ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ນາງຄົນດຽວ.......ທີ່ອ້າຍຮັກ.........ສຸດຫົວໃຈ

ນາງຄົນດຽວ.......ທີ່ທຳໃຫ້............ອ້າຍມີຫັວງ

ນາງຄົນດຽວ.......ທຳໃຫ້ອ້າຍ........ມີພະລັງ

ນາງຄົນດຽວ.......ເປັນເສັ້ນທາງ.....ແຫ່ງຄວາມຝັນ

 

ຢາກຈະບອກ.....ນາງໃຫ້ຮູ້...........ຢູ່ແກ່ໃຈ

ຢາກຈະບອກ.....ຍອດຊາມໄວ......ອ້າຍຮັກໝັ້ນ

ຢາກຈະບອກ....ວ່າອ້າຍຮັກ.........ປັກຈອມຂັວນ

ຢາກຈະບອກ.....ຊົ່ວນິຣັນ...........ບໍ່ເຊື່ອມຄາຍ

 

ຂໍສາບານ.........ຈະຮັກໝັ້ນ........ນານເທົ່າຟ້າ

ຂໍສາບານ.........ຕໍ່ເທວາ............ຟ້າທັງຫຼາຍ

ຂໍສາບານ.........ຈະຮັກເຈົ້າ.........ເທົ້າວັນຕາຍ

ຂໍສາບານ.........ຈະຮັກໄປ...........ຊົ່ວນີຣັນ.

 

ສະລັກໃຈ:

5~31~2010

Delicious Digg Fark Twitter
ຄຳເຫັນ (9)