ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ສະບາຍດີ ສສ ພັນລາວ ແລະ ເພື່ອນໆ ຜູ້ອ່ານທຸກຄົນ, ດັ່ງທີ່ຫຼາຍຄົນຮູ້ນຳກັນຢູ່ແລ້ວວ່າ: ປະເທດເຮົາເປັນປະເທດ ທີ່ກຳລັງພັດທະນາ ແລະກໍພັດທະນາໄປຕາມ

ເສັ້ນທາງ ສັງຄົມນິຍົມ ເພື່ອກ້າວໄປສູ່ ຄອມມູນິດ ຊຶ່ງເປັນຍອດປາດຖະໜາ ຂອງທຸກຄົນໃນໂລກ, ແຕ່ພັກລັດເພິ່ນໄດ້ ກຳນົດເອົາແຜນການນຳພາ ປະເທດເຮົາ

ນີ້ ເປັນເອກະລັກສະເພາະ ຂອງລາວເຮົາເອງ ຄື: ປົກຄອງກັນແບບລາວໆ ເຊິ່ງມັນກໍສອດຄ່ອງກັບລາວເຮົາແທ້ຈິງ, ສຳລັບແຜນເສດຖະກິດ ໃນເບື້ອງຕົ້ນເພິ່ນ ກໍກຳ

ນົດໃຫ້ມີ ເສດຖະກິດຂອງ ນາຍທຶນນ້ອຍ ພໍເປັນພື້ນຖານ, ເວົ້າແຈ້ງ ກໍຄືຢາກໃຫ້ປະຊາຊົນບັນດາເຜົ່າທັງຫຼາຍ ໄດ້ມີທຶນຮອນ ກໍຄືສະສົມເງິນໄດ້ຈຳນວນ ໃດນຶ່ງສາ

ກ່ອນ ເມື່ອມີທຶນແລ້ວຈຶ່ງຄິດຫາທາງເຂົ້າຮ່ວມກຸ່ມ, ອາດຈະເປັນສະຫະກອນ, ກຸ່ມຫັດຖະກຳ...ເຊິ່ງເປັນໜໍ່ແໜງຂອງ ເສດຖະກິດສັງຄົມນິຍົມ. ແຕ່ມາເວົ້າເຖິງ

ລະບອບນາຍທຶນນ້ອຍແລ້ວ ມັນກໍຕ້ອງແມ່ນເປັນທຶນນິຍົມນ້ອຍເຕັມຊຸດຂອງມັນໝົດຫັ້ນແລ້ວ ຄື:. ມີເຈົ້າທຶນ, ມີຜູ້ບໍລິໂພກ ຕາມສະເປັກຫັ້ນແລ້ວ. ເວົ້າເຖິງລິບົບ

ຫຼືລະບອບ ຂອງທຶນນິຍົມແລ້ວ ເຈົ້າທຶນ ກໍຢາກສະສົມທຶນໃຫ້ໄດ້ຫຼາຍໆເທົ່າທີ່ຈະຫຼາຍໄດ້, ແຕ່ໃນນັ້ນ ພວກເຮົາມາລອງຈິນຕະນາການນຳກັນເບິ່ງ ວ່າ: ມັນຈະເປັນໄປໃນ

ຮູບໃດ ຈະຫາວ່າ ນາຍທຶນເອົາປຽບ ຜູ້ບໍລິໂພກ ກໍວ່າໃຫ້ກັນບໍ່ໄດ້ເດີ; ເປັນຫຍັງຈຶ່ງວ່າຊັ້ນ? ເພາະນາຍທຶນ ເຂົາເຈົ້າກໍມີສິດຂອງເຂົາເຈົ້າ ທີ່ຈະປະຕິບັດນະໂຍບາຍຂອງເຂົາ

ເອງ ຄື: ເຮັດແນວໃດເພື່ອໃຫ້ສະສົມທຶນໄດ້ຫຼາຍໆ ຄືໄດ້ເວົ້າມາໃນເບື້ອງຕົ້ນຫັ້ນແລ້ວ, ຜູ້ບໍລິໂພກຈະໄປປະທ້ວງ ພັກ-ລັດ ເພິ່ນກໍບໍ່ໃຫ້ປະທ້ວງ, ຈະໄປຟ້ອງ ກໍບໍ່ມີກົດໝາຍ

ມາດຕາໃດນັ້ນ ກໍພັດແຫ່ງໃກ. ເຊ່ນຕົວຢ່າງ: ເຮົາເຊົ່າສັນຍານໂທລະພາບ ທາງສາຍເຄເບິນ, ໃນສັນຍາກັບລູກຄ້າ ບໍລິສັດບໍ່ໄດ້ ລະບຸວ່າ: ຖ້າສັນຍານບໍ່ມາ ທາງບໍລິສັດ

ຈະຄິດໄລ່ເປັນເວລາ ແລ້ວ ສົ່ງເງິນຄືນ ໃຫ້ລູກຄ້າ ຕາມເວລາທີ່ສັນຍານບໍ່ມານັ້ນເລີຍ. ກົງກັນຂ້າມ ຖ້າເຮົາຊ້າ ບໍ່ທັນຈ່າຍເງິນຄ່າເຊົ່າຕາມເວລາທີ່ບໍລິສັດກຳນົດແລ້ວ

ບໍລິສັດຈະມາຕັດສັນຍານ ລູກຄ້າຍາມໃດກໍໄດ້ ແລະຍັງມີຫຼາຍບໍລິສັດ ອື່ນໆອີກ. ບັດນີ້ ມາເວົ້າເຖິງ ຜູ້ບໍລິໂພກ; ຜູ້ບໍລິໂພກມີ 2 ພາກສ່ວນໃຫຍ່ ຄື: ພາກລັດ ແລະ

ບັນດາບໍລິສັດເອກະຊົນນຳກັນ ກໍຄືປະຊາຊົນບັນດາເຜົ່າ. ຖ້າເສຍຜົນປະໂຫຍດແລ້ວ ຜູ້ໃດກໍບໍ່ຢາກເສຍຫັ້ນແລ້ວ, ຍິ່ງໄປກວ່ານັ້ນ, ຖ້າແມ່ນລັດ ຫ້ອງການໃດທີ່ໄດ້

ນຳໃຊ້ການບໍລິການຕ່າງໆ ຂອງບໍລິສັດໃດນຶ່ງ ຖ້າຫາກການບໍລິການນັ້ນ ບໍ່ມີຄຸນນະພາບ ແລ້ວ ຈະເຮັດໃຫ້ການ ດຳເນີນວຽກງານໃນກົມກອງນັ້ນຊັກຊ້າ ຫຼື ບໍ່ໄດ້ເລີຍ

ກໍອາດເປັນໄປໄດ້. ໃນເມື່ອຂະແໜງການບໍລິຫານໃດນຶ່ງ ຂອງລັດຫາກລ້າຊ້າ ອືດອາດແລ້ວ ການປົກປັກຮັກສາ ພັດທະນາປະເທດຊາດ ກໍຈະຊັກຊ້າ ອືດອາດໄປພ້ອມໆ

ກັນ, ແລ້ວຈະໄປໂທດໃຫ້ໃຜ? ອັນສຸດທ້າຍ ຢາກຮູ້ວ່າ: ວຽກນີ້ ແມ່ນພາກສ່ວນໃດຮັບຜິດຊອບ, ຖ້າບໍ່ແມ່ນ ຢູ່ກະຊວງແຜນການ ແລະການລົງທຶນ ກໍຕ້ອງແມ່ນຢູ່

ສຳນັກງານນາຍຍົກ ຈະໃຫ້ປະຊາຊົນ ບຸກຄົນໃດນຶ່ງຮ່າງຂຶ້ນມາ ຄົງເປັນໄປບໍ່ໄດ້. ສະນັ້ນ, ຂ້າພະເຈົ້າ ໃນນາມປະຊົນທຳມະດາສາມັນ ແຕ່ຂໍກ້າວກ່າຍ ເຖິງວຽກບ້ານການ

ເມືອງ ອັນຫຍິ່ງໃຫຍ່ ຍ້ອນຄວາມເປັນຫ່ວງ, ບາງເທື່ອ ກົດໝາຍນີ້ອອກມາແລ້ວ ກໍບໍ່ຮູ້ເດີ, ຫຼືວ່າ ສະໃໝໜ້າ ສະພາເພິ່ນກໍຈະຮັບຮອງອອກມາ ກໍອາດເປັນໄປໄດ້ເນາະ.

ຜິດພາດປະການໃດ ກໍຂໍອະໄພ ມານະທີ່ນີ້ດ້ວຍ.