ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

           

ນ້ອງນັ້ນເປັນລູກຫຼ້າ          ພໍ່ສຸດຮັກ ແມ່ແພງ

ເບິ່ງແຍງ ຈັບຕາຕິດ         ຢູ່ຊິດ ຕິດໃກ້

ບໍ່່ໃຫ້ຊາຍມາຕົ້ມ              ໃຊ້ຄາລົມ ມາອ່ອຍ

ເປັນລູກສາວຫຼ້ານ້ອຍ         ແມ່ຄອຍລ້ຽງ ພໍ່ຖະໜອມ....ແທ້ນາ

  ຢາກໄດ້ຫັຍງ ແມ່ຫາພ້ອມ  ຖະໜອມດັ່ງດວງຕາ

  ໄປມາແຫ່ງຫົນໃດ             ແມ່ບໍ່ໄລລາຂ້າງ

  ຫັວງໃຫ້ມາສືບສ້າງ            ມູນມັງແທນພໍ່ແມ່

  ຍາມເມື່ອເພິ່ນແກ່ເຖົ້າ        ມອບມູນເຄົ້າ ໃຫ້ເບິ່ງແຍງ...ຫັ້ນນາ

ແມ່ແພງ ພໍ່ກໍຫ້າມ              ສຸດທີ່ຫຶງຫວງ

ຢ້ານແຕ່ຊາຍມາລວງ            ຫຼອກກິນ ແກງຕົ້ມ

ຢ້ານເຂົາຊົມຊີມແລ້ວ            ແສ້ວໜີ ໄປທາງອຶ່ນ

ປ່ອຍໃຫ້ໂຕສະອື້ນ                 ນອນໄຫ້ຮໍ່າດາຍ....ວ່ານາ

  ເຮັດແນວໃດ ຊິໄດ້               ລູກຫຼ້າເພິ່ນມາຄອງ

  ເງິນທອງເຂົ້າຂອງອຶດ           ຂາດເຂີນ ມີໜ້ອຍ

  ເງິນກໍມີດ້າມຮ້ອຍ               ໝູນ້ອຍ ມີໂຕນຶ່ງ

  ເງິນຄ່າດອງບໍ່ເຖິງ                ມີເຄິ່ງດຽວ ມອບໃຫ້ ໄດ້ກັນແລ້ວ ຊິຈ່າຍຄືນ...ພໍ່່ແມ່ເອີຍ.

 

Delicious Digg Fark Twitter
ຄຳເຫັນ (15)