ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

alt

- ມີເກສິຄົນຝືກມ້າ ເຂົ້າໄປຂາບທູນພຣະພຸດທະເຈົ້າວ່າ "ພຣະພຸດທະອົງຝືກສາວົກຂອງພຣະອົງຢ່າງໃດ ?"

- ພຣະພຸດທະອົງກໍຖາມເກສີຜູ້ຝືກມ້ານັ້ນຄືນວ່າ "ທ່ານຝຶກມ້າຂອງທ່ານຢ່າງໃດ ?"

- ເກສີທູນພຣະພຸດທະອົງວ່າ "ໃຊ້ວິທີລະມຸນລະໄມ, ບາງທີ່ກໍຝຶກດ້ວຍວິທີລົງແສ້ ລົງຄ້ອນ,  ແລ້ວແຕ່ມ້າແຕ່ລະໂຕມັນຈະຢູ່ໃນສະພາບໃດ, ຫາກຝືກບໍ່ໄຫວກໍພາໄປຂ້າຖິ້ມ".

- ພຣະອົງກໍບອກເກສີວ່າ "ເຮົາກໍເປັນເຊັ່ນນັ້ນ ເຮົາຝືກສາວົກດ້ວຍວິທີລະມຸນລະໄມ, ລົງແສ້ ແລະຂະໜາບແນ່ ບາງທີ່ບໍ່ໄຫວກໍຂ່າຖິ້ມເຊັ່ນ ດຽວກັນ"

- ເມື່ອເກສີຜູ້ຝືກມ້າ ເມື່ອໄດ້ຍິນຄຳພຣະພຸດທະເຈົ້າ ວ່າ "ຂ້າຖິ້ມ" ກໍອຸທານຂຶ້ນວ່າ "ເອົາວ໌....ພຣະພຸດທະເຈົ້າ ໄປຂ້າຖິ້ມໄດ້ຈັ່ງໃດ ? ບໍ່ບາບ ບໍ່ຜິດສິນບໍ ?".

- ພຣະພຸດທະອົງຕັດຕອບວ່າ "ການຂ້າໃນພຣະທັມ-ວິນັຍນີ້ ບໍ່ແມ່ນຂ້າເໝືອນຊາວໂລກ ທີ່ໃຊ້ປືນ ໃຊ້ມີດ ໃຊ້ພາ ໃຊ້ຫອກ ໃຊ້ດາບ, ໃນຄວາມໝາຍຂອງເຮົາ ຄື ໃຫ້ຕາຍຈາກຄວາມດີ, ຂ້າໃນອະຣິຍະວິນັຍ ກໍຄື ບໍ່ເວົ້າ, ບໍ່ສອນ, ບໍ່ເຕືອນ, ປ່ອຍໃຫ້ເນົ່າຢູ່ກັບຄວາມຊົ່ວນັ້ນ ເອງ, ເພາະສະນັ້ນການທີ່ບໍ່ມີໃຜບອກ, ໃຜເຕືອນ, ໃຜສອນ, ໃຜຫ້າມນັ້ນ ຖືວ່າຖືກຂ້າໃຫ້ຕາຍ ຈາກຄວາມດີ ແລະຈົມກັບຄວາມຊົ່ວຮ້າຍ ເນົ່າເໝັນຢູ່ຢ່າງນັ້ນ, ການຂ້າທີ່ຮ້າຍທີ່ສຸດກໍຄືປ່ອຍປະ ບໍ່ຫ້າມ ບໍ່ສອນ ບໍ່ເຕືອນ ປ່ອຍໃຫ້ຈົມຢູ່ກັບຄວາມຊົ່ວ ຄິດຊົ່ວນັ້ນແລ້ວ ເປັນການ ຂ້າທີ່ຢ້ານກົວທີ່ສຸດ.

- ທ່ານທັງຫຼາຍ ຖ້າບໍ່ມີໃຜຫ້າມ, ໃຜສອນ, ໃຜເຕືອນ ທ່ານຈົ່ງຮູ້ວ່າ ທ່ານກຳລັງທີ່ຖືກຂ້າຢ່າງທໍຣະມານທີ່ສຸດ.

Delicious Digg Fark Twitter