
ຂຽນເມື່ອ: ມິ.ຖ.. 15, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໂອງາມເດ່ນໍ ນ້ອງສາວ ມ ຊ
ນ້ອງມາຮງນຕໍ່ ຄູພາສາລາວ
ນ້ອງຍັງເປັນສາວ ຂາວງາມພິເສດ
ຢູ່ໃນຂົງເຂດ ດົງໂດກງາມຫຼາຍ
ຖືກໃຈອ້າຍຫຼາຍ ສາວສຶກສາສາດ
ມີມາລະຍາດ ການເວົ້າກໍດີ
ສົມເປັນສາວຕີ ຍິງສາວຍຸກໃໝ່
ນ້ອງສວຍວິໄລ ສົມຄົນ ມຊ
ຍາມນ້ອງເວົ້າຈາ ແສງມ່ວນນວນຫູ
ສົມວ່າຮງນຄູ ພາສາລາວແທ້
ບໍ່ໄດ້ຍອມແພ້ ຕໍ່ອຸປະສັກ
ເຂົາຈະເວົ້າມັກ ປະກວດປີນີ້
ຂໍໃຫ້ໂຊກດີ ອັນດັບທີ່ໜຶ່ງ
ສຸດແສນຫວນຊຶ່ງ ນາງສາວ ມຊ