ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ຕັດຮັກ ໃຫ້ເຫຼືອບັ້ນ        ສຳພັນມິຕ ໄມຕຣີ

ຕັດຮັກ ບໍ່ໃຍດີ             ສ່ວນໄມຕຣີ ໃຫ້ມີໄວ້

ຢ່າໄດ້ຕັດໝົດສ້ຽງ         ໃຫ້ຕັດພຽງ ຮັກເກົ່າ

ສ່ວນວ່າມິຕຂອງເຮົາ       ຢ່າໄດ້ຕັດປ່ອຍຖິ້ມ ໃຫ້ມີໄວ້ດັ່ງເດີມ...ແທ້ນາ

   ເລີ້ມເປັນມິຕ ອີກຄັ້ງ    ເໝືອນດັ່ງ ເຄີຍມີມາ

   ຮັກເຮົາ ໄຮ້ດຽງສາ       ເກີດຂຶ້ນມາ ຈຶ່ງຮາມຮ້າງ

   ເຮົາບໍ່ຮູ້ຈັກສ້າງ          ຮັກຈີຣັງ ໃຫ້ໝັ້ນທ່ຽງ

   ຮັກເຮົາຈຶ່ງລໍາອຽງ        ງ່ຽງໄປຂວາແລະຊ້າຍ ຍາວສັ້ນບໍ່ທໍ່ກັນ...ນັ້ນແລ້ວ

ຕັດຮັກ ມິຕຍັງໝັ້ນ        ຢ່າຜັນປ່ຽນ ແປງໄປ

ໃຈສອງເຮົາຜູກພັນ         ຕໍ່ກັນຢ່າແປປີ້ນ

ຮັກໝົດ ມິຕບໍ່ສິ້ນ          ຟ້າດີນ ບໍ່ແໜງໜ່າຍ

ເປັນມິຕກັນເລື້ອຍໄປ        ຜິດຖືກ ດີຊົ່ວຮ້າຍ ອາໄພໃຫ້ ແກ່ກັນ...ແທ້ນາ

   ບາງທີ ວັນນຶ່ງນັ້ນ         ຟ້າຜັນປ່ຽນ ແປງໄປ

   ດົນໃຈໃຫ້ເຮົາສອງ        ຄອງຮັກຄືນ ອີກຄັ້ງ

   ມິຕໄມຕຣີ ເຮົາສ້າງ       ສາຍສຳພັນ ບໍ່ແຫ້ງຮ່ຽວ

   ກັບເປັນທອງແຜ່ນດຽວ   ຮັກກົມກຽວອີກຄັ້ງ ຍ້ອນເຮົາສ້າງ ມິຕບໍ່ຈາງ....ຫັ້ນແລ້ວ

 

Delicious Digg Fark Twitter
ຄຳເຫັນ (10)