ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ຄືວ່າຜ່ານມາ 3-4 ປີແລ້ວ ບໍ່ເຫັນລົດ ດູດຝຸ່ນຕາມທາງຫຼວງຊັ້ນດອກ, ເຫັນຂີ້ຝຸ່ນໄງ່ຢູ່ຕາມທາງຫຼວງໃນເມືອງຫຼາຍ

ເລີຍຢາກເຫັນອີກ, ຖ້າມີເງິນຫຼາຍຄິດຢາກຊື້ມາໄວ້ຈັກຄັນ ຊັ້ນດອກຫວາ, ຄົງຈະດີກວ່າຊື້ VIGO CHAMP ເພາະນອກ

ຈາກໄດ້ດູດເອົາດິນໄປຖົມໜ້າບ້ານແລ້ວ ຍັງເຮັດໃຫ້ທາງຫຼວງສະອາດ, ປາສະຈາກຂີ້ໄງ່ທັງຫຼາຍອີກ. ນັກທຸລະກິດລາວ

ຄືບໍ່ຄິດຢາກລົງທຶນໃນດ້ານນີ້ແນ່ບໍເນາະ, ຄົງຈະບໍ່ໃຜແຂ່ງໃນການປະມູນລາຄາ, ແລະຄົງບໍ່ມີໃຜເອົາຄ່ານາຍໜ້າຂອງ

ໂຄງການແພງເນາະ. ຢູ່ຕາມຮ້ານຂາຍລົດປະເພດໜັກທັງຫຼາຍ ກໍຄືບໍ່ປະກົດເຫັນເພິ່ນວາງຂາຍ ຄືກັນເນາະ. ຖ້າຜູ້ໃດ

ໄດ້ເຫັນແລ້ວ ກະລຸນາຖ່າຍຮູບມາ ໂຟດລົງ ໃຫ້ເບິ່ງແນ່ເດີ ຈະຂໍຂອບໃຈລ່ວງໜ້າຫຼາຍໆ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສຳລັບບັນດາ font ລາວທັງຫຼາຍ ບັນດານັກ Programmer ທັງຫຼາຍເພິ່ນກໍໄດ້ ພິນິດພິຈາລະນາຕັ້ງຊື່ຂຶ້ນມາ ມ່ວນ ແລະກໍມີຄວາມໝາຍດີຢູ່ດອກ

ແຕ່ສຳລັບຜູ້ຂຽນເອງຂໍມີຄຳເຫັນວ່າ: ຢາກໃຫ້ເອົາຊື່ບັນພະບຸລຸດ ຂອງລາວເຮົາ ເຂົ້ານຳຈະໄດ້ບໍ? ເຊັ່ນ: ຊື່ font Phetsarat ຂ້າພະເຈົ້າຂອງ ຍ້ອງຍໍຊົມ

ເຊີຍ ເພາະທ່ານ ເພັດຊະຣາດ ເພິ່ນກໍແມ່ນຜູ້ນຶ່ງທີ່ເປັນຕົວຕັ້ງຕົວຕີໃນການ ອະນຸລັກຕົວອັກສອນລາວໄວ້ໄດ້ຈາກ ຊາດກໍຄືພາສາຕາເວັນຕົກ .

ນອກຈາກທ່ານແລ້ວ ຂ້າພະເຈົ້າຢາກໃຫ້ນັກ Progrmmer ຂອງລາວເຮົາ ເຫັນຄຸນຄ່າຂອງທ່ານອື່ນໆອີກແນ່ ເຊ່ນ: ທ່ານ ມະຫາສີລາ ວິຣະວົງ,

ທ່ານ ພູມີ ວົງວິຈິດ, ທ່ານ ທອງຄຳ ອ່ອນມະນີສອນ, ທ່ານ ຈັນທີ ເດືອນສະຫວັນ ແລະ ຜູ້ອື່ນໆອີກແນ່ເດີ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

 

ໃນກົງຈັກລັດຖະບານຂອງສປປລາວ ມີຫຼາຍກະຊວງ ແລະບັນດາອົງການທຽບເທົ່າກະຊວງຕ່າງໆ

ແຕ່ລະກະຊວງ ແລະບັນດາອົງການທຽບເທົ່າຕ່າງໆ ຕ່າງກໍມີໜ້າທີ່ ພາລະບົດ ພັດທະນາສ້າງສາ

ໃນດ້ານບຸກຄະລະກອນ ພໍໃຜພໍລາວ ຕັ້ງແຕ່ຍັງເປັນອະນຸຊົນ ຈົນເຖິງຂັ້ນລັດຖະມົນຕີປະຈຳກະຊວງ.

ແຕ່ຂ້າພະເຈົ້າຢາກຢາກສະຫຼຸບເອົາຫຍໍ້ໆ ຢູ່ບ່ອນວ່າ ກະຊວງການຕ່າງປະເທດ ເປັນຈຸດໃຈກາງກະຊວງນຶ່ງ

ທີ່ສຳຄັນ ເພາະໄດ້ສ້າງບັນດາລັດຖະມົນຕີໄປປະຈຳຢູ່ບັນດາກະຊວງຕ່າງໆ ໄດ້ຫຼາຍທ່ານເຊ່ນ: ສຳນັກງານ

ປະທານປະເທດ, ກະຊວງກະສິກຳ, ກະຊວງຖະແຫຼວງຂ່າວໂຄສະນາ ວັດທະນະທຳ ແລະທ່ອງທ່ຽວ, ກະຊວງໄປສະນີ ແລະໂທລະຄົມມະນາຄົມ

ແລະກໍຍັງມີລັດຖະມົນຕີຊ່ວຍຂອງກະຊວງອື່ນອີກ.