ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນ​ຊົນນະບົດ​ແຫ່ງ​ຫນຶ່ງ ສອງ​ສ່ຽວ​ພົບ​ກັນ​ໂດຍ​ບັງ​ເອີນ​ ກະ​ເລີຍ​ຊວນ​ກັນ​ໄປ​ກິນ​ເຂົາຢາມ​ເຮືອນ​ຢາມ​ຊານ​ໃຫ້​ສົມ​ກັບ​ຄວາມ​ຄິດ​ຮອດ​! ສ່ຽວ​ເຈົ້າ​ເຮືອນ​ບອກ​ເມຍ​ໃຫ້​ຂ້າ​ໄກ່​ໂອກ​ສູ່​ສ່ຽວ​ກິນ ​ແລ້ວ​ສອງ​ສ່ຽວ​ກະປູສາດ​ນັ່ງ​ກຶກ​ບາ​ຢອງ​ຢູ່​ເຊຍຢ່າງ​ສະບາຍ! ​ແບບ​ວ່າ ​ເສຍ​ຫຍ້າ​ໄຮ່​ສຳ​ເລັດ​ລະ. ພໍ​ອາຫານ​ພ້ອມ ດ້ວຍ​ຄວາມ​ຕື່ນ​ເຕັ້ນດີ​ໃຈ​ທີ່​ພໍ່​ສ່ຽວ​ມາ​ຢາມ ​ແມ່​ເຈົ້າ​ເຮືອນ​ກະ​ພ້າວ​ຍົກ​ພາ​ເຂົ້າມາສູ່. ພໍ່​ແຕ່​ເຫັນ​ເມຍ​ຍົກ​ພາ​ເຂົ້າຜ່ານ​ປະຕູ​ຄົວ​ມາ ສ່ຽວ​ເຈົ້າຂອງ​ເຮືອນ​ເຮັດ​ຫນ້າຫລ່າ ປານ​ເຮັດ​ເງິນ​ເຮ່ຍ​ເປັນ​ລ້ານ ພ້າວ​ເອີ້ນ​ບອກ​ເມຍ​ວ່າ ປົງ​ພາ​ເຂົາລົງ ​ແມ່ນ​ອີ່​ນາງ ! ຝ່າຍ​ເມຍ​ງົງ ​ແລະ​ຢຸດ​ຈຶກ ​ໃນ​ຄະນະ​ທີ່​ກຳລັງ​ຍົກ​ຂາ​ຂວາຈາກ​ພື້ນ​ເຮື​ນຄົວ​ຂື້ນຢຽບພື້ນ​ເຊຍ ! ອ້າວ ! ປົງໃສ ? ກະດຽວວ່າ​ພວກອ້າຍ​ຊິ​ກິນ​ຢູ່​ພຸ້ນ ! ພໍ່​ສ່ຽວ​ຜູ້​ມາ​ຢາມ​ງວກ​ປັບ ຕາມ​ສາຍຕາ​ຂອງ​ສ່ຽວ​ເຈົ້າ​ເຮືອນ ພົບ​ພາບ​ປະ​ທັບ​ໃຈຕາຕີ່​ຂື້ນ​ກັບ​ຫມ້​ອງ ປານ​ຖືກ​ຫວຍ 3 ​ໂຕ ປາດ! ຕີນ​ພາ​ເຂົ້າ ​ເກາະ​ເອົາ​ຕີນ​ສິ້ນ​ແມ່​ສຽວ​ຂື້ນ​ພຽງ​ແອວ ທ່າ​ຢືນ​ຊຳ​ພັດ​ເຮັດ​ສະ​ແລ່ງ​ແຫ​ງ່ງ ສຸດ​ເຊັກ​ຊີ້ ! ຫລົງ​ອຸທານ​ອອກ​ມາ​ຢ່າງ​ບໍ່​ຮູ້ສຶກ​ຕົວ ປ່າດ !  ຄື​ມາ​ໃຫຍ່​ແທ້ ຂາວ​ກະ​ຂາວ ກ້ຽງປ່ອຍລ່ອຍ! ​ແມ່​ສຽວ​ໄດ້​ຍິນ​ຍີ້ມ​ເປີ້ຍ​ດ້ວຍ​ຄວາມ​ພໍ​ໃຈ ​ແລ້ວ​ຕອບ​ວ່າ ​​ແມ່ນ​ແທ້ ລ້ຽງ​ມາ​ໄດ້ 6 ​ເດືອນ​ແລ້ວ ພໍ່​ອັກ​ແອ​ຮັກ​ແທ້​ຮັກ​ວ່າ ງົມ​ເຊົ້າ ງົມ​ແລງ ຄັນ​ບໍ່​ແມ່ນ​ພໍ່​ສ່ຽວ​ມາ​ຢາມ ລະ ຈ້າງ​ກະ​ບໍ່​ຂ້າ​ສູ່​ກິນ ! ພໍ່​ສ່ຽວ​ກະ​ເລີຍ​ຕອບ​ໄປ​ແບບ​ລອຍໆ​ວ່າ ກິນ​ບໍ່ໄດ້​ດອກ ຂອງ​ແພງ​ສ່ຽວ​! ໄດ້​​ເຫັນ​ກະ​ເປັນ​ບຸນ​ຕາລະ ! (ນິທານເລື່ອງນີ້ ລັກໄດ້ຍິນມາ ຂອບໃຈນຳຜູ້ເປັນເຈົ້າຂອງເລື່ອງຫລາຍໆເດີ້ )