
ຂຽນເມື່ອ: ພ.ພ.. 23, 2009
| ມີ
15 ຄຳເຫັນ
ແລະ
0 trackback(s)
ສະບາຍດີ ຊາວພັນລາວທັງຫຼາຍ ດົນແລ້ວທີ່ຂ້າພະເຈົ້າບໍ່ໄດ້ມາຢ້ຽມຢາມພັນລາວ
ເພາະຍັງຄາວຽກຢູ່ປ່າຢູ່ດົງ ຢູ່
ມາຄັ້ງນີ້ແມ່ນເພື່ອຫວັງໃຫ້ຊາວພັນລາວ ຊ່ວຍໆກັນເປັນຫູເປັນຕາ ແລະ ອະທິບາຍຜົນດີຜົນຮ້າຍໃຫ້ກັບຜູ້ທີ່ບໍ່ເຂົ້າໃຈແດ່
ເພາະນ້ຳໃສຄຸດຽວຖອກໃສ່ບືງຕົມບໍ່ອາດຈະໃສ່ຂຶ້ນມາໄດ້ ດັ່ງນັ້ນຈິ່ງຕ້ອງຫວັງເພີ່ງທຸກຄົນຊວຍກັນອານຸລັກໄວ້ເປັນຊັບສົມບັດຂອງຊາດແດ່

ຮູບພາບນີ້ແມ່ນໄດ້ຖຶກບັນທືກເອົາໄວ້ໃນຄັ້ງທີ່ຂ້າພະໄດ້ມີໂອກາດອອກທ່ອງຍຸດທະຈັກ ຂຶ້ນເໜືອລ່ອງໃຕ້ ເຫັນປ້າຍນີ້ຕັ້ງສະຫງ່າຢູ່ຂ້າງທາງ ເລກ 13 ຈິ່ງໄດ້ບັນທືກໄວ້ເປັນຫຼັກຖານ
ໝາຍເຫດ: ທຸກຂ້ໍຄວາມທີ່ຢູ່ໃນຮູບພາບນີ້ ແມ່ນບໍ່ໄດ້ຮັບການຕົບແຕ່ງ ຫຼື ດັດແປງໃດໆທັງສິ້ນ ຂໍຢືນຢັນວ່າເປັນຂອງແທ້ທຸກຂໍ້ຄວາມ.