ຂຽນເມື່ອ: ທ.ວ.. 2, 2012
| ມີ
1 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
2 ທັນວາມາຮອດແລ້ວ...............ວັນແວ່ນແກ້ວແຫ່ງຊາວລາວ ສຽງລາວແວວວາວໃສ................ໃຕ້ການນຳພັກປະຊາລາວສ້າງ ປວງຊົນລາວເອກອ້າງ................ຢູທ່າງສ້າງເມືອງບ້ານໃຫ້ເຮືອງຮຸ່ງ ຊູຄັນທຸງວົງເດືອນຂຶ້ນ.................ເມືອງລາວນີ້ຮຸ່ງຈະເລີນ
ຂໍອັງເຊີນພອນແກ້ວ...................ທັງສີ່ປະການຄື ອາຍຸ ວັນນະ ສຸຂະ ພະລະ ເພື່ອມອບແດ່ຜູ້ນຳເຮົາ................ພອນຈົ່ງໄປໜູນຍູ້ ທ່ານຜູ້ນຳທຸກທົ່ວໜ້າ..................ຈົ່ງເບີກບານຊ້ອຍຊື່ນ ຄວາມສຸກມີໝື່ນລົ້ນ....................ຈົ່ງເກີດມີແກ່ທຸກທ່ານ ນັ້ນທ້ອນ!!!! (ຂຽນໃນເວັບບອດ,,,,,,,,,,ກອັບມາໃສ່ໄດອະຣີ)
|
ຂຽນເມື່ອ: ພ.ຈ.. 15, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ອື່ນ ໆ
ຊາຍໄວກາງຄົນຜູ້ທີ່ເຕັມໄປດ້ວຍຄວາມໂລບ ໄດ້ມີໂອກາດລົມກັບພຣະ ຈຶ່ງສວຍໂອກາດຖາມດ້ວຍຄວາມຢາກຮູ້ ຊາຍໜຸ່ມ: ນະມັດສະການທ່ານອາຈານ 100 ປີ ເມືອງມະນຸດຖ້າທຽບໃສ່ ເວລາເມືອງສະຫວັນ ຈະດົນປານໃດ ພຣະ: 1 ນາທີເທົ່າເອງ ຊາຍໜຸ່ມ: ໂອໂຫ່,,,,,,,ແລ້ວ 100 ລ້ານກິບເດ່ລະ ພຣະອາຈານ ພຣະ: ເທົ່າ 1 ກີບເທົ່າດອກໂຍມ ຊາຍໜຸ່ມ: ວ້າວ,,,,,,,,ຖ້າຢ່າງນັ້ນ ຂະນ້ອຍຂໍເງິນພຣະອາຈານ ຜູ້ມີແຕ່ຄວາມເມດຕາຈັກ 5 ກີບ ໄດ້ບໍ່? ພຣະ: ໄດ້ ແຕ່ຕ້ອງຖ້າ 10 ນາທີ່ ນະໂຍມ
|
ຂຽນເມື່ອ: ສ.ຫ.. 4, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
”ຄວາມສຸກ”ຢູ່ທີ່ຕົວເຮົາຄິດ ”ຊີວິດ”ຢູ່ທີ່ຕົວເຮົາປັ້ນ ”ຄວາມຝັນ”ຢູ່ທີ່ຕົວເຮົາສ້າງ ”ທຸກສິ່ງທຸກຢ່າງຢູ່ທີ່”ຕົວເຮົາເອງ”
|
ຂຽນເມື່ອ: ສ.ຫ.. 2, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
|
ຂຽນເມື່ອ: ມ.ສ.. 7, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຢ່າບູຊາສິ່ງທີ່ບໍ່ຄວນບູຊາ ເພາະຈະນຳໄປສູ່ຄວາມງົມງວາຍຫລົງຜິດຈິດຂຸ່ນມົວ ກາຍເປັນຄົນພານໄປເຊິ່ງຈິເຮັດໄດ້ດັ່ງນີ: 1. ຄວນບູຊາຄົນພານ ຄືບໍ່ຍ້ອງຍໍ ບໍ່ເຊີດຊູ ບໍ່ສົ່ງເສີມບໍ່ສະໜັບສະໜູນຄົນພານເຖິງຈະມີຍົດສັກ ສະຖານະພາບສູງສົ່ງ ປານໃດກໍຕາມ 2. ບໍ່ບູຊາສິ່ງທີ່ເນື່ອງດ້ວຍຄົນພານ ເຊັ່ນ: ຮູບປັ້ນ, ຜົນງານ, ສິ່ງຂອງເຄື່ອງໃຊ້ຕ່າງໆຂອງຄົນພານ 3. ບໍ່ບູຊາສິ່ງທີ່ບູຊາແລ້ວບໍ່ເຮັດໃຫ້ເກີດສິຣິມຸງຄຸນ ບໍ່ເຮັດໃຫ້ເກີດປັນຍາ ເຊັ່ນ: ປ້າຍໂຄສະນາກ່ຽວກັບອະບາຍຍະມຸກໆລໆ ຢ່ານຳມາປະດັບເອ້ບ້ານ ເອ້ເຮືອນ 4. ບໍ່ບູຊາສິ່ງທີ່ບູຊາແລ້ວໂວ່ເຊັ່ນ: ຕົ້ນໄມ້ໃຫຍ່ ພູເຂົາສູງ ສານພະພູມ ຫໍນາງທຽມ ໝໍຜີ ພູດຜີປີສາດ ໆລໆ
|
ຂຽນເມື່ອ: ມ.ສ.. 4, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ສຳລັບນັກຮຽນ ນັກສຶກສາ ຫລື ນັກປະຕິບັດທັມ ຄວນສຳນຶກສະເໝີວ່າ ສິ່ງທີ່ເຮົາຈະຮຽນຮູ້ນັ້ນ ຖ້າເຮົາເທີດທູນບູຊາ ຕັ້ງໃຈຄ້ຳຈູນຮັກສາຢ່າງດີບໍ່ນຳໄປລໍ້ຫລິ້ນ ຫລື ເວົ້າຫລິ້ນ ຜົນການສຶກສາຮຳ່ຮຽນ ຕະຫລອດຈົນການປະຕິບັດທັມຂອງເຮົາ ຍ່ອມມີຄວາມຈະເລີນກ້າວໜ້າປະສົບຜົນສຳເລັດໄດ້ຢ່າງໜ້າອັດສະຈັນ ກົງກັນຂ້າມ ຖ້າເຮົາບໍ່ເຄົາລົບແຕ່ຫລົບຫລູ່ຄູອາຈານ ແລະ ສິ່ງທີ່ຈະຮຽນຮູ້ ຄວາມເຂົ້າໃຈ ຄວາມຊາບຊຶ້ງ ທີ່ຈະປະຕິບັດຕາມຄຳສອນນັ້ນໆ ກໍໝົດໄປ ເກີດຄວາມຮູ້ສຶກບໍ່ຢາກຮຽນບໍ່ຢາກສຶກສາ ແລະ ບໍ່ຢາກບູຊາ ເພາະຂາດສັດທາ ໃຈທີ່ຄວນຈະນຶກເຖິງບົດຮຽນ ກໍ່ມືດມົນເປັນການປິດກັ້ນຫົນທາງທີ່ຈະເຂົ້າເຖິງປັນຍາອັນຈະເປັນແສງສະຫວ່າງ ສອ່ງນຳຊີວິດ ໃຫ້ກ້າວໄປໃນທາງທີ່ຖືກທີ່ຄວນ ທີ່ຈະກ້າວໜ້າຍິ່ງຂຶ້ນໄປ
|
ຂຽນເມື່ອ: ມ.ສ.. 1, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
- ທາງກາຍ ບໍ່ວ່າຈະ ຢືນ ຍ່າງ ນັ່ງ ນອນ ຫລື ປະກອບກິດຈະການໃດໆກໍຕາມ ກໍຢູ່ໃນການສຳລວມ ເມື່ອຢູ່ຕໍ່ໜ້າທ່ານ ຫລື ສັນຍາລັກຕົວທນຂອງທ່ານ ເຊັ່ນຮູບປັ້ນດພາຍຖ່າຍ
- ທາງວາຈາ ສັນລະເສີນ ຍ້ອງຍໍ ຄຸນງາມຄວາມດີຂອງທ່ານທັງຕໍ່ໜ້າແລະລັບຫລັງ ເຊັ່ນ: ການສູດມົນບູຊາພຣະຣັດຕະນະໄຕຣ ການນຳຄຸນງາມຄວາມດີຂອງທ່ານໄປສັນລະເສີນ ໆລໆ
- ທາງໃຈ ຕາມລະລຶກນຶກເຖິງຄຳສັ່ງສອນຂອງທ່ານ ດ້ວຍຄວາມເຄົາລົບ ແລະ ຊາບຊຶ້ງ
ປະເພດຂອງການບູຊາ - ອາມິດຊະບູຊາ ຄືການບູຊາດ້ວຍສິ່ງຂອງ ເຊັ່ນ: ລູກລະນຶກເຖິງຄຸນຂອງພໍ່ແມ່, ສິດລະນຶກເຖິງຄຸນຂອງຄູອາຈານ ຈິ່ງບູຊາດ້ວຍການນຳຊັບສິນ ເງິນຄຳ ເຄື່ອງໃຊ້ ໆລໆ ໄປມອບໃຫ້ເປັນຕົ້ນ ການບູຊາພຣະຣັດຕະນະໄຕຣດ້ວຍດອກໄມ້ ທູບທຽນ ກໍ່ຈັດເປັນອາມິດສະບູຊາເຊັ່ນກັນ
- ປະຕິບັດບູຊາ ຄືການບູຊາດ້ວຍການຕັ້ງໃຈ ປະພຶດປະຕິບັດຕາມຄຳສັ່ງສອນຕາມແບບຂອງທ່ານ ເຊັ່ນ: ພະຍາຍາມກຳຈັດຄວາມໂລບ, ຄວວາມໂກດ, ຄວາມຫລົງ ດ້ວຍການໃຫ້ທານ ຮັກສາສິນ ແລະ ຈະເລີນພາວະນາ ຕາມຄຳສັ່ງສອນຂອງທ່ານ ການປະຕິບັດບູຊານີ້ ຈັດເປັນ ການບູຊາສູງສຸດເພາະເປັນວິທີຈະເຮັດໃຫ້ ກາຍ ວາຈາ ແລະ ໃຈ ໃສສະອາດ ເປັນບັນດິດນຳທ່ານໄດ້ໂດຍໄວ
|
ຂຽນເມື່ອ: ມ.ນ.. 31, 2012
| ມີ
2 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ນອກຈາກບຸກຄົນທີ່ກ່າວກ່ອນແລ້ວ ບັນດິດທີ່ມີເພດຖານະສູງເກີນກວ່າທີ່ຈະຄົບ ໃນຖານະຜູ້ສະເໝີກັນໄດ້ ລ້ວນຈັດເປັນບຸກຄົນທີ່ຄວນແກ່ການບູຊາທັງໝົດ ວັດທີ່ເນື່ອງດ້ວຍທ່ານເຫລົ່ານີ້ ກໍຈັດເປັນສິ່ງທີ່ຄວນບູຊາເຊັ່ນເພາະເມື່ອເຮົາບູຊາວັດຖຸເຫລົ່ານີ້ແລ້ວ ກໍເຮັດໃຫ້ເຮົາລະນຶກເຖິງຄຸນງາມຄວາມດີຂອງບຸກຄົນທີ່ວັດຖຸນີ້ກ່ຽວຂ້ອງດ້ວຍ ຕົວຢ່າງ: - ວັດຖຸທີ່ເນື່ອງດ້ວຍພຣະພຸດທະເຈົ້າເຊັ່ນ: ພຣະທັມຄຳສອນຂອງພຣະອົງ ພຣະບໍລົມສາລີລິກະທາດ ສັງເວສະນິຍະສະຖານ
- ວັດຖຸເນື່ອງດ້ວຍພຣະສົງ ເຊັ່ນ: ພຣະທາດ ພຣະສົງສາວົກ
- ຄຳສັ່ງສອນ, ຮູບພາບຂອງບິດາມານດາ, ຄູບາອາຈານ, ຜູ້ບັງຄັບບັນຊາ, ຜູ້ນຳປະເທດ, ທີ່ຕັ້ງໃຈປະພຶດທັມ ເປັນບັນດິດ ຈັດເປັນວັດຖຸທີ່ຄວນບູຊາທັງນັ້ນ
|
ຂຽນເມື່ອ: ມ.ນ.. 29, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄືບຸກຄົນທີ່ມີຄຸນງາມຄວາມດີ ຄວນຄ່າແກ່ການລະນຶກເຖິງ ແລະ ຍຶດຖືເອົາເປັນແບບຢ່າງໃນການປະຕິບັດຕາມ ໄດ້ແກ່ຜູ້ມີສິນ ສະມາທິ ປັນຍາ ສູງກວ່າເຮົາເອງ ເຊິ່ງຈະພໍສະຫລຸບໄດ້ດັ່ງນີ້ - ພຣະພຸດທະເຈົ້າ ເປັນບັນດິດທີ່ປະເສີດທີ່ສຸດໃນໂລກ ຊົງໄວ້ດ້ວຍພຣະປັນຍາທິຄຸນ ພຣະກະລຸນາທິຄຸນ ແລະ ພຣະວິສຸດທິຄຸນ ຈັດເປັນບຸກຄົນທີ່ຄວນບູຊາຂອງພຸດທະສາສະນິກະຊົນທັງຫລາຍ
- ພຣະສົງ ຜູ້ປະພຶດດີປະພຶດຊອບກ່ອນແລ້ວ ຈິ່ງສອນໃຫ້ຜູ້ອື່ນປະພຶດປະຕິບັດຊອບນຳເປັນແບບຢ່າງ ຈັດເປັນບຸກຄົນທີ່ຄວນບູຊາຂອງພຸດທະສາສະນິກະຊົນທັງຫລາຍ
- ບິດາມານດາ ແລະ ຍາດຜູ້ໃຫຍ່ທີ່ມີຄວາມປະພຶດດີ ເປັນບັນດິດຢູ່ໃນຖານະເກີນກວ່າຈະຄົບ ຈັດເປັນບຸກຄົນທີ່ຄວນບູຊາ ຫລື ປູຊະນິຍະບຸກຄົນຂອງບຸດຫລານ
- ຄູບາອາຈານທີ່ມີຄວາມຮູ້ ຄວາມສະຫລາດ ມີການປະພຶດດີ ເປັນບັນດິດ ຢູ່ໃນຖານະເພີນກວ່າລູກສິດຈະຄົບຫາ ຈັດເປັນບຸກຄົນທີ່ຄວນແກ່ການບູຊາຂອງລູກສິດ
- ຜູ້ບັງຄົບບັນຊາທີ່ມີຄວາມປະພຶດດີ ຕັ້ງຢູ່ໃນທັມມະ ຈັດເປັນບຸກຄົນທີ່ຄວນແກ່ການບູຊາ ຂອງຜູ້ຢູ່ໃຕ້ບັງຄົບບັນຊາ
|
ຂຽນເມື່ອ: ມ.ນ.. 27, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຕົ້ນໄມ້ເມື່ອຍັງນ້ອຍເປັນເບ້ຍຢູ່ ຈຳເປັນຕ້ອງຫລັກຄ້ຳຊູໄວ້ ເພື່ອປ້ອງກັນບໍ່ໃຫ້ລົ້ມ ຮາກຂາດຕາຍເສຍກ່ອນ ສັນໃດ ຜູ້ທີ່ຫວັງຄວາມຈະເຣີນກ້າວໜ້າ ກໍຈຳເປັນຕ້ອງບູຊາຄົນທີ່ຄວນບູຊາ ໄວ້ເປັນຕົວຢ່າງແຫ່ງການດຳເນີນຊີວິດທີ່ຖືກຕ້ອງເປັນຫລັກປ້ອງກັນຄວາມເຫັນຜິດ ແລະ ອະກຸສົນລະກຳຕ່າງໆ ບໍ່ໃຫ້ຫວນກັບຄືນມາແຜ່ຂະຫຍາຍ ເກີດຂຶ້ນອີກໄດ້ ສັນນັ້ນ ການບູຊາຄືຫຍັງ? ການບູຊາ ຄືການເຫລື້ອມໃສ ຍົກຍ້ອງ ເຊີດຊູ ດ້ວຍກິຣິຍາອາການອັນສຸພາບທີ່ເຮົາສະແດງຕໍ່ຜູ້ທີ່ຄວນບູຊາ ທັງຕໍ່ໜ້າ ແລະ ລັບຫລັງການສະແດງຕໍ່ໜ້າເປັນການສະແດງໃຫ້ທ່ານຮູ້ວ່າ ເຮົາມີຄວາມເຄົາລົບແລະ ສຳນຶກຮູ້ໃນຄຸນນະທັມຄວາມດີທີ່ມີຢູ່ໃນຕົວຂອງທ່ານຢ່າງຈິງໃຈ ການສະແດງລັບຫລັງເປັນການເຕືອນເຮົາເອງ ໃຫ້ຜູກໃຈໄວ້ກັບຄຸນນະທັມອັນສູງສົ່ງຂອງທ່ານໃຫ້ເກີດຄວາມຮູ້ສຶກຢາກເຮັດນຳ ໃຈຂອງເຮົາຈະໄດ້ຍົກສູງຂຶ້ນ ແລະ ບໍ່ຫລົງໄຫລໄປໃນທາງທີ່ຊົ່ວຮ້າຍ ການບູຊາ ເປັນອຸບາຍຢ່າງໜຶ່ງ ສຳລັບໃຶກໃຈທີ່ຍັງຫຍາບກະດ້າງເພາະບໍ່ອາດຍອມຮັບຄຸນງາມຄວາມດີ ຂອງຜູ້ອື່ນໃຫ້ລະອຽດອ່ອນລົງ ຜູ້ທີ່ຍັງດ້ອຍປັນຍາ ຍັງບໍ່ເຂົ້າໃຈດີໃນຄຸນນະທັມຄວາມດີ ຂອງຜູ້ທີ່ຄວນບູຊາ ແຕ່ຫາກບໍ່ລື້ງເຄີຍກັບການບູຊາແລ້ວ ໃນທີ່ສຸດຍ່ອມສາມາດເບິ່ງເຫັນຄຸນນະທັມ ຄວາມດີທີ່ມີຢູ່ໃນຕົວຂອງຜູ້ທີ່ເຮົາເຄົາລົບບູຊາຢ່າງແທ້ຈິງ ຢາກເຮັດຄວາມດີໄປນຳທ່ານດ້ວຍ ຜູ້ໃຫຍ່ຈິ່ງຄວນສອນລູກຫລານ ໃຫ້ຮູ້ຈັກສູດມົນບູຊາພຣະລັດຕະນະໄຕຼ ເປັນການຝັງສັດທາຕັ້ງແຕ່ຍັງນ້ອຍ
|
ຂຽນເມື່ອ: ມ.ນ.. 26, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ບັນດິດມີ 2 ປະເພດ ໄດ້ແກ່: - ບັນດິດພາຍນອກ ຄືບຸກຄົນທົ່ວໄປ ບໍວ່າໃຜກໍຕາມທີ່ເປັນຜູ້ປະພຶດດີມີຄຸນນະທັມ ດຳເນີນຊີວິດດ້ວຍປັນຍາອັນຊອບ.
- ບັນດິດພາຍໃນ ຄືຕົວເຮົາເອງທີ່ຄິດດີ ເວົ້າດີ ແລະ ກະທຳດີນັ້ນເອງ ດັ່ງນັ້ນການຄົບບັນດິດພາຍໃນ ກໍຄືການພະຍາຍາມຝຶກຕົນໃຫ້ເປັນຜູ້ມີຈິດໃຈຜ່ອງໃສ ມີສະຕິສຳນຶກເຖິງແຕ່ຄວາມຄິດດີໆເພື່ອຄວາມສ້າງສັນ ມີຄຳເວົ້າດີໆ ເພື່ອຍົກຈິດໃຈຂອງຜູ້ເວົ້າ ແລະ ຜູ້ຟັງໃຫ້ສູງຂຶ້ນ ແລະ ມີການກະທຳດີໆ ເພື່ອປະໂຫຍດຕົນເອງແລະຜູ້ອື່ນ ເຊິ່ງເຮັດໄດ້ໂດຍການໝັ່ນຝຶກຝົນຕົນເອງ ໝັ່ນໃຫ້ທານ ຮັກສາສິນ ແລະ ຝຶກສະມາທິພາວະນາຢ່າງສະໝ່ຳສະເໝີ
|
ຂຽນເມື່ອ: ມ.ນ.. 19, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
- ກະຕັນຍູ ຮູ້ອຸປະກາລະຄຸນ ທີ່ເພິ່ນໄດ້ເຮັດຕໍ່ຕົນ
- ອັດຕະບໍລິສຸດ ທຳຕົນໃຫ້ບໍລິສຸດຈາກບາບ
- ປະລິສຸດທິ ເຮັດໃຫ້ຜູ້ອື່ນບໍລິສຸດຈາກບາບ
- ສັງຄະຫະ ສົງເຄາະຊ່ວຍເຫລືອແກ່ຊຸມຊົນທັງຫລາຍ
ບັນດິດມັກເຮັດໃນສິ່ງຕໍ່ໄປນີ້: - ບັນດິດມັກຊັກນຳໃນສິ່ງທີ່ຖືກຕ້ອງ ເຊັ່ນ: ການຊັກຊວນໃຫ້ເຊົາສູບຢາ ເຊົາດື່ມເຫລົ້າ ເຊົາຫລິ້ນການພະນັນ ຊວນໃຫ້ສູດມົນກ່ອນນອນ ໃຫ້ຮັກສາສິນ ໃຫ້ເຮັດວຽກການ ຫາກິນໃນທາງສຸດຈະຣິດ ເປັນຕົ້ນ
- ບັນດິດມັກເຮັດແຕ່ສິ່ງທີ່ເປັນທຸລະ ເປັນການບໍ່ກໍ່ກວນໃຜໆ ຮີບຮ້ອນເຮັດໜ້າທີ່ຂອງຕົນໃຫ້ສຳເລັດລຸລ່ວງໄປດ້ວຍດ້ວຍດີ ບໍ່ປ່ອຍວາງໃຫ້ຄ້າງຄາ ແລະ ບໍ່ລ່ວງເກີນວຽກງານໜ້າທີ່ຂອງຄົນອື່ນເວັ້ນແຕ່ຖືກຮ້ອງຂໍໃຫ້ຊ່ວຍ ຫລື ເຮັດເພື່ອການສົງເຄາະ
- ບັນດິດມັກເຮັດແຕ່ສິ່ງທີ່ຖືກທີ່ຄວນ ເຊັ່ນ: ມັກເວົ້າ ແລະ ເຮັດຢ່າງກົງໄປກົງມາ ມັກສົນທະນາທັມ ຊັງການນິນທາໃສ່ຮ້າຍປ້າຍສີ ມັກບຳເພັນຕົນໃຫ້ເປັນປະໂຫຍດທັງແກ່ຕົນເອງແລະຜູ້ອື່ນ ເປັນຕົ້ນ
- ບັນດິດເມື່ອຖືກກ່າວຕັກເຕືອນໂດຍດີຍ່ອມບໍ່ຄຽດ ເຊັ່ນ: ມີນິດໄສຖືເອົາຄວາມຖືກ ຄວາມດີ ແລະ ຄວາມມີປະໂຫຍດເປັນທີ່ຕັ້ງ ບໍ່ຖືຕົວໂອີອວດ ດື້ດ້ານ ແຕ່ເຫັນວ່າຜູ້ທີ່ເຕືອນຕົນ ຄື ຜູ້ທີ່ຊີ້ບອກຂຸມຊັບໃຫ້ ແລ້ວພະຍາຍາມແກ້ໄຂປັບປຸງຕົນເອງໃຫ້ດີຂຶ້ນ ຕາມຄຳແນະນຳນັ້ນໆ ໂດຍບໍ່ຄິດລັງກຽດວ່າຜູ້ທີ່ຕັກເຕືອນຕົນຈະມີອາຍຸ ຖານະ ສູງ ຫລື ຕ່ຳກວ່າຕົນ ຫາກມີຜູ້ອື່ນເຂົ້າໃຈຜິດເວົ້າລ່ວງເກີນບໍ່ສົມຄວນ ກໍ່ອົດທົນໄວ້ ບໍ່ຄຽດຕອບແຕ່ພະຍາຍາມຫາໂອກາດຊີ້ແຈງ ໃຫ້ເຂົ້າໃຈພາຍຫລັງ ຈຶ່ງເປັນການສ້າງຄວາມອົບອຸ່ນໃຈ ແລະ ເຢັນໃຈໃຫ້ແກ່ທຸກຄົນ
- ບັນດິດຍ່ອມຮັບຮູ້ລະບຽບວິໄນ ຮັກທີ່ຈະປະຕິບັດຕົນຕາມລະບຽບວິໄນຂອງໝູ່ຄະນະຢ່າງເຄັ່ງຄັດ ເພາະສຳນຶກວ່າວິໄນເປັນເຄື່ອງຍົກໝູ່ຄະນະໃຫ້ຈະເຣີນຂຶ້ນໄດ້ຢ່າງແທ້ຈິງ ເຮັດໃຫ້ໝູ່ຄະນະສະຫງົບຮຽບຮ້ອຍ ບໍ່ວຸ້ນວາຍ ເຮັດໃຫ້ເກີດຄວາມປະຫຍັດໄດ້ຢ່າງແທ້ຈິງ ໆລໆ ດັ່ງນັ້ນ ຈິ່ງຊັງຄວາມບໍ່ເປັນລະບຽບຮຽບຮ້ອຍ ຄວາມບໍ່ສະອາດ ເປິເປື້ອນ
(ຍາວໄປແດ່ອົດທົນອ່ານເອົານະ)
|
ຂຽນເມື່ອ: ມ.ນ.. 18, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ເນື່ອງຈາກບັນດິດເປັນຜູ້ມີຈິດໃຈຜ່ອງໃສ ມີຄວາມເຫັນຖືກ ດຳເນີນຊີວິດດ້ວຍປັນຍາ ສະຫລາດໃນການຊອກຫາເຫດຜົນ ຈຶ່ງມີລັກສະນະພິເສດສູງກວ່າຄົນທັງຫລາຍ 3 ປະການຄື:
- ມັກຄິດດີເປັນປົກກະຕິວິໄສ ໄດ້ແກ່ຄິດໃຫ້ທານຄິດໃຫ້ອະໄພຢູ່ສະເໝີ ບໍ່ຜູກພະຍາບາດ ຄິດເຫັນຖືກຕ້ອງຕາມຄວາມເປັນຈິງເປັນຕົ້ນ
- ມັກເວົ້າດີເປັນປົກກະຕິວິໄສ ໄດ້ແກ່ເວົ້າຄວາມຈິງ ເວົ້າຄວາມຜູກໄມຕຣີ ເວົ້າແຕ່ຄຳທີ່ມີປະໂຫຍດ ເວົ້າຖືກຕ້ອງຕາມກາລະເທສະ ແລະ ເວົ້າດ້ວຍຈິດທີ່ປະກອບດ້ວຍເມດຕາ
- ມັກສ້າງຄວາມດີເປັນປົກກະຕິວິໄສ ໄດ້ແກ່ ເວັ້ນຈາກການຂ້າກັນ ການລັກຂອງກັນ ບໍ່ປະພຶດຜິດໃນກາມ ພໍໃຈສະເພາະແຕ່ຄູ່ຄອງຂອງຕົນເທົ່ານັ້ນ
|
ຂຽນເມື່ອ: ມ.ນ.. 17, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ບັນດິດຄື ຄົນທີ່ມີຈິດໃຈຜ່ອງໃສເປັນປົກກະຕິວິໄສ ເຮັດໃຫ້ມີຄວາມເຫັນຖືກ ຍຶດຖືຄ່ານິຍົມທີ່ຖືກຕ້ອງ ສາມາດດຳເນີນຊີວິດຢູ່ໄດ້ດ້ວຍປັນຍາ - ເປັນຜູ້ຮູ້ດີ ຄືຮູ້ວ່າອັນໃດດີ ອັນໃດຊົ່ວ
- ເປັນຜູ້ຮູ້ຖືກ ຄືຮູ້ວ່າອັນໃດຖື ອັນໃດຜິດ
- ເປັນຜູ້ຮູ້ຊອບ ຄືຮູ້ສ່າອັນໃດເປັນບຸນ ອັນໃດເປັນບາບ
ບັນດິດເປັນໃຜກໍໄດ້ເຊັ່ນ: ອາດເປັນຜູ້ອ່ານໜັງສືບໍ່ອອກ ເປັນຊາວໄຮ່ຊາວນາ ອາດເປັນຄົນທີ່ມີການສຶກສາສູງ ຫລື ອາດເປັນຍາດຕິພີ່ນ້ອງຂອງເຮົາກໍໄດ້ ແຕ່ບໍ່ວ່າຈະເປັນໃຜກໍຕາມ ຈະຕ້ອງເປັນຜູ້ທີ່ມີຈິດ ໃຈຜ່ອງໃສຢູ່ສະເໝີ ແລະ ດຳເນີນຊີວິດຢູ່ໄດ້ດ້ວຍປັນຍາຄືເປັນຄົນດີນັ້ນເອງ ຄົນທົ່ວໄປມັກເເຂົ້າໃຈວ່າຜູ້ທີ່ຮຽນໜັງສືຈົນໄດ້ຮັບປະຣິນຍານັ້ນຄືບັນດິດ ແທ້ຈິງແລ້ວນັ້ນເປັນພຽງບັນດິດທາງໂລກເທົ່ານັ້ນ ຍັງບໍ່ແມ່ນບັນດິດທີ່ແທ້ຈິງເພາະຜູ້ທີ່ຮັບປະຣິນຍາແລ້ວຖ້າປະພຶດບໍ່ດີອາດໄປຕິດຄຸກຕິດຄາໄດ້ ແຕ່ບັນດິດທີ່ແທ້ຈິງຍ່ອມເປັນຜູ້ທີ່ັຕັ້ງໃຈລະຊົ່ວປະພຶດຊອບປະກອບແຕ່ຄວາມດີ ຄວາມຖືກຕ້ອງ ຄວາມສຸດຈະລິດ ສາມາດປ້ອງກັນຕົນ ໃຫ້ພົ້ນຈາກທຸກໄພ ຈາກຫ້ອງຂັງຕະຫລອດຮອດນາຣົກນຳດ້ວຍ ”ບັນດິດ ບໍ່ແມ່ນ ຜູ້ມີພຽງແຕ່ ປະຣິນຍາເທົ່ານັ້ນ ແຕ່ແມ່ນຄົນ ທີ່ອຸດົມດ້ວຍສິນ ສະມາທິ ປັນຍາຕ່າງຫາກ”
|
ຂຽນເມື່ອ: ມ.ນ.. 6, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
4. ການຮັກສາວິໄນ ຕ້ອງຄິດສະເໝີວ່າ ເຮົາເປັນພຣະໄດ້ເພາະມີວິໄນຖ້າຖອດວິໄນອອກແລ້ວ ເຖິງຈະໂກນຫົວນຸ່ງຜ້າເຫລືອງກໍ່ບໍ່ແມ່ນພຣະແລ້ວ ຊາວພຸດຍັງຖືວ່າພວກນີ້ເປັນໂຈນຜຸ້ນສາສະໜາອີກດ້ວຍ ບໍ່ດັ່ງນັ້ນສິກອອກມາກໍ່ຈະມາເສຍໃຈຈົນຕາຍວ່າ ບວດເສຍຜ້າເຫລືອງຊື່ໆ 5. ການປະພຶດທັມ ຄວນໃຊ້ເວລາທັງໝົດໃນການສຶກສາພຣະທັມວິໄນ ແລະ ເຮັດສະມາທິ ສຶກສາທັມມະ ງົດເວັ້ນການສົນທະນາໂອ້ລົມເຮຮາບໍ່ມີສາລະ 6. ການສົງເຄາະສັງຄົມ ພຣະບວດ 3 ເດືອນ ຄວນເນັ້ນປະໂຫຍດສ່ວນຕົນຄື ການປະພຶດປະຕິບັດທັມເປັນຫລັກ ແລະ ກໍຫາເວລາຊ່ວຍເຫລືອງານໝູ່ຄະນະພ້ອມ ແຕ່ຕ້ອງບໍ່ໃຫ້ເສຍການປະຕິບັດທັມ ຖ້າຈະສົງເຄາະຍາດໂຍມກໍ່ຂໍໃຫ້ຕັ້ງໃຈປະຕິບັດຕົວໃຫ້ດີ ບິນທະບາດກໍ່ໃຫ້ເປັນລະບຽບ ຈະຍ່າງຈະເດີນກໍ່ໃຫ້ມີກິລິຍາສຳລວມເປັນທີ່ຕ້ັງແຫ່ງສັດທາ ໃຫ້ຍາດໂຍມເຂົາເຫັນເປັນຕົວຢ່າງໃນຄວາມມີວິໄນແລະຄວາມສຳລວມຕົນ
|
ຂຽນເມື່ອ: ມ.ນ.. 4, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ບໍ່ຄົບຄົນພານ ໃບໄມ້ທີ່ຫໍ່ປາເນົ່າ ຍ່ອມຕິດແປດ ຍ່ອມເປື້ອນເປິ ເນົ່າເໝັນໄປນຳກັນ ສັນໃດ ຜູ້ທີ່ຄົບຄັນພານກໍ່ຍ່ອມຖືກເສຍຊື່ສຽງຕິດຄວາມເປັນພານເສື່ອມເສຍເດືອດຮ້ອນໄປດ້ວຍກັນ ສັນນັ້ນ ຄົນພານແມ່ນໃຜ? ຄົນພານແມ່ນຄົນທີ່ມີຈິດໃຈຂຸ່ນມົວເປັນປະຈຳ ເປັນຜົນໃຫ້ມີຄວາມເຫັນຜິດໆ ແລະ ມີນິດໄສເສຍ ຄືບໍຮູ້ອັນໃດດີ ອັນໃດຊົ່ວ ອັນໃດຄວນ ອັນໃດບໍ່ຄວນເຊັ່ນ ບັນດິດເຫັນ ເຫລົ້າ ວ່າເປັນຂອງຈັງໄຮ ຮັດໃຫ້ຂາກສະຕິ ນຳຄວາມເສື່ອມເສຍມາໃຫ້ນາໆປະການ ແຕ່ຄົນພານກັບເຫັນເປັນຂອງອັນເລີດເປັນເຄື່ອງເຮັດໃຫ້ມິດຕະພາບມີຄວາມແໜ້ນແຟ້ນ ດັ່ງນີ້ເປັນຕົ້ນ ຄົນພານເປັນຄົນຄືກັນກັບເຮົາຄື ມີຮ່າງກາຍ ປະກອບດ້ວຍເລືອດເນື້ອຄືກັບເຮົາແລະ ອາດມີຄວາມສຳພັນກ່ຽວຂ້ອງກັບເຮົາກໍໄດ້ ເຊັ່ນວ່າ: ຍາດພີ່ນ້ອງກັນ, ເປັນສາມີພັນລະຍາ, ຄູບາອາຈານ ໆລໆ ອາດເປັນຜູ້ມີການສຶກສາສູງ ອາດມີຕຳແໜ່ງການງານສູງ ອາດມີພັກພວກຫລວງຫລາຍ ຫລື ອາດເປັນນັກບວດ ເປັນພຮະພິກຂຸສົງກໍເປັນໄດ້ໆລໆ ແຕ່ບໍ່ວ່າຈະເປັນຫຍັງກໍຕາມມີຄວາມສຳພັນກັບເຮົາຫລືບໍ່ກໍຕາມ ຂຶ້ນຂື່ວ່າ ເປັນຄົນພານແລ້ວເຖິງແມ່ນຈະມີຄວາມຮູ້, ມີຄວາມສາມາດກໍບໍ່ໃຊ້ຄວາມຮູ້ຄວາມສາມາດໄປໃນທາງທີ່ຖືກ ທີ່ຄວນ ເພາະເຂົາຕ້ານຕໍ່ຄວາມດີ ຄືກັນກັບຄົນໄຂ້ຈັບໜາວຕ້ານຕໍ່ຄວາມເຢັນ
|
ຂຽນເມື່ອ: ມ.ນ.. 3, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄົນລາວຊາວພຸດນິຍົມບັນພະຊາອຸປະສົມບົດ ເທື່ອອາຍຸຄົບ 20 ປີ ຈັດເປັນການຝຶກການປະພຶດພົມມະຈັນທີ່ໄດ້ຜົນດີວິທີໜຶ່ງ ຈິ່ງຄວນທີ່ພວກເຮົາຈະໄດ້ຮູ້ເລື່ອງກ່ຽວກັບການບັນພະຊາອຸປະສົມບົດໄວ້ແດ່ ດັ່ງນີ້: 1. ອາຍຸຂະນະບວດ ພວກເຮົາຖ້າມີເວລາຄວນຫາໂອກາດບັນພະຊາເປັນສາມະເນນ ຫລື ຈົວຈັກໄລຍະໜຶ່ງ ຄື ອາຍຸລະຫວ່າງ 15-20 ປີ ເພາະໄລຍະນີ້ພາລະໜ້າທີ່ຍັງໜ້ອຍຢູ່ ຍັງບໍ່ມີຄວາມກັງວົນຫລາຍ ຈະມີຄວາມກ້າວໜ້າໃນການປະພຶດທຳໄວ ຫລື ບໍ່ດັ່ງນັ້ນກໍຄວນຫາເລາທີ່ເໝາະສົມໃນການບວດພຣະ ເມື່ອອາຍຸ 20-25 ປີ ຫລື ເວລາອືນທີ່ສະດວກ ແຕ່ບໍ່ຄວນລໍຖ້າຈົນອາຍຸແກ່ຫລາຍເກີນໄປ ເພາະສັງຂານຈະບໍ່ອຳນວຍ ຈະລຸກຈະນັ່ງຈະຝຶກສະມາທິກໍບໍ່ສະດວກ ຍິ່ງກວ່ານັ້ນອາຍຸແກ່ແລ້ວມັກຈະມີທິດຖິ ຖືວ່າຜ່ານມາຫລາຍໂລກ ເວົ້າຍາກສອນຍາກຄື ກັບໄມ້ແກ່ກາຍເບັດ 2. ໄລຍະເວລາທີ່ບວດ ອາດບວດໃນຍາມເຂົ້າພັນສາຈັກ 3 ເດືອນ ຫລື ບວດໃນຍາມພັກພາກຮຽນ 1-2 ເດືອນ ບວດໃນເວລາທີ່ສະດວກລາພັກການໄດ້ ຫລື ບວດຕະຫລອດຊີວິດກໍໄດ້ ແຕ່ຄວນບວດຫລາຍກວ່າ 1 ເດືອນ ເພາະຈະໄດ້ມີເວລາສຶກສາພຣະທັມວິໄນພໍສົມຄວນ 3. ການເລືອກສຳນັກບວດ ຂໍ້ນີ້ສຳຄັນຫລາຍ ການບວດຈະໄດ້ຜົນພຽງໃດຂຶ້ນຢູ່ກັບສຳນັກບວດນັ້ນເອງ ການເລືອກສຳນັກບວດຄວນເລືອກສຳນັກທີ່ມີການເຂັ້ມງວດເຄັ່ງຄັດໃນການປະພຶດທັມ ແລະ ເຄັ່ງຄັດຕໍ່ພຣະທັມວິໄນ ສຳນັກທີ່ດີພຣະອຸປັດຊາອາຈານມີການອົບຮົມສັ່ງສອນພຣະໃໝ່ຢູ່ຕະຫລອດ ມີການໃຫ້ໂອວາດຊຸກຍູ້ໃນການປະຕິບັດທັມ ມີການໃຫ້ໂອວາດທີ່ຂ້ຽວເຂັນໃຫ້ປະພຶດທັມຈົນບໍ່ມີເວລາໄປຟຸ້ງຊ່ານກັບເລື່ອງອື່ນ ແບບນີ້ຈິ່ງດີ ສ່ວນສຳນັກໃດປ່ອຍປະລະເລີຍບວດແລ້ວບໍ່ສົນໃຈ ປ່ອຍໃຫ້ຕາມສະບາຍ ບາງເທື່ອ ຕັ້ງແຕບວດຈົນສິກພຣະບວດໃໝ່ບໍ່ໄດ້ສົນທະນາທັມກັບພຣະອຸປັດຊາເລີຍ ແບບນີ້ໃຊ້ບໍ່ໄດ້ເສຍເວລາໃນການບວດຊື່ໆ ການທີ່ເຮົາບວດກໍ່ເພື່ອມຸ່ງຫວັງ ຈະຝາກຕົນໃຫ້ທ່ານອົບຮົມສັ່ງສອນ ຖ້າທ່ານບໍ່ເອົາໃຈໃສ່ເຮົາແລ້ວ ຈະບວດໄປເຮັດຫຍັງ ບຸນກຸສົນບໍ່ໄດ້ຢູ່ທທີ່ຜ້າເຫລືອງເທົ່ານັ້ນ(ຕິດຕາມສະບັບໜ້າ)
|
ຂຽນເມື່ອ: ມ.ນ.. 2, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ມຸງຄືຫຍັງ? ຄຳວ່າ ມຸງຄຸນ ຮວມຄວາມໄດ້ວ່າ ເຫດແຫ່ງຄວາມສຸກຄວາມຈະເຣີນກ້າວໜ້າຂອງທຸກຊີວິດ ເຫດທີ່ຕ້ອງຮຽນຮູ້ມຸງຄຸນຊີິວິດ ມີສິ່ງທີ່ຕ້ອງຄິດຢູ່ຢ່າງໜຶ່ງຄື: ການເກີດມາເປັນຄົນ ແລະ ກໍພຽງແຕ່ສຶກສາຫາຄວາມຮູ້ສູງໆເພື່ອໃຫ້ມີສະຕິປັນຍາ ທີ່ຈະຫາລ້ຽງຊີບໃຫ້ສະດວກສະບາຍໂດຍບໍ່ຂັດຂ້ອງເທົ່ານີຍັງບໍ່ພໍ ເພາະຍັງບໍ່ແນ່ໃຈວ່າຈະຫາຄວາມສຸກໄດ້ຫລືບໍ່? ເພາະຄວາມຮູ້ທີ່ມີຢູ່ໃນໂລກໂດຍທົ່ວໄປແລ້ວ ເປັນພຽງຄວາມຮູ້ພຽງແຕ່ລ້ຽງປາກລ້ຽງທອ້ງຄື: ລ້ຽງສ່ວນທີ່ເປັນຮ່າງກາຍເທົ່ານັ້ນ ແຕ່ສ່ວນທີ່ເປັນໃຈນັ້ນຍັງບໍ່ໄດ້ລ້ຽງເທື່ອ ເນື່ອງໃຈາກຄົນເຮົາມີເລື່ອງສຳຄັນຢູ່ 2 ສ່ວນຄື ກາຍກັບໃຈ ໃນເມື່ອກາຍຕ້ອງການອາຫານໄປລ້ຽງເພື່ອໃຫ້ພົ້ນຈາກຄວາມຫີວ ແລະ ບຳລຸງຮ່າງກາຍໃຫ້ເກີດຄວາມຈະເຣີນເຕີບໂຕໃຫຍ່ຂຶ້ນ ໃຈກໍ່ເຊັ່ນດຽວກັນຕ້ອງກາອາຫານຄືທັມມະມາຫລໍ່ລ້ຽງ ເພື່ອເປັນເຄື່ອງຍຶດໝັ້ນໃຫ້ພົ້ນຈາກຄວາມໂລບ, ຄວາມໂກດ, ຄວາມຫລົງ ແລະ ເພື່ອຍົກລະດັບຈິດໃຈຂອງເຮົາໃຫ້ສູງຂຶ້ນ ຈະໄດ້ພົບຄວາມສຸກຄຽງຄູ່ກັນໄປກັບການປະກອບອາຊີບ ດຳລົງຊີບິດປະຈຳວັນ
|
|
|