ຂຽນເມື່ອ: ກ.ພ.. 7, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ຍັງບໍ່ພໍ ! ” ເສດຖີຣັດເຊຍ ” ທ່ານໂຣມັນ ອະບຣາໂມວິຊ ເຈົ້າຂອງທິມເຊວຊີ ປະກາດວ່າ ພຽງແຕ່ເຟນານໂດ ຕໍເຣສ ກັບ ດາວິດ ລູອິຊ ຍັງບໍ່ພໍ ພັກຮ້ອນປີນີ້ຈະທຸ່ມເທງົບປະມານຕື່ມອີກ ເອົາທັງເກກໍຣີ ຟານ ເດີ ວິວ, ອະເລັກຊິສ ຊານເຊສ, ເອເດນ ຮາຊາດ ແລະ ອິສເມຍ ເບໂກວິຊ.
ເຖິງແມ່ນວ່າຫາກໍຈະສ້າງຄວາມຮືຮາໃນການທຸ່ມເທເງິນຊື້ນັກເຕະ ໃນວັນສຸດທ້າຍຂອງຕະຫລາດຊື້-ຂາຍຮອບ ສອງກວ່າ 70 ລ້ານປອນ ໃນການດຶງຕົວ ເຟນານໂດ ຕໍເຣສ ຈາກລີເວີພູນ ແລະ ດາວິດ ລູອິຊ ຈາກ ເບນຟີກາ ແຕ່ວ່າຫລ້າສຸດ ເດິະ ກາດຽນ ສື່ດັງຂອງອັງກິດລາຍງານວ່າ ເຊວຊີ ຍັງຄົງວາງແຜນທີ່ຈະດຶງນັກເຕະມາເສີມທິມອີກຈຳ ນວນຫລາຍຄົນໃນໄລຍະພັກຮ້ອນປີນີ້.
ໂດຍລາຍງານລະບຸວ່າ ໂຣມັນ ອະບຣາໂມວິຊ ນັ້ນ ຈະມີການທຸ່ມເທເງິນດຶງນັກເຕະເຂົ້າມາເສີມທິມ ເພື່ອຊ່ວຍໃຫ້ ຄາໂລ ອັນເຊລັອດຕິ ມີນັກເຕະເລືອກໃຊ້ໃນການສູ້ກັບແມນເຊສເຕີ ຊີຕີ ແລະ ແມນເຊສເຕີ ຢູໄນເຕັດ ຕໍ່ໄປ ເຖິງແມ່ນວ່າຫາກໍໄດ້ນັກເຕະໃໝ່ມາເສີມແລ້ວ 2 ຄົນ ຢ່າງຕໍເຣສ ແລະ ລູອິຊ.
ສຳລັບບັນຊີລາຍຊື່ນັກເຕະໃໝ່ຂອງເຊວຊີນັ້ນ ມີຊື່ຂອງ ເກກໍຣີ ຟານ ເດິ ວິວ ແບັກຂວາທິມຊາດໂຮນລັງຂອງ ອາແຈັກ ອຳສະເຕີດຳ ເປັນອັນດັບທຳອິດ ສ່ວນໃນຄົນຕໍ່ໆມານັ້ນປະກອບດ້ວຍ ອະເລັກຊິສ ຊານເຊສ ປີກທິມຊາດຊີລີ ຂອງອູດີເນເຊດ ເອດເນ ຮາຊາດ ກອງກາງດາວຮຸ່ງຂອງລິວ ແລະ ໂຣມິໂອ ລູກາຄູ ກອງໜ້າ ເຈົ້າຂອງສົມຍານາມ ດຣອກບາ 2 ຂອງອັນເດີເລຊ.
ຢ່າງໃດກໍຕາມ ເຊວຊີກໍຍັງມີລາຍຊື່ທີ່ຈະປ່ອຍຖິ້ມ ຫລືລໍຖ້າຮັບຂໍ້ສະເໜີຂອງທິມອື່ນໆທີ່ຈະມາດຶງໄປດ້ວຍເຊັ່ນກັນ ເຊັ່ນ ໂຊເຊ ໂບຊິງວາ, ເປົາໂລ ເຟີໄຣຣາ ໃນຕຳແໜ່ງແບັກຂວາ, ຢູຣີ ເຊຄອຟ ແບັກຊ້າຍຂາວຣັດເຊຍ ທີ່ບໍ່ສາມາດບຽດແຍ່ງຕົວຈິງຂອງ ແອຊລີ ໂຄໄດ້ ລວມເຖິງດານຽວ ສະເຕີຣິດ ກອງໜ້າທີ່ສົ່ງໃຫ້ໂບຕັນຢືມຕົວໃນເວລານີ້.
ນອກຈາກນີ້ ຈອນ ເທີຣີ ຫົວໜ້າທິມເຊວຊີ ກໍອອກມາຄຸຍໂມ້ວ່າ ການເສີມທິມໃນຄັ້ງນີ້ ເປັນສິ່ງທີ່ດີ ສ້າງໃຫ້ບັນຍາກາດໃນທິມກັບມາຄຶກຄັກ ແລະ ສາມາດຂົ່ມຂວັນຄູ່ຕໍ່ສູ້ໄດ້ຢ່າງຫລວງຫລາຍອີກດ້ວຍ.