ຂຽນເມື່ອ: ພ.ພ.. 3, 2012
| ມີ
1 ຄຳເຫັນ
ແລະ
0 trackback(s)
ບຸບຜາພັນດອກໄມ້ ປະດັບກິ່ງງ່າສາຂາ ມັນນັ້ນ
ເດັດມາວາງໃນພາພານ ຮຽກວ່າດວງມາລາແຍ້ມ
ແມ້ງເມື່ອລວມກັນຮ້ອຍ ຫຼາຍສີແຕກຕ່າງ
ເປັນພວງພັນມອບໃຫ້ ເປັນພວງມາໄລໄຫວ້ໜໍ່ພຸດໂທ
ແມ້ງເມື່ອເອົາດອກໄມ້ ບຸບຜາຊາດພັນປະດັບ
ດ້ວຍຮູບຊົງສວຍງາມ ໃສ່ແຢ່ງຂາສາມຕັ້ງ
ຂຽນອາໄລນໍາດ້ວຍ ພື້ນສີດໍາບອກເຈດ
ພວງມາລາທີ່ຮຽກເອີ້ນ ອາໄລໄຫວ້ຜູ້ຕາຍ
ພວງດອກໄມ້ ທີ່ຮຽກວ່າພວງມາໄລ
ບຸບຜາພັນແນວໃດ ຫາກຍົກຍໍເວນໃຫ້
ໃຜໄດ້ໄປໃຈສະອື້ນ ຍິນດີດອມຊົມຊອບ
ນໍ້າຕາລົ້ນອາບແກ້ມ ຊື່ນຊົມຊອບຮັກກັນຈິງ
ແມ່ນບໍ່ຫຼາຍມາກລົ້ນ ພຽງດອກດວງດຽວ
ກຸຫຼາບສີແດງສົດ ຊໍ່ນິຍົມຍໍຍ້ອງ
ຫາກວ່າວັນທີ່ຄວນໃຫ້ ວາເລນທາຍນ໌ຍົກຍື່ນ
ສາວໃດໄດ້ຮັບໃຈສະອື້ນ ຢືນບໍ່ໝັ້ນລ່ອຍຂາ ພຸ້ນລະແມ໊ະ
ຫຼາຍດອກໂຮມກັນເຂົ້າ ລຽນແນບເປັນພວງ
ປະດັບໂບດີງາມ ຍື່ນຍໍເວນໃຫ້
ຍາມສໍາຄັນເໝາະເລື່ອງ ວັນສໍາຄັນຕ່າງໆ
ຄົນຮັບຊົມຊື່ນຍ້ອງ ຊໍ່ມາລານັ້ນແນບໃຈ
ອັນວ່າດວງດອກໄມ້ ບຸບຜາຊາດນານາພັນ
ເອົາມາໂຮມລຽນກັນ ໃສ່ຂັນຍໍຕັ້ງ
ທູບທຽນລຽນລາຍລ້ອມ ເປັນໝາກເບັງຕົ້ນນ້ອຍໃຫຍ່
ຖວາຍບູຊາພຸດທະຮູບເຈົ້າ ໄດ້ບຸນມາກຊໍ່າກອງບຸນ
ດອກໄມ້ດຽວກັນນັ້ນ ປະດັບວາດແວວສິນ
ຍົກຍື່ນຍໍເວນຖວາຍ ຕາມເຫດການຈະແຈ້ງ
ໄດ້ບຸນ-ຄຸນປະສົງແມ້ງ ຕາມຈິງໃຈເຈດ
ມອບໃຫ້ຄົນເຄົາຣົບແທ້ ຮັກກັນໝັ້ນຊົ່ວຊີບວາຍ
ເມື່ອເອົາດວງດອກໄມ້ ປະດັບວາດແວວສິນເຊັ່ນກັນ
ເຮັດເປັນພວງມາລາ ຍົກຍໍເວນນ້ອມ
ບໍ່ມີໃຜປະສົງແມ້ງ ມາລາຊໍ່ໃຫຍ່
ໃຜໄດ້ຮັບພວງດອກໄມ້ເຊັ່ນນີ້ ເໝືອນກັບແກ້ງແຊ່ງໃຫ້ຕາຍ ວ່າຈັ່ງຊັ້ນ
ນີ້ແລ້ວ ທຸກສິ່ງໃນໂລກລ້ວນ ເກີດຈາກການສົມມຸດ
ມະນຸດເຮົາເປັນຄົນທໍາ ໃຫ້ເປັນໄປຕາມນັ້ນ
ຄວາມສໍາຄັນຫຼາຍນ້ອຍ ສັງຄົມຄົນເປັນຜູ້ຊອບ
ຄວນສຶກສາຢັ່ງຮູ້ ຈຶ່ງເຫັນແຈ້ງອັນຄວນ ທ່ານເອີຍ