ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

- ພໍ່ຂ້ອຍເປັນນັກການສຶກສາ ເມື່ອກ່ອນເພິ່ນໄປຮຽນປະເທດສຍາມ ແລະປະເທດຂະເໝນ(ກັມໂບດ).

- ພໍ່ຂ້ອຍເຄີຍເປັນນັກບວດ ເພາະເຄີຍເປັນເຈົ້າອະທິການວັດທ່າເປືອຍ ເມືອງມະໂນໄພ ນະຄອນຈຳປາສັກ (ດຽວນີ້ເປັນບ້ານກຳປົງສະເລົາ ເມືອງແສບ ແຂວງພຣະວິຫານ ກັມປູເຈັຽ).

- ພໍ່ຂ້ອຍເຄີຍເປັນເລຂາເຈົ້າຄະນະແຂວງ ແລະເປັນຄະນະວິໄນທອນ ແຂວງສີທັນດອນ(ພຣະອາຈານໃຫຍ່ຊາໂງນ ວັດພູກິ່ງແກ້ວ) ເວົ້າວ່າ "ພໍ່ຈານຄຣູເຂົາຮຽກເພິ່ນຂະນະນັ້ນວ່າເຈົ້າຄະນະແຂວງນ້ອຍ) ແລະພຣະຄຣູອັມມອນ ເສົາຊິງຊ້າ ກຸງເທບ ໝູ່ຂອງເພິ່ນ(ບ້ານເກີດດອນສົມສົ້ມໂຮງ), ພຣະຄຣູພາວະນາວິທານ(ຫຼືຫຼວງພໍ່ຈຳປາ ບ້ານເກີດ ບ້ານລົບປະດີ) ຢູ່ວັດຈັກກະວັດຣາຊາວາດ ວັດສາມປື້ມ ໝູ່ທີ່ໄປຮຽນ ເມືອງສຍາມນຳກັນ ໄດ້ເລົ່າແບບດຽວກັນວ່າ "ຈານຄຣູມະຫາ ເກ່ງເລື່ອງກັນແກ້ໄຂອະທິກອນ ດັ່ງທົ່ວແຂວງສີທັນດອນ).

- ພໍ່ຂ້ອຍເຄີຍເປັນຄຣູສອນ ເພາະເຄີຍສອນໂຮງຮຽນປະຣິຍັດຕິທັມແຂວງສີທັນດອນ (ໄດ້ຮ່ວມງານກັບພໍ່ມະຫາກຸສຸວັນນະເມທີ ສະໄໝບວດເພິ່ນຍັງບວດຢູ່) ຫຼັງຈາກເພິ່ນອາຍຸໄດ້ ໓໖ ປີ, ເພິ່ນໄດ້ສິກອອກມາສ້າງຄອບຄົວກັບແມ່ຂ້ອຍ.

- ພໍ່ຂ້ອຍເຄີຍໄດ້ເປັນ ສສ. ເພາະປີິ ໑໙໗໕ ເລືອກມີການຕັ້ງຄັ້ງສຸດທ້າຍໃນຣະບອບຣາຊາອານາຈັກ ເພິ່ນສະໝັກໃນຖານະແນວ ລາວຮັກຊາດ, ກໍໄດ້ເປັນຜູ້ແທນໃນຖານະຜູ້ແທນແຂວງສີທັນດອນ ແລະແລ້ວຜູ້ແທນຄັ້ງນັ້ນກໍຖືກຍຸບ (ກໍເລີຍເປັນຜູ້ແທນທີ່ບໍ່ເຄີຍໄດ້ ເຂົ້າປະຊຸມສະພາ) ກາຍເປັນພະນັກງານຂົນຂວາຍ, ເປັນຄະນະຕາແສງພານເຄົາ, ເປັນສຶກສາເມືອງມຸນ ແລະເປັນໂຍທາເມືອງມຸນລະ ປະໂມກ ຍັງບໍ່ທັນໄດ້ປະຈຳການຊຳ້ເພິນກໍປ່ວຍ ໒ ປິ ແລ້ວເພິ່ນກໍເສັຍຊີວິດ ໃນປີ ໑໙໘໑.

- ພໍ່ຂ້ອຍເປັນນັກອ່ານ ເພາະຫາກເພິ່ນວ່າງວຽກແລ້ວ ຂ້ອມມັກຈະເຫັນເພີ່ນອ່ານໜັງສື ແລະຂຽນໜັງສື, ທີ່ຊານມົນ ທີ່ເຮືອນ ທີ່ສຳຄັນ ເພິ່ນຈະມີໜັງສືຂອງເພິ່ນຕັ້ງ ໒ ຕູ້.

- ພໍ່ຂ້ອຍ ເປັນນັກຂຽນກອນ-ກະວີ ເສັຍທີແຕ່ຢູ່ບ້ານນອກ ຈຶ່ງບໍ່ເຫັນຜົນງານຂອງເພິ່ນ, ອີກອັັນໜຶ່ງຕອນປົດປ່ອຍໃໝ່ບ້ານເມືອງ ຫຍຸ້ງຍາກ ໜັງສືທີ່ເພີ່ນຂຽນໄວ້ເສັຍຫາຍໄປຕາມສະພາບການບ້ານເມືອງ, ເພິ່ນເຄີຍຂຽນກອນ ແລະເຣື່ອງຕ່າງ ເຄີຍອ່ານຂອງເພິ່ນ ແຕ່ບໍ່ຈື່ແລ້ວ ເສັຍທີ່ແຕ່ບ້ານເມືອງ ປ່ຽນແປງ ແລະເພິ່ນຢູ່ບ້ານນອກ ບໍ່ຈັ່ງຊັ້ນກໍຈະໄດ້ເຫັນບົດຂຽນຂອງເພິ່ນ.

- ພໍ່ຂ້ອຍ ເປັນນັກການສາສນາເພາະນັບແຕ່ຂ້ອຍໃຫຍ່ມາ ແລະເພິ່ນກຳລັງເຮັດການຢູ່ນັ້ນ, ທຸກວັນສິນ ເຫັນເພິ່ນໄປຈຳສິນແປດ ແມ່ນ ກະທັງຕອນປົດປ່ອຍໃໝ່ ເພິ່ນຕ້ອງເປັນພະນັກງານຂົນຂວາຍ ຕາແສງ, ແລະພະນັກງານຂັ້ນເມືອງ ເຊິ່ງບ້ານກະໄກຈາກບ່ອນປະຈຳການ ຕັ້ງ ໖໐-໗໐ ກມ ເພິ່ນກະຍັງມີໂອກາດຈຳສິນ ໘ ໃນບາງຄັ້ງ ແລະຫາກມີບຸນຢູ່ວັດ ເພິ່ນບໍ່ເຄີຍຂາດເລີຍ, ທຸກໆວັນຢູ່ບ້ານຕອນແລງ ເພິ່ນຈະໄຫວ້ພຣະທີ່ຫ້ອງພຣະ ຄັນວັນສິນຄັນແມ່ນຂ້ອຍຕື່ນທັນກໍມັກຈະເຫັນເພິ່ນຢູ່ຫ້ອງພຣະໃນຕອນເຊົ້າ.

- ພໍ່ຂ້ອຍເປັນນັກໂຄສະນາ ເປັນນັກປາຖະກະຖາ ຄັນເພິ່ນລົງມາເຮັດວຽກໃນຕາແສງພານເຄົາ ຍາມໃດ ຄັນແມ່ນຮອດຍາມເພິ່ນເວົ້າ ຊາວບ້ານ ຫຼືປະຊາຊົນມັກຈັກມີການຕັ້ງໃຈຟັງ ແລະມັກມີການຫົວແຊວໆເປັນຕອນໆ, ຫຼາຍຄັ້ງຂ້ອຍເຄີຍໄປນຳເພິ່ນ ສັງເກດເຫັນວ່າ ຄັນເພິ່ນຂຶ້ນບັນຍາຍເອກສານຄັ້ງໃດ ບໍ່ມັກຈະອ່ານເຈັ້ຍ ແລະຄົນບໍ່ມັກຫຼອຍອອກທາງຫຼັງ ເໝືອນຄົນອື່ນເວົ້າ ສະນັ້ນ ຄັນມີການຊຸມນຸມຄັ້ງໃດ ເພິ່ນມັກຈະເວົ້າຫຼັງໝູ່ ຄົນກໍລໍຟັງຈົນເພິ່ນຂຶ້ນເວົ້າຈົບແລ້ວ ຈຶ່ງກັບ.

- ນັບເປັນເວລາ ໑໓ ປີ ຂ້ອຍບໍ່ເຄີຍເອິ້ນຊື່ແທ້ຂອງພໍ່ຂ້ອຍເລີຍ, ຮູ້ແຕ່ເພິ່ນວ່າພໍ່ຈານ ຊາວບ້ານກະມັກຮຽກຊື່ພໍ່ຂ້ອຍວ່າ "ພໍ່ຈານ", ພະນັກງານທະຫານອ້າຍນ້ອງທີ່ມາຢູ່ນຳເພິ່ນ ກໍຮຽກແຕ່ພໍ່ຈານ.

- ຂ້ອຍກະນຶກວ່າຊື່ຂອງເພິ່ນວ່າ "ພໍ່ຈານ" ມາໄລຍະຫຼັງໆ ຈຶ່ງຮູ້ວ່າຊື່ແທ້ພໍ່ຂ້ອຍວ່າຈັ່ງໃດ ?

- ວັນໜຶ່ງ, ມີງານບຸນຂອງພີ່ນ້ອງຂ້າງເຮືອນ ມີຜູ້ຍິງຄົນໜຶ່ງ ຊື່ວ່ານາງຜົມ ນອນບໍ່ປາກ ເຮັດຕາແດງ ຄືຄົນຮ້າຍ, ຄົນທີ່ມາຊ່ວຍງານບຸນ ກໍໄປຫາໝໍມາ ລົງເບິ່ງບອກວ່າຜີເຂົ້າ ເຂົາກໍໄປຫາໝໍມາໄລ່ ໝໍມາໄລ່ຕັ້ງ ໑໐ ກວ່າຄົນ, (ຜີ) ຄົນທີ່ຖືກຜີເຂົ້ານັ້ນໄດ້ແຕ່ຮ້າຍ ແລະທຳ ທ່າຊິບີບຄໍໝໍທຸກຄົນ ໝໍທັງຫຼາຍທັງໃນບ້ານ ແລະບ້ານອື່ນໆນັ້ນມາໄລ່ ໃຜໆກະອອກຍອມໝົດ.

- ໃນນັ້ນມີຄົນໜຶ່ງເວົ້າຂຶ້ນມາວ່າ "ໄປຫາພໍ່ຈານຕິມາໄລ່"

- ອີກຄົນໜຶ່ງໃນຫຼາຍໆຄົນເວົ້າວ່າ "ພໍ່ຈານ ລາວຊິໄລ່ຜີເປັນຊັ້ນບໍ ບໍ່ເຄີຍເຫັນລາວໄລຜີ ແລະປົວໃຜຈັກເທື່ອ ນັບແຕ່ລາວມາຢູ່ບ້ານນີ້".

- ຄົນອອກຄວາມເຫັນທຳອິິດກໍເວົ້າວ່າ "ບໍ່ເຄີຍ ກະລອງຫັ້ນແລ້ວ ແນວວ່າບໍ່ມີໃຜໄລ່ໄດ້ ຊິປະໃຫ້ກັນຕາຍລ້າເປັນບໍ ?"

- ອີກຄົນໜຶ່ງໃນທີີ່ນັ້ນກໍເວົ້າວ່າ "ພໍ່ຈານລາວບໍ່ທັນມາແຕ່ເມືອງ" (ປົກກະຕິ ວັນຈັນເຖິງເສົາ ພໍ່ປະຈຳການທີີ່ເມືອງມຸນ ຈະມາບ້ານກໍວັນເສົາ ອາທິດ ແລະວັນສິນໃຫຍ່) ໃນຂະນະທີ່ຊາວບ້ານເວົ້າເຖິງພໍ່ຂ້າພະເຈົ້ານັ້ນ ຂ້ອຍຍັງບໍ່ທັນເຫັນວ່າພໍ່ຂ້ອຍກັບມາແຕ່ເມືອງເລີຍ, ເຮືອນຂອງ ຂ້ອຍຫ່າງຈາກເຮືອນບຸນຈຳນວນ ໕ ຫຼັງຄາເຮືອນ ໄລຍະປະມານ ໘໐໐ ແມັດ.

- ໃນຂະນະນັ້ນເອງ ຄົນໜຶ່ງໃນຈຳນວນທັງໝົດທີ່ກ່າວວ່າ "ເຮັດຈັ່ງໃດລະ" ຜູ້ຍິງຄົນໜຶ່ງກໍບອກວ່າ "ຊິຢາກຫຍັງ ເອົາທຽນຄູ່ໜຶ່ງ ກັບດອກໄມ້ຄູ່ໜຶ່ງໄປມົນເພິ່ນ ເພິ່ນກະມາດອກ".

- ທັນໃດນັ້ນ ທີ່ທາງເຂົ້າເຮືອນບຸນນັ້ນ ກໍເຫັນພໍ່ຂອງຂ້າພະເຈົ້າເຂົ້າມາ ຄົນທີ່ເອົາດອກໄມ້ ແລະທຽນໄປຫາ ພໍ່ນັ້ນຮ້ອງອອກມາແຮງໆວ່າ "ເດພໍ່ຈານມາແລ້ວ" ຂ້ອຍຫຼຽວໄປເຫັນພໍ່ຂ້ອຍຢ່າງເຂົ້າມາຍັງບໍ່ທັນຜ່ານປະຕູບ້ານມາຊຳ້, ຜູ້ຍິງ ທີ່ວ່າຜີເຂົ້ານັ້ນກໍໂຕນລົງຈາກເຮືອນ ທີ່ສູງ ປະມານ ໒ ແມັດ ຈຸດ, ແລ້ວແລ່ນຜ່າຝູງຊົນໄປທາງຫຼັງບ້ານ ທັນໃດນັ້ນຄົນທີ່ໄປມົນພໍ່ຂ້ອຍນັ້ນ ກໍນັ່ງລົງແລ້ວເອົາທຽນ ຢື່ນໃສ່ມືພໍ່ຂ້ອຍ, ພໍ່ຂ້ອຍກໍຮັບເອົາທຽນກັບຄົນທີ່ໄປຫານັ້ນແລ້ວ, ແລ້ວຂ້ອຍກໍງວກໜ້າຕາມຍິ່ງຄົນນັ້ນ ເຫັນຍິງຄົນນັ້ນລົ້ມລົງ ແລ້ວຮາກອອກແລ້ວກໍ ນອນເຊົ່າເໝືອນກັບເມື່ອຍ, ຫຼາຍຄົນແລ່ນໄປເບິ່ງ ແລ້ວເວົ້າວ່າໃຫ້ພໍ່ຈານຊ່ວຍ, ເຂົາບອກພໍ່ວ່າຜີເຂົ້າມັນ, ແລ້ວພໍ່ຂ້ອຍກະຫົວຂຶ້ນ "ຮືໆໆ ສອງສາມບາດ" ພໍ່ຂ້ອຍຢ່າງໄປຫາຄົນ ທີ່ອ້າງວ່າຜີເຂົ້ານັ້ນແລ້ວ ຂ້ອຍກະແລ່ນຕາມຫຼັງພໍ່ຂ້ອຍ ພໍ່ຂ້ອຍໄປເຖິງຄົນທີ່ວ່າຜີເຂົ້ານັ້ນແລ້ວ ກໍເວົ້າວ່າ "ເປັນຫຍັງອີຜົມ" (ຄົນທີ່ຖືກຜີເຂົ້າຊື່ຜົມ ອາຍຸປະມານ ໔໕ ປີ).

- ເອື້ອຍຜົມຜູ້ທີ່ວ່າຜີເຂົ້າ ກໍເວົ້າວ່າບໍ່ຮູ້ຈັກໃຜເອົາຂ້ອຍມານີ້ ທຳທ່າບໍ່ຮູ້ອີສັງ, ຄົນທັງຫຼາຍກໍເອົາສິ້ນໄປໃຫ້ລາວນຸ່ງ ເພາະລາວແກ້ສິ້ນ ຕອນຜີເຂົ້າລາວນັ້ນ, ເມື່ອລາວນຸ່ງສິ້ນແລ້ວ ພໍ່ຂ້ອຍກໍຢ່າງເຂົ້າໄປໃກ້ໆເອື້ອຍຜົມ ແລ້ວກໍຖາມອີກວ່າ "ຜົມເປັນຫຍັງ ?" ເອື້ອຍຜົມກະບອກວ່າບໍ່ຮູ້.

- ເວົ້າແລ້ວພໍ່ຂ້ອຍກໍບອກກັບຄົນທັງຫຼາຍວ່າ ບໍ່ມີຫຍັງດອກ ບໍ່ມີຜີມີສາງອີສັງດອກ ເວົ້າແລ້ວເພິ່ນກະຖົ່ມນຳ້ລາຍໃສ່ຫົວເອື້ອຍຜົມ ໓ ຄັ້ງ ແລ້ວກໍຫັນໜ້າມາຫາຄົນວ່າ "ໄປຫາເຮັດວຽກສາ ບໍ່ມີຜີດອກ" ເມື່ອເອື້ອຍຜົມ ຖືກນຳ້ລາຍຂອງພໍ່ຂ້ອຍແລ້ວ ກໍຮາກອອກໝົດໃສ້ໝົດພຸງ ແລ້ວກໍລຸກຢ່າງແບບປົກະຕິລົງໄປອາບນຳ້ຢູ່ທາງທ່າ ຄືກັບບໍ່ມີຫຍັງ ປ່ອຍໃຫ້ແຕ່ຄົນທັງຫຼາຍເວົ້າຈາເຖິງເລື່ອງທີ່ເກີດຂຶ້ນ.

- ຕົກຕອນແລງມາ ພຣະກໍມາສູດມຸງຄຸນ ພໍ່ກໍເປັນຜູ້ນຳພາ ເຈົ້າພາບ ແລະຊາວບ້ານໄຫວ້ພຣະຮັບ ສິນຟັງທັມ ຕົກຕອນແລງ ເຂົາມືລຳເລື້ອງພໍ່ກໍກັບເມືອບ້ານ, ມີຄົນເວົ້າໃຫ້ຟັງວ່າ "ຄັນລຳນັ່ງເພິ່ນກະມັກຟັງ ແຕ່ບໍ່ຢູ່ຮອດແຈ້ງ, ຄົນທີ່ຮູ້ຈັກພໍ່ບອກໃຫ້ຜູ້ຂຽນຟັງ ວ່າ ເຄີຍຖາມພໍ່ຈານວ່າ ເປັນຫຍັງຈຶ່ງບໍ່ມັກເບິ່ງລຳເລື່ອງ, ພໍ່ຈານວ່າກະມັກຢູ່ ແຕ່ບາດເຂົາລຳແລ້ວ ຟ້ອນແລ້ວ ບາດຊິເຂົ້າສາກ ກັບມາຍົກຝາຕີນໃສ່ຜູ້ຊົມ ກະເລີຍບໍ່ມັກລຳເລື່ອງ...." ສົງໄສພໍ່ຕອບຕະຫຼົກກັບຄົນນີ້.

(ເມື່ອສັງເກດເບິ່ງເລື່ອງລາວທີ່ເກີດຂຶ້ນເລື້ອງນີ້ ເຫັນວ່າຜີມັນຢ້ານພໍ່ຂ້ອຍອີຫຼີ້ ແຕ່ຂ້ອຍກະມາຫວນເບິ່ງຊີວິດພໍ່ຂອງຂ້ອຍນັ້ນ ລາວກໍບໍ່ໄດ້ໃຊ້ຊີວິດວິເສດວິໂສອີຫຍັງ, ແຕ່ຕົນແຕ່ງໂຕ ຢູ່ໄປກໍເໝືອນຊາວບ້ານທຳມະດາ ບໍ່ເຫັນເພິ່ນປົວຄົນດັ່ງທີ່ເຂົາວ່າ, ແລະເພິ່ນເອງ ກໍເປັນສາມັນຊົນເປັນຄົນທັມມະດາ ເຮັດວຽກ ການງານຕ່າງໆ ກັບລັດ ກັບປະຊາຊົນທັມມະດາ ຕ່າງແຕ່ເພິ່ນໄຫວ້ພຣະຈຳສິນເທົ່ານັ້ນ, ຂ້ອຍມາຄິດເບິ່ງວ່າ ຄົນເຮັດການງານກໍສາມາດເຮັດບຸນໄດ້".

- ບໍ່ເຄີຍເຫັນພໍ່ຂ້ອຍອ້າງວ່າ ຄ່າວຽກເລີຍ ຢາມເວລາວັດ ແລະບ້ານມີງານບຸນ, ຫຼືວຽກກິນດອງ, ງານບຸນເຮືອນ ແລະບຸນຂອງບ້ານອື່ນໆ ແຖມເຖິງເພິ່ນເປັນພະນັກງານ ເພິ່ນຍັງເປັນຜູ້ນຳທາງປະຊາຊົນເຮັດວຽກດ້ານສາສນາ ແລະວັດທະນະທຳອີກ ໃນຫຼາຍຕາແສງ ຄື ພານເຄົາ, ນາດີ, ສະພັງ, (ເມືອງມຸນ) ຕາແສງເມືອງແສນ ເມືອງໂຂງອີກ ຂະເໝນຜົກປ່ອຍມາ ເພີ່ນຍັງໄປເປັນເຈົ້າການປະສານງານ ແລະນຳພາຊາວບ້ານທ່າເປືອຍ, ທ່າແກ, ຝັ່ງຂະເໝນເຮັດບຸນທຳທານ ຄົນຂະເໝນທີ່ກັບມາຈາກສະໄໝໂປນປົດ ກໍຍັງນັບຖືເພິ່ນ, ທະຫານຫວຽດນາມ ທີ່ມາປປົດປ່ອຍຂະເໝນ ເຂົາຍັງມາປຶກສາຫາຣື ກັບພໍ່ໃນດ້ານຕ່າງໆອີກ ສິ່ງໜຶ່ງທີ່ບໍ່ເຫັນພໍ່ຂ້ອຍເຮັດເລີຍ ຄືກິນເຫຼົ້າ ແລະຊາວບ້ານເວົ້າເຖິງເພິ່ນ "ເດັດຂາດກໍຄືເວລາເພິ່ນໄປໃນງານຫຍັງກະຕາມ ຢ່າຢາຍເຫຼົ້າໃຫ້ພໍ່ຈານ ແມ່ນເພິ່ນຈະນັ່ງຮ່ວມ ພາເຂົ້ານຳພວກເຮົາດົນ".

ຕິດຕາມເຣື່ອງຕໍ່ຈາກບົດເຣື່ອງນີ້ ຊື່ເຣື່ອງວ່າ "ສິງພົບເສືອກາງດົງກະທຸງ" ມ່ວນມັນ ພັນລະນາເຖິງຕອນທີ່ພໍ່ໄປດົງກະທຸງພົບທ່ານກະປຸ່ມ

ຄັດ ແລະຄົ້ນຄວ້າເພີ່ມຕື່ມຈາກໜັງສືປະຫວັດຫຍໍ້ພໍ່ຈານ ໃນປຶ້ມຍອດພຣະກັນໄຕປິດົກ ພິມແຈກໃນງານເອົາດູກພໍ່ ແລະແມ່ເຂົ້າທາດໃໝ່ ປີ ໒໐໐໗

ບົດທຸກບົດທີ່ຂຽນກ່ຽວກັບພໍ່ຈານນັ້ນ ໄດ້ຖືກພິມ ແລະຂຽນເປັນລາຍລະອຽດຊີວິດ ເປັນເລື່ອງລາວປະຫວັດຊີວິດຂອງເພີ່ນ ແຕ່ເມື່ອມາຂຽນເປັນເລື່ອງໆແລ້ວ ຈະເພີ່ມຕື່ມເຂົ້າມາເປັນແບບບົດວັນນະສີນ ເພີ່ມລາຍລະອຽດລົງໄປຕື່ມ

Delicious Digg Fark Twitter