ຄວາມເຊື່ອ ແລະຄວາມຮັບຮູ້ຂອງຄົນສະໄໝກ່ອນປົດປ່ອຍ ແລະຫຼັງປົດປ່ອຍມາ ນັ້ນ “ຈົດໝາຍສີແດງ” ເຂົາຖືວ່າເປັນຈົດໝາຍອັບປະມຸງຄຸນ ຄື ໃຜໄດ້ຮັບຈົດໝາຍນີ້ແລ້ວ ຮັບຮອງວ່າຕ້ອງມີອັນເປັນໄປ ສ່ວນຫຼາຍແລ້ວມັກຈະເກີດເລື່ອງລາວອັນບໍ່ດີ ຈົນເຖິງສິ້ນຊີວິດ ຫຼືເສັຍອົງຄະສາສ້າງເປັນຢ່າງນ້ອຍ, ສ່ວນໃຫຍ່ຄົນທີ່ເຫັນມາຈະເປັນທຸກໆຫຼາຍ ເມື່ອພໍ່ຈານໄດ້ຮັບຈົດໝາຍສີແດງແລ້ວ ຄົນທັງປວງຈຶ່ງຕັ້ງຂໍ້ສັນນິດຖານໄວ້ໂລດວ່າ, ຈັກຕ້ອງມີອັນຕະລາຍເກີດກັບພໍ່ຈານແນ່ນອນ ຕະຫຼອດໄລຍະທີ່ພໍ່ຈານຈາກໄປຂ່າວຄາວ ທີ່ຕາມມາຍິ່ງເຮັດໃຫ້ຄົນທີ່ຮັກແພງ ແລະຍາດຕິພີ່ນ້ອງວິຕົກກັງວົນເປັນຢ່າງຍິ່ງ ແລະແລ້ວພໍ່ຈານກໍກັບມາໂດຍຄວາມສະຫວັດດີພາບ ແລະຕະຫຼອດປອດໄຟຊາວ ບ້ານ ແລະຜູ້ທີ່ເຄົາຣົບຮັກພໍ່ຈານກໍໄດ້ແຕ່ຍິນດີປິດາຈົນລືມເລືອນເລື່ອງລາວ ທີ່ຄົນເປັນຫ່ວງ ແລະລົບເລືອນຄວາມຊ່າລືນັ້ນຈົນໝົດສິ້ນ, ຄົງໄວ້ແຕ່ຄວາມຊາບຊຶ້ງຍິນດີຈົນບໍ່ມີໃຜຈະກ່າວເຖິງມັນສາດ້ວຍຊຳ້.
ນັບແຕ່ພໍ່ຈານກັບມາ ພໍ່ຈານກໍໃຊ້ຊີວິດຕາມປົກກະຕິ ຄືໄປເຮັດວຽກຂົນຂວາຍ ແລະວຽກງານຕ່າງໆຕາມໜ້າທີ່ ພວກເຮົາລູກຫຼານຈະພົບເພິ່ນໄດ້ກໍແມ່ນວັນເສົາ ອາ ທິດ ຫຼືວັນທີ່ບ້ານ ແລະບ້ານໃກ້ຄຽງ ຫຼືວັດມີງານບຸນເທົ່ານັ້ນ, ພໍ່ຈານນັ້ນເປັນຄົນຈິງຈັງຕໍ່ໜ້າທີ່ຢ່າງບໍ່ລົດຢ່ອນ, ວຽກທີ່ພໍ່ຈານເຮັດໃນຂະນະນັ້ນ ແມ່ນເຮັດວຽກຂົນຂວາຍ ແລະຢູ່ ໃນຄະນະຕາແສງ.
ວຽກງານຂົນຂວາຍປະຊາຊົນ ເປັນວຽກງານສຳຄັນທີ່ສຸດໃນສະໄໝປົດປ່ອຍໃໝ່ ແລະກໍເປັນວຽກງານມີຜົນກະທົບຕໍ່ຊີວິດສ່ວນຕົວ ທີ່ສຸດຫາກບໍ່ມີຄວາມຕັດສິນໃຈສູງແລະ ອາໄສຄວາມອົດທົນແລ້ວ ກໍຈະເຮັດໃຫ້ບຸກຄົນປະລະໜ້າທີ່ວຽກງານນັ້ນໄດ້, ໃນໄລຍະທີ່ພໍ່ຈານທຳໜ້າທີ່ນີ້ນັ້ນ ຈຶ່ງຕ້ອງປະເຊີນໜ້າກັບບັນຫາໃນໜ້າທີ່ວຽກງານເຖິງຄໍຂາດບາດ ຕາຍຫຼາຍຄັ້ງ ໂດຍສະເພາະນັ້ນແມ່ນໄຟຈາກຝ່າຍຕໍ່ຕ້ານ ຕາມທີ່ມີຄົນໃກ້ຊິດພໍ່ຈານຫຼາຍຄົນເວົ້າສູ່ຟັງ ແລະຜູ້ກ່ຽວໄດ້ຮູ້ໄດ້ເຫັນນຳແນ່ຄື:
ຄັ້ງທີໜຶ່ງ ຕື່ນຂຶ້ນມາຍາມມື້ເຊົ້າແລ້ວຢ່າງລົງໄປທ່ານຳ້ ເຫັນຊາວບ້ານແຕກຕື່ນກັນວ່າປະຕິການເຂົ້າບ້ານ ບອກວ່າມື້ຄືນນີ້ເຂົາມາຈັບພໍ່ຈານ ຂ້າພະເຈົ້າບໍ່ຮູ້ຈັກເລື່ອງຄັກ ໄດ້ຍິນຈັ່ງຊັ້ນຈຶ່ງແລ່ນກັບຂຶ້ນເທິງເຮືອນ ກໍ່ເລີຍແລ່ນເຂົ້າໄປຫ້ອງພຣະ ກໍເຫັນພໍ່ນັ່ງສະມາທິເໝືອນທຸກໆວັນທີ່ເຄີຍເຫັນມາຈຶ່ງເບົາໃຈໄປ.
ຕໍ່ມາກໍໄດ້ຍິນຄົນໃກ້ຊິດຂອງພໍ່ຈານເວົ້າໃຫ້ຟັງວ່າ “ປະຕິການຂົ່ມຂູ່ພໍ່ເລື່ອງນາສະ ຫະກອນ ແລະການຂົນຂວາຍປະຊາຊົນໃຫ້ເຫັນດີເຫັນງາມກັບລະບອບໃໝ່”, ອັນນີ້ຖື ວ່າເປັນການປໍລະປັກຕໍ່ປະຕິການທີ່ສຸດ ດ້ວຍເຫດນັ້ນພວກປະຕິການ ຈຶ່ງຂົ່ມຄູ່ພໍ່ຈານ ແລະບັງຄັບໃຫ້ພໍ່ຈານນຳພາຊາວບ້ານ ຊາວເມືອງຄັດຄ້ານຣະບອບໃໝ່ ແຕ່ພໍ່ບອກເຂົາໄປວ່າ “ຂ້ອຍເປັນປະຊາຊົນ ໃຜເປັນຜູ້ນຳຂ້ອຍ ແລະປາຊາຊົນລາວກໍຕ້ອງປະຕິບັດຕາມຜູ້ນັ້ນ ຖ້າພວກທ່ານເປັນຜູ້ນຳພວກເຮົາ ເຮົາກໍຕ້ອງປະຕິບັດຕາມພວກເຈົ້າ” ຄຳປະ ໂຫຍກນີ້ຖືເປັນປະໂຫຍກເດັດ ທີ່ເຮັດໃຫ້ພວກເຂົາຕ້ອງຖອຍກັບ, ອີກປະໂຫຍກໜຶ່ງທີ່ປະ ຕິການມາຂໍເຂົ້າ ພໍ່ຈານບອກພວກປະຕິການສະເໝີວ່າ “ພວກທ່ານຄືວ່າຊິມາໃຫ້ພວກເຮົາປະຕິບັດຕາມທ່ານ ແລະໂຕນໜີປະບ້ານເມືອງໄປຢູ່ກັບທ່ານໄດ້ຈັ່ງໃດ ແມ່ນແຕ່ເຂົ້າກໍຍັງມຂໍຊາວບ້ານກິນ” ອີກຄືນໜຶ່ງພວກປະຕິການກໍມາບັງຄັບໃຫ້ປະຊາຊົນ ໄປໂຮມຢູ່ບ້ານພໍ່ເຖົ້າປ່ຽງຟາກດອນຕາເວັນຕົກແປະຝັ່ງຂະເໝນ ເຂົາບອກພໍ່ຈານໃຫ້ໃຊ້ກອງ ຫຼອນໄປຮຽກປະຊາຊົນມາໂຮມ ເພື່ອຮັບຟັງການການເຜີຍແຜ່ການເມືອງຂອງເຂົາ ແຕ່ ປະຊາຊົນມາບໍ່ຫຼາຍ ເຂົາກໍເວົ້າຂົ່ມຄູ່ພໍ່ຈານ ຫາວ່າພໍ່ຈານບໍ່ຈິງໃຈຕໍ່ພວກເຂົາ ພໍ່ຈານ ຕອບເຂົາໄປແບບຫິ້ນແບບຈິງວ່າ “ຂອງພວກທ່ານຄົງຊິບໍ່ແມ່ນການເມືອງ ມັນຄວນຈະ ແມ່ນການປ່າ ເພາະການເມືອງມັນຕ້ອງຄົນໃນເມືອງເວົ້າ, ຫາກຄົນປ່າເວົ້າມັນກະຕ້ອງ ແມ່ນການປ່າ, ປະຊາຊົນເປັນຄົນໃນບ້ານ ໃນເມືອງເຂົາຄົງບໍ່ຢາກຟັງການປ່າ ຈຶ່ງບໍ່ມີໃຜ ມາ.
ທຸກໆຄັ້ງປະຕິການເຂົ້າບ້ານ ວັນຕໍ່ມາກໍຈະເຫັນທະຫານອ້າຍນ້ອງ ມານອນຢູ່ບ້ານເພື່ອອະລັກຂະພໍ່ ເກືອບເດືອນຈຶ່ງກັບໄປ, ແລະທຸກໆຄັ້ງອ້າຍນ້ອງກັບໄປ ໃນຄືນ ນັ້ນໆ ປະຕິການກໍຈະເຂົ້າເຂົ້າບ້ານທຸກຄັ້ງສະເໝີໄປ, ໄລຍະຫຼັງໆການເຂົ້າມາບ້ານ ຂອງປະຕິການນັ້ນເກືອບບໍ່ມີຄົນລາວເລີຍ ຈະມີພວກແຂ້ວຫ້ຽນໆ ເວົ້າພາສາຄ້າຍພາ ສາຂະເໝນ ແບບພາສາຊົນຊາດ, ຕາມການບອກເລົ່າຂອງຜູ້ປະສົບເຫດການວ່າ “ພວກເຂົາມາບອກໃຫ້ພໍ່ຈານນຳພາຊາວບ້ານໝົດຕາແສງນີ້ຫັນຫົວໃໝ່” ພໍ່ຈານຕອບວ່າ“ພວກ ທ່ານບໍ່ຈຳເປັນມາບອກຊາວບ້ານຫັນຫົວໃຫມ່ດອກ ຫາກພວກທ່ານຫັນແນວຄິດທ່ານໄດ້ ຊາວ ບ້ານກໍ່ຈະຫັນຫົວຕາມເອງດອກ” ຕໍ່ຈາກນັ້ນພວກປະຕິການມີແຕ່ເວົ້າ ພາສາຂະ ເໝນ ແບບຊົນຊາດ ພວກຂະເໝນທີ່ໂຕນມາຈາກໂປນປົດມາຢູ່ນຳພໍ່ຈານຫຼາຍຄົນ ເຂົາກໍເວົ້າແທນພໍ່ຈານໝົດ ໃນທີ່ສຸດພວກເຂົາກໍກັບໄປ, ຕົກຕອນແລງຂອງມື້ໃໝ່ ກໍເຫັນອ້າຍນ້ອງທະຫານມານອນທີ່ບ້ານຢູ່ເປັນເດືອນຈັ່ງກັບໄປ.
ຄ່ຳຄືນຂອງວັນຕໍ່ມາກ່ອນພໍ່ຊິໜີໄປເມືອງນັ້ນ ເມື່ອອ້າຍນ້ອງກັບໄປແລ້ວ ຕົກຕອນເຊົ້າ ໔ ໂມງໃກ້ຊິແຈ້ງເອື້ອຍວັນສີ ຕື່ນແຕ່ເຊົ້າໄປໂມ້ແປ້ງຕາມປົກກະຕິ ກໍເລີຍເຫັນເຈັ້ຍຂາວຂຽນດ້ວຍມຶກສີແດງທີ່ໂຮງໂມ້ແປ້ງ ກໍເລີຍເອົາໄປໃຫ້ພໍ່ຈານເບິ່ງ ວັນນັ້ນພໍ່ຈານຫາຍໄປຫຼາຍວັນຈຶ່ງກັບມາ ເມື່ອພໍ່ຈານກັບມາແລ້ວກໍບໍ່ເຫັນພໍ່ຈານເວົ້າຫຍັງຂ້າ ມີແຕ່ຕອນແລງຂອງວັນທີ່ພໍ່ຈານກັບມານັ້ນ ປະຊາຊົນມາຕ້ອນຮັບການກັບມາຂອງພໍ່ຈານຫຼວງ ຫຼາຍພາຍມາກ ເມື່ອປະຊາຊົນກັບໄປໝົດ ຕອນຄ່ຳຄືນຂອງວັນນັ້ນມີແຕ່ການຈັດຕັ້ງ ແລະຄົນຮັກແພງຂອງພໍ່ຈານກໍມາໂຮມກັນທີ່ເຮືອນ ມີການລ້ຽງເຂົ້າສາມັກຄີ ກໍບໍ່ເຫັນພໍ່ເວົ້າຫຍັງກ່ຽວກັບການຈາກໄປຂອງເພິ່ນ ສູ່ພວກເຂົາຟັງ ເລື່ອງດັ່ງກ່າວຈຶ່ງເປັນປິດສະ ໜາ ແລະເປັນຄວາມລັບຕໍ່ປະຊາຊົນຈຳນວນຫຼາຍ, ແຕ່ກະບໍ່ມີໃຜຈະໄປຕິດໃຈເຣື່ອງນັ້ນ ເລີຍ ເພາະຄວາມຫວັງອັນສູງສົງ ແລະຍິ່ງໃຫຍ່ຂອງປະຊາຊົນ ກໍຄືບໍ່ໃຫ້ພໍ່ຈານເປັນຫຍັງ ໄປເທົ່ານັ້ນ.
ກ່ຽວກັບເລື່ອງທີ່ພໍ່ຈານໄດ້ຈົດໝາຍສີແດງແລ້ວພໍ່ໄປໃສ ? ໄປທີ່ໃດ ? ໄປກັບໃຜ, ໄປຈັງໃດນັ້ນ, ຂ້າພະເຈົ້າໄດ້ຟັງຈາກຄົນອື່ນທີ່ກ່ຽວຂ້ອງກັບເລື່ອງດັ່ງກ່າວ ຫຼັງຈາກປີ ໑໙໘໑ ທີ່ພໍ່ເສັຍຊີວິດແລ້ວ, ຂ້ອຍເອງເຊື່ອວ່າແມ່ຕ້ອງຮູ້ເລື່ອງນີ້ຈາກພໍ່ແນ່ນອນແຕ່ແມ່ ກໍບໍ່ເວົ້າສູ່ລູກຟັງ ເພາະສະໄໝນັ້ນຄວາມລັບເປັນສິ່ງສຳຄັນສຸດ ແລະນິໄສຂອງພໍ່ ແລະແມ່ເອງກໍບໍ່ມັກຈະເລົ່າເລື່ອງໃດໆ ສູ່ລູກຟັງຢູ່ແລ້ວ ສິ່ງໂດຍສະເພາະແມ່ນເລື່ອງ ທີ່ ກໍ່ໃຫ້ເກີດຄວາມທຸກອົກທຸກໃຈຂອງລູກໆ ແຕ່ເທົ່າເລີຍໄດ້ຍິນພໍ່ມັກເວົ້າ ແມ່ນິທານທັມ ມະຫຼືນິທານອື່ນໆ ສ່ວນແມ່ກໍມັກຈະເວົ້າເລື່ອງພຸດທະປະຫວັດ ແລະວິທີການເຮັດ ກໍລະ ນີຂອງພໍ່ເອື້ອຍກໍຄົງຈະຮູ້ແນ່ ແຕ່ຄົງບໍ່ລະອຽດປານໃດ.
ທີ່ຂ້າພະເຈົ້າຮູ້ລະອຽດໃນເລື່ອງນີ້ນັ້ນ ແມ່ນໄດ້ຟັງຈາກຄົນທີ່ກ່ຽວຂ້ອງກັບເລື່ອງນີ້ ໓ ຄົນເວົ້າຄື ຄັ້ງທີ ໑ ອ້າຍເມືອງເວົ້າໃຫ້ຟັງ, ຄັ້ງທີສອງແມ່ນອ້າຍບຸນເຮືອນເວົ້າໃຫ້ຟັງ, ຄັ້ງທີ ໓ ແມ່ນນະບ່າວມີເວົ້າໃຫ້ຟັງ ແຕ່ລະຄົນລ້ວນແຕ່ເວົ້າເຫດການນັ້ນເໝືອນກັນທຸກຄົນ, ທັງ ໓ ຄົນນີ້ແມ່ນໄປດົງກະທຸງນຳພໍ່.
ວັນນໜຶ່ງຂອງເດືອນ ໕ ຫຼັງປີໃໝ່ ປີ ໑໙໘໑ ເປັນປີດຽວກັບພໍ່ຈານເສັຍຊີວິດນັ້ນ ຂ້ອຍກັບມາຢາມບ້ານວັນເສົາ, ອາທິດ ປີນັ້ນຂ້ອຍໄດ້ໄປຮຽນມັດທະຍົມທີ່ເມືອງແສນ ອາ ໄສພັກຮຽນນຳເຮືອນພີ່ນ້ອງ ຕອນບ່າຍຂອງວັນນັ້ນໄດ້ຢ່າງໄປຫຼິ້ນບ້ານໃຕ້ ເຫັນອ້າຍເມືອງນັ່ງສານກະບຸງຢູ່ກ້ອງຮົ່ມມ່ວງຫຼັງບ້ານຂອງລາວ ກໍເລີຍຍ່າງແວ່ເຂົ້າໄປຢາມລາວ ຖາມສະບາຍດີລາວ ແລະລາວກໍຖາມວ່າ “ມາຢາມບ້ານບໍ” ເປັນຈັ່ງໃດໄປຮຽນເມືອງແສນພັກຢູ່ກັບໃຜ ? ກໍຕອບວ່າພັກນຳພີ່ນ້ອງ, ລາວກໍຖາມຂ່າວຫາອ້າຍຂອງຂ້ອຍພ້ອມ ທີ່ບວດເປັນພະວ່າເພິ່ນຢູ່ໃສ ? ບອກອ້າຍເມືອງວ່າ “ໄປສອນໜັງສືຢູ່ມັດທະຍົມສົງພານເຄົາ”.
ອ້າຍເມືອງຖາມຂ້ອຍວ່າ “ນັນ, ເຈົ້າບໍ່ຟ້າວຕີ ນັ່ງຫຼິ້ນທະແມ໊ ຊິເວົ້າເຣື່ອງໜຶ່ງໃຫ້ຟັງ, ເຊິ່ງມັນກໍເປັນເລື່ອງສຳຄັນທີ່ເກີດຂຶ້ນກັບພໍ່ຈານ, ເຈົ້າຄືຊິຈື່ຕອນທີ່ພໍ່ຈານໄດ້ຈົດ ໝາຍສິແດງນັ້ນ ວ່າມັນມີຫຍັງເກີດຂຶ້ນກັບພໍ່ຈານ”.
ຫຼັງຈາກນັ່ງລົງຂອນໄມ້ໄກ້ໆທາງຂ້າງຂອງອ້າຍເມືອງແລ້ວ ຂ້ອຍຖາມວ່າ “ມັນມີ ເຣື່ອງຫຍັງທີ່ພິເສດໄປກວ່າຂ່າວວ່າພໍ່ຈານຖືກທ່ານກະປຸ່ມ ເຊີນຕົວໄປຂ້າຫັ້ນ”.
ອ້າຍເມືອງເວົ້າສຽງຄ່ອຍ ຄ້າຍໆກັບວ່າເລື່ອງດັ່ງກ່າວເປັນເລື່ອງລັບວ່າ “ມັນ ແມ່ນຈິງດັ່ງເຂົາຊ່າຫັ້ນແລ້ວນັນເອີຍ, ແຕ່ເຣື່ອງເປັນຄຳສ່ັງຈາກຂັ້ນເທິງວ່າ ໃຫ້ຖືເປັນ ຄວາມລັບ ຈຶ່ງບໍ່ມີໃຜເວົ້າ, ອ້າຍເອງກະບໍ່ກ້າເວົ້າ ທັງໆທີ່ຢາກຈະເວົ້າໃຈຊິຂາດ, ແຕ່ກະ ບໍ່ກ້າເວົ້າອ້າຍລົດອຸກລົດອັ່ງ ຍິ່ງອ້າຍເຫັນພວກເຈົ້າ, ເຫັນໜ້າແມ່ເຖົ້າຄັ້ງໃດ ອ້າຍກະ ຍິ່ງທຸກໃຈບາດນີ້ ນ້ອງຄົງບໍ່ຮູ້ດອກວ່າ “ການປິດບັງຄວາມລັບນີ້ມັນທຸກຂະໜາດໃດ ?”ອ້າຍຊິເວົ້າໃຫ້ນ້ອງຟັງເປັນຄົນທຳອິດເດີ, ຄັນອ້າຍຊິເວົ້າໃຫ້ແມ່ເຖົ້າຟັງກະບໍ່ກ້າ, ແນວວ່າພໍ່ຈານກໍສັ່ງໜັກສັ່ງໜາ ວ່າໃຫ້ປິດເປັນຄວາມລັບ ບາດນີ້ບ້ານເມືອງກະບໍ່ຄ່ອຍ ວຸ້ນ ວາຍແລ້ວ ພໍ່ຈານກະເສັຍຈາກພວກເຮົາແລ້ວ ຂ້ອຍຂໍເປີດຄວາມລັບນີ້ຕໍ່ເຈົ້າ ນັນເອີຍ ເຈົ້າຮູ້ບໍວ່າ ຄວາມລັບນີ້ເມື່ອມັນລັບມັນຍິ່ງທຸກ ອ້າຍເມືອງຢໍ້າຄໍາເດີມ, ອີກອັນໜຶ່ງ ຄັນ ອ້າຍບໍ່ເວົ້າ ປລພຜູ້ອື່ນບໍ່ເວົ້າ ຄວາມຈິງ ແລະຄວາມດີຂອງພໍ່ຈານມັນກໍຈະຕາຍ ກາຍ ເປັນຄວາມລັບຊົ່ວກັບຊົ່ວກັນໄປ ຫັ້ນລະຕິ”.
ຂ້ອຍກໍຖາມອ້າຍເມືອງວ່າ “ມັນເປັນແບບໃດ ?” ອ້າຍເມືອງວາງກະບຸງ ທີ່ສານໄດ້ເຄິ່ງໜຶ່ງລົງໄວ້ກັບພື້ນ ແລ້ວກໍຮ້ອງຂຶ້ນໄປເທິງເຮືອນວ່າ “ໄຂ່..ເອີຍໄຂ່ ເອົານຳ້ລົງມາເບິ໋ງ” ອ້າຍເມືອງເອີ້ນລູກສາວລາວ ໃຫ້ເອົານໍ້າລົງມາ, ແລ້ວລາວກໍເວົ້າວ່າ ເຈົ້າຟັງແລ້ວ ຊິເວົ້າໃຫ້ໃຜຟັງກະເວົ້າ ມັນຄືຊິບໍ່ເປັນຄວາມລັບແລ້ວແຫຼ້ວ ເລື່ອງມັນກະຜ່ານມາຫຼາຍປີແລ້ວ, ເລື່ອງມັນກະເປັນຈັ່ງຊີ້ ນັນເອີຍ.
ຫຼັງຈາກພໍ່ຈານໄດ້ຮັບຈົດໝາຍສີແດງແລ້ວ ກໍມາຕົກລົງກັບຄະນະ ທີ່ຕາແສງ ກ່ອນໄປຕາແສງນັ້ນກະມີອ້າຍເອງ, ບຸນເຮືອນ ແລະບ່າວມີທອງແດງ, ທາງຕາແສງກໍຕົກລົງກັນວ່າ ບໍ່ໃຫ້ພໍຈານໄປເພາະຈະເກີດອັນຕະລາຍໄດ້ ຢ່າງໃດກໍຕາມທາງຄະນະຕາ ແສງ ກໍໄດ້ລົງຄວາມເຫັນກັນວ່າ ໃຫ້ພໍ່ຈານເອົາໜັງສືນີ້ໄປສະເໜີ ແລະຂໍຄວາມເຫັນ ທາງເມືອງມຸນ, ພໍ່ຈານກໍຕົກລົງໄປເມືອງມຸນ ເມື່ອພໍ່ຈານຢືນການຈະໄປເມືອງມຸນ ພວກເຮົາ ຄືບ່າວມີທອງແດງ, ບຸນເຮືອນ ແລະອ້າຍເອງກໍຂໍໄປນຳ ທີ່ຈິງພໍ່ຈານບໍ່ຢາກໃຫ້ ພວກເຮົາໄປ ແຕ່ບ່າວທອງແດງກໍເວົ້າວ່າ “ບໍ່ໃຫ້ໄປຈັ່ງໄດ໋ ຄັນອ້າຍໄປໃສ ນ້ອງກະຊິໄປ ນຳອ້າຍ, ບ່າວມີທອງແດງເວົ້າຈັ່ງຊັ້ນ ບຸນເຮືອນ ແລະອ້າຍກໍເວົ້າຄືກັນຂໍໄປນໍາ, ໃນທີ່ສຸດພວກເຮົາກໍອອກເດີນທາງ ຈາກດອນພານເຄົາໂດຍໄປທາງເຮືອ ຂ້າມໃສ່ຫົວໂຂງ ພຣະໃຫຍ່, ຄັນຊິໄປທາງຝັ່ງກະຢ້ານຊິບໍ່ປອດໄຟ ເມື່ອໄປຮອດຫົວໂຂງພຣະໃຫຍ່ແລ້ວ ພໍ່ເຖົ້າຈານກໍໄປແວ່ເຮືອນພໍ່ເຖົ້າຄຳໄຕ ເພາະພໍ່ຈານຮູ້ຈັກກັບຄົນໃນເຮືອນນັ້ນ ແລ້ວກໍເຂົ້າໄປໄຫວ້ພຣະໃຫຍ່ຢູ່ສິມແລ້ວ ກໍໃຫ້ເຮືອນຍາມສົ່ງໃສ່ດອນສັນ, ໄປຮອດດອນສັນກໍພໍດີກິນເຂົ້າເພນທີ່ເຮືອນສ່ຽວພໍ່ຈານ ທີ່ຫາງດອນສັນແລ້ວຢ່າງໄປຫົວສັນ ແລ້ວກໍໃຫ້ເຮືອ ຍາມຂ້າມສົ່ງໃສ່ຫາງເມືອງມຸນຕົກແລງຈຶ່ງຮອດເມືອງມຸນ.
ພໍ່ຈານກໍ່ໄດ້ເອົາຈົດໝາຍນັ້ນໄປສະເໜີເຈົ້າເມືອງ ແລະຄະນະກອງບັນຊາການ ທະຫານເມືອງຄົບຄະນະ ເມື່ອທາງຄະນະເມືອງໄດ້ປະຊຸມ ແລະປຶກສາກັນແລ້ວ ກໍມີ ຄວາມເຫັນເປັນສອງສຽງ ຄື ບໍ່ໃຫ້ໄປ ແລະສຸດແລ້ວແຕ່ພໍ່ຈານຕັດສິນໃຈເອງ, ໃນທີ່ສຸດພໍ່ ຈານກໍອອກຄວາມເຫັນໃນທີ່ປະຊຸມນັ້ນວ່າ “ເມື່ອເຂົາຕ້ອງການເຮົາ ເຮົາກໍຈະໄປຫາກ ເຮົາບໍ່ໄປເຂົາກໍຈະມາ ແລະເຂົາກໍມາແລ້ວຕັ້ງ ໔ ຄັ້ງ”.
ເມື່ອຍິນພໍ່ເວົ້າຈັ່ງຊັ້ນ ທາງກອງປະຊຸມ ຈຶ່ງຕົກລົງໃຫ້ພໍ່ຈານໄປ ແຕ່ທາງເມືອງຈະ ແຕ່ງທະຫານໃຫ້ໄປນຳ ໒໕ ຄົນ, ໃນນັ້ນມີຫົວໜ້າກອງບັນຊາການທະຫານເມືອງ ຊື່ວ່າ “ພັນເອກແສງຈັນ” ເປັນຜູ້ຮັບຜິດຊອບການໄປຄັ້ງນີ້.
ຄວາມຈິງທະຫານນັ້ນ ພໍ່ຈານບໍ່ຢາກເອົາໄປ ເພາະພໍ່ຈານວິເຄາະວ່າ “ຫາກມີ ທະຫານໄປຫຼາຍ ຢ້ານວ່າຝ່າຍປະຕິການກໍຈະເຂົ້າໃຈວ່າເຮົາໄປເຮັດເສີກກັບເຂົາ” ແຕ່ທາງເມືອງກໍບອກວ່າ ຈຳເປັນເນື່ອງຈາກການເດີນທາງມັນລຳບາກ ແລະເປັນຜູ້ນຳ ທາງພໍ່ຈານເອງກໍໍບໍ່ມີໃຜຮູ້ຈັກຖິ່ນດີບໍ່ແມ່ນບໍ ? ແລະແລ້ວພໍ່ຈານກໍເຫັນດີ ແຕ່ທາງເມືອງ ກໍມີຄຳສັ່ງກັບນາຍພັນແສງຈັນວ່າ “ໃຫ້ຫຼີກລຽງທີ່ສຸດບໍ່ໃຫ້ມີການປະທະກັນ”.
ອ້າຍເມືອງເມື່ອເວົ້າມາຮອດນີ້ ກໍຢຸດພັກຈັບເອົາຈອກນຳ້ມາດື່ມສອງສາມເອືອກ ໃນຂະນະນັ້ນ ຂ້ອຍກໍຖາມລາວວ່າ “ອ້າຍກະໄດ້ໄປນຳເພິ່ນບໍ ?” ອ້າຍເມືອງເວົ້າທັງທີ່ມື ຍັງກຳຈອກວ່າ ທາງເມືອງສັ່ງໃຫ້ພວກເຮົາກັບ ພວກເຮົາບໍ່ກັບ ແລະຂໍໄປນຳພໍ່ຈານ ພໍ່ ຈານເອງກະບໍ່ໃຫ້ເຮົາ ແຕ່ບ່າວມີເປັນຕົວແທນພວກອ້າຍເວົ້າວ່າ “ເປັນຕາຍຮ້າຍເຮົາ ຕ້ອງເປັນນຳກັນ”.
ເມື່ອຕົກລົງກັນຮຽບຮ້ອຍແລ້ວ ພວກເຮົາກໍອອກເດີນທາງມຸ້ງສູ່ສະຖານທີ່ນັດ ໝາຍ ໂດຍອອກທາງຫົວບ້ານສະພັງ ລັດຂ້າມຫວ້ຍບັງຂະໝວນໄປຈົນຕາເວັນຄ້າຍແລງ ປະມານ ໔ ໂທງແລງ, ກໍຮອດຊາຍປ່າບ່ອນນັດໝາຍໄວ້ໃນຈົດໝາຍ.
ມາຮອດຕອນນີ້ອ້າຍເມືອງ ຢຸດເວົ້າເອົາມືຄວາ ໃສ່ຖົງຢ່າມາພັນ, ຂ້ອຍກໍຖາມຕໍ່ ວ່າ ແລ້ວຄະນະຂອງພໍ່ຈານນອນທີ່ນັ້ນບໍ ?
“ບໍ່” ອ້າຍເມືອງຕອບທັງໆ ທີ່ປາກຄາບໃບຕອງ ແລ້ວມີສອງຂ້າງຈົກລ້ວງເຂົ້າໄປ ໃນຫໍ່ຖົງຢາງບິເອົາຢາກ້ອນໜຽວອອກມາພັນກັບໃບຕອງ, ປາກກໍເລົ່າຕໍ່ ນີແລ້ວສຳຄັນ ນັນເອີຍ, ໃນຂະນະທີ່ພວກເຮົາຢ່າງໄປນັ້ນ ພວກທະຫານຢ່າງກ່ອນຈຸໜຶ່ງ ແລະຢ່າງຫຼັງ ຈຸໜຶ່ງ ພໍ່ຈານກັບພວກເຮົາຢ່າງກາງ ທາງຫົວໜ້າແສງຈັນ ກໍບອກວ່າ ຈະຢຸດເຊົາທີ່ນັ້ນ ເຊິ່ງສະຖານທີ່ນັ້ນກໍແມ່ນກົກບົກ ໃນກົກບົກກົກນັ້ນ ກໍມີແພສີແດງໝາຍໄວ້ ຕາມຈົດ ໝາຍຂຽນໄວ້ແທ້ ແຕ່ບໍ່ເຫັນຄົນຢູ່ກ່ອນເລີຍແມ່ນແຕ່ຄົນໜຶ່ງ ອ້າຍນຶກໃນໃຈວ່າ ຄັນໄປ ຮອດກົກບົກຊິນອນ ເຊົາມີແຮງຈັກບຶກຈັນແມ່ນຊາດມັນເມື່ອຍ, ສ່ວນບໍ່ຈານບໍ່ເຄີຍຈົ່ມ ເມື່ອຍ ຫຼືຈົ່ມຢ້ານເລີຍ, ຄວາມຈິງອ້າຍເດີນທາງກະບໍ່ແມ່ນວ່າຊິເມື່ອຍງ່າຍຂະໜາດນີ້ ສົງໄສມັນຕື່ນເຕັ້ນ ແລະຢ້ານກົວ ຈຶ່ງເຮັດໃຫ້ເມື່ອງ່າຍປານຜູ້ເຖົ້າ.
ອ້າຍເມືອງເວົ້າຮອດນີ້ ຂ້ອຍກໍເອີ່ຍຕັດຄວາມລາວວ່າ “ຕອນນັ້ນ ເປັນຈ່ັງໃດຫົວ ໃຈອ້າຍ”.
ອ້າຍເມືອງສະໝາດຄໍແລ້ວເວົ້າວ່າ “ຄວາມຈິງອ້າຍກໍບໍ່ຂີ້ຂ່າຕາຂາວດອກ ແຕ່ວ່າ ເມື່ອຢ່າງໄປ ຢ່າງໄປ ໃຈມັນສັ່ນໄຫວແບບໃດແບບໜຶ່ງນີ້ແລ້ວ”.
“ແລ້ວເປັນຈັ່ງໃດຕໍ່” ຂ້ອຍຖາມອ້າຍເມືອງເລົ່າຕໍ່ ອ້າຍເມືອງກໍເລົ່າຕໍ່ “ມັນບໍ່ເປັນ ຈັ່ງຫວັງນັນເອີຍ, ພໍແຕ່ໜ່ວຍທະຫານທີ່ໄປກ່ອນນັ້ນ ຍັງບໍ່ທັນເຖິງກົກບົກຊໍ້າ ສຽງປືນ ນັດແຮກ ກໍດັງຂຶ້ນຊ້ອນກັນມາ “ປັງໆໆໆ”, ຈາກຊາຍປ່າມາທາງພວກເຮົາ.
ອ້າຍກະວ່າຊິໂດດໄປກອດພໍ່ຈານໃຫ້ໝູບລົງ ບໍ່ທັນຊຳ້ລູກປືນຈຳນວນໜຶ່ງມັນ ສຸມ ມາໃສກົກແກ ບ່ອນຂ້ອຍຢູ່ປະມານສອກ ຂ້ອຍກໍໝູບລົງຫົວຄັນນາ ງວກໄປທາງຫຼັງ ເຫັນ ບ່າວມີນອນຫງາຍລົງຂ້າງຫົວຄັນນາ ແລ້ວບອກໝູບຢູ່ຫັ້ນແລ້ວ, ສ່ວນບຸນເຮືອນ ເອົາ ປືນອາກາກ່າຍໃສ່ກະໂພນ ສຸມລູກປືນເຂົ້າໃສ່ຊາຍປ່າຢ່າງເມົາມັນ, ພໍ່ຈານຍັງບໍ່ທັນໄດ້ ໝູບລົງຊຳ້ ຢ່າງໄປກ້ອຍໆ ພໍ່ຈານໄດ້ໄປຮ້ອງບອກບຸນເຮືອນວ່າ “ບຸນເຮືອນເຊົາຍິງ” ບຸນ ເຮືອນກໍເຊົາຍິງ, ແລ້ວກໍຮ້ອງມາບອກພວກເຮົາວ່າ “ຈົ່ງໝູບລົງຈຸພື້ນດິນ ຢ່າເຄື່ອນໄຫວ ເດັດຂາດ” ພໍ່ຈານເວົ້າແລ້ວກໍຄານອອກໄປຈົນໄປຮອດໂພນ *********ງຈາກພວກເຮົາປະມານ ໑໕ ແມັດແປະຊາຍປ່າພຸ້ນ ແຕ່ສຽງປືນທັງສອງຝ່າຍຍັງສຸມ*********ກະສູນໃສ່ກັນຈົນບໍ່ຈັກຊິ ນັບ.
ເວລາປະທະກັນແກ່ຍາວໄປປະມານ ໒໕ ຕອນນັ້ນທັງທະຫານສັດຕູ ແລະທະ ຫານພວກເຮົາສົນລະວົນກັນຢ່າງໃຫຍ່ ຈັກໃຜເປັນໃຜ ທັນໃດນັ້ນສຽງປືນປະທະກັນກໍສະ ຫງົບລົງພ້ອມບາດ ເໝືອນກັບບໍ່ມີຫຍັງເກີດຂຶ້ນຫຼັງຈາກ “ທ່ານແສງຈັນຮ້ອງອອກໄປ ໓-໔ ຄັ້ງວ່າ “ພວກເຮົາແມ່ນຂະບວນທະຫານເມືອງມຸນ ມາສົ່ງພໍ່ຈານ”.
ສະພາບການທຸກຢ່າງແມ່ນມິດງຽບເໝືອນກັບບ້ານຮ້າງ ບໍ່ມີແມ່ນກະທັງສຽງ ຈາມສຽງໄອ, ສຽງຈາມ.
(ຍັງມີຕໍ່-)
ກໍຈຳເປັນເມື່ອໄປເຖິງສະຖານທີ່ບ່ອນນັດໝາຍໄວ້ມີການປະທະກັນ ລະຫວ່າງອ້າຍນ້ອງກັບພວກປະຕິການ ຕາມການບອກເລົ່າ ໃນຂະນະນັ້ນພໍ່ໄດ້ແຕ່ໝູບໃສ່ຫົວຄັນ ນາ ບໍ່ເອົາປືນອອກມາຍີງເລີຍ ພໍດີທະຫານປະຕິການຄົນ ໜື່ງ ແລ່ນມາໝູບຢູ່ຂຸມດຽວກັນກັບພໍ່ ພໍ່ກໍ່ໄດ້ບອກທະຫານນ້ອຍວ່າ “ຖ້າເຈົ້າ ບໍ່ຍິງປືນ ເຂົາກໍ່ບໍ່ຍິງເຈົ້າ ຖ້າເຈົ້າຍີງປືນ ເຂົາກໍ່ຍີງເຈົ້າ ຜູ້ຖືອາວຸດຍ່ອມມີສັດຕູ ຖ້າບໍ່ຢາກມີສັດຕູກໍ່ຢ່າຖືປືນ” ພໍດີຫົວໜ້າທະຫານອ້າຍນ້ອງ ກໍ່ຮ້ອງບອກໄປ ວ່າ ຄະນະຂອງພໍ່ຈາຣຍ໌ ພວກທະຫານປະຕິການຈື່ງເຊົາຍີງ, ແລ້ວພວກເຂົາກໍ່ ມານຳເອົາພໍ່ຈາຣຍ໌ແລະຄະນະເຂົ້າໄປໃນດົງ ຕາມເສັ້ນທາງທີ່ຄົດລ້ຽວໂດຍບໍ່ ຮູ້ວ່າໄປໃສ.
ທະຫານປະຕິການໄດ້ນຳຄະນະຂອງພໍ່ຈາຣຍ໌ 3 ຄົນ, ເຂົ້າໄປໃນດົງ ເລີກ ພໍ່ພະຍາຍາມເວົ້າທຸກຢ່າງໃຫ້ຄະນະປະຕິການຟັງ ໂດຍພະຍາຍາມເວົ້າ ເຖີງ ການຂົນຂວາຍປຸກລຸກໃຫ້ອ້າຍພວກປະຕິການຈຳແນກໄດ້ເຖີງມິດເຖີງ ສັດຕູ ສະແດງແນວທາງອັນຖືກຕ້ອງຂອງພັກຂອງລັດ ເທົ່າທີ່ສັງເກດໄດ້ ກໍ່ຄື ທະຫານປະຕິການພວກນັ້ນ ບໍ່ມີໃຜປະຕິເສດ ຫຼື ຄັດຄ້ານຫຍັງ ທຸກຄົນໄດ້ ແຕ່ມິດງຽບໄປຕະຫຼອດທາງທີ່ຄົດລ້ຽວນັ້ນ, ແຕ່ທາງຄະນະຜູ້ໄປນຳສັງເກດ ເຫັນວ່າ ທະຫານປະຕິການໃຊ້ຄຳ ສຸພາບທີ່ສຸດກັບພໍ່ຈາຣຍ໌ ທຸກຄັ້ງທີ່ເວົ້າ ອອກມາມີແຕ່ “ໂດຍໆ” ຕະຫຼອດທາງ, ເມື່ອໄປໃກ້ສະຖານທີ່ນັດພົບແລ້ວ ທະຫານປະຕິການຢືນສອງຂ້າງທາງເປັນຍ່ານໆ ຈະໃຊ້ການຍົກມືໄຫ້ວພໍ່ ຈາຣຍ໌ແທນການໃຊ້ການຄຳນັບແບບທະຫານ, ຈາກຈຸດນີ້ ພໍ່ຈາຣຍ໌ບໍ່ໄດ້ເວົ້າ ຈາຫຍັງເລີຍ ໄດ້ແຕ່ຢ່າງມິດງຽບແບບສຸຂຸມ ຍົກມືຂວາຮັບການໄຫ້ວຈາກທະ ຫານປະຕິການເປັນໄລຍະໆ ຈາກຈຸດທີ່ນັດພົບທະຫານປະຕິການສອງຂ້າງ ທາງເປັນຍ່ານໆນັ້ນ ກວ່າຈະໄປເຖີງສະຖານທີ່ຕ້ອນຮັບປະມານ 2 ກິໂລ ແມັດ, ເມື່ອໄປຮອດສະຖານທີ່ແລ້ວ ເຫັນສະຖານທີ່ກ້ວາງຂວາງ ທະຫານປະ ຕິການຢືນລຽນກັນເປັນແຖວກຸ່ມໃຫຍ່. ອ້ອມຮອບເປັນວົງຄາດວ່າ ມີປະມານ ພັນກວ່າຄົນ ເມື່ອເຫັນເປັນເຊັ່ນນັ້ນ ຜູ້ໄປນຳພໍ່ຈາຣຍ໌ຄົນທີ່ເລົ່າເລື່ອງໃຫ້ຟັງ ນີ້ ເກີດອາການຕົກໃຈ ແຕ່ໃນໃນໄດ້ແຕ່ຕັ້ງທ້າຍປືນວາງລົງບ່າ ປາຍປືນປີ່ນຂື້ນ ເທີງຟ້າ ມືນ່ຽວໄກປືນໄວ້ຄິດໃນໃຈພຽງແຕ່ວ່າ “ຖ້າເຫດການບໍ່ດີນັ້ນຈະເກີດ ຂື້ນ ຕ້ອງນ່ຽວໄກປືນໄວ້ໃຫ້ໄດ້ຫຼາຍເທົ້າທີ່ຈະຫຼາຍໄດ້” ພໍໃກ້ຈະເຖີງສະຖານ ທີ່ເທົ່າໃດ ທະຫານປະຕິການຜັດປ່ຽນກັນອອກມາຕ້ອນຮັບເພື່ອເດີນນຳໜ້າ ຊຸດລະ 4 ຄົນ ໄປເລື້ອຍໆ ຈົນເຂົ້າໄປໃກ້ຈະເຖີງແຖວສຸດທ້າຍ ກ່ອນຈະເຂົ້າ ເຖີງທ່ານກະປຸມນັ້ນ ທະຫານຊັ້ນຫົວໜ້າປະມານ 8 ຄົນຢືນລຽນກັນເປັນ ແຖວເພື່ອຕ້ອນຮັບ ແລ້ວທຳການຄຳນັບແບບທະຫານ ແລ້ວຊີ້ທາງໃຫ້ເດີນ ເຂົ້າໄປ ທ່າມກາງແຖວທະຫານທີ່ລຽນແຖວທັງສອງທາງ ປີ່ນໜ້າເຂົ້າຫາກັນ ຖືປືນປີ່ນປາຍຂື້ນເທີງຟ້າ ທ່າມກາງທາງຍ່າງປູດ້ວຍຫຍ້າຄາສີ່ໄພວາງປູ ເລ່ືອນກັນໄປ ຕະຫຼອດທາງເດີນ,ຜູ້ເລົ່າບອກວ່າ ຕອນເຂົ້າໄປທຳອິດໃຈສັ່ນ ຢ້ານຈົນບອກບໍ່ຖືກ ແຕ່ເມື່ອເຫັນພໍ່ຈາຣຍ໌ຍ່າງເຂົ້າໄປຍ່າງທະນົງອົງອາດ ກໍ່ ເຮັດໃຫ້ມີໃຈກ້າຫານຂື້ນ, ຫຼຽວໄປທາງຫນ້າເຫັນນາຍທະຫານຄົນໜື່ງຢືນມື ຄັດຫຼັງປີ່ນໜ້າໄປທາງອື່ນຫຼຽວເຫັນແຕ່ຫຼັງ ສັງເກດເຫັນທະຫານສອງຝາກ ທາງເດີນຫຼັງຈາກຄະນະ ພໍ່ຈາຣຍ໌ເຂົ້າໄປເຖີງຖານຂອງທ່ານກະປຸມແລ້ວ ພໍ່ ຈາຣຍ໌ກໍ່ຢຸດຢືນຢ່າງບໍ່ປາກ ງວກໜ້າໄປທາງຫຼັງເຫັນທະຫານເລົ່ານັ້ນ ໝອບ ເອົາຫົວແປະພື້ນ ຮ້ອງຮຽກຊື່ພໍ່ຈາຣຍຸໆ ຕິດຕໍ່ກັນແຊວໆ ທ່ານກະປຸມຍັງປີ່ນ ຫຼັງມາຫາຢູ່ ພໍ່ຈາຣຍ໌ກໍ່ບໍ່ເວົ້າຫຍັງ ຢືນເສີຍຢູ່ຢ່າງນັ້ນ ຫຼຽວເຫັນທະຫານທັງ ຫຼາຍທ່ີຢືນອ້ອມຖານນັ້ນ ຕ່າງກໍ່ນັ່ງຢ໋ອງຢໍ້ລົງພ້ອມກັນ ພ້ອມທັງຍົກມືໄຫ້ວ ເປັນແຖວ ຜູ້ເລົ່າໄດ້ສັງເກດເບີ່ງບ່ອນທີ່ທາ່ນກະປຸມຢືນຢູ່ນັ້ນ ແມ່ນເຫົ້ງາຕົ້ນ ບົກ ມີລວງກ້ວາງປະມານໜ້າຕັກ 3 ແມັດກຳລັງຕັດໃໝ່ໆ ຂະໜາດໂຕ໋ະກໍ່ ແມ່ນຕັດເອົາໄມ້ບົກມາເຮັດໂຕ໋ະໜ້າຕັກປະມານ 1ແມັດ 50 ແລ້ວ, ມີຕັ່ງເຮັດ ດ້ວຍງ່າບົກ 2 ໜ່ວຍ, ໃນທີ່ສຸດທ່ານກະປຸມໄດ້ກ່າວກັບພໍ່ຈາຣຍ໌ໂດຍຢັ້ງຢືນຢູ່ ທ່າເດີມວ່າ “ນີ້ບໍ່ຈາຣຍ໌ ຄືສັງມາເກັ່ງແທ້” ພໍ່ຈາຣຍ໌ຕອບວ່າ “ບໍ່ຮູ້ວ່າເກັ່ງພຽງ ໃດ ກໍ່ລອງຫັນໄປເບີ່ງລູກນ້ອງຂອງທ່ານຕີ” ເມື່ອເວົ້າສຸດແລ້ວ ທ່ານກະປຸມກໍ່ ງວກໜ້າມາຫາພໍ່ ແລ້ວກໍ່ອຸທານຂື້ນວ່າ “ ໂອຍ ! ສົມມະມົວຂ້າຄົນດີຖີ້ມ ” ແລັວກໍ່ຈົກປືນສັ້ນອອກຈາກພົກອອກຈາກພັກ ແລ້ວໂຍນລົງໜ້າໂຕ໋ະ ແລ້ວ ເຊີນພໍ່ຈາຣຍ໌ຂື້ນໄປນັ່ງທີ່ຕັ່ງ ພໍ່ກໍຂື້ນໄປນັ່ງຕາມຄຳເຊີນ ແລ້ວທ່ານກະປຸມກໍ່ ເວົ້າຕໍ່ໄປວ່າ “ເຮົາສັງຄົນໄປຂ້າທ່ານຫຼາຍຄັ້ງ ແຕ່ບໍ່ສຳເລົດຈັກຄັ້ງ” ເມື່ອພໍ່ຂື້ນ ໄປນັ່ງກະຕັ່ງແລ້ວ ທ່ານກະປຸມກໍ່ຍົກມືໄຫ້ວພໍ່ຈາຣຍ໌ ພໍ່ຈາຣຍ໌ກໍ່ຍົກມືໄຫ້ວ ຕາມທຳນຽມ ແລະແລ້ວທ່ານກະປຸມກໍ່ສັ່ງໃຫ້ທະຫານຖອຍຫຼັງກັບໄປ 10 ແມັດ, ແລ້ວທັງສອງກໍ່ໂອ້ລົມກັນໂດຍບໍ່ມີໃຜໄດ້ຍິນວ່າທັງສອງເວົ້າຫຍັງເລີຍ ເຫັນແຕ່ທ່ານກະປຸມຈົກເອກະສານອອກຈາກກະເປົ໋າໃຫ້ພໍ່ຈາຣຍ໌ເບີ່ງ ທັງ ສອງລົມກັນໄປປະມານ 1 ຊົ່ວໂມງ, ແລະແລ້ວພວກເຮົາກໍ່ກ່າວອຳລາກັນ.
ຂາກັບພວກເຂົາກໍ່ໄດ້ສົ່ງຄະນະຈອງພໍ່ຈາຣຍ໌ ຈົນເຖີງສະຖານທີ່ເລີ່ມ ມາ ແລ້ວພໍ່ຈາຣຍ໌ກໍ່ກັບໄປຍັງເມືອງມຸນ ຫຼັງຈາກພໍ່ຈາຣຍ໌ກັບເມືອຮອດບ້ານ ໂດຍສະຫວັດດີພາບ ເຫດການຕໍ່ມາກໍປາກົດເຫັນປະຕິການໂຕນກັບມາຮ່ວມ ການປະຕິວັດເລື້ອຍໆ