ຂຽນເມື່ອ: ມ.ນ.. 19, 2009
| ມີ
0 ຄຳເຫັນ
ແລະ
0 trackback(s)
ບັນດານັກຮຽນຮູ້ປັນຍາຊົນ ມອງເຫັນວ່າການອ່ານເປັນເລື່ອງດີ ສາມາດທີ່ຈະພັດ ທະນາຄົນໃຫ້ເປັນມະນຸດທີ່ມີໃຈສູງ, ນັບແຕ່ສະໄໝພຸດທະການມາພຣະພຸດທະອົງຊົງສັນລະເສີນການການສຶກສາທັງມວນວ່າເປັນບັນດິດນັກປາດ ສະນັ້ນຫຼັກການສຶກສາ ໓ທາງພຣະພຸດທະສາສນາ ຈຶ່ງໄດ້ສະເໜີຍັດຕິໄວ້ວ່າ “ສິນ, ສະມາທິ ແລະປັນຍາ”.
ສິນ ຄືອາການສະຫງົບກາຍ ສະຫງົບວາຈາ ຄວາມສະຫງົບເປັນບໍ່ເກີດແຫ່ງຄວາມສຸກ ຜູ້ມີຄວາມສະຫງົບຍ່ອມສາມາດ ທີ່ຈະສ້າງສັນປັນຍາໄດ້, ຫຼັກທີ່ຈະໃຫ້ໄດ້ມາເຊິ່ງປັນຍານັ້ນ ພຣະພຸດທະອົງກໍສະເໜີຍັດຕິວ່າ ມີ ໓ ຄື ປະຣິຍັດ, ປະຕິບັດ ແລະປະຕິເວທະ.
ປະຣິຍັດ, ປະຕິບັດ ແລະປະຕິເວທະ ໄດ້ແກ່ອັນໃດ ? ຄື ປະຣິຍັດ ໄດ້ແກ່ຮຽນ ສຶກສາ, ປະຕິບັດ ກໍຄືເອົສຜົນຂອງປະຣິຍັດມາປະຕິບັດ ແລະໃຫ້ເກີດ ປະຕິເວທະ ຄື ຄວາມສຳເຣັດຜົນແຫ່ງການປະຕິບັດນັ້ນ.
ຫຼັກປະຣິຍັດນັ້ນ ຖືເອົາການສຶກສາເປັນຕົວກຳນົດວິທີການ ຫຼັກປະຣິຍັດທາງ ພຣະພຸດທະສາສນານັ້ນ ກໍມີ ໔ ປະເພດ ເຊິ່ງນັກປາດລາວບູຮານ ໄດ້ສະຫຼຸບໄວ້ສັ້ນໆ ເພື່ອໃຫ້ຈື່ງ່າຍ ຄື ສຸ, ຈິ, ປຸ, ຣິ.
໑. ສຸ = ສຸຕະມະຍະປັນຍາ : ປັນຍາເກີດໄດ້ເພາະການສູດ ການທ່ອງ, ການຈົ່ມ ການອ່ານ ແລະການສາທະຍາຍ, ການໄດ້ຍິນໄດ້ຟັງມາຫຼາຍ.
໒. ຈິ = ຈິຕຕະມະຍະປັນຍາ : ປັນຍາເກີດໄດ້ເພາະການຄິດຕືກຕອງດ້ວຍເຫດ ດ້ວຍຜົນ ດ້ວຍປັນຍາຍານຄຳພີຣະພາບ, ທີ່ກັ່ນກອງມາຈາກຄຸນຄ່າແທ້ອງຂອງປັນຫາ.
໓. ປຸ = ປຸຈສາມະຍະປັນຍາ : ປັນຍາເກີດໄດ້ເພາະການຊັກຖາມ ຂອດທີ່ມີຄວາມຂ້ອງໃຈ ແລະສາມາດນຳມາເຊິ່ງຄວາມເຂົ້າໃຈ ແລະທຳໃຫ້ຄວາມຮູ້ໃໝ່ເກີດ ແລະເຮັດຄວາມຮູ້ເກົ່າທີ່ມີຢູ່ແລ້ວເກີດຂຶ້ນອີກ, ທຳໃຫ້ໃຈມີຄວາມສະຫງົບ ແລະມີຍານະທັດສະນະ ຄືເຫັນປັນຍາດ້ວຍບັນ ແລະແກ້ປັນຫາດ້ວຍປັນຍາ.
໔. ຣິ = ຣິຈຈະນາມະຍະປັນຍາ : ຄືການຈົດແຕ້ມ ຂີດຂຽນ ແລະບັນທຶກໄວ້ເປັນລາຍັກອັກສອນ ເພື່ອຈະໄດ້ມາທວນຄືນ ຄວາມຮູ້ອັນເກົ່າ ແລະເພື່ອໃຫ້ຜູ້ສືບ ທອດຄວາມຄວາມຮູ້ນັນໄດ້ມາຕໍ່ຍອດແນວຄວາມຄິດນັ້ນ.
ບໍ່ເກີດແຫ່ງຄວາມຮູ້ນີ້ ທາງພຣະພຸດທະສາສນາສັນລະເສີນທີ່ສຸດ ແລະພຣະອົງກໍຊົງສັນລະເສິນບຸກຄົນທີ່ຈະເຣີນກ້າວໜ້ານັ້ນ ຕ້ອງປະກັບໄປດ້ວຍຜູ້ມີປັນຍາ ຫຼືຜູ້ເອົາໃຈໃສ່ກໍ່ການຜູ້ມີປັນຍາວ່າເປັນເລີດທີສຸດໃນໂລກ ທັງສະໜັບສະໜູນໃຫ້ມະນຸດສັນລະເສີນຜູ້ມີປັນຍາ ດັ່ງພຸດທະພົດວ່າ "ສັພພະທານັງ ທັມມະທານັງ ຊິນາຕິ" ການໃຫ້ທັມເປັນທານຍ່ອມຊະນະການໃຫ້ທານທັງປວງ ອັນນີ້ສະແດງໃຫ້ເຫັນວ່າ ການສ້າງປັນຍາ ຫຼືສ້າງບຸກຄົນໃຫ້ມີປັນຍານັບວ່າ ເປັນການສ້າງຄວາມໝັ້ນຄົງຂອງ ສັບພະສິ່ງ ຈຶ່ງກ່າວອຳມະຕະວາຈໄວ້ໃຫ້ພິຈາຣະນາວ່າ "ຖານຂອງຕືກ ຄືດິນຈີ່ ຖານຂອງຊີີວີ ຄືການສຶກສາ ຖານຂອງຊາດ ສາສນາ ຄືພາສາ ແລະວັດທະນະທັມ (ລາວ).
ຊາດລາວເຮົາ ດຳຣົງຄົງຕົວຢູ່ໄດ້ ມາຮອດບັດນີ້ ຍ້ອນມີຄົນເກັ່ງດ້ານການໃຊ້ສະຕິປັນຍາເທົ່ານັ້ນ ຈຶ່ງເຮັດໃຫ້ຊາດພົ້ນອອກຈາກການຄອບຄອງຂອງຊາດອື່ນ ແລະຊາດລາວຈະໝັ້ນຄົງຢູ່ໄດ້ນານເທົ່ານານ ກໍຕ້ອງມີຄົນມີຄວາມຮູ້ ແລະປັນຍານັ້ນເອງ ຈຶ່ງສົມກັບພຸດທະພົດວ່າ ປັນຍາໂລກັສສະມິງ ປັຊໂຊໂຕ = ປັນຍາເປັນແສງສະຫວ່າງໃນໂລກ. ດ້ວຍປະການສະນີ້ແລ.