ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຕຳນານພະອຸປະຄຸດ (ພະບົວເຂັມ)

ພະອຸປະຄຸດ ເປັນພະພິຂຸອົງສຳຄັນອົງນຶ່ງໃນສະໄໝພະເຈົ້າອະໂສກມະຫາລາດ ຄຳວ່າ “ອຸປະຄຸດ” ມີຄວາມໝາຍວ່າ ຄຸ້ມຄອງຮັກສາ ເປັນພະທີ່ເປັນທີ່ນິຍົມນັບຖືຂອງຊາວອິນເດຍ, ຊາວມອນ, ຊາວໄທຍວນ ແລະຊາວອີ່ສານ.

ວ່າກັນວ່າ ພະອຸປະຄຸດນັ້ນ ເປັນຜູ່ໃດມີພູມລຳເນົາເດີມມາແຕ່ໃສບໍ່ມີໃຜຮູ້ແນ່ຊັດ ຮູ້ພຽງວ່າ ທ່ານເກີດຫຼັງພະພຸດທະເຈົ້າສະເດັດດັບຂັນປຣິນິບພານໄດ້ປະມານ 200 ປີ ເມື່ອທ່ານໄດ້ບວດແລ້ວ ກໍບຳເພັງພຽນຈົນສຳເລັດເປັນພຣະອະຣະຫັນຂີນາສົບ (ຄຳວ່າ ຂີນາສົບ ມີຄວາມໝາຍວ່າ ຜູ່ສິ້ນອາສາວະແລ້ວ ໝາຍເຖິງພະຜູ່ທີ່ກຳຈັດອາສາວະຄືກິເລດໄດ້ໝົດແລ້ວທັງ 3 ຢ່າງຄື: ກາມ, ພົບ ແລະອະວິຊາ ແລະຈະບໍ່ກັບມາເກີດອີກແລ້ວຫຼັງຈາກນິບພານ) ສຳເລັດອະພິນຍາສະມາບັດຕ່າງໆ ສາມາດສະແດງອະພິນິຫານຈົນເປັນທີ່ເລົ່າລືມາຮອດທຸກມື້ນີ້

ທ່ານມີປະຕິປະທາໄປໃນທາງສັນໂດດ ມັກນ້ອຍ ເລົ່າກັນວ່າ ທ່ານເນລະມິດເຮືອນແກ້ວໃນທະເລເລິກ ແລ້ວກໍລົງໄປຈຳວັດຢູ່ໃນນັ້ນຕະຫຼອດເວລາ ຈົນເມື່ອໃດມີເຫດເພດໄພເກີດຂຶ້ນໃນພະສາດສະໜາຂອງພະໂຄດົມພຸດທະເຈົ້າ ຫຼືເມື່ອໃດທີ່ມີພິທີກັມໃຫຍ່ໆ ຫຼືມີຜູ່ນິມົນແລ້ວ ທ່ານກໍຈະມາຊ່ວຍເຫຼືອດ້ວຍຄວາມເຕັມໃຈສະເໝີ

ເມື່ອປະມານປາຍຂອງພຸດທະສັດຕະວັດທີ 2 ຢູ່ທີ່ນະຄອນປາຕະລີບຸດລາດຊະທານີ (ຕອນນີ້ແມ່ນເມືອງປັດນະ ພາກໃຕ້ຂອງອິນເດຍ) ພະເຈົ້າອະໂສກມະຫາລາດ ຜູ່ເຊິ່ງຄອງລາດຊະສົມບັດໃນເວລານັ້ນ ໄດ້ຊົງມີຄວາມເຫຼື້ອມໃສໃນພະພຸດທະສາດສະໜາເປັນຢ່າງຍິ່ງ. ຕາມຕຳນານເລົ່າຂານກັນມາວ່າ ພະອົງໄດ້ຊົງສ້າງພະວິຫານ ແລະພະສະຖູບຫຼວງຫຼາຍທົ່ວຊົມພູທະວີບ ເປັນຈຳນວນເຖິງ 84,000 ອົງ ແລະທັງເປັນຜູ່ຮວບຮວມ ແລະຂຸດຄົ້ນພະບຣົມສາລີລິກະທາດເພື່ອນຳໄປບັນຈຸໃນສະຖູບທີ່ພະອົງສ້າງໄວ້ທຸກບ່ອນ

ເມື່ອທຳການບັນຈຸພະບຣົມສາລີລິກະທາດສຳເລັດຮຽບຮ້ອຍແລ້ວ ພະເຈົ້າອະໂສກມະຫາລາດ ກໍໄດ້ປາລົບທີ່ຈະຈັດໃຫ້ມີການສົມໂພດພະສະຖູບເຈດີທັງໝົດໃຫ້ເປັນການມະໂຫລານຍິ່ງຕະຫຼອດ 7 ປີ 7 ເດືອນ 7 ວັນ ແລະເພື່ອໃຫ້ການສະຫຼອງສົມໂພດນັ້ນ ເປັນໄປດ້ວຍຄວາມຮຽບຮ້ອຍ ປາສະຈາກອຸປະສັກ ຈຶ່ງຢາກອາຣາທະນາພະສົງຂີນາສົບທີ່ຊົງອິດທິລິດ ມາເປັນຜູ່ປົກປັກຮັກສາຄຸ້ມຄອງງານໃຫ້ປາສະຈາກການລົບກວນຂອງມານຮ້າຍຕ່າງໆ

ແຕ່ພະສົງໃນນະຄອນປາຕະລີບຸດບໍ່ມີຮູບໃດເລີຍທີ່ຈະສາມາດເປັນຜູ່ຄຸ້ມຄອງຮັກສາງານມະຫະກຳອັນຍິ່ງໃຫຍ່ນີ້ໃຫ້ພົ້ນຈາກໄພທັງປວງໄດ້ ໂດຍສະເພາະໄພຈາກພະຍາວັດສະວະດີມານ ຜູ່ມີລິດເດດຍິ່ງກວ່າພູດຜີປີສາດທັງຫຼາຍ ນອກເສຍໄປຈາກພະອຸປະຄຸດເຖຣະພຽງຜູ່ດຽວເທົ່ານັ້ນ

ພະສົງທັງປວງຈຶ່ງໄດ້ແຕ່ງຕັ້ງພະ 2 ຮູບໃຫ້ເປັນຕົວແທນລົງໄປອາຣາທະນາພະອຸປະຄຸດເຖຣະຜູ່ມີລິດເດດກ້າ ໃຫ້ມາຊ່ວຍຄຸ້ມຄອງຮັກສາງານສົມໂພດຄັ້ງຍິ່ງໃຫຍ່ນີ້ ໂດຍກ່າວກັນວ່າ ພະອຸປະຄຸດຜູ່ນີ້ ຈະເຂົ້າຊານສະມາບັດສະເຫວີຍວິມຸດຕິສຸກຢູ່ໃນພື້ນມະຫາສະມຸດ ແລະຈະອອກຈາກສະມາບັດ ເຫາະຂຶ້ນມາບິນທະບາດໃນໂລກມະນຸດສະເພາະໃນວັນພຸດເພັງຕອນກາງເດືອນເທົ່ານັ້ນ (ຈຶ່ງເປັນທີ່ມາຂອງການຕັກບາດໃນວັນພຸດເພັງກາງເດືອນ)

ກໍໃນຄັ້ງນັ້ນແລ ພະອຸປະຄຸດຖືກພະພິຂຸ 2 ຮູບຜູ່ມີອະພິນຍາສະມາບັດຊຳແຮກມະຫາສະມຸດ ລົງມາຮອດໂຕທ່ານແລ້ວແຈ້ງວ່າ ໃຫ້ທ່ານຈົ່ງເປັນທຸລະປ້ອງກັນພະຍາມານໃຫ້ຢ່າມາລົບກວນງານສະຫຼອງພະສະຖູບເຈດີຂອງພະເຈົ້າອະໂສກມະຫາລາດໄດ້ ອີກທັງຍັງຕຳໜິວ່າ ພະອຸປະຄຸດນັ້ນ ມັກແຕ່ຢູ່ໂດດດ່ຽວ ບໍ່ມາພິທີສົງຕ່າງໆ ເລີຍ ຂາດຕົກບົກພ່ອງໃນໜ້າທີ່ສົງເປັນອັນມາກ

ເມື່ອໄດ້ຍິນເຊັ່ນນັ້ນແລ້ວ ພະອຸປະຄຸດກໍບໍ່ໂຕ້ຕອບໃດໆ ມີພຽງຮັບນິມົນແລ້ວກໍເດີນທາງມານະມັດສະການ ແລະລາຍງານໂຕຕໍ່ຄະນະສົງໃນມື້ຖັດມາ. ເມື່ອມາຮອດແລ້ວ ພະເຈົ້າອະໂສກມະຫາລາດ ກໍໄດ້ສະເດັດເຂົ້າມານະມັດສະການຄະນະສົງ ເພື່ອຂໍຊາບເລື່ອງຜູ່ທີ່ຈະມາທຳໜ້າທີ່ຮັກສາການງານສະຫຼອງສົມໂພດພະສະຖູບເຈດີ. ເມື່ອພະອົງຊົງຊາບວ່າຜູ່ທີ່ມາເຮັດໜ້າທີ່ນີ້ແມ່ນພະອຸປະຄຸດເຖຣະ ກໍຊົງຄິດເຄືອບແຄງພະໄທ ເນື່ອງຈາກພະອຸປະຄຸດນັ້ນ ມີຮ່າງກາຍຈ່ອຍນ້ອຍ ເບິ່ງອ່ອນແອ ກໍຊົງບໍ່ແນ່ໃຈ ດ້ວຍເກງວ່າຈະເຮັດໜ້າທີ່ໄດ້ບໍ່ສົມບູນ ແຕ່ພະອົງກໍບໍ່ໄດ້ຕຣັສວ່າຫຍັງໃນເວລານັ້ນ

ພໍຮອດຮຸ່ງເຊົ້າມື້ໃໝ່ ຂະນະທີ່ພະອຸປະຄຸດມະຫາເຖຣະອອກບິນທະບານໃນນະຄອນປາຕະລີບຸດນັ້ນ ພະເຈົ້າອະໂສກມະຫາລາດຢາກຈະທົດສອບລິດເດດຂອງພະເຖຣະ ຈຶ່ງຊົງປ່ອຍຊ້າງຕົກມັນໃຫ້ເຂົ້າທຳຮ້າຍພະເຖຣະເຈົ້າ ພະອຸປະຄຸດເມື່ອເຫັນດັ່ງນັ້ນ ກໍສະກົດຊ້າງທີ່ກຳລັງແລ່ນມາໃຫ້ຢຸດຢູ່ກັບບ່ອນບໍ່ໄຫວຕິງ ປານວ່າຊ້າງທີ່ສະລັກດ້ວຍຫິນ. ພະເຈົ້າອະໂສກມະຫາລາດທອດພະເນດເຫັນໄດ້ດັ່ງນັ້ນ ກໍຊົງເຫຼື້ອມໃສ ຈຶ່ງສະເດັດໄປຂໍຂະມາຕໍ່ພະເຖຣະ ໂດຍພະອຸປະຄຸດເຖຣະ ກໍໄດ້ໃຫ້ອະໄພແກ່ພະເຈົ້າອະໂສກມະຫາຣາດ

ເມື່ອເຫັນວ່າພະອຸປະຄຸດນັ້ນມີລິດເດດຫຼາຍ ພະເຈົ້າອະໂສກມະຫາລາດກໍຊົງວາງພະໄທ ຕຣັສສັ່ງໃຫ້ກຽມສະຫຼອງສົມໂພດພະສະຖູບເຈດີທັງປວງ ໂດຍການປຸກປະລຳຮ້ານໂຮງ ປະດັບທຸງທິວ ແລະປະທີບໂຄມໄຟຕະຫຼອດໄລຍະທາງກຶ່ງໂຍດ (1 ໂຍດແມ່ນ 14 ກິໂລແມັດ) ເຮັດໃຫ້ຕາມແນວຝັ່ງແມ່ນ້ຳຄົງຄາສະຫວ່າງສະໄຫວໄປທົ່ວທັງບໍລິເວນ

ເມື່ອບັນລຸເລີກງາມຍາມດີຕາມທີ່ກຳນົດໄວ້ ບັນດາພະສົງຂີນາສົບ ແລະພະສົງປຸຖູຊົນ (ພະສົງທີ່ຍັງບໍ່ບັນລຸທັມຂັ້ນສູງສຸດເທື່ອ) ຕະຫຼອດຈົນພຸດທະສາສະນິກະຊົນທັງໃນນະຄອນປາຕະລີບຸດ ແລະຕ່າງແດນຈາກຈະຕຸທິດ (ທິດທັງສີ່) ກໍເລີ່ມຫຼັ່ງໄຫຼເຂົ້າສູ່ບໍລິເວນງານພ້ອມເຄື່ອງສັກກາລະບູຊາ ເພື່ອຮ່ວມສະຫຼອງພິທີສົມໂພດພະບຣົມສາລີລິກະທາດທີ່ບັນຈຸຢູ່ໃນມະຫາເຈດີ ແລະເຈດີທັງແປດໝື່ນສີ່ພັນອົງດ້ວຍຄວາມເຫຼື້ອມໃສສັດທາເປັນຢ່າງຍິ່ງ

ພໍມື້ເປີດງານມາຮອດ ພະເຈົ້າອະໂສກມະຫາລາດໄດ້ເຂົ້າສູ່ບໍລິເວນງານ ພ້ອມດ້ວຍຄະນະສົງຫຼວງຫຼາຍ ຂະນະນັ້ນເອງ ພະຍາມານຜູ່ມີຈິດລິດສະຫຍາອົດໃຈບໍ່ໄດ້ ຈຶ່ງລົງມາຈາກປະຣະນິມມິດສະວັດຕີ (ສະຫວັນຊັ້ນທີ 6) ບັນດານໃຫ້ເກີດພະຍຸພັດຮຸນແຮງ ຫວັງຈະທຳລາຍງານດັບປະທີບບູຊາທີ່ຈຸດສະຫວ່າງສະໄຫວໃຫ້ມອດລົງເສຍ. ຝ່າຍພະອຸປະຄຸດເຊິ່ງໄດ້ເຝົ້າລະວັງຢູ່ແລ້ວ ຈຶ່ງບັນດານໃຫ້ພະຍຸນັ້ນອັນຕະທານຫາຍໄປ.

ພະຍາມານຈຶ່ງໄດ້ໂມໂຫໂກທາຍິ່ງຂຶ້ນໄປອີກ ແລະຮູ້ດ້ວຍດ້ວຍລິດວ່າ ພະຮູບນີ້ເອງທີ່ເປັນຜູ່ຕໍ່ກອນກັບຕົນ ຈຶ່ງໄດ້ແປງຮ່າງເປັນງົວກະທິງໂຕໃຫຍ່ຍັກ ເຂົາໂງ້ງແຫລມຄົມປານຫອກ ແລ່ນອອກມາຈາກພຸ່ມໄມ້ຫວັງທຳລາຍໂຮງພິທີໃຫ້ແຫລກໄປ. ພະເຖຣະເຫັນເຊັ່ນນັ້ນແລ້ວກໍບໍ່ລໍຊ້າ ແປງກາຍເປັນເສືອລາຍພາດກອນໂຕໃຫຍ່ ເຂົ້າໄປຕະລຸມບອນຕໍ່ສູ້ກັນຢ່າງດຸເດືອດ ບໍ່ດົນງົວກະທິງກໍຖືກເສືອຂຸບໄປນອນກອງພື້ນປາງຕາຍ ແຕ່ບໍ່ດົນງົວກະທິງກໍປ່ຽນຮ່າງເປັນພະຍານາກ 7 ຫົວ ພົ່ນໄຟໃສ່ເສືອໂຄ່ງໝາຍຈະເອົາຊີວິດ ພະອຸປະຄຸດເຫັນວ່າເສຍປຽບ ຈຶ່ງແປງກາຍເປັນພະຍາຄຸດໂຕໃຫຍ່ ໂດດເຂົ້າຈິກຫົວພະຍານາກລາກກິ້ງໄປມາຢ່າງບໍ່ປານີ ເຮັດໃຫ້ພະຍານາກຮ້ອງໂອດໂອຍແລະໄດ້ປ່ຽນຮ່າງເປັນຍັກໃຫຍ່ ມີແວວຕາໜ້າຮ້າຍຫຼາຍ ຖືກະບອງໃຫຍ່ເທົ່າຕົ້ນຕານກວັດແກວ່ງທຸບຫົວພະຍາຄຸດໂດຍບໍ່ລໍຊ້າ

ພະຍາຄຸດເມື່ອເຫັນດັ່ງນັ້ນແລ້ວ ຈຶ່ງໄດ້ປ່ຽນຮ່າງເປັນຍັກທີ່ໃຫຍ່ກວ່າເຖິງ 2 ເທົ່າ ຖືກະບອງຍັກ 2 ອັນຫວ່ຽງເຂົ້າທຸບຫົວຂອງພະຍາມານຢ່າງຮຸນແຮງ ແລະໄວປານຈັກກະຜັນ ຍາກທີ່ພະຍາມານຈະປ້ອງກັນໄດ້ ໃນທີ່ສຸດກໍກັບຮ່າງແລະປະລາໄຊ

ພະເຖຣະເຫັນດັ່ງນັ້ນ ຈຶ່ງບໍ່ລໍຊ້າ ໄດ້ເນລະມິດຮ່າງໝາເນົ່າກິ່ນເໝັນ ເຕັມໄປດ້ວຍໜອນ ແລະດຶງປະຄົດຈາກແອວຂອງທ່ານອອກມາຜູກຮ່າງໝາເນົ່າ ແລະແກວ່ງໄປຄ້ອງຄໍພະຍາມານ ພ້ອມກ່າວວ່າ “ບໍ່ວ່າໃຜກໍຕາມ ຍ່ອມບໍ່ອາດເອົາໝາເນົ່າອອກຈາກຄໍພະຍາມານນີ້ໄດ້” ຈາກນັ້ນກໍຂັບໄລ່ພະຍາມານໃຫ້ອອກໄປຈາກພື້ນທີ່ນັ້ນ

ພະຍາມານຜູ່ເລີດລິດພໍຖືກໝາເນົ່າຄ້ອງຄໍກໍເຮັດໃຫ້ໝົດລິດ ບໍ່ສາມາດເຮັດຫຍັງໄດ້ ຈະເອົາອອກເອງກໍບໍ່ໄດ້ ໄດ້ແຕ່ໄປອ້ອນວອນໃຫ້ໝູ່ເທວະດາ ທັງເທວະດາກະສັດສະຫວັນຊັ້ນທີ 1-6 ໃຫ້ຊ່ວຍເອົາອອກ ກໍບໍ່ມີໃຜເອົາອອກໄດ້ ເຖິງແມ່ນວ່າຈະໄປຫາທ້າວມະຫາລາດທັງສີ່ ພະອິນ ທ້າວຍາມາ ທ້າວສັນດຸສິດ ທ້າວນິມິດເທວະລາດ ຕະຫຼອດຈົນທ້າວສະຫັດບໍດີພຣົມ ກໍບໍ່ສາມາດເອົາອອກໃຫ້ໄດ້ ໄດ້ພຽງແນະນຳວ່າ ໃຫ້ໄປຂໍຂະມາກັບພະອຸປະຄຸດດີກວ່າ ພະຍາມານເຫັນວ່າບໍ່ມີທາງເລືອກ ຈຶ່ງຈຳໃຈກັບໄປຫາພະອຸປະຄຸດ

ພະຍາມານເມື່ອກັບໄປຫາພະອຸປະຄຸດແລ້ວ ກໍອ້ອນວອນໃຫ້ຊ່ວຍເອົາຊາກໝາເນົ່າອອກຈາກຄໍໃຫ້ ແລ້ວຈະບໍ່ມາລົບກວນການຈັດງານອີກ ພະອຸປະຄຸດກໍອະນຸໂລມໃຫ້ຕາມນັ້ນ ແຕ່ຍັງບໍ່ໄວ້ໃຈພະຍາມານ ຢ້ານວ່າພະຍາມານຈະກັບມາທຳລາຍພິທີໃນພາຍຫຼັງ ຈຶ່ງຍ່າງນຳພະຍາມານໄປຫາພູລູກໃຫຍ່ລູກນຶ່ງ ແລ້ວເອົາຮ່າງໝາເນົ່າຖິ້ມລົງເຫວ ແລະເນລະມິດໃຫ້ສາຍປະຄົດຍາວຂຶ້ນ ແລ້ວພັນຄໍພະຍາມານໄວ້ກັບພູລູກນັ້ນ ພ້ອມທັງແຈ້ງວ່າ ເມື່ອສະເດັດພິທີສະຫຼອງສົມໂພດພະມະຫາເຈດີສິ້ນສຸດແລ້ວ ຈຶ່ງຈະແກ້ຜ້າທີ່ພັນໄວ້ອອກໃຫ້ ປ່ອຍໃຫ້ພະຍາມານເປັນອິດສະຫລະ (ຕ້ອງຖ້າ 7 ປີ 7 ເດືອນ 7 ວັນ)

ເວລາຜ່ານໄປຕາມທີ່ຕົກລົງກັນ ການຈັດງານສົມໂພດກໍສຳເລັດລຸລ່ວງໄປດ້ວຍດີ ພະອຸປະຄຸດຈຶ່ງກັບໄປຫາພະຍາມານ ໂດຍຈອບເບິ່ງຢູ່ຫ່າງໆ ເພື່ອຟັງສຽງພະຍາມານວ່າຫຼຸດຄວາມຮ້າຍລົງຫຼືຍັງ. ພະຍາມານເອງ ເມື່ອຕ້ອງຈາກທິບວິມານອັນແສນສຸກ ມາຮັບທຸກຂະເວທະນາເຊັ່ນນັ້ນ ກໍລະຄວາມພະຍົດຮ້າຍໃນສັນດານຖິ້ມ ຫວນຄິດຮອດພະພຸດທະໂຄດົມ ຈຶ່ງກ່າວສະດຸດີໃນຄວາມເມດຕາມະຫາກະລຸນາຂອງພະພຸດທະເຈົ້າ ໃນເລື່ອງທີ່ຊົງມີມະຫາກະລຸນາທິຄຸນອັນຍິ່ງໃຫຍ່ວ່າ “ຊົງບຳເພັງສິ່ງທີ່ເປັນທີ່ສຸດຫາບໍ່ໄດ້ ເປັນທີ່ເພິ່ງພຳນັກແກ່ສັດໂລກທັງມວນໃນການທຸກເມື່ອພະອົງນັ້ນ ເປັນຜູ່ປະເສີດຫາຜູ່ສະເໝີເໝືອນບໍ່ໄດ້ ອະນຶ່ງ ໃນການກ່ອນ ຂ້າພະເຈົ້າໄດ້ທຳຮ້າຍພະອົງໂດຍປະການຕ່າງໆ ແຕ່ພະອົງກໍຍັງຊົງມະຫາກະລຸນາທິຄຸນ ບໍ່ໄດ້ກະທຳການໂຕ້ຕອບແກ່ຂ້າພະເຈົ້າເລີຍ ມາບັດນີ້ ສາວົກຂອງພະອົງນາມວ່າອຸປະຄຸດບໍ່ມີເມດຕາແກ່ຂ້າພະເຈົ້າເລີຍ ກະທຳກັບຂ້າພະເຈົ້າໃຫ້ໄດ້ຮັບຄວາມທຸກທໍລະມານແສນສາຫັດ ແລະໄດ້ຮັບຄວາມອັບອາຍເປັນຢ່າງຍິ່ງ ຖ້າຫາກວ່າຂ້າພະເຈົ້າຍັງມີບຸນກຸສົນທີ່ໄດ້ສັ່ງສົມມາແຕ່ການກ່ອນ ຂ້າພະເຈົ້າຂໍຕັ້ງຈິດອະຖິຖານປາຖະໜາເປັນພະສັບພັນຍູໃນອະນາຄົດດັ່ງເຊັ່ນພະອົງຕໍ່ໄປ”

ກ່າວໄດ້ວ່າ ການຕົກຍາກລຳບາກໃນຄັ້ງນີ້ ເຮັດໃຫ້ພະຍາມານເຊິ່ງຄວາມຈິງແລ້ວໃນອະດີດຊາດ ໃນສະໄໝຂອງພະກັດສະປະພຸດທະເຈົ້າ ເຄີຍມີຈິດຕັ້ງໝັ້ນທີ່ຈະບຳເພັງໃຫ້ໄດ້ເປັນພະພຸດທະເຈົ້າເຊັ່ນກັນ ແຕ່ທີ່ໄດ້ກະທຳການຂັດຂວາງພຸດທະສາດສະໜາຂອງພະພຸດທະໂຄດົມນັ້ນ ກໍດ້ວຍເຫດແຫ່ງຄວາມລິດສະຫຍາພະພຸດທະໂຄດົມເນື່ອງດ້ວຍພະອົງໄດ້ຕຣັສຮູ້ເປັນພະພຸດທະເຈົ້າກ່ອນຕົນ ທັງໆທີ່ຕົນບຳເພັງປາລະມີມາຫຼາຍພໍສົມຄວນເຊັ່ນກັນ ແຕ່ການກະທຳໃນແຕ່ລະຄັ້ງ ກໍບໍ່ໄດ້ລ່ວງເກີນເຮັດບາບໜັກແຕ່ປະການໃດ

ເມື່ອພະອຸປະຄຸດໄດ້ຍິນຄຳປາລົບດັ່ງນັ້ນ ກໍເຫັນວ່າພະຍາມານໄດ້ສິ້ນພະຍົດແລ້ວ ຈຶ່ງໄດ້ແກ້ເຊືອກທີ່ມັດໄວ້ອອກ ປ່ອຍໃຫ້ພະຍາມານເປັນອິດສະຫລະ ພ້ອມທັງຂໍຂະມາພະຍາມານ ແລະບອກວ່າ ການກະທຳຄັ້ງນີ້ກໍເພື່ອໃຫ້ພະຍາມານລະນຶກໄດ້ເຖິງພຸດທະພູມທີ່ທ່ານເຄີຍປາຖະໜາໄວ້ເທົ່ານັ້ນເອງ ບໍ່ໄດ້ມີເຈດຕະນາທີ່ຈະລ່ວງເກີນປະການໃດ ເຊິ່ງພະຍາມານກໍເຂົ້າໃຈດ້ວຍດີ

ຕໍ່ຈາກນັ້ນພະເຖຣະກໍໄດ້ຂໍໃຫ້ພະຍາມານເນລະມິດກາຍເປັນພະພຸດທະອົງ ເພື່ອຈະໄດ້ເຫັນເປັນພຸດທານຸສະຕິ ພະຍາມານກໍຮັບຄຳ ແຕ່ຂໍຮ້ອງວ່າ ເມື່ອເຫັນຕົນເນລະມິດກາຍເປັນພະພຸດທະອົງແລ້ວ ຢ່າງຫຼົງກາບໄຫວ້ເປັນອັນຂາດ ເພາະຈະເຮັດໃຫ້ບາບໜັກ

ຄັ້ງເມື່ອພະຍາມານເນລະມິດກາຍເປັນພະພຸດທະເຈົ້າແລ້ວ ປະກອບໄປດ້ວຍມະຫາປຸລິດລັກສະນະ ແລະສັບພັນລັງສີອັນວິຈິດ ມີພະອັກຄະລະສາວົກເບື້ອງຊ້າຍ ເບື້ອງຂວາ ແວດລ້ອມດ້ວຍມະຫາສາວົກທັງຫຼາຍເປັນບໍລິວານ ສະເດັດເຍື້ອງຍ່າງດ້ວຍພຸດທະລີລາອັນງົດງາມຍິ່ງ ພະເຖຣະແລະບັນດາພຸດທະບໍລິສັດທັງຫຼາຍເຫັນເຊັ່ນນັ້ນ ກໍລືມໂຕພາກັນຖວາຍນະມັດສະການ ເຮັດໃຫ້ພະຍາມານຕົກໃຈ ແລະຮີບຄືນຮ່າງ ແລະທ້ວງຕິງວ່າ ເຮັດໃຫ້ຕົນມີບາບໜັກ ແຕ່ພະເຖຣະກໍກ່າວໃຫ້ພະຍາມານສະບາຍໃຈວ່າ ທຸກຄົນກາບໄຫວ້ພະພຸດທະເຈົ້າ ແລະພະຍາມານເອງກໍບໍ່ບາບດອກ ຈະໄດ້ກຸສົນຫຼາຍກວ່າ

ຈາກນັ້ນພະຍາມານກໍກັບຄືນສູ່ສະຫວັນຊັ້ນທີ 6 ວິມານຂອງຕົນ ແລະນັບແຕ່ນັ້ນມາ ພະຍາມານກໍມີຈິດອ່ອນນ້ອມເຫຼື້ອມໃສໃນພະພຸດທະສາດສະໜາ ໝົດສິ້ນນ້ຳໃຈລິດສະຫຍາ ແລະບຳເພັງປາລະມີເພື່ອພຸດທະພູມຕໍ່ໄປ

ຈົບເລື່ອງພະອຸປະຄຸດໄວ້ພຽງເທົ່ານີ້.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມື້ນີ້ຂໍຍົກທັມມະເລື່ອງ “ໂລກທັມ ໘” (ອ່ານວ່າ ໂລກກະທຳ 8) ຄຳວ່າ ໂລກທັມ ໘ ນີ້ ໝາຍເຖິງເລື່ອງຂອງໂລກ ທີ່ມີຢູ່ໃນຊີວິດປະຈຳວັນ ໃນສັງຄົມຂອງມະນຸດໂລກ ເປັນທັມທີ່ທຸກຄົນຕ້ອງປະສົບນຳກັນທຸກຄົນ ໂດຍຫຼີກໜີບໍ່ໄດ້ເລີຍ ບໍ່ວ່າຈະມັກຫຼືບໍ່ກໍຕາມ ຈະຕ່າງກັນກໍພຽງວ່າ ໃຜຈະປະສົບໜ້ອຍ ໃຜຈະປະສົບຫຼາຍ ຈະຊ້າ ຫຼືຈະໄວເທົ່ານັ້ນເອງ.

ໂລກທັມ ແບ່ງອອກເປັນ ໘ ຢ່າງ ມີ ໒ ຝ່າຍຄູ່ກັນ ແລະມີຄວາມໝາຍກົງກັນຂ້າມກັນ ຄື:

໑. ໂລກທັມຝ່າຍອິດຖາລົມ ຄື ຝ່າຍທີ່ມະນຸດພໍໃຈ ມີ ໔ ເລື່ອງ:

- ໄດ້ລາບ ໝາຍຄວາມວ່າ ໄດ້ຜົນປະໂຫຍດ ໄດ້ຊັບສິນເງິນທອງ ໄດ້ບ້ານເຮືອນຫຼືທີ່ດິນ ສວນ ໄຮ່ນາ.

- ໄດ້ຍົດ ໝາຍຄວາມວ່າ ໄດ້ຮັບການແຕ່ງຕັ້ງໃຫ້ມີຖານະສູງຂຶ້ນ ໄດ້ຕຳແໜ່ງ ໄດ້ອຳນາດຄວາມເປັນໃຫຍ່ເປັນໂຕ.

- ໄດ້ຮັບສັນເສີນ ຄື ໄດ້ຍິນ ໄດ້ຟັງ ຄຳສັນລະເສີນຊົມເຊີຍ ຄຳຍົກຍ່ອງ.

- ໄດ້ສຸກ ຄື ໄດ້ຄວາມສະບາຍກາຍ ສະບາຍໃຈ ໄດ້ຄວາມເບີກບານ ບັນເທີງໃຈ.

໒. ໂລກທັມຝ່າຍອະນິດຖາລົມ ຄື ຝ່າຍທີ່ມະນຸດບໍ່ພໍໃຈ ມີ ໔ ເລື່ອງ:

- ເສຍລາບ ໝາຍຄວາມວ່າ ລາບໃດທີ່ໄດ້ມາແລ້ວເສຍໄປ.

- ເສື່ອມຍົດ ໝາຍເຖິງ ຖືກຫຼຸດຄວາມເປັນໃຫຍ່ ຖືກຖອດອອກຈາກຕຳແໜ່ງ ຫຼືອຳນາດທີ່ມີຢູ່.

- ຖືກນິນທາ ໝາຍເຖິງ ຖືກຕຳໜິວ່າບໍ່ດີ ມີຄົນເວົ້າຮອດຄວາມບໍ່ດີຂອງຕົນໃນທີ່ລັບຫຼັງ.

- ຕົກທຸກ ຄື ໄດ້ຮັບຄວາມທຸກທໍລະມານກາຍ ທໍລະມານໃຈ.

ກ່າວໂດຍຫຍໍ້ແລ້ວ ໂລກທັມ ໘ ມີ ໘ ຢ່າງ ຈັດເປັນ ໔ ຄູ່ດັ່ງນີ້:

ໄດ້ລາບ ... ເສື່ອມລາບ

ໄດ້ຍົດ ... ເສື່ອມຍົດ

ສັນເສີນ ... ນິນທາ

ສຸກ ... ທຸກ

ເຫລົ່ານີ້ເປັນສິ່ງທີ່ປາສະຈາກບໍ່ໄດ້ເລີຍໃນຊີວິດຄົນເຮົາ .. ຫາກພຽງເຫັນທັມຂໍ້ນີ້ຕາມຄວາມເປັນຈິງ ຮຽນຮູ້ທີ່ຈະປ່ອຍວາງໃນໂລກທັມ ໘ ໄດ້ ຊີວິດກໍຈະດີຂຶ້ນ :D

 

ຈາກ http://www.learntripitaka.com/scruple/rokatham8.html

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກຸສົລກັມບົຖ ໑໐ (ອ່ານວ່າ ກຸສົນກຳມະບົດ 10; ສະເພາະຄຳວ່າ ບົຖ ແປວ່າ ທາງ) ຄື ທາງແຫ່ງກັມດີ, ທາງເຮັດດີ, ທາງແຫ່ງກັມທີ່ເປັນກຸສົນ, ເປັນກັມອັນດີທີ່ຈະນຳໄປສູ່ສຸກຄະຕິ ມີ ໑໐ ປະການ ແບ່ງເປັນ ໓ ໝວດຄື:

ໝວດທີ ໑: ກາຍກັມ ໓ ໄດ້ແກ່:

໑. ປານາຕິປາຕາ ເວຣະມະນີ ເວັ້ນຈາກການທຳລາຍຊີວິດ

໒. ອະທິນນາທານາ ເວຣະມະນີ ເວັ້ນຈາກການຖືເອົາຂອງທີ່ເຈົ້າຂອງບໍ່ໄດ້ໃຫ້

໓. ກາເມສຸມິດສາຈາຣາ ເວຣະມະນີ ເວັ້ນຈາກການປະພຶດຜິດໃນກາມ

ໝວດທີ ໒: ວະຈີກັມ ໔ ໄດ້ແກ່:

໔. ມຸສາວາທາ ເວຣະມະນີ ເວັ້ນຈາກການເວົ້າຂີ້ຕົວະ

໕. ປິສຸນາຍະວາຈາ ເວຣະມະນີ ເວັ້ນຈາກການເວົ້າສໍ່ສຽດ

໖. ຜະຣຸສາຍະ ວາຈາຍະ ເວຣະມະນີ ເວັ້ນຈາກການເວົ້າຫຍາບຄາຍ

໗. ສັມຜັບປະລາປາ ເວຣະມະນີ ເວັ້ນຈາກການເວົ້າໂລເລ ບໍ່ມີສາລະ

ໝວດທີ ໓: ມະໂນກັມ ໓ ໄດ້ແກ່:

໘. ອະນະພິດຊາ ບໍ່ໂລບມາກຢາກໄດ້ຂອງຄົນອື່ນ

໙. ອະພະຍາບາດ ບໍ່ຄຶດຮ້າຍບຽດບຽນຜູ່ອື່ນ.

໑໐. ສັມມາທິດຖິ ເຫັນຂອບຕາມຄວາມເປັນຈິງ

ຈົບ

- ຈາກເວັບໄຊລານທັມ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມາເລົ່າເລື່ອງພະທັມເທສນາໂດຍ ເຈົ້າອາວາດວັດໃໝ່ພິເຣນ ພະສີຣັດຕະນະວິມົນ ເພິ່ນເທດໃນຫົວຂໍ້ ທິຖະທັມມິກັດຖະປະໂຫຍດ ແປວ່າ ປະໂຫຍດໃນໂລກນີ້ ເຊິ່ງມີຢູ່ ໔ ປະການ ໃນມື້ນີ້ ຂພຈ ຈະຂໍນຳມາເລົ່າແປເປັນພາສາລາວໃນປະການທີ່ ໔ ກ່ອນ

ໃນປະການທີ 4 ນີ້ ມີຊື່ວ່າ “ສົມຊີວິຕາ” ຄືການລ້ຽງຊີວິດ ຕາມສົມຄວນແກ່ກຳລັງຊັບທີ່ຫາມາໄດ້ ເມື່ອຫາຊັບໄດ້ແລ້ວ ຕ້ອງກິນຕ້ອງໃຊ້ ແຕ່ກໍກິນໃຊ້ຢ່າງປະຢັດ ບໍ່ໃຫ້ເປັນການຝືດເຄືອງຈົນເກີນໄປ ບໍ່ໃຫ້ເປັນການຟຸມເຟືອຍຈົນເກີນເຫດ ເອີ້ນວ່າ ເດີນທາງສາຍກາງ ໃຫ້ພິຈາລະນະວ່າສິ່ງໃດຄວນຈ່າຍ ສິ່ງໃດບໍ່ຄວນຈ່າຍ ຈ່າຍໃນສິ່ງທີ່ຈຳເປັນ ທາງພະເອີ້ນວ່າປັດໃຈສີ່ ຄືທີ່ຢູ່ອາໄສ ເຂົ້າປາອາຫານ ເຄື່ອງນຸ່ງຫົ່ມ ແລະຢາຮັກສາໂຣກ ປັດໃຈທັງສີ່ນີ້ເປັນສິ່ງຈຳເປັນຂາດບໍ່ໄດ້ ຄົນມີບ້ານມີທີ່ເປັນຂອງຕົນເອງ ເອີ້ນວ່າຄົນມີຫຼັກ ຄົນອາໄສຄົນອື່ນຢູ່ບໍ່ມີທີ່ເປັນຂອງຕົນເອງ ເອີ້ນວ່າຄົນຫຼັກລອຍ ເພາະສະນັ້ນ ການໃຊ້ຊັບຈຶ່ງຕ້ອງມີຫຼັກ ຄົນບູຮານເພິ່ນສອນໄວ້ວ່າ ຖ້າຈະຈ່າຍຊັບໃຫ້ເປັນປະໂຫຍດຕ້ອງຖືຫຼັກ ໔ ປະການຄື
໑. ໃຊ້ໜີ້ເກົ່າ
໒. ໃຫ້ເຂົາກູ້
໓. ຝັງໄວ້
໔. ຖິ້ມລົງເຫວ
ເພິ່ນສອນໄວ້ແບບນີ້ເປັນປິດສະໜາທັມ ເພື່ອຈະໃຫ້ເຂົ້າໃຈຄຳສອນທີ່ເປັນປິດສະໜາໃນຂໍ້ນີ້ ຈະຍົກນິທານຊາດົກມາສະແດງ ໃນຊາດົກນັ້ນເລົ່າໄວ້ວ່າ ມີນົກແຂກເຕົ້າຝູງນຶ່ງອາໄສຢູ່ໃນປ່າ ພາກັນບິນໄປກິນເຂົ້າຂອງຊາວນາ ນົກແຂກເຕົ້າໂຕອື່ນ ໆ ເມື່ອກິນແລ້ວກໍບິນກັບໄປແບບປາກເປົ່າ ແຕ່ມີນົກຢູ່ໂຕນຶ່ງ ເວລາກັບຮັງຈະຄາບເຂົ້າຕິດປາກໄປນຳມື້ລະ ໓ ຮວງ ຊາວນາວເຫັນດັ່ງນັ້ນກໍວ່າແປກ ຢາກຮູ້ຈຶ່ງພະຍາຍາມດັກຈັບນົກໂຕນັ້ນມາໄດ້ ແລ້ວກໍຖາມມັວ່າ “ກິນອີ່ມແລ້ວເປັນຫຍັງຕ້ອງຄາບຮວງເຂົ້າໄປນຳອີກມື້ລະ ໓ ຮວງ” ນົກຕອບວ່າ “ທີ່ຄາບໄປມື້ລະ ໓ ຮວມນັ້ນ ຮວງນຶ່ງເອົາໄປໃຊ້ໜີ້ເກົ່າ ຮວງນຶ່ງເອົາໄປໃຫ້ເຂົາກູ້ ຮວງນຶ່ງເອົາໄປຝັງໄວ້” ຊາວນາໄດ້ຟັງດັ່ງນັ້ນກໍສົງໄສ ບໍ່ຮູ້ວ່ານົກເປັນໜີ້ກັບໃຜ ນົກເອົາໄປໃຫ້ໃຜກູ້ ແລ້ວນົກເອົາໄປຝັງໄວ້ບ່ອນໃດ ຈຶ່ງໄດ້ຂໍໃຫ້ນົກອະທິບາຍໃຫ້

ນົກແຂກເຕົ້າກໍອະທິບາຍວ່າ ຮວງນຶ່ງເອົາໄປໃຊ້ໜີ້ເກົ່າ ຄື ເອົາໃຫ້ພໍ່ແມ່ໄດ້ກິນ ເພາະພໍ່ແມ່ເປັນຜູ່ມີບຸນຄຸນ ເປັນຜູ່ໃຫ້ກຳເນີດ ເປັນຜູ່ລ້ຽງດູເຮົາມາ ທ່ານເຖົ້າແກ່ແລ້ວເປັນໜ້າທີ່ຂອງລູກຕ້ອງເບິ່ງແຍງ ຊາວນາຟັງແລ້ວກໍກ່າວສາທຸ ນົກໂຕນີ້ດີ ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່ດີແທ້ ຕົນກນອີ່ມແລ້ວຢ້ານພໍ່ແມ່ຈະອົດຢາກ ອົດສາຄາບໄປຝາກພໍ່ແມ່ຮວງນຶ່ງ ນົກອະທິບາຍຕໍ່ໄປວ່າ ອີກຮວງນຶ່ງເອົາໄປໃຫ້ເຂົາກູ້ ຄືເອົາໄປໃຫ້ລູກຫຼານກິນ ເຮົາເປັນຜູ່ທີ່ໃຫ້ລູກຫຼານເກີດມາ ເປັນພາລະໜ້າທີ່ຂອງເຮົາທີ່ຕ້ອງເບິ່ງແຍງເຂົາເຈົ້າໃຫ້ດີ ໃຫ້ຢູ່ດີມີແຮງ ຢູ່ລອດຈາກປາກນົກປາກກາໂຕອື່ນ ຕໍ່ໄປເມື່ອເຂົາເຈົ້າເຕີບໃຫຍ່ໃນພາຍໜ້າ ທຳມາຫາກິນໄດ້ ເຂົາກໍຈະລ້ຽງເຮົາ ຈຶງປຽບດັ່ງເອົາໄປໃຫ້ເຂົາກູ້ ຊາວນາຟັງດັ່ງນັ້ນກໍກ່າວສາທຸອີກຄັ້ງນຶ່ງ ເຫັນວ່ານົກໂຕນີ້ດີ ມີເມດຕາກະລຸນາ ກິນອີ່ມແລ້ວຄຶດຮອດລູກຫຼານ ນົກອະທິບາຍຕໍ່ໄປວ່າ ອີກຮວງນຶ່ງເອົາໄປຝັງໄວ້ ຄືເອົາໄປຝາກໄວ້ນຳໝູ່ນົກນຳກັນ ບາງໂຕເປັນນົກເຖົ້າ ບິນໄປຊອກຫາກິນເອງບໍ່ໄດ້ ບາງໂຕເປັນນົກປີກຫັກຂາຫັກ ຕ້ອງອົດຢາກ ຂ້າພະເຈົ້າເກີດຄວາມສົງສານ ຈຶ່ງຄາບເອົາອີກຮວງໄປຝາກນົກເຫຼົ່ານີ້ ເທົ່າກັບໄປຝັງໄວ້ເປັນບຸນເປັນກຸສົນ ຊາວນາຟັງແລ້ວກໍເກີດຄວາມເຫຼື່ອມໃສ ເຫັນວ່ານົກນີ້ໃຈບຸນ ນົກອະທິບາຍຕໍ່ໄປວ່າ ທີ່ພວກຂ້າພະເຈົ້າມາກິນຮວງເຂົ້າຂອງພວກທ່ານ ປຽບເໝືອນຖິ້ມລົງໃນເຫວ ໃສ່ລົງໄປເທົ່າໃດກໍບໍ່ເຕັມ ຕ້ອງໃສ່ທຸກມື້ ບໍ່ໃສ່ກໍບໍ່ໄດ້ ຕ້ອງເປັນທຸກຂະເວທະນາ ດັ່ງພາສິດວ່າ “ຊິຄະຈັດສາ ປະຣະມາ ໂຣຄາ” ຄວາມຫິວເປັນໂຣກຢ່າງຍິ່ງ ໂຣກຢ່າງອື່ນເກີດຂຶ້ນແລ້ວຮັກສາໄດ້ເຊົາໄດ້ ແຕ່ໂຣກຫິວນີ້ັຮັກສາໃຫ້ດີເລີຍນັ້ນຍາກ ຕ້ອງກິນຢາເລື້ອຍໄປ ເປັນໂຣກປະຈຳສັງຂານຂອງທຸກຄົນ ຊາວນາໄດ້ຟັງຄຳອະທິບາຍຂອງນົກກໍເກີດຄວາມສັດທາ ຈຶ່ງຍົກທີ່ນາໃຫ້ ໑໐໐ ໄຮ່ ແຕ່ນົກບອກວ່າ ຫຼາຍເກີນໄປ ຂໍພຽງ ໕໐ ໄຮ່ກໍພໍ

ຄວາມຈິງນົກໂຕນັ້ນເປັນພຣະໂພທິສັດ ບຳເພັນປາຣະມີເພື່ອເປັນພຣະພຸທເຈົ້າໃນອະນາຄົດຕະການ (ເຊິ່ງຕອນນີ້ເປັນແລ້ວ)

ແປ ແລະຮຽບຮຽງຈາກ - http://watmai.atspace.com/art001.htm

 

ສຳລັບທ່ານທີ່ອ່ານແລ້ວສົງໄສວ່າເປັນຫຍັງນົກກັບຄົນເວົ້າກັນຮູ້ເລື່ອງ? ອັນນີ້ມີຄຳຕອບ ແຕ່ກີ້ຂ້າພະເຈົ້າອ່ານເລື່ອງໃນນິທານຊາດົກກໍສົງໄສຢູ່ຄືກັນ ວ່າເປັນຫຍັງຄົນກັບສັດຈຶ່ງລົມກັນໄດ້ ແລະລົມກັນຮູ້ເລື່ອງປານໃຊ້ພາສາດຽວກັນ ມີອາຈານເພິ່ນອະທິບາຍໃຫ້ຟັງວ່າ ສະໄໝກ່ອນ ດົນນານມາແລ້ວ ອາຍຸສະເລ່ຍຂອງຄົນແລະສັດນັ້ນຈະຍືນຍາວກວ່າໃນຕອນນີ້ຫຼາຍ ແຕ່ຈະຄ່ອຍ ໆ ຫຼຸດລົງເລື້ອຍ ໆ ຈົນມາຮອດແບບໃນປັດຈຸບັນນີ້ຄືອາຍຸສະເລ່ຍ ສູງສຸດບໍ່ເກີນ 100 ປີ (ໝາຍຄວາມວ່າສະໄໝແຕ່ກີ້ຢູ່ໄດ້ຮອດ 1,000 ຫຼື 10,000 ປີກໍມີ) ເມື່ອສະໄໝກ່ອນເປັນແນວນັ້ນ ວິຖີຊີວິດຂອງສັດຕ່າງ ໆ ຈຶ່ງບໍ່ຄືຕອນນີ້ ກ່າວຄື ຊ່ວງເວລາໃນຊີວິດຂອງສັດຕ່າງ ໆ ນັ້ນຈະຍືນຍາວຈົນສາມາດຮຽນຮູ້ແລະເຂົ້າໃຈພາສາຂອງມະນຸດໄດ້ .... ປະມານນັ້ນ -*-

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທິດ ໖ ບຸກຄົນປະເພດຕ່າງ ໆ ທີ່ເຮົາຕ້ອງກ່ຽວຂ້ອງສຳພັນ ປຽງດັ່ງທິດທີ່ຢູ່ຮອບຕົວ ຈັດເປັນ ໖ ທິດດັ່ງນີ້:

ປຸຣັດຖິມທິດ ທິດເບື້ອໝ້າ ໄດ້ແດ່ ບິດາ ມານດາ ຜູ້ເປັນບຸດ ທິດາ ຄວນບຳລຸງມານດາບິດາດັ່ງນີ້:

໑. ທ່ານລ້ຽງເຮົາມາແລ້ວ ເຮົາລ້ຽງທ່ານຕອບ
໒. ຊ່ວຍເຮັດກິດຂອງທ່ານ
໓. ດຳລົງວົງສະກຸນ
໔. ປະພຶດຕົນໃຫ້ເໜາະສົມກັບຄວາມເປັນທາຍາດ
໕. ເມື່ອທ່ານລ່ວງລັບໄປແລ້ວໃຫ້ທຳບຸນອຸທິດໃຫທ່ານ

ມານດາບິດາອະນຸເຄາະບຸດທິດາດັ່ງນີ້:

໑. ຫ້າມປາມຈາກຄວາມຊົ່ວ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ໃຫ້ສຶກສາສິລະປະວິທະຍາ
໔. ຫາຄູ່ຄອງທີ່ສົມຄວນໃຫ້
໕. ມອບຊັບສົມບັດໃຫ້ໃນໂອກາດອັນສົມຄວນ

ທັກຂິນາທິດ ທິດເບື້ອງຂວາ ໄດ້ແກ່ ຄູບາອາຈານ ສິດຄວນບຳລຸງຄູອາຈານດັ່ງນີ້:

໑. ລຸກຕ້ອນຮັບສະແດງຄວາມເຄົາລົບ
໒. ເຂົ້າໄປຫາ
໓. ໃຝ່ໃຈຮຽນ
໔. ບົວລະບັດ
໔. ຮຽນສິລະປະໂດຍເຄົາລົບ

ຄູບາອາຈານຄວນອະນຸເຄາະສິດດັ່ງນີ້:

໑. ເຝິກຝົນແນະນຳໃຫ້ເປັນຄົນດີ
໒. ສອນໃຫ້ເຂົ້າໃຈແຈ່ມແຈ້ງ
໓. ສອນສິລະປະວິທະຍາໃຫ້ຈົບ
໔. ຍົກຍ່ອງໃຫ້ປະກົດໃນຫມູ່ເພື່ອນ
໕. ສ້າງເຄື່ອງຄຸ້ມຄອງກັນໄພໃນສາລະທິດ ຄື ສອນໃຫ້ສິດປະຕິບັດໄດ້ຈິງ ນຳວິຊາໄປລ້ຽງຊີບທຳງານການໄດ້

 

ປັດສິມທິດ ທິດເບື້ອງຫຼັງ ໄດ້ແກ່ ບຸດແລະພັນລະຍາ ສາມີຄວນບຳລຸງພັນລະຍາດັ່ງນີ້:

໑. ຍົກຍ່ອງສົມຖານະພັນລະຍາ
໒. ບໍ່ດູໜິ່ນ
໓. ບໍ່ນອກໃຈ
໔. ມອບຄວາມເປັນໃຫຍ່ໃນວຽກເຮືອນໃຫ້
໔. ຫາເຄື່ອງປະດັບມາໃຫ້ເປັນຂອງຂວັນຕາມໂອກາດ

ພັນລະຍາອະນຸເຄາະສາມີດັ່ງນີ້:

໑. ຈັດວຽກເຮືອນໃຫ້ຮຽບຮ້ອຍ
໒. ສົງເຄາະຍາດມິດທັງ ໒ ຝ່າຍດ້ວຍດີ
໓. ບໍ່ນອກໃຈ
໔. ຮັກສາສົມບັດທີ່ຫາມາໄດ້
໕. ດຸໜັ່ນບໍ່ຂີ້ຄ້ານໃນວຽກງານທັງປວງ

 

ອຸດອນທິດ ທິດເບື້ອງຊ້າຍ ໄດ້ແກ່ ມິດສະຫາຍ ຄວນບຳລຸງມິດສະຫາຍດັ່ງນີ້:

໑. ເຜື່ອແຜ່ແບ່ງປັນ
໒. ເວົ້າຈາມີນ້ຳໃຈ
໓. ຊ່ວຍເຫຼືອເກື້ອກ ູນກັນ
໕. ມີຕົນສະເໜີ
໕. ຊື່ສັດຈິງໃຈຕໍ່ກັນ

ມິດສະຫາຍອະນຸເຄາະຕອບດັ່ງນີ້:

໑. ເມື່ອມິດປະມາດໃຫ້ຊ່ວຍກັນປ້ອງກັນ
໒. ເມື່ອມິດປະມາດໃຫ້ຊ່ວຍກັນຮັກສາຊັບສົມບັດຂອງມິດ
໓. ໃນຄາວມີໄພ ໃຫ້ເປັນທີ່ເພິ່ງໄດ້
໔. ບໍ່ປ່ອຍປະກັນໃນຍາມທຸກຍາກ
໕. ນັບຖືຕະຫຼອດເຖິງວົງຍາດຂອງມິດ

 

ເຫຕະຖິມທິດ ທິດເບືອງລຸ່ມ ໄດ້ແກ່ ຄົນຮັບໃຊ້ແລະຄົນງານ ນາຍຄວນບຳລຸງຄົນຮັບໃຊ້ແລະຄົນງານດັ່ງນີ້:

໑. ຈັດການງານໃຫ້ເຮັດຕາມກຳລັງຄວາມສາມາດ
໒. ໃຫ້ຄ່າຈ້າງລາງວັນສົມຄວນແກ່ວຽກແລະຄວາມເປັນຢູ່
໓. ຈັດສະຫວັດດິການດີ ມີຊ່ວຍຮັກສາໃນຍາມເຈັບປ່ວຍເປັນຕົ້ນ
໔. ໄດ້ຂອງແປກ ໆ ພິເສດມາກໍ່ແບ່ງປັນໃຫ້
໕. ໃຫ້ມີມື້ພັກແລະພັກຜ່ອນຕາມໂອກາດອັນຄວນ

ຄົນຮັບໃຊ້ແລະຄົນງານ ອະນຸເຄາະນາຍດັ່ງນີ້:

໑. ເລີ່ມເຮັດວຽກກ່ອນ
໒. ເລີກວຽກຕາມຫຼັງ
໓. ເອົາແຕ່ເງິນທີ່ນາຍໃຫ້
໔. ເຮັດວຽກງານໃຫ້ແລ້ວຮຽບຮ້ອຍແລະດີຍິ່ງຂຶ້ນ
໕. ນຳຄວາມດີຂອງນາຍໄປເຜີຍແຜ່

 

ອຸປຣິມທິດ ທິດເບື້ອງເທິງ ໄດ້ແກ່ ພະສົງ ສະມະນະພຣາມ ຄະຣຶຫັດຄວນບຳລຸງພຣະສົງດັ່ງນີ້:

໑. ຈະເຮັດສິ່ງໃດກໍ່ເຮັດດ້ວຍເມຕຕາຈິດ
໒. ຈະເວົ້າສິ່ງໃດກໍ່ເວົ້າດວຍເມຕຕາຈິດ
໓. ຈະຄຶດສິ່ງໃດກໍ່ຄຶດດ້ວຍເມຕຕາຈິດ
໔. ຕ້ອນຮັບດ້ວຍຄວາມເຕັມໃຈ
໕. ອຸປະຖຳດ້ວຍປັດໃຈ ໔

ພະສົງອະນຸເຄາະຄະຣຶຫັດດັ່ງນີ້:

໑. ຫ້າມປາມຈາກຄວາມຊົ່ວ
໒. ໃຫ້ຕັ້ງຢູ່ໃນຄວາມດີ
໓. ອະນຸເຄາະດ້ວຍຄວາມປາຖະໝາດີ
໔. ໃຫ້ໄດ້ຟັງທັມທີ່ຍັງບໍ່ເຄີຍຟັງ
໕. ເຮັດໃຫ້ທັມທີ່ເຄີຍຟັງແລ້ວໃຫ້ແຈ່ມແຈ້ງ
໖. ບອກທາງອັນປະເສີດ ສອນວິທີດຳເນີນໃຫ້ປະສົບຄວາມສຸກຄວາມຈະເລີນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2008 | ມີ 32 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ກາລາມະສູດແປວ່າ ພະສູດທີ່ພະພຸທເຈົ້າໄດ້ຊົງສະແດງແກ່ຊົນຊາວ “ກາລາມະ” ໃນໝູ່ບ້ານສະປຸດຕິຍະນິຄົມ ແຄວ້ນໂກສົນ ບາງຄັ້ງກໍ່ເອີ້ນວ່າ ເກສະປຸດຕະສູດ ກໍ່ມີ ເຊິ່ງ ກາລາມະສູດນີ້ເປັນຫຼັກແຫ່ງຄວາມເຊື່ອ ບໍ່ໃຫ້ເຊື່ອງົມງາຍໂດຍທີ່ບໍ່ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນໂທດ ຫຼືດີບໍ່ດີ. ກ່ອນເຊື່ອນັ້ນ ມີ ໑໐ ປະການທີ່ຄວນພິຈາລະນາຄື:

໑. ຢ່າເຊື່ອຕາມທີ່ຟັງ ໆ ກັນມາ
໒. ຢ່າເຊື່ອຕາມທີ່ປະຕິບັດຕໍ່ ໆ ກັນມາ
໓. ຢ່າເຊື່ອຕາມຄຳເລົ່າລື
໔. ຢ່າເຊື່ອໂດຍອ້າງຕຳລາ
໕. ຢ່າເຊື່ອໂດຍການຄາດເດົາ
໖. ຢ່າເຊື່ອໂດຍການຄາດຄະເນ
໗. ຢ່າເຊື່ອໂດຍຄຶດຕາມເຫດຜົນ
໘. ຢ່າເຊື່ອເພາະຖືກກັບທິດສະດີຂອງຕົນ
໙. ຢ່າເຊື່ອເພາະມີຮູບລັກສະນະທີ່ຄວນເຊື່ອໄດ້
໑໐. ຢ່າເຊື່ອເພາະຜູ້ເວົ້າເປັນຄູບາອາຈານຂອງຕົນ


ເມື່ອໃດ ທ່ານທັງຫຼາຍພຶງຮູ້ໄດ້ດ້ວຍຕົນເອງວ່າ ທັມເຫຼົ່ານີ້ເປັນກຸສົນ ທັມເຫຼົ່ານີ້ບໍ່ມີໂທດ ທັມເຫຼົ່ານີ້ທ່ານຜູ້ຮູ້ສັນເສີນ ທັມເຫຼົ່ານີ້ໃຜສະມາທານໃຫ້ບໍລິບູນແລ້ວ ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກ ເມື່ອນັ້ນ ທ່ານທັງຫຼາຍຄວນເຈົ້າເຖິງທັມເຫຼົ່ານັ້ນຢູ່.

ປັດຈຸບັນແນວຄິດແລະຫຼັກສູດທີ່ສອນໃຫ້ຄົນມີເຫດຜົນ ບໍ່ຫຼົງເຊື່ອງົມງາຍໃນທຳນອງດຽວກັບຄຳສອນຂອງພະພຸທເຈົ້າເມື່ອ ໒໕໐໐ ປີກ່ອນ ໄດ້ຮັບການບັນຈຸເປັນວິຊາບັງຄັບ ວ່າດ້ວຍການສ້າງທັກສະການຄິດ ຫຼືທີ່ເອີ້ນກັນວ່າ “ການຄິດແບບວິຈານ” (Critical thinking) ໄວ້ໃນຂະບວນການຮຽນຮູ້ໃນມະຫາວິທະຍາໄລ ຂອງປະເທດທີ່ພັດທະນາແລ້ວ. (ເຊັ່ນທີ່ມະຫາວິທະຍາໄລ Cambridge)


ທີ່ມາ - ສາລານຸກົມເສລີ ວິກິພີເດຍ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ມື້ໜຶ່ງ ມີຂີ້ເມົາຍ່າງເຂົ້າໄປໃນວັດ ແລ້ວກໍ່ເວົ້ານຳຍາພໍ່ວ່າ
ຍາພໍ່ມັກດ່າຄົນກິນເຫຼົ້າວ່າຈ້າກວ່າໝາ ຢາກຊິທົດສອບຍາພໍ່ຈັກບາດ ອັນຍາພໍ່ບອກວ່າເຫຼົ້າບໍ່ດີຫັ້ນ ຍາພໍ່ຮູ້ບໍ່ ວ່າເຫຼົ້າມີສ່ວນປະສົມຫຍັງແດ່?

ຍາພໍ່ໄດ້ຍິນແບບນັ້ນແລ້ວກໍ່ຕອບໄປວ່າ
ເລື່ອງງ່າຍ ໆ ເປັນຫຍັງພະຊິບໍ່ຮູ້ ຄົນບູຮານເພິ່ນວ່າ ເຫຼົ້າມັນປະສົມດ້ວຍເລືອດສັດ ໕ ຊະນິດ ຄື:

໑. ເລືອດເສືອ ກິນເຂົ້າໄປແລ້ວມັນຮ້າຍຫຼາຍ
໒. ເລືອດງູ ກິນແລ້ວຍ່າງບໍ່ຊື່ກັບທາງ ຄົດໄປຄົດມາ
໓. ເລືອດນົກ ກິນແລ້ວຝອຍໄດ້ໝົດມື້ໝົດຄືນ ບໍ່ຮູ້ເອົາເລື່ອງຫຍັງມາເວົ້າ
໔. ເລືອດໝູ ກິນແລ້ວນອນບ່ອນໃດກໍ່ນອນ ໝາເລຍປາກແລ້ວຍັງບໍ່ຮູ້ຊ້ຳ
໕. ເລືອດໝາ ກິນແລ້ວເຫົ່າບໍ່ເຊົາ ລູກເມຍຕົວເອງກໍ່ຊິກັດຊ້ຳບາດນີ້

ເວົ້າຈົບ ຍາພໍ່ເພິ່ນກໍ່ຮີບຍ່າງເຂົ້າກຸດຕິ...ເພາະພະບໍ່ມີປະກັນຊີວິດ...

(ຈາກຄຳເທດສະໜາຂອງພະພິສານທຳມະພາທີ ຫຼືພະພະຢອມ ກັລຢາໂນ)
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 3, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
  1. ຜູ້ທີ່ຕົບຕີຜູ້ອື່ນດ້ວຍມືດ້ວຍຕີນ ຕົບປາກຜູ້ອື່ນ ຜູ້ນັ້ນຍິ່ງເປັນທີ່ຮັກຂອງຜູ້ຖືກຕີ ຜູ້ນັ້ນແມ່ນໃຜ?
  2. ຜູ້ທີ່ດ່າວ່າຜູ້ອື່ນ ແຕ່ບໍ່ຢາກໃຫ້ເຂົາເປັນໄປຕາມນັ້ນ ແລະຄົນທີ່ຖືກດ່າ ເປັນຄົນທີ່ຮັກຂອງຄົນດ່າ ຜູ້ນັ້ນແມ່ນໃຜ?
  3. ຜູ້ທີ່ຂີ້ຕົວະຕໍ່ກັນ ເວົ້າຈາບໍ່ເປັນຄວາມຈິງ ແຕ່ຄົນທີ່ຕົວະນັ້ນແຫລະ ພັດເປັນທີ່ຮັກຂອງກັນແລະກັນ ຜູ້ນັ້ນແມ່ນໃຜ?
  4. ຜູ້ທີ່ມາເອົາເຂົ້າປາອາຫານ ສິ່ງຂອງແລະຜ້າຜ່ອນເງິນທອງ ແຕ່ຜູ້ນັ້ນພັດເປັນທີ່ຊອບໃຈຂອງເຈົ້າຂອງຊັບສິນເຫລົ່ານັ້ນ ຜູ້ນັ້ນແມ່ນໃຜ?