
ຂຽນເມື່ອ: ສ.ຫ.. 11, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ຍີ້ມບໍ່ຕ້ອງລົງທືນ ຜູ້ຮັບໄດ້ກຳໄລ ຜູໃຫ້ກໍ່ບໍ່ຂາດທືນ
ຍີ້ມພຽງໜ້ອຍດຽວ ແຕ່ຈະຝັງໄວ້ໃນຄວາມຊົງຈຳຂອງຜູ້ຮັບຫຼອດການ
ຍີ້ມບໍ່ມີຄົນຮັ່ງມີຄົນໃດບໍ່ຢາກໄດ້ ແລະ ບໍ່ມີຄົນຍາກຈົນຄົນໃດບໍ່ຢາກຮັບ
ຍີ້ມຈະເຮັດໃຫ້ຢູ່ເຢັນເປັນສຸກໃນຄອບຄົວ ສະໝານໄມຕີໃນທຸລະກິດ ເປັນສັນຍານແຫ່ງມິດຕະພາບ
ຍີ້ມເຮັດໃຫ້ຄົນເມື່ອຍຊື່ນໃຈ ເປັນແສງສະຫວ່າງຂອງຄົນໝົດຫວັງ ເປັນແສງຕາວັນຂອງຄົນເຫງົາຫງອຍ ແລະ ເປັນຢາວິເສດຂອງຄົນເສົ້າສ້ອຍ