ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອ້າຍ ຕັດໃຈ ໃຫ້ນວນນ້ອງ ຕ້ອງເລືອກທາງ

ຍອມ ໝົ່ນໝາງ ເຖິງອ້າງວ້າງ ອ້າຍຍອມທົນ

ຫຼີກ ທາງໃຫ້ ອ້າຍຈໍາໃຈ ໜີໃຫ້ພົ້ນ

ທາງ ໜ້າມົນ ຈົ່ງຣາບຣື່ນ ຊື່ນສຸກສົມ

 

ໃຫ້ ຄົນດີ ຈົ່ງມີຮັກ ສະລັກໃຈ

ນ້ອງ ຈົ່ງໄດ້ ດັ່ງໃຈຝັນ ໝັ້ນພິຣົມ

ເດີນ ທາງໃໝ່ ທີ່ແຈ່ມໃສ ຢ່າໄດ້ລົ້ມ

ໄປ ໃຫ້ສົມ ດັ່ງໃຈຄິດ ຈິດມຸ້ງຫັວງ

 

 

ໂດຍ: ສະລັກໃຈ

Delicious Digg Fark Twitter
ຄຳເຫັນ (3)