ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຂ້ອຍຢາກຮູ້ວ່າໃຜໄດ້ຮັບຂໍ້ຄວາມແນວນີ້ບໍໍ ?

ເມື່ອປະມານ 1ເດືອນກ່ອນ ແມ່ຂ້ອຍເອງໄດ້ຮັບຂໍ້ຄວາມຈາກເບີ +44 xxxxxxx (ອີຫຍັງຈັກຢ່າງ ບໍ່ຈື່ຄືກັນ)

ຮູ້ແຕ່ວ່າແມ່ນເບີຂອງປະເທດອັງກິດ ເນື້ອຫາປະມານວ່າ ທ່ານໄດ້ຮັບລາງວັນຈາກໂນເກຍ ອີຊີ່ຣີ

(Nokia E series) 13000 ປອນ (ພູ້ນນະ)

ແລ້ວມັນບອກໃຫ້ໂທໄປລົງທະບຽບທີ່ເບີ +31xxxxx ໂທໄປໃສກະບໍ່ຮູ້..!!

ຂ້ອຍກະເລີຍລອງໂທເບິ່ງ ມັນເວົ້າພາສາອັງກິດ (ບໍ່ເຂົ້າໃຈເລີຍ)

ຮູ້ແຕ່ວ່າ ມັນໃຫ້ເຂົ້າໄປລົງທະບຽບໃນເວັບທີ່ມັນສົ່ງມາໃຫ້ ນຳຂໍ້ຄວາມຫັ້ນ,

ແຕ່ເວັບທີ່ມັນວ່າຫັ້ນຍັງບໍ່ມີໃນລະບົບເລີຍ,,, ກະເລີຍບໍ່ຮູ້ວ່າ

ມັນແມ່ນຈາກໂນເກຍແທ້ໆ ຫຼື ມັນເປັນພວກຕົມຕຸນຫຼອກລວງກັນແທ້.

 

 ຂ້ອຍກະເລີຍໄປຊອກໃນ google ເບິ່ງວ່າມີໃຜໄດ້ຮັບຂໍ້ຄວາມແນວນີ້ບໍ່

ຜົນປະກົບວ່າມີຫຼາຍຄົນທີ່ຖືກຄືກັນກັບແມ່ຂ້ອຍ ແຕ່ເປັນການສົ່ງມາທາງອີເມລ

ບໍ່ແມ່ນຂໍ້ຄວາມຄືຂອງແມ່ຂ້ອຍ, ປະມານວ່າໃຫ້ສົ່ງເງີນໃຫ້ມັນ 300ໂດລາ ເພື່ອເຂົ້າຊິງລາງວັນ...

ແຕ່ຂ້ອຍບໍ່ໄດ້ສົ່ງດ໋ອກ ເສຍດາຍເງີນ -_-!

ແລະອີກຢ່າງໜື່ງ ໂທລະສັບຂອງແມ່ຂ້ອຍແມ່ນ ໂນເກຍ7390, ບໍ່ແມ່ນ E series ຄືທີ່ມັນບອກເລີຍ...

 

Delicious Digg Fark Twitter