ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

- ພໍ່ຂ້ອຍນັ້ນ ຕອນສະໄໝລະບອບເກົ່າກໍເປັນຣາຊະການຊັ້ນຜູ້ນ້ອຍປະຈຳທີ່ແຂວງສີທັນດອນ, ປີ ໑໙໗໕ ກ່ອນປົດປ່ອຍ ບໍ່ເທົ່າໃດເດືອນ ໄດ້ມີການເລືອກຕັ້ງຜູ້ແທນຣາດຊະດອນ ສະໄໝທີເຈັດ ເພີ່ນໄດ້ຖືກສະເໜີຊື່ໃຫ້ເລືອກຕັ້ງຜູ້ແທນຣາດຊະດອນ, ປາກົດວ່າໃນແຂວງສີທັນດອນນັ້ນ ພໍ່ຂ້ອຍໄດ້ເປັນຜູ້ແທນນຳເພີ່ນ, ເຂົາຮຽກວ່າ "ຜູ້ແທນພໍ່ຈານ" ແຕ່ນັ້ນ ຄົນທັງຫຼາຍຈະຮຽກວ່າ "ພໍ່ຈານ" ຂ້ອຍເອງ ແລະອ້າຍເອື້ອຍນ້ອງກໍຮຽກເພີ່ນວ່າ "ພໍ່ຈານ", ຕອນນັ້ນຂ້ອຍເອງຫາກໍອາຍຸໄດ້ ໑໒ ປີ ບໍ່ຮູ້ຊື່ແທ້ຂອງພໍ່ດອກວ່າເພີ່ນຊື່ຫຍັງກັນແທ້ ເຫັນຊາວບ້ານຊາວຊາວເມືອງຮຽກຊືວ່າ ພໍ່ຈານ ກໍຮຽກເພີ່ນວ່າພໍ່ຈານ.

- ຕອນເລືອກຜູ້ແທນຄັ້ງທຳອິດນັ້ນ ຂ້ອຍກໍໄດ້ໄປນຳເຂົາ ເຂົາຈັດຂຶ້ນທີ່ວັດໃຫຍ່ປະຈຳໝູບ້ານນັ້ນ ເຂົາບອກວ່າ "ໄປຖິ້ມຜູ້ແທນ" ຂ້ອຍກໍບໍ່ຈື່ຫຍັງຫຼາຍ ຈື່ແຕ່ພຽງວ່າ ຄົນມາໃນງານນັ້ນຫຼວງຫຼາຍ ມີການແຫ່ຂະບວນກັນຈັດເປັນແຖວ ຄືກັບການຈັດແຖວເຂົ້າຫ້ອງຖືປ້າຍຄຳຂວັນທີ່ວ່າ "ສັນຕິພາບໝັ້ນຍຶນ" ບາງປ້າຍກໍມີຊື່ຜູ້ລົງສະໝັກຜູ້ແທນ ແຕ່ຂ້ອຍບໍ່ສົນໃຈປານໃດຈຶ່ງບໍ່ຈື່ງວ່າເຂົາຂຽນຊື່ໃຜແນ່ ຈືຄັກຈື່ແນ່ນັ້ນແມ່ນຊື່ "ຜູ້ແທນຄຳໄພ ອະໄພ" ກ່ອນຊິຈືທ່ານຜູ້ນີ້ນັ້ນ ມັນມີສິ່ງທີ່ຊວນໃຫ້ຈືຫຼາຍປະການ ຄື ຫຼາຍຄັງທີ່ມີການເລືອກຜູ້ແທນນັ້ນ "ຜູ້ແທນຄຳໄພ ອະໄພ" ທ່ານຈະຂີ່ຍົນມາລົງທີ່ເດີ່ນໂຮງຮຽນ, ທຸກຄັ້ງທີ່ຜູ້ແທນທ່ານນີ້ມາ ອັນທີຈັບໃຈທີ່ສຸດແມ່ນເພີ່ນມາຄັ້ງໃດແມ່ນເພີ່ນຈະຕ້ອງໄດ້ຂອງມາແຈກທຸກໆຄັ້ງ ແລະຈະຕ້ອງໄດ້ກິນຕົ້ມງົວ ຫຼືຕົ້ມຄວາຍທຸກຄັ້ງ ການກິນຕົ້ມ ຫຼືກ້ອຍຊີ້ນງົວຊິ້ນຄວາຍ ໃນສະໄໝນັ້ນ ມັນເປັນເລື່ອງພິເສດພິໂສທີ່ສຸດ ເພາະຢູ່ບ້ານຂ້ອຍນັ້ນ ສ່ວນຫຼາຍແລ້ວ ບໍ່ມັກຈະລົ້ມງົວລົ້ມຄວາຍ ເບີດຢ່າງຄັນແມ່ນງານໃຫຍ່ໆ ເຊັ່ນງານດອງ ງານບຸນເຮືອນຕ່າງໆ ມັກຈະລົ້ມແຕ່ພຽງໝູ ຈົນເຂົາຮຽກງານດອງວ່າ "ກິນໝູ", ການທີ່ຊາວບ້ານຂ້ອຍບໍ່ມັກກິນໝູນັ້ນ ສົງໄສປູປານານຳ້ມັນຫຼາຍ ແຕ່ແມ່ຂ້ອຍບອກວ່າ ງົວຄວາຍນັ້ນເປັນສັດມີຄຸນ ຊາວບ້ານບໍ່ມັກກິນ ຂ້ອຍວ່າ ຂໍ້ທີ່ແມ່ຂ້ອຍເວົ້ານີ້ຖືກຕ້ອງ ເນື່ອງຈາກວ່າ "ແມ່ຂ້ອຍບໍ່ມັກຈະໄປຊື້ງົວຄວາຍມາເຮັດໃຫ້ກິນຈັກເທື່ອ ເວັ້ນໄວ້ແຕ່ໝູຄັນມີຄົນຂ້າເພີ່ນຈະໄປຈ່ອງກ່ອນໝູ່" ການຊິຂ້າໝູຂ້າຄວາຍໃນບ້ານຂ້ອຍສະໄໝນັ້ນ ຜູ້ຂ້າຕ້ອງໄດ້ໄດ້ຈ່າວພູດກ່ອນ ໝາຍຄວາມວ່າ ຫາກມີຄົນຮັບພູດ ໄດ້ຄົບ ຄືວ່າໝູໂຕໜຶ່ງເຂົາຈະຕັ້ງພູດໄວ້ ໑໕ ພູດ ຄັນຄົນຮັບເອົາຄົບ ໑໔ ພູດ ເຂົາຈຶ່ງຕົກລົງຂ້າ ສ່ວນພູດ ໑ ທີ່ເຫຼືອຜູ້ທີ່ຂ້າເຂົາຈະເອົາໄປເຄນວັດ ເຮັດບຸນນຳໝູ, ກ່າວເຖິງຜູ້ແທນຄຳໄພມາຄັ້ງໃດ ບໍ່ເຫິງທີ່ວັດຂ້ອຍຈະຕ້ອງມີການຖິ້ມຜູ້ແທນໂລດ, ເມື່ອຜູ້ແທນຄຳໄພເມຶອແລ້ວ ຂ້ອຍຖາມພໍ່ຂອງຂ້ອຍວ່າ "ທ່ານຜູ້ແທນເພີ່ນມາເຮັດຫຍັງ ? ພໍ່ຕອບວ່າ "ມາຫາສຽງ" ຄຳວ່າຫາສຽງນັ້ນ ເປັນສິ່ງທີ່ແປກທີ່ສຸດສຳລັບຂ້ອຍ ຂ້ອຍບໍ່ຮູ້ດອກວ່າຫາສຽງມັນແມ່ນຫຍັງ ພໍ່ເອງກໍບໍ່ໄດ້ອະທິບາຍເພີ່ມເຕີມຫຍັງເລີຍ ກ່ຽວກັບເຣື່ອງດັ່ງກ່າວ, ນອກຈາກຈື່ຊື່ຜູ້ແທນແລ້ວ ຍັງຈືບໍ່ລືມອີສອງເລື່ອງຄື ຄຳຂວັນວ່າ "ສັນຕິພາບໝັ້ນຍືນ" ແລະສຽງເພງ "ເບີກບານສົດໃສ ງາມວິໄລໂອ໋ປ່າໄມ່ເມືອງລາວ ຊູຊໍ່ແຕກດອກດອກຈາວ ດຽວນີ້ເມືອງລາວສິ້ນເສີກສົງຄາມ.." ເພງນີ້ ທຸກຂະບວນແຫ່ນັ້ນຈັກຕ້ອງໄດ້ຮ້ອງໝົດທຸກໆຂະບວນ ເຂົາຮ້ອງແລ້ວຮ້ອງອີກ ຂ້ອຍເອງ ແລະພວກເດັກນ້ອຍຈົນຈື່ໄດ້ ແລະຮ້ອງນຳເຂົາໃນມື້ນັ້ນໂລດ.

- ກ່າວເຖະງພໍ່ຂ້ອຍນັ້ນ ພັດຕ່າງຈາກທ່ານຜູ້ເທນຄຳໄພ ບໍ່ເຫັນເພີ່ນໄປລ້ຽງໃຜ ແລະການີ່ເພີ່ນໄປຫາສຽງ ບໍ່ຫຼືບໍ່ຂ້ອຍກະບໍ່ຮູ້ດອກວ່າເພີ່ນລົງສະໝັກຜູ້ແທນນຳເຂົາ ມື້ຜູ້ແທນຄຳໄພມາ ເພີ່ນກະຍັງໄປ ຟັງຜູ້ແທນຄຳໄພ ອະໄພບັນຍາຍອີສັງກະບໍ່ຮູ້ ເດັກນ້ອຍພວກຂ້ອຍກໍບໍ່ຮູ້ອີສັງແທ້ ນອກຈາກໄປແລ່ນຍາດຂອງແຈກ ກັບໄປກິນອາຫານໃນໂຕ໊ະທີ່ເຂົາຈັດກຽມໄວ້ໃຫ້ເດັກນ້ອຍຕ່າງຫາກເທົ່ານັ້ນ.

- ມືເລືອກຜູ້ແທນແທ້ໆນັ້ນ ຂ້ອຍພໍຮູ້ແນ່ ວ່າເພີ່ນເຮັດຫຍັງ ແຕ່ບໍ່ຮູ່ວ່າເພີ່ນເລືອກຜູ້ແທນ ພຽງແຕ່ຮູ້ວ່າໄປແຫ່ມິດຕິງ, ຄຳວ່ມມິດຕິງກໍເປັນຄວາມຮູ້ໃໝ່ຂອງຂ້ອຍເຊັ່ນກັນ ທີ່ເດິ່ນວັດວັນນັ້ນ ເຫັນເພີ່ນແຫ່ຂະບວນ ແລະຜູ້ຄົນແຫ່ຂະບວນນັ້ນ ຕ່າງກໍເຂົາໄປໃນທີ່ເຂົາເອົາແພ ແລະໄປຫຍ້າມາອ້ອມໄວ້ແລ້ວ ກໍອອກມາເອົາເຈັ້ຍນັ້ນໄປປ່ອນໃສ່ຫີບເຫັຼກທີ່ມີກະແຈໃສ່ໄວ້ຕັ້ງ ໔ ໜ່ວຍ ຂ້ອຍເອງກໍບໍ່ຮູ້ ດອກວ່າເຂົາເຂົ້າໄປເຮັດຫຍັງຊຳ້ ມາຮູ້ກະຕອນທີ່ຖືກຜຽນພໍ່ຂ້ອຍເຂົ້າໄປ ຂ້ອຍເອງກໍເຂົ້າໄປນຳພໍ່ ຈຶ່ງຮູ້ວ່າເຂົາເຂົ້າໄປນັ້ນ ແມ່ນໄປກາເຈັ້ຍ, ພໍ່ຂ້ອຍກາຊື່ໃຜ ກະບໍ່ຮູ້ເພີ່ນຂີດໄຂ່ວຕີນກາແລ້ວ ກະອອກມາ ເອົາເຈັ້ຍນັ້ນປ່ອນລົງຫີບ ຂ້ອຍກະບໍ່ສົນໃຈຖາມເພີ່ນຊຳ້ວ່າ ກາເຮັດຫຍັງ ເນື່ອງຈາກສົນໃສສຽງເພງ "ເບີກບານສົດໃສທີ່ມ່ວນ ກັບທຸງທິວທີ່ຂະບວນຕ່າງແຫ່ພຸ້ນ ເໝືອນກັບແຫ່ພະເຫວດເຂົ້າເມືອງ ຈັ່ງຊັ້ນບໍ່ມີຜິດ, ວັນນັ້ນ ຈົນຄຳ່ພໍ່ຈຶ່ງພາຂ້ອຍກັບບ້ານ ແມ່ ແລະພີ່ນ້ອງຜູ້ອື່ນໆ ເມືອບ້ານຕັ້ງແຕ່ເຫິງແລ້ວ.

- ຈາກວັນນັ້ນ, ຈົນມາຮອດວັນໜຶ່ງ ບໍ່ຮູ້ວ່າວັນໃດ ກໍບໍ່ຈື່ຄັກ ຈື່ແຕ່ວ່າ ຊາວບ້ານຊາວເມືອງ ແລະຄົນຕ່າງຖິ່ນທີ່ບໍ່ຈັກໜ້າມາຊຸມແຊວທີ່ເຮືອນຂອງຂ້ອຍ ແລະຕ່າງຄົນຕ່າງມາອ່ວຍພອນພໍ່ຂ້ອຍ ແລະທຸກໆ ຄົນຈະຮຽກພໍ່ຂ້ອຍວ່າຜູ້ແທນ, ຄຳວ່າຜູ້ເທນ ກໍເປັນສິ່ງທີ່ຂ້ອຍລຶ່ງຫູທີ່ສຸດ ຂ້ອຍຄິດໃນໃຈວ່າ ຄຳວ່າຜູ້ແທນທີ່ເຂົາຮຽກພໍ່ຂ້ອຍນັ້ນ ຄົງຈະເປັນເໝືອນຜຸ້ແທນຄຳໄພ ອະໄພ ແຕ່ຂ້ອຍກໍອົດຄິດບໍ່ໄດ້ວາ ພໍ່ຂ້ອຍເປັນຜູ້ແທນແລ້ວ ເປັນຫຍັງພໍ່ຂ້ອຍຄືບໍ່ມີຍົນບັກຜິນຫຼັງເໝືອນຜູ້ແທນຄຳໄພນໍ ?

- ແຕ່ຢ່າງໃດກໍຕາມ ຊາວບ້ານສ່ວນໃຫຍ່ ຍັງຮຽກພໍ່ຂ້ອຍວ່າ "ພໍ່ຈານ" ເໝືອນເດີມ, ພໍ່ຈານ ເປັນຄົນເຂົ້າວັດຟັງທັມ ທຸກໆ ວັນສິນເພີ່ນຈະຕ້ອງລົງວັດ ແລະຈຳສິນ ໘ ທຸກສິນນ້ອຍ ສິນໃຫຍ່, ແຕ່ເມື່ອ ພໍ່ຈານ ໄດ້ເປັນມີຄົນຮຽກວ່າ "ຜູ້ແທນພໍ່ຈານ" ແລ້ວ ພໍ່ຂ້ອຍບໍ່ຄ່ອຍໄດ້ຢູ່ເຮືອນ ບາງຄັ້ງພໍ່ຂ້ອຍຕ້ອງຫາຍໄປຈາກເຮືອນເປັນອາທິດ ວັນເສົາ ວັນອາທິດຈຶ່ງນ້າກັບມາບ້ານ ຫົວໃຈຂ້ອຍບໍ່ອົບອຸ່ນເໝືອນແຕ່ກ່ອນ ສາແລ້ວ, ເວົ້າເຖິງວຽກເຮືອນການຊານ ມີແຕ່ແມ່ກັບເອື້ອຍ ໒ ຄົນເຮັດ, ເຖິງຕອນນີ້ ຂ້ອຍເອງກໍຕ້ອງໄດ້ຊ່ວຍແມ່ຂອງຂ້ອຍເຮັດວຽກນຳ ເວົ້າເລື່ອງຫາປູຫາປາ ແມ່ຂ້ອຍບໍ່ມັກຫາ ສະໄໝພໍ່ຢຸ່ເພີ່ນກໍມີແຕ່ໃສ່ມອງໄວ້່ ແລ້ວທຽວໄປຢາມເຊົ້າຢາມແລງ ເອົາປາມາເຮັດກິນລ້ຽງຄອບຄົວ ບາດນີ້ພໍ່ບໍ່ຢູ່ເອື້ອຍຂ້ອຍຕ້ອງຮັບພາລະໜ້າທີ່ ເນື່ອງຈາດອ້າຍຂອງຂ້ອຍໄປບວດຮຽນຢຸ່ວັດພຸ້ນທັງ ສອງຄົນ.

- ຕື່ນເຊົ້າຂອງວັນໜຶ່ງ ຊາວບ້ານແຕກຕື່ນກັນໂກລາຫົນ ແຕ່ເປັນການແຕກຕື່ນທີ່ສະແດງເຫິງຄວາມມ່ວນຊື່ນ ທຸກຄົນໃບໜ້າຍິ້ມແຍ້ມແຈ່ມໃສ ພວກເຂົາບອກວ່າ ສັນຕິພາບມາແລ້ວ ອ້າຍນ້ອງຊິມາປະຈຳ ຢຸ່ບ້່ານເຮົາ, ຜູ້ຄົນກຽມຕົວອຸ້ມລຸກຈູງຫຼານອອກຕ້ອນຮັບ ພວກອ້າຍນ້ອງ ວັນນັ້ນພໍ່ຂອງຂ້ອຍບໍ່ຮູ້ວ່າເພີ່ນໄປໃສຫຼາຍວັນແລ້ວບໍ່ມາ. ແມ່ຂ້ອຍເອງນັ້ນບໍ່ສະແດງຄວາມກະຕືລືລົ້ນປານໃດ ເພີ່ມຕັງນ້າຕັ້ງ ຕາຕື້ມເຟີຂອງເພີ່ນສະບາຍ.

- ບໍ່ເຫິງເຫັນຄົນຝຣັ່່ງແລ່ນມາຕາລິງຕາຈໍ ເວົ້າຈາບໍ່ຮູ້ຈັກຄວາມແລ່ນລົງໄປຫາງບ້ານພຸ້ນ, ບໍ່ຈັກຄາວກໍເຫັນພວກທະຫານເຊື້ອຂາວ ທີ່ເຕີຍມາປະຈຳຢູ່ໜ້າບ້ານມາ ໔-໕ ຄົນ ພວກເຂົາບໍ່ມີປືນຈັກກະບອກ ມາບອກວ່າ ໃຜຊິໜີກະໜີເດີ ຄັນບໍ່ໜີກະໃຫ້ປິດປະຕູເຮືອນຊານ ໔ ໂມງແລງອ້າຍນ້ອງຊິມາ ພວກອ້າຍນ້ອງນີ້ ຄືຜີຄືເຜດ ແຂ້ວບັກຍາວ ພວກເຂົາທ້ອງປຸ້ງກິນຄົນ ຜູ້ໃດມີລູກແສ້ຫຼານສາວກໍໃຫ້ຢູ່ກັບເຮືອນ ກັບຊານ ຄັນບໍ່ໄປນຳພວກເຮົາ.

- ແມ່ຂ້ອຍ ເວົ້ານຳທະຫານພວກນັ້ນວ່າ ບໍ່ໄປໃສດອກ ຂ້ອຍຊິຕາຍຢູ່ບ້ານຂ້ອຍນີ້ແລ້ວ ຂ້ອຍສົນໃຈຄຳວ່າອ້າຍນ້ອງ ຈຶ່ງໄປຖາມແມ່ຂ້ອຍວ່າ "ອ້າຍນ້ອງແມ່ນໃຜ" ແມ່ບອກວ່າ "ອ້າຍນ້ອງເປັນທະຫານ ປະຕິວັດ ຂ້ອຍຖາມແມ່ວ່າ "ເຂົາກິນຄົນແທ້ບໍ" ແມ່ນຕອບວ່າ "ເຂົາກະນເຂົ້າຄືເຮົານີແລ້ວ ເມື່ອຟັງແມ່ຂ້ອຍເວົ້າແລ້ວ ຫົວໃຈຂອງຂ້ອຍກໍເລີ່ມອົບອຸ່ນລົງ.

- ປະມານ ໔ ໂມງເຫັນຄົນແລ່ນມາແຕ່ເໜືອພຸ້ນ ທຳທ່າຕົກອົກຕົກໃຈ ແລະປາກກໍຮ້ອງວ່າ ອ້າຍນ້ອງມາແລ້ວ ຂ້ອຍເອງກໍກຳລັງຫຼຼິ້ນຕີໝາກຄ່າງກັບໝູ່ຢູ່ ກໍຕົກໃຈ ມິຄົນໜຶ່ງບໍ່ຮູ້ວ່າໃຜ ຮ້ອງອອກມາວ່າ ເດັກນ້ອຍໜີແມ໊ ພວກສູບໍຢ້ານບໍ ? ພໍເທົ່ານັ້ນເອງ ໝູ່ຂອງຂ້ອຍກໍແລ່ນປົບຕາຍໜີໄປໃສບໍ່ຮູ້ ຂ້ອຍເອງຫງວກໜ້າໄປທາງເໜືອ ເຫັນທະຫານເສື້ອຂຽວແກ່ກັນມາ ພວກເຂົາຮ້ອງວ່າ ສັນຕິພາບໝັ້ນຍືນ ກັບຮ້ອງວ່າ "ຊົມເຊີຍ ຊົມເຊີຍໄຊຊະນະ" ຂ້ອຍກໍຕົກໃຈບໍ່ຮູູ້ຈະໄປທາງໃດ ກໍແລ່ນປົບເຂົ້າໄປເຕົາເຝີຂອງຄົນຂ້າງເຮືອນ ເຂົ້າໄປບໍ່ເທົ່າໃດ ຂ້ອຍກໍດິ້ນດ່າວດ່າວໆ ຖອຍກົ້ນກັບອອກມາ ຍ້ອນຂິ້ເທົ່າເຕົາເຝີ ທີ່ຮ້ອນເໝືອນໄຟ ແລ້ວວ່າຊິແລ່ນໄປໂຕນລົງນຳ້ບັນເທົາຄວາມຮ້ອນກະພໍດີເຈີ ອ່້າຍນ້ອງກຳລັຢ່າງມາຮອດ, ທະຫານເສື້ອຂຽວ ຜູ້ເດີນກ່ອນກໍອຸ້ມເອົາຂ້ອຍຂຶ້ນໃສ່ຄໍ ຊາວບ້ານຈຳນວນໜຶ່ງຕົບມື ທັງປາກ ກໍຮ້ອງວ່າຊົມເຊີຍ ຊົມເຊີຍໄຊຊະນະ.

- ທຳອິດຂ້ອຍກະຕົກໃຈ ທັງດິ້ນທັງຟັດ ແຕ່ກະບໍ່ຫຼຸດ ພວກເຂົາບອກວ່າ ບໍ່ຕ້ອງດິ້ນດອກ ພວກເຮົາຊິໄປສະຫຼອງໄຊຢູ່ຫາງດອນ ທັນໃດກໍເຫັນພີ່ນ້ອງຂອງຂ້ອຍຄົນໜຶ່ງ ເຊິ່ງເຄີຍເປັນທະຫານເກົ່າ ຮ້ອງບອກວ່າ ຫຳເອີຍໄປນຳເຂົາ ພວກເຂົາບໍເຮັດຫຍັງຫຼານດອກ ຂ້ອຍກໍອູ່ນໃຈ ນັ່ງຢູ່ຄໍຫົວໜ້າທະຫານອ້າຍນ້ອງ ຊາວບ້ານອອກມາຕ້ອນຮັບຢູ່ໜ້າບ້ານໃຜ ບ້ານລາວທັງໂບກທຸງ ແລະຕົບມືຊົມເຊືຍ ບາງຄົນກໍເອົາສິ່ງຂອງທັງນຳ້ດື່ນມາຢື່ນໃສ່ມືອ້າຍນ້ອງ ທະຫານຫົວໜ້າກໍເອົາສິ່ງຂອງ ທັງເຂົ້າຕົ້ມເຂົ້າໝົມປ່ອນໃສມືຂ້ອຍ ຈົນລົ້ນມືຂ້ອຍຈຶ່ງອຸ່ນໃຈ ນັ່ງຄໍເຂົາໄປຈົນຮອດຄ້າຍທະຫານທີ່ຫາດອນ.

- ນັບຈາກນັ້ນເປັນຕົນມາ ທະຫານເສື້ອຂາວທີ່ເຄີຍຢູ່ມາກ່ອນບໍ່ຮູ້ໄປໃສໝົດ ມີແຕ່ທະຫານເສື້ອຂຽວ ທີ່ຊາວບ້ານຮຽກວ່າອ້າຍນ້ອງມາຢູ່ເຕັມຄ້າຍ, ຕົກຕອນແລງ ພວກຊາວບ້ານຈະມາເຕົ້າມາໂຮມ ຢູ່ມີຄ້າຍນີ້ຫຼວງຫຼາຍ ມາຟັງພວກເຂົາເວົ້າເລື່ອງຫຍັງກະບໍ່ຮູ້ ທັງຟ້ອນລຳວົງ ມ່ວນຊື່ນ ບາງຄັງກໍມີການສາຍຊິເນ.

- ກ່າວເຖິງພໍ່ຂ້ອຍ ຍິ່ງຕອນນີ້ ໑ ເດືອນກະບໍ່ເຫັນກັບບ້ານ ບໍ່ຮູ້ວ່າໄປໃສ ຕອນນີ້ຫົວໃຈຂອງຂ້ອຍ ຍິ່ງກະວົນກະວາຍ ເພາະບໍ່ເຄີຍຍິນສຽງປືນ ກໍໄດ້ຍິນ, ວ່າແຕ່ຄ່ຳມາສຽງປືນ ກໍດັງຕືມໆໆໆ ປະມານ ໑໐ ນາທີ ໒໐ ນາທີກໍດັງມາແຕ່ໃກ ຕື່ນເຊົາກໍຍິນສຽງຊາວບ້ານສົນທະນາກັນວ່າ "ອ້າຍນ້ອງ ປະທະກັບປະຕິການຢູ່ປາກ, ຢູ່ນາດີ, ຢູ່ລະອ໊ອກໆ ເຫຼົ່ານີ້ເປັນຕົ້ນ ເຮັດໃຫ້ຊາວບ້ານ ແລະພວກຂ້ອຍ ຍິ່ງຕົກອົກ ຕົກໃຈ ເຖິງປານນັ້ນ ຕື່ນຂຶ້ນມາພວກຂ້ອຍກໍຕ້ອງໄປໂຮງຮຽນບໍ່ຂາດ ແຕ່ກຊຍັງເປັນຫ່ວງພໍ່ຂ້ອຍ ເພາະ ໑ ເດືອນແລ້ວ ບໍ່ເຫັນກັບມາ.

- ໒ ເດືອນໄຮ້ຫຼັງ ພໍ່ຂ້ອຍກໍກັບມາ ມາຕອນນີ້ມາເຫິງແນ່ ເພາະທີ່ວັດທີບຸນພະເຫວດ ພໍ່ຂ້ອຍນັ້ນເປັນຄົນມັກບຸນ ສະນັ້ນເພີ່ນຕ້ອງຢູ່ເຮັດບຸນພຣະເຫວດກ່ອນ ຫຼັງຈາກບຸນແລ້ວ ເພີ່ນກະບອກລູກວ່າ "ພໍ່ຕ້ອງໄປອີກແລ້ວ ເພາະບ້ານເມືອງວຸ້ນວາຍ ແລະພໍ່ກໍຕ້ອງຮ່ວມກັບພະນັກງານຂົນຂວາຍອອກຂົນຂວາຍທົ່ວເມືອງມຸນ.

(ຍັງມີຕໍ່)

 

Delicious Digg Fark Twitter