- ປີ ໑໙໗໖ ບ້ານເມືອງກຳລັງວຸ້ນ ຫຼັງຈາກສະຖາປານາລະບອບໃໝ່ມາແລ້ວໄດ້ ໓ ປີ, ພໍ່ໄດ້ປ່ຽນສະຖານະຈາກຜູ້ແທນມາເປັນພະນັກງານຂົນຂວາຍ, ທັງຢູ່ໃນ ການຈັດຕັ້ງຂັ້ນຕາແສງພານເຄົາພ້ອມ(ແຕ່ກ່ອນຮຽກວ່າພັງເຄົາ) ຫຼັງຈາກປົດປ່ອຍແລ້ວ ດອນຂະເໝົາ ຂຶ້ນກັນຕາແສງພານເຄົາ, ດອນຮີ, ດອນກອຍ, ດອນດົ້ງ ຕາແສງດອນຮີ ຂຶ້ນກັບເມືອງມຸນ, ຍັງແຕ່ດອນເຫຼັກໄຟຂຶ້ນກັບເມືອງໂຂງ, ດ້ວຍເຫດນັ້ນ ການເຄື່ອນໄຫວ້ວຽກງານຂອງພໍ່ ຈຶ່ງຮັບຜິດຊອບ ຕາແສງພານເຄົາ, ດອນຮີ, ນາດີ ແລະສະພັງ.
- ໃນສະໄໝນັ້ນ ການຕ້ານຄືນຂອງທະຫານໃນຣະບອບເກົ່າທີ່ໂຕນໄປຢູ່ປ່າເຄື່ອນໄຫວ້ແຖວດົງກະທຸງ, ດົງພູແຫຼມ(ຝັ່ງຂະເໝນ) ເພາະເປັນຊາຍແດນໄທຍ໌ ການເຄືອນໄຫວຂອງທະຫານຕໍ່ຕ້ານຄືນ (ເຂົາຮຽກວ່າປະຕິການ) ຈຶ່ງຢຶດທີ່ໝັ້ນຢູ່ຊາຍແດນ ຂະເໝນ ແລະໄທຍ໌ໄດ້ສະດວກ ໃນໄລຍະນີ້ ຂະເໝນຍັງປົກ ຄອງ ໂດຍຟປນປົດ, ລະບອບໂປນປົດ ໄດ້ຂົນຄົນໃນຊາຍແດນໜີອອກຈາກບ້ານໝົດ, ເຮືອນຊານບ້ານຊ່ອງ ວັດ ໂຮງໝໍ ທຸກຢ່າງເຂົາມ້າງໝົດ ຊາຍແດນ ລາວ-ຂະເໝນຖືກປິດ, ຄົນໃນບ້ານຂ້ອຍຂະນະນັ້ນ ຈຶ່ງຕ້ອງລະວັງໄຟ ໒ ດ້ານຄື ຂະເໝນໂປນປົດ ແລະປະຕິການ.
- ການປະທະກັນລະຫວ່າງທະຫານຂອງແຕ່ລະຝ່າຍ ຈຶ່ງເກີດຂຶ້ນສະເໝີ ສຽງປືນດັງມາຈາກຝັ່ງຕາເວັນຕົກບໍ່ເວັ້ນແຕ່ລະວັນ ປະຊາຊົນອົກສັ່ນຂວັນແຂນ ບໍ່ເປັນອັນທຳມາຫາກິນ.
- ຕອນປົດປ່ອຍໃໝ່ ທຸກຢ່າງໃໝ່ໝົດ ບ້ານເມືອງຂັດສົນຍັງບໍ່ພໍ ການອິດຫິວເກີດຂຶ້ນທຸກຍ່ອມຫຍ້າ ສະນັ້ນ, ໃນແຕ່ລະບ້ານຈຶ່ງມີການເຮັດນາງຣວມກັນ ເພື່ອຊ່ວຍເຫຼືອເກື້ອກູນກັນບໍ່ໃຫ້ອຶດຫິວໄປກວ່ານີ້.
- ຕົກກາງຄືນມາ ບ້ານເຮືອນມິດງຽສະຫງັດ ບໍ່ມີໃຜລົງທົ່ງລົງທ່ານ ເພາະຢ້ານປະຕິການ, ທີ່ຈິງກໍເປັນຕາຢ້ານອີຫຼີ ເພາະຕື່ນເຊົ້າມາ ຂ່າວປະຕິການເຂົ້າບ້ານ ນັ້ນ ເຂົ້າບ້ານນີ້ ຂ້າຄົນນັ້ນຂ້າຄົນນີ້ບໍ່ເວັ້ນວັນ ເວັ້ນອາທິດ.
- ເມື່ອເດືອນທີ່ແລ້ວ ປະຕິການໄດ້ຂ້າມະຫາພົງ ເຊິ່ງເປັນພະນັກງານການນຳຂອງ ເມືອງມຸນ ແລະເປັນຄົນຂອງບ້ານດຽວກັນກັບຂ້ອຍ, ຄວາມຢ້ານສັ່ນ ຂວັນແຂວນໄດ້ຫຍັບເຂົ້າມາໃກ້ ຊາວບ້ານຂ້ອຍທຸກຄັ້ງ, ຕື່ນຂຶ້ນມາສຽງວິພາກວິຈານວ່າ "ມະຫາພົງຕາຍແລ້ວ ບໍ່ດົນພໍ່ຈານຕ້ອງເປັນຣາຍຕໍ່ໄປ" ປະຊາຊົນ ບໍເປັນອັນທຳມາຫາກິນ ໄດ້ຫຼັ່ງໄຫຼມາຍັງເຮືອນຂອງຂ້ອຍ, ເຕັມຢູ່ຕັ້ງແຕ່ເທິງເຮືອນຮອດກະລ່າງ, ບໍ່ສະເພາະແຕ່ຊາວບ້ານດຽວກັນ ບ້ານອື່ນໆກໍມາຢ້ຽມ ຢາມຖາມຂ່າວ ແລະໃຫ້ກຳລັງໃຈພໍ່ຂ້ອຍ, ສິ່ງໜຶ່ງທີ່ພໍ່ຂ້ອຍເຮັດ ຄືເອົານຳ້ມົນມາຫົດຄົນທີ່ມານັ້ນ ແລ້ວບອກກັບຊາວບ້ານວ່າ "ພຣະພຸດທະເຈົ້າບໍ່ເຄີຍຖິ້ມ ຄົນດີ ແລະມີສັດຈະທັມ".
- ຊາວບ້ານປ່ຽນໜ້າກັນມາຍັງເຮືອນຂ້ອຍ ລຽນມີນັບເປັນເດືອນ ບໍ່ສະເພາະແຕ່ຊາວບ້ານ ທະຫານອ້າຍນ້ອງ ກໍມານອນອ້ອມບ້ານຂ້ອຍ ເປັນກອງຮ້ອຍ ເວລາຜ່ານໄປເປັນເດືອນຈຶ່ງກັບໜີໄປ.
- ຄຳຄືນວັນທີ່ອ້າຍນ້ອງກັບໜີໄປນັ້ນແລ້ວ ຕື່ນເຊົ້າຂຶ້ນມາ ເຫັນແມ່ຂ້ອຍລຸກຂຶ້ນມາ ເຮັດວຽກປົກກະຕິ ຂ້ອຍກະອອກໄປທົ່ງປ່ອຍຄວາຍອອກແຫຼ່ງອັນເປັນ ກິດຈະວັດຂອງຂ້ອຍ ເຫັນຊາວບ້ານໂສກັນວ່າ "ປະຕິການເຂົ້າບ້ານ" ມັນມາເອົາພໍ່ຈານໄປຟາກດອນຂ້າງນັ້ນ, ຂ້າພະເຈົ້າຍິນຈັ່ງຊັ້ນ ກໍບໍ່ປ່ອຍຮອດຄວາມອອກແລ່ງ ແລ່ນກັບບ້ານລົງທາງທ່າ ກໍບໍ່ເຫັນພໍ່, ແລ່ນຂຶ້ນເທິງເຮືອນຟ້າວເຂົ້າຫ້ອງພຣະ ເຫັນພໍ່ນັ່ງສະມາທິຢູ່ຫ້ອງພຣະເສີຍ ໂລ່ງເອີກໄປ ເກືອບເປັນລົມ.
- ຂ້ອຍຄ່ອຍໆຢ່າງອອກຈາກຫ້ອງພຣະໄປຍັງເຮືອນຄົວ ເຫັນເອື້ອຍໜຶ່ງເຂົ້າເສີຍ ແມ່ໄປຕິ້ມເຝີ ກັບຊາວຂະເໝນ ທີ່ໂຕນຈາກປົນປົດ ມາຈາກຝັ່ງຂະເໝນ ຊ່ວຍກັນເຮັດເຝີ ພວກເພີ່ນກະເສີຍອີກ ນ້ອງສາວສອງຄົນລົງໄປອາບນຳ້ຫົດຝັກ, ອັນນັ້ນ ເຂົາຄົງບໍ່ຮູ້ເລື່ອງເໝືອນກັບຂ້ອຍ, ເຮັດໃຫ້ຂ້ອຍສົງໄສ ກັບຄຳຊາວບ້ານໂສກັນ ແຕ່ແມ່ ແລະຄົນໃນບ້ານເສັຍມັ່ງ ຂ້ອຍກໍລົງໄປອາບນຳ້ ກຽມຈະໄປໂຮງຮຽນ.
- ກັບມາຈາກໂຮງຮຽນເຫັນຄົນເຕັມບ້ານທັງ ເທິງເຮືອນ ແລະເດີ່ນບ້ານໂສກັນກ່ຽວກັບເຣື່ອງທີ່ເກີດຂຶ້ນ ເມື່ອຄືນນີ້ ຈຶ່ງຮູ້ວ່າ ເຣື່ອງທີ່ຊາວບ້ານໂສກັນແມ່ນ ຈິງ ສິ່ງທທີ່ພໍ່ເຮັດປະຈຳ ກໍຄື ເອົານ້ຳມົນມາຫົດຊາວບ້ານນັ້ນ ພ້ອມທັງເວົ້າກັບປະຊາຊົນວ່າ "ຈົ່ງໝັ້ນໃຈ ພວກເຂົາເຮັດຫຍັງເຮົາບໍ່ໄດ້ດອກ", ຫຼາຍຄົນບອກ ໃຫ້ພໍ່ຈານໜີໄປ ພໍ່ຈານກໍບອກວ່າ ຫາກເຮົາໜີ ພວກທ່ານຊິຢູ່ກັບໃຜ, ຕົກຕອນແລງມາ ພໍ່ໄດ້ພາຂ້ອຍໄປເອົາເຮືອອ້າຍອຸ້ມ ໄປໃສ່ມອງ, ມັນກະແປກທີ່ສຸດ ທີ່ຂ້ອຍເຫັນພໍ່ຂ້ອຍລົງໃສ່ມອງ ອາດເຫັນເປັນຄັ້ງທຳອິດກະໄດ້ພາຍໃນ ໓ ປີນັບແຕ່ປົດປ່ອຍມາ ແຕ່ປາກະບໍ່ອິດກິນ ມີຄົນເອົາມາສົ່ງຕະຫຼອດ ປາແດກ, ສົ້ມ, ປາຈາວ ຍັງເຫຼືອກິນຢາຍຄົນອື່ນຊຳ້ ເພາະຮອດຍາມຊາວດອນໃຕ້ເອົາມາສົ່ງຮອດເຮືອນ ແຕ່ມີບາງຄັ້ງ ເພີ່ນກະໄສ່ແຕ່ເບັດຕາມແຄມທ່າ ໓-໔ ສາຍ, ກໍເຫຼືອກິນແລ້ວ ພໍ່ບໍ່ເຄີຍລົງເຮືອໄຫຼມອງ, ຂວ່າງແຫ, ເລາະຊ້ອນເລີຍ, ເຮືອມີ ໒ ລຳເພີ່ນກໍເອົາ ຂຶ້ນໂຄກລຳໜຶ່ງ, ເຮືອໃຫຍ່ກໍຈອດຖິ້ມໄວທາງທ່າໃຊ້ງານຂົນ ຂອງຢ່າງອື່ນ, ວັນນີ້ພໍ່ລົງໄປໃສ່ມອກາງນຳ້ຂອງທີ່ກວ້າງເກືອບ ໒ ກິໂລ, ມັນກະເປັນກາເປັນເລື່ອງແປກ ສະໄໝນັ້ນປາຫຼາຍ ອັນຊິເອົາປາໃຫຍ່ຊ່ຳກ້ອຍເຊົ້າ ກ້ອຍແລງນັ້ນ ບໍ່ຈຳເປັນຫາວັງໄກປານນັ້ນ ແລະແລ້ວກໍເຫັນເຮືອມອງລຳໜຶ່ງມາໃກ້ໆ ນັ້ນແມ່ນເຮືອຈ່າເຂັງ ເຄີຍເປັນນາຍດ່ານໃນລະບອບເກົ່າ ຢູ່ບ້ານຂ້ອຍ ນີ້ ເຂົາຢູ່ບ້ານເມືອງແສນ ບໍ່ຮູ້ເຂົາເວົ້າຫຍັງກັນ ເພາະຕ່າງຝ່າຍຕ່າງກະຢາມມອງໃຜມອງມັນ ແຕ່ເວົ້າກັບໄປເລື້ອຍໆ ຮູ້ແຕ່ຄຳໜຶ່ງວ່າ "ຈານຄຣູຈົ່ງທຸ່ນທ່ຽງ" ພໍ່ຈານຕອບກັບວ່າ "ນີ້ແລ້ວຄືຊິວິດຂ້ອຍ". ວັນນັ້ນກະໄດ້ປາມາຫຼາຍສົມຄວນ.
- ຕື່ນເຊົ້າວັນໃໝ່ເຫັນທະຫານອ້າຍນ້ອງມາເຕັມເດິ່ນບ້ານ ນອນຢ່າຍກັນໄປທຸກຫຼັງຄາເຮືອນໃນຄຸ້ມນັ້ນ ທັງເທິງເຮືອນ ເດີ່ນບ້ານ ອ້າຍນ້ອງຢູ່ທີ່ບ້ານຂ້ອຍ ໑ ເດືອນກໍກັບໄປ.
- ຄືນທີ່ກັບໄປນັ້ນແລ້ວ ຕື່ນເຊົ້າມາກໍເຫັນຊາວບ້ານໂສກັນອີກວ່າ "ປະຕິການເຂົາບ້ານ" ມາບາດນີ້ແຮງຄັກກວ່າແຕ່ກ່ອນ ພວກເຂົາເອີ້ນພໍ່ຈານລົງມາຈາກ ເທິງເຮືອນ ແລ້ວເວົ້າຈາຂົ່ມຄູ່ພໍ່ຈານຕ່າງໆ ນານາ, ປະຕິການມາຊຸດນີ້ ທີ່ວ່າໂຫດກວ່າ ກໍເພາະວ່າມາເປັນກອງຮ້ອຍ ຄົນທີ່ເຂົ້າມາເວົ້າກັບພໍ່ຈານ ພັດແຂ້ວຫ້ຽນໆ ແລະເວົ້າພາສາຂະເໝນ ຈົນຕ້ອງໄດ້ແປ "ເຊິ່ງມີພວກຂະເໝນແດງທີ່ໂຕນມາຢູ່ນຳພໍ່ຈານນັ້ນ ເປັນຜູ້ແປພາສາ ເຖິງປານາ ຄົນຂະເໝນເອງ ກໍແປພາສາເຂົາຢາກ ເຂົາເວົ້າພາສາແບບຊົນຊາດ, ມາຄັ້ງນີ້ຊາວບ້ານແຕກຕື່ນມາລວມກັນຫຼາຍຄົນຈຶ່ງເຫັນເຫດການນັ້ນ, ອ້າຍດຳບອກວ່າ ພໍ່ຈານບໍ່ເວົ້າຫຍັງ ມີແຕ່ເວົ້າຄຳດຽວ່າ "ຫາກພວກທ່ານເຂົ້າມາກຳອຳນາດຄືນ ເຮົາກໍຈະຍອມຮັບໃຊ້ ແລະເຮັດວຽກໃຫ້ທ່ານ ແຕ່ເວລານີ້ ອ້າຍນ້ອງເຂົາ ເປັນນາຍຂ້ອຍ ຂ້ອຍກໍຕ້ອງຮັບໃຊ້ ຄົນທີ່ເປັນນາຍຂອງຂ້ອຍເທົ່ານັ້ນ" ອ້າຍດຳ ເຊິ່ງເປັນກອງຫຼອນປະຈຳຕົວພໍ່ເວົ້າໃຫ້ຜູ້ຂ້າຟັງ ແລະແລ້ວພວກປະຕິການ ກໍບໍ່ເຫັນວ່າຫຍັງ ມີແຕ່ວ່າ ຂໍເຂົ້າກິນ, ພໍ່ຈານກະບອກວ່າ "ເຂົ້ານັ້ນມີຢູ່ ເປັນເຂົ້າຂອງອ້າຍນ້ອງ ແຕ່ຖ້າທ່ານຢາກໄດ້ໃຫ້ເອົາໄປ" ປະຕິການບອກໃຫ້ພໍ່ໃຊ້ຊາວ ບ້ານຫາມເອົາເຂົ້າໄປສົ່ງເຂົາ, ພໍ່ຈານບອກກັບປະຕິການວ່າ "ເຮົາບໍ່ມີສິດທີ່ຈະສັ່ງຊາວບ້ານ ແຕ່ຖ້າຕ້ອງການເຂົ້າໃຫ້ພວກທ່ານເອົາໄປເອງ" ໃນທີ່ສຸດປະຕິການກໍຂຶ້ນໄປເອົາເຂົ້າຢູ່ເທິງເຮືອນ ເຊິງເປັນເຂົ້າຂອງທະຫານອ້າຍນ້ອຍເອົາມາໄວ້ ຢາມເຂົາມາເຮັດວຽກເຂົາຈະເອົາໄປກິນ ເຂົ້ານັ້ນມີປະມານສິບກະເປົ໋າປານຮ້ອຍກິໂລ ພໍ່ບອກວ່າຖ້າພວກທ່ານມີແຮງເອົາໄປ ກໍໃຫ້ເອົາໄປໝົດ ແລະແລ້ວພວກເຂົາເອົາໄປພຽງແຕ່ ໓ ກະເປົ໋າເທົ່ານັ້ນ ອ້າຍດຳເວົ້າໃຫ້ຟັງວ່າ "ລາວກັບພໍ່ ແລະຄົນອື່ນໆໄປສົ່ງປະຕິການລົງເຮືອອລ້ວຈຶ່ງກັບ".
- ຫຼັງຈາກນັ້ນ ໑໐ ກວ່າວັນປະຕິການກໍປະທະກັບທະຫານ ແລະກອງຫຼອນ ເຮັດໃຫ້ອ້າຍຄຳ ເຊິ່ງເປັນກອງຫຼອນຕາຍຄາທີ່ ຕໍ່ໜ້າວັດຂະເໝົາປາກເຊ, ຕອນນີ້ຊາວບ້ານຢ້ານກົວທີ່ສຸດ ບາງຄົນກໍບໍ່ຢູ່ບ້ານ ບາງຄົນກໍໂຕນໜີໄປປ່າ, ໒ ວັນຕໍ່ມາກໍບໍ່ເຫັນພໍ່ຢູ່ບ້ານແລ້ວ ໂາມແມ່ນວ່າໄປເມືອງມຸນ.
- ພໍ່ໄປເມືອງມຸນ ຂ້ອຍກໍບໍ່ໄດ້ຄິດຫຍັງຫຼາຍ ຄິດແຕ່ພຽງວ່າ ເພິ່ນໄປການເພີ່ນຕາມປົກກະຕິ ເພາະໄລຍະນີ້ວຽກຂອງພໍ່ຈະປະຈຳຢູ່ເມືອງ ເປັນສ່ວນໃຫຍ່, ແຕ່ວ່າ ມາເບິ່ງເບື້ອງແມ່ແລ້ວ ເຖິງຈະຕັ້ງໜ້າຕັ້ງຕາເຮັດເສັ້ນເຝີຂອງເພີ່ນຕາມປົກກະຕິ ແຕ່ເພີ່ນກໍມີຄວາມເສົ້າສ້ອຍຜິດປົກກະຕິ ແລະທີ່ເຫັນໄດ້ຈະແຈ້ງ ສ່ວນເອື້ອຍ ເຊິ່ງເປັນເອື້ອຍກົກຂອງຂ້ອຍ ເຊິ່ງເສົາຫຼັກຂອງຄອບຄົວຄຽງຄູ່ກັບແມ່ນັ້ນ ມີການໂສກເສົ້າຢ່າງເຫັນໄດ້ຈະແຈ້ງ.
- ຂ້ອຍເລີຍຖາມເອື້ອຍວ່າ "ເປັນຫຍັງຈຶ່ງເສົ້າແທ້" ທຳອິດເອື້ອຍບໍ່ບອກ ຂ້ອຍຖາມຊູຊີຫຼາຍເຂົ້າ ຈຶ່ງໄດ້ບອກກັບຂ້ອຍວ່າ "ຢ່າເວົ້າໃຫ້ນ້ອງໆ ຟັງ ເອື້ອຍເຫັນຈົດ ໝາຍສີແດງ ຢູ່ໂຮງໂມ້ແປ້ງ ອ່ານໄດ້ຄວາມວ່າ ເຊີນພໍ່ຈານໄປພົບທີ່ດົງກະທຸງ ສ່ວນລາຍລະອຽດຈະມີຄົນມາຮັບ ລົງຊື່ ກະປຸ່ມ" ເອື້ອຍເລີຍເອົາມາໃຫ້ພໍ່ເບິ່ງ ພໍ່ຮັບໄວ້ແລ້ວກໍອ່ານ ແລ້ວພໍ່ກະບອກພວກແມ່ ແລະເອື້ອຍວ່າ ຈະໄປເມືອງມຸນ ສົງໄສພໍ່ຈະໄປດົງກະທຸງ ຕາມຄຳເຊີນບໍ່ຮູ້, ພໍ່ບໍ່ໄດ້ເວົ້າຫຍັງໃຫ້ພວກເຮົາຟັງເລີຍ ມີແຕ່ບອກວ່າຊິໄປເມືອງມຸນ ອັນນີ້ແລ້ວ ແມ່, ເອື້ອຍ ແລະຊາວບ້ານເປັນຫ່ວງ.
- ຂ້ອຍຟັງແລ້ວ ກໍບໍ່ມີທ່າທີຫຍັງເລີຍຕໍ່ການຈາກໄປເມືອງມຸນຂອງພໍ່ ເພາະພໍ່ຈານກໍໄປປະຈຳການຢູ່ເມືອງມຸນຢູ່ແລ້ວ ແຕ່ຫຼັງຈາກນັ້ນເມື່ອຂ້ອຍຍິນຄົນ ໃຫຍ່ເວົ້າວ່າ "ຄັນເຫັນຈົດໝາຍສີແດງ ມັນກໍແມ່ນຈົດໝາຍອັນຕະລາຍ ຫຼືຈົດໝາຍເຊີນໄປຕາຍຫັ້ນລະຕິ". ຂ້ອຍບໍ່ເຂົ້າໃຈໃນຄຳເວົ້ານັ້ນເລີຍ.
(ອ່ານຕໍ່ຕອນ ໒)