ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2010 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ແວບພັນລາວ ຍັງມີສາວ ງາມໜ້າຮັກ

ຢາກຮູ້ຈັກ ຢາກຝາກມິດ ຢາກຊິດໃກ້

ເຈົ້າຊ່າງງາມ ເໝືອນທິດາ ຈາກຟ້າໄກ

ເບິ່ງພາບຖ່າຍ ໃນໂພຣຟາຍລ໌ ໃຈແຮງຄິດ

   ສາວພັນລາວ ເຈົ້າງາມເໝືອນ ເດືອນຄູ່ຟ້າ

   ດັ່ງເທວາ ປັ້ນແຕ່ງມາ ເນຣະມິດ

   ພາບເຈົ້າຍິ້ມ ງາມເປັນນຶ່ງ ຊຶ້ງດວງຈິດ

   ພຣົມລິຂິດ ຈິດລໍາພັນ ຝັນເຖິງເຈົ້າ

ຢູ່ຄົນກໍ້າ ຂ້າມພູຜາ ຟ້າແດນໄກ

ແຕ່ຫົວໃຈ ໄຝ່ຫາເຈົ້າ ສາວພັນລາວ

ຢາກເຫັນໜ້າ ທຸກເວລາ ຄໍ່າແລງເຊົ້າ

ດວງໃຈເຝົ້າ ຝັນລະເມີ ເພີ້ບໍ່ວາຍ

   ຖ້າຫາກບຸນ ວາດສະໜາ ນໍາພາຍູ້

   ໄດ້ຄຽງຄູ່ ຂັວນຊີວາ ພາສຸກໃຈ

   ຫາກບຸບເພ ສັນນິວາດ ຊັກນໍາໃຫ້

   ດຶງສອງໃຈ ໃຫ້ພົບກັນ ສຸກສັນຈິງ

  

Delicious Digg Fark Twitter
ຄຳເຫັນ (24)