ຂຽນເມື່ອ: ກ.ພ.. 27, 2012
| ມີ
16 ຄຳເຫັນ
ແລະ
0 trackback(s)
ອາຈານຄົນໜຶ່ງ ເລີ່ມຕົ້ນການສົນທະນາໃນຫ້ອງຮຽນໂດຍການຈົກເງິນໃບ 100 000 ກີບ....
ອອກມາໃຫ້ນັກສຶກສາເບິ່ງ ແລ້ວຖາມວ່າ "ມີໃຜຢາກໄດ້ບໍ່" ທຸກຄົນຍົກມືຂື້ນ...
ອາຈານຍ່ອງເງິນໃບນັ້ນ "ຈົນຍໍເປັນກ້ອນ" ແລ້ວຖາມອີກວ່າ "ມີໃຜຍັງຢາກໄດ້ເງິນນີ້ອີກບໍ່" ...ທຸກຄົນຍັງຍົກມືຂື້ນຄືເກົ່າ...
ອາຈານຖາມຕໍ່ອີກວ່າ "ຖ້າສົມມຸດວ່າ ເງິນໃບນີ້ຕົກຢູ່ພື້ນ ແລ້ວມີຄົນມາຢຽບຈົນເປຶ້ອນເປິ ຍັງຈະມີໃຜຢາກໄດ້ອີກບໍ່"
...ນັກສຶກສາທຸກຄົນ ກໍ່ຍັງຕອບວ່າຢາກໄດ້....
ອາຈານຈຶ່ງກ່າວສະຫຼຸບວ່າ...
"ນັ້ນແມ່ນສິ່ງມີຄ່າ" ທີ່ພວກເຈົ້າໄດ້ຮຽນມື້ນີ້!... ບໍ່ວ່າເຈົ້າຈະເຮັດຫຍັງກັບເງິນໃບນີ້ ມັນກໍ່ຈະຍັງມີລາຄາ 100 000 ກີບ ຢູ່ສະເໝີ... ຊິວິດຄົນເຮົາກໍ່ເຊັ່ນດຽວກັນ
ບາງຄັ້ງເຮົາອາດຈະຖືກຖິ້ມ ຖືກໃຜຫຼາຍໆຄົນຊ້ຳເຕີມ, ຢຽບຢ້ຳ, ຢ້ຳຢີ ຈົນຢັບເຢີນ....
ເພາະຄວາມຜິດພາດໃນການກ້າວເດີນຂອງຊິວິດ ຈົນເຮັດໃຫ້ເກີດຄວາມຮູ້ສຶກວ່າໂຕເອງ "ໄຮ້ຄ່າ"
ແຕ່ ຮູ້ບໍ່?.... ບໍ່ວ່າຈະເກີດຍັງຂື້ນ ເຈົ້າຍັງມີ "ຄຸນຄ່າຂອງຄວາມເປັນຄົນ"
ບໍ່ວ່າເຈົ້າຈະ ສະອາດອ່ຽມ ຫຼື ເປິເປື້ອນ "ຕົວເຮົາຍັງມີຄ່າທີ່ສຸດສະເໝີ" ຈື່ໄວ້ !!