ລຳດັບທີ 10 : Lone Cypress
ຕົ້ນ Lone Cypress ໄດ້ຕ້ານກັບສະພາບ ກະແສລົມຫນາວທີ່ແຮງ ຈາກມະຫາສະຫມຸດ ປາຊີຟີກ ຢູ່ທີ່ຫາດຊາຍ Pebble
ໃນ ມອນເທນ້າ ລັດ ແຄຣິຟໍເນຍ ປະເທດ ສະຫະລັດ ອາເມຣິກາ
ເຖີງຈະມີຂະຫນາດທີ່ບໍ່ໃຫຍ່ ແຕ່ມັນກໍ່ຕັ້ງເດັ່ນເປັນສະງ່າ ( ແບບໂດດດ່ຽວ ) ຢູ່ໃນ ທັດສະນີຍະພາບ ທີ່ງົດງາມ ຂອງ ມະຫາສະຫມຸດ ປາຊີຟີກ

ລຳດັບທີ 9 : Circus
Axel Erlandson ເປັນຊື່ຂອງ ຊາວ ກະເສດ ປູກ ຖົ່ວ ຄົນ ຫນື່ງ ທີ່ໄດ້ດັດແປງ ແລະ ແກະສະຫລັກ ຕົ້ນໄມ້ໃຫ້ເປັນຮູບຮ່າງ ລວດລາຍ
ທີ່ມະຫັດສະຈັນ ເຂົາໄດ້ຕັ້ງຊື່ຕົ້ນໄມ້ນີ້ວ່າ Circus ເປັນຕົ້ນໄມ້ທີ່ ແກະສະຫລັກ ລຳບາກພໍສົມຄວນ ( ຫມູ່ເພື່ອນກໍ່ຄຶດແບບນີ້ຢູ່ບໍ )


ລຳດັບທີ 8 : Giant Sequoias
ຕົ້ນ Giant Sequoias ຖືໄດ້ວ່າເປັນຫນື່ງໃນຕົ້ນໄມ້ທີ່ໃຫຍ່ທີ່ສຸດໃນໂລກ, ປູກໃນ ເຊຍຣ່າ ເນວາດາ, ລັດ ແຄຣຶຟໍເນຍ
ເຊີ່ງຕົ້ນ Giant Sequoias ທີ່ໃຫຍ່ທີ່ສຸດຄືພັນ Genaeral Sherman , ຕັ້ງຢູ່ທີ່ Sequoia National Park
ມີລຳຕົ້ນຍາວປະມານ 83,8 m ແລະ ຫນັກປະມານ 6000 ໂຕນ

ລຳດັບທີ 7 : Coast Redwood
ຕົ້ນ Coast Redwood ຖືວ່າເປັນຕົ້ນໄມ້ທີ່ສຸງທີ່ສຸດໃນໂລກ, ໂດຍໃສ່ຊື່ວ່າ Hyperion ໃນ Redwood National Park
ມີຄວາມສູງປະມານ 115 m ຈຸດເດັ່ນຂອງມັນກໍ່ຄືຕົ້ນ Coast Redwood ຈະປະກອບໄປດ້ວຍຕົ້ນ ແຄຣິຟໍເນຍເຣດວູດ ຍັກ ເຖີງ 4 ຕົ້ນ
ເຊີ່ງມັນໃຫຍ່ເຖີງຂະຫນາດທີ່ວ່າ ເຮົາສາມາດຂັບລົດ ຜ່ານໄປໄດ້

ລຳດັບທີ 6 : Chapel - Oak of Allouville - Bellefosse
ຕົ້ນ Chapel - Oak of Allouville - Bellefosse ເປັນຕົ້ນໄມ້ທີ່ມີຊື່ສຽງທີ່ສຸດໃນ ປະເທດ ຝຣັ່ງ, ມັນບໍ່ແມ່ນຕົ້ນໄມ້ທຳມະດາ
ເພາະມັນເປັນ ສະຖານທີ່ສຳຄັນທາງ ສາສະຫນາ, ປັດຈຸບັນ ບາງສ່ວນຂອງຕົ້ນໄມ້ນີ້ໄດ້ແຕກຫັກອອກໄປແນ່ແລ້ວ ( ຕາມການເວລາ )
ແຕ່ຜູ້ຄົນທີ່ຢູ່ແຖວນັ້ນໄດ້ໃຊ້ສາຍ ເຄເບີ້ນ ແລະ ເສົາ ໃນການຮອງຮັບຕົ້ນໄມ້ເກົ່າແກ່ຕົ້ນນີ້

ລຳດັບທີ 5 : Pando ຫລື Trembling Giant
ຕົ້ນ Pando ຫລື Trembling Giant ໃນລັດ ຢູທ່າ ປະກອບໄປດ້ວຍ 47 000 ກີ່ງກ້ານທີ່ແຜ່ຂະຫຍາຍອອກໄປທົ່ວພື້ນທີ່ບໍລຶເວນນັ້ນ
ແລະ ມີຮາກແກ້ວຢູ້ລຸ່ມດິນທີ່ໃຫຍ່ຫລາຍ , ສະເລ່ຍແລ້ວ ແຕ່ລະກ້ານກີ່ງມີອາຍຸປະມານ 130 ປີ, ລວມທັງຫມົດລະບົບຂອງຕົ້ນ Pando
ເຫລົ່ານີ້ມີອາຍຸປະມານ 80,000 ປີແລ້ວ

ລຳດັບທີ 4 : Tule
ຕົ້ນ Tule ເປັນຕົ້ນໄມ້ທີ່ໃຫຍ່ທີ່ສຸດໃນຕະກູນ Montezuma Cypress ຕັ້ງຢູ່ໃກ້ກັບເມືອງ Oaxaca ປະເທດ ແມັກຊິກໂກ
ມີຂະຫນາດລຳຕົ້ນໂດຍຮອບ 58 ແມັດ ເຊີ່ງມີຄວາມຫນາຈົນຜູ້ຄົນເວົ້າວ່າ ແທນທີ່ທ່ານຈະກອດມັນ ມັນກັບໂອບກອດທ່ານແທນ


ລຳດັບທີ 3 : Banyan
ຕົ້ນ Banyan ຕັ້ງຊື່ຕາມ “banians” ຫລື ຜູ້ບຸກລຸກ ຊາວ ຮີນດູ ທີ່ເຮັດກິດຈະກຳຕ່າງໆພາຍໃຕ້ຕົ້ນໄມ້ນີ້
ແລະ ຕົ້ນ Banyan ນີ້ ເຄີຍເປັນເຮືອນຕົ້ນໄມ້ຂອງ ໂຣບິນສັນ ຄຣູໂຊ ມາແລ້ວ

ລຳດັບທີ 2 : Bristlecone Pine
ຕົ້ນສົນ Bristlecone Pine ຖືໄດ້ວ່າເປັນຕົ້ນໄມ້ທີ່ເກົ່າແກ່ຫລາຍ ເຊີ່ງງພັນ Methuselah ນັ້ນ ຈັດເປັນຕົ້ນໄມ້ທີ່ເກົ່າແກ່ທີ່ສຸດໃນໂລກ
ມີອາຍຸ 4,838 ປີ, ຢູ່ສູງກວ່າລະດັບນ້ຳ ທະເລ 11,000 ຟຸດ ( 3352,8 m )


ລຳດັບທີ 1 : Baobab
ຕົ້ນໄມ້ທີ່ມະຫັດສະຈັນທີ່ສຸດກໍ່ຄືຕົ້ນ Baobab ຫລື ຕົ້ນເຂົ້າຫນົມລີງ monkey bread tree ( ຊື່ແປກດີ )
ສາມາດເຕີບໂຕໄດ້ເຖີງ 100 ຟຸດ ຫລື 30,48 ແມັດ, ກວ້າງ 35 ຟຸດ ຫລື 10,668 ແມັດ, ສີ່ງທີ່ແປກປະຫລາດ
ຂອງຕົ້ນໄມ້ນີ້ກໍ່ຄື ພາຍໃຕ້ລຳຕົ້ນທີ່ບວມນີ້ຄືທີ່ເກັບນ້ຳ ທີ່ບັນຈຸໄດ້ເຖີງ 120,000 ລິດ ໄວ້ໃຊ້ໃນສະຖານະການ ສະພາບອາກາດແຫ້ງແລ້ງ
