ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ເຊົ້າມື້ໜື່ງຂອງວັນ ບັນດານັກຮຽນ ຕ່າງກໍກະຕືລືລົ້ນໄປໂຮງຮຽນ, ເພາະດີໃຈຈະໄດ້ພົບເພື່ອນຮຽນດວ້ຍກັນ,

ທາ້ວ ຂງວສະຫວາດ ແລະ ທ້າວດຳ ເປັນໝູ່ຮັກ ໝູ່ແຄ້ນກັນ. ພວກເຂົາໄດ້ເກາະຕິດລົດເມໄປໂຮງຮຽນດົງໂດກທຸກໆມື້ ຫລັງຈາກທັງສອງຂື້ນລົດໄປຮອດກາງທາງ ກໍ່ມີການເລີ່ມເກັບເງີນຄ່າລົດ, ໃນຂະນະດງວກັນນັ້ນ ທາ້ວດຳ ກໍ່ລັກຕົດອອກມາ, ບັງເອິນຕົດບັກເໝັນໆ. ຈົນທຸກຄົນຕອ້ງອັດດັງ ສາຍໜ້າຫາລົມ, ແຕ່ພໍເກັບເງີນໝົດແລ້ວ ຄົນເກັບເງີນເລິຍລອງຖາມຄືນເບິ່ງ ວ່າທຸກຄົນຈ່າໝົດແລ້ວບໍ.

ຄົນເກັບເງິນ: ແຕ່ລະຄົນຈ່າຍໝົດແລ້ວບໍ?

ທ້າວຂງວຕອບມາວ່າ: ຍັງຄົນໜືື່ງເດິ

ຄົນເກັບເງີນ: ຍັງແມ່ນໃຜ ມາຈ່າຍເດິ

ທາ້ວຂງວ: ຍັງຜູ້ຕົດກີ້ໆເດິ

ທ້າວດຳບໍ່ຊັກຊ້າ ຮອ້ງຕອບເພື່ອຢືນຢັນວ່າໂຕໄດ້ຈ່າຍຄ່າລົດແລ້ວ: ອ່າວ ຂອ້ຍກະຈ່າຍໃຫ້ເຈົ້າກີ້ນີ້ເດ໋...............

 

Delicious Digg Fark Twitter