
ຂຽນເມື່ອ: ທ.ວ.. 14, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ຊີວິດຮັກຂອງເຮົາຜ່ານມາເປັນແບບນີ້ເຄີຍພົບຮັກຍິງຄົນໜຶ່ງຮູ້ຈັກກັນມາສີ່ປີແລະຕ່າງຟ່າຍ
ຕ່າງກໍ່ບໍ່ໄດ້ຮັກກັນຈິງຈັງເທື່ອວັນໜື່ງໄດ້ຮູ້ວ່າເຂົາແຕ່ງງານແລ້ວຫຼັງຈາກນັ້ນສອງປີຈື່ງມາພົບ
ກັບຂ້ອຍແລ້ວຮູ້ວ່າເຂົາໄດ້ແຍກທາງກັບຄົນນັ້ນພວກຂ້ອຍເລີຍຄົບຫາດູໃຈກັນມາໄດ້ສີ່ເດືອນ
ລາວກໍ່ຄິດຢາກຈະແຕ່ງງານແລະໃຊ້ຊີວິດຢູ່ຮ່ວມກັນແຕ່ຂ້ອຍຍັງກັງວົນໃຈຢູ່ເພາະຍັງບໍ່ໝັ້ນໃຈ
ໃນໂຕເຂົາເທື່ອແຕ່ເອື້ອຍເຂົາໄດ້ຖາມກັບຂ້ອຍວ່າຈະແຕ່ງກັບນ້ອງຂ້ອຍໄດ້ບໍ?ຂ້ອຍຕອບໄປ
ວ່າຂໍເວລາຄິດກ່ອນແຕ່ເອື້ອຍເຂົາຢາກໄດ້ຄຳຕອບໄວໃນເມື່ອເຫດການເປັນເຊັ່ນນີ້ຈິ່ງຂໍຄວາມ
ເຫັນມາຍັງເພື່ອນພັນລາວຊ່ວຍແນະນຳໃຫ້ຂໍ້ຄິດແກ່ເຮົາດ້ວຍ.
ຈາກມືໃໜ່ໃຈດີໆໆໆໆ