ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ເຫັນນາງໄຫ້ ສະອື້ນ            ຢືນຢູ່ ປາຍຊານ

ນໍ້າຕາອາບສອງປາງ          ທ່າທາງ ເຄືອງແຄ້ນ

ແຟນເຂົາໜີປະເຈົ້າ           ໄປມົວເມົາ ຄົນໃໝ່

ປ່ອຍໃຫ້ເຈົ້າເສັຽໃຈ             ຢູ່ຄົນດຽວຮ້ອງໄຫ້    ແລງເຊົ້າ ໝົ່ນໝອງ...ແທ້ນໍ

ນໍ້າຕານອງໃບໜ້າ              ເໝືອນຟ້າຜ່າ ໃຈຊາຍ...ແທ້ເດ

ເຮືອນຢູ່ໃກ້ ຄຽງກັນ            ມັນສະເທືອນ ຮອດອ້າຍ

ຍິນສຽງນາງຮ້ອງໄຫ້             ຫົວໃຈຊາຍ ກໍໝອງໝົ່ນ

ຄິດສົງສານໜ້າມົນ             ເສັຽໃຈຈົນໄຫ້ຮ້ອງ ໝອງເສົ້າ ບໍ່ຊວ່າງເຊົາ...ແທ້ນໍ

ທຸກເຊົ້າ ຍິນສຽງເອີ້ນ           ຍີ້ມໃສ່ ແກມຫົວ

ມື້ນີ້ ໜ້າໝອງມົວ              ທ່າທາງ ຕຶງຄຽດ

ໃຜບັງບຽດໃຈນ້ອງ              ລອງໄຂມາ ໃຫ້ຮູ້ແດ່

ລອງຫັນໜ້າ ມາແລ            ຄົນຜູ່ຢູ່ໃກ້ໆ ພໍໃຫ້ຮູ້ ຮ່ວມນໍາ...ແດ່ດູ

ຫາກນ້ອງ ເຈັບປວດຊໍ້າ         ອ້າຍຈະຮັບ ຮອງປົວ

ຂໍລ້າງ ຄວາມໝອງມົວ         ໃຫ້ສົດໃສ ຂາວແຈ້ງ

ເອົາແຮງໃຈ ສວ່າຍລ້າງ         ຮອຍມົນທິນ ພ້ອຍດ່າງ

ເປັນຢາຮົມໃຈນາງ               ບໍ່ປ່ອຍປະ ລະຮ້າງ ບໍ່ວາງນ້ອງ ໃຫ້ໝົ່ນສີ...ດອກນາ

    

 

 

     

 

Delicious Digg Fark Twitter
ຄຳເຫັນ (8)