
ຂຽນເມື່ອ: ສ.ຫ.. 16, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)

_ ສາລິກາກູ່ຮ້ອງ ສຽງສົ່ງ ເຕືອນໄກ
ກ່ອນພາກຄູ່ມັນໄປ ຍັງສົ່ງສຽງດັງກ້ອງ
ບາດວ່ານ້ອງພາກອ້າຍ ຄໍາດຽວບໍ່ເອີ້ນສັ່ງ
ປ່ອຍໃຫ້ອ້າຍຜິດຫັວງ ນັ່ງໂສກາໂສກເສົ້າ ເພາະຕົວເຈົ້າ ບໍ່ສັ່ງລາ...ນີ້ແລ້ວ
_ ມືນຕາຫາຍໄປຈ້ອຍ ມິດຊ່ອຍມ່ອຍ ບໍ່ເຫັນກັບ
ໄປແລ້ວເລີຍລາລັບ ບໍ່ຫວນກັບປານນີ້
ດວງຣືດີໝອງເສົ້າ ຍ້ອນເຈົ້າໄປໄກຫ່າງ
ເຫຼືອພຽງພາບຖ່າຍນາງ ແນບຄຽງຂ້າງທຸກມື້ ແທນໜ້າກ່ອນເຂົ້ານອນ...ນີ້ແລ້ວ
_ ຫຼືໄປມີໃໝ່ຊ້ອນ ຖືກເຂົາຫຼອກ ຫຼອນຕົວະ
ຫຼົງຄາຣົມ ຊາຍຍົວະ ມົ່ວເມົາເປັນບ້າ
ອ້າຍນີ້ຍັງຄອຍຖ້າ ຂັວນຊີວາ ນ້ອງກັບຕ່າວ
ຄືນມາຫາຮັກເຮົາ ເໝືອນດັ່ງຄາວກ່ອນນັ້ນ ຢ່າຫັນໜ້າ ຍ່າງໜີ...ນ້ອງເອີຍ
_ອ້າຍນີ້ ຍັງຮັກໝັ້ນ ບໍ່ຜັນປ່ຽນແປງໄປ
ຍັງເປັນຫ່ວງຂັວນໃຈ ເສົ້າຣືໄທນໍານ້ອງ
ຫົວໃຈທັງສີ່ຫ້ອງ ຍັງຄອງຄອຍນ້ອງຢູ່
ໂປຣດກັບຄືນມາສູ່ ເຮືອນຮັກເຮົາກ່ອນກີ້ ຢ່າໜີໜ້າ ໃຫ້ຮັກໝອງ...ນ້ອງເອີຍ