ຂຽນເມື່ອ: ພ.ຈ.. 4, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ປູກັບນົກຍາງ
ມີປ່າໃຫຍ່ແຫ່ງນຶ່ງຢູ່ເຂດເມືອງ ມັດຊິມະວິໄສ ໃກ້ປ່ານັ້ນມີໜອງນຶ່ງຊື່ ກັກກຸທະ ມີໝູ່ປາອາໄສຢູ່ເປັນອັນມາກ. ນົກຍາງເຖົ້າຕົວນຶ່ງມາເຫັນໜອງປານັ້ນມີປາຫຼາຍ ກໍບິນແວະລົງໄປ ປະສົງຈະໄດ້ກິນປາ, ສ່ວນພວກປາທັງຫຼາຍເຫັນນົກຍາງ ກໍເຕືອນກັນ ບໍ່ໃຫ້ອອກມາບ່ອນແປນ. ນົກຍາງບໍ່ໄດ້ກິນປາຢູ່ແຄມໜອງດ້ານນີ້ກໍ່ບິນໄປດ້ານອື່ນ ແລ້ວເຮັດອຸບາຍເປັນທຸກ ຢືນຂາດຽວ, ມີນ້ຳຕາຍ້ອຍອອກ, ເຫັນປານ້ອຍລອຍມາໃກ້ຜ່ານໄປມາຕາມວ່າງຂາກໍ່ບໍ່າສວບກິນ, ປາໃຫຍາໂຕນຶ່ງມາເຫັນອາການນົກຍາງອາການນົກຍາງເປັນດັ່ງນັ້ນກໍ່ຄິດປະຫຼາດໃຈ ຈຶ່ງຮ້ອງຖາມແຕ່ໄກວ່າ: ”ເຫດໃດທ່ານຈຶ່ງມາຢືນໂສກເສົ້າເຫງົາຫງ່ວມ ບໍ່ກິນອາຫານ?”
ນົກຍາງຕອບ: ”ດູລາປາ ຂໍທ່ານຈົ່ງຟັງຂ້າພະເຈົ້າກ່ອນ, ຂ້າພະເຈົ້ານີ້ ແຕ່ກ່ອນບໍ່ເຄີຍກິນປາເປັນອາຫານ, ບັດນີ້ໄດຮັບສິນມາຈາກທ່ານ ມຸນີ ທີ່ຢູ່ໃນປ່າຫິມມະພານ ທ່ານສອນໃຫ້ງົດເວັ້ນກນຂ້າສັດເສຍ ເພາະເປັນບາບ. ຂ້າພະເຈົ້າຈຶ່ງໄດ້ງົດເວັ້ນບໍ່ກິນສັດເປັນອາຫານຕັ້ງແຕ່ນັ້ນມາ, ພ້ອມກັບໄດ້ຮຽນທຳຫຼາຍຂໍ້ ຈຶ່ງເປັນຜູ້ມີໃຈກະລຸນາ.
ມື້ນີ້ຂ້າພະເຈົ້າມາຈາກ ອຸຕະນະຄອນ ໄດ້ຍິນຄຳສັ່ງຂອງພະຍາເມືອງນັ້ນວ່າ ຈະໃຫ້ພວກພານແຫມາຫາປາໃນໜອງນີ້ຂ້າພະເຈົ້າໄດ້ຍິນຄຳນັ້ນ ກໍ່ມີຄວາມສົງສານພວກສູເຈົ້າເປັນອັນມາກ ຈຶ່ງໄດ້ມາບອກ.
ປາທັງຫຼາຍໄດ້ຍິນນົກຍາງເວົ້າດັ່ງນັ້ນກໍ່ມີຄວາມຕົກໃຈຢ້ານ ຈຶ່ງເວົ້າວິງວອນນົກຍາງວ່າ: ”ຂ້າແຕ່ທ່ານນົກຍາງ ຖ້າແມ່ນຈິງຄືຄວາມທ່ານເວົ້າແທ້ ທ່ານຄິດເຫັນຈັ່ງໃດແດ່ໃນການທີ່ຈະຊ່ວຍເຫຼືອພວກຂ້າພະເຈົ້າ?” ນົກຍາງຕອບວ່າ: ”ມີໜອງໃຫຍ່ແຫ່ງນຶ່ງຢູ່ທາງປະເທດ ທັກສິນາບົດ, ນ້ຳກໍ່ເລິກ ແລະ ໃສສະອາດດີ. ຖ້າພວກທ່ານຍ້າຍໄປຢູ່ໜອງນັ້ນໄດ້ ກໍ່ຈະພົ້ນຈາກໄພ”.
ປາຖາມ: ”ເຮັດແນວໃດ ພວກຂ້າພະເຈົ້າຈຶ່ງຈະໄປໄດ້?”
ນົກຍາງຕອບ: ” ຖ້າພວກເຈົ້າເຊື່ອໃຈຂ້າພະເຈົ້າ, ຂ້າພະເຈົ້າກໍ່ຈະພາໄປ ໂດຍຄາບພວກທ່ານໄປເທື່ອລະໂຕ”.
ປາທັງຫຼາຍປຶກສາກັນ ຕົກລົງໃຫ້ນົກຍາງພາປາໂຕນຶ່ງໄປເບີ່ງກ່ອນ. ຖ້າມີຈິງແທ້ໃຫ້ຄືນມາບອກ, ເມື່ອຕົກລົງກັນແລ້ວ ນົກຍາງກໍ່ຄາບປາໂຕນັ້ນພາໄປເຖິງໜອງໃຫຍ່ ອັນເປັນປະເທດ ທັກສິນາບົດ ແລະ ປ່ອຍປາໂຕນັ້ນລົງໄປໃນໜອງ ໃຫ້ລອຍຫຼິ້ນຕາມສະບາຍໃຈ ແລ້ວກໍ່ພາກັບຄືນມາໜອງເດີມ. ປາໂຕນັ້ນ ກໍ່ບອກເຫຼົ່າຝູງປາທັງຫຼາຍ ຕາມທີ່ຕົນໄດ້ເຫັນມາ; ຝູງປາໄດ້ຮູ້ດັ່ງນັ້ນ ກໍ່ຊ້ອງຊໍກັນເຂົ້າມາ ຂໍໃຫ້ນົກຍາງພາໄປ ນົກຍາງໄດ້ທ່າ ຈຶ່ງຄາບປາໃນໜອງນັ້ນໄປກິນເທື່ອລະໂຕ ເທື່ອລະໂຕ ຈົນປາຢູ່ໜອງໝົດ.
ໃນຄັ້ງນັ້ນ ມີປູໃຫຍ່ໂຕນຶ່ງ ຊື່ ຈັນທາລະກັດກະຕະ ມັນເຫັນນົກຍາງຄາບປາໄປດັ່ງນັ້ນທຸກວັນ ກໍມີຄວາມສົງໄສ ຄຶດໃນໃຈວ່າ: ”ນົດຍາງໂຕນີ້ຫຼອກເອົາພີ່ນ້ອງກູໄປກິນໝົດແລ້ວຫຼື? ກູລອງໄປເບີ່ງເອງກ່ອນນາ” ຄຶດແລ້ວຈຶ່ງເຂົ້າໄປຫານົກຍາງ ແລະ ເວົ້າອ້ອນວອນວ່າ ”ດູລາທ່ານນົກຍາງ ທ່ານຈົ່ງເມດຕາຂ້າພະເຈົ້າໄປນຳແດ່” ນົກຍາງເຫັນກໍ່ຄິດວ່າ ”ປານີ້ກູໄດ້ກິນທຸກວັນ ທຸກວັນ ຈົນເປີດແລ້ວ (ຈົນເບື່ອ) ສ່ວນປູຍັງບໍ່ທັນໄດ້ລອງເບີ່ງ ມື້ນີ້ກູຈະລອງຊີມອ້າຍປູນີ້ລອງເບີ່ງກ່ອນນາ”. ຄິດແລ້ວກໍ່ຮັບຮອງວ່າຈະພາປູໄປ ແຕ່ພໍອ້າງປາກຈະຄາບເອົາປູ, ປູສະຫຼາດຈຶ່ງເວົ້າກັບນົກຍາງວ່າ: ”ຂ້າພະເຈົ້າລອກຄາບໃໝ່, ອອງຍັງອ່ນຢູ່, ເມື່ອທ່ານຄາບແຮງ ອອງຂອງຂ້າພະເຈົ້າກໍ່ຈະແຕກ, ປະການໜຶ່ງ ຂ້າພະເຈົ້າຢ້ານທ່ານຄາບບໍ່ໝັ້ນ ແລ້ວຂ້າພະເຈົ້າກໍ່ຈະຕົກຕາຍ. ສະນັ້ນຂໍທ່ານກະລຸນາໃຫ້ຂ້າພະເຈົ້າໄດ້ຄາບຄໍທ່ານໄປເຖີ້ນ.
ນົກຍາງບໍ່ຮູ້ກົນອຸບາຍຂອງປູ ກໍ່ຍອມໃຫ້ປູຄາບຄໍ ແລ້ວພາໄປເຖິງບ່ອນທີ່ຕົນເຊົາກິນປາ ພໍພາແວະລົງ. ປູແລເຫັນກ້າງປາເຕັມຢູ່ໃນທີ່ນັ້ນກໍ່ຮູ້ທັນທີວ່ານົກຍາງເອົາປາ ມາກິນໃນທີ່ນີ້ ຈຶ່ງໜີບຄໍນົກຍາງໃຫ້ແໜ້ນເຂົ້າແລ້ວເວົ້າຂູ່ນົກຍາງວ່າ ”ມຶງຈົ່ງພາກູຄືນໄປໜອງເກົ່າຂອງກູດຽວນີ້ ກູຈຶ່ງຈະວາງຄໍມຶງ ບໍ່ດັ່ງນັ້ນມຶງຕ້ອງຕາຍ ນົກຍາງເຈັບຫຼາຍຈຶ່ງພາປູບິນກັບຄືນໄປ ພໍໄປເຖິງໜອງປູກໍ່ໜີບຄໍນົກຍາງຂາຍຕາຍກັບບ່ອນ.