ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

  ນັກຮຽນອານຸບານບ້ານເກີນໄດ້ໄປທັດສະນະ ຢູ່ທີ່ສວນສັດບ້ານເກີນ, ຍ້ອນນັກຮຽນກຸ່ມນີ້ ຫາກໍ່ສະຕາທ໌ຮຽນພາສາອັງກິດໃໝ່ ພວກເຂົາຈີ່ງຖືກນຳພາໂດຍຄູພາສາອັງກິດ. ຫລັງຈາກພວກເຂົາຜ່ານປະຕູສວນສັດເຂົ້າໄປ ຄູກໍແນະນຳນັກຮຽນ ຝຶກຫັດພາສາ ໂດຍເວົ້ານຳຫລັງເພີ່ນ.

      ພໍແຕ່ໄປເຫັນກວງໂຕໜື່ງຄ້ຽວຫຍ້າ ຄູກໍ່ເວົ້າຂື້ນວ່າ

ຄູ: ດິດ ອິສ ເອິ ເດ່ຍ (this is a deer)

ນັກຮຽນ: ດິດ ອິສ ເອິ ເດ່ຍ (this is a deer)

     ພໍແຫງນຂື້ນເທີງຕົ້ນໄມ້ເຫັນຟູງນົກຄູກໍຊີ້ມື ແລະ ເວົ້າອອກມາວ່າ

ຄູ: ໂດດສ ໌ ອາ ເບິດສ໌ (those are birds)

ນັກຮຽນ: ໂດດສ໌ ອາ ເບິດສ໌ ( those are birds)

     ແຕ່ພໍຍ່າງໄປຮອດຮອດຄອກລີງ ເຊິງລີງໂຕຜູ້ກຳລັງຢືນຍ່ຽວເທີງຫງ່າໄມ້ ຄູເລິຍເວົ້າອອມາສັ້ນໆ ວ່າ: ມັງຄີ

     ພໍຄູເວົ້າສຸດ ນັກຮຽນກໍເວົ້ານຳຫລັງເປັນສຽງດຽວກັນທັນທີ ວ່າ: ມັນຍ່ຽວ

ແຕ່ຄູຟັງບໍ່ທັນເລີຍຣີພິທ ອິກເທື່ອໜື່ງ ວ່າ: ມັງຄີ

ນັກຮຽກກໍເວົ້າຄືນວ່າ: ມັນຍ່ຽວ

5555555555555555555555555

    

 

 

Delicious Digg Fark Twitter