(ຕໍ່ຈາກຕອນທີ ໑)
- ການຊ່າລືວ່າ ພໍ່ຈານໄດ້ຖືກທ່ານກະປຸ່ມເຊິ່ງເປັນຫົວໜ້າປະຕິການຕໍ່ຕ້ານລະບອບໃໝ່ ເຊິ່ງມີຖານທັບຢູ່ດົງກະທຸງ ສາຍເຊລຳເພົານັ້ນ, ເນື່ອງຈາກເຂົາເຫັນ ວ່າຈົດໝາຍສີແດງ ເຊີນພໍ່ຈານເຊັ່ນນັ້ນ ມັນເປັນຈົດໝາຍເຊີນໄປຕາຍ, ປະຊາຊົນໄດ້ກ່າວເຖິງ ແລະວິເຄາະວິຈານເຖິງຈົດໝາຍສີແດງນັ້ນ ກໍຍິງເຮັດໃຫ້ປະຊາ ຊົນທີ່ເຄົາຣົບໃນຕົວພໍ່ຈານ ເຈັບແຄ້ນແໜ້ນໃຈ ທັງວິຕົກກັງວົນ ໂຈທະນາກັນໄປຕ່າງໆນານາ ບາງຄົນສະແດງອອກທາງຄວາມເປັນຫວ່າງ, ບາງຄົນສະແດງ, ອອກທາງຢ້ານກົວ, ບາງຄົນສະແດງອອກທາງການເສັຍອົກເສັຍໃຈ, ບາງຜ່ອງກໍສີໂຕນ, ບາງຄົນກໍວ່າພໍ່ຈານ, ບ່າວຈານ, ພໍ່ເຖົ້າຈານບໍ່ຍ້າຊິໄປຕາມຄຳພວກ ມັນເລີຍ, ທັງໆທີ່ຮູ້ວ່າຈົດໝາຍສີແດງ ມັນແມ່ນຈົດໝາຍເລືອດ ຈົດໝາຍອັນຕະລາຍ ພໍ່ຈານເອງ ກໍຮູ້ຢູ່ແລ້ວວ່າ "ຈົດໝາຍສີແດງ ມັນມີແຕ່ຈົດໝາຍຮຽກໄປ ຂ້າຖິ້ມ".
- ຊາວດອນໃຕ້ ດອນຕຳ່ຜູ້ເປັນໝູ່ດ ເປັນສ່ຽວເຫີຍເກີຍຮັກ ທັງໆທີ່ຢູ່ໃນເຂດເມືອງໂຂງ ຕ່າງກໍພາຍເຮືອຂ້າມດອນມາຫຼາຍດອນ ມາຖາມຂ່າວຖາມຄາວພໍ່ ຈານ ແລະມາອົບອຸ່ນຈິດໃຈຄອບຄົວຂອງຂ້ອຍ, ຜູ້ທີ່ມາກໍບໍ່ແມ່ນມາລ້າ ຍັງຫິ້ວຫັບຂອງຕ້ອນມາພ້ອມ, ທັງໄຫປາແດກ, ໄຫປາເຄັມ, ໄຫປາສົ້ມ, ປາຢ້າງ, ປາຕາກ, ກະທໍຢາຕິດໄມ້ຕິດມືມາພ້ອມ, ບາງຄົນກໍມານອນຟັງຂ່າວຄາວການກັບມາຂອງພໍ່ຈານຫຼາຍວັນ.
- ທີ່ເຮືອນຂອງຂ້ອຍຕະຫຼອດໄລຍະທີ່ພໍ່ຈາກໄປນັ້ນມັນຊ່າງປຽບເໝືອນງານບຸນ ຫຼືງານສົບທີ່ມີຄົນຄັບຄາໜ້າແໜ້ນ ມາສະແດງຄວາມໄມຕີ ອາໄລ ດ້ວຍຄວາມໂສກເສົ້າເສັຍໃຈ, ຕ່າງແຕ່ວ່າຜູ້ຈາກໄປຈັກຊິເປັນຕາຍຮ້າຍດີແນວໃດ ? ເພາະບໍ່ຮູ້ຂ່າວຄາວຫຍັງເລີຍ ມັນຊິຮູ້ຂ່າວຄາວໄດ້ຈັ່ງໃດ ໃນເມື່ອຕອນປົດ ປ່ອຍໃໝ່ນັ້ນ ທຸກຢ່າງໃໝ່ໝົດ, ເມືອງມຸນກັບດອນຂະເໝົາມັນໄກກັນໄລຍະທາງຕັ້ງ ໕໐-໖໐ ກິໂລແມັດ ການໄປກໍແມ່ນໄປທາງເຮືອເທົ່ານັ້ນ, ເຮືອກໍແມ່ນເຮືອພາຍ ຫຼືແຈ້ວເອົາ ເຮືອຈັກເຮືອລານ ມີແຕ່ຈັກ ແຕ່ເຮືອ ແຕ່ບໍ່ມີນຳ້ມັນໃສ່ ການໄປການມາແມ່ນຄາວມື້ ຄັນແມ່ມີອັນຕິດຂັດແນ່ກະຕ້ອງໄດ້ ນອນຄືນ ໄປທາງລົດກະມີແຕ່ລົດຖີບ ລົດຈັກກະມີ ຢູ່ເມືອງແສນ ແຕ່ບໍ່ມີນຳ້ມັນໃສ່ ເຖິງມີໃສ່ກະບໍ່ມີໃຜກ້າເດີນທາງທາງຝັ່ງຕາເວັນອອກ ເພາະມັນຍາມບ້ານ ແຕກສະແຫຼກຂາດ ການເຄືອນໄຫວ້ຂອງສັດຕູກໍແມ່ນກຳລັງຮ້ອນແຮງ ບໍ່ມີໃຜກ້າເດີນທາງຄົນດຽວແນ່ນອນ ເຖິງມີຣົດໂດຍສານແລ່ນຈາກເມືອງໂຂງ ຮອດປາກເຊ ຈະໄປເມືອງມຸນກໍຜ່ານທາງນັ້ນ ແຕ່ຈະໄປຕາມໃຈ ກະບໍ່ໄດ້ ເພາະລົດເຂົາຈະອອກ ໒-໓ ວັນຕໍ່ຖ້ຽວມບາງຖ້ຽວກະນອນຄ້າງຄືນ ເພາະຖະໜົນມັນຍາກ ເປັນຂຸມເປັນບໍ່ໃນປາງສົງຄາມ ຫຼືມີເຮືອອີຊຸຊູ ແລ່ນກໍແລ່ນຂະເໝົາ-ປາກເຊຂອງບ່າວແຮດ ແລະລູງວັນທອງ ກ ໒ ວັນຕໍ່ທ້ຽວ, ອີກອັນໜຶ່ງການຈາກໄປຂອງພໍ່ຈານ ກະບໍ່ຮູ້ວ່າໄປໃສກັນແທ້ ອາໄສແຕ່ຂ່າວລືວ່າ ພໍ່ຈານໂຕນ, ພໍ່ຈານຕາຍ ບາງຂ່າວດີແນ່ ກໍວ່າພໍ່ຈານໄປລີ້ຢູ່ກອງພັນ ທີ ໒໐ ພຸ້ນ ຂ່າວບາງຂ່າວຄົງສ້າງຄວາມເຈັບແສບໃຈ ແລະທຸກໃຈແກ່ຂ້ອຍ ແມ່ຂ້ອຍ ແລະຊາວບ້ານສົມຄວນ ແຕ່ສິ່ງໜຶ່ງທີ່ຂ້ອຍເຫັນ ກໍຄືແມ່ບໍ່ມີຄວາມເຫັນຫຍັງ ໝົດກັບເລື່ອງນີ້ ມີແຕ່ບອກວ່າເອົາແຕ່ບຸນແຕ່ກັມ ເຫັນແຕ່ເພີ່ນເຮັດເຝີ ແລະຕອນເຊົ້າຕອນເພນ ເຮັດຈັ່ງຫັນວັນເພນບໍ່ໄດ້ຂາດ ຍາມແຂກມາ ເພີ່ນກະຕ້ອນ ຮັບຂັບສູ່ ດ້ວຍເຄື່ອງກິນຂອງຕ້ອນ ດ້ວຍຄວາມເອື້ອອາທອນຕາມແບບສະບັບຂອງເພີ່ນ, ຄັນຄົນຖາມວ່າ ພໍ່ຈານໄປໃສ ? ເພີ່ນຕອບແຕ່ຄຳດຽວວ່າ ໄປວຽກ ແລະໄປລາຍງານທາງເມືອງ.
- ຄວາມເປັນຫວ່າງເປັນໄຍຕໍ່ການຈາກໄປ ຢ່າງສົງໄສເຕັມໄປດ້ວຍຂ່າວລືນັ້ນ ໄດ້ຢືດເຍື້ອຍາວນານຫຼາຍວັນແລ້ວ ປະຊາຊົນຊາວບ້ານ ຜູ້ທີ່ລໍຮັບຂ່າວ ຮ້າຍຫຼືດີ ກໍເໝື່ອຍລ້າ ແລະອົກສັ່ນຂວັນແຂນແມ່ນກະທັງ ພໍ່ເຖົ້າຄູນ ເຊິ່ງເປັນພີ່ນ້ອງໃກ້ສິດຂອງພວກເຮົາ ລາວເປັນຄົນຂາເປັ້ຍເປັນລ່ອຍ ຢ່າງໄປໃສມາໃສບໍ່ໄດ້ ທັງ ກິນ ທັງຖ່າຍ ນັ່ງອາບກໍຍັງນັ່ງກັບທີ່ ເຊິ່ງຕລອດໄລຍະທີ່ຂ້ອຍຮູ້ຄວາມມາ ບໍ່ເຄີຍເຫັນລາວລົງຮອດເຮືອນແມ່ແຕ່ຄັ້ງດຽວ ຂ້ອຍເອງກໍນັບວ່າເປັນຜູ້ຕິດພັນ ນຳພໍ່ເຖົ້າຄູນເປັນພິເສດ ເພາະພໍ່ ແມ່ມັກຈະພາໄປຢາມເຮືອນລາວ ແຕ່ງອາຫານການກິນຮ່ວມກັນ ປີລະຫຼາຍຄັ້ງຕອນຍັງນ້ອຍ, ບາດໃຫຍ່ຂຶ້ນໄປໄດ້ມາໄດ້ ເອງຄັນເຖິງຍາມລ້ຽງຄວາຍ ຫຼືຍາມວ່າງໆ ບໍ່ໄດ້ຮຽນມັກຈະຫຼອຍໄປຟັງລາວເວົ້າເຣື່ອງຕ່າງໆ ທັງຕຳຫຼັບຕຳລາ ນິທານ ຜຽາ ມັກຟັງອີກເຣື່ອງໜຶ່ງກະແມ່ນ ເລື່ອງທຳນາຍເຫດການບ້ານເມືອງ ທີ່ເຂົາຮຽກວ່າໜັງສືທັມນາຍ ພໍ່ເຖົ້າຄູນ ເຖິງວ່າເພິ່ນເປັນເປັ້ຍເສັຍແອວ ແມ່ນແຕ່ນັ່ງ ກະຍັງນັ່ງບໍ່ໄດ້ ມີແຕ່ເອົາໄມ້ທີ່ເຮັດ ເປັນເກັດແລ້ວເອົາໝອນເທິ້ງນອນຢູ່ກັບທີ່ໝູນຢູ່ຢ່າງນັ້ນ ເຂົາບອກວ່າຢູ່ໃນກັບໄມ້ທີ່ລາວນອນທັບຢູ່ນັ້ນ ມັນແມ່ນສົມບັດອັນມີຄ່າ ແລະໜັງສືຕຳລາຕ່າງໆ ພໍ່ເຖົ້າມີຄວາມຮູ້ເວົ້າໃຫ້ຄົນອື່ນໆ ແລະຄົນອື່ນມາປຶກສາລາວນັ້ນ ແມ່ນລາວໄດ້ຄວາມຮູ້ໃນແກັດໄມ້ລາວນັ້ນ ແຕ່ພໍ່ເຖົ້າຄູນເປັນຄົນບໍ່ເສັຍອົງຄະທາງມັນສະ ໝອງເລີຍ ຜົນງານທີ່ລາວເຮັດອອກມາບໍ່ມີໃຜດູຖູກໄດ້ ເຊັ່ນ ເອົາຫວຍມາສານເປັນຫັບ ເປັນຫີບ, ເຮັດໝວກໃບລານ ແລະໃບຕານທີ່ມີການອອກແບບພິ ເສດບໍ່ຊຳ້ແບບບູຮານ,ເອົາຂອງເສດເຫຼືອ ເຊັ່ນກາບກ້ວຍມາສານເຮັດກະເປົ໋າໃສ່ເງິນ ເຫຼົ່ານີ້ເປັນຕົ້ນ ນອກນັ້ນຍັງຮັບສານແຫ່, ຝູງແຫ, ເຮັດຄ້າວມອງ ສິ່ງທີ່ເຮັດໃຫ້ພໍ່ເຖົ້າຄູນມີຄົນຮູ້ຈັກແມ່ນເຮັດກີ່ກະຕຸກ ເຊິ່ງກ່ອນປົດປ່ອຍນັ້ນ ຄຳວ່າກີ່ກະຕຸກນີ້ ແມ່ນບໍ່ມີໃຜ ເວົ້າເຖິງພໍ່ເຖົ້າຄູນເຮັດຂາຍປານແທນຳ້ເທທ່າ ແລະນັບແຕ່ຂ້ອຍຮູ້ຄວາມມານັ້ນ ໃຜຊິຕາຍຮ້າຍດີຫຍັງກະຕາມ ພໍ່ເຖົ້າຄູນບໍ່ເຄີຍໄປງານໃດ ? ແຕ່ເມື່ອຍິນຂ່າວວ່າ ພໍ່ໄປເມືອງມຸນຕາມຈົດໝາຍສີແດງເຊີນ ນັ້ນພໍ່ເຖົ້າຄູນເຖິງກັບໃຫ້ລູກຫຼານເກັ່ຍລົງເຮືອໄປເຮືອນຂອງຂ້ອຍ ເພື່ອໄປອົບອຸ່ນ ແລະຖາມຂ່າວຄາວພພໍ່ແມ່ຂອງຂ້ອຍ ພໍ່ເຖົ້າຄູນໄດ້ເວົ້າກັບແມ່ຂ້ອຍວ່າ :
"ປູ່ ເອີຍໃຫ້ເຈົ້າໃຈເຢັນໆດີຫຼານ ລູງເຊື່ອວ່າຈານຄຣູບໍ່ມີໃຜເຮັດຫຍັງລາວໄດ້ດອກ ລູງເຊື່ອຈັ່ງຊັ້ນ ແລະຈານຄຣູມີຄວາມສະຫຼອດພໍ ທີ່ຈະຕ້ານທານກັບໄຟ ອັນຕະລາຍຄັ້ງນີ້ໄດ້" ແລ້ວພໍ່ເຖົ້າຄູນກໍຫັນໜ້າໄປເວົ້າກັບ ພະນັກງານຂົນຂວາຍ ແລະທະຫານທີ່ມາຈາກເມືອງວ່າ "ຄົນດີນີ້ຜີບໍ່ຂ້າ ມ້າບໍ່ຢຽບດອກ ຟັງເບິ່ງ ໂລດພວກລູກຫຼານຟັງເບິ່ງໂລດ" ກ່ອນຈະກັບພໍ່ເຖົ້າຄູນໄດ້ເອີ້ນແມ່ ແລະພີ່ນ້ອງຂອງຂ້ອຍມານັ່ງໂຮມກັນ ລວມທັງອ້າຍຂ້ອຍສອງຄົນ ຄົນໜຶ່ງໄປບວດເປັນ ພຣະຢູ່ດອນຖານ ອີກຄົນໜຶ່ງໄປບວດເປັນເນນຢູ່ເມືອງແສນ ແລະໄປຮຽນຢູ່ນຳພຣະອາຈານໃຫຍ່ບຸນທອງ ວິປະໄຊຍ໌(ຊາໂງນ) ທີ່ວັດກາງ ເມືອງໂຂງ ເຊິ່ງເພີ່ນພ້ອມກັບໝູ່ເພີ່ນໄດ້ມາລໍຟັງຂ່າວພໍ່ນັ້ນ ພໍ່ເຖົ້າຄູນໄດ້ເວົ້າໃຫ້ກຳລັງໃຈ ແລະອຸ່ນໃຈ "ພວກລູກໆຫຼານຢ່າເປັນຫ່ວງມັນຊິອຸກ ແລະທຸກໃຈລ້າ",
- ນັ້ນແມ່ນຄຳເວົ້າພໍ່ເຖົ້າຄູນ ທີ່ເວົ້ານຳພວກເຮົາ ຂ້າພະເຈົ້າສັງເກດເຫັນວ່າ ແມ່ຂອງຂ້າພະເຈົ້າ ບໍ່ສະແດງຄວາມຕົກໃຈແມ່ນແຕ່ໜ້ອຍດຽວ ບໍ່ວ່າວັນນີ້ ກໍຄືວັນທີ່ພໍ່ຈາກໄປ ໂດຍສະເພາະສີໜ້າ ແລະນຳ້ຕາຂອງແມ່ບໍ່ໄດ້ສະແດງໃຫ້ພວເຮົາເຫັນແມ່ນແຕ່ໜ້ອຍດຽວ ບໍ່ເວົ້າເຖິງສຽງດ່າ ສຽງດ່າ ສຽງຈົ່ມ ແມ່ກໍໄດ້ ແຕ່ເວົ້າກັບພໍ່ເຖົ້າຄູນວ່າ "ພໍ່ຈານນັ້ນ(ແມ່ຂ້ອຍຮຽກພໍ່ກະຮຽກພໍ່ຈານ ກັບພໍ່ເດັກນ້ອຍ ສອງຄຳນີ້ຕະຫຼອດຊີວິດເພີ່ນ ຫາກເວລາຮຽກພໍ່ເຊິ່ງໜ້າ ເພີ່ນຈະໃຊ້ຄຳວ່າ "ພໍ່" ຄຳດຽວ) ເປັນເໝືອນເທບພະດາໃນໃຈຫຼານ ດ້ວຍເຫດນັ້ນ ເພີ່ນຈະຄຸ້ມຄອງພວກເຮົາ ແລະຢູຸ່ໃນໃຈເຮົາ ຫຼາຍຮູ້ສຶກໃນໃຈສະເໝີມາ ວ່າ ເພີ່ນຈະເປັນຜູ້ຊະນະມານ", ຂ້ອຍຍິນຄຳນີ້ຈົນຊິນແລ້ວ ທີ່ແມ່ກ່າວເຖິງພໍ່ໃນຊີວິດປະຈຳວັນຂອງເພີ່ນ ເມື່ອຂ້ອຍຟັງຄຳນີ້ ກັບຄຳພໍ່ເຖົ້າຄູນ ຜະສົມກັບ ລັກສະນະເດັດດຽວ ເດັດຂາດຂອງແມ່ແລ້ວ ຂ້ອຍບໍ່ມີຄວາມສະຖົກສະທ້ານໃຈແມ່ນແຕ່ໜ້ອຍດຽວເລີຍ ກັບມີພະລັງໃຈເພີ່ມຂຶ້ນອີກ, ເພາະຂ້ອຍເຊື່ອແມ່ ຂ້ອຍ ຍິ່ງພໍ່ເຖົ້າຄູນມາເວົ້າຈັ່ງຊັ້ນ ຂ້ອຍຍິ່ງເຊື່ອເພີ່ມຂຶ້ນຮ້ອຍເທົ່າພັນເທົ່າ, ເຫດໃດຂ້ອຍຈຶ່ງເຊື່ອພໍ່ເຖົ້າຄູນ ເພາະຄຳເວົ້າຫຼາຍຄຳທີ່ເຄີຍຍິນແມ່ນ ເປັນຈິງໝົດ ແລະຂ້ອຍຈະນິຍົມກັບສິ່ງທີ່ລາວຜລິດອອກມານັ້ນມັນແປກຊາວບ້ານເຂົາ ລາວເວົ້າໃນສິ່ງທີ່ຄົນບໍ່ເວົ້າ ລາວເຮັດໃນສິ່ງທີ່ຄົນບໍ່ເຮັດ ແຕ່ກັບໄດ້ຜົນ ອັນໜຶ່ງ ທີ່ຂ້ອຍເຊື່ອໄດ້ ຄື ລາວເວົ້າໃຫ້ນາຍທະຫານໃນລະບອບເກົ່າ ທີ່ມາປະກາຍທີ່ຄ້າຍຫາງດອນຄົນໜຶ່ງຟັງ ຂ້ອຍໄດ້ຍິນໄດ້ຍິນເຕັມຫູວ່າ ໂກໂລແນນເອີຍ ເຈົ້າຊິເຮັດຫຍັງກະເຮັດ ໃນອີກ ໒ ເດືອນຂ້າງໜ້ານີ້ ອ້າຍນ້ອງຊິມາ, ເພີ່ນເວົ້າວ່າ ໒ ເດືອນ ກໍຖືກຕ້ອງແທ້ໆ ເພາະວັນທີ ໒ ທັນວາ ມີການປົດປ່ອຍພວກ ທະຫານແຕກນີ້ກະຈັດກະຈາຍ.
- ເຖິງປານນັ້ນ ກໍສົງໄສກັບຄຳເວົ້າຄຳໜຶ່ງ ທີ່ພໍ່ເຖົ້າຄູນຫັນໄປເວົ້າກັບອື່ນ ແລະພະນັກງານທະຫານຄົນໜຶ່ງ ທີ່ມາໃນເຮືອນນັ້ນວ່າ "ພໍ່ເຖົ້າຮູ້ຈັກຈານຄຣູດີ, ຮູ້ຈັກຄວາມຄິດຂອງລາວ ຈານຄຣູຈັກຕ້ອງປະເຊີນໜ້າກັບທ່ານກະປຸ່ມແນ່ນອນ, ເພາະມີຄຳເຊີນເຊັ່ນນີ້ ຈານຄຣູຕ້ອງໄປຫາເຂົາ ໃຜຫ້າມກະບໍ່ຟັງ ເຊື່ອໂລດ, ເພາະຈານຄຣູເປັນຄົນເຮັດແທ້ທຳຈິງ, ບໍ່ເປັນຄົນຂີ້ຂ້າຕາຂາວ ແລະເປັນຄົນທີ່ປະເຊີນໜ້າກັບຄວາມຈິງ ເປີດເຜີຍຄວາມຈິງຕະຫຼອດມາ ເວົ້າແລ້ວຕ້ອງທຳ ບໍ່ແມ່ນນິໄສຄົນດື້ດຶງ ແຕ່ເປັນຄົນຖືສັດຈະກັບເຫດຜົນສະເໝີກັນ, ພວກທ່ານຈົ່ງຈື່ໄວ້ວ່າ ຈານຄຣູໄປຄັ້ງນີ້ ແມ່ນໄປເພື່ອໝົດທຸກຄົນ ແລະເພື່ອຊາດອີກ ທາງໜຶ່ງ".
- ພວກພະນັກງານ ແລະປະຊາຊົນຈຳນວນໜຶ່ງ ທີ່ນັ່ງຟັງພໍ່ເຖົ້າເວົ້າໄດ້ແຕ່ນັ່ງງຽບຟັງພໍ່ເຖົ້າເວົ້າ ຂ້ອຍເອງ ຟັງຟັງຄຳນີ້ ກໍໄດ້ແຕ່ສົງໃສ ໃນຄວາມໝາຍອັນ ແທ້ຈິງຂອງພໍ່ເຖົ້າ ແຕ່ບໍ່ມີຄຳຕົກໃຈເໝືອນເດີມ ເພາະພໍ່ເຖົ້າເວົ້າຢ່າງອົງອາດກ້າຫານ.
- ຕລອດໄລຍະຫຼາຍວັນ ທີ່ມີແຂກ ໄປໄທມາບໍ່ຂາດສາຍແມ່ຂ້ອຍໄດ້ຢຸດເຊົາເຮັດເສັ້ນເຝີລົງຊົ່ວຄາວຕັ້ງແຕ່ວັນ ທີສອງທີ່ພໍ່ຈາກໄປ ແຕ່ພວກເພີ່ນ ພ້ອມເອື້ອຍ ພວກຂະເໝນທີ່ໂຕນມາຢູ່ນຳ ພ້ອມກັບສະມາຄົນແມ່ຍິງບ້ານ ແລະສະມາຄົມຊາວໜຸ່ມໄດ້ແບ່ງໜ້າທີ່ກັນ ຜູ້ຊາຍລົງຫາປາ ຜູ້ຍິງແຕ່ງຢູ່ຄົວກິນລ້ຽງແຂກ ຢູ່ເຖິງເຮືອນແນ່ ແລະເດີ່ນຫຼັງບ້ານຮາວກັບວ່າ ຊາວແມ່ນຄົວເຮັດອາຫານຍາມບຸນໃຫຍ່ໆ ແມ່ຂ້ອຍໄດ້ເຮັດອາຫານລ້ຽງແຂກທີ່ມາຢ້ຽມຢາມຖາມຂ່າວ ຕະຫຼອດໄລຍະຫຼາຍວັນຢ່າງບໍ່ຂາດຕົກບົກຜ່ອງ, ຂ້ອຍຍັງຈື່ປະເພດອາຫານທີ່ແມ່ຂ້ອຍເຮັດ ໃນຄາວນັ້ນຢູ່ພໍລາງໆ ເຊັນ ຕົ້ມເຄັມໝູ, ຕົ້ມຂໍ່ໝູ, ຕົ້ມຕົ້ມເຄັມ ປາສະດີປາພອນ ແລະຕົ້ມໝູຕະໂລ້ ເຊິ່ງເປັນເມນູເດັດ ທີ່ແມ່ມັກ, ອັນຕົ້ນຄໍ່ໝູນີ້ ແມ່ນເພິ່ນມັກເຮັດຍາມບຸນປີໃໝ່ ເຮັດໝໍ້ບັກໃຫຍ່ ພ້ອມທັງຫຸງເຂົ້າຈ້າວໄວ້ ພ້ອມ ແຂກໄປໄທມາທ່ຽວປີໃໝ່ ເພີ່ນຮຽກເຂົາມາກິນຕລອດ ໓ ວັນ, ໃນວັນທີ່ລໍຟັງຂ່າວພໍ່ນີ້ ແມ່ກະເຮັດແບບນັ້ນ ເຊັ່ນກັນ ຄືຕົ້ມຂໍ່ ແກງກະລີ່ ພ້ອມທັງຫູງ ເຂົ້າໄວ້ ແຂກມາຢາມບໍ່ວ່າຍາມໃດ ໄດ້ກິນເຂົ້າທັນໃຈ, ນອກຈາກນັ້ນເພິ່ນຍັງເຮັດຂອງຫວານອີກ ຄືຂອງຫວານທີ່ເພີ່ນມັກສຸດ ຄືກະທິໝາກຕານສຸກ ເຊິ່ງບໍ່ມີ ໃຜເຮັດກິນເລີຍ ເພາະມັນເຮັດຍາກ ແມ່ນອອກໄປນອກທົ່ງໄປເອົາໝາກຕານສຸກມາປອກເປືອກແລ້ວຄັ້ນເອົານຳ້ມັນມາປະໄວ້ຈົນແຄ້ນກ້າມເໝືອນເຂົ້າປາດ ແລະເອົາເຂົາກະທິມາຜະສົມໃສ່ກັບນຳ້ຕານ ເປັນຂອງຫວານທີ່ຄົນນິຍົມກິນບໍ່ຢອກ ບາງວັນເພີ່ນກະເຮັດແບບຂະໜົມໝາກຕານເຊັ່ນກັນ ແຕ່ວ່າເອົາ ໝາກຕານສຸກມາຄັ້ນເອົານຳ້ມັນແລ້ວໄປຜະສົມກັບແປ້ງ ແລ້ວກໍຕັກນຳ້ໄປໃສ່ບລ໊ອກນ້ອຍໆ ແລ້ວກໍໜຶ້ງຈົນມັນສຸກ ແລ້ວກໍເອົາໝາກພ້າວອ່ອນມາຂູດ ໂຮຍໃສ່ ຂະໜົມແບບນີ້ຄົນກະກິນບໍ່ແມ່ນຢອກ, ຂ້ອຍເອງໄດ້ກິນອາຫານພວກນີ້ທຸກໆວັນ ກ່ອນຈະໄປໂຮງຮຽນ ຢູ່ໂພນຈຳປາ ພ້ອມທັງຫໍ່ໄປກິນເພນ ພ້ອມ, ຄົນອື່ນກໍອິ່ມໜຳສຳລານທຸກຄົນ.
- ຕະຫຼອດຫຼາຍວັນຜ່ານໄປ ຄົນທີ່ມາຖາມຂ່າວຄາວກໍໜ້ອຍລົງແນ່ແມ່ກໍລົດຈຳນວນອາຫານລົງ ນັບແຕ່ພໍ່ຈາກໄປນັ້ນ ຂ້ອຍເອງກະບໍ່ເຄີຍຂາດໂຮງແມ່ນ ແຕ່ຄັ້ງດຽວ ເວັ້ນເສັຍແຕ່ວັນພະຫັດແລະວັນອາທິດ ເຊິ່ງເປັນວັນພັກຮຽນ (ສະໄໝປົດປ່ອຍໃໝ່ ເຂົາພັກວັນພະເຫັດ ຄືພັກກາງອາທິດ, ວັນເສົາບໍ່ພັກ ແຕ່ມາພັກວັນອາທິດ ເປັນວັນພັດທ້າຍອາທິດ) ວັນນັ້ນຂ້ອຍກັບມາແຕ່ໂຮງຮຽນ ເຫັນຄົນເຕັມເດີ່ນບ້ານ ກາງຖະໜົນນັບແຕ່ເຮືອນພໍ່ເຖົ້າພາ ເດີ່ນເຮືອນລູງໜູ ຈົນຮອດເດີນເຮືອນຂອງຂ້ອຍ ເລີຍໄປເດີ່ນເຮືອນໃຕ້ເຮືອນຂ້ອຍອີກສອງສາມຫຼັງເຮືອນ ຈັກວ່າຄົນມາແຕ່ໃສແໜນສະໜັດທີບ ທັງທະຫານ ແລະປະຊາຊົນຢືນເປັນແຖວ, ພໍແຕ່ເຫຼືອດເຫັນຄົນຫຼາຍເຊັ່ນນັ້ນ ຫົວໃຈຕົກວູບລົງຢ່າງບອກບໍ່ຖືກ ຂາສອງຂາຈັກວ່າມັນແລ່ນໄດ້ຈັ່ງໃດ ມືໜຶ່ງດຶງແຂນໝູ່ຜູ້ຍິງຄົນໜຶ່ງ ອີກມືໜຶ່ງກວັດສອດແຂນໄປຕາມຫວ່າງກົ້ນຄົນໃຫຍ່ຈຳນວນຫຼາຍ ຫົວໃຈໄດ້ແຕ່ນຶກວ່າໜຳ່ໆວ່າ "ສາທຸເດີ ຂໍໃຫ້ເປັນຂ່າວດີ".
- ຄົນຈຳນວນທັງຫຼາຍເລົ່ານັ້ນເຫັນຂ້ອຍ ເຂົາກໍພ້ອມກັນຮ້ອງວ່າ "ເດ...ບັກນັນມາແລ້ວ ຫຼີກທາງມັນແນ່, ຂ້ອຍດິງແຂນຄົນໜຶ່ງເລັດລອດຜ່ານຝູງຊົນເຂົ້າໄປ ດ້ວຍຄວາມຢາກຊາ ມືໜຶ່ງດຶງແຂນອີກຄົນໜຶ່ງ ທັງລົ້ມຕະພູບຕະພາບ ຜ່ານກົ້ນຝູງຊົນເຂົ້າໄປ ຈົນຮອດແດນຮົ້ວເຮືອນມາແລ້ວ ຂ້ອຍກໍປະມືຄົນທີ່ດຶງມານຳ ນັ້ນນັ່ງລົງນັ່ງລົງຢ່າງໝົດອາໄລຕາຍຢາກ ເອົາແລ້ວກໍວາແຂນທັງສອງ ໂອບກອດຍິງທີ່ດຶງແຂນມານັ້ນໄວ້ຢ່າງແໜ້ນ ແລ້ວກໍ ປ່ອຍຄວາມອຸກອັ່ງທັ່ງທວງ ທີ່ມັນເກີດຂຶ້ນຈົນແໜ້ນໜ້າເອີກເມື່ອບໍ່ເທົ່າໃດນາທີຜ່ານມານັ້ນໃຫ້ມັນສວ່າງຫາຍອອກໄປ ພ້ອມທັງອຸທານອອກມາແຮງໆວ່າ "ພໍ່ເຮົາບໍ່ຕາຍແລ້ວນອງ" ເມື່ອມຽງມອງຂຶ້ນໄປເທິງຊານເກີຍໜ້າເຮືອນຂອງຂ້ອຍນັ້ນ ເຫັນແຕ່ພໍ່ເອົານຳ້ມົນໃຈກະອຸບນຳ້ມົນພຣະທອງ ທີ່ມີຮູບພະຕິດຢູ່ອ້ອມຮອບ ນັ້ນມັນແມ່ນ ຂັນນຳ້ມົນຂອງພໍ່ທີ່ເພີ່ນເຮັດປະໄຫວ້ຽໜ້າຮ້ານພຣະຂອງເພິ່ນມາຫົດຝູງຊົນທີ່ມາລໍຕອນຮັບເພິ່ນ ໃຜໆ ກໍຜັດປ່ຽນກັນເຂົ້າໄປຮັບນຳ້ມົນຢ່າງສົດຊື່ນ ໃນ ແຂນຂອງພໍ່ ເຕັມແຕ່ຝ້າຍສີຂາວຕັ້ງແຕ່ມືຈົນຮອດສອກທັງສອງຂ້າງ ຂ້ອຍຍັງກອກຍິງຄົນນັ້ນຢ່າງແໜ້ນ ຈົນວ່າຫົວໃຈສວ່າງເຊົາຈາກອາການແໜ້ນເອິກ ລົດແນ່ແລ້ວ ຈົ່ມຄ່ອຍໆອອກວ່າ ສະບາຍແລ້ວບາດນີ້ນ້ອງຫຼີນ, ດີແລ້ວນ້ອງ ພໍ່ເຮົາກັບຄືນມາດ້ວຍຄວາມປອດໄພແລ້ວ, ແລ້ວງວາກໜ້າ ມືນຕາມາເບິ່ງຄົນ ທີ່ກອດຢູ່ ຂ້ອຍຈົນກັບຕ້ອງຜະຫວາອີກຄັ້ງໜຶ່ງ ເພາະຍິງທີ່ຂ້ອຍກອດນັ້ນແມ່ນນາງໄພພະນາ ໝູ່ຂອງຂ້ອຍທີ່ຢູ່ບ້ານດຽວກັນ ເຂົາຄົນນີ້ ເປັນໝູ່ທີຮັກ ແພງກັນ, ກິນເຂົ້າເພນທີ່ໂຮງຮຽນຊຸ້ມດຽວກັນ ແລະເປັນນັກຮຽນແຂ່ງຂັນທີ່ຍາດເອົາ ທີ່ໜຶ່ງຂອງກັນແລະກັນ ຜັດປ່ຽນໄປທຸກໆເດືອນນັ້ນເອງ, ບາດຫາຍຕື່ນຕົກໃຈແລ້ວ ຈຶ່ງກ່າວຄຳວ່າ "ຂໍໂທດໄພພະນາ ຂ້ອຍນຶກວ່າອີ່ຫຼີນນ້ອງຂອງຂ້ອຍຊັ້ນດອກ" ໄພພະນາໄດ້ແຕ່ອາຍ ດີແຕ່ອົດສາເວົ້າອອກມາ ວ່າ "ກະຕາມເທີະ".
- ຢູ່ເທິງຊານນັ້ນ ເຫັນພໍ່ສະໝິງ ທີ່ເປັນຫົວໜ້າກອງທະຫານກອງພັນທີ ໒໐ ຍືນຄຽງຂ້າງ ແມ່ແລະຍ່າລານັ່ບຖະໝອບຮຽງກັນຢູ່ປາກປະຕູ ຕໍ່ໄປມີເອື້ອຍ, ນ້ອງ ແລະພີ່ນ້ອງໃກ້ຊິດຈຳນວນໜຶ່ງ ສ່ວນປະຊາຊົນ ແລະທະຫານຢູ່ທາງກ້ອງລ່າງໄດ້ແຕ່ຜັດປ່ຽນກັນມາຮັບນຳ້ມົນ ຫຼັງຈາກຫົດນຳ້ມົນໝົດແລ້ວ ພໍ່ກໍໄດ້ ເວົ້າກັບຝູງຊົນນັ້ນບໍ່ຍາວປານໃດ ປະມານ ໒-໓ ປະໂຫຍກ ຈື່ໄດ້ແນ່ບໍ່ໄດ້ແນ່ ຈັ່ງຊີ້.
- "ພີ່ນ້ອງທັງຫຼາຍ ພວກພີ່ນ້ອງມາວັນນີ້ ຈົ່ງມີແຕ່ຄວາມຈະເຣີນ ແລະພ້ອມກັນສູ້ຕ້ານທານກັບໄພມານ ແລະສິ່ງຮຸກຮານໃຈ ແລະກາຍເທີ້ນ, ພວກເຮົາ ຈົ່ງພ້ອມກັນອອກແຮງຕໍ່ສູ້ກັບຄວາມຍາກຈົນດ້ວຍການດຸໝັ່ນ ອົດທົນເທີ້ນ, ພໍ່ເຊື່ອສະເໝີມາວ່າ ຄົນເຮົາເມື່ອປະກອບການງານອັນເປັນດີ ທຸກຢ່າງມັນກະ ເປັນມຸງຄຸນ ພວກເຮົາຈົ່ງຢຶດໝັ້ນໃນຄວາມດີເທີ້ນ........" ຕອນທ້າຍກໍມີຄຳຂອບໃຈສັ້ນໆ ວ່າ "ຂໍຂອບໃຈ ທີ່ເປັນຫວ່າງ...."
- ສິ້ນສຽງເວົ້າຂອງພໍ່ ຄົນທັງຫຼາຍບໍ່ຮູ້ວ່າໃຜເປັນຫົວໜ້າ ພ້ອມກັນຮ້ອງອອກເປັນສຽງດຽວກັນວ່າ "ໝັ້ນຍືນໆໆໆໆໆໆ" ຂ້ອຍກໍຮ້ອງກັບເຂົາ ຄືກັນ, ຮ້ອງສອງສາມຄວາມ ກໍຟ້າວແລ່ນຂຶ້ນໄປເທິງເຮືອນ ທາງຂັ້ນໃດຫຼັງບ້ານ ແລ່ນຂຶ້ນໄປເທິງເຮືອນຕໍ່ໜ້າພໍ່ແລ້ວ ກໍຂາບລົງຕໍ່ໜ້າພໍ່ ໑ ຄັ້ງກົ້ມຢູ່ຢ່າງນັ້ນ ຕາມທຳນຽມ ທີ່ຄອບຄົວເຮົາເຄີຍປະຕິບັດມາ.
- ວັນນັ້ນ, ຕາເວັນຕົກລົງດິນໄວຂະໜາດ ຝູງຊົນກັບບ້ານໃຜບ້ານລາວ ບາງພວກຍ່າງລົງໃຕ້, ບາງພວກຢ່າງຂຶ້ນເໜືອ, ບາງພວກຢ່າງລັດທົ່ງ ແລະບາງພວກ ຢ່າງລົງເຮືອພາຍຂຶ້ນ ພາຍລອງ ພາຍຂ້າມຟາກໄປ ເຮັດໃຫ້ເດີ່ນບ້ານ ໕-໖ ຫຼັງຄາເຮືອນກວ້າງຂວາງຂຶ້ນຕາມເດີມ ຍັງເຫຼືອແຕ່ພະນັກງານ ແລະພີ່ນ້ອງໃກ້ຊິດ ຮ່ວມເຂົ້າແລງ ສຽງສົນທະຍາພາທີລະຫວ່າງກັນ ກໍເລີ່ມຫົວຂໍ້ໃໝ່ ຈັກແມ່ນໃຜເວົ້າຫຍັງຕໍ່ຫຍັງ ຂ້ອຍກະບໍ່ສົນໃຈເລີຍ.
- ເຫດການທີ່ພໍ່ຈາກໄປ ໕-໖ ວັນນັ້ນ ເພິ່ນໄປໃສ, ໄປເຮັດຫຍັງ ? ໄປຈັ່ງໃດ ? ໄປຫາໃຜ ? ຂ້ອຍບໍ່ຮູ້ຂໍມູນຫຍັງເລີຍ ຕັ້ງນັ່ງລໍຟັງຜູ້ໃຫຍ່ສົນທະນາເລື່ອງນີ້ ກໍບໍ່ມີໃຜເວົ້າ ມີແຕ່ສຽງຫົວ ແລະເວົ້າຈາກັນເລື່ອງອື່ນຈົນຂ້ອຍຢາກນອນ ແລ້ວກໍເຂົ້ານອນ ຕື່ນຂຶ້ນມາຕອນເດີກລຸກໄປກິນນຳ້ ເຫັນພໍ່ກັບພໍ່ເຖົ້າຈານຄຣູໜູ ເຊິ່ງເປັນຜູ້ເຖົ້າ ທີ່ໃຜໆກໍເຄົາຣົບອີກທ່ານໜຶ່ງ ພໍ່ເອງກໍເຄົາຣົບເພີ່ນ ເພາະໄລຍະຜ່ານມາ ບໍ່ກໍມັກຈະໄປປຶກສາພໍ່ເຖົ້າຈານນີ້ສະເໝີ ທັງສອງນອນຮຽງກັນ ຢູ່ແຈເຮືອນດ້ານເໜືອ ຕໍ່ມາແມ່ນພໍ່ສະໝິງ ແລະພະນັກງານຈຳນວນໜຶ່່ງ ສ່ວນທະຫານນອນຕະລ່າງ, ເອື້ອຍ ແລະພີ່ນ້ອງຄົນອື່ນນອນຫ້ອງຂອງເພີ່ນຢູ່ ເຮືອນນ້ອຍ, ສ່ວນນ້ອງຂ້ອຍ ແມ່ຂ້ອຍນອນໃນເຮືອນ ກາງຄືນມິດສຽງຄົນ ມີແຕ່ສຽງແມງກາງຄືນສົ່ງສຽງແຊວໆ ເໝືອນມັນຍິນດີປິດາກັບການກັບມາ ຂອງພໍ່ຈານຄັ້ງນີ້.
- ຕອນແລງຂອງວັນໃໝ່ ທຸກຄົນຕື່ນແຕ່ເຊົ້າເຫັນແຕ່ທະຫານ ບາງຄົນຜັດປືນ, ບາງຄົນມ້ຽນຂອງ, ບາງຄົນລົງອາບນຳ້ຢ່າງສະບາຍ ແລະພໍ່ຂ້ອຍ, ພໍ່ຈານຄຣູໜູ, ພໍ່ສະໝິງຈັກໄປໃສ, ຕາເວັນສວຍ ໗ ໂມງແລ້ວ ຫຼັງຈາກອາບນຳ້ປັ້ນເຂົ້າ ເອົາກະຕິບເຂົ້າພ້ອມຫໍ່ອາຫານທີ່ແມ່ກຽມໄວ້ພາຍໃສ່ບ່າຂ້າຊ້າຍ ເອົາຖົມປື້ມພາຍໃສ່ບ່າຂ້າງຂວາ ມຸ້ງໜ້າໄປໂຮງຮຽນໂພນຈຳປາພ້ອມກັບໝູ່ທັງຫຼາຍ ສ່ວນນ້ອງສາວສອງຄົນຮຽນ ປໍ ໒ ກັບ ປໍ ໓ ກໍອອກໄປໂຮງຮຽນ ຫາງຂະເໝົາ, ຕອນໄປຕອນກັບເຫັນຄົນທັງຫຼາຍເວົ້າເຖິງເລື່ອງພໍ່ດ້ວຍຄວາມຍິ້ມແຍ້ມ ບາງຄົນກໍຮ້ອງມາເວົ້ານຳວ່າ "ພໍ່ຈານກັບມາກູດີໃຈແທ້ເດີນິນ" ຄົນຈະ ເວົ້ານຳຂ້ອຍທັງຕອນໄປ ແລະຕອນກັບ, ຕອນແລງຈຶ່ງກັບມາຈາກໂຮງຮຽນ ເຮືອນງຽບສະຫງັດ ປະຕູໜ້າເຮືອນປິດ ຜູ້ຄົນຢູ່ເຮືອນອື່ນລົງທ່າລົງລທ່ົງ ຕາມໜ້າທີ່ຂອງໃຜລາວ ຂ້ອຍແລ່ນຂຶ້ນຂັ້ນໃດເຮືອນ ເຫັນເອື້ອຍກຳລັງລ້າງຜັກ ແລະແມ່ກຳລັງຄົວກິນ ສ່ວນພໍ່ຈັກໄປຢູ່ໃສ ຂ້ອຍຖາມວ່າ "ບໍ່ເດແມ໊ະ" ພໍ່ພັກຜ່ອນ ຄ່ອຍຢ່າງພໍ່ຊິຕື່ນ ເອື້ອຍຮ້ອງບອກວ່າ "ມ້ຽນຂອງແລ້ວໄປເອົາເຕົ້ານຳ້ທີ່ໂຕ໊ະພໍ່ມາໃຫ້ແນ່ ເອື້ອຍຊິຮ່າຍນຳ້" ຂ້ອຍມ້ຽນຖົງແລ້ວ ກໍຄ່ອຍຍ່າງຍອງໆ ຫຍຸມຕີນໄປເຮືອນໃຫຍ່ດ້ວຍຄວາມລະມັດລະວັງ ພ້ອມທັງຫຼຽວເບິ່ງພໍ່ນຳ ຢ້ານເພີ່ນຕື່ນ ເພາະເຫັນພໍ່ນອນຫງາຍຢູ່ເໝືອນຫຼັບຕາ.
- ຂະນະທີ່ຂ້ອຍກຳລັງຢອງຄ່ອຍໆໄປນັ້ນ ກໍໄດ້ຍິນສຽງສະໝາດຄໍ ພ້ອມທັງຫົວຄ່ອຍໆອອກມາຈາກລຳຄໍ ຕາມເພີ່ນເຄີຍເຫັນພໍ່ມືນຕາຢູ່, ປົກກະຕິພໍ່ ຫາກຢູໃນເຮືອນ ເພີ່ນຈະເວົ້ານ້ອຍ ມີແຕ່ອ່ານກັບຂຽນ ຄັນເພີ່ນຢາກເວົ້ານຳໃຜ ເພີ່ນຈະຢ່າງໄປເວົ້ານຳຄົນນັ້ນ ໒-໓ ຄວາມແລ້ວກະແລ້ວ, ຫາກເພີ່ນ ບັນຫາຈັກຕ້ອງເວົ້າ ກໍຈະຮຽກບາງຄົນ ຫຼືໝົດທຸກຄົນມານັ່ງເປັນກິດຈະລັກສະນະແລ້ວເວົ້າເຣື່ອງເພີ່ນຢາກເວົ້ານັ້ນໝົດເຣື່ອງແລ້ວ ກໍແລ້ວ ບໍ່ມັກເວົ້າ ເຣື່ອງຫີີ້ຼນ ຫຼືເລື່ອງໄຮ້ສາຣະ, ອີກອັນໜຶ່ງເຊິ່ງຄຸນລະລັກສະນະພິເສດຂອງເພີ່ນ ຄືຄັນເພິ່ນຢາກເວົ້າກັບໃຜ ຫຼຶືຢາກເວົ້າເລື່ອງໃດ ໃຫ້ໃຜຟັງ ເພີ່ນຈະສະໝາດ ຄໍ ໑ ຄັ້ງ ແລະຈະຫົວອອກມາທາງລຳຄໍລຽນກັນ ໓ ຄັ້ງ, ຄັນໃຜສົນໃຈຖາມ ເພີ່ນຈະເວົ້າເຣື່ອງນັ້ນໆກັບຄົນນັ້ນ ຂ້ອຍຮູ້ຄວາມລັບຂອງເພີ່ນຂໍ້ນີ້ ຈຶ່ງນັ່ງລົງ ແລ້ວຖາມເວົ້າວ່າ "ນຶກວ່າພໍ່ນອນ" ແລ້ວກໍຖາມເພີ່ນວ່າ "ພໍ່ຫົວອີຫຍັງ ? ພໍ່ບໍ່ໄດ້ລຸກນັ່ງກ່ອນຈຶ່ງເວົ້າເໝືອນເຊັ່ນເຄີຍ ມີແຕ່ເອົາມືຂວາຍົກຂຶ້ນຊີ້ໃສ່ຂື່ຂອງ ເຮືອນ ທີ່ຍັງບໍ່ທັນຕີເພດານ ແລ້ວເວົ້າວ່າ.
- "ຂື່ມັນສູງ ແຕ່ພື້ນເຮືອນຕ່ຳລົງເອງມັນ" ເວົ້າແລ້ວເພິ່ນກະຫົວສອງສາມບາດ ບໍ່ເຫັນເພີ່ນວ່າຫຍັງເວົ້າຕໍ່ ກໍລຸກໄປເອົາເຕົ້າຢູ່ເທິງໂຕ໊ະ ໄປໃຫ້ເອື້ອຍຮ່າຍນຳ້ ແລ້ວ ກັບເອົາມາຕັ້ງໄວ້ທີ່ເດີມ.
(ຈົບບໍຣິບູນ)
ຕິດຕາມເຣື່ອງຕໍ່ຈາກບົດເຣື່ອງນີ້ ຊື່ເຣື່ອງວ່າ "ສິງພົບເສືອກາງດົງກະທຸງ" ມ່ວນມັນ ພັນລະນາເຖິງຕອນທີ່ພໍ່ໄປດົງກະທຸງພົບທ່ານກະປຸ່ມ
ຄັດ ແລະຄົ້ນຄວ້າເພີ່ມຕື່ມຈາກໜັງສືປະຫວັດຫຍໍ້ພໍ່ຈານ ໃນປຶ້ມຍອດພຣະກັນໄຕປິດົກ ພິມແຈກໃນງານເອົາດູກພໍ່ ແລະແມ່ເຂົ້າທາດໃໝ່ ປີ ໒໐໐໗
ບົດທຸກບົດທີ່ຂຽນກ່ຽວກັບພໍ່ຈານນັ້ນ ໄດ້ຖືກພິມ ແລະຂຽນເປັນລາຍລະອຽດຊີວິດ ເປັນເລື່ອງລາວປະຫວັດຊີວິດຂອງເພີ່ນ ແຕ່ເມື່ອມາຂຽນເປັນເລື່ອງໆແລ້ວ ຈະເພີ່ມຕື່ມເຂົ້າມາເປັນແບບບົດວັນນະສີນ ເພີ່ມລາຍລະອຽດລົງໄປຕື່ມ