ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ໂອເນື້ອເຢັນ ເປັນຫັຍງນ້ອງ ຈຶ່ງຮ້ອງໄຫ້

ຄົງຊໍ້າໃຈ ຫຼາຍເກີນທົນ ຈົນບ້າປ່ວງ

ໂອທີ່ຮັກ ເຈົ້າຄົງຖືກ ເຂົາລໍ້ລວງ

ເຈັບຊໍ້າຊວງ ໃຜລວງຫຼອກ ໃຫ້ຈາບັນ

     ຫຼືເປັນຊາຍ ທີ່ຂັວນໃຈ ໄປມົວເມົາ

     ຫຼົງເຊື່ອເຂົາ ຈົນລືມອ້າຍ ໄປຕັ້ງນານ

     ປ່ອຍອ້າຍເສົ້າ ເຫງົາຄົນດຽວ ສຸດໂສກສັນ

     ແລ້ວນ້ອງນັ້ນ ກໍຕິດຕາມ ນໍາເຂົາໄປ

ເຊັດນໍ້າຕາ ຫຍັບມາໃກ້ ອ້າຍເຖີດນາງ

ອ້າຍຈະຟັງ ນາງບອກເລົ່າ ເຣື່ອງເປັນໄປ

ສອງຫູນີ້ ຈະຟັງນ້ອງ ອະທິບາຍ

ດີຫຼືຮ້າຍ ຈະຕຶກຕອງ ຮອງຮັບຂວັນ

     ອ້າຍບໍ່ໂກດ ໂທດນ້ອງນາງ ແຕ່ຢ່າງໃດ

     ພ້ອມອາໄພ ໃຫ້ແກ້ວຕາ ເຣື່ອງທີ່ຜ່ານ

     ຖືວ່າເປັນ ພຽງເງົາຮ້າຍ ໃນຄວາມຝັນ

     ຈົ່ງລືມມັນ ໃຫ້ຜ່ານໄປ ເໝືອນສາຍນໍ້າ

 

 

Delicious Digg Fark Twitter
ຄຳເຫັນ (3)