າຊາຍນັນທະເລີຍ ດ້ວຍຄວາມເກງພຣະໄທ ເຈົ້າຊາຍນັນທະກໍ່ໄດ້ເຕືອນພຣະພຸດທະອົງ ນຶກວ່າຫວິດປະຕູວຽງແລ້ວ ພຣະອົງຈະຮັບບາດ ເຈົ້າຊາຍນັນທະກໍຫອບບາດຕາມພຣະອົງໄປສົ່ງພຣະພຸດທະອົງຈົນເຖິງວັດ. - ພໍເຖິງວັດ ພຣະພຸດທະເຈົ້າກໍປະທັບນັ່ງເຈົ້າຊາຍນັນທະ ກໍນໍາບາດໄປປະເຄນໃຫ້ພຣະພຸດທະອົງ ຂະນະທີ່ເຈົ້າຊາຍນັນທະປະເຄນບາດນັ້ນ ພຣະພຸດທະເຈົ້າກໍຕັດແກ່ເຈົ້າຊາຍນັນທະວ່າ ນັນທະທ່ານຈະບວດບໍ ? ເຈົ້າຊາຍນັນທະເມື່ອໄດ້ຟັງພຣະດໍາຣັດແລ້ວ ກໍເກງພຣະໄທພຣະ ພຸດທະອົງ ກໍຕອບພຣະອົງວ່າວ່າ "ບວດ"

ກົດເພື່ອອ່ານໃຫ້ສຸດໄດ້ເລີຍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຈິດ ທີ່ແທ້ນັ້ນ ຍາກທີ່ຄົນເຮົາຈະເຂົ້າໃຈໄດ້ ຫຼືຮູ້ໄດ້.
ຄົນເຮົາ ເຂົ້າໃຈໂດຍຄວາມຮູ້ສຶກນຶກຄິດວ່າ ຈິດ ຄືຄວາມຄິດ, ຈິດຄືຄວາມຮູ້ສຶກ, ຈິດຄືໝາກຫົວໃຈ ແລະມີຫຼາຍຢ່າງທີ່ມະນຸດເຂົ້າໃຈ
ຈິດ ເປັນເຊັ່ນໃດສາມາດສຶກສາລາຍລະອຽດໄດ້ໃນທີ່ນີ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນບູຮານ ສອນແທ້ສອນວ່າ
- ໄຫວ້ພຣະພຸດ ຢ່າໃຫ້ຖືກທອງຄຳ
- ໄຫວ້ພຣະທັມ ຢ່າໃຫ້ຖືກໃບລານ
- ໄຫວ້ພຣະສົງ ຢ່າໃຫ້ຖືກລູກຫຼານ
----------------
- ມີຮູບພຣະບໍ່ໄຫວ້ພຣະ ບາບ
- ບໍ່ມີຮູບພຣະ ແລ້ວກໍບໍ່ໄຫວ້ພຣະ ບໍ່ໄດ້ບຸນ ບໍ່ມີກຸສົນ ບາບ
- ມີຮູບພຣະ ໄຫວ້ພຣະໄດ້ທັງບຸນ ໄດ້ທັງກຸສົນ
- ບໍ່ມີີຮູບພຣະແຕ່ໄຫວ້ພຣະ, ປະຕິບັດທັມ, ສຶກສາທັມ ກໍໄດ້ທັງບຸນໄດ້ທັງກຸນສົນ ບໍ່ບາບໆໆໆ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

Picture@Bailane.com
- ພຣະບໍຣົມມະໂພທິສັດສີທັດຖະນັ້ນ ເມື່ອພຣະອົງຕັດສະຮູ້ ອະນຸຕຣະສັມມາສັມໂພທິຍານ ເມື່ອໃກ້ໃກ້ສະຫວ່າງ ເດືອນວິຂາແລ້ວ ນັບແຕ່ນັ້ນມາ ພຣະອົງກໍໄດ້ ພຣະນາມວ່າ ພຣະອໍຣະຫັນຕະສັມມາສັມພຸດທະເຈົ້າ ຫຼືພຣະອໍຣະຫັນຕະສັມມາສັມໂພທິຍານ ຫຼືຮຽກສັ້ນໆວ່າພຣະພຸດທະເຈົ້ານັ້ນເອງ.
Picture@Bailane.com
- ພຣະພຸດທະອົງຕັດສຮູ້ແລ້ວ ມອງເຫັນວ່າ ມະນຸດທັງຫຼາຍ ຍ່ອມຕົກຢູ່ໃນບ້ວງແຫ່ງ ກິເລສ ຕັນຫາ, ກິເລສຕັນຫານັ້ນ ຍ່ອມເປັນເພັນເພິງເຜົາ ເຂົາຢ່າງເປັນວັດຕະຈັກ : ພຣະອົງເຫັນສະພາບຂອງສັຕວະໂລກແລ້ວ ພຣະອົງຊົງດໍາຣິເປັນສອງທາງວ່າ 1. ຈະເຂົ້າສູ່ພຣະນິພານເລີຍບໍ ? 2. ຫຼືຈະຢູ່ໂຜດສັຕວ໌ເລົ່ານີ້:
Picture@Bailane.com
- ໃນຂະນະ ຄືນນັ້ນເອງ, ພຣະສະຫັມປັຕຕິພຣົມກໍລົງມາ ອາຣາທະນາໃຫ້ພຣະອົງ ຢູ່ໂຜດສັຕວ໌ຕໍ່ໄປ
- ພຣົມມາ ຈະ ໂລກາ ........
Picture@Bailane.com
- ຂະນະນັ້ນເອງ ພຣະພຸດທະອົງປະທັບທີ່ສະໂບກຂະຣະນີ ຊົງພິຈາຣະນາດອກບົວ 4 ເລົ່າ ທຽບກັບມະນຸດ ກໍມີ 4 ພວກ ຕາມພື້ນພູມແຫ່ງການຮັບຮູ້.
1. ອຸຄຕິຕັນຍູ : ພວກສລາດຫຼາຍທີ່ສຸດ ເໝືອນດອກບົວທີ່ພົ້ນນໍ້າແລ້ວ ພຽງໄດ້ຟັງທີ່ຍົກຂຶ້ນກໍຈະຮູ້ໄດ້ທັນທີ.
2. ວິປຈິຕັນຍູ : ຄືພວກສະຫຼາດພໍສົມຄວນ ເໝືອນດອກບົວຢູ່ສະເໝີນໍ້າ ພຽງແຕ່ໄດ້ຟັງອະທິບາຍເລັກນ້ອຍກໍຮູ້ໂລດ.
3. ເນຍະ : ຄືພວກສລາດປານກາງ ຫຼືເວນະຍະສັຕວ໌ ເໝືອນດອກບົວທີ່ຢູ່ໃຕ້ນໍ້າ ມີໂອກາດທີ່ຈະພົ້ນນໍ້າໄດ້ໃນໂອກາດຕໍ່ໄປ ຫຼືວັນໜ້າ, ເມື່ອໄດ້ອົບຮົບບົ່ມສະຕິພໍຄວນ ແລະພໍ່າເພັງປາຣະມີ ພໍສົມຄວນກໍເຂົ້າໃຈທໍາໄດ້.
4. ປະທະປະຣະມະ : ຄືຜູ້ໂງ່ເຂົາເບົາປັນຍາ ເໝືອນບົວທີ່ຢູ່ໃນເຫງົ້າ ແລະຕົມ ຍາກທີ່ຈະສອນໃຫ້ເຂົ້າໃຈໄດ້ ບໍ່ມີໂອກາດພົບທັມ ຍ່ອມເປັນອາຫານຂອງເຕົ່າ ແລະປາໄດ້ທຸກ ເມື່ອ.
- ເມື່ອພຣະພຸດທະອົງ ເຫັນຄວາມເປັນຈິງຂອງມະນຸດແລ້ວ ກໍມີພຣະມະຫາກະຣຸນາທິຄຸນຕໍ່ຊາວໂລກ ພຣະອົງກໍເພັ່ງທິພຈັກຂຸຍານ ກວດເບິ່ງໂລກ ມອງຫາວ່າໃຜຈະຮັບຮູ້ທັມ ຂອງພຣະອົງໄດ້ໂດຍໄວ ກໍມອງເຫັນແຕ່ປັນຈະວັດຄີທັງ 5 ຈຶ່ງສະເດັດໄປຍັງອິສິປະຕະນະມະຣິຄຄະທານວັນ (ປ່າທີ່ມີກວາງຫຼາຍ) ເຊິ່ງປັນຈະວັຄຄີຢູ່ທີ່ນັ້ນ.
Picture@Bailane.com
ໃຜເປັນສາສດາຂອງທ່ານ ?
- ໃນລະຫວ່າງທາງ ພຣະພຸດທະອົງ ໄດ້ພົບກັບອາຊີວົກຄົນໜຶ່ງ ທີ່ສວນທາງພຣະອົງມາ, ຊື່ອຸປະກະ ໄດ້ເຂົ້າມາຖາມພຣະພຸດທະອົງວ່າ ໃຜເປັນສາສດາຂອງທ່ານ ? ໃຜເປັນຜູ້ອົບທັມໃຫ້ກັບທ່ານມາ ? ທ່ານຈົ່ງຊ່ວຍສະແດງທັມໂຜດເຮົາດ້ວຍ ພຣະອົງໄດ້ຕັດວ່າ ເຮົາເປັນສະຍັມພູ ເປັນຜູ້ຕັດສະຮູ້ໄດ້ດ້ວຍຕົນເອງ, ພຽງເທົ່ານັ້ນເອງ ອາຊີວົກຜູ້ນັ້ນ ທໍາຕົວແບບຕະລຶງ ແລະກ່າວຄໍາບໍ່ສັດທາອອກມາ ເຊີນທ່ານຮູ້ໄປຄົນດຽວເຖີດ ເປັນໄປບໍ່ໄດ້.....ຄົນບໍ່ມີຄຣູບາອາຈານຈະມີທີ່ໃດ,
- ໃນທີ່ສຸດກໍສະແດງການແກວ່ງສີສະ, ຖົ່ມນໍ້າລາຍ ແລບລີ້ນ, ແລ້ວກໍເດີນຫຼີ້ນພຣະພຸດທະອົງໜີໄປ.

ວິຈານ:
- ຄົນປຶກໜາ ປັນາຍາບອດນັ້ນມີຈິງ ບໍ່ວ່າແຕ່ໃນຍຸກນີ້ ຍຸກພຣະພຸດທະອົງ ຍັງຊົງພຣະຊົນຢູ່ກໍຍັງມີ ຄົນບາບໜັກ ປັນຍາຊາມ ແມ່ນແຕ່ພົບກັບພຣະພຸດທະເຈົ້າເອງ ຍັງບໍ່ສາມາດທີ່ຈະສຶກສາທັມ ໃຫ້ພົບທັມ, ຈາກວັນນັ້ນ ຮອດວັນນີ້ ກໍໄດ້ 2595 ປີແລ້ວ ຫ່າງຈາກພຣະພຸດທະອົງມາຫຼາຍປີ ຄົນທີ່ປຶກສາປັນຍາບອດ ຍ່ອມມີຢູ່ເປັນທັມມະດາ ສະນັ້ນ, ນັກການເຜີຍແຜ່ສາສນາ ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ພະຍາຍາມ ເວົ້າທັມນັ້ນໆສະເໝີ ອະທິບາຍສະເໝີ ຢ່າລົດລະເດັດຂາດ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ວັນນີ້ວັນ 8 ຄໍ່າ ວັນນີ້ ປະຊາຊົນມາປະມານການໄດ້ 90-100 ຄົນນີ້ແລ້ວ, ເຂົາໂສກັນເລື່ອງນາກໆ ກະຊຸບປະຊິບພໍຮູ້ເນື້ອຄວາມແນ່ບໍ່ແນ່, ເມື່ອໄຫວ້ພຣະ ຮັບສິນ ຖວາຍທານແລ້ວ ສາຣະວັດອາຣາດທະນາເທດ ກໍຕັ້ງຫົວຂໍ້ເທດເລື່ອງນາກສາເລີຍ ເນື້ອໃນເທດນັ້ນ ອັນສຽງໄວ້ໃນເຄື່ອງບັນທຶກ ຈຶ່ງນໍາມາຂຽນໄວ້ທີ່ນີ້:
---------------------------
- ຈະເລີນພອນສາທຸຊົນ ວັນນີ້ຍາດໂຍມມາຮ່ວມສັນນິບາດທໍາບຸນ ໃນວັນສິນ 8 ດັ່ງທີ່ເຄີຍມາບໍ່ຂາດ, ເວລາຟັງທັມອາຕະມາຈະເທດເລື່ອງນາກ, ຊິເທດຈັກໜ່ອຍ ພຽງ 10 ນາທີ ເພື່ອໃຫ້ເກີດຄວາມເຂົ້າໃຈ ຈຶ່ງຮັບພອນ ແລະຕັກບາດກັນ.


- ຄົນລາວເຮົານີ້ ຕິດພັນກັບນາກມາເຫິງນານ ຫຼາຍຄົນເຊື່ອວ່ານາກເປັນສັດພິເສດ ບາງຄົນກໍວ່າເປັນເທບ ເປັນສັດທີ່ປະເສີດສຸດ, ໃນຕໍານານຫຼາຍຕໍານານ ກໍກ່າວເຖິງ ນາກມາຊ່ວຍສ້າງນະຄອນຈັນທະບຸຣີ ແຖວໆ ບໍຣິເວນຮ່ອງແກ ຮ່ອງແຊງ ວັດເຮົານີ້ກໍແມ່ນສ່ວນໜຶ່ງຂອງໜອງຄັນແທເຊື້ອນ້ຳ ເຊິ່ງເປັນທີ່ຢູ່ຂອງນາກ, ຕອນປີ 2001 ກັບໄປປູປານານໍ້າແຖວນີ້ ຫຼວງຫຼາຍເຕັມທົ່ງນາແຖວນນີ້ໃຜໆກໍຄົງຊິຮູ້ນໍາກັນແລ້ວ ຊາວຽງຈັນແຄມບຶງ ລົງບຶງແຖວນີ້ກໍບໍ່ຈໍາເປັນຕ້ອງອອກຕລາດ ຕອນມາສ້າງວັດໃໝ່ ປູປານານໍ້າແຖວນີ້ມີຫຼາຍທັງຍາມແລ້ງ ແລະຍາມຝົນ ຫອຍເຊີຣີ ຫຼວງຫຼາຍພາຍມາກ, ຂຶ້ນໄຂ່ຮອດເສົາກຸຕິ ຫຼັກຮົ້ວຮາວຮົ້ວ, ປູປານາກົບຂຽດຫຼາຍ ມັນກໍມີງູຫຼວງຫຼາຍ ເພາະສັດສອງປະເພດນີ້ຕ້ອງອາໄສກັນ ປາມີຫຼາຍເທົ່າໃດ, ງູກໍຫຼາຍເທົ່ານັ້ນ, ສັດອື່ນທີ່ເປັນສັດຕູຂອງປາ ກໍບໍ່ກ້າມາຮາວີປາ ເພາະພວກເຂົາຢ້ານງູ, ງູເອງກໍໄດ້ປາເປັນອາຫານ ດຽວນີ້ ປູປາ ນົກໜູໜີໝົດ ງູກໍໜີໄປພ້ອມ ເຖິງມີກໍມີຈັກໜ່ອຍ ນໍ້າບຶ່ງທາດຫຼວງຕອນເໜືອເຫືອດແຫ້ງ ເພາະເພິ່ນແປງຮ່ອງແຊງໃຫ້ເລີກ ປະຊາຊົນຖົມນາສ້າງບ້ານເຮືອນ, ໂຮງງານ ແລະອື່ນໆ ເຮົາມາສັງເກດວ່າບຶງທາດຫຼວງໄລຍະ 10 ຄືນຫຼັງເປັນທີ່ຢູ່ຂອງງູຫຼວງຫຼາຍ ເມື່ອ 2000 ປີທີ່ແລ້ວ ສົງໃສວ່າແມ່ນງູນີ້ແລ້ວ ເປັນພວກນາກ.

- ບາດນີ້ມາເວົ້າເລື່ອງນາກ ທີ່ເຂົາຊ່າກັນນັ້ນ ບາງຄົນກໍໄປເບິ່ງມາແລ້ວ ບາງຄົນຍັງບໍ່ທັນໄດ້ໄປ (ແຕ່ທ່ານບໍ່ໄປກໍເບິ່ງກະໄດ້ ຍິນມາວ່າທາງການນໍາເອົາໄປປ່ອຍ ທີ່ມັນຄວນຢູ່ແລ້ວ) ສໍາລັບອາຕະມາຍັງບໍ່ທັນໄດ້ໄປເບິ່ງ ເຫດທີ່ບໍ່ໄປເບິ່ງເພາະຍິນຜູ້ມາຊວນນັ້ນບອກວ່າ ມີນາງທຽມມາລອຍນໍ້າຢູ່ອ່າງນ້ອຍຢູ່ທີ່ນັ້ນດ້ວຍ ຈຶ່ງບໍ່ ໄປຢ້ານນາງທຽມນາກລະອາຍ.

- ເອົາ......ມາເວົ້າເລື່ອງນາກທີ່ເຂົາຊ່າກັນນັ້ນ ໂຕມັນຄືອ່ຽນ ແຕ່ມັນຈະຕ່າງຈາກອ່ຽນທົ່ວໄປ ຕາມເບິ່ງໃນຮູບ ເພາະມັນລາຍໆ (ເຂົາວ່າແມ່ນເກັດມັນ ເມື່ອເບິ່ງລະອຽດແລ້ວບໍ່ແມ່ນເກັດ ຫາກແມ່ນຜິວໜັງຂອງມັນລາຍໆ ໃຫຍ່ຜິດປົກກະຕິ) ເຂົາບອກວ່າ ມີຄົນໃສ່ໄຊໄດ້ທີ່ບຶງທາດຫຼວງ (ສົງໄສຊິແມ່ນບຶ່ງທາດຫຼວງ ທົ່ງນາບຶງໂນນຄໍ້-ໄອເຕັກນັ້ນລົງໄປໃຕ້) ແລ້ວເອົາມາເຄນວັດແລ້ວຄົນຈຶ່ງແຕກໄປເບິ່ງແໜ້ນວັດ.

- ເມື່ອສັງເກດຕີຣາຄາແລ້ວ ເຫັນວ່າອ່ຽນພວກນີ້ ເປັນພວກສັດປະເພດກາຍພັນ, ສັດທີ່ຈະກາຍພັນໄດ້ນັ້ນ ຄື 1, ເປັນສັດສອງປະເພດໃນວົງດຽວກັນຜະສົມພັນກັນຕາມທັມ ມະຊາດ, 2. ຄົນມີວິທະຍາການຫຼາຍກໍເຮັດສານເຄມີໄດ້ ກໍເອົາຢິນຂອງສັດສອງປະເພດໃນວົງດຽວກັນໄປປະສົມພັນກັນ ກໍອອກມາເປັນສັດອີກປະເພດນໜຶ່ງ(ອັນນີ້ນັກວິຊາການກະເສດຮູ້ຈັກດີ) 3. ສັດທີ່ຖືກສານເຄມີເອງໂດຍທັມມະຊາດ ແລ້ວຮ່າງກາຍຕ້ານທານກັບສານເຄມີ ແຕ່ບໍ່ຕາຍ ຢູ່ຕາມທັມມະຊາດໄດ້ ແຕ່ໃນໂຕມັນມີສານເຄມີແລ້ວກໍໄປປະສົມພັນກັນເອງ ສານເຄມີນັ້ນກໍໄປປ່ຽນແປງຢີນຂອງສັດນັ້ນ ອອກລູກມາຜິດປົກກະຕິ ເປັນສັດສອງຫົວ ສາມຂາ ຫ້າຫູອື່ນໆ (ອັນນີ້ບໍ່ວ່າແຕ່ສັດ ຄົນເຮົາກໍເຫັນວ່າມີແລ້ວ ເຊັ່ນແຜດສອງຫົວ ຫຼືຄົນມີເກັດ) ອັນນີ້ລ້ວນແຕ່ເກີດຈາກຜູ້ເປັນແມ່ ຫຼື້ພໍ່ໄດ້ຮັບສານເຄມີ.

- ນັບແຕ່ປີ 1995 ເປັນຕົ້ນມານໍ້າເສັຍ ຈາກຕົວເມືອງໄດ້ໃຫຼມາທ້ອນໂຮມຢູ່ບຶງທາດຫຼວງ ທີ່ຮ່ອງແກ ເຮັດໃຫ້ສານສະສົມຫຼາຍປີ ກໍກາຍເປັນນໍ້າເສັຍ, ສັດສາວາສິ່ງດັບສູນໝົດ, ໂຕທີ່ໜີໄປໄດ້ກໍໜີໄປ ໃນປີ 2000 ເປັນຕົ້ນມາ ຊາວບ້ານໂນນຄໍ້າ(ແຖວວັດໃໝ່ບ້ານໂນນຄໍ້ ຫຼືບ້ານໂນຄໍ້າທົ່ງ) ພົບການອົບພະຍົບຂອງປາຝາອອງທັງໂຕນ້ອຍ ໂຕໃຫຍ່ຂຶ້ນມາໃນໝູ່ບ້ານໄປທາງທິດຕາເວັນອອກ (ສົງໄສໄປບຶງນາຄວາຍ) ມີຫຼາຍຄົນພົບ ພວກເຂົາເຊື່ອວ່າເປັນອຸບາດ ກໍນິມົນພຣະໄປສູດ ໃນປີ 2004 ມີຄອບຄົວໜຶ່ງພົບປາຝາອອງຂະໜາດໃຫຍ່ປະມານ 1 ແມັດ ນິມົນພຣະໄປສູດ ແລ້ວກໍເອົາປາຝາອອງນັ້ນໄປໄວ້ວັດໜອງຄຳແສນ ຄົນກໍແຫ່ໄປເບິ່ງ, ບັງເອີນຜູ້ຂຽນຮູ້ຈັກຄົນທີ່ໄດ້ປາຝາອອງໃຫຍ່ ທັງໄດ້ຮູບພ້ອມ ມັນເປັນສີເຫຼືອງຄືຄໍາທັງໂຕ, ຄົນທີ່ຮູ້ຈັກກັນນັ້ນ ໄດ້ເວົ້າເລື່ອງລາວໃຫ້ຟັງໝົດ ຈຶ່ງຕາມໄປເບິ່ງຢູ່ໜອງຄໍາແສນ ໄປຮອດວັດໜອງຄໍາແສນແລ້ວ ຄົນທີ່ເຝົ້າປາຝາອອງທີ່ນັ້ນບອກວ່າເປັນເຈົ້າໜອງຄໍາແສນ, ທີ່ຂຶ້ນມາສ້າງວັດ ປ່ຽນເລື່ອງຈາກຄວາມຈິງໄປເລີຍ ອັນນີ້ກໍງຶດ.

- ທ່ານທັງຫຼາຍ ທີ່ນັ່ງຟັງເທດທີ່ນີ້ ເຄີຍຢູ່ທີ່ນີ້ມາກ່ອນ ດຽວນີ້ຍິນສຽງນົກຮ້ອງແນ່ບໍ ? ເຫັນຄົນລົງມາກ້ານກົບເໝືອນເກົ່າບໍ ? ເຫັນຄົນເອົາລົງບຶງເອົາປາບໍ ? ງູເຄີຍຫຼາຍມັນໄປໃສໝົດ ຈະຕອບໃຫ້ກໍໄດ້ບໍ່ແມ່ນຄົນລ່າມັນດອກ ມັນໜີໄປເອງ, ມັນຕາຍເພາະສານພິດ, ຢາຂ້າແມງ, ຝຸຍເຄມີ ແລະນໍ້າປົນເປື້ອນ ຈາກສັບພະປິສານເຄມີ ທີ່ບໍ່ໄດ້ຖືກບໍາບັດຈາກຕົວເມືອງລົງມາຕາມຮ່ອງນັ້ນ ກັກຂັງໄວ້ທີ່ບຶງທາດຫຼວງສິບກວ່າປີແລ້ວ, ບັນດາທ່ານຄົງຈະຍິນ ຫຼືຄົງຈະເຫັນຂ່າວຫອຍເຊີຣີ ໃນຊຸມປີ 1980-1995 ແຕ່ກີ້ທາງການປະກາດວ່າໃຜຈັບໄດ້ຫຼາຍໃຫ້ຣາງວັນ ດຽວນີ້ມັນໄປໃສໝົດ.

- ຜົນກະທົບນີ້ ບໍ່ສະເພາະແຕ່ສັດສາວາສິ່ງ ແລະສະພາບແວດລ້ອມໃນບຶງທາດຫຼວງ ຊາວນະຄອນຫຼວງວຽງຈັນເຮົາທຸກທ່ານໄດ້ຜົນກະທົບທັງໝົດ ບໍ່ວ່າຄົນທຸກ, ຄົນຮັ່ງ, ກັມມະກອນ, ຊາວນາ, ພໍ່ຄ້າ, ຊາວຂາຍ ແລະທ່ານຜູ້ມີເງິນ ມີຄໍາ ເຈົ້າຄົນນາຍຄົນ ລວມທັງພຣະສົງອົງຄະເຈົ້າດ້ວຍ ກໍໄດ້ຮັບອານິສົງນີ້ ໄດ້ທັງນັ້ນ.

- ປູປານານໍ້າ ສັດສາວາສິ່ງໃນບຶງທາດຫຼວງ ຕົວທີ່ມັນບໍ່ຕາຍ ໃນຮ່າງກາຍມັນກໍເຕັມໄປດ້ວຍສານພິດ ມັນສະສົມສານພິດໄວ້ ຊາວປະໂມງ ເຂົາກໍໄປຈັບເອົາສັດນັ້ນ ມາຂາຍໃນທ້ອງຕລາດ ຜູ້ຊື້ແມ່ນຜູ້ມີເງິນ ພວກເຮົາບໍ່ຮູ້ແຫຼ່ງທີ່ມາຂອງອາຫານເລົ່ານັ້ນ ເມື່ອເຮົາກິນມັນລົງໄປ ສານພິດເລົ່ານັ້ນ ກໍກາຍສະສົມໃນຮ່າງກາຍເຮົາ ຫຼາຍເກີນຂະໜາດ ກໍກາຍເກີດເປັນໂຣກ, ທ່ານຄົງຈະຍິນສະເໝີວ່າ ຄົນນັ້ນຕາຍຍ້ອນໂຣກຕັບ, ຄົນນີ້ຕາຍເພາະໂຣກຕັບໆໆໆໆ ແລະໂຣກມະເຮັງ ຜູ້ໃຫຍ່ກໍເປັນມະເຮັງ ຜູ້ນ້ອຍ ຜູ້ສາວ ຜູ້ໜຸ່ມ ເປັນໄດ້ໝົດໂຣກມະເຮັງ ເທົ່າທີ່ສັງເກດເບິ່ງການປ່ຽນແປງຂອງບ້ານເມືອງເຮົາ ປາກົດວ່າໂຣກຕັບ ແລະໂຣກມະເຮັງ ເປັນໂຣກສຸດຮີດຍອດນິຍົມທີ່ສຸດໃນວຽງຈັນ, ທີ່ເຂົາຮຽກວ່າໂຣກຜູ້ກ່ຽວເອງນັ້ນ ສິ່ງເລົ່ານີ້ເກີດຂຶ້ນຈາກອາຫານເປັນພິດທັງນັ້ນ.

- ບາດນີ້ມາເວົ້າເລື່ອງນາກ ໂຕທີ່ຊ່າກັນ, ເທົ່າທີ່ເຂົາຖ່າຍຮູບມາໃຫ້ເບິ່ງນັ້ນ ເບິ່ງຄັກໆແມ່ອ່ຽນ, ແຕ່ວ່າອ່ຽນສອງໂຕນີ້ ມັນເປັນອ່ຽນພິເສດ ກົງທີ່ມັນມີລາຍໃຫຍ່ໆ ເບິ່ງແລ້ວ ເໝືອນເກັດ ຫາກເຮົາເບິ່ງບໍ່ພິຈາຣະນາແມ່ນເກັດມັນແທ້ໆ ແຕ່ຜູ້ຂຽນເບິ່ງໃນຮູບລະອຽດແລ້ວ ມັນເປັນໜັງອ່ຽນແທ້ໆ ເປັນຫຍັງມັນຈຶ່ງເປັນອ່ຽນ ທີ່ຕ່າງຈາກອ່ຽນທົ່ວໄປ ຕອບໄດ້ຢ່າງບໍ່ຕ້ອງລັ່ງເລ ເປັນອ່ຽນກາຍພັນ ທີ່ເກີດຈາກອາຫານ ແລະອາກາດເປັນພິດນັ້ນເອງ.

- ປະຊາຊົນຄົນລາວ ດຽວນີ້ຫັນໄປນັບຖືນາກເປັນທີ່ຫຼວງຫຼາຍທັງໆ ທີ່ບໍ່ເຄີຍເຫັນນາກມາກ່ອນຈັກເທື່ອ ເຫັນງູກະເຂົ້າໃຈວ່ານາກ ເຫັນອີສັງແປກໆ ກໍເຂົ້າໃຈວ່ານາກ ເຊັ່ນ ຮອຍ ຫຼືຕົ້ນພ້າວ ຕົ້ນກ້ວຍວິປະລາດ ກາວ່ານາກໄປໝົດທີບ (ຄົນລາວບູຮານວ່າຂອງເລົ່ານີ້ເປັນອຸບາດ) ເຊັ່ນ ໄກ່ສີ່ຂາ, ໝາອອກລູກເທິງເຮືອນ, ຕົ້ນກ້ວຍອອກປີກາງຕົ້ນ ແລະອື່ນ ຂອງແບບນີ້ເຂົາຕ້ອງນິມົນພຣະມາສູດອຸບາດ ແຕ່ຄົນດຽວນີ້ຖືວ່າຂອງເລົ່ານີ້ເປັນມຸງຄຸນ ພາກັນໄປຂາບໄປໄຫວ້ ດີບໍ່ດີມີຮອດຄົນເຂົ້າຊົງພຣະຍານາກ ມາໃບ້ຫວຍໃຫ້ຮຽບຮ້ອຍ ນັບວ່າໝໍຊົງສວຍກາລະໄດ້ເໝາະໂອກາດ ສ້າງປະໂຫຍດເຂົ້າກັບຍຸກກັບສະໄໝ ທັບກັບຍຸກ ໄດ້ດີຢ່າງໜ້າງຶດງໍ້ອັດສະຈັນໃຈ.

- ນາກດຽວນີ້ຕ່າງກັບນາກບູຮານ, ຄົນບູຮານຖືວ່ານາກ ເປັນເຄົ້າຕະກູນຂອງຕົນ ນາຄະ ແປວ່າຜູ້ມີລິດສາມາດປົກປ້ອງຄຸ້ມຄອງຄົນໄດ້ ໃຜກໍຕາມທີ່ມີຄວາມມາດ ສາມາດປົກຄອງຄົນໄດ້ ຍົກໃຫ້ເປັນເຈົ້າຄົນ ນາຍຄົນ ບຸກຄົນນັ້ນບົກຖານັນດອນສັກວ່າ ນາຄະ  (ເຈົ້າຂອງຄົນ ທຽບໄດ້ກັບເຈົ້ຊີວິດ ຫຼືຣາຊາ) ແຕ່ຄົນດຽວນີ້ຖືສັດເດັຍຣະສານເປັນນາກ, ແລະໄຫວ້ວອນສັດເດັຍຣະສານໄປທົ່ວສັງຄົມ ສັງຄົມກໍກາຍເປັນສັງຄົມສັດໄປ.

- ຂຶ້ນຊື່ວ່າສັດ ບໍ່ປະເສີດເທົ່າກັບຄົນ, ພວກເຂົາຈະມີຣິດທານຸພາບຫຼາຍພຽງໃດກໍຕາມ ທາງພຸດທະສາສນາເຮົາ ຖືວ່າພວກນີ້ນອກຮີດ ແມ່ນຈະທໍາຄວາມດີໄດ້ ກໍບໍ່ສາມາດ ບັນລຸມັກ ຜົນ ນິພານໄດ້ ດັ່ງທີ່ເຮົາໄດ້ຍິນໃນເລື່ອງພຸດທະປະວັດ ຫຼືພຣະໄຕປີດົກທີ່ພຣະສົງມັກເອົາມາເທດສະເໝີ ທີ່ກ່າວເຖິງນາກສັດທາໃນສາສນາປອມຕົວມາບວດ ພຣະພຸດທະເຈົ້າຮູ້ແລ້ວ ແຕ່ບວດໃຫ້ (ເພື່ອຈະເປັນຕົ້ນເຫດບັນຍັດສິກຂາບົດ) ໃນທີ່ສຸດນາກປອມໂຕນັ້ນ ກໍຄືນສະພາບເປັນນາກເໝືອນເດີມ ສົງນໍາເລື່ອງຂາບທຸນພຣະພຸດທະເຈົ້າໆກໍໃຫ້ສິກ ເພາະວ່າສັດເດັຍຣະສານບວດໃນສາສນາບໍ່ໄດ້.

- ເຮົາເຫັນແລ້ວວ່າ ນາກ ມີຣິດຂະໜາດໃດ ແປງກາຍເປັນຄົນໄດ້ ພຣະພຸດທະເຈົາຍັງຫ້າມບໍ່ໃຫ້ບວດໃນສາສນາ, ການທີ່ຈະສ້າງຕົນໃຫ້ບັນລຸມັກຜົນນັ້ນ ມີແຕ່ມະນຸດເທົ່ານັ້ນ ແມ່ນແຕ່ມະນຸດເອງ ຫາກມີຄວາມເຫັນຜິດ ເປັນເດັຍຣັດຖີ ກໍຍັງຫ້າມບວດ ຫ້າມສະຫວັນຫ້າມນິພານ, ທ່ານທັງຫຼາຍຄົງເຫັນນໍາກັນແລ້ວວ່າ ນັບແຕ່ໂລກເກີດຂຶ້ນມານີ້ ເທົ່າທີ່ປະວັດສາດບັນທຶກໄວ້ ມີແຕ່ມະນຸດເທົ່ານັ້ນສ້າງໂລກ ມະນຸດປະເສີດກວ່າສັດທັງປວງ ເອົາແຕ່ໄລຍະຊີວິດເຮົານີ້ ທ່ານທັງຫຼາຍພໍມີປະສົບການແລ້ວເຊັ່ນກັນ ຄື ທ່ານທັງຫຼາຍຄົງຈະໄດ້ລ້ຽງແມວ, ໝາ, ເປັດ, ໄກ່່, ງົວ, ຄວາຍ, ທ່ານເຄີຍເຫັນສັດເລົ່ານີ້ ພັດທະນາການກ້າວໜ້າໄປຮອດໃສລະ ມັນເຄີຍຮ້ອງຈັ່ງໃດ ກໍຮ້ອງຈັ່ງຊັ້ນ ບໍ່ແມ່ນຮ້ອງດັ່ງນັ້ນ ສະເພາະແຕ່ໃນຍຸກຂອງເຮົານີ້ ມັນຮ້ອງຕັ້ງແຕ່ເກີດມີສັດເລົ່ານີ້ ນັ້ນກໍສະແດງວ່າສັດບໍ່ພັດທະນາເໝືອນກັບມະນຸດ, ທ່ານເຄີຍສັງເກດທ່ານເອງບໍວ່າ ແຕ່ກ່ອນທ່ານ ອ່ານໜັງສືບໍ່ເປັນ ດຽວນີ້ອ່ານເປັນແລ້ວ, ເວົ້າຝຣັ່ງ, ອັງກີດບໍ່ເປັນ ດຽວນີ້ເວົ້າໄດ້, ແຕ່ກ່ອນຂັບລົດບໍ່ເປັນດຽວນີ້ ເກ່ງປານຫຍັງ ? ນະຄອນຫຼວງວຽງຈັນເຮົາ ແຕ່ກ່ອນນ້ອຍໆ ດຽວນີ້ກວ້າງຂວາງ ແລະຈະເລີນກ້ໜ້າໄປຫຼາຍດ້ານ ໃຜເປັນຜູ້ສ້າງມັນ ສັດຫຼືມະນຸດລະ, ດຽວນີ້ສິ່ງທັນສະໄໝຫຼວງຫຼາຍພາຍມາກ ເຄື່ອງຄອມພິວເຕີ ໂທຣະທັດ ອິນເຕີເນັດ ແລະອື່ນໆ ທັງໝົດນີ້ລ້ວນແຕ່ເກີດຈາກມັນສະໝອງ ແລະນໍ້າມືມະນຸດທີ່ພັດທະນາ ແລ້ວທ່ານຍັງຈະໄປໄຫວ້ສັດຢູ່ຫຼື.

- ຄົນທີ່ໄຫວ້ມະນຸດດ້ວຍ ຊື່ວ່າເປັນມະນຸດ ຄົນທີ່ເຄົາຣົບຕົນ ຄົນນັ້ນເປັນມະນຸດທີ່ສົມບູນ ຄົນທີ່ໄຫວ້ພຣະຢ່າງນ້ອຍ ເປັນຄົນມີທັມ ກົງກັນຂ້າມຄົນທີ່ໄຫວ້ສັດ ຫຼືເຜດຜີ ຄົນນັ້ນກໍຕໍ່າກວ່າຜີ ເຖິງຈະເປັນເຈົ້າຄົນ ນາຍຄົນ ຮັ່ງມີ, ຮ່າງກາຍສົມບູນ ສວຍງາມກໍຕາມ ຈິດໃຈບໍ່ສູງກວ່າສັດແລະຜີ ກໍຕໍ່າກວ່າເຜດ ແລະຜີນັ້ນເອງ.

- ໃນທາງພຸດທະສາສນາກ່າວວ່າ ອະບາຍະພູມ ທີ່ຢູ່ຊັ້ນຕໍ່າກວ່າມະນຸດ ແລະທໍາບາບກໍໄປສູ່ອະບາຍະພູມ 4 ຄື ສັດໜຶ່ງ, ເຜດໜຶ່ງ, ອະສຸຣະກາຍໜຶ່ງ ແລະນະຣົກໜຶ່ງ, ພວກນີ້ທໍາບາບ ແລະມີສັກກະຍະພາບຕໍ່າກວ່າມະນຸດ ຫາກມະນຸດຍັງໄຫວ້ ຍັງບູຊາ ກໍມີສັກກະຍະພາບທາງຈິດຕໍ່າກວ່າອະບາຍ 4 ນັ້ນແລ.

- ເທສະນາ ປະຣິໂຍສາເນ ໃນອາວະສານແຫ່ງເທດໜານີ້ ຂໍໃຫ້ທ່ານທັງຫຼາຍຈົ່ງມີສະຕິ ມີປັນຍາ ມີສັດທາໝັ້ນຄົງ ພັດທະນາຕົນ ພັດທນາຄົນ ແລະພັດທະນຊີວິດຈິດໃຈ ໃຫ້ສູງ ມີອາຍຸ ວັນນະ ສຸຂະ ຜະລະເທີ້ນ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ເຮົາໄປຟັງພຣະເທດ ອານິສົງຂອງຜູ້ທໍາບຸນຕ່າງໆ ຈະໄດ້ຜົນບຸນເປັນ "ກັບ" ເຊັ່ນ ການບວດຕົນເອງໄວ້ໃນສາສນາໄດ້ອານິສົງ ໓໖ ກັບ ດັ່ງນີ້ ເປັນຕົ້ນ ທີ່ນີ້ກັບເປັນຈັ່ງໃດ ? ເມື່ອມາຄິດເປັນເປັນປີ ໂດຍເອົາວິທີທາງຄະນິດສາດໄປຄິດແລ້ວ ປະກົດວ່າ ໑ ກັບ ເທົ່າກັບ ໑ ກັບ ເທົ່າກັບ ໓໒.໗໖໘.໐໐໐.໐໐໐.໐໐໐.໐໐໐.໐໐໐.໐໐໐ ປີ ເມືອງມະນຸດ.
- ໂອ..!!!!! ເລກມັນຍາວໂພດ ອ່ານບໍ່ໄດ້ເລີຍ ຫຼາຍເກີນກວ່າຊິນັບ

ທ່ານສາມາດອ່ານຂໍ້ມູນໄດ້ ທີ່ນີ້

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

໑. ຊັ້ນຈາຕູມມະຫາຣາຊິກາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໕໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໕໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙ ລ້ານປີເມືອງມະນຸດແລ.

໒. ຊັ້ນຕາວະດິງສາ(ຕາວະຕິງສ໌) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໓໙ ລ້ານປີເມືອງມະນຸດແລ.

໓. ຊັ້ນຍາມາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໒.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໒໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໑໔໔ ລ້ານປີເມືອງມະນຸດແລ.

໔. ຊັ້ນດຸດສິດ(ຕຸສິຕາ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໔.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໔໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໕໗໖ ລ້ານປີເມືອງມະນຸດແລ.

໕. ຊັ້ນນິມມານະຣະດີ(ຕີ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໘.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໘໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໒.໓໐໔ ລ້ານປີເມືອງມະນຸດແລ.

໖. ປະຣະນິມມິຕວະສວັສດີ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑໖.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑,໖໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙.໒໑໖ ລ້ານປີເມືອງມະນຸດແລ.

- ທ່ານທັງຫຼາຍ ສັງເກດເບິ່ງ ເທວະດາພຽງຫົກຊັ້ນ ແລ້ວກໍເຫັນຄວາມຕ່າງຂອງອາຍຸຂອງເທວະດາຊັ້ນຕ່າງໆໄດ້ຈະແຈ້ງ ແລະແຕກຕ່າງປານນິ້, ນອກຈາກນັ້ນ ເຮົາຍັງເຫັນຄວາມຕ່າງລະຫວ່າງ ໑ ມື້ ໑ ຄືນຂອງພວກເຂົາ ເມື່ອທຽບອາຍຸໃນໂລກເຮົາມັນໂລດຕ່າງກັນແສນໂຍດ ອັນນັ້ນມັນກໍເຮັດໃຫ້ເຮົາຮູ້ແລ້ວວ່າ ເທວະດາເລົ່ານັ້ນ ຢູ່ໄກຈາກໂລກຫຼາຍປານໃດ ນັກດາຣາສາດອາດຄິດໄດ້ແລ.

watvichitdhammaram.blogspot.com/2011/06/blog-post_12.html

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 10, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວິທີສົມມາພໍ່ແມ່
(ເຮັດໃນວັນເກີດຂອງຕົນເອງ, ວັນປີໃໝ່, ວັນເຂົ້າພັນສາ, ວັນອອກພັນສາ,
ຖືຂັນຫ້າ ຂາບລົງ 3 ຫົນ ແລ້ວກ່າວເປັນພາສາປາລີຈັ່ງຊີ້


ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ທຸຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ຕະຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.

ແລ້ວກ່າວເປັນພາສາລາວຕໍ່
ກາຍຍະ ກັມສາມ ວາຈີກັມສີ່ ມະໂນກັມສາມ ບາບເພາະໂລໂພ ບາບເພາະໂທໂສ ບາບເພາະບູຣານະກັມ ບາບເພາະເວລານະກັມ ບາບເພາະປັຈຈຸບັນນະກັມ ບາບເພາະໄດ້ສະລັ້ງພັ້ງພາດຫຼົງຜິດ ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ ທັງຕໍ່ໜ້າ ແລະລັບຫຼັງກໍດີ ທີ່ລູກໄດ້ກະທຳຕໍ່ພໍ່ແມ່ ຂໍພໍໃຫ້ລະງັບດັບຫາຍ ຈາກທາດ ຈາກຂັນ ຈາກອົງຄະ ອະໄວຍະວະ ຂອງຂ້ານ້ອຍດ້ວຍເທີ້ນ.

ຕໍ່ໄປພໍ່ແມ່ຮັບຄຳຄາຣະວະ
“ອະຫັງ ຂະມາມິ ຕະຍາປິ ເມ ຂະມິຕັບພັງ”
ພໍ່ ຫຼືແມ່ໃຫ້ພອນລູກດ້ວຍພາສາລາວ ເຊິ່ງເວົ້າເຖິງການອະໄພໂທດ ບໍ່ໃຫ້ບາບກັມ ແລະເວົ້າໃນລັກສະນະໃຫ້ບຸນ ແລະຈະເຣີນຣຸງເຮືອງ


“ຈົບພິທີປລ້ວ ກໍຂາບຕັກພໍ່ ແລະແມ່ແລ້ວກໍເລີກ”
(ເຮັດໃນວັນເກີດຂອງຕົນເອງ, ວັນປີໃໝ່, ວັນເຂົ້າພັນສາ, ວັນອອກພັນສາ,
ຖືຂັນຫ້າ ຂາບລົງ 3 ຫົນ ແລ້ວກ່າວເປັນພາສາປາລີຈັ່ງຊີ້


ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ທຸຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ຕະຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.

ແລ້ວກ່າວເປັນພາສາລາວຕໍ່
ກາຍຍະ ກັມສາມ ວາຈີກັມສີ່ ມະໂນກັມສາມ ບາບເພາະໂລໂພ ບາບເພາະໂທໂສ ບາບເພາະບູຣານະກັມ ບາບເພາະເວລານະກັມ ບາບເພາະປັຈຈຸບັນນະກັມ ບາບເພາະໄດ້ສະລັ້ງພັ້ງພາດຫຼົງຜິດ ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ ທັງຕໍ່ໜ້າ ແລະລັບຫຼັງກໍດີ ທີ່ລູກໄດ້ກະທຳຕໍ່ພໍ່ແມ່ ຂໍພໍໃຫ້ລະງັບດັບຫາຍ ຈາກທາດ ຈາກຂັນ ຈາກອົງຄະ ອະໄວຍະວະ ຂອງຂ້ານ້ອຍດ້ວຍເທີ້ນ.

ຕໍ່ໄປພໍ່ແມ່ຮັບຄຳຄາຣະວະ
“ອະຫັງ ຂະມາມິ ຕະຍາປິ ເມ ຂະມິຕັບພັງ”
ພໍ່ ຫຼືແມ່ໃຫ້ພອນລູກດ້ວຍພາສາລາວ ເຊິ່ງເວົ້າເຖິງການອະໄພໂທດ ບໍ່ໃຫ້ບາບກັມ ແລະເວົ້າໃນລັກສະນະໃຫ້ບຸນ ແລະຈະເຣີນຣຸງເຮືອງ


“ຈົບພິທີປລ້ວ ກໍຂາບຕັກພໍ່ ແລະແມ່ແລ້ວກໍເລີກ”

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ເມື່ອເວລາ ພຣະພຸດທະອົງ ໄດ້ສະເດັດອອກຊົງຜະໜວດ ແລະແຫວງຫາໂມກຂະທັມ ໃນຂະນະເວລາອາຍຸ ພຽງ 29 ພັນສານັ້ນ, ຕລອດໄລຍະ 6 ປີ ທີີທ່ອງທ່ຽວສະແຫວງກາຄວາມຮູ້ໃນທີ່ຕ່າງໆ ເບື້ອງຕົ້ນພຣະອົງສະແຫວງຫາຄູອາຈານ ໃນທີ່ຂະນະເດີນທາງຕລອດນັ້ນ ພຣະອົງໄດ້ພົບພໍ້ກັບມາບັນຫາຂອງສັງຄົມຫຼວງຫຼາຍ ເປັນສັງຄົມທີ່ຈິງແຈ້ງ ທີ່ມະນຸດມີທັງທີ່ເກີດຈາກຮ່າງກາຍຊີວິດຂອງພຣະອົງເອງ ແລະຄົນທີ່ພຣະອົງໄດ້ ພົບພໍ້ດ້ວຍແຕ່ເປັນປະສົບການ ແລະບົດຮຽນຮາຄາແພງ, ເຖິງວ່າພຣະອົງຈະຫຼີກອອກຈາກຄວາມວຸ້ນວາຍຂອງສັງຄົມໃນເມືອງໄປສູ່ປ່າເຂົາລໍາເນົາໄຟກໍຕາມ ພຣະອົງຍັງຕ້ອງໄດ້ພົບພໍ້ກັບສັງຄົມຊົນນະບົດ ແລະຕ່າງເມືອງ ເຫັນຄວາມແຕກຕ່າງຂອງບັນຫາສັງຄົມ ຫຼວງຫຼາຍໃນະຂະນະທີ່ພຣະອົງກໍາລັງຊອກສະແຫວງຫາໂມກຂະທັມຢູ່ນັ້ນ ພຣະອົງກໍໄດ້ຊ່ວຍເຫຼືອ ແລະແກ້ໄຂບັນກາສັງຄົມຢູ່ຫຼາຍເຣື່ອງເຊັ່ນ:

1. ເຈົ້າຊາຍສິດທັດຖະ ບໍ່ໄດ້ອອກບວດເພາະລັງກຽດຊາວໂລກ ແຕ່ການອອກບວດຂອງພຣະອົງນັ້ນ ເປັນການອອກບວດເພາະເປັນຫ່ວງຊາວໂລກ ທີ່ຈະຕ້ອງມາທົນທຸກທໍຣະມານເພາະກິເລດບີບຄັ້ນ, ສະນັ້ນພຣະອົງຕ້ອງສະແຫວງຫາໂພທິຍານ ເມື່ອພົບກັບບັນຫາຫຍັງໃນຂະນະທີ່ບວດ ກໍແກ້ບັນຫາຕ່າງໆ ແກ່ສັງຄົມ ກໍຄືບຸກຄົນຄົນນັ້ນໄປເລື້ອຍໆ ເຖິງວ່າພຣະອົງຍັງບໍ່ທັນພົບກັບສັມມາສັມໂພທິຍານກໍຕາມ ຫາກພຣະອົງພົບບັນຫາແລ້ວ ກໍຈະຊ່ວຍເຂົາໃນທັນທີ ດ້ວຍຄວາມເມດຕາ ແລະພຣະອົງຕ້ອງແກ້ໄຂ ແນະນໍາ ແລະສອນເຂົາໄປເລື້ອຍໆ ເຊັ່ນວັນນໜຶ່ງພຣະອົງພົບກັບຍິງຄົນໜຶ່ງ ທີ່ອຸ້ມລູກຂອງຕົນທີ່ສິ້ນຊີວິດແລ້ວ ເຂົ້າມຫາພຣະມະຫາບູຣຸດ ເຊິ່ງນາງວ່ານັກບວດອົງນີ້ຈະຕ້ອງໄດ້ຊຸບຊີວິດຂອງນາງໃຫ້ຟື້ນຄືນມາໄດ້ ດ້ວຍຄວາມຮໍ່າໄຮ ລໍາພັນ ວິປະໂຍກໂສກສັນ ຂໍໃຫ້ພຣະມະຫາບູຣຸດຊ່ວຍ, ພຣະອົງຮູ້ດີວ່າຄົນທີ່ຕາຍໄປແລ້ວ ຍ່ອມຫາທາງຟື້ນຄືນໄດ້ຢາກ ແຕ່ດ້ວຍຄວາມເມດຕາທັມອັນສູງ ຈຶ່ງຕ້ອງຫາທາງພົ້ນທຸກ ນາງຄົນນີ້ໃຫ້ພົ້ນຈາກກຄວາມທຸກຈາກລູກຕາຍຈາກ ລົງໄດ້ດ້ວຍປັນຍາທັມ ຈຶ່ງໄດ້ບອກແກ່ນາງດ້ວຍອຸບາຍວ່າ ໃຫ້ນາງໄປຫາແກ່ນຜັກກາດ ໃນເຮືອນທີ່ບໍ່ມີຄົນຕາຍຈັກຄົນເລີຍມາຈັກ 2-3 ເມັດ ເພື່ອຈະມາປະກອບເປັນຢາ ເພື່ອໃຫ້ລູກຂອງນາງຟື້ນຄືນໄດ້, ນາງກໍອຸ້ມສົບລູກໃສ່ໜ້າເອີກແລ່ນໄປຫາເມັດຜັກກາດ ໄປທົ່ວໝົດບ້ານກໍບໍ່ມີເຮືອນຫຼັງໃດເລີຍທີ່ບໍ່ມີຄົນຕາຍແມ່ນແຕ່ ຫຼັງຄາດຽວ, ດ້ວຍຄວາມຮັກລູກນາງກໍແລ່ນເຮາະຮ່ອນຫາເມັດຜັກກາດສືບຕໍ່ໄປຈາກບ້ານໜຶ່ງຕໍ່ໄປບ້ານໃໝ່ ກໍຫາເມັດຜັກກາດ ທີ່ເຮືອນບໍ່ມີຄົນຕາຍໄດ້ ເລີຍໃນຂະນະທີ່ນາງຊອກຫາເມັດຜັກກາດຢູ່ນັ້ນ ນາງກໍເຫັນຄວາມຈິງທີ່ວ່າ ຄວາມຕາຍ ນີ້ບໍ່ແມ່ນມີສະເພາະເຮົາຄົນດຽວເທົ່ານັ້ນເລີຍ ໃຜໆກໍຕາຍ ໃຜໆກໍມີຄວາມພັດພາກດ້ວຍການຕາຍທັງນັ້ນ ນາງຢ່າງໄປ ຄໍານຶ່ງໄປ ໃນທີ່ສຸດນາງກໍປົງຕົກ ໝົດຈາກຄວາມທຸກລົງໄປໄດ້ ໃນທີ່ສຸດເມື່ອມະຫາບູຣຸດ ໄດ້ສໍາເຣັດເປັນພຣະພຸດທະເຈົ້າແລ້ວ ນາງຄົນນັ້ນກໍໄດ້ບວດເປັນພຣະພິກຂຸນີ ແລະເປັນອໍຣະຫັນອົງໜຶ່ງໃນສາສນາ.

2. ວັນໜຶ່ງພຣະອົງເດີນຜ່ານໄປເຫັນຝູງແກະ ແລະແບ້, ທີ່ເຂົາໄລ່ຕ້ອນໄປຍັງເມືອງຂອງພຣະເຈົ້າພິມພິສານ ເມື່ອເຫັນແກະແລະແບ້ ໂຕໃດຂາຫັກ ໄດ້ຮັບການບາດເຈັບ ເດີນໄປບໍ່ທັນໝູ່ ພຣະອົງກໍເຂົ້າໄປອຸ້ມເອົາ ສົ່ງເຂົາໄປເຖິງຈຸດໝາຍປາຍທາງ.
- ອັນນີ້ ເຖິງວ່າເປັນເລື່ອງເລັກໆນ້ອຍໆ ແລະເປັນເລື່ອງຂອງສັດ ພຣະອົງກໍເອົາໃຈໃສ່ ສະແດງຄວາມເມດຕາຕໍ່ສັງຄົມໂລກ ບໍ່ສະເພາະແຕ່ຄົນ ແມ່ນກະທັງສັດ ພຣະອົງຍັງເອົາໃຈໃສ່.

3. ເມື່ອພຣະມະຫາບູຣຸດສະເດັດມາເຖິງ ພຣະອົງເຫັນພຣະເຈົ້າພິມກໍາລັງເຜົາແກະ ແລະແບ້ ເພື່ອບູຊາຍັນ, ພຣະອົງກໍເຂົ້າໄປຖາມວັດຖຸປະສົງ, ພຣະເຈົ້າພິມພິສານກໍບອກວ່າ ທໍາການບູຊາຍັນນີ້ ແມ່ນເພື່ອເຮັດພຣະອົງມີອາຍຸຍືນຍາວນານ, ພຣະມະຫາບູຣຸດກໍບອກແກ່ພຣະເຈົ້າພິມພິສານວ່າ ພຣະອົງຕ້ອງການອາຍຸຍືນຍາວນານ ແຕ່ພຣະອົງກັບທໍາປະຫານຊີວິດເຂົາ ແລະເຮັດໃຫ້ຊີວິດເຂົາສັ້ນລົງ ແລ້ວເຮົາຈະມີຊີວິດຍືນຍາວນານ ແລະມີຄວາມສຸກສົມບູນໄດ້ຢ່າງໃດ ? ເມື່ອເຮົາໃຫ້ທຸກແກ່ທ່ານ ທຸກນັ້ນຕ້ອງມາເຖິງເຮົາແນ່ນອນ, ພຣະເຈົ້າພິມພິສານ ຟັງແລ້ວກໍໄດ້ສະຕິ ແລະເລີກບູຊາຍັນ.
- ຈາກຕົວຢ່າງ 3 ເລື່ອງທີ່ຍົກມານັ້ນ ເຫັນວ່າພຣະພຸດທະອົງອອກຈາກພຣະຣາຊະວັງ ໄປຜະໜວດນັ້ນ ບໍ່ແມ່ນໜີຄວາມທຸກ, ບໍ່ແມ່ນໜີເພາະການຣັງ ກຽດ ແຕ່ໜີເພື່ອມີຄວາມເມດຕາ ແລະຮັກຕໍ່ສັງຄົມ ເຫັນໄດ້ວ່າແມ່ນແຕ່ພຣະອົງອອກຈາກວັງໄປ ຍັງບໍ່ທັນໄດ້ພົບກັບສັມໂພທິຍານດ້ວຍຊໍ້າ ພຣະອົງກໍໄດ້ ແກ່ໄຂບັນຫາສັງຄົມໄປຫຼາຍເລື່ອງ ພຣະສົງກໍເຊັ່ນດຽວກັນ ເມື່ອອອກຈາກສັງຄົມໄປສູ່ສັງຄົມຂອງນັກບວດ ກໍບໍແມ່ນວ່າຈະຕັດຂາດອອກຈາກສັງຄົມສ່ວນໃຫຍ່ ພຣະສົງກໍຕ້ອງໄດ້ກັບມາຊ່ວຍສັງຄັມນັ້ນ ດ້ວຍກໍາລັງແຮງ ກໍາລັງປັນຍາ ແລະຄວາມຮູ້ຂອງຕົນ ນີ້ຄືພັນທະກິດຂອງພຣະສົງຕັ້ງແຕ່ອະດີດ ແມ່ນກະທັງປັດຈຸບັນຈະຕ້ອງທໍາ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ເປັນພຣະສົງ ບໍ່ຄວນຫຍຸ້ງກັບເລື່ອງຊາວບ້ານ, ບໍ່ຄວນຫຍຸ້ງກັບວຽກບ້ານການເມືອງ ແລະອື່ນໆ ລ້ວນແຕ່ເປັນຄໍາຖາມ ຂອງຊາວບ້ານໃນຍຸກປັດຈຸບັນ ເປັນຢ່າງຍິ່ງ ?
- ຕໍ່ບັນຫານີ້ ພຣະສົງຈະຕອບບັນຫາຊາວບ້ານໄດ້ຖືກຕ້ອງ ແລະເປັນທີ່ເຂົ້າອົກເຂົ້າໃຈຂອງຊາວບ້ານໄດ້ບໍ ຫຼືຊາວບ້ານເອງ ຈະເຂົ້າໃຈບັນຫາກິດຂອງສົງ ແລະໜ້າທີ່ຂອງສົງໄດ້ຢ່າງຖືກຕ້ອງສອດຄ່ອງບໍນັ້ນ ຈໍາເປັນຢ່າງຍິ່ງທີ່ເຮົາຈະມາສຶກສາຄົ້ນຄວ້າບັນຫາດັງກ່າວນໍາກັນ.
- ຄວາມຈິງ ພຣະພຸດທະສາສນານັ້ນ ເປັນສາສນາຂອງສັງຄົມ, ເກີດມາເພື່ອສັງຄົມຢ່າງແທ້ຈິງ ເພາະເຮົາຈະເຫັນການເກີດຂຶ້ນຂອງພຸດທະສາສນານັ້ນ ແມ່ນມີປັດໄຈຂອງບັນຫາສັງຄົມ ໂດຍສະເພາະໃນສະໄໝກ່ອນພຸດທະສາສນາຈະເກີດ ຫຼືນັ້ນສັງຄົມຊາວຊຸມພູທະວີບນັ້ນ ມີການນັບຖືສາສນາພຣາມ ແລະໃນສາສນາພຣາມໄດ້ ຈັດແບ່ງສັງຄົມອອກເປັນວັນນະ(ຊົນຊັ້ນ) ອອກເປັນ 4 ຄື:
1. ວັນນະກະສັດ (ຊົນຊັ້ນປົກຄອງ)
2. ວັນນະພຣາມ (ພວກຄູ-ອາຈານ ແລະນັກບວດ)
3. ວັນນະແພທະຍະ(ແພດ-ຊົນຊັ້ນ ພໍ່ຄ້າວານິດ)
4. ວັນນະສຸທະ(ສູດ-ຊົນຊັ້ນກັມມະກອນ-ຊາວນາ-ທາສ)
- ໃນສີ່ຊົນຊັ້ນນີ້ ແມ່ນວ່າບໍ່ໄດ້ຮ່ວມຊີວິດສັງຄົມກັນໄດ້ເລີຍ ພວກເຂົາແຍກກັນຢູ່ຢ່າງຂາດຕົວ ນັບແຕ່ການຢູ່, ການກິນ, ການຄົບຄ້າສາມາຄົມກັນ ພວກໃດສົມຄົບ ຫຼືພົວພັນກັນຈະຖືເປັນກາລະກີນີ ຫາກຄົນໃດ ໃນຊົນຊັ້ນໃດໆ ເຊິງເປັນຊົນຕ່າງຊົນຊັ້ນຄົນທັງສອງຈະຕ້ອງຂັບອອກໄປຈາກສັງຄົມ ນັ້ນໆ ໂດຍສິ້ນເຊີງຫາກລູກຂອງຄົນຕ່າງວັນນະທີ່ແຕ່ງງານກັນນັ້ນ ຈະຕ້ອງຈັດເປັນອີກຊົນຊັ້ນໜຶ່ງ ທີ່ຮຽກວ່າ ຈັນທານ(ຈັນດານ) ຊົນຊັ້ນຈັນທານ, ຊົນຊັ້ນຈັນທານ ເປັນຊົນຊັ້ນພິເສດ ບໍ່ມີສິດທິຕໍາສຸດໃນສັງຄົມອິນເດັຍ, ພວກເຂົາບໍ່ມີສິດທິໃດໆໃນຄວາມເປັນມະນຸດ, ພວກເຂົາບໍມີສຸດໃນການຄືຄອງ ທີ່ດິນ ແລະອື່ນໆໃນສັງຄົມ ພວກເຂົາມີສິດທິເປັນພຽງຄົນຂໍທານເທົ່ານັ້ນ.
- ເຈົ້າຊາຍສິດທັດຖະ ເປັນຣາຊະມຸງກຸດ ແຫ່ງກະສັດເມືອງກະບິນລະພັດ ເຫັນບັນຫາສັງຄົມເຊັ່ນນັ້ນ ກໍຫາທາງແກ້ໄຂບັນຫານັ້ນ ດ້ວຍຫຼາຍວິທີ ແຕ່ວ່າພຣະອົງ ກັບຖືກລ້ຽງດູໃຫ້ຢູ່ແຕ່ໃນວັງ ລ້ຽງດູຍິ່ງກວ່າລູກກະສັດ(ເພາະສະໄໝນັ້ນ ສັງຄົມອິນເດັຍນັ້ນ ນິຍົມກັນອອກສຶກສາທັມ ແລະບວດເປັນລືສືເປັນສ່ວນຫຼາຍ ພຣະເຈົ້າສຸດໂທທະນະ ໄດ້ຮັບຄໍາທໍານາຍຈາກພຣາມວ່າ ເຈົ້າຊາຍສຶດທັດຖະຫາກຄອງຄະຣາວາດຈັກໄດ້ເປັນ ພຣະເຈົ້າຈັກກະພັດ (ມະຫາກະສັດໃຫຍ່ກວ່າກະສັດທັງມວນ) ຫາກບວດຈັກໄດ້ເປັນພຣະພຸດທະເຈົ້າ ພຣະເຈົ້າສຸດໂທທະນະມີຄວາມມຸ້ງຫວັງ ຢາກໃຫ້ຣາຊະໂອຣົດເປັນກະສັດ ຫຼາຍກວ່າເປັນພຣະພຸດທະເຈົ້າ ຈຶ່ງບໍາລຸງບໍາເຣີພຣະຣາຊະໂອຣົດ ດ້ວຍກາມະຄຸນ ແລະລ້ຽງແບບພິເສດ ບໍ່ໃຫ້ເຫັນແມ່ນແຕ່ຄວາມທຸກ ຄວາມບໍ່ດີບໍ່ງາມທັງໃນ ແລະນອກວັງ, ເຈົ້າຊາຍຈຶ່ງຢູ່ແຕ່ໃນວັງ 3 ຣະດູບໍ່ຮູ້ສັງຄົມພາຍນອກໃດໆ ຈົນມາວັນໜຶ່ງເຈົ້າ ຊາຍເຖິງຈະເກີດຢູ່ໃນກອງສຸກດ້ວຍກາມະຄຸນຕ່າງໆກໍຕາມ ແຕ່ຄວາມທຸກກໍເກີດຂຶ້ນຈາກພາຍໃນຂອງເຈົ້າຊາຍ ຄືຄວາມທຸກໃຈ ຈຶ່ງປອມຕົວເປັນສາມັນຊົນ ໄປນອກວັງ ທີ່ນີ້ເອງພຣະອົງ ຈຶ່ງໄດ້ເຫັນຄວາມເປັນຈິງ 2 ຢ່າງເກີດຂຶ້ນ ຄື ບັນຫາພາຍໃນຕົວ ແລະບັນຫາພາຍນອກຕົວຄື (ອັຕຕະວິໄສ ແລະພາວະວິໄສ) ຂອງສັງຄົມມະນຸດວ່າມັນມີຈຶງ ທີ່ສໍາຄັນ ຄືບັນຫາທີ່ທຳໃຫ້ມະນຸດມີບັນຫາ, ເຈົ້າຊາຍຈຶ່ງນໍາມາຄົ້ນຄິດຈຶ່ງເຫັນ ເທວະທູດ 4 ຄື, ຄືເຫັນສະພາບຄວາມເປັນຈິງຂອງມະນຸດ ກໍຄືສັງຄົມ ຄື ເກີດ ແກ່ ເຈັບ ຕາຍ ເມື່ອເຫັນບັນຫາສັງຄົມເຊັ່ນນັ້ນ ພຣະອົງຈຶ່ງເກີດກການສົມທຽບ ເຫັນໄດ້ວ່າ ສັງຄົມມີຄວາມເປັນຈິງທີ່ແຕກຕ່າງກັນ ຍິ່ງເຮັດໃຫ້ເຈົ້າຊາຍຕ້ອງຄົ້ນຄິດ ຫາທາງທີ່ຈະຊ່ວຍສັງຄົມ ມີທາງດຽວ ທີ່ຈະທໍາໄດ້ ກໍຄືສະເດັດ ອອກສະແຫວງຫາໂມກຂະທັມ, ດ້ວຍການສະແຫວງຫາເປັນເວລາ 6 ປີ ຈຶ່ງຄົ້ນພົບອະຣິຍະສັດ 4 ຄືຮູ້ບັນຫາ, ຮູ້ແຫຼ່ງເກີດບັນຫາ, ຮູ້ຄວາມດັບຂອງບັນຫາ ແລະທາງແກ້ໄຂບັນຫາ ຄື ທຸກ, ສະມຸໄທ, ນິໂຣດ ແລະມັກ.
- ຕໍ່ບັນຫາ ຊີວິດສ່ວນຕົວພຣະອົງກໍດີ, ຕໍ່ບັນຫານະ ແລະຕໍາແໜ່ງກໍດີ ເຈົ້າຊາຍສິດທັດຖະ ເຖິງວ່າພຣະອົງເປັນພຽງເຈົ້າຊາຍ ທີ່ບໍ່ເຄີຍພົບເຄີຍເຫັນບັນຫາສຸກທຸກຂອງສັງຄົມ ເພາະຊີວິດພຣະອົງຖືກລ້ຽງແຕ່ຢູ່ໃນວັງ ທັງສາມຣະດູເຫຼົ່ານັ້ນ, ຂຶ້ນຊື່ວ່າຄວາມທຸກໃດໆ ໃນໂລກນີ້ພຣະອົງເອງບໍ່ເຄີຍບັນຈົບ ກໍບໍ່ເຄີຍພົບເຄີຍເຫັນ ແລະບໍ່ເຄີຍຮູ້ເລີຍແມ່ນແຕ່ໜ້ອຍດຽວວ່າການເກີດ ແກ່ ເຈັບຕາຍ ຫຼືບັນຫາຕ່າງໆ ໃນສັງຄົມຊາວຊຸມພູທະວີບ ແລະມະນຸດຈະມີ ແຕ່ເມື່ອຄວາມທຸກບົນຄວາມສຸກທີ່ພຣະພຸດທະອົງ ໄດ້ບັນຈົບພົບພໍ້ ຄືມັນເກີດຂຶ້ນພາຍໃຕຕົວຂອງພຣະອົງເອງ ຮຽກວ່າ ກາຍິກະທຸກ ແລ້ວທຳໃຫ້ພຣະອົງຕ້ອງລັກລອບອອກຈາກວັງ ເພື່ອໄປເບິ່ງສັງຄົມນອກວັງ ກໍຍິ່ງເຮັດໃຫ້ພຣະອົງເຫັນ ຄວາມທຸກຂອງສັງຄົມ ຍິ່ງເພີ່ມຄວາມທຸກຂຶ້ນແກ່ພຣະອົງອີກ ຮຽກວ່າ ສາພາວະທຸກ, ທຸກທັງສອງນີ້ ເຮັດໃຫ້ເຈົ້າຊາຍຕ້ອງຄົ້ນຄິດ ແລະສະແຫວງຫາທາງແກ້ໄຂ ທໍາອິດພຣະອົງຄິດຫາທາງແກ້ໄຂຄວາມ ທຸກໃຫ້ແກ່ພຣະອົງເອງ ແຕ່ເມື່ອພຣະອົງເຫັນສະພາວະທຸກຂອງສັງຄົມ ພຣະອົງກັບຕ້ອງຄິດສະແຫວງຫາທາງແກ້ໄຂບັນຫາຄວາມທຸກຂອງສັງຄົມ, ແນວຄວາມຄິດນີ້ ໄດ້ເປັນແຮງຜັກດັນໃຫ້ເຈົ້າຊາຍສິດທັດຖະ ຕ້ອງອອກສະແຫວງຫາໂມກຂະທັມ (ຄືທັມມະສຳລັບແກ້ໄຂຄວາມທຸກ)
- ເຮົາເຫັນວ່າ ແນວຄິດມະຫາບູຮຸດນັ້ນ ເປັນແນວຄິດຍິ່ງໃຫຍ່ ຍາກຫວ່າທີ່ມະນຸດໃນໂລກຈະມີ ເພາະເປັນແນວຄວາມຄິດ ເພື່ອແກ້ໄຂບັນຫາສັງຄົມ ຄືວຽກບ້ານການເມືອງ ທັງໆ ທີ່ບໍ່ແມ່ນໜ້າທີ່ ແລະບໍ່ແມ່ນພັນທະ ແຕ່ພຣະອົງຕ້ອງທໍາ ນີ້ຄືການຊໍ່ແນວທາງໃຫ້ ເຫັນມະຫາກະຣຸນາທິຄຸນຂອງອົງສົມເດັດສັມມາສັມພຸດທະເຈົ້າໃນເວລາຕໍ່ມາ.


Picture@Bailane.com
(ປອມຕົວ ອອກໄປເບິ່ງສັງຄົມນອກວັງ ໂດຍມີນາຍສັນນະເປັນເພື່ອຮ່ວມທາງ)
ອ່ານຕໍ່ບົດທີ 2 ---->

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


- ມີຄົນຫຼາຍຕໍ່ຫຼາຍຄົນບໍ່ວ່າຈະແມ່ນພຣະສົງ ກໍຄືຄະຣືຫັດມີຄວາມສົງໄສ ຢາກຮູ້ວ່າ ເມື່ອຕາຍແລ້ວຊິໄປໃສ ? ການສົງໄສ ຫຼືການຢາກຮູ້ເຣື່ອງຊິວິດຫຼັງຄວາມຕາຍນັ້ນ ບໍ່ແມ່ນແຕ່ຄົນຍຸກນີ້ ຄົນຍຸກໃດໆ ກໍສົນໃຈເຣື່ອງນີ້ເຊັ່ນກັນ, ແຕ່ວ່າການສຶກສາເຖິງຊິວິດຫຼັງຄວາມຕາຍນັ້ນ ມັນເປັນເຣື່ອງອະຈິນໄຕ ເໜືອແນວຄິດທີ່ມະນຸດຈະຮູ້ໄດ້ ບໍ່ຄວນທີ່ຈະໄປມົວເມົາກັບສິ່ງນັ້ນຈົນຫຼົງໄຫຼມົວເມົາ, ເຖິງປານນັ້ນຄົນກະຍັງຢາກຮູ້ ເມື່ອຢາກຮູ້ພຣະພຸດທະອົງກໍຊົງເຄີຍຊີ້ແຈງໄວ້ ຢ່າງໃດກໍຕາມ ຄົນທີ່ຢາກຮູ້ວ່າ ເມື່ອຕົນຕາຍຈາກໂລກນີ້ແລ້ວ ຕົນເອງຈະໃສ ? ວິທີສັງເກດງ່າຍໆໃຫ້ເບິ່ງຊີວິດຂອງຕົນເອງໃນປັດຈຸບັນ ຫາກທຳດີ ເປັນບຸນໄປສະຫວັນ, ຫາກທຳຊົ່ວ ເປັນທຸກ ໄປນະຣົກ ສະນັ້ນຄົນທີ່ຢາກຮູ້ວ່າຕົນເອງຈະໄປໃສ ໃຫ້ເບິ່ງປັດຈຸບັນຂອງຕົນ,
- ຕໍ່ບັນຫານີ້ ພຣະພຸດທະເຈົ້າຊົງຕັດໄວ້ວ່າ ເມື່ອຕາຍຈາກໂລກນີ້ແລ້ວທາງທີ່ໄປມີ ໕ ສາຍ ຄື:
໑. ອະບາຍະພູມ: ໄດ້ແກ່ ເກີດເປັນສັດນະຣົກ ເປັນເຜດ ສັດເດັຍຣະສານ ຄືບຸກຄົນທີ່ລະເມີດສິນ ໕ ເມື່ອຕາຍຈາກຄົນແລ້ວໄປສູ່ອະບາຍະພູມ.
໒. ເກີດເປັນມະນຸດ: ຜູ້ທີ່ຈະມາເກີດເປັນມະນຸດໄດ້ອີກນັ້ນຈະຕ້ອງເປັນຜູ້ມີກັມມະບົດ ໑໐ ເປັນຄົນມີສິນ ໕ ປະຈຳ.
໓. ເກີດເປັນເທວະບຸດ ເທວະດາຢູ່ສະຫວັນຊັ້ນຕ່າງໆ: ຕ້ອງເປັນຜູ້ມີຄວາຣະອາຍຕໍ່ຄວາມຊົ່ວ ຢ້ານກວາຕໍ່ຜົນຂອງກັມຊົ່ວທັງຕໍ່ໜ້າ ແລະລັບຫຼັງ.
໔. ເກີດເປັນພຣົມ: ຕ້ອງປະຕິບັດກັມມະຖານ ມີອາຣົມເປັນຍານ(ຊານ) ຄືເຂົ້າຊານຕາຍ.
໕. ໄປພຣະນິພພານ: ແດນເກີດສາຍທີ ໕ ນີ້ ຄົນທີ່ເຖິງພຣະນິພພານຈະຕ້ອງມິຄວາມບໍຣິສຸດ ໑໐ ຢ່າງ ຄື:
- ບໍ່ຫຼົງມົວເມົາໃນຕົນເອງ ຫຼວັດຖຸ ຮູ້ສະເໝີວ່າຈັກຕ້ອງຕາຍ ແລະພັດພາກຈາກຂອງຮັກ.
- ບໍ່ສົງໄສໃນຄພສອນຂອງພຣະພຸດທະເຈົ້າ ທີ່ສອນວ່າບໍ່ມີອັນໃດຈະຊົງສະພາບເປັນປົກກະຕິໄດ້ ທຸກສິ່ງທຸກຢ່າງເສື່ອມໄປຕາມການເວລາ ແລະທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ.
- ຮັກສາສິນໝັ້ນຄົງ ດຳຣົງຈິດຢູ່ໃນສີນປົກກະຕິ.
- ທຳລາຍລາຍຄວາມໃຄ່ໃນກາມາຣົມໃຫ້ສິ້ນໄປຈາກໃຈ ຮູ້ຢູ່ສະເໝີວ່າຄວາມຮັກເປັນເຫດໃຫ້ເກີດທຸກ.
- ມີຈິດເມດຕາປານີ ບໍ່ຈ່ອງລ້າງຈ່ອງຜານຄິດທຳອັນຕະລາຍໃຜ.
- ບໍ່ມົວເມົາໃນຮູບຊານ ບໍ່ສົນໃຈໃຍດີໃນຄວາມດີທີ່ຕົນຍັງບໍ່ໄດ້.
- ບໍ່ມົວເມົາຢູ່ຮູບຊານ ໂດຍຄິດວ່າຄວາມດີພຽງເທົ່ານີ້ຍັງບໍ່ສິ້ນທຸກ.
- ມີອາຣົມເປັນປົກກະຕິ ມິຈິດໃຈທີ່ເຕັມໄປດ້ວຍຄວາມຫວັງດີ.
- ບໍ່ຖືຕົນວ່າເປັນຄົນດີ ທະນົງຕົນວ່າຕົນເອງດີເລີດປະເສີດກວ່າຄົນອື່ນ.
- ຕັດຄວາມຮັກໃຄ່ໃນໂລກີວິໄສໃຫ້ໝົດ ທຳອາຣົມເປັນພຸດທະ ຄື ຈະດີຊົ່ວກໍຮັບຮູ້ພຽງວ່າດີ ຫຼືຊົ່ວ ເພາະເປັນທັມມະດາ ຮູ້ຕົວຢູ່ສະເໝີວ່າຈະຕ້ອງຕາຍ ບໍ່ສະດຸ້ງຫວາດກົວ ມີອາຣົມໃນໃຈປົກກະຕິໝົດແລ້ວຈກາຄວາມໂລບ ຄວາມໂກດ ຄວາມຫຼົງ ບໍ່ຜູ້ພັນຊັບສິນ ຫຼືສັດ ຫຼືບຸກຄົນ ເທ່ົານີກໍເປັນນິພພານໄດ້.

ເມື່ອຜູ້ໃດຮູ້ໄດ້ພາວະປັດຈຸບັນ ວ່າຕົນເປັນເຊັ່ນໃດແລ້ວ ບຸກຄົນຍ່ອມຮູ້ວ່າຕົນຈະໄປທີ່ໃດ ຄົນທີ່ຮູ້ກ່ອນອື່ນໝົດແມ່ນຕົນເອງ ຮູ້ໄດ້ວ່າ "ຕາຍແລ້ວຈະໄປໃສ ? ນັ້ນເອງ.

my.opera.com/neuang/blog/show.dml/2660118

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ອາຈານເຄີຍເວົ້າສະເໝີວ່າ ຄົນລາວເຮົາມັກທໍາບຸນໄຫວ້ພຣະມາຕະຫຼອດ ບໍ່ລະບໍ່ໄລ ແຕ່ມີບາງຄົນໄຫວ້ພຣະ ບູຊາພຣະມາຕະຫຼອດຊີວິດ ແຕ່ກໍໄດ້ບາບຕະຫຼອດຊີວິດ
- ແມ່ພໍ່ອອກຍິນຈັ່ງຊັ້ນ ເກີດຄວາມສົງໄສ ຈຶ່ງມາຖາມອາຕະມາວ່າ ພຣະອາຈານເຄີຍວ່າໄຫວ້ພຣະບາບກະມີ ໝາຍຄວາມວ່າຈັ່ງໃດ ?
- ພຣະອາຈານ: ພໍ່ອອກເຂົ້າໃຈເລື່ອງໄຫວ້ພຣະວ່າອະນິສົງເປັນເຊັ່ນໃດ ?
- ພໍ່ອອກ: ຍິນມາວ່າ ໄຫວ້ພຣະພາໃຫ້ໄດ້ບຸນ ແລະມີອຳນາດ ໂຊກວາດສະໜາ
- ພຣະອາຈານ: ພໍ່ອອກໄຫວ້ສະເໝີບໍ ?
- ພໍ່ອອກ: ຂ້ານ້ອຍໄຫວ້ບໍ່ໄດ້ໄຫວ້ບໍ່ໄດ້ຂາດ.
- ພຣະອາຈານ: ໄຫວ້ຢູ່ໃສ ?
- ພໍ່ອອກ: ໄຫວ້ຢູ່ເຮືອນ ບາດໄປເຮັດບຸນທີ່ວັດ ແລະເຮືອນໝູ່.
- ພຣະອາຈານ: ໄຫວ້ພຣະຕ້ອງໄດ້ບຸນ ສາມາດກໍາຈັດອັນຕະລາຍໄດ້ ແລ້ວບໍ່ອອກ ເຄີຍໄດ້ບູຊາດອກໄມ້ທູບທຽນບໍ່ ?
- ພໍ່ອອກ: ເຄີຍ ຂ້ານ້ອຍ.
- ພຣະອາຈານ: ບູຊາທີ່ວັດ ເຄີບບູຊາບໍ ?
- ພໍ່ອອກ: ເຄີຍຂ່ານ້ອຍ.
- ພຣະອາຈານ: ບູຊາຈັ່ງໃດ ?
- ພໍ່ອອກ: ກໍເອົາທຽນ ທູບ ເຂົ້າ ໄປບູຊາເພິນ.
- ພຣະອາຈານ: ບູຊາຢູໃສ ?
- ພໍ່ອອກ: ບູຊາຕໍ່ໜ້າເພິ່ນໂລດຫັ້ນແລ້ວ ເວລາຕັກບາດແລ້ວ ກໍເອົາເຂົ້າ 9 ປັ້ນໄປວາງ ຢູ່ຕໍ່ໜ້າໃຕ້ທູບ 3 ດອກ.
- ພຣະອາຈານ: ວາງໄວ້ໃສ ?
- ພໍ່ອອກ: ວາງໄວ້ທີ່ຖັງທູບ ຮາວທຽນ ແລະທີ່ວາງເຄື່ອງບູຊາ.
- ພຣະອາຈານ: ໄດ້ບູນເຕັມໆແລ້ວ ແຕ່ຫາກບໍ່ມີ ສິ່ງເຫຼົ່ານັ້ນວາງໄວ້ໃສ ?
- ພໍ່ອອກ: ກໍເອົາເອົາທຽນໄປຕິດໄວ້ບັນລັງ ຫຼືຕັກເພິ່ນ ແລະທູບກະປັກລົງດິນໂລດແລ້ວຂ້ານ້ອຍ.
- ພຣະອາຈານ: ເຄີຍເຮັດຢູ່ບໍ ?
- ພໍ່ອອກ: ເຄີຍເຮັດຕະຫຼອດ ຄັນບໍ່ມີຮາງທຽນ ທີ່ວາງເຄື່ອງບຸຊາ ແລະທັງທູບ.
- ພຣະອາຈານ: ອັນນັ້ນແລ້ວໄດ້ບາບ ເຫັນບໍທີ່ວັດຕ່າໆ, ໂດຍສະເພາະພຣະທີ່ເຮັດໄວ້ເດີ່ນວັດ ຕົ້ນໄມ້ກາງວັດ ມັກຈະເຫັນເປັນເຊັ່ນນັ້ນ ຍິ່ງບຸຊາ ກໍຍິງບໍ່ໄດ້ບຸນແລ້ວ ຍັງບາບເຂົ້າໄປອີກ, ພໍ່ອອກສັງເກດແມະ ຖ້າເປັນພຣະຄົນທັມມະດາ ເຮັດດັ່ງນັ້ນຈະເກີດຫຍັງຂຶຶ້ນ ?

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ສອງໜຸ່ມສາວ ແຕ່ງເຄື່ອງບູຊາມີດອກໄມ້ທູບທຽນມາຫາພຣະອາຈານຢູ່ວັດ ໃກບ້ານ ເພາະພຣະອາຈານເປັນທີ່ເຄົາຣົບຂອງເຂົາ, ເມື່ອຂາບແລ້ວ ເຂົາທັງສອງຈຶ່ງ ຍົກຂັນດອກໄມ້ຂຶ້ນ ແລ້ວເວົ້າວ່າ.

ກ. ຄູ່ບ່າວສາວ: ພຣະອາຈານພວກຂ້ານ້ອຍຊິແຕ່ງງານມື້ອື່ນມາຂໍພອນນຳພຣະອາຈານ ຂ້ານ້ອຍ.

ຂ. ພຣະອາຈານ: ເອີ.......ດີໆໆໆ ຊີແຕ່ງງານມື້ອື່ນຊັ້ນບໍ ?

ຄ. ຄູ່ບ່າວສາວ: ໂດຍຂ້ານ້ອຍ, ມາຂໍພອນນຳພຣະອາຈານນີ້ແລ້ວ ອັນໃດດີໆ ໃຫ້ພຣະອາຈານອ່ວຍພອນໃຫ້ພວກຂ້ານ້ອຍແດ່.

ງ. ພຣະອາຈານ: ອືມ໌....ດີ ພວກລູກຫຼານ ບໍ່ຖືມຄິດຖິ້ມຄອງ ຊິແຕ່ງການແຕ່ງງານກໍມາຫາພຣະຫາເຈົ້າ ເພື່ອເປັນສີຣິມຸງຄຸນ ຂໍໃຫ້ບຸນຄ້ຳນ້ຳຊູເດີ ໃຫ້ຈະເລີນງອກງາມເທີ້ນ

ຈ. ຄູ່ບ່າວສາວ: ສາທຸ ຂໍໃຫ້ສົມພອນເດີຂ້ານ້ອຍ.

ສ. ພຣະອາຈານ: ອາຍຸເທົ່າໃດແລ້ວທັງສອງນ່າ.

ຊ. ຜູ້ຊາຍ: ຂ້ານ້ອຍອາຍຸ ໒໓ ແລະແຟນຂ້ານ້ອຍ ອາຍຸ ໒໒ ປີ ຂ້ານ້ອຍ.

ຍ. ພຣະອາຈານ: ເອີດີແລ້ວ ອາຈານຊິໃຫ້ພອນເດີ.

ດ. ຄູ່ບ່າວສາວ: ໂດຍຂ້ານ້ອຍ.

ຕ. ພຣະອາຈານ: ພວກລູກພວກຫຼານ ແຕ່ງງານກັນແລ້ວກໍໃຫ້ພ້ອມໃຈກັນສ້າງຄອບສ້າງຄົວ ຮັກແພງກັນສ້າງຮັ່ງສ້າງມີ ຮັ່ງມີຮຸ່ງເຮືອງ ແລະທີ່ສຳຄັນພວກລູກຫຼາຍອາຍຸຍັງນ້ອຍ ຟ້າວແຕ່ງການແຕ່ງງາານ ຈັ່ງຊີ້ກະດີ ໃຫ້ຟ້າາແຕ່ງຟ້າວປະເດີ.

ຖ. ຄູ່ບ່າວສາວ: ສາທຸ ຂ້ານ້ອຍ

- ຜູ້ຊາຍ: ຮວຍ....ພຣະອຈານຄືຈັ່ງວ່າ ຟ້າວແຕ່ງຟ້າວປະລະ ມັນເປັນພອນດີບໍ ຂ້ານ້ອຍ.

ທ. ພຣະອາຈານ: ເອີ ພອນດີ ໃຫ້ເອົາໄປຄິດເບິ່ງ ອີກສາມວັນຈຶ່ງມາໃໝ່ ຫຼັງຈາກວັນຕັດຝ້າຍຜູກແຂນແລ້ວ.

ນ. ຜູ້ສາວ: ບ໊ະ....ຂ້ານ້ອຍກະສົງໄສໃດ ວ່າພຣະອາຈານໃຫ້ພອນຜິດບໍ ? ຟ້າວແຕ່ຟ້າວປະນີ້.

ບ. ພຣະອາຈານ: ອືມ໌.....ເອົານ່າເປັນພອນດີໆກະແລ້ວກັນ.

(ອີກ ໓ ວັນ ຄູ່ຜົວເມັຍນັ້ນຊິມາ ລ​ຟັງຂ່າວ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

            ທ່ານ ດ໊ອກເຕີຣ໌ຄົນໜຶ່ງຮຽນຈົບມາຈາກຕ່າງປະເທດ, ຮູ້ທີ່ຫຼັງວ່າ ຈົບ ທິດສະດີມາຈາກຕ່າງປະເທດ, ວັນນັ້ນ ເຂົາມາເຮັດບຸນນຳເມັຍເຂົາ ຮູ້ທີ່ຫຼັງອີກ ແລ້ວແລວ່າເຂົາບໍ່ມັກເຮັດບຸນພໍປານໃດ ເຂົາມາຖວາຍສັງຄະທ່ານທີ່ວັດ ກໍມາ ນຳເມັຍເຂົາຊື່ໆ ເມັຍເຂົາເປັນຄົນພາມາ ວ່າຊັ້ນເທາະ.

            ຫຼັງຈາກພຣະສັນເຂົ້າແລ້ວເຂົາກໍບໍ່ທັນເມືອ ເຂົາຍັງສົນທະນາກັບອາ ຈານເຈົ້າອະທິການວັດຢູ່, ເຂົາສົນທະນາຫຼາຍຫົວຂໍ້ ມີຫົວຂໍ້ໜຶ່ງທີ່ເຂົາສົນຈິງ ຈັງຈິງໃຈ ສົນທະນາທີ່ສຸດ ເຂົາເລີ່ມຕົ້ນຖາມອາຈານໃຫຍ່ວ່າ:

            ດຣ: ສາທຸ ຂ້ານ້ອຍຂໍຖາມສາທຸເຍີ່ວ່າ “ມັນຈິຈຳເປັນບໍ ເຮັດອີ່ຍັງອີຍັງ ກໍຫາມືຫາວັນ”.

            ພຣະອາຈານ: ອືມ໌..ຈຳເປັນໃດ໋ ພໍ່ອອກ.

            ດຣ. ເອົາວ໌ສາທຸກໍຖືຣືກຖືຍາວຫວະ ຂ້ານ້ອຍ, ນຶກວ່າຊີຖືແຕ່ແມ່ ອອກຂ້ານ້ອຍຊັ້ນດອກ;

            ພຣະອາຈານ: ອືມ໌.ຖື.

            ດຣ: ອາວສົມມຸດວ່າ ຈິເຮັດຍັງທຳຍັງ ຕ້ອງຫາມື້ຣືກ ຫາຍາມຢູ່ ແລ້ວມັນຈິຮັ່ງຈີມີ ທັນຢູ່ທັນກິນກັບເຂົາບໍ ?

            ພຣະອາຈານ: ມີທັນ.

            ດຣ. ຄືຈັ່ງວ່າຈັ່ງຊັ້ນ ສາທຸຂ້ານ້ອຍ.

            ພຣະອາຈານ: ຖາມພໍ່ອອກ ເຮັດວຽກສັງ ?

            ດຣ. ເຮັດວຽກຢູ່ກະຊວງ.

            ພຣະອາຈານ: ຖືຣືກຖືຍາມບໍ ?

            ດຣ. ບໍ່ຖືຂະນ້ອຍ.

            ພຣະອາຈານ: ເປັນບໍ່ຖືລະ ?

            ດຣ: ເພາະຂ້ານ້ອຍເຫັນວ່າພວກທີ່ຖືງົມງວາຍ, ນຶກວ່າຣືກດີ ຍາມດີ ຊິ ເຮັດໃຫ້ຄົນດີ ຄົນຮັ່ງ, ຄົນຈະຮັ່ງຈະມີ ບໍ່ແມ່ນເປັນນຳຣືກນຳຍາມ.

            ພຣະອາຈານ: ດ໊ອກເຕີຣ໌ ເຊື່ອຈັງຊັ້ນບໍ ?

            ດຣ: ໂດຍ ຂ້ານ້ອຍ.

            ພຣະອາຈານ: ທ່ານບໍ່ຖືຣືກຖືຍາມແມ່ນບໍ ?

            ດຣ: ໂດຍຂ້ານ້ອຍ, ຂ້ານ້ອຍເປັນຄົນທີ່ເກີດໃນຍຸກວິທະຍາສາດ, ຂ້າ ນ້ອຍບໍ່ຖືເຣື່ອງງົມງວາຍຈັ່ງຊັ້ນດອກ.

            ພຣະອາຈານ: ສະແດງວ່າທ່ານເປັນຄົນວິທະຍາສາດ ທ່ານບໍ່ຖືກຣືກ ຖື ຍາມຈັ່ງຊັ້ນຕີ.

            ດຣ: ໂດຍ ເຮົາມີໜ້າມີຕາໃນສັງຄົມ ມີໜ້າທີ່ການງານ ແລະຕຳແໜ່ງ ທາງການຍັງຖືຣືກຖືຍາມຈັ່ງຊັ້ນ ມັນກະກາຍເປັນຄົນລ້າຫຼັງ ໄປເວົ້າໃສໃຜຈະ ເຊື່ອລະ.

            ພຣະອາຈານ: ຄັນຊັ້ນ ທ່ານກໍຝືນກົດລະບຽບຂອງຫ້ອງການເລື້ອຍໆ ຕີ ເຮັດຫຍັງທຳຫຍັງ ຕາມລຳພັງໃຈຕົນເອງ ແມ່ນບໍ ?

            ດຣ: ເອົາວ໌ຈັ່ງໃດຈຶ່ງເວົ້າຈັ່ງຊັ້ນ ສາທຸ ຂ້ານ້ອຍ ? ຂ້ານ້ອຍນີ້ແລ້ວ ເປັນຄົນເຈົ້າກີ້ເຈົ້າການກັບວຽກກັບງານ ກັບລະບຽບວິໄນ ສາທຸເວົ້າຈັ່ງຊັ້ນບໍ່ຖືກ ດອກ(ໜ້າແດງ-ສຽງ ດັງ).

            ພຣະອາຈານ: ທ່ານສູບຢາບໍ ?

            ດຣ: ບໍ່ສູບດອກ ມັນບໍ່ດີ.

            ພຣະອາຈານ: ດີຄັນຊັ້ນກິນນ້ຳຊາກ່ອນ ໃຫ້ໃຈມັນເຢັນ, ເອົາຈັ່ງຊີ້ ຊິ ຖາມອີກວ່າ ທ່ານໄປການທັນເວລາບໍ ?

            ດຣ. ໂດຍ ຂ້ານ້ອຍຕ້ອງໄປການທັນເວລາທຸກໆວັນ ບໍ່ໜັກບໍ່ໜາຈະ ຮອດ ຫ້ອງການກ່ອນ ໐໘:໐໐ ໂມງເຊົ້າທຸກວັນ.

            ພຣະອາຈານ: ແນ໊ະຫັ້ນກະຖືຣືກຖືຍາມແລ້ວເດຊັ້ນນາ ຈັ່ງໃດ ຄືວ່າບໍ່ຖືຣືກ ຖືຍາມຊັ້ນນາ ? ຄົນຖືຣືກຖືຍາມນັ້ນແລ້ວ ເປັນຄົນດີ ມີຣະບຽບວິ ໄນ ພັກຣັດຍົກຍ້ອງນັບຖື ແລະຕ້ອງການຄົນແນວນັ້ນ, ຄົນເຮົາຄັນຖືຣືກ ຖືຍາມ ຄົນນັ້ນມັກຈະເປັນຜູ້ຈະເລີນ ງອກງາມ ແລະຮັ່ງມີສະເໝີ ຢູ່ໃສກໍເປັນສຸກ.

            ດຣ: ໂອຍ.ມັນບໍ່ແມ່ນຈັ່ງຊັ້ນດອກ ສາທຸ, ຂ້ານ້ອຍໝາຍວ່າ ຄົນເຮົາ ຊີເຮັດຫຍັງທຳຫຍັງ ຕ້ອງຫາຣືກດີຍາມດີຫັ້ນນາ.

            ພຣະອາຈານ: ມັນກະແມ່ນຣືກດີຍາມດີແລ້ວເດ ຄັນເຮັດຫຍັງທຳຫຍັງ ຕ້ອງຫາມື້ຫາເວັນ ຄັນບໍ່ຊັ້ນເຮັດຫຍັງທຳຫຍັງບໍ່ສຳເຣັດແນ່ນອນ ເອົາກິນນ້ຳ ຊາ ກາເຟກ່ອນ ບັດນັ້ນຈັ່ງຊິເວົ້າໃຫ້ຟັງ ຈົວນ້ອຍຊົງກາເຟ.

           ຈົວນ້ອຍເອົາກາເຟນຳ້ຊາມາເຄນພຣະອາຈານໃຫຍ່ ແລະໃຫ້ພໍ່ອອກດ໊ອກເຕີຣ໌ຄົນລະຊຸດ ພຣະອາຈານໃຫຍ່ກໍບອກໃຫ້ທ່ານດ໊ອກເຕີຣ໌ສັນ ພ້ອມກັບຖາມ

 

           

           

           

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທິສ ມີ ໖ ຢ່າງ ຄື
໑.ປຸຣັຕຖິມະທິສ ຄື ທິດເບື້ອງໜ້າ ໝາຍເຖິງບິດາ-ມານດາ
໒.ທັກຂິນທິສ ຄື ທິດເບື້ອງຂວາ ໝາຍເຖີງຄູບາ-ອາຈາຣຍ໌
໓.ປັຈສິມທິສ ຄື ທິດເບື້ອງຫຼັງ ໝາຍເຖິງບຸດ-ພັນລະຍາ
໔.ອຸຕຕະຣະທິສ ຄື ທິດເບື້ອງຊ້າຍ ໝາຍເຖິງ ມິຕ-ສະຫາຍ
໕.ເຫຕຖິມທິສ ຄື ທິດເບື້ອງຕ່ຳ ໝາຍເຖິງຄົນຮັບໃຊ້
໖.ອຸປະຣິມທິສ ຄື ທິສເບື້ອງບົນ ໝາຍເຖິງ ສາມະນະ-ພຣາມ(ນັກບວດ)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

  

໑.ຄ້າຂາຍເຄື່ອງປະຫານ

໒.ຄ້າຂາຍມະນຸສ

໓.ຄ້າຂາຍສັຕວ໌ສຳຫຼັບຂ້າເປັນອາຫານ

໔.ຄ້າຂາຍນ້ຳເມົາ

໕.ຄ້າຂາຍຢາພິດ

 


 

 

  


ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

    • ການເກີດເປັນຄວາມທຸກຂ໌.
    • ຄວາມແກ່ເປັນຄວາມທຸກຂ໌.
    • ຄວາມຕາຍເປັນຄວາມທຸກຂ໌.
    • ຄວາມເຈັບໄຂ້ໄດ້ປ່ວຍ ຄວາມຄັບກາຍ ຄັບໃຈ ຄວາມຮ່ຳໄຮຣຳພັນ ກໍເປັນທຸກຂ໌.
    • ຄວາມປະສົບກັບສິ່ງທີ່ບໍ່ເປັນທີ່ຮັກທີ່ພໍໃຈກໍເປັນທຸກຂ໌.
    • ຄວາມພັດພາກຈາກສິ່ງອັນເປັນທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌.
    • ມີຄວາມປາຖະໜາສິ່ງໃດ ບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌.
  1. ທຸກຂ໌ເພາະຕັນຫາມັນພາທຸກຂ໌ ຫາຕັດຕັນຫາໄດ້ ທຸກຂ໌ກໍໝົດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 8, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ຜູ້ຊາຍ ຄົນໜຶ່ງ ອາຍຸ ໑໙ ປີ ຍັງອີກ ໔ ເດືອນຈະເຖິງ ໒໐ ປີ, ໄດ້ມາຫາປຶກສາຫາລື ວ່າຈະບວດ, ໃນກາງພັນສານີ້ ໄດ້ບໍ ?

- ຜູ້ຊາຍຄົນນັ້ນ : ຂ້ານ້ອຍບວດໃນກາງພັນສານີ້ໄດ້ບໍ ?

- ພຣະ: ໄດ້

- ຜູ້ຊາຍຄົນນັ້ນ: ຂ້ານ້ອຍໄປຖາມຜູ້ເຖົ້າວ່າ ບໍ່ໄດ້.

- ພຣະ : ມັນຄາຫຍັງ ?

- ຜູ້ຊາຍຄົນນັ້ນ: ບໍ່ຮູ້.

- ພຣະ: ຈະເວົ້າໃຫ້ຟັງ ການບວດນັ້ນ ບໍ່ມີກຳນົດວ່າບວດວັນເດືອນປີມດ ກຳນົດພຽງແຕ່ວ່າ ເດັກອາຍຸຍັງບໍ່ທັນສູງຫວິດກົ້ນແມ່ຫ້າມບວດ, ຫຼືປະມານ ໑໐ ປີລົງມາຫ້າມບວດ, ເກີນນັ້ນບວດເປັນສາມະເນນໄດ້ ເອົາງ່າຍໆວ່າ ເດັກນ້ອຍທີ່ສາມາດຮັກສາຕົນເອງໄດ້ທາງດ້ານວຽກງານ ການຄອງຊີວິດ ແລະອື່ນໆ ແມ່ນບວດໄດ້, ສຳລັບບວດເປັນພຣະອາຍຸຊາວຍ່ອນໄປ ບວດໄດ້ໄດ້ ຫາກກຳນົດ ປີ ກໍອາຍຸ ໑໙. ປີ ກັບອີກ ໔ ເດືອນໄດ້ ສະໄໝບູຮານເພິ່ນຈະນັບເອົາອີກ ໙ ເດືອນໃນທ້ອງ ຄືນັບແຕ່ມື້ປະຕິສົນທິ ລວມແລ້ວກຈະເປັນ ໒໐ ປີ;

- ສຳລັບບວດເວລາໃດ ວັນເດືອນປີ ແລ້ວບໍ່ໄດ້ບອກ ເທົ່າທີ່ສັງເກດການບວດໃນສະໄໝພຸດະທະການ(ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ນັ້ນ) ປາກົດເຫັນທຸກໆເດືອນ ໂດຍສຶກສາຕາມເນື້ອເລື່ອງທີ່ພັນລະນາໄວ້ ໃນພຣະໄຕປີດົກ ໂດຍສະເພາະແມ່ນພຣະສູດ, ທີ່ຈິງແລ້ວ ເພິ່ນບໍ່ໄດ້ກຳນົດເດີອນ ພຽງແຕ່ກ່າວວ່າ "ສະໄໝນັ້ນ" ຊື່ໆ.

- ພຣະ: ຊິບວດເປັນພຣະຫຼືເປັນເນນ ?

- ຜູ້ຊາຍຄົນນັ້ນ: ບວດເປັນພຣະ.

- ພຣະ: ຕອນນີ້ອາຍຸຈັກປີ ?

- ຜູ້ຊາຍຄົນນັ້ນ : ອາຍຸ ໑໙ ປີເຕັມພໍດີ.

- ພຣະ: ບວດເປັນພຣະຍັງບໍ່ທັນໄດ້, ຕ້ອງລໍໃຫ້ອາຍຸຄົບ ໒໐ ປີກ່ອນ.

- ເອື້ອຍຂອງຜູ້ຊາຍຄົນນັ້ນ: ເພິ່ນຢາກບວດ ແທນຄຸນແມ່ກ່ອນ ເພາະເພິ່ນຍາກແຕ່ງງານແລ້ວ.

- ພຣະ : ຄັນຟ້າວ ຈະບວດຕອນນີ້ ກໍໃຫ້ບວດເປັນສາມະເນນກ່ອນ ແລະຈຶ່ງບວດເປັນພຣະ.

- ຜູ້ຊາຍຄົນນັ້ນ : ສົມມຸດວ່າ ແຕ່ງງານແລ້ວ ຈຶ່ງບວດໄດ້ບໍ ?

- ພຣະ: ອັນນີ້ ກໍບໍ່ມີການຫ້າມໄວ້ ແລະກໍມີຄົນບວດມາຕະຫຼອດ ແຕ່ວ່າທ່ານຈະຈັດການເວລາລົງຕົວບໍ ນັ້ນແມ່ນອີກເລື່ອງໜຶ່ງ ແຕ່ສຳລັບວ່າ ບວດໄດ້ບໍນີ້ ແມ່ນບໍ່ຫ້າມ.

- ມີເລື່ອງໃນປະຫວັດສາດລາວ ໒ ເລື່ອງ ທີ່ຈະມາອະທິບາຍໃຫ້ຮູ້ຄື.

ກ. ເລື່ອງພຣະເຈົ້າຟ້າມງຸ່ມ ພຣະອົງສະເດັດໜີຈາກພຣະນະຄອນຊຽງທອງແຕ່ຍັງນ້ອຍ ແລະໃນຂະນະນັ້ນ ພຣະຣາຊະອານາຈັກລ້ານຊ້າງ ຍັງບໍ່ທັນນັບຖືສາສນາພຸດເປັນສາສນາປະຈຳຣາຊະສຳນັກ (ຂະນະນັ້ນ ພຣະສົງມີທົ່ວແລ້ວ ແຕ່ສາສນາພຸດທັງບໍ່ທັນເປັນສາສນາທີ່ນັບຖືກັນໃນພຣະຣາຊະສຳນັກ) ຫຼັງຈາກພຣະອົງໂຮມຊາດລາວເປັນອັນດຽວກັນຢ່າງໝັ້ນຄົງແລ້​ວ ພຣະນາງແກ້ວເກັ່ງຍາເອງກໍ ສະຫວັນນະຄົດແລ້ວ ພຣະອົງກໍຊົງມອບພຣະຣາຊະອານາຈັກລ້ານຊ້າງ ໃຫ້ເຈົ້າຊາຍອຸ່ນເຮືອນ ແລ້ງຣາຊາພິເສກເປັນ ພຣະເຈົ້າສາມແສນໄທໄຕພູວະນາດ ປົກຄອງລ້ານຊ້າງ ແລ້ວພຣະອົງກໍຊົງບວດ ເປັນພຣະພິກຂຸ ແລ້ວທຸດົງໄປຕາມປ່າ ແລະໄປຢູ່ຈັງຫວັດນ່ານ ແລະສະຫວັນນະຄົດໃນທີ່ນັ້ນ (ອັນນີບວດຕອນແກ່ ແລະຕອນແຕ່ງງານແລ້ວ ແລະສິ້ນພຣະຊົນໃນເພດນັກບວດເລີຍ)

ຂ. ເລື່ອງທີ່ ໒ ພຣະເຈົ້າໄຊຍະເຊດຖາທິຣາດ ພຣະອົງເປັນກະສັດຄອງລ້ານນາ (ຊຽງໃໝ່) ແຕ່ອາຍຸໄດ້ ໑໒ ປີ (ຊົງພຣະນາມວ່າສົມເດັດພຣະອະໄພພູທອນ ບໍວອຣໄຊຍະເຊດຖາ) ຫຼັງຈາກນັ້ນກໍກັບມາຄອງລ້ານຊຽງຊຽງທອງ ໄດ້ຄາວໜຶ່ງ ພຣະອົງກໍຍຸບອານາຈັກລ້ານຊ້າງຊຽງທອງເປັນເມືອງໂທ ແລະສະຖາປານາ ຈັນທະບູຣີເປັນເມືອງເອກ ສ້າງເມືອງໄດ້ ໖ ປີ ກໍສະຫຼອງເມືອງ ຄາວສະຫຼອງເມືອງວຽງຈັນ(ຈັນທະບູຣິສີສັດຕະນາຄະນາຫຸດນັ້ນ) ພຣະອົງໄດ້ຊົງຣາຊະບັນລັງອອກບວດ ໂດຍມອບໃຫ້ພຣະຊາຍາ ເປັນກະສັດແທນ ບວດທີ່ ວັດສີພູມ(ວັດອົງຕື້) ແລະສະຫຼອງສົມໂພດ ພຣະພຣະເຈົ້າອົງຕື້ ແລະພຣະອົງອື່ນໆ ຊິ້ນ ໗ ວັນ ຈຶ່ງສິກຂາໄປຄອງຣາຊເໝືອນເດີມ.

- ເມື່ອທ່ານຟັງ ໒ ເລື່ອງທີ່ອະທິບາຍ ແລະຍົກຕົວຢ່າງໃຫ້ເຫັນນີ້ ກໍຈັກເຂົ້າວ່າ ບວດກ່ອນ ຫຼືຫຼັງແຕ່ງງານໄດ້ບໍ ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການອ່ານ ການຟັງໄດ້ ອານິສົງ ໕ ຢ່າງຄື:

໑; ໄດ້ຄວາມຮູ້ອັນໃໝ່ໆ

໒. ໄດ້ວິໄຈ(ວິຈະຍະ)ເລື່ອງເກົ່າໆ

໓. ໄດ້ບັນເທົາຄວາມກັງຂາ(ສົງໄສ)

໔. ໄດ້ພັດທະນາແນວຄິດ ແລະວິໄສທັດ(ວິສະຍະ-ທັສະນະ)

໕. ເພິ່ມທັກສະ ຈິດແຈ່ມໃສ ແລະໃຈເຢັນ ສະນັ້ນແລ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເດັກນ້ອຽດຽວນີ້ ຕ່າງຈາກເດັກນ້ອຽສະໄໝເຮົາເຫຼືອເກີນ, ເດັກນ້ອຍສະໄໝເຮົາ ພໍ່ແມ່ລ້ຽງດ້ວຽເຂົ້າ, ແຕ່ເດັກນ້ອຽດຽວນີ້ ພໍ່ແມ່ລ້ຽງດ້ວຽເງິນ, ເດັກນ້ອຽສະໄໝເຮົາໃຫຍ່ສູງຈົນຫົວພົ້ນ ຫຼັງຄວາຍບໍ່ຮູ້ຊ້ຳວ່າເງິນເປັນຈັ່ງໃດບາງຄັ້ງຍັງບໍ່ຮູ້ຊ້ຳວ່າ “ເງິນເຂົາເອົາໄວ້ເຮັດຫຍັງ ?” ຕ່າງຈາກເດັກນ້ອຽດຽວນີ້ບໍ່ທັນອອກຈາກທ້ອງແມ່ເຂົາກໍຮູ້ຈັກໃຊ້ເງິນແລ້ວ ຊິລຳດັບເຫດການເຣື່ອງລາວ ເດັກນ້ອຽດຽວນີ້ໃຫ້ຟັງພໍສັງເຂບດັ່ງນີ້.
- ນັບແຕ່ແມ່ຮູ້ວ່າຕັ້ງຄັນ ຫຼືແມ່ບາງຄົນບໍ່ຮູ້ຊ້ຳວ່າຕົນຕັ້ງຄັນ ແມ່ກໍຕ້ອງໃຊ້ເງິນເພື່ອລູກແລ້ວ ແລ່ນໂຮງໝໍໃຫ້ໝໍພະຍາກອນໃຫ້ວ່າ “ຕັ້ງຄັນໄດ້ຈັກເດືອນແລ້ວ ແມ່ກໍຄວັກເງິນຈ່າຍຄ່າໝໍ ຄ່າຢາ ໄປແລ້ວຫຼາຍແສນ, ແມ່ບາງຄົນບໍ່ເຂົ້າໂຮງໝໍລາວ ຂ້າມໄປໂຮງໝໍຝັ່ງໄທຍ໌ ຈ່າຍເງິນໄປແລ້ວ ຫຼາຍພັນບາດ”, ຍັງບໍແລ້ວເທົ່ານັ້ນ ເມື່ອວ່າລູກປະຕິສົນທິແລ້ວ(ຍັງບໍ່ທັນເກີດ ຍັງບໍ່ທັນເຫັນໜ້າ) ພໍ່ແມ່ກໍມີຄວາມຫວັງຫຸມຫູ່ໆ ວາດພາບໄປຕ່າງໆນານາໆ ວ່າລູກຕົນຈະເປັນຍິງຫຼືຊາຍ ຂາວຫຼືດຳ, ອອກມາຈະຄົບອົງຄະສະສາງບໍ ? ຍ້ອຍນຍ້ານຄວາມຫວັງ ແລະຄວາມກັງວົນນັ້ນ ແມ່ພໍ່ ກໍຕ້ອງເອົາທ້ອງໄປຝາກໄວ້ກັບໝໍ ຕະຫຼອດ ໙ ເດືອນທີ່ຢູ່ໃນຄັນ ແມ່ຕ້ອງໄປພົບໝໍເດືອນລະຄັ້ງສອງຄັ້ງ, ລູກບາງຄົນ, ສໍ້ຕັ້ງແຕ່ຢູ່ໃນທ້ອງ ທຳໃຫ້ແມ່ຕ້ອງຈ່າຍເງິນອາທິດລະຫຼານພັນ ຫຼາຍແສນ, ສະພາບບໍ່ອຳນວຍເຮັດໃຫ້ແມ່ເປັນທຸກຍ້ອນ ບໍ່ຈັກຮ້ອນຈັກໜາວ ແມ່ຕ້ອງໄປຫາໝໍ ທຽວໄປໂຮງໝໍແຮງຮ້າຍກວ່າໄປຕະຫຼາດ, ເສັຍເງິນໄປເທົ່າໃດ ແມ່ບໍ່ມີຈົ່ມ ມີແຕ່ຕັ້ງຄວາມຫວັງໄວ້ວ່າ ລູກເຮົາຕ້ອງເປັນ ຄົນດີ, ຄົນງາມ ບໍ່ເສັຍອົງຄະສະສາງ ພໍ່ແມ່ນບາງຄົນກຽມພ້ອມໄວ້ຕັ້ງຕັ້ງແຕ່ຮູ້ວ່າຕົນຕັ້ງຄັນ ບໍ່ຈັກຊື້ຜ້າອ້ມ ເຕົ້ານົມ ອູ່ ແລະອື່ນໆໄວ້ຕ້ອນຮັບລູກ ທັງໆທີ່ບໍ່ຮູ້ຊ້ຳວ່າລູກໃນທ້ອງຈະເປັນຊາຍຫຼືຍິງ.
ນັບຈາກນັ້ນໄປເຖິງ ໙ ເດືອນ ແມ່ຕ້ອງຈ່າຍເງິນບຳລຸງລູກ ຄ່າຢາ ຄ່າອາຫານບຳຣຸງລູກ ບຳຣຸງຄັນ ຄ່າຝາກທ້ອງຕາມນາຍໝໍສ່ັງພາຍໃນ ໙ ເດືອນຫຼາຍຄັ້ງ.
- ເມື່ອແມ່ເຈັບທ້ອງຈະອອກລູກ ແມ່ຕ້ອງຈ່າຍຄ່າຢາ ຄ່າອອກລູກອີກເກີນລ້ານ ຄ່າຢາ ລູກລາງຄົນບໍ່ອອກຕາທຳມະຊາດ ນອກຈາກທຳໃຫ້ແມ່ເຈັບຕົວດ້ວຍການຕ້ອງຜ່າຕັດອອກຍັງຕ້ອງເສັຍ ຄ່າຢາ ຄ່າພັກພື້ນຂອງແມ່ອີກເກີນປະມານ.
- ບາດໃຫຍ່ມາຍັງຕ້ອງໄດ້ໃຫ້ແມ່ຈ້າງໝົດທຸກຢ່າງ ບໍ່ຈັກຄ່ານ້ຳນົມ, ຜ້າອ້ອມເພັມເພິດ, ແມ່ຕ້ອງທຳງານທຳການຫາເງິນ ກໍຈ້າງຄົນມາລ້ຽງລ້ຽງ, ຈ້າງດຂົ້າໂຮງພະຍາບານ, ຈ້າງເຂົ້າໂຮງຮຽນ, ຈ້າງຄ່າລົດຄ່ານຳ້ມັນໄປຮັບ-ໄປສົ່ງ, ຊ້ຳບໍ່ໜຳລຍັງຈ້າງໄໃຫ້ປໂຮງຮຽນດ້ວຍເງິນອີກ, ໃຫຍ່ພໍປະມານ ກໍສໍ້ແມ່ຢາກໄດ້ລົດ ກໍຈ້າງດ້ວຍລົດດ້ວຍລົດ, ຈ້າງດ້ວຍໂທຣະສັບມືຖື, ຈ້າງຮຽກພິເສດ, ຈ້າງຈ້າງຄ່າປຶ້ມຄ່າສໍ ແລະອື່ນໆອີກສຳມະປິ ກ່ວາຈະໃຫຍ່ເປັ​ນຜູ້ເປັນຄົນ ພໍ່ແມ່ຕ້ອງກາຍເປັນທາດຂອງລູກ, ໃຫຍ່ມາພໍ່ເອົາຜົວເອົາເມັຍ ແມ່ຕ້ອງຈ້າງຄ່າແຕ່ງງານ ຄ່າດອງ ປານນັ້ນລູກຜູ້ຊົ່ວໆຍັງທຳໃຫ້ແມ່ນເຈັບຕົວ ເຈັບໃຈ ເສັຍເງິນເສັຍທອງບໍ່ແລ້ວ ບາງຄົນຍິ່ງໄປກວ່ານັ້ນ ພໍ່ແມ່ຕ້ອງຕາຍຍ້ອນລູກ ລູກແບບນີ້ເຂົາວ່າລູກເນຣະຄຸນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ງານຊາປະນະກິດສົບ ພຣະອາຈານໃຫຍ່ ມະຫາວິຈິຕ ສິງຫະຣາຊ ປະທານສູນກາງອົງການພຸດທະສາສນາສັມພັນລາວ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສະໜາມຫຼວງ ນະຄອນຫຼວງວຽງຈັນ ໃນເວລາ ໑໓.໐໐ ໂມງ, ຂອງວັນທີ ໑໖ ກໍຣະກົດ ໒໐໑໐ ໂດຍມີ ພນ.ທ່ານຈູມມະລີໄຊຍະສອນ ປະທານພັກ ປະຊາຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ເປັນປະທານຜ່າຍສົງ, ພ້ອມດ້ວຍ ພນ.ທ່ານບົວສອນ ບຸບຜາວັນ, ນາຍົກລັດຖະມົນຕຣີ ແຫ່ງ ສປປ.ລາວ, ກົມການເມືອງສູນກາງພັກທຸກໆທ່ານ ຣັດຖະມົນຕຣີວ່າການປະຊວງຕ່າງໆ ພ້ອມດ້ວຍບັນດາການນຳຂັ້ນສູງຂອງປະເທດ, ເຈົ້າແຂວງໆຕ່າງໆ,
- ຝ່າຍສົງມີຍາທ່ານມະຫາຜ່ອງ ສະມາເລີກ ຮອງປະທານສູນກາງອົງການພຸດທະສາສນາສຳພັນລາວ ວ່າການແທນປະທານສູນກາງອົງການພຸດທະສາສນາສັມພັນລາວ ຄະນະກັມມາທິການໃນ ອົງການພຸດທະສາສນາສັມພັນລາວ, ປະທານ ອພສ ແຂວງທັງ ໑໘ ແຂວງ ແລະກຳແພງນະຄອຍວຽງຈັນ ຄະນະ ອ.ພ. ເມືອງທັງໃນ ໙ ຕົວເມືອງນະຄອນຫຼວງວຽງຈັນ.
- ຕ່າງປະເທດ ມີປະທານກອງປະຊຸມຊາວພຸດໂລກ ຈາກປະເທດຍີ່ປຸ່ນ, ຮອງປະທານສູນກາງອົງການສົງຫວຽດນາມ ແລະພຣະມະຫາເຖຣະຈາກ ມະຫາເຖຣະສາມາຄົມ ຕ່າງໜ້າຜູ້ທຳໜ້າທີ່ ແທນພຣະສັງຄະຣາຊ ແຫ່ງຣາຊະອານາຈັກໄທຍ໌ ທ່າມກາງພຣະສົງຈຳນວນຫຼາຍພັນອົງ ແລະຍາມໂຍມອີກນັບໝຶ່ນຄົນ.
- ງານຊາປະນະກິດສົບ ດຳເນີນໄປຈາກເວລາ ໑໓:໐໐ ໂມງ ແລະສີ້ນສຸດພິທີທາງການ ເມື່ອເວລາ ໑໗:໐໐ ໂມງ, ໃຫ້ປະຊາຊົນໄດ້ສັກກາຣະບູຊາຈົນຮອດເວລາ ໒໑.໐໐ ໂມງ, ຈຶ່ງບັນຈຸເພິງສົບ.
ອ່ານຜູ້ຈັດການ ອອນໄລນ໌

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ


- ກຽມພົບກັບໜັງສື "ເຊື່ອພຸດທະສາສະໜາງົມງວາຍ......ຈິງບໍ ?"
ເຊິ່ງຂຽນໂດຍ :
- ພຣະຄຣູເນືອງພິລັກ ໂຊຕິທອນ
- ມະຫາອະໄພ ອ.ສຸພະເຂດ.

- ຈະອອກແຈກຢ່າຍ ເປັນທັມມະທານ ໃນງານຖວາຍເພີງສົບ ຍາທ່ານປະທານ, ພຣະອາຈານ ດຣ.ມະຫາວິຈີຕ ສິງຫະຣາຊ (ໃນວັນທີ ໑໗ ກໍຣະກະດາ ໒໐໑໐) ທີ່ວັດພຣະທາດຫຼວງເໜືອ ຈຳນວນ ໑.໐໐໐ ເຫຼັ້ມ.
- ຈະອອກຈຳໜາຍ (ຂາຍ) ຈຳນວນ ໒.໐໐໐ ເຫຼັ້ມ)

໑; ຂາຍທີ່ ຮ້ານຂາຍປຶ້ມແຫ່ງລັດ ຖະໜົນສາມແ​ສນໄທ
(ຕໍ່ໜ້າໜັງສືພິມວຽງຈັນໃໝ່, ຫູັງຫໍວັດທະນະທຳແຫ່ງຊາດ)
- ຮ້ານ M Pion Mark ທຸກສາຂາ (ໃນວັນທີ ໒໒ ກໍຣະກະດາ ໒໐໑໐)
- ສຳລັບນັກສຶກສາ, ປັນຍາຊົນ ນັກຄົ້ນຄວ້າ ຫຼືນັກທ່ານກຳລັງຂຽນບົດນິພົນ ວິທະຍານິພົນ ຕິດຕໍ່ໄດ້ທີ່ 020-9880-8089. 020-5647-2222 ໄດ້ແຕ່ວັນທີ ໒໒ ກໍຣະກະດາ ໒໐໑໐

ສຳລັບຕ່າງປະເທດ ຈະໂທເຂົ້າໃຫ້ຕັດເລກສູນ(0?ໜ້າ ອອກແລ້ວຕື່ມລະຫັດເຂົ້າປະເທດລາວ
- ຫຼືຕິດຕາມອ່ານໄດ້ ທີ່ຫໍສະໝຸດແຫ່ງຊາດ, ຫໍສະໝຸດມະຫາວິທະຍາໄລແຫ່ງຊາດ, ສະຖາບັນການເມືອງການປົກຄອງສິ້ນເດືອນນີ້.


ທັງໝົດທ່ານຈະໄດ້ພົບກັບ
ສາລະບານ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຮອຍຍິ້ມເປັນແບບເບື້ອງ ສຳພັນພາກພະໄມມິດ

ຈິດເຈດໃຈພາຍໃນນຶກ ອອກມາໃຫ້ຄົນຮູ້

ວາຈາພ້ອມ ເຫັນໂນໃຈເຈດ

ຍຸ້ມຍິ້ມໂຮມຜະໜວກເຂົ້າ ຈຶ່ງເຫັນຮູ້ເຈດໃຈ

ທ້ອງຟ້າໃສສະອາດແຈ້ງ ຫາເມກບໍ່ມີເຫັນ

ຫາກເມື່ອມອງນະພາໃສ ອາທິດທໍແສງຈ້າ

ເຖິງນະພາບໍ່ມີເຝື້ອ ຝົນຕົກລົງຍາມແດດອອກ ກໍມີ

ເມກໝອກໜ້າຄັບຟ້າ ຍາມແລ້ງຂາດຝົນ

ຈິດໃຈເນົາແນບເນື້ອ ໃນພາກພູມຫຼັງ

ເນົາຢູ່ໃນໃຈຄົນ ເສື່ອງອົມນິຍົມຍິ້ມ

ຫາກວ່າຈາບໍ່ຈະແຈ້ງ ສະແດງມາໃຫ້ເຫັນເລື່ອງ

ກໍບໍ່ເຫັນຮ່ອມເລື້ອງ ໃຈແຈ້ງເຈດຈຳນົງ ອີກແລ້ວ

ເມື່ອຮອຍຍິ້ມເປີດແຍ້ມ ວາຈາພ່ອງມອງເຫັນ

ວາຈາພົວພັນກັບ ສອດຄ່ອງກັນປະຊັນໄວ້

ຈຶ່ງເຫັນໃນໃຈເຈົ້າ ສົມບູນດີວາດຄ່ອງ

ດີຊົ່ວເຫັນບ່ອນແຈ້ງ ຄາວຍິ້ມຜ່ອງຈາ ທ່ານເອີຍ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

            ພຣະພຸດທະສາສນາ ໃຫ້ຄວາມສຳຄັນ ກັບເຣື່ອງຂອງກັມນີ້ຫຼາຍທີ່ສຸດ ນັບເປັນອັນດັບໜຶ່ງກໍວ່າໄດ້.

            “ກັມ” ນີ້ນັບວ່າເປັນອະຈິນໄຕ ຄຶືບໍ່ຄວນທີ່ຈະນຶກຄິດເອົາລອຍໆເລີຍ, ຫາກຜູ້ບໍ່ມີຊານ(ປັນຍາ ທີ່ເກີດຈາກສາມາທິ) ຄືຄິດເອົາເອງບໍ່ເຂົ້າໃຈ ມັນເຣື່ອງສະຫຼັບຊັບຊ້ອນຍິ່ງ.

            ຄົນລາວເຮົາມັກເຂົາໃຈ ເຣື່ອງກັມຄື ເປັນເຣື່ອງຊົ່ວໆ ຫຼືເຣື່ອງໃຫ້ຜົນເປັນຊົ່ວ ເຊັ່ນເຫັນຄົນໄດ້ຮັບທຸກໄພ ກໍວ່າເປັນເພາະກັມ ຫາເງິນຫາຄຳບໍ່ໄດ້ ກໍວ່າເປັນເພາະກັມ, ລູກເສັຍເມັຍຈາກ ກໍວ່າເປັນເພາະກັມ ແລະອື່ນໆ ຄົຣ​ນຈຶ່ງຢ້ານກັມນີ້ເອົາແທ້ເອົາວ່າ, ຈຶ່ງເກີດມີການຄິດເອົາເອງໂດຍສະເພາະໝໍໂຫນ ໝໍມໍບາງຄົນ ກໍໃຫ້ໄປຕັດກັມ ໝໍມໍບາງຄົນຍັງດີແນ່ແນະນຳໃຫ້ໄປຕັດກັມກັບພຣະສົງອົງຄະເຈົ້າ ອັນນີ້ກະຍັງດີແດ່ຈັກໜ່ອຍ ຄືຍົວະໃຫ້ຄົນເຂົ້າວັດ ແຕ່ເຖິງເປັນເຣື່ອງດີ ຊີ້ນຳຖືກ ກໍບໍ່ໃຫ້ຜົນເຕັມປ່ຽມສຳລັບບາງຄົນໄດ້ ຫາກຄົນບາງຄົນບໍ່ສັດທາໃນສາສນາມາກ່ອນ ມີຄົນແນະນຳໃຫ້ໄປຕັດກັມໃນວັດ ການເຂົ້າມາເຊິ່ງວັດຂະນະນັ້ນ ເປັນພຽງເພື່ອຕັດກັມເທົ່ານັ້ນເອງ ບໍ່ໄດ້ມາໃນການສັດທາອັນແທ້ຈິງ, ມີໝໍມໍບາງໝໍມໍເຂົາ ຕັດກັມໃຫ້ເຈົ້າທຸກເອງເລີຍ ອັນນັ້ນຍິ່ງເປັນການຍາກທີ່ຈະບອກວ່າ “ໄດ້ຜົນຈິງບໍ ?” ເພາະຄວາມຈິງກັມນີ້ມັນຕັດບໍ່ໄດ້ສຳລັບສັດຕະວະໂລກ ອາດກ່າວໄດ້ວ່າ “ບໍ່ມີພະລັງໃດໃນໂລກ ຈະຕັດກັມຂອງມະນຸດໄດ້ ເວັ້ນເສັຍແຕ່ບຸກຄົນໆນັ້ນຈະຕັດຮາກເຫງົ້າ ແຫ່ງກຸສົນມູນ ແລະອະກຸສົນມູນໃຫ້ໝົດສິ້ນ ດ້ວຍພະລັງຂອງຊານ ສະມາທິ.

            “ກັມ” ເປັນເຊັ່ນໃດ ? ອັນທີ່ແທ້ມັນມີຢູ່ກັບສັດຕະວະໂລກຈິງໆ ແລະມັນເປັນສົມບັດຂອງສັດຕະວະໂລກ ກັມມັນເປັນຊື່ກາງໆ, ຫາກກັມໃຫ້ຜົນ ດີ ມັນເປັນກັມດີ ຊື່ວ່າສຸພະກັມ, ຫາກໃຫ້ຜົນຊົ່ວ ເປັນກັມຊົ່ວ ຊື່ອະສຸພະກັມ ກັມຂອງສັດຕະວະໂລກນັ້ນ ມີສອງຢ່າງຄື ກັມດີ ແລະກັມຊົ່ວ ເທົ່ານັ້ນ.

            ຄົນລາວເຮົາດຽວນີ້ ກໍເຊື່ອເຣື່ອງກັມເຊັ່ນກັນ ແຕ່ຈະເຊື່ອກັມແບບຄິດເອົາເອງ ຫຼາຍກວ່າການ ເຂົ້າໃຈໃນຮາກເຫງົ້າຂອງກັມອັນເປັນແກ່ນແທ້ ຂອງມັນ, ຄວາມເຂົ້າໃຈເຣື່ອງກັມຂອງຄົນລາວເຮົາເຊື່ອ ພຽງວ່າ “ຄົນໄດ້ຮັບຄວາມທຸກ, ຄວາມຂັດສົນ, ຫຼືຄົນມີໄພອັນຕະລາຍຕ່າງໆ ເພາະເຂົາມີກັມ” ວິທີການຈັດການກັບກັມເລົ່ານີ້ ຄົນລາວເຮົາດຽວນີ້ກໍຄິດເອົາງ່າຍໆ ຄືຄິດວ່າ “ເຮົາໃຫ້ເງິນຍ​່ອມໄດ້ເງິນຕອບ, ໃຫ້ເຂົ້າໃຫ້ຂອງຍ່ອມໄດ້ຂອງຕອບກັບ” ວິທີຈັດການກັບກັມປັດຈຸບັນນີ້ວິທີງ່າຍໆກໍຄືການໄປຫາພຣະສູດຕັດກັມ ຫຼືທານສິ່ງຂອງເງິນຄຳເພື່ອໃຫ້ກັມນັ້ນເບົາບາງລົງ, ການຄິດແບບນີ້ ບໍ່ໄດ້ຖື ວ່າຜິດ ນັບວ່າຄິດຖືກຢູ່ແນ່ ແຕ່ການຄິດນັ້ນຈະຖືກຕ້ອງສົມບູນກວ່າ ຕ້ອງຂຶ້ນກັບປັດໄຈຫຼາຍປະການ ຄື ຄວາມໜັກແໜ້ນຂອງສັດທາ, ຄວາມໜັກແໜ້ນຂອງປັນຍາ ແລະຄວາມໜັກແໜ້ນຂອງເຈຕນາທັງສາມ ຄື ກ່ອນທຳ ຂະນະທຳ ແລະຫັຼງທຳນັ້ນ ມີສັດທາເຕັມປ່ຽມຂະ ໜາດໃດ ?, ມີປັນຍາເຕັມປ່ຽມຂະໜາດໃດ ເຈດຕະນາບໍຣິສຸດບໍຣິບູນແລ້ວບໍ ?

            ຄຳວ່າທຳໝາຍເຖິງເຮັດວຽກງານ, ເຮັດຫຍັງລະ ? ທຳໃນທີ່ນີ້ໝາຍເຖິງທຳກັມ ກັມຫຍັງລະ ກັມກໍຄືການທຳບຸນໆຕ່າງໆ ຫຼືການປະກອບສັມມາຊີບຂອງຂອງທ່ານນັ້ນແລ້ວ ເປັນການທຳກັມຊະນິດໜຶ່ງ ແຕ່ກັມນີ້ເປັນກັມດີ, ຫາກການທຳນັ້ນເກີດຈາກສັດທາອັນບໍຣິ ສຸດຂອງ ທ່ານແທ້ໆ ເກີດຈາກປັນຍາຂອງທ່ານແທ້ ທັງກ່ອນທຳ ຂະນະທຳ ແລະຫຼັງທຳກັມດີ ຫຼືບຸນທີ່ທ່ານທຳນັ້ນ ກໍຍ່ອມສຳເລັດ ສາມາດສ້າງກັມດີໃຫ້ຫຼາຍຂຶ້ນ ແລະບັນທອນກັມຊົ່ວໃຫ​້ຫຼຸດນ້ອຍຖອຍລົງໄດ້ ແລ້ວກຳດີກໍຈະເຣີນຂຶ້ນ ກິດຈະກັມ ຫຼືວຽກງານນັ້ນກໍບັນດານສຸກໃຫ້ແຕ່ທ່ານທັງໃນໂລກນີ້ ແລະໂລກໜ້າສົມປະສົງແທ້.

(ຍັງມີຕໍ່ ບົດທີ ໒)

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ທ່ານສາມາດສຶກສາ/ຕີຄວາມໝາຍ/ຫຼືທຳຄວາມເຂົ້າໃນພາບນີ້ ໃນລັກສະນະພາບຊ້ອນໄວ້ໃນລັກສະນະທາງທັມມະ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ທິວາ ຕປຕິ ອາທິຈໂຈ

ຣັຕຕິມາພາຕິ ຈັນທິມາ

ສັນນັທໂທ ຂັຕຕິໂຍ ຕປຕິ

ສາຍີ ຕປຕິ ພຣາຫມໂ

ອຖ ສັພພມໂຫຣັຕຕິງ

ພຸດໂທ ຕປຕິ ເຕຊສາ

--------------------------------------------

ພຣະອາທິດຮຸ່ງກາງວັນ

ພຣະຈັນຮຸ່ງກາງຄືນ

ນັກຮົບສງ່າງາມເມື່ອສວມເສື້ອນັກຮົບກຽມຮົບ

ພຣາມສງ່າ ເມື່ອເຂົ້າຊານ

ແຕ່ພຣະພຸດທະເຈົ້າສງ່າງາມທັງກາງເວັນແລະກາງຄືນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

- ມີເກສິຄົນຝືກມ້າ ເຂົ້າໄປຂາບທູນພຣະພຸດທະເຈົ້າວ່າ "ພຣະພຸດທະອົງຝືກສາວົກຂອງພຣະອົງຢ່າງໃດ ?"

- ພຣະພຸດທະອົງກໍຖາມເກສີຜູ້ຝືກມ້ານັ້ນຄືນວ່າ "ທ່ານຝຶກມ້າຂອງທ່ານຢ່າງໃດ ?"

- ເກສີທູນພຣະພຸດທະອົງວ່າ "ໃຊ້ວິທີລະມຸນລະໄມ, ບາງທີ່ກໍຝຶກດ້ວຍວິທີລົງແສ້ ລົງຄ້ອນ,  ແລ້ວແຕ່ມ້າແຕ່ລະໂຕມັນຈະຢູ່ໃນສະພາບໃດ, ຫາກຝືກບໍ່ໄຫວກໍພາໄປຂ້າຖິ້ມ".

- ພຣະອົງກໍບອກເກສີວ່າ "ເຮົາກໍເປັນເຊັ່ນນັ້ນ ເຮົາຝືກສາວົກດ້ວຍວິທີລະມຸນລະໄມ, ລົງແສ້ ແລະຂະໜາບແນ່ ບາງທີ່ບໍ່ໄຫວກໍຂ່າຖິ້ມເຊັ່ນ ດຽວກັນ"

- ເມື່ອເກສີຜູ້ຝືກມ້າ ເມື່ອໄດ້ຍິນຄຳພຣະພຸດທະເຈົ້າ ວ່າ "ຂ້າຖິ້ມ" ກໍອຸທານຂຶ້ນວ່າ "ເອົາວ໌....ພຣະພຸດທະເຈົ້າ ໄປຂ້າຖິ້ມໄດ້ຈັ່ງໃດ ? ບໍ່ບາບ ບໍ່ຜິດສິນບໍ ?".

- ພຣະພຸດທະອົງຕັດຕອບວ່າ "ການຂ້າໃນພຣະທັມ-ວິນັຍນີ້ ບໍ່ແມ່ນຂ້າເໝືອນຊາວໂລກ ທີ່ໃຊ້ປືນ ໃຊ້ມີດ ໃຊ້ພາ ໃຊ້ຫອກ ໃຊ້ດາບ, ໃນຄວາມໝາຍຂອງເຮົາ ຄື ໃຫ້ຕາຍຈາກຄວາມດີ, ຂ້າໃນອະຣິຍະວິນັຍ ກໍຄື ບໍ່ເວົ້າ, ບໍ່ສອນ, ບໍ່ເຕືອນ, ປ່ອຍໃຫ້ເນົ່າຢູ່ກັບຄວາມຊົ່ວນັ້ນ ເອງ, ເພາະສະນັ້ນການທີ່ບໍ່ມີໃຜບອກ, ໃຜເຕືອນ, ໃຜສອນ, ໃຜຫ້າມນັ້ນ ຖືວ່າຖືກຂ້າໃຫ້ຕາຍ ຈາກຄວາມດີ ແລະຈົມກັບຄວາມຊົ່ວຮ້າຍ ເນົ່າເໝັນຢູ່ຢ່າງນັ້ນ, ການຂ້າທີ່ຮ້າຍທີ່ສຸດກໍຄືປ່ອຍປະ ບໍ່ຫ້າມ ບໍ່ສອນ ບໍ່ເຕືອນ ປ່ອຍໃຫ້ຈົມຢູ່ກັບຄວາມຊົ່ວ ຄິດຊົ່ວນັ້ນແລ້ວ ເປັນການ ຂ້າທີ່ຢ້ານກົວທີ່ສຸດ.

- ທ່ານທັງຫຼາຍ ຖ້າບໍ່ມີໃຜຫ້າມ, ໃຜສອນ, ໃຜເຕືອນ ທ່ານຈົ່ງຮູ້ວ່າ ທ່ານກຳລັງທີ່ຖືກຂ້າຢ່າງທໍຣະມານທີ່ສຸດ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

ກ່ອນທີ່ພຣະພຸດທະຕັດເທດສະໜາໂຜດສັດຄັ້ງແຮກນັ້ນ ພຣະອົງກັງວົນພຣະທັຍຍິ່ງໜັກ ເພາະທັມທີ່ພຣະອົງຊົງຕັດສະຮູ້ນັ້ນເລີກເຊິ່ງເຫຼືອເກີນ ເມື່ອຊົງພິຈາລະນາດອກບົວຢູ່ໜອງນຳ້ແລ້ວ ພຣະອົງຊົງ ແຍກປະເພດມະນຸດອອກ ເປັນ ໔ ປະເພດ ເໝືອນດອກບົວ ໔ ເຫຼົ່າດັ່ງນີ້:

໑. ບົວປະເພດທີ່ບານແລ້ວ ເໝືອນຄົນທີ່ຮັບຟັງແຕ່ຫົວຂໍ້ທັມກໍເຂົ້າໃຈໂລດ.

໒. ບົວທີ່ກຳລັງພົ້ນນຳ້ ແລະຈະບານ ເໝືອນຄົນທີ່ຟັງຫົວຂໍ້ທັມແລ້ວ ກໍຈັກຕ້ອງອະທິບາຍອີກຈັກໜ່ອຍຈຶ່ງຮູ້.

໓. ບົວທີ່ພົ້ນໜໍ່ອອກມາແລ້ວ ຈະບານໃນວັນໃໝ່ ເໝືອນຄົນທີ່ໄດ້ຟັງຫົວຂໍ້ທັມແລ້ວ ຈະຕ້ອງໄດ້ອະທິບາຍຫຼາຍຫຼົບຈຶ່ງຈະຮູ້.

໔. ບົວຢູ່ພື້ນນຳ້ກຳລັງພົ້ນອອກຈາກຕົມ ໝາຍເຖິງຄົນທີ່ສອນເທົ່າໃດກໍບໍ່ຮູ້ເຣື່ອງ ພະຍາຍາມທີ່ຈະໂຕ້ແຍ້ງ ຖຽງຄວາມ ໂຜດບໍ່ໄດ້.

- ເມື່ອພຣະພຸດທະອົງໄດ້ພິຈາຣະນາບົວ ໔ ເຫຼົ່າແລ້ວພຣະອົງຈຶ່ງຕັກສິນພຣະທັຍເທດສະໜາສັ່ງສອນປະຊາຊົນ ທ່ານເປັນບົວປະເພດໃດເລືອກເບິ່ງ.

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຸດທະສາສນາເຂົ້າສູ່ສັງຄົມລາວ
ພຣະພຸດທະສາສນາໄດ້ແຜ່ເຂົ້າສູ່ສັງຄົມລາວ ສະໄໝລາວຢູ່ອານາຈັກໜອງແສ ປະມານ ພຸດທະສະຕະວັດ ທີ ໗, ສ່ວນທີ່ເຂົ້າສູ່ດິນແດນປະເທດລາວນັ້ນ ເຮົາແບ່ງອອກ ເປັນ ໓ ຍຸກດັ່ງນີ້ ຄື
ຍຸກທີ່ ໑: ໃນດິນແດນລ່ອງແມ່ນຳ້ຂອງຕອນກາງ ສະໄໝອານາຈັກສີໂຄຕະປຸຣະ ຈະເລີນຢູ່ລ່ອງແມ່ນຳ້ເຊບັງໄຟ ແລະສອງຝັ່ງຕາເວັນຕົກ ໃນ ພ.ສ ໘, ມີ ພຣະຍານັນທະ ເສນ ເປັນອັກຄະຣາຊູປະຖັມ, ພຣະມະກັດສະປະ ພ້ອມດ້ວຍພຣະອໍຣະຫັນ ໕໐໐ ອົງ, ມາປະດິດສະຖານ ພຣະທາດອຸຣັງຄະທາດ ທີ່ພູກຳພ້າ ທີ່ຟັ່ງນ້ຳຂະນັດທີ.
ຍຸກທີ ໒: ໃນດິນແດນອານາຈັກສີໂຄຕະປຸຣະ ຕອນເໜືອບໍຣິເວນໜອງຄັນແທເຊື້ອ ນຳ້ດອນຈັນ, ສະໄໝອານາຈັກສີໂຄຕະປຸຣະລົດອຳນາດລົງ ອານາຈັກຈັນທະປຸຣີກຳເນີດ ຂຶ້ນ ມີພຣະຍາຈັນທະບູຣີປະສິດທິສັກ ເປັນສາສນູປະຖັມ ມີພຣະອໍຣະຫັນ ໒ ອົງນຳເຂົ້າ ມາຄື ພຣະມະຫາພຸດທະວົງ ກັບພຣະມະຫາສັດສະດີ ປະມານ ພ.ສ ໒໑໘ ປະມານ ພ.ສ ໒໓໖ ພຣະອໍຣະຫັນ ໓ ອົງ ພ້ອມດ້ວຍພຣະສົງເຊື້ອສາຍທີ່ເປັນລູກສິດອີກ ໕ ອົງໄດ້ ມາ ນຳພາສ້າງພຣະທາດຊິນະຄຸຍຫະ(ພຣະທາດຫົວເນົ່າ ຫຼືທີ່ລັບຂອງພຣະພຸດທະເຈົ້າ ທີ່ພູເຂົາຫຼວງ.
ຍຸກທີ ໓: ໃນດິນແດນແມ່ນຳ້ຂອງຕອນກາງ ເມືອງຊຽງດົງ-ຊຽງທອງ ອານາຈັກ ລ້ານຊ້າງ ສະໄໝພຣະເຈົ້າເລີດຫຼ້າທໍຣະນີຟ້າງຸ່ມມະຫາຣາດ ປະມານ ພ.ສ ໑໘໙໐ ພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ນຳອັງເຊີນພຣະມະຫາປາສາມັນ ພຣະພໍ່ລ້ຽງມາປະ ດິດສະຖານພຣະພຸດສາສນາ ເປັນສາສນປະຈຳພຣະຣາຊະສຳນັກ ແທນສາສນາຜີ ແຖນ ເຊິ່ງລາຍລະອຽດຂອງການເຂົ້າມາຂອງພຸດທະສາສນາຄັ້ງຫຼ້າສຸດ ດັ່ງນີ້:

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນລາວພາກັນເຮັດແຕ່ພາເຂົ້າທິບແຕ່ຍັງບໍ່ທັນສະເຫວີຍພາເຂົ້າທິບ

ທັງໆທີ່ຊາວໂລກເຂົາສະເຫວີຍພາເຂົ້າທິບເປັນສ່ວນໃຫຍ່ແລ້ວ

ອາຫານທີ່ເປັນຂອງທິບ ແລະມະນຸດຄວນກິນຕາມຄຳສອນຂອງສາສນາເປັນຈັ່ງຊີ້

໑. ກະວະລິງວະຣາຫາຣ : ອາຫານຄືຂອງກິນທັງປວງ (ເປັນຕົ້ນແມ່ນເຂົ້າ, ອາຫານຕ່າງໆ, ເຫຼົ້າຢາ ແລະອື່ນໆ)

໒. ຜັສສາຫາຣ : ອາຫານທີ່ສັມພັສໄດ້ດ້ວຍຫູ, ຕາ, ດັງ, ລິ້ນ ແລະການ (ການເບິ່ງອັນງາມ, ການໄດ້ກອດດົມຊົມຈູບ-ເຫັນຈຶ່ງຮູ້ ບໍ່ເຫັນບໍ່ຮູ້)

(ອາຫານສອງປະເພດນີ້ ເປັນຂອງຫຍາບ ກິນແລ້ວເກີດກິເລດ ກິນເທົ່າໃດ ສະໝອງປູ້ ບໍ່ແຈ້ງສະຫວ່າງ)

໓. ວິຍານາຫາຣ: ອາຫານຄືຄວາມສຳນຶກ, ຄວາມຄິດ, ການສຶກສາຮຳ່ຮຽນດ້ວຍຄວາມຮູ້ທີ່ເກີດຈາກການຮູ້ຂອງຕົນເອງ (ບໍ່ແມ່ນຄິດຕາມເຂົາຄິດ)

໔. ມະໂນສັນເຈຕະນາຫາຣ: ອາຫານທີ່ສູດຍອດ ຄືຄວາມໄດ້ສຳເຣັດຄວາມຮູ້ອັນແຈ້ງ ຊານ ແລະຄວາມແຕກສານໃນຊີວິດ

(ອາຫານ ໒ ປະເພດຫຼັງນີ້ ມະນຸຸດສະເຫວີຍເຂົ້າແລ້ວ ມະນຸດຫຼຸດພົ້ນຈາກກອງທຸກ)

ແລ້ວໃຫ້ທ່ານວັດເບິ່ງວ່າ ສັງຄົມລາວພັດທະນາການທາງຄວາມຄິດໄປຮອດໃສແລ້ວ ?

ເພາະສັງຄົມມີແຕ່

ສຸ

ຈິ

ປຸ

ຣິ

ຈະບໍຣິໂພກອັນໃດ ຈຶ່ງຈະພັດທະນາ ເລື່ອກເອົາ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

Normal 0 false false false EN-US X-NONE TH /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin-top:0cm; mso-para-margin-right:0cm; mso-para-margin-bottom:10.0pt; mso-para-margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:"Times New Roman"; mso-fareast-theme-font:minor-fareast; mso-hansi-font-family:Calibri; mso-hansi-theme-font:minor-latin;}

. ພຸດທະສາສນາພາສິດ : ວ່າດ້ວຍສິ່ງທີ່ເປັນການຍາກ

- ກິຈໂສ ມະນຸຈສະປະຕິລາໂພ

ຄວາມໄດ້ເປັນມະນຸດນັ້ນ ເປັນການຍາກ.

ກິຈສັງ ມັຈຈານະ ຊີວິຕໍ

ຄວາມເປັນຢູ່ຂອງສັດ ເປັນການຍາກ.

ກິຈສັງ ສັທທັມມັສສະວະນັງ.

ການຈະໄດ້ຟັງທັມຂອງສັດຕະບູຣຸດ ເປັນການຍາກ.

ກິຈໂສ ພຸທທານະມຸປປາໂທ

ຄວາມເກີດຂຶ້ນແຫ່ງທ່ານຜູ້ຮູ້(ພຸດທະ)ເປັນການຍາກ.

ທຸລລະພັງ ທັສສະນັງ ໂຫຕິ ສັມພຸດທານັງ

ການເຫັນພຣະພຸດທະເຈົ້າເນືອງໆ ເປັນການຍາກ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 35 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

alt

ຮູບທາງໝົດເທິງນັ້ນ ແມ່ນຮູບນາງແບບລາວທີ່ໄດ້ຈາກໜັງສີ SAYO LAOS no: 43 ເຂົາຄົນນີ້ມີຊື່ວ່າ ວິໄລພອນ ສຸຣິວັນ

alt

alt

alt

 ວຸ້ນເສັ້ນ ວິຣິຖິພາ ວີເຈ ດາຣາໄທຍ໌

alt

alt

ສັງທອງ ສີໃສ ດາຣາ-ນັກຮ້ອງໄທຍ໌

alt

alt

 ແອັດດີ່ ຜີໜ້າຮັກ ນັກຮ້ອງ-ດາຣາໄທຍ໌

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມຸງຄຸນຕື່ນຂ່າວເລື່ອງລາວທີ່ຄວນສຶກສາ

 

 

        ມະນຸດທຸກຍຸກທຸກສະໄໝ ເມື່ອບໍ່ມີຄວາມໝັ້ນໃຈ ຜະສົມກັບປັນຍາຄວາມຮູ້ບໍ່ເທົ່າທັນກັບບັນຫາເມື່ອໃດ ມັກຈະເປັນທາດຂອງບັນຫາ ຫຼືບຸກຄົນທີ່ມີພະລັງທາງສະຕິປັນຍາເໜືອກວ່າສະເໝີໄປ.

          ເຫດການ ເຣື່ອງລາວ ຂ່າວຄາວຕ່າງໆທີ່ເກີດຂຶ້ນໃນສັງຄົມບ້ານເມືອງເຮົາ ທັງທີ່ເປັນເຣື່ອງດີ ແລະເຣື່ອງບໍ່ດີ, ເປັນເລື່ອງຈິງຫຼືບໍ່ຈິງ, ລ້ວນແຕ່ເປັນທີ່ສ້າງຄວາມສົນໃຈໃຫ້ແກ່ສັງຄົມ ແລະໄດ້ແຜ່ຂະຫຍາຍໄປຢ່າງ ໄວວາ ຈົນເຮັດໃຫ້ວົງການຂ່າວສານ ຫຼືສື່ສານ ທີ່ມີເຄື່ອງມືທີ່ທັນສະໄໝກວ່າແຕ່ເກົ່າກ່ອນນັ້ນ ຕ້ອງຕາມຫຼັງທຸກໆຄັ້ງ.

          ຂ່າວຄາວດີໆ ຈິງແທ້ແນ່ນອນນັ້ນ ບາງຄັ້ງອາດບໍ່ດັງ ແລະບໍ່ເດັ່ນ ບໍ່ເປັນທີ່ໜ້າສົນໃຈກວ່າ ຂ່າວທີ່ ຂ່າວຄາວທີ່ບໍ່ຈິງສາດ້ວຍຊຳ້, ອັນນີ້ມັນກະວັດຜົນວ່າສັງຄົມນັ້ນໆ ຕົກຢູ່ໃນສະພາບເວດລ້ອມແລະຍອມຮັບເອົາແຕ່ສິ່ງ ທີ່ໄຮ້ສາຣະໜ້າສົງສານ, ສາມາດມອງເຫັນພື້ນຖານຈິດຈາຣິດອັນເປັນພື້ນຖານແປກປອມຂອງສັງຄົມໄດ້ໂດຍແທ້.

          ຄວາມຈິງແລ້ວໃນໄລຍະປຕ່ປີ ໑໙໙໖ ເປັນຕົ້ນມາຂ່າວຄາວທີ່ດີ, ຈິງແທ້ແນ່ນອນ ຖືກຕ້ອງ ແລະເປັນທີ່ຍອມຮັບຂອງທາງການ ສາມາດພິສູດ ແລະອະທິບາຍດ້ວຍເຫດດ້ວຍຜົນໄດ້ນັ້ນ ໄດ້ເກີດຂຶ້ນໃນສັງຄົມບ້ານ ເມືອງເຮົາທົ່ວປະເທດ ເຊັ່ນ ຕົວຢ່າງ ຂ່າວຄາວການພົບຂຸດພົບພຣະພຸດທະຮູບທອງ, ຄຳ ແລະວັດຖຸມີຄ່າ ທີ່ບໍຣິເວນ ໂສກປ່າຫຼວງແລະອື່ນໆ ເລື້ອຍໆມາຈົນເຖິງປີ ໒໐໐໔ ການຄົ້ນພົບພຣະພຸດທະຮູບ ທີ່ຖຳ້ປາຝາ ເມືອງມະຫາໄຊ ແຂວງ ຄຳມ່ວນ, ການຂຸດຄົ້ນພົບເຄື່ອງຄຳ້ຂອງຄູນໃນຫຼາຍໆແຫ່ງທົ່ວປະເທດ ຈົນມາເຖິງປີ ໒໐໐໗-໐໘ ໄດ້ມີການຂຸດພົບຊາກກຳແພງວັງ ແລະຫຼັກວຽງ ທີ່ຖນົນໝາຍເລກໜຶ່ງການນະຄອນຫຼວງວຽງຈັນ ຕົ້ນປີ ໒໐໐໘ ທີ່ແຂວງສະຫວັນນະເຂດນັ້ນ ກໍໄດ້ຂຸດພົບຫຼາຍຢ່າງໂດຍສະເພາະແມ່ນ ຂ່າວການຂຸດພົບຄ້ອງບັ້ງຣຸ່ນໜຶ່ງ ທີ່ບໍ່ຄຳເຊ ໂປນ ແລະຂ່າວທີ່ສົນໃຈ ແລະຮືຮາກັນທີ່ສຸດນັ້ນແມ່ນການພົບວັດຖຸມີຄ່າ ຫຼາຍກວ່າຮ້ອຍສິ້ນທີ່ບ້ານໜອງເຮືອທອງ ແຂວງສະຫວັນນະເຂດ ສ່ວນທີ່ຊ່າລືທາງວິຊາການ ແລະເປັນທີ່ໜ້າສົນໃຈທີ່ສຸດໃນຕ່າງປະເທດນັ້ນ ແມ່ນການອ່ານພົບ ອັກສອນລາວທີ່ມີອາຍຸເກົ່າແກ່ ທີ່ສຸດໃນວັດວິຊຸນນະຣາດ ແຂວງຫຼວງພຣະບາງນັ້ນ​, ຂ່າວທຸກຂ່າວທີ່ກ່າວມາຂ້າງເທິງ ນັ້ນລ້ວນແຕ່ເປັນຂອງຈິງ ແລະດັ່ງດັງໄປທົ່ວໂລກ ເປັນສິ່ງທີ່ໜ້າພາກພູມໃຈໃຫ້ແກ່ປະເທດຊາດບ້ານເມືອງລາວເຮົາ ຢ່າງຍິ່ງ.

          ນອກຈາກຂ່າວທີ່ດີນັ້ນແລ້ວຍັງມີສິ່ງທີ່ແຝງມານັ້ນ ຍັງມີຂ່າວອັນບໍ່ສົມມາພາຄວນ ແລະບໍ່ຖືກບໍ່ຕ້ອງ ທັງທີ່ບໍ່ມີມູນຄວາມຈິງ ແລະເຖິງມີມູນຄວາມຈິງ ແຕ່ເປັນສິ່ງຫຼອກລວງແອບແຝງເພື່ອຜົນປະໂຫຍດຂອງຄົນບາງກຸ່ມ ຫວັງຫຼອກລວງ ຫາປະໂຫຍດ ແລະທຳລາຍຊື່ສຽງຂອງບ້ານເມືອງລາວນັ້ນກໍມີມາໃຫ້ເຫັນ ເຊັ່ນກໍຣະນີ ຂ່າວສອງສາມ ຂ່າວເມື່ອງປີກາຍ ເຊັ່ນ ພຣະແກ້ວມໍຣະກົດກັບລາວ ທີ່ບ້ານໜຶ່ງແຖວບໍ່ໂອ, ຄວາຍປາກເປັນ ແລະຄົງຂັງທີ່ແຖວບ້ານ ອ່າງສັມປັນນາ, ພຣະຮ້ອງໃຫ້ທີ່ແຖວບ້ານເມືອງນ້ອຍ ເມືອງໄຊເຊດຖາ ແລະຂ່າວຫຼ້າສຸດ ແລະກຳລັງເປັນທີ່ສົນໃຈ ຂອງຄົນທົ່ວໄປນັ້ນແມ່ນ ພຣະຟູນຳ້ ທີ່ບ້ານເປັ້ງ ເມືອງຫາດຊາຍຟອງ ຂ່າວນີ້ໄດ້ສ້າງຄວາມໂກລາຫົນ ແລະສົນໃຈ ແກ່ສັງຄົມບໍ່ແມ່ນຂອງໜ້ອຍ ແຕ່ຄວາມຈິງກໍບໍ່ໜີຄວາມຈິງ ຂ່າວຄາວຫຼັງສຸດເຫດການທັງຫຼາຍທີ່ກ່າວມານັ້ນ ສັງຄົມຮູ້ ນຳຫຼັງວ່າ “ເປັນຂ່າວຫຼອກລວງ”, ຂ່າວເຫຼົ່ານີ້ ອາດຈະທຳລາຍຄວາມໜ້າເຊື່ອຖືຂ່າວທີ່ເປັນຈິງນັ້ນໄດ້.

        ຄວາມຈິງແລ້ວຂ່າວນັ້ນ ມັນເປັນສິ່ງຈຳເປັນແກ່ມະນຸດທີ່ສຸດ ເປັນປັດໄຈໜຶ່ງທີ່ຈຳເປັນໃນທຸກຍຸກທຸກສະໄໝ ຍິ່ງ ໃນສັງຄົມປັດຈຸບັນນີ້ ເປັນສັງຄົມທັນສະໄໝໂລກກວ້າງ ແຕ່ແນວຄິດສັງຄົມແຄບ ມະນຸດໃນສັງຄົມຍິ່ງຕ້ອງການຂ່າວ ສານທີ່ຖືກຕ້ອງ ແລະທັນສະໄໝ, ທັງນີ້ທັງນັ້ນ ຜູ້ບໍ່ລິໂພກຂ່າວເອງ ກໍຕ້ອງທັນສະໄໝກວ່າ ຄືມີແນວຄິດທີ່ທັນສະໄໝ ຮູ້້ແທ້, ຮູ້ຈິງ, ຮູ້ທັນ ແລະເຂົ້າໃຈຖືກຕໍ່ເຫດການ ແລະຂ່າວຄາວທຸກຂ່າວທີ່ເກີດຂຶ້ນນັ້ນ, ຫາກຜູ້ບໍລິໂພກຂ່າວ ພຽງ ແຕ່ຮູ້ຮັບຮູ້ຂ່າວ ແລະບໍ່ໄຈ້ແຍກໄດ້ວ່າ ຂ່າວໃດຖືກ ຂ່າວໃດບໍ່ຖືກ ລັກສະນະເຊັ່ນນີ້ ເຂົາຮຽກວ່າ “ສັງຄົມມຸງຄຸນຕື່ນ ຂ່າວ” ຍ່ອມສ້າງຄວາມເສັຍຫາຍ ແລະສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊີວິດຕົນ ສັງຄົມ ແລະປະເທດ ຊາດ ແນ່ນອນ.

        ໃນສະໄໝພຸດທະການ ມະນຸດກໍຕົກຢູ່ໃນສັງຄົມຕື່ນຂ່າວເຊັ່ນກັນ ແຕ່ມະນຸດໃນສະໄໝນັ້ນໂຊກດີກວ່າພວກເຮົາ ຫຼາ່ຍເນື່ອງຈາກໄດ້ພົບພຣະພຸດທະເຈົ້າ ຜູ້ເປັນຄຣູຂອງມະນຸດ ແລະເທວະດາທັງຫຼາຍທັງປວງ ສາມາດຊີ້ເຫດດີ ເຫດຊົ່ວ ຊີ້ຊ່ອງທາງອັນຖືກຕ້ອງໄດ້.

          ດັ່ງເລື່ອງກາລະມະສູດ ອັນເປັນຄຳພີໜຶ່ງໃນພຣະພຸດທະສາສະໜາ ເຊິ່ງປາກົດນາມສູດໃນພຣະໄຕປີດົກວ່າ ເກສະປຸຕຕະສູຕຣະ ທັງນ​​ີ້ໄດ້ກ່າວເຖິງພຣະພຸດທະເຈົ້າໄດ້ຊົງສະແດງພຣະສູດນີ້ ໃຫ້ແກ່ຊາວບ້ານກາລາມະ ເຊິ່ງຢູ່ໃນ ເຂດປຸດຕະນິຄົມ ແຕຄົນໃນບ້ານນີ້ ເປັນເຜົ່າຊົນດຽວກັນກັນຄື ເຜົ່າຊົນ(ສະກຸນ)ກາລາມະ ໃນພຣະສູດຈຶ່ງຮຽກຄົນເຫຼົ່າ ນີ້ວ່າ ກາລາມະຊົນ.

          ພຣະສູດນີ້ເປັນພຣະສູດບໍ່ຍາວ ແຕ່ມີຄວາມໝາຍເລີກເຊິ່ງປະກອບໄປດ້ວຍເຫດ ແລະຜົນ ເຊິ່ງ ຜູ້ນັບຖືພຣະພຸດທະສາສນາຄວນສຶກສາຢ່າງຍິ່ງ, ເພາະເປັນສູດທີ່ຊົງແນະນຳໃຫ້ໃຊ້ເຫດຜົນ ຕາມຫຼັກວິທະຍາສາດ, ດ້ວຍເຫດນັນນັກວິຊາການ ແລະວິທະຍາສາດຂອງໂລກທົ່ວໄປ ຈຶ່ງໄດ້ສົນໃຈສຶກສາກັນຢ່າງຍິ່ງໃນປັດຈຸບັນນີ້.

          ພຣະສູດນີ້ ມີຄວາມເປັນມາໂດຍສະຫຼຸບວ່າ “ສະໄໝໜຶ່ງພຣະພຸດທເຈົ້າ ສະເດັດໄປຍັງເກສະປຸຕຕະນິຄົມ ອັນເປັນທີ່ຢູ່ຂອງຊາວກາລາມະໂຄດ ຫຼືກາລາມະຊົນ ຊາວກາລາມະຊົນ ໃນເກສະປຸຕຕະຊາບຂ່າວມາກ່ອນ ແລ້ວວ່າພຣະພຸດທະເຈົ້າມີຊື່ສຽງໂດ່ງດັງຢ່າງໃດມາກ່ອນ ທີ່ພຣະພຸດທະອົງຈະສະເດັດມາກ່ອນໃນໝູ່ບ້ານນີ້ ຈຶ່ງພາກັນໄປເຝົ້າຢ່າງຫຼວງຫຼາຍ, ເພາະຊື່ສຽງຂອງພຣະອົງດັງກ້ອງໄປວ່າ.

        ເພາະເຫດນີ້ ພຣະພຸດທະເຈົ້າພຣະອົງນັ້ນ ເປັນພຣະອໍຣະຫັນ, ເປັນຜູ້ຕັດສະຮູ້ເອງໂດຍຊອບ, ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຈາຣະນະ, ສະເດັດໄປດີແລ້ວ ເປັນຜູ້ຮູ້ແຈ້ງໂລກ, ເປັນຜູ້ຝຶກຄົນທີ່ຄວນຝືກ, ບໍ່ມີຜູ້ອື່ນ ຍິ່ງກວ່າ, ເປັນຜູ້ຮູ້ ເປັນຜູ້ເບີກບານ ເປັນຜູ້ຈຳແນກແຈກທັມ ເປັນຕົ້ນ ດັ່ງທີ່ເຮົາສູດກັນໃນ ອິຕິປິໂສ ນັ້ນ.

          ຊາວກາລາມະຊົນ ໃນສະໄໝນັ້ນ ອາດຊິຕ່າງຈາກຄົນລາວເຮົາໃນສະໄໝປັດຈຸບັນຢ່າງໜຶ່ງ ຄື ມັກຟັງ, ມັກອ່ານ, ມັກສຶກສາຄົ້ນຄວ້າ ແລະວິໄຈ ແຕ່ວ່າສິ່ງທີ່ເຂົາຮັບຮູ້ໃນສະໄໝນັ້ນ ມັນມີຄວາມຮູ້ຫຼວງຫຼາຍ ຈົນພວກເຂົາບໍ່ ສາມາດທີ່ຕັດສິນໃຈວ່າ ອັນໃດຖືກຕ້ອງ ອັນໃດບໍ່ຖືກຕ້ອງ ອັນໃດຄວນເຊື່ອຖື ແລະອັນໃດບໍ່ຄວນເຊື່ອຖື ເພາະຄວາມຮູ້ ທີ່ພວກເຂົາໄດ້ີຮັບຈາກຄຣູອາຈານທ່ານອື່ນໆນັ້ນຕ່າງກໍເວົ້າອະທິບາຍກັນໄປຄົນລະເລື່ອງ ຄົນລະລາວຕາມຄວາມເຂົ້າ ໃຈຂອງເຂົາ.

          ທີ່ນີ້ຊາວກາລາມະຊົນ ນັບວ່າເປັນນັກເຫດຜົນໂດຍຊາດ ໂດຍຕະກູນທັງໝູບ້ານ ຈຶ່ງຍັງບໍ່ທັນເຊື່ອສິ່ງທີ່ເຂົາຮູ້ ແລະເຫັນມາ ເມື່ອເຫັນພຣະພຸດທະເຈົ້າສະເດັດຍັງໝູ່ບ້ານເຂົາ ເຂົາຈຶ່ງໄປເຝົ້າພຣະພຸດທະອົງ ແລະທູນຖາມເຫດ ທີ່ຄວນເຊື່ອ ແລະບໍ່ຄວນເຊື່ອ ອັນເປັນຫຼັກຕັດສິນບັນຫາ ແລະຄວາມຮູ້ຄວາມເຫັນທີ່ໄດ້ຮັບມານັ້ນ ໃຫ້ຕົກລົງ ແລະສະຫຼຸບໄດ້ຖືກຕ້ອງວ່າ ອັນໃດຈິງ ອັນໃດບໍ່ຈິງ ຈຶ່ງສະຮູບເອົາແຕ່ຄຳຕອບຂອງພຣະພຸດທະອົງມາສະເໜີທ່ານ ແລະມີຊື່ວ່າ ສິ່ງທີ່ບໍ່ຄວນເຊື່ອ ໑໐ ປະການ ດັ່ງຕໍ່ໄປນີ້.

          ໑. ມາ ອະນຸສສະວະເນນະ:             ຢ່າເພິ່ງເຊື່ອ ໂດຍຟັງຕາມກັນມາ.

          ໒. ມາ ປະຣັມປຣາຍະ:                 ຢ່າເພິ່ງເຊື່ອ ໂດຍຖືວ່າເປັນຂອງເກົ່າເຫຼົ່າສືບໆກັນມາ.

          ໓. ມາ ອິຕິກະຣາຍະ:                    ຢ່າເພິ່ງເຊື່ອ ເພາະຂ່າວເລົ່າລື.

          ໔. ມາ ປິຕະກະສັມມາປະທາເນນະ:  ຢ່າເພິ່ງເຊື່ອ ໂດຍອ້າງຄຳພີຫຼືຕາຣາ.

          ໕. ມາ ຕັກກະເຫຕຸ:                      ຢ່າເພິ່ງເຊື່ອ ໂດຍເຫດເດົາເອົາເອງ.

          ໖. ມາ ນະຍະເຫຕຸ:                       ຢ່າເພິ່ງເຊື່ອ ໂດຍຄິດຄາດຄະເນອະນຸມານເອົາ.

          ໗. ມາ ອາກາຣະປະຣິວິຕັກເກນະ:   ຢ່າເພິ່ງເຊື່ອ ໂດຍການຕືກຕອງເອົາຕາມອາການທີ່ປາກົດ.

          ໘. ມາ ທິດຖີນິຊຊານັກຂັນຕິຍາ:     ຢ່າເພິ່ງເຊື່ອ ໂດຍເພາະເຫັນວ່າຖືກຕ້ອງກັບຄວາມເຫັນຂອງຕົນ.

          ໙. ມາ ພັບພຣູປະຕາ:                    ຢ່າເພິ່ງເຊື່ອ ໂດຍວ່າຜູ້ເວົ້ານັ້ນຄວນເຊື່ອໄດ້.

          ໑໐. ມາ ສະມະໂນ ໂນທ ຄຣູຕິ:                 ຢ່າເພິ່ງເຊື່ອ ໂດຍວ່າຜູ້ເວົ້ານັ້ນເປັນຄຣູຂອງເຮົາ.

          ຫຼັກການ ແລະເຫດຜົນທີ່ພຣະພຸດທະເຈົ້າຊົງສອນນີ້ ເປັນຫຼັກການທີ່ຊາວກາລາມະຊົນໄດ້ນຳເອົາໄປໃຊ້ ຈົນເປັນນິໄສສັງຄົມ ເພື່ອສຶກສາຕັກສິນໃຈໃນການທີ່ຈະຮັບ ຫຼືບໍ່ຮູ້ ຮູ້ເລື່ອງລາວທີ່ພວກເຂົາໄດ້ຮູ້, ໄດ້ເຫັນ, ໄດ້ຍິນ, ໄດ້ຟັງ ກໍເຮັດໃຫ້າວກາລາມະຊົນ ເປັນສັງຄົມທີ່ສະຫງົບສຸກເລື້ອຍມາ.

          ຊາວລາວເຮົາໃນຍຸກປັດຈຸບັນນີ້ ຕົກຢູ່ໃນສັງຄົມທີ່ມີສື່ ແຫຼ່ງເກີດຂອງສື່ ແລະເນື້ອໃນສື່ທີ່ຮັບມາໃນແຕ່ລະວັນ ທັງອັນດີ ອັນບໍ່ດີ ອັນຖືກ ອັນບໍ່ຖືກຫຼວງຫຼາຍ ຫາກນ້ອມນຳເອົາຫຼັກກາລາມະສູດນີ້ໄປໃຊ້ໃນສັງຄົມ ແລະ ການປະຕິບັດຕົນ ກໍນັບວ່າບໍ່ເສັຍຫາຍ ຍິ່ງຈະເຮັດໃຫ້ສັງຄົມເຮົາກ້າວໜ້າ ແລະພັດທະນາໄດ້, ຫາກສັງຄົມເຮົາຍັງບໍ່ທັນ ສາມາດທີ່ຮັບຮູ້ທິດສະດີນີ້ໄດ້ຢ່າງທົ່ວເຖິງ ຜູ້ທຳໜ້າທີ່ສື່ສານເອງ ຄວນຈະໄວ ແລະເອົາບັນຫາມາກະຈາຍ ອະທິບາຍ ສ້າງຄວາມຮູ້ ຄວາມເຂົ້າໃຈໂດຍໄວ ຊາວລາວເຮົາຈຶ່ງຊິບໍ່ເສັຍຫຼ່ຽມກົນການສະແຫວງປະໂຫຍດຂອງຄົນບໍ່ດີໄດ້, ທັງນີ້ຍັງເປັນການກຳຈັດຕັດຮາກຂະບວນການສະແຫວງປະໂຫຍດນັ້ນລົງໄດ້ອີກທາງໜຶ່ງ ເມື່ອສັງຄົມຮູ້ແທ້ ຮູ້ເທົ່າທັນເຂົານັ້ນເອງ.

 

  

         

 


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 77  |  ໜ້າຕໍ່ໄປ »