ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

          ນີ້ແມ່ນເລື່ອງຈາກປະສົບການຕົວຈິງຂອງຂ້າພະເຈົ້າເອງ

ມື້ນຶ່ງ ຄະນະທີ່ຂ້າພະເຈົ້າກັບ ພະນັກງານໃນຫ້ອງການອີກສອງຄົນ   ພວມນັ່ງຮັບປະທານອາຫານທ່ຽງທີ່ຮ້ານແຫ່ງນຶ່ງ

       ທັນໃດນັ້ນ   ກໍ່ມຊາຍຄົນນຶ່ງ   ອາຍຸກໍ່ປະມານ  ສາມສິບກວ່າໆນີ້ແຫລະ

ລາວຍ່າງລົງມາຈາກລົດ  ແລ້ວກໍ່ມຸ້ງ່ຫນ້າເຂົ້າມາໃນຮ້ານທີ່ພວກຂ້ອຍກຳລັງກິນເຂົ້າ.

ແລ້ວ ລາວກໍ່ຮ້ອງຖາມ ລູກສາວເຈົ້າຂອງຮ້ານອາຫານນັ້ນ ( ນ້ອງຄົນນັ້ນອາຍຸກໍ່ປະມານ ສິບເຈັດປີ )

+  ນ້ອງ  ຢູ່ຣ້ານນີ້ມີໄຂ່ດາວບໍ?

- ລາວຕອບວ່າ:  ມີ ມີ  ນ່ັງຖ້າເດີອ້າຍ

+ ຂາຍຈັງໃດລະ ?

- ນຶ່ງຈານ  ສິບພັນກີບ.

+  ເອົານຶ່ງຈານເດີນ້ອງ.  ໃສ່ຖົງເດີ

- ຈ້າວ !  ນ່ັງຖ້າຈັກບຶດນຶ່ງເດີ

ເວລາພໍປະມານ  ສາວຄົນນັ້ນກໍ່ໄດ້ຫິ້ວຖົງໄຂ່ດາວອອກມາ     ແລ້ວຜູ້ຊື້ກໍ່ຈົກເງິນອອກມາຈ່າຍໃຫ້      .ຫ້າພັນກີບ

- ອ້າຍ..................... ລາຄາສິບພັນກີບໃດ.

+ ອ້າວ  ..  !  ໃສວ່າ:  ໄຂ່ດາວ  ,  ອ້າຍກະຊິດາວໄວ້ອີກຫ້າພັນ    ມື້ຫນ້າຈື່ງຊິມາໃຫ້.