 ຂຽນເມື່ອ: ກ.ລ.. 23, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ບຸນ (puñña: merit, meritorious, is a popular term for karmically wholesome (kusala) action. Opposite terms: apuñña, “ demerit”; pāpa, “ bad”, evil.) (ປຸນຍະ) ແປວ່າ ສິ່ງທີ່ຊຳຮະຈິຕສັນດານໃຫ້ໝົດຈົດ. ບຸນຄື ຄວາມດີ, ຄວາມຖືກຕ້ອງ, ຄວາມສະອາດ, ກັມດີ, ກັມງາມ, ເມື່ອກະທຳແລ້ວ ເປັນເຫດໃຫ້ຜູ້ກະທຳມີຈິຕໃຈສະບາຍ ມີຄວາມສຸກ ຄວາມຈະເລີນກ້າວໜ້າ ມີຄວາມບໍລິສຸດຜ່ອງໃສ ຈົນເປັນເຫດໃຫ້ເຖິງສຸຄະຕິພູມ(ເກີດໃນພົບພູມດີ) ແລະເຖິງຄວາມສິ້ນໄປແຫ່ງກິເລສໄດ້ ມີຄວາມໝາຍກົງກັນຂ້າມກັບບາບ. ການກະທຳທີ່ຈັດເປັນບຸນໄດ້ແກ່ ການທຳກຸສົລຄື ກັມດີ ເຊັ່ນ: ການໃຫ້ທານ, ຮັກສາສີລ, ການຈະເລີນພາວະນາ ແລະຄວາມດີອື່ນໆ ຖ້າເວົ້າໂດຍຫຍໍ້ມີ ໓ ຖ້າເວົ້າໂດຍພິດສະດານມີ ໑໐ ປະການ ເອີ້ນວ່າ ບຸນກິຣິຍາວັດຖຸ. ບຸນກິຣິຍາວັດຖຸ ໝາຍເຖິງ ເຫດອັນເປັນທີ່ຕັ້ງແຫ່ງການເຮັດບຸນ, ເຫດເກີດບຸນ, ວິທີການເຮັດບຸນ, ວິທີທີ່ເມື່ອເຮັດລົງໄປແລ້ວໄດ້ຊື່ວ່າເຮັດບຸນ ແລະຈະໄດ້ຜົນເປັນຄວາມສຸກ ມີດັ່ງນີ້: ວ່າໂດຍຫຍໍ້ມີ ໓ ປະການຄື: ໑. ທານະມັຍ : ການໃຫ້ທານ ໒. ສີລະມັຍ: ການຮັກສາສີລ ໓. ພາວະນາມັຍ: ການອົບຮົມຈິຕໃຈ ວ່າໂດຍພິດສະດານ ມີ ໑໐ ປະການຄື:
໑-໓. ຄືກັນກັບຂ້າງຕົ້ນ ໔. ອະປະຈາຍະນະມັຍ: ການອ່ອນນ້ອມຖ່ອມຕົນ ໕. ເວຍຍາວັຈມັຍ(ອ່ານວ່າ ເວີຍຍາວັດຈະມັຍ): ການຊ່ວຍເຫຼືອຜູ້ອື່ນ ໖. ປັຕຕິທານາມັຍ: ການແຜ່ສ່ວນບຸນ ໗. ປັຕຕານຸໂມທະນາມັຍ: ການອະນຸໂມທະນາບຸນ ໘. ທັມມັດສະວະນະມັຍ: ການຟັງທັມ ໙. ທັມມະເທສນາມັຍ: ການສະແດງທັມ ໑໐. ທິຕຖຸຊຸກັມ: ການທຳຄວາມເຫັນໃຫ້ກົງ(ໃຫ້ຖືກຕ້ອງ) ບຸນຈະເກີດຂື້ນໄດ້ ຍ້ອນມີທີ່ມາດັ່ງທີ່ກ່າວມາຂ້າງເທິງນີ້. ກຸສົລ(kusala: karmically “wholesome” or “profitable”, salutary, morally good,(skillful) (ກຸສະລະ) ອ່ານວ່າ ກຸສົນ ໝາຍເຖິງຄວາມສະຫຼາດ, ສິ່ງທີ່ຕັດຄວາມຊົ່ວ. ກຸສົລ ວ່າໂດຍທົ່ວໄປແລ້ວໝາຍເຖິງຄວາມດີ, ຄວາມງາມ, ສິ່ງທີ່ດີ ນິຍົມໃຊ້ກັບຄຳວ່າ ບຸນ ເປັນ ບຸນກຸສົລ ແລະຄູ່ກັບຄຳວ່າ ກັມ ເປັນ ກຸສົລກັມ ເຊິ່ງມີຄວາມໝາຍວ່າບຸນ, ຄວາມດີ, ກັມດີເໝືອນກັນ. ເກີດເປັນຄົນ ຄວນສ້າງກຸສົລໃຫ້ຫຼາຍໆເອົາໄວ້ນັ້ນລະດີ . ສ້າງກຸສົລໃຫ້ຫຼາຍໃນທີ່ນີ້ ກໍຄື ເຮັດບຸນໄວ້ໃຫ້ຫຼາຍນັ້ນເອງ. ກຸສົລຫຼືບຸນ ທີ່ຄວນທຳຄື: ທານ, ສີລ, ພາວະນາ ຫຼື ກຸສົລກັມມະບົດ ໑໐ ປະການເປັນຕົ້ນ.
ສະຫຼຸບແລ້ວ ຄຳວ່າ ບຸນ ແລະກຸສົລ ເປັນຄຳທີ່ເປັນໄວພົດກັນ ຄ້າຍຄືກັນ ເມື່ອທ່ານສ້າງບຸນ ກໍຈະໄດ້ກຸສົລ ເມື່ອທ່ານສ້າງກຸສົລກໍຈະໄດ້ບຸນເຊັ່ນດຽວກັນ. ຫົນທາງສ້າງບຸນສ້າງກຸສົລທີ່ສູງສຸດນັ້ນ ຄືການເຮັດໃຫ້ໃຈປະກອບດ້ວຍ ມະຫາກຸສົລຈິຕ ຢູ່ສະເໝີ ດ້ວຍການຝຶກສະຕິ ຫຼືການຈະເລີນພາວະນາ ຢ່າງບໍ່ປະໝາດ.
|