ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍບໍ່... ນັ່ງອົມຍີ້ມໃນເວລາທີ່ຄິດຮອດພາບຂອງ '' ຄວາມຮັກຄັ້ງແລກ" ທີ່ບໍ່ວ່າເວລາຈະຜ່ານມານານແສນນານເທົ່າໃດ ກໍລືມບໍ່ລົງ ແລະ ບໍ່ວ່າຈະຂົບລົງດ້ວຍຮອຍຍີ້ມ ຫຼື ນ້ຳຕາ ກໍ່ບໍ່ສາມາດ Delete ອອກໄປຈາກໃຈໄດ້ເລີຍ.

ຫຼືເປັນເພາະວ່າ '' ຄວາມຮັກຄັ້ງແລກ" ແມ່ນຄວາມຮູ້ສຶກ ທີ່ເຮັດໃຫ້ເຮົາຫົວຍີ້ມ ມີຄວາມສຸກ ຮ້ອງໄຫ້ ( ບໍ່ໄດ້ໄຫ້ລ້າໆ ມີຮ້ອງພ້ອມ ) ເສຍໃຈ ໄປພ້ອມໆກັນ ( ໃກ້ຈະເປັນບ້າຍ້ອນ...) ທີ່ສຳຄັນມັນແມ່ນຄວາມຮູ້ສຶກແປກໃໝ່ທີ່ເກີດຂື້ນກັບຫົວໃຈ ເຮັດໃຫ້ຫົວໃຈເຕັ້ນແຮງ ຫັ່ວໄຫວ ເຝົ້າລໍຄອຍ...

ເຊື່ອວ່າອາດມີຫຼາຍໆຄົນ ເມື່ອໃຫຍ່ຂື້ນມາ ເມື່ອມີປະສົບການຫຼາຍຂື້ນ ຮຽນຮູ້ສີ່ງໃໝ່ໆ ຫຼາຍກ່ວາເກົ່າ ກໍ່ຢາກກັບໄປແກ້ໄຂ '' ຄວາມຮັກຄັ້ງແລກ" ໃຫ້ດີກ່ວາເກົ່າ.

ເປັນຍ້ອນຫຍັງ ? ກໍຍ້ອນມັນແມ່ນ '' ຄວາມຮັກຄັ້ງແລກ" ຈະເຮັດຫຍັງ ກໍຄາດຫວັງໄປໝົດ...

ຂົນກາຍເປັນສະນວນໃຫ້ຄວາມຮັກນັ້ນ '' ຈົບລົງ'' ແລະເມື່ອຜິດຫວັງ ກໍເຈັບຝັງເລິກໃນໃຈ ເພາະບ”ໄດ້ເຜື່ອພື້ນທີ່ໃນໃຈໃຫ້ກັບ '' ຄວາມຜຶດຫັວງ'' ທີ່ເຮົາບໍ່ເຄີຍພົບມາກ່ອນ ຂົນເກັບຮູ້ສືກໄວ້ໃນຄວາມຊົງຈຳແບບບໍ່ມີມື້ລຶມ.

ຈົ່ງຢ່າລືມເວລາທຳໃຈຂອງຄົນເຮົາມັນຕ່າງກັນ ທາງທີ່ດີເຮົາຄວນປ່ອຍໃຫ້ '' ຄວາມຮັກຄັ້ງແລກ" ຄືຄວາມຊົງຈຳດີໆ ທີ່ຫວນຄີດຫາຂື້ນມາເທື່ອໃດ ແລ້ວປະກາຍຄວາມສຸກຈະໄລ່ຕາມມາສະເໝີ ແຕ່ຢ່ານຳເອົາໄປທຳຮ້າຍໃຫ້ກັບ ''ຄວາມຮັກຄັ້ງໃໝ່.

 ຫັ້ນແນ່! ກຳລັງລັກຄິດຮອດ ''ຄວາມຮັກຄັ້ງແລກ'' ຢູ່ແມ່ນບໍ່?