ຂຽນເມື່ອ: ພ.ຈ.. 19, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
ລະຄອນຮັກອະມະຕະ
“ຂຸນລູ ນາງອົ້ວ”
ສາກທີ 1
(ຍິງສາວສອງຄົນທີ່ເປັນເພື່ອນກັນອາບນໍ້າຢູ່ແຄມທ່າ)
ຜູ້ເລົ່າເລື່ອງ: ແຕ່ກີ້ແຕ່ກ່ອນຍັງມີແມ່ຍິງສອງຄົນທີ່ເປັນສ່ຽວຮັກເພື່ອນແພງກັນ ໄດ້ພາກັນໄປອາບນໍ້າຢູ່ແຄມທ່າ.
ດວງຈັນ: ມື້ນີ້ ນໍ້າເຢັນແທ້ໆນໍ!
ຈໍາປີ: ແມ່ນແລ້ວ. ໂອ້! ໝາກສ້ານໄຫຼນໍ້າມາ.
(ຈຳປີຈັບໝາກໄມ້ແລ້ວຍົກໃຫ້ດວງຈັນເບິ່ງ)
ດວງຈັນ: ເປັນຕາກິນນໍ້, ຊິມີໂຊກຫຍັງເດ?
ຈໍາປີ: ເອົາ! ແບ່ງກັນກິນຄົນລະເຄິ່ງ.
ດວງຈັນ: ອື! ແຊບແທ້ໆນໍ!
ສາກທີ 2
(ຂຸນລູແລະນາງອົ້ວຕອນຍັງນ້ອຍຫຼິ້ນນຳກັນຢູ່ກ້ອງຕົ້ນງິ້ວ)
ຜູ້ເລົ່າເລື່ອງ: ເວລາຜ່ານໄປ 6 ປີ, ຢູ່ເມືອງກາຍ ມີເດັກນ້ອຍສອງຄົນຫຼິ້ນນຳກັນດ້ວຍຄວາມຮັກແພງເກືອບຕະຫຼອດເວລາ. ຜູ້ຊາຍຊື່ “ຂຸນລູ” ແລະ ແມ່ຍິງຊື່ “ນາງອົ້ວ”. ຂຸນລູເປັນລູກຂອງດວງຈັນ ແລະນາງອົ້ວເປັນລູກຂອງຈຳປີ. ຂຸນລູມີນ້ອງຊາຍຊື່ “ຂຸນຄວນ” ແລະນາງອົ້ວມີເອື້ອຍຊື່ “ເອິກແພນ”.
ຂຸນລູ: ອົ້ວ, ມາເກັບດອກງິ້ວກັບຂ້ອຍແມະ!
ນາງອົ້ວ: ໂອ້! ມີແຕ່ດອກງາມໆນໍ!
ຂຸນລູ: ແມ່ນແລ້ວ. ເອົ໊າ! ດອກນີ້ສຳລັບເຈົ້າ.
ນາງອົ້ວ: ຂອບໃຈເດີ.
ສາກທີ 3
(ຂຸນລູແລະນາງອົ້ວຕອນໃຫຍ່ແລ້ວໄປເກັບເຫັດຢູ່ປ່າ)
ຜູ້ເລົ່າເລື່ອງ: ຂຸນລູກັບນາງອົ້ວຫຼິ້ນນຳກັນຕະຫຼອດມາ, ເມື່ອເຫັນຂຸນລູຢູ່ບ່ອນໃດ ກໍເຫັນນາງອົ້ວຢູ່ບ່ອນນັ້ນ. ວັນເວລາຜ່ານໄປເຫິງນານ ລະດູຝົນກໍຜ່ານໄປຫຼາຍຮອບ… ຈົນທັງສອງໃຫຍ່ເປັນໜຸ່ມເປັນສາວ…
ຂຸນລູ: ຢູ່ແຖວນີ້ ມີແຕ່ເຫັດດອກໃຫຍ່ໆ.
ນາງອົ້ວ: ຂ້ຽວເກັບໄວໆ ຝົນຊິຕົກແລ້ວ! (ນາງອົ້ວທັງເກັບທັງຫຼຽວເບິ່ງຟ້າ)
ຂຸນລູ: ໄວໆ! ຝົນຕົກແລ້ວ! (ຂຸນລູເອົາໃບຕອງກ້ວຍກ້ານໜຶ່ງມາປົກຫົວ). ເມືອກັນເທາະ!
ນາງອົ້ວ: ໃຫ້ຂ້ອຍປົກນໍາແດ່!
ຜູ້ເລົ່າເລື່ອງ: ແລ້ວທັງສອງກໍຍ່າງຮຽງກັນເມືອ.
ສາກທີ 4
(ຈຳປີ ແມ່ຂອງນາງອົ້ວເຫັນຂຸນລູແລະນາງອົ້ວເອົາໃບຕອງກ້ານດຽວກັນປົກຫົວ)
ຜູ້ເລົ່າເລື່ອງ: ເມື່ອຂຸນລູແລະນາງອົ້ວຍ່າງມາຮອດເຮືອນ ກໍພໍດີແມ່ຂອງນາງອົ້ວຢືນຢູ່ຕໍ່ໜ້າປະຕູເຮືອນ.
ແມ່ຈໍາປີ: ເປັນຫຍັງບໍ່ເອົາໃບຕອງຄົນລະກ້ານລະລູກ?
ນາງອົ້ວ: ລູກບໍ່ມີມືຈັບເດ ເພາະຕ້ອງຫິ້ວກະຕ່າ.
ຂຸນລູ: ລູກເປັນຜູ້ຈັບໃບຕອງກັ້ງໃຫ້ອົ້ວ.
ແມ່ຈໍາປີ: ເບິ່ງຜູ້ໃດກໍໃຫຍ່ສູງແລ້ວເດີ ເຮັດຄືເປັນເດັກນ້ອຍແບບເກົ່າບໍ່ໄດ້ໄດ໋!
ຜູ້ເລົ່າເລື່ອງ: ຂຸນລູແນມເບິ່ງໜ້ານາງອົ້ວ, ຕາຕໍ່ຕາເຈິກັນ. ຈາກຄຳເຕືອນຂອງແມ່ ເຮັດໃຫ້ຫົວໃຈຂອງຄົນທັງສອງຮູ້ສຶກເຕັ້ນແຮງຜິດປົກກະຕິ ແລະແສງຕາທີ່ເຈິກັນເທື່ອນີ້ ມີຄວາມໝາຍພິເສດ ຕ່າງກັບເທື່ອທີ່ຜ່ານໆມາ.
ສາກທີ 5
(ຂຸນເທືອງ ພະຍາເມືອງຊຽງຂອນ ມີຄວາມປະສົງຢາກໄດ້ນາງອົ້ວເປັນມະເຫສີ)
ຜູ້ເລົ່າເລື່ອງ: ເມື່ອອາຍຸຍ່າງເຂົ້າສິບສີ່ ນາງອົ້ວເປັນສາວນ້ອຍທີ່ງາມຢາດຍ້ອຍ ບໍ່ມີໃຜທຽບໄດ້, ຄວາມງາມຂອງນາງຊ່າລືໄປຮອດເມືອງຊຽງຂອນ ອັນມີຂຸນເທືອງປົກຄອງຢູ່.
ຂຸນເທືອງ: ໄດ້ຍິນວ່າ ນາງອົ້ວແຫ່ງເມືອງກາຍເປັນຍິງສາວທີ່ງາມທີ່ສຸດ, ງາມກວ່າແມ່ຍິງທຸກຄົນຢູ່ໃນເມືອງຂອງເຮົາ. ດັ່ງນັ້ນ ຂ້ອຍຈຶ່ງຢາກໄດ້ນາງອົ້ວມາເປັນມະເຫສີ. ເຈົ້າຄິດແນວໃດ, ຂຸນຊື່ນ?
ຂຸນຊື່ນ: ແລ້ວແຕ່ພະຍາ.
ຂຸນເທືອງ: ຄັນຊັ້ນ, ໃຫ້ເຈົ້າໄປສູ່ຂໍນາງອົ້ວໃຫ້ຂ້ອຍມື້ອື່ນນີ້ເລີຍ!
ຂຸນຊື່ນ: ໂດຍຂ້ານ້ອຍ.
ສາກທີ 6
(ຂຸນຊື່ນໄປສູ່ຂໍນາງອົ້ວໃຫ້ພະຍາຂຸນເທືອງ)
ຜູ້ເລົ່າເລື່ອງ: ຂຸນຊື່ນໄດ້ເປັນຕົວແທນຂຸນເທືອງມາສູ່ຂໍນາງອົ້ວນໍາແມ່ຂອງນາງ ໂດຍຖືກຕ້ອງຕາມປະເພນີ.
ຂຸນຊື່ນ: ນີ້ແມ່ນເຄື່ອງໝັ້ນໝາຍທີ່ຂຸນເທືອງຝາກມາໃຫ້.
ແມ່ຈໍາປີ: ຂອບໃຈ. ແຕ່ການແຕ່ງດອງຕ້ອງເລື່ອນໄປປີໜ້າ ເພາະດຽວນີ້ນາງອົ້ວຍັງນ້ອຍຢູ່.
ຂຸນຊື່ນ: ບໍ່ເປັນຫຍັງດອກ, ຍາແມ່.
ແມ່ຈໍາປີ: ອີກຢ່າງໜຶ່ງ ນາງອົ້ວກໍບໍ່ທັນມີຄວາມຮູ້ເລື່ອງຮີດຄອງປະເພນີຢ່າງພຽງພໍເທື່ອ.
ຂຸນຊື່ນ: ຖ້າຮອດປີໜ້າຂຸນເທືອງກໍຄົງບໍ່ມີບັນຫາຫຍັງດອກ. ຄັນຊັ້ນ ຂ້ານ້ອຍຂໍລາເມືອກ່ອນເດີ.
ແມ່ຈໍາປີ: ເຈົ້າ. ໂຊກດີເດີ.
ສາກທີ 7
(ນາງອົ້ວຍັງເປັນໝູ່ຮັກທີ່ສະໜິດແໜ້ນກັບຂຸນລູ)
ຜູ້ເລົ່າເລື່ອງ: ເຖິງແມ່ນຂຸນເທືອງສົ່ງຂອງຂວັນມາໃຫ້ນາງອົ້ວ ເພື່ອສະແດງຄວາມຮັກອັນຈິງໃຈ ແຕ່ນາງອົ້ວກໍບໍ່ສົນໃຈນຳເຄື່ອງຂອງດັ່ງກ່າວ. ນາງຍັງເປັນໝູ່ຮັກທີ່ສະໜິດແໜ້ນກັບຂຸນລູຄືເກົ່າ ຈິດໃຈຂອງຄົນທັງສອງຜູກພັນບໍ່ມີຫຍັງປ່ຽນແປງ.
ຂຸນລູ: ອ້າຍເວົ້າຫຍັງເກືອບບໍ່ອອກ ທີ່ນ້ອງຈະໄປເປັນຂອງຜູ້ອື່ນ ຍ້ອນເປັນຄວາມປະສົງຂອງແມ່.
ນາງອົ້ວ: ນ້ອງຈະຮັກອ້າຍແຕ່ຜູ້ດຽວ. ຄັນໃຫ້ນາງໄກຈາກອ້າຍ ນ້ອງຂໍຕາຍເສຍດີກວ່າ.
ຂຸນລູ: ອ້າຍກໍເຊັ່ນດຽວກັນ.
ນາງອົ້ວ: ນ້ອງຂໍມອບຜ້າສະໄບຜືນນີ້ໃຫ້ອ້າຍ.
ຂຸນລູ: ຂອບໃຈ. (ຮັບເອົາມາລອງບ່ຽງບ່າ)
ຜູ້້ເລົ່າເລື່ອງ: ການພົບກັນຂອງທັງສອງ ບໍ່ຫວິດສາຍຕາຂອງນາງເອິກແພນ ຜູ້ເປັນເອື້ອຍຂອງນາງອົ້ວ.
ສາກທີ 8
(ແມ່ເອີ້ນນາງອົ້ວມາດ່າ)
ເອິກແພນ: ແມ່, ລູກເຫັນອີ່ອົ້ວໄປຫຼິ້ນກັບຂຸນລູຢູ່ໃນປ່າ.
ແມ່ຈໍາປີ: ແມ່ນຫວາ? ມັນຄືມາຊົ່ວແທ້! ເອີ້ນມັນມາຫາແມ່ດຽວນີ້.
ເອິກແພນ: ໂດຍ, ລູກຊິໄປເອີ້ນດຽວນີ້ແຫຼະ!
(ເອິກແພນເຂົ້າໄປໃນສາກ ແລະອອກມາພ້ອມກັບນາງອົ້ວ)
ແມ່ຈໍາປີ: ຄົນບໍ່ດີ ຮູ້ຢູ່ວ່າເປັນຄູ່ໝັ້ນກັບຂຸນເທືອງຢູ່ ເປັນຫຍັງຈຶ່ງເຮັດແນວບໍ່ດີຈັ່ງຊີ້, ລູກຊົ່ວ!
ນາງອົ້ວ: ລູກບໍ່ໄດ້ເຮັດໂລເລດອກແມ່. ລູກກັບຂຸນລູເປັນສ່ຽວກັນມາແຕ່ນ້ອຍ, ຮັກແພງກັນ
ແບບໝູ່ເພື່ອນ. ລູກເວົ້າອີ່ຫຼີ, ແມ່ນໃຜມາຫາຄວາມໃສ່ລູກ?
ແມ່ຈໍາປີ: ແມ່ເຫັນກັບຕາຂອງແມ່ເອງ. ພວກສູໄປຫຼິ້ນຢູ່ປ່ານໍາກັນ. ເຫຼືອໃຈເດ! ລ້ຽງມາ
ໃຫຍ່ແລ້ວ ຊໍ້າມາທໍາລາຍຄວາມຫວັງຂອງແມ່.
ນາງອົ້ວ: ພວກລູກໄປທ່ຽວຫຼິ້ນທໍາມະດາ ບໍ່ໄດ້ເຮັດແນວບໍ່ດີເລີຍ.
ແມ່ຈໍາປີ: ບໍ່ຕ້ອງມາເວົ້າ ອົມພະມາເວົ້າກໍບໍ່ເຊື່ອດອກ. ຖ້າຂຸນລູມັກແທ້ ເປັນຫຍັງບໍ່ມາເວົ້າ
ກັບແມ່.
(ຂະນະທີ່ແມ່ຈຳປີດ່ານາງອົ້ວຢູ່ນັ້ນ, ດວງຈັນແມ່ຂອງຂຸນລູກໍໄດ້ຍ່າງເຂົ້າມາ)
ແມ່ດວງຈັນ: ມີເລື່ອງຫຍັງກັນນໍ?
ແມ່ຈໍາປີ: ເປັນຫຍັງເຈົ້າປ່ອຍໃຫ້ລູກຊາຍລັກລອບນອນນໍານາງອົ້ວ. ເຈົ້າກໍຮູ້ຢູ່ແລ້ວວ່າ ຂຸນເທືອງຈະມາແຕ່ງເອົາ. ເປັນຫຍັງຈຶ່ງເຮັດແນວນີ້?
ແມ່ດວງຈັນ: ຂ້ອຍບໍ່ຮູ້ເລື່ອງເດີ. ຖ້າລູກຂ້ອຍຜິດແທ້ ເປັນຫຍັງບໍ່ມາເວົ້າກັນດີໆ. ຈະໃຫ້ເສຍເງິນເສຍຄໍາເທົ່າໃດ ຂ້ອຍກໍຊິແຕ່ງແປງຕາມປະເພນີ, ເຈົ້າບໍ່ຕ້ອງມາດ່າ!
ແມ່ຈໍາປີ: ຂ້ອຍບໍ່ຕ້ອງການສິ່ງໃດໆຂອງເຈົ້າ. ນັບແຕ່ນີ້ໄປ ຕັດຂາດກັນທຸກຢ່າງ.
ຜູ້ເລົ່າເລື່ອງ: ແລ້ວສາຍສຳພັນຂອງສອງຄອບຄົວນີ້ ກໍຂາດສະບັ້ນລົງ. ແມ່ຂຸນລູຕັດສິນໃຈພາລູກແລະຄອບຄົວໜີໄປຢູ່ເມືອງຊອງ.
ສາກທີ 9
(ຂຸນລູໄປສັ່ງນາງອົ້ວ)
ຂຸນລູ: ອ້າຍໄປແລ້ວ ໃຫ້ນ້ອງເບິ່ງເດືອນດາວ ແສງຕາເຮົາຊິຈວບກັນຢູ່ເທິງຟ້າ.
ນາງອົ້ວ: ເບິ່ງເດືອນດາວແລ້ວ ນ້ອງແຮ່ງຮູ້ສຶກເຫງົາ ເພາະບໍ່ມີອ້າຍຢູ່ໃກ້.
ຂຸນລູ: ຍັງດີກວ່າບໍ່ຄິດຮອດກັນ. ຢ່າລືມອ້າຍເດີ.
ນາງອົ້ວ: ນ້ອງລືມອ້າຍບໍ່ໄດ້ຕະຫຼອດຊາດນີ້.
ຂຸນລູ: ລາກ່ອນ, ທີ່ຮັກ.
ນາງອົ້ວ: ໂຊກດີເດີ, ອ້າຍຂຸນລູ.
ຜູ້ເລົ່າເລື່ອງ: ແລ້ວຂຸນລູກໍລາຈາກໄປ, ຕໍ່ແຕ່ນີ້ ທັງສອງຈະບໍ່ໄດ້ເຫັນໜ້າກັນອີກ…
ສາກທີ 10
(ນາງອົ້ວແລະຂຸນລູຂຽນຈົດໝາຍຫາກັນ)
ຜູ້ເລົ່າເລື່ອງ: ເຖິງວ່າຂຸນເທືອງຈະສົ່ງຂອງຂວັນມາໃຫ້ ນາງອົ້ວກໍບໍ່ໄດ້ສົນໃຈ. ນາງມອບຫົວໃຈໃຫ້ແຕ່ຂຸນລູຜູ້ດຽວ. ນາງຄິດຮອດຂຸນລູ ແລະຮູ້ສຶກທຸກໃຈຄືນົກນ້ອຍທ່າມກາງສາຍຝົນ. ດັ່ງນັ້ນ ເພື່ອຫຼຸດຜ່ອນຄວາມໂສກເສົ້າ ນາງຈຶ່ງຂຽນຈົດໝາຍຫາຂຸນລູ.
ນາງອົ້ວ: ສີເອີຍ! ເອົາຈົດໝາຍນີ້ໄປສົ່ງໃຫ້ອ້າຍຂຸນລູໃຫ້ຂ້ອຍແດ່! ຢ່າໃຫ້ແມ່ເຫັນເດີ!
ສີ: ເຈົ້າ. ຂ້ອຍຈະບໍ່ໃຫ້ເພິ່ນເຫັນດອກ.
ນາງອົ້ວ: ຢ່າລືມບອກໃຫ້ຂຸນລູຂຽນຕອບແດ່ເດີ!
ສີ: ເຈົ້າ.
ຜູ້ເລົ່າເລື່ອງ: ຈາກນັ້ນນາງສີ ຄົນໃຊ້ຂອງນາງອົ້ວກໍໄດ້ເດີນທາງໄປສົ່ງຈົດໝາຍໃຫ້ຂຸນລູທີ່ເມືອງຊອງ.
ສີ: ສະບາຍດີ, ອ້າຍຂຸນລູ.
ຂຸນລູ: ສະບາຍດີ, ສີ. ເຈົ້າມາເຮັດຫຍັງ?
ສີ: ຂ້ອຍມີຈົດໝາຍຂອງນາງອົ້ວມາໃຫ້ເຈົ້າ.
ຂຸນລູ: ຈົດໝາຍນາງອົ້ວຫວາ? (ຂຸນລູສະແດງຄວາມດີໃຈ ແລະເປີດຈົດໝາຍອ່ານ ໂດຍມີສຽງຂອງນາງອົ້ວດັງອອກມາ)
“ ອ້າຍຂຸນລູທີ່ຮັກແລະຄິດເຖິງ!
ໃນຊາດນີ້ ນ້ອງຂໍຮັກອ້າຍແຕ່ຜູ້ດຽວ. ສຳລັບຂຸນເທືອງນັ້ນ ນ້ອງໄດ້ຕັດຂາດໄປແລ້ວ. ຂໍໃຫ້ອ້າຍຢ່າໄດ້ລືມນ້ອງເດີ.
ຮັກແລະຄິດເຖິງສະເໝີ. ຈາກອົ້ວ. ”
ຜູ້ເລົ່າເລື່ອງ: ເມື່ອອ່ານຈົດໝາຍຈົບແລ້ວ, ຂຸນລູກໍຟ້າວຟັ່ງຂຽນຕອບທັນທີ.
ຂຸນລູ: ສີ! ເອົາຈົດໝາຍນີ້ໄປໃຫ້ນາງອົ້ວ ແລະບອກລາວວ່າ ອ້າຍຄິດເຖິງອົ້ວຢູ່ສະເໝີ ແລະຈະໄປຫາອົ້ວໄວໆນີ້ລະ.
ສີ: ເຈົ້າ. ຂໍລາໄປກ່ອນເດີ.
ຂຸນລູ: ໂຊກດີ.
ຜູ້ເລົ່າເລື່ອງ: ເມື່ອໄດ້ຮັບຈົດໝາຍຈາກຂຸນລູແລ້ວ ສາວໃຊ້ຂອງນາງອົ້ວກໍຟ້າວເດີນທາງກັບຄືນເມືອງກາຍທັນທີ ແລະກໍໄດ້ເອົາຈົດໝາຍໃຫ້ນາງອົ້ວ.
ສີ: ນີ້ແມ່ນຈົດໝາຍຂອງອ້າຍຂຸນລູ.
ນາງອົ້ວ: ຂອບໃຈເດີ, ສີ. (ນາງອົ້ວຈັບເອົາຈົດໝາຍ ແລະຈີກອອກມາອ່ານ)
“ ອົ້ວທີ່ຮັກແລະຄິດເຖິງ!
ອ້າຍດີໃຈຫລາຍທີ່ໄດ້ຮັບຈົດໝາຍນ້ອງ. ອ້າຍຍັງຮັກນ້ອງຄືເກົ່າ ແລະຫວັງຈະເປັນຄູ່ຊີວິດກັບນ້ອງພຽງຜູ້ດຽວ. ວັນເສົາຊິມານີ້ ອ້າຍຈະເດີນທາງມາຫານ້ອງ. ຂໍໃຫ້ນ້ອງຈົ່ງລໍຖ້າອ້າຍເດີ. ຮັກສະເໝີ. ຂຸນລູ ”
ສາກທີ 11
(ຂຸນລູປອມຕົວມາພົບນາງອົ້ວ)
ຜູ້ເລົ່າເລື່ອງ: ເມື່ອຮອດວັນນັດ ຂຸນລູກໍເດີນທາງເຂົ້າເມືອງກາຍ ເພື່ອພົບກັບນາງອົ້ວ ໂດຍປອມ
ຕົວເປັນຊາວພູດອຍທີ່ເອົາສັດປ່າມາຂາຍ.
ຂຸນລູ: ກະຮອກສອງໂຕແລກເກືອຫໍ່ໜຶ່ງ, ເອົາບໍ່?
ສີ: ຂຸນລູຫວາ?
ຂຸນລູ: ແມ່ນແລ້ວ.
ສີ: ມາກັບຂ້ອຍພີ້. ຂ້ອຍຊິພາໄປຫານາງອົ້ວ.
ຜູ້ເລົ່າເລື່ອງ: ແລ້ວສາວໃຊ້ກໍພາຂຸນລູໄປຫານາງອົ້ວໃນເຮືອນໂດຍບໍ່ມີໃຜເຫັນ. ທັງສອງຊົມກັນດ້ວຍຄວາມຄິດຮອດ.
ນາງອົ້ວ: ອ້າຍຂຸນລູ, ນ້ອງຢູ່ກັບນໍ້າຕາທຸກໆມື້. ຍາມໃດກໍຄິດເຫັນແຕ່ໜ້າອ້າຍ. ກິນເຂົ້າບໍ່ແຊບ ນອນກໍບໍ່ຫຼັບ.
ຂຸນລູ: ອ້າຍກໍຄືກັນ.
ຜູ້ເລົ່າເລື່ອງ: ທັງສອງຢູ່ນໍາກັນຕະຫຼອດຄືນ ແລະເຂົ້າໃຈໃນຄວາມຮັກຂອງກັນແລະກັນ ຈົນຮອດເຊົ້າມື້ໃໝ່…
ສາກທີ 12
(ແມ່ຈຳປີຮູ້ວ່າຂຸນລູຢູ່ໃນຫ້ອງຂອງລູກສາວ)
ຄົນຄົວກິນ: ຍາແມ່ເອີຍ! ຂຸນລູເຂົ້າມານອນຢູ່ຫ້ອງນາງອົ້ວ.
ແມ່ຈໍາປີ: ແມ່ນແທ້ຫວາ? (ຮ້ອງຂຶ້ນພ້ອມທັງແລ່ນໄປທີ່ຫ້ອງຂອງນາງອົ້ວ, ຕົບເອິກຕົນເອງ ແລ້ວເວົ້າກັບນາງອົ້ວ)
ໂອ້ຍ! ລູກນີ້ຕັ້ງເຮັດແນວບໍ່ດີນໍ! ແມ່ບອກແລ້ວກໍບໍ່ຟັງ.
(ແລ້ວອວ່າຍໄປໃສ່ຂຸນລູ)
ໄປ! ຮີບໜີໄປ ຢ່າມາຢູ່ໜີ້! ຄົນຊົ່ວ!
ຂຸນລູ: ລູກນີ້ ຮັກນາງອົ້ວແທ້ໆ. ຂໍໃຫ້ແມ່ເຫັນໃຈ. ລູກຍອມເຮັດທຸກຢ່າງຕາມທີ່ແມ່ຕ້ອງການ.
ແມ່ຈໍາປີ: ບໍ່ຕ້ອງເວົ້າຫຼາຍຮີບໜີດຽວນີ້.
ສາກທີ 13
(ຂຸນເທືອງມາຂໍແຕ່ງດອງກັບນາງອົ້ວ)
ຜູ້ເລົ່າເລື່ອງ: ເມື່ອໄດ້ຍິນຂ່າວວ່າຂຸນລູກັບນາງອົ້ວຍັງລັກໄປພົບກັນຢູ່ ຂຸນເທືອງກໍຟ້າວຟັ່ງເອົາ
ເຄື່ອງບັນນາການຈໍານວນຫຼວງຫຼາຍເດີນທາງມາຂໍແຕ່ງດອງກັບນາງອົ້ວຢູ່ເມືອງກາຍທັນທີ.
ຂຸນເທືອງ: ນີ້ແມ່ນຄ່າດອງ, ຂໍໃຫ້ແມ່ຮັບເອົາທ້ອນ.
ແມ່ຈໍາປີ: ໂອ! ຫຼາຍແທ້ໆນໍ. ຂອບໃຈເດີ.
ຂຸນເທືອງ: ນາງອົ້ວເດ, ຢູ່ໃສ? ເອີ້ນອອກມາໃຫ້ລູກເຫັນແດ່ແມ້!
ແມ່ຈໍາປີ: ອົ້ວເອີຍ! ອົ້ວ! ອອກມາພີ້ແມ້! ອອກມາໃຫ້ຂຸນເທືອງເຫັນໜ້າແດ່!
ຜູ້ເລົ່າເລື່ອງ: ເມື່ອແມ່ເອີ້ນດັ່ງນັ້ນ ນາງອົ້ວກໍອອກມາພົບກັບຂຸນເທືອງດ້ວຍທ່າທີບໍ່ຄ່ອຍພໍໃຈ.
ຂຸນເທືອງ: ໂອ້! ຈັ່ງແມ່ນງາມແທ້ນໍ!
ແມ່ຈໍາປີ: ຂຸນເທືອງມາຂໍເປັນພີ່ເປັນນ້ອງ. ຖ້າລູກຕອບຮັບ ແມ່ກໍຈະຈັດພິທີແຕ່ງດອງໃນມື້ອື່ນນີ້ໂລດ. ລູກບໍ່ມີບັນຫາແມ່ນຕວ່າ?
ນາງອົ້ວ: ຖ້າເປັນຄວາມຕ້ອງການຂອງແມ່, ລູກກໍບໍ່ຂີນ.
ສາກທີ 14
(ນາງອົ້ວຂ້າຕົວຕາຍ)
ຜູ້ເລົ່າເລື່ອງ: ເຖິງນາງອົ້ວຈະຕອບຕົກລົງກັບແມ່ ແຕ່ຈິດໃຈຂອງນາງຍັງຮູ້ສຶກປ່ຽວພອຍ. ໃນຫົວໃຈຂອງນາງມີແຕ່ຂຸນລູເທົ່ານັ້ນ… ເພື່ອຈະບໍ່ໄດ້ແຕ່ງດອງກັບຂຸນເທືອງນາງຈຶ່ງຕັດສິນໃຈເຂົ້າໄປໃນປ່າ…
ນາງອົ້ວ: ຢູ່ດີເດີ ເຮືອນຊານທີ່ເຄີຍຢູ່ເອີຍ… ຂ້ອຍຕ້ອງຂໍລາໄປຈົນຕະຫຼອດຊີວິດ…
(ເມື່ອນາງອົ້ວໄປຮອດປ່າແລ້ວ ນາງກໍຂໍຮ້ອງຕົ້ນຈວງຈັນໃຫ້ກ່ອງງ່າລົງມາ ເພື່ອນາງຈະໄດ້ຜູກຄໍຕົນເອງ)
ນາງອົ້ວ: ຈວງຈັນເອີຍ… ກ່ອງງ່າເຈົ້າລົງມາເອົາຂ້ອຍແດ່ທ້ອນ.
ຜູ້ເລົ່າເລື່ອງ: ຕົ້ນຈວງຈັນກ່ອງງາລົງ ແລະນາງອົ້ວກໍຈັບງ່າໄວ້.
ນາງອົ້ວ: ອ້າຍຂຸນລູ ນ້ອງຂໍລາໄປກ່ອນ ຊາດໜ້າຈຶ່ງພົບກັນໃໝ່.
(ຮ່າງຂອງນາງອົ້ວກໍຫ້ອຍຕ້ອນແຕ້ນຢູ່ງ່າຈວງຈັນ)
ສາກທີ 15
(ຂຸນລູຂ້າຕົວຕາຍ)
ຜູ້ເລົ່າເລື່ອງ: ເມື່ອໄດ້ຍິນຂ່າວວ່ານາງອົ້ວຂ້າຕົວຕາຍ, ຂຸນລູກໍແລ່ນໄປຫານາງອົ້ວທີ່ຕົ້ນຈວງຈັນ.
ຂຸນລູ: ອົ້ວ! ເມື່ອບໍ່ມີນ້ອງແລ້ວ, ອ້າຍກໍບໍ່ຂໍມີຊີວິດຢູ່ອີກຕໍ່ໄປ. ອ້າຍຈະໄປພົບນ້ອງຢູ່ເທິງຟ້າພຸ້ນ.
(ເວົ້າແລ້ວກໍຊັກເອົາດາບຂຶ້ນມາປາດຄໍຕົນເອງ ແລະກໍລົ້ມຕາຍໄປນໍານາງອົ້ວ)
ຜູ້ເລົ່າເລື່ອງ: ຈາກນັ້ນວິນຍານຂອງຂຸນລູແລະນາງອົ້ວກໍລອຍຂຶ້ິນສະຫວັນ ເປັນວິນຍານຮັກອັນອະມະຕະ ເຊິ່ງກ່າວຂານກັນຈົນມາຮອດປັດຈຸບັນນີ້.
(ຈົບ)
ຂໍຂອບໃຈເວັບ ໃບລານ