ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອັດສະຈັນໃຈແຂ້............................ຫາງບັກຍາວຍັງບໍ່ໄດ້ຮອງນັ່ງ ພຣະຍາເອີຍ
ກະຕ່າຍຫາງຈຸ້ນກຸ້ນ...........................ຍັງໄດ້ນັ່ງຮອງ
ອັດສະຈັນແທ້ພີ່ນ້ອງ...........................ຝົນຕົກຮໍ່າລົງເດືອນຈຽງ
ມັນຫາກຝືນຄອງມີ..............................ແຕ່ເດີມດາເຄົ້າ

- ຄືນນີ້ ເນົາຫົນຫ້ອງ.........................ນະຄອນຫຼວງຈັນທະລາດ
ເດີກສະຫງັດຟ້າບໍ່ຮ້ອງ........................ຝັນກັບທື້ນທັ່ງລົງ
ສຽງຝົນຕົກຢາດຢ້ອຍ...........................ບໍ່ແມ່ນຄ່ອຍສາຍທາຣິນ
ເດືອນຈຽງອອກໃໝ່ພຽງຫ້າວັນ.............ຄໍ່າຄືນວັນນີ້

- ກົງກັບວັນທີ່ 11 ແຈ້ງ......................ເດືອນທັນວ່າຟ້າສະຫວ່າງ
ມັນເປັນຕ່າແລ້ວພີ່ນ້ອງ.........................ໂລກາກວ້າງປ່ຽນໄປ
ເດືອນຈຽງນີ້ກ່ອນເຄີຍໄດ້......................ນຸ່ງຫົ່ມເຄື່ອງກັນໜາວ
ກາງຄືນມາຜ້າຫົ່ມໜາ..........................ຈຶ່ງຊິເນົານອນໄດ້

- ແຕ່ວ່າໃນປີນີ້....................................ອຸນນະພູມມັນເປັນຕ່າງ
ຢາມກາງເວັນຟ້າຮ້ອນ...........................ກາງຄືນໄດ້ເປີດພັດລົມ
ຜູ້ເພີ່ນນອນຄະຣືຫາດກວ້າງ...................ຕືກໃຫຍ່ວິລລາສວຍ
ຕ້ອງເປີດແອຣ໌ເວລານອນ......................ຈຶ່ງຊິພໍທົນໄດ້

- ຄືນນີ້ ເວລາເດີກສະຫງັດແລ້ວ............ສິບໂມງປາຍຟ້າຮົ່ວ
ຝົນຕົກລົງສູ້ພື້ນ......................................ສິບເອັດ ໂມງພຸ້ນຈຶ່ງຄ່ອຍເຊົາ
ຕື່ນຂຶ້ນມາມື້ເຊົ້າ......................................ໄດ້ຖາມໄຖ່ວົງວານ
ທຸກທີ່ໃນວຽງຈັນ......................................ທຸກທົ່ວແດນດິນດ້າວ

- ໂທໄປຖາມຄົນຮູ້......................................ທີ່ເນົານອນຢູ່ເມືອງອື່ນ
ບ້ານເກີນ, ວັງວຽງ, ສະຫວັນ, ປາກຊ່ອງ, ອັດຕະປືຝ່າຍກໍ້າ ກໍເປັນຮູ້ດັ່ງດຽວ
ບອກວ່າ ຝົນຕົກທື້ນ.................................ຖະໜົມມື່ນນໍ້າໄຫຼນອງ
ໃຜກໍແຊວໆສຽງ........................................ວ່າຕ່າງຫຼັງຫຼາຍເຣື່ອງ

- ຄົນບູຮານເຂົາເວົ້າ.................................ຈາກັນມາແຕ່ຄາວກ່ອນ
ຝົນບໍ່ຂາດເດືອນສາມ.................................ຝົນບໍ່ຮາມເດືອນສີ່
ເວັ້ນແຕ່ຍີ່ກັບຈຽງ.......................................ເປັນຄວາມຈິງທີ່ວ່າໄວ້
ສະໄໝເກົ່າກ່ອນກີ້......................................ບໍ່ເຄີຍຮູ້ເກົ່າບູຮານ

- ນີ້ບໍ່ເພີ່ນເປີງປານບ້ານ.............................ສະໄໝປ່ຽນວຽນຫັນ
ອາກາດປຸນແປງໄປ.....................................ສະພາບການເມືອງບ້ານ
ຄົນພານກໍຈະມີຫຼາຍຂຶ້ນ...............................ຄົນສິນທັມກໍລີ້ຊ່ອນ
ມະນຸດຄົນຈະເດືອນຮ້ອນ..............................ເພາະຄົນແທ້ໃຫ້ຄ່ອຍຟັງ ເອົາເດີ

Delicious Digg Fark Twitter