
ຂຽນເມື່ອ: ພ.ພ.. 4, 2012
| ມີ
16 ຄຳເຫັນ
ແລະ
0 trackback(s)
ຈະຖືກຫຼືບໍ່ຖືກກໍ່ລອງທົດລອງເຮັດກັນເບີ່ງເດີ້
ວິທີການເບີ່ງແມ່ນໃຫ້ຫັນຝາມືເຂົ້າຫາໂຕເອງ ໂດຍທີ່ຜູ້ຍິງແມ່ນເບີງມືເບື້ອງຊ້າຍ ສ່ວນຜູ້ຊາຍແມ່ນເບີ່ງມືເບື້ອງຂວາ
ແລ້ວຂີ້ດເສັ້ນແບ່ງຂໍ້ຕໍ່ຂອງແຕ່ລະຂໍ້ເທິງນິວກ້ອຍ ຈະໄດ້ທັງຫມົດ 3 ຂໍ້ດັ່ງຮູບປະກອບ
ສ່ວນທີ່ຍາວທີ່ສຸດແມ່ນຈະບອກລັກສະນະເດັ່ນໃນໂຕເຈົ້າ

ຂໍ້ເທິງຍາວທີ່ສຸດ
ເຈົ້າເປັນຄົນທີ່ມີພອນສະຫວັນໃນການເວົ້າຈາ ດຶງດູດຄົນ ເປັນຄົນທີ່ຄ່ອງແຄ້ວໃນການເວົ້າ ທັງປະຕິກິລິຍາທ່າທາງ ເປັນຄົນຊ່າງສັງເກດແລະຮອບຄອບ
ຂໍ້ກາງຍາວທີ່ສຸດ
ເປັນຄົນທີ່ໃຫ້ຄວາມໃສ່ໃຈຄົນອື່ນ ແລະ ມີຄວາມອົດທົນສູງ ລັກສະນະຄວາມຍາວຂອງຂໍ້ກາງນີ້ ສ່ວນຫລາຍຈະພົບຢູ່ໃນແວດວົງຂອງການແພດເປັນສ່ວນໃຫຍ່
ຂໍ້ລຸ່ມຍາວທີ່ສຸດ
ເຈົ້າເປັນຄົນທີ່ມັກອິດສະຫຼະ ບໍ່ມັກໃຫ້ໃຜມາຄວບຄຸມ ຫຼື ບັງຄັບ ເປັນຄົນເວົ້າຈາເປີດເຜີຍຕົງໄປຕົງມາ ມີຝີປາກໃນການເວົ້າ ຍືດຫມັ້ນໃນຄວາມມີເຫດຜົນ ແລະ ຈະເກັ່ງໃນເລື່ອງການ ໂຕ້ຖຽງຫຼືການໂຕ້ແຍ່ງໃດໆໆ.
ທີ່ມາ : http://webboard.yenta4.com