ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຂ້ອຍໄປທ່ຽວຈຳປາສັກ ໃນເດືອນ 10 ປີ2012ນີ້ລະ

ແລ່ນຂ້າມຂົວນ້ຳຂອງໄປ ແລະແລ່ນຕາມເສັ້ນທາງ 14A ຄິດຊິໄປຢາມພີ່ນ້ອງແຖວນັ້ນລະ. ໄປຮອດ ເຂດຫ້ວຍເພັກ ເມືອງ ໂພນທອງ. ມີດ່ານເກັບເງິນຄ່າທາງ.

ຂ້ອຍກະເລີຍຖາມວ່າ: ກະດຽວວ່າເພິ່ນຍົກເລີກການເກັບຄ່າຂົວທາງແລ້ວ.

ເຈົ້າໜ້າທີ່ເກັບເງິນ:   ດ່ານນີ້ເພິ່ນບໍ່ໄດ້ຍົກເລີກ, ເປັນທາງເອກຊົນ.

ຂ້ອຍ:                          ທາງເອກະຊົນກະມີບໍດຽວນີ້?

ເຈົ້າໜ້າທີ່ເກັບເງິນ:   ເຮົາກະບໍ່ຮູ້ຄືກັນ, ເຮົາມີໜ້າທີ່ເກັບເງິນທໍ່ນັ້ນ!

ຂ້ອຍ:                          ຍື່ນເງິນໃຫ້ 5 000 ກີບ

ເຈົ້າໜ້າທີ່ເກັບເງິນ:   ບໍ່ໄດ້ໃດ! ຢູ່ນີ້ເພິ່ນໃຫ້ເກັບ 15 000 ກີບ, ເຈົ້າຊິໄປ 100 ແມັດກໍ່ຕາມ ແມ່ນເກັບຕາມປີ້ເລີຍ.

ຂ້ອຍ:                         ໂອ! ມາແພງແທ້ເນາະ. ຕັ້ງ15000 ກີບພຸ້ນນາ. ມື້ໜຶ່ງເກັບໄດ້ຫຼາຍບໍລຸງ?

ເຈົ້າໜ້າທີ່ເກັບເງິນ:   ໄດ້ປະມານມື້ລະ 50 ລ້ານ ຫາ 60 ລ້ານ ກີບພຸ້ນລະ!

ຂ້ອຍ:                         ໂອ້! ໄດ້ຫຼາຍເນາະ! ໄປກ່ອນເດີ ຂາກັບບໍ່ເກັບຕິ໋ລຸງ?

ເຈົ້າໜ້າທີ່ເກັບເງິນ:   ຖ້າເຈົ້າໄປຈົນກາຍດ່ານເບື້ອງໜ້ານັ້ນ ຂາກັບຕ້ອງໄດ້ຈ່າຍຢູ່ດ່ານເບື້ອງນັ້ນອີກ! ສ່ວນຂາອອກບໍ່ເສັຍ.

ຂ້ອຍ:                         ສະແດງວ່າຂ້ອຍຕ້ອງເສັຍ 30 ພັນກີບແມ່ນບໍ?

ເຈົ້າໜ້າທີ່ເກັບເງິນ:   ແມ່ນແລ້ວ! ໄປໄດ້.

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ 20ເດືອນ10 ປີ 2012 ຊື້ປີ້ລົຖນອນພິເສດ ລາຄາ 170000 ກີບ ຈາກ ປາກເຊ ມາ ນະຄອນຫຼວງ.  ປາກົດວ່າ ກາຍທ່າແຂກມາ ລົດມີບັນຫາ ຈອດຕັ້ງແຕ່ 1ໂມງກາງຄືນ ຮອດ ຫ້າໂມງເຊົ້າ ຄົນໂດຍສານເລີ່ມໃຈບໍ່ດີກະເລີຍຈົ່ມ, ຜູ້ນີ້ຕໍ່ໃສ່ຜູ້ໜ້າພັດປ່ຽນກັນຈົມ, ໃນທີ່ສຸດເກືອບມີເວທີມວຍໃນລົຖເມນອນພິເສດ.  ເອົາລົຖໃໝ່ມາປ່ຽນ ພັດບໍ່ແມ່ນລົດນອນ ກາຍເປັນລົດທຳມະດາ, ແຕ່ທີ່ໂຊກຮ້າຍຄື ຄັນທີ່ສອງກະມາຕາຍອີກ, ປ່ຽນລົດຄັນທີ່ສາມກະເປັນມະລ່ອງຈ່ອງຈ່ອຍຄືກັນ. ໃນທີ່ສຸດບາງຄົນກໍ່ບອກພີ່ນ້ອງໄປຮັບເອົາ ຢູ່ປາກກະດິງພຸ້ນ. ສ່ວນທາງຝ່າຍເຈົ້າຂອງ ກະບໍ່ສົນໃຈ, ບໍ່ມີຄວາມຮັບຜິດຊອບໃດໆເລີຍ. ຊ້ຳບໍ່ໜຳຖ້າໃຜຢາກເມືອວຽງຕ້ອງຈ່າຍອີກ 60000ກີບເພື່ອຂຶ້ນລົດຄັນໃໝ່, ມັນບໍ່ເສັຍດາຍດອກເງິນຄັນຢາກໄປ ແຕ່ມັນເສັຍຄວາມຮູ້ສຶກ ໃນເວລາອ່ານປ້າຍທີ່ຂຽນວ່າ: ຈິດປະສົງ ຍອດນິຍົມ! ຫຼາຍຄົນກໍ່ຈົ່ມ, ດ່າ, ເວົ້າຕ່າງໆນາໆໄປ ໃນທີ່ສຸດກໍ່ມີຄົນວ່າ: ຈິດບໍ່ປະສົງ ເພາະຍອດມັນເໜົ່າ

ເສັຍເງິນໄປລ້າໆ ແຖມການບໍລິການຄືຫົວ.....ແກ້ງຂີ້ນີ້.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ມື້ນີ້ແມ່ນວັນເສົາ, ແຕ່ມີຄົນໄປການຂອງລັດ ທີ່ ໄອເຕັກ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2012 | ມີ 21 ຄຳເຫັນ ແລະ 0 trackback(s)

ບໍ່ຂໍບັລຍາຍໃຫ້ມັນຍາວດອກເນາະ! ເບິ່ງຕາມຮູບນັ້ນລະ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ການປະກາດຜູ້ມີຜົນງານດີເດັ່ນ 15 ປີ ປາກົດວ່າ ຜູ້ທີ່ເຮັດວຽກດີແລະມີຜົນງານໃນການປະກອບສ່ວນໃນການສ້າງສາປະເທດຊາດ ພັດບໍ່ມີຊື່, ແຕ່ກົງກັນຂ້າມ ຜູ້ທີ່ເຮັດວຽກແບບແປະໆບາງໆເຊັ່ນ: ໄປຮຽນຕໍ່ກະບໍ່ຈົບ, ມອບໝາຍວຽກງານໃຫ້ເຮັດກະບໍ່ແລ້ວແລະບໍ່ສຳເລັດນັ້ນພັດມີຊື່ໄດ້ຮັບຮອດຫຼຽນໄຊ... ແນວນີ້ຂ້າພະເຈົ້າຄິດວ່າ ຂໍເຮັດແບບບໍ່ດີ ແລະເຮັດແບບແປະໆບາງໆຄົງຈະເປັນການດີ ແລະຄົງຈະໄດ້ເຊີດໜ້າຊູຕາວົງຕະກູນກວ່າທີ່ຈະເຮັດແບບຫ້າວຫັນຄືຜ່ານມາ. ຫ້າວຫັນໃນວຽກງານກະຫ້າວຫັນໄປຊື່ໆ ສຸດທ້າຍຜົນງານອອກມາ ພັກແລະລັດ ພັດບໍ່ໄດ້ມອງເຫັນຄຸນຄ່າແຕ່ຢ່າງໃດ ແຕ່ກັບມອງເຫັນແຕ່ຄົນທີ່ຮູ້ປະຈົບປະແຈງ, ມອບຜົນງານໃຫ້ກັບຜູ້ທີ່ບໍ່ມີຄວາມຫ້າວຫັນ ແລະ ຂີ້ຄ້ານມັກງ່າຍ. ເຮີໆໆໆໆໆໆໆໆໆໆໆໆໆໆ ຂໍເຊົສຫ້າວຫັນແລ້ວເດີພີ່ນ້ອງ, ແນວໃດກະໄດ້ເງິນເດືອນຢູ່ຄືເກົ່າຫັ້ນລະ!!!!!!!!! ໃຜຈະເຮັດດີກະເຮັດໄປເຖີດ, ຂ້ອຍນີ້ເຊົາແລ້ວແລະຈະປະຕິຍານຕົນເອງວ່າ : ຂໍເຮັດແບບແປະໆບາງໆດີກວ່າ. ວຽກໃດບໍ່ມີເງິນແມ່ນບໍ່ເຮັດ, ໄດ້ເງິນເດືອນທໍ່ເກົ່າຫັ້ນລະ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ມື້ເຊົ້ານີ້ທີ່ຣັສເຊັຽ ໄດ້ຄວບຄຸມຕົວ ນາຍົກລັຖມົນຕຣີ ວຼາດີເມັຽ ປູຕິນ ແລະໄດ້ົສົ່ງຂຶ້ນສານໃນ ຣັສເຊັຽ ໃນຫຼາຽຂໍ້ຫາ. ສາມາດຕິດຕາມໄດ້ທີ່

http://smotri.com/video/view/?id=v2008774be81

ຖ້າຢູ່ເມືອງລາວ ຢາກຫົວຊິເຮັດໄດ້ 5555555555555555555