ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ສັງເກດວ່າ ເອກກໍ່ຂຽນເລື່ອງນີ້ຄືກັນ ພໍດີວ່າເຮົາກໍ່ໂຫລດມາໄດ້ເກືອບ ໆ ສອງອາທິດ ຫາກໍ່ໂຫລດແລ້ວ LOL

ມື້ຄືນວານນີ້ໄປລອງຢູ່ Desktop ຂອງອ້າຍ ສະເປັກເຄື່ອງ
  • AMD Althon64 x2 2.2GHz
  • RAM Corsair XMS2 2GB (2x 1GB) DDR2 800
  • VGA WinFast GeForce 8600
Mainboard ບໍ່ຈື່ວ່າລຸ້ນໃດ ແຕ່ເປັນຂອງ Asus

ກໍ່ໃຊ້ເວລາຕິດຕັ້ງປະມານເກືອບ 45 ນາທີ (ແຕ່ມັນຂຶ້ນຫນ້າຈໍວ່າ 30 ນາທີໂດຍປະມານ) ຫລັງຈາກຖ້າແລ້ວຖ້າອີກ ກໍ່ຕິດຕັ້ງໄດ້ ພວກ Driver ຫັ້ນ ຕອນລົງກໍ່ບໍ່ໄດ້ເລືອກຫຍັງ ເພາະບໍ່ແນ່ໃຈວ່າໃຊ້ອັນໃດ ກໍ່ເລີຍວ່າ ຕັ້ງແລ້ວ ໆ ບໍ່ມີສຽງ ແລ້ວກໍ່ປັບພາບບໍ່ໄດ້ ກາຍເປັນວ່າໄດ້ໃຊ້ 1024x768 ໃນຂະນະທີ່ຈໍເປັນຈໍ LCD 19" WideScreen ພາບເລີຍອອກແປກ ໆ ໄປຈັກຫນ່ອຍ ແລ້ວກໍ່ບໍ່ມີ Playback Device ເບິ່ງດີວີດີບໍ່ໄດ້ອີກ Y_Y
alt

ບາດນັ້ນລະ ບໍ່ພໍໃຈ ຢາກລອງລົງ Driver ກໍ່ເລີຍວ່າລົງໃຫມ່ ບາດລົງໃຫມ່ພັດວ່າ Boot ບໍ່ເຂົ້າຊ້ຳ 555 ມັນບອກໃຫ້ Restart ຕະຫລອດ ລອງແລ້ວລອງອີກກໍ່ຍັງໃຫ້ Restart ໄວ້ມື້ອື່ນຊິໄປລອງລົງໃຫມ່ບໍ່ເອົາ Driver ເບິ່ງວ່າຊິເປັນແນວໃດ



ກັບມາລອງຢູ່ Notebook ເຮົາເອງ ປະກົດວ່າ ມັນຄ້າງຕອນຕິດຕັ້ງ ເລີຍກົດ Power ຄ້າງໄວ້ ແລ້ວເປີດໃຫມ່ (NB ທີ່ໃຊ້ບໍ່ມີປຸ່ມ Reset) ເປີດມາໄດ້ສອງສາມວິລະດັບໄປເອງ ເປີດມາອີກກໍ່ດັບໄປອີກ ງົງ ມັນເປັນຫຍັງຂອງມັນ ລອງປີ້ນທ້ອງມາເບິ່ງ ໂອວວວວວວ!!! ມັນຮ້ອນພໍຈະຈືນໄຂ່ດາວໄດ້ແລ້ວພີ່ນ້ອງ 5555

ເປັນອັນວ່າໂຈະໄປກ່ອນ ໄວ້ມື້ອື່ນຄ່ອຍເຮັດ ບາດຮອດມື້ໃຫມ່ມາ ລອງອີກ ພົບວ່າ ມັນຄ້າງຕອນ 4 ນາທີສຸດທ້າຍ ຄ້າງໄປເລີຍ ວ່າຊິກົດເບິ່ງ Install log ກໍ່ຄ້າງອີກ ເລີຍປິດໄວ້ ພໍດີໄຟດັບແດ່ ມື້ນີ້ເຂົາແປງໄຟສາມແຂວງ ໄຟດັບຈົນຮອດຫົວຄ່ຳໄຟຈຶ່ງມາ ເລີຍບໍ່ໄດ້ເຂົ້າເນັດພ້ອມ

ບາດນີ້ໄຟມາແລ້ວກໍ່ລອງໃຫມ່ ມັນພັດໄປຕາຍຢູ່ 2 Minutes remaining ບໍ່ໄປໃສເລີຍ ຖ້າເປັນສອງຊົ່ວໂມງກໍ່ຍັງຢູ່ບ່ອນເກົ່າ (ລືມບອກໄປໃຊ້ Acer Aspire 5052ANWXMi)

alt

 ດຽວຄືນນີ້ຊິລອງໃຫມ່ອີກບາດຫນຶ່ງ


 

ໂອຍ ລືມບອກອີກແລ້ວ ຕອນລົງຢູ່ Notebook ໄດ້ເອົາພັດລົມຈໍ່ໃສ່ຕະຫລອດ ເພາະມັນຮ້ອນເກີນ ຢ້ານ CPU ໄຫມ້ LOL

Delicious Digg Fark Twitter