 ຂຽນເມື່ອ: ທ.ວ.. 7, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ການຮຽນຮູ້ທີ່ໄວທີ່ສຸດຄືການ ""ຖາມ"" ການຮຽນຮູ້ທີ່ງ່າຍທີ່ສຸດຄືການ ""ຮຽນຮູ້ຈາກປະສົບການຂອງຄົນອື່ນ"" ການຮຽນຮູ້ທີ່ເຂົ້າໃຈທີ່ສຸດຄືການ ""ຕ້ອງພົບກັບບັນຫາ ແລະ ແກ້ໄຂດ້ວຍຕົນເອງ"" ຈຸດສີ້ນສຸດຂອງການຮຽນຮູ້ມັນບໍ່ມີ ............ ເພາະຊີວິດຄືການຮຽນຮູ້ ................ ແລະຍອມຮັບມັນ !!
|
 ຂຽນເມື່ອ: ທ.ວ.. 1, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
|
 ຂຽນເມື່ອ: ພ.ຈ.. 25, 2011
| ມີ
21 ຄຳເຫັນ
ແລະ
0 trackback(s)
ມາຮູ້ຈັກກັບຄົນຫມວດເລືອດ O - ຄວາມຮັກ: ຮັກໃຜຮັກຈິງ, ທຸ້ມເທເຕັມຮ້ອຍ ແຕ່ມັກມີຟອມ(ຄືຄົນປຽບໃຫຍ່)
- ຕອນມີຄວາມຮັກ ກໍ່ຈະ ຮ້ອນແຮງສຸດໆ ຈົນລະເບີດໄດ້ - ຫາກໄດ້ຮັກໃຜແລ້ວຈະທຸ້ມເທໃຫ້ຫມົດທັ້ງຕົວແລະຫົວໃຈ - ເວລາຫລົງຮັກໃຜຂ້າງດຽວ ຈະມັກໄປຢູ່ບ່ອນທີ່ຄິດວ່າຈະພົບເຂົາແລ້ວກໍ່ເລິ່ມມອງຫາ ມອງ ມອງ ມອງຫາເຂົາແຕ່ເຂົາບໍ່ມາກະຄອຍເກີ້ຢູ່ຫັ້ນແຫລະ - ຫາກກຳລັງເບິ່ງໆກັນໄປກັບໃຜຜູ້ຫນຶ່ງ ເວລາຍ່າງສວານທາງກັນ ຄົນຫມວດເລືອກ O ຈະທຳທ່າເຮັດຄືບໍເຫັນ ເພື່ອໃຫ້ຝ່າຍນັ້ນທັກທາຍກ່ອນ( ແບບວ່າບໍ່ຍອມເສຍປຽບ) - ເວລາພົບຫນ້າຄົນທີ່ໂຕເອງລັກມັກ ຈະທຳທ່າເສີຍໆຫລຽວໄປທາງອື່ນ ທັ້ງໆທີ່ໃຈລອຍໄປຢູ່ກັບເຂົາຕັ້ງແຕ່ເຫັນກັນທຳອິດພຸ້ນ - ຈົດຈຳລາຍລະອຽດຂອງເຂົາຄົນນັນໄດ້ຢ່າງຊັດເຈນວ່າ ເຫັນເຂົາຢູ່ໃສ ຕອນໃດ ຕອນນີ້ເຂົາກຳລັງເຮັດຫຍັງ ຄົນຫມວດເລືອດນີ້ ຈະຈື່ໄດ້ຫມົດ - ເມື່ອຕົກຫລຸມຮັກໃຜຜູ້ຫນຶ່ງ ເພງຫວານໆ ບໍ່ວ່າຈະເກົ່າຫລືໃຫມ່ຈະຖືກຂັບຮ້ອງອອກມາຈາກປາກຂອງຄົນໆນີ້ ຕະຫລອດເວລາ (ແບບວ່າ Inlove) - ແຕ່ໃນເວລາດຽວກັນ ຄົນຫມວດເລືອດນີ້ອາດມັກໄດ້ຫລາຍໆ ແຕ່ ຮັກຄົນດຽວ - ເປັນຄົນFriendly ແລະ ປະຕິເສດຄົນບໍ່ເປັນ ເຮັດໃຫ້ຄົນທີ່ມາຈີບ ຄິດເຂົ້າຂ້າງໂຕເອງສະເຫມີ - ການໃຫ້ຂອງຂັວນກັບໃຜຜູ້ຫນຶ່ງ ຫາກມີເວລາພໍເຂົາຈະເຮັດດ້ວຍມືເຂົາເອງເພາະເຂົາຄິດວ່າມັນເປັນຂອງຂວັນທີ່ຈິງໃຈທີ່ສຸດ - ເວລາອົກຫັກຈະມັກໄປນັ່ງມອງຂອງເກົ່າໆ ສະຖານທີ່ເກົ່າໆ ຄິດເຖິງເຫດການເກົ່າໆ ແລ້ວກໍ່ມານັ່ງເສົ້າຢູ່ງຽບໆ ຄົນດຽວ ແຕ່ເວລາທີ່ເຂົາອອກໄປສັງສັນກັບຫມູ່ ເຂົາຈະລືມຄວາມເຈັບປວດຈົນສະຫນິດ ແຕ່ພໍກັບມາຢູ່ ຄົນດຽວ ຄວາມເຫງົາມັນກໍ່ກັບມາເປັນເພື່ອນເຂົາອີກເຊັ່ນເຄີຍ - ຄົນຫມວດເລືອດ o ເປັນທີ່ປຶກສາໄດ້ດີທີ່ສຸດ ດັ່ງນັ້ນ,ຍ້ອນເຫດຜົນນີ້ຈຶ່ງເຮັດໃຫ້ຄົນຫມວດເລືອດນີ້ເປັນຄົນທີ່ “ຢູ່ນຳຫລື ໃກ້ສິດແລ້ວສະບາຍໃຈ” ດ້ວຍເຫດນີ້ ເມື່ອມີໂອກາດ ໃກ້ສິດກັບຄົນແບບນີ້ເຂົາຈຶ່ງຖືກວາງຕຳແຫນ່ງໃຫ້ເປັນພຽງ “ທີ່ປຶກສາ” - ທັ້ງຫມົດຂອງເວລາແຫ່ງຄວາມຮັກຂອງເຂົາ ການໄດ້ “ລັກມັກ” ນັ້ນແຫລະ ເປັນຊ່ວງທີ່ສະຫນຸກ ແລະ ທ້າທາຍທີ່ສຸດ ສຳຫລັບຄົນຫມວດເລືອດນີ້ - ເວລາບໍ່ສະບາຍ ຫາກແຟນບອກວ່າ “ກິນຢາແດ່ເດີ້” ຄົນເລືອດ O ຈະທຳທ່າຫົວດື້ບໍ່ຍອມກິນຢາ ແຕ່ທີ່ຈິງເຂົາທຳທ່າເຮັດໃຫ້ແຟນເປັນຫ່ວງຊື່ໆ - ຫາກເຈິະຄົນທີ່ລົມກັນຖືກຄໍ ຈະເດິກປານໃດກໍ່ຕາມ ຫາຄູ່ຂາບໍ່ຍອມໄປນອນ ຢ່າຫວັງວ່າຄົນເລືອດ O ຈະຍອມໄປນອນກ່ອນ - ແຕ່ຄົນແບບນີ້ຂີ້ຫວງບໍ່ທຳມະດາເດີ ພຽງແຕ່ວ່າເຂົາບໍ່ຄ່ອຍສະແດງອາການ “ຫວງ”ອອກມາຊື່ໆ - ມັກໃຫ້ຄົນອື່ນມາຫຶງມາຫວງໂຕເອງ ເພາະນັ້ນນສະແດງໃຫ້ເຫັນວ່າ ເຂົາມີຄ່າສຳຫລັບໃຜຜູ້ຫນຶ່ງ ແຕ່ຖ້າຫວງຫລາຍເກີນໄປ ເຂົາຈະລຳຄານ - ຄົນທີ່ສາມາດລັກຫົວໃຈຂອງຄົນເລືອດO ໄດ້ຢ່າງງ່າຍດາຍທີ່ສຸດຄືຄົນຫມວດເລືອດ B - ເປັນຄົນປາກແຂງ ແຕ່ຫົວໃຈບໍ່ແຂງຄືປາກ……ເປັນຄົນໃຈບໍ່ກ້າພໍ - ຊັງຄົນນອກໃຈ ແຕ່ບາງທີ ໂຕເຂົາເອງຊ້ຳພັດດມັກເຊື່ອງໃຜຜູ້ຫນຶ່ງໄວ້້ໃນໃຈ - ຖ້າເລີ່ມສົນໃຈໃຜຜູ້ຫນຶ່ງ ເຂົາຄົນນັ້ນຈະເລີ່ມເຂົ້າມາຢູ່ໃນຄວາມຄິດຂອງຄົນຫມວດເລືອກ O ແລະຄວາມຖີ່ໃນການຄິດເຖິງຈະເພິ່ມຂຶ້ນເລື້ອຍໆຕາມລະຍະເວລາ
2. ເພື່ອນ: Friendly ສຸດໆ ແຕ່ຂີ້ເຫງົາ, ຈິງໃຈ ເຖິງໃສເຖິງກັນ - ສິ່ງທີ່ສຳຄັນທີ່ສຸດຂອງເຂົາຄືຫມູ່ເພື່ອນ ອັນດັບຮອງລົງມາແມ່ນຄວາມຮັກ (ເອົາເພື່ອນເປັນໃຫຍ່) - ມັກເຂົ້າສັງຄົມ ເຮັດໃຫ້ລາວມີເພື່ອນຫລາຍໆ ມີຄວາມສຸກກັບການພົບປະກັບຜູ້ຄົນຫນ້າໃຫມ່ໆ ແລະ ຄົນຫມວດເລືອດນີ້ເປັນຄົນທີ່ ກັນເອງສຸດໆ - ນິໃສບໍ່ດີ ຂອງຄົນ ປະເພດນີ້ຄືເປັນຄົນຫົວດື້ ແລະມັກປົກປ້ອງເອົາພັກພວກຂອງຕົນ - ມັກລັກນ້ອຍໃຈຕໍ່ຫມູ່ຢູ່ເລິກໆ ຈົນດົນໆໆ ຈຶ່ງມາເວົ້າໃຫ້ຫມູ່ຟັງ -ເວລາຢູ່ກັບຫມູ່ຈະເປັນຄົນຂີ້ຝອຍ ແຕ່ທັງຫມົດທີ່ເວົ້າມານັ້ນເນື້ອຫາສາລະເກືອບບໍ່ມີ ຮາຮາຮາຮາ -ເຖິງເຂົາຈະເປັນຄົນສະບາຍ ໆ ກັບຊີວິດ ແຕ່ເລິກໆ ເຂົາລັກສັງເກດແລະ ເກັບລາຍລະອຽດຂອງຄົນຮອບຂ້າງໄວ້ສະເຫມີ -ຊັງການທີ່ຄົນອື່ນເອີ່ຍເຖິງປົມດ້ອຍຂອງຕົວເອງ ເຖິງຈະເປັນການເວົ້າຢອກແຕ່ເຂົາກະຄຽດອີ່ຫລີ -ບໍ່ມັກໃຫ້ໃຜມາຂັດແຍ້ງຄວາມຄິດຂອງຕົນ ແຕ່ເຂົາກໍ່ເປັນຜູ້ຟັງທີ່ດີເພື່ອຮັບຟັງຄວາມຄິດເຫັນຂອງຄົນອື່ນ -ບໍ່ມັກຄົນມາເອາະເຊາະ ອໍ້ແອ້ ແຕ່ເວລາເຂົ້າຜັບ ເຂົາພັດໄປນົວເນຍບໍ່ນ້ອຍຫນ້າໃຜ ຮາຮາຮາ -ເວລາຄຽດຫລືງອນໃຫ້ຄົນອື່ນ ແລ້ວເຂົາບໍ່ມາງໍ້ ໂຕເອງກໍ່ຄ່ອຍໆເຊົາໄປເອງແບງຽບໆ - ການເຂົ້າຫາຄົນຫມວດເລືອດ O ບໍ່ແມ່ນເລື່ອງຍາກ ແຕ່ການເຮັດໃຫ້ເຂົາສະຫນິດແລະເຊື່ອໃຈນັ້ນແຫລະຄືສິ່ງທີ່ຍາກທີ່ສຸດ - ບໍ່ຄ່ອຍມອງໃຜໃນແງ່ຮ້າຍ ແຕ່ຖ້າໄດ້ອະຄະຕິກັບໃຜແລ້ວຍາກທີ່ຈະເຊົາ - ບາງທີ ຄົນເລືອດ o ກໍ່ບໍ່ຮູ້ຈະສັນຫາຄຳເວົ້າແບບໃດມາປອບໃຈຫມູ່ ເຂົາພຽງແຕ່ນັ່ງຢູ່ຂ້າງໆເປັນຜູ້ຟັງທີ່ດີ ແລະ ພາວະນາໃຫ້ຫມູ່ຫາຍເສົ້າໄວໆ - ບໍ່ຄ່ອຍໃສ່ໃຈກັບສັນຍາທີ່ໃຫ້ໄວ້ກັບຄົນອື່ນ ຍົກເວັ້ນແຕ່ວ່າ ຄົນໆນັ້ນຈະເປັນຄົນສຳຄັນທີ່ສຸດສຳຫລັບເຂົາ ( ຄ້າຍຄືຄົນບໍ່ຈິງໃຈ ເນາະ) - ຫາກຄົນເລືອດO ຜິດຖຽງກັນເອງ ແປັບດຽວກະເຊົາ - ມີຄວາມສຸກກັບການທີ່ໄດ້ເຮັດໃຫ້ຄົນຮອບຂ້າງຍິ້ມແລະຫົວໄດ້ -ຫາກບໍໄດ້ຢູ່ກັບຫມູ່ເພື່ອນ ຈະຖືກຄວາມງຽບເຫງົາເຂົາມາຄອບງວຳທັນທີ -ເຖິງວ່າຈະລົມກັບໃຜຜູ້ຫນຶ່ງຈົນຫມັ້ນໃຈວ່າຄົນໆນັ້ນກໍ່ຄິດຄືກັນກັບເຂົາ ແຕ່ກໍ່ຍັງບໍ່ກ້າທີ່ຈະບອກຄວາມຮູ້ສຶກທີ່ແທ້ຈິງຂອງຕົນເອງ (ບອກຮັກຍາກກກກ) -ມັກຕັດສິນໃຈ ຄົນອື່ນຈາກຕວາມປະທັບໃຈແລກພົບ First Impression - ມັກມອງຄົນທີ່ຫນ້າຕາແລະ ບຸກຄະລິກພາຍນອກ - ໃສ່ໃຈຄວາມຮູ້ສືກຂອງເພື່ອນສະເຫມີ 3. ນິໃສ, ທັດສະນະຄະຕິ : ອາລົມດີ ລ່າເລິງ ແຈ່ມໃສ ແຕ່ມີໂລກສ່ວນຕົວສູງ - ມັກເວົ້າຫລາຍ….ເວົ້າຫລາຍຈົນກາຍເປັນຝອຍ ແລະມັກ ເປີດປະເດັນການນິນທາ ອີກດ້ວຍ - ອາທະຍາໃສດີ ສະຫນຸກສະຫນານ ຫນ້າຮັກ ແລະເປັນຄົນ ມີສະເຫນ່ - ເປັນຄົນເບື່ອງ່າຍ ແລະ ຄວາມອົດທົນ ບໍ່ສູງ ແຕ່ມີຄວາມສາມາດໃນການສະແດງອອກ - ເປັນບ້າມັກຍ້ອງ ມັກໃຫ້ຄົນອື່ນຍ້ອງໂຕເອງ ຮາຮາຮາຮາ - ເປັນຄົນໃຈດີ ແຕ່ເວລາໄດ້ເຢັນຊາກໍ່ເຢືອກເຢັນຈົນເປັນຕາຢ້ານ - ເຫັນວ່າເປັນຄົນໃຈດີ ແຕ່ມີໂລກສ່ວນຕົວສູງເດີ ແຖມຍັງເປັນຄົນ ຢາກຮູ້ຢາກເຫັນຫລາຍອັນ - ເວລາສົນໃຈສິ່ງໃດກໍ່ຈະບ້າ ແລະ ຈົດຈໍ່ຢູ່ກັບສິ່ງນັ້ນທີ່ສຸດ - ເປັນຄົນຫົວດື້ ຖ້າບໍ່ໄດ້ກໍ່ຈະເອົາໃຫ້ໄດ້ ນິໃສປານເດັກນ້ອຍເອົາແຕ່ໃຈຕົນເອງ - ບໍ່ມັກການທີ່ຖືກຄັດຄ້ານ ຫາກເຂົາຄິດວ່າສິ່ງທີ່ເຂົາຄິດເປັນການຖືກຕ້ອງແລ້ວ - ເປັນພວກດື້ງຽບໆ …ແບບ ບໍ່ຖຽງແຕ່ກະບໍ່ເຮັດຕາມ - ເວລາໃຈຮ້າຍ ໃຫ້ອະທິບາຍດ້ວຍເຫດຜົນ ເວລາຮ້າຍເປັນຕາຢ້ານ ແຕ່ຖ້າຮູ້ເຫດຜົນແລ້ວກໍ່ຈະເຊົາ - ມັກເກັບຄວາມຮູ້ສືກເວລາໃຈຮ້າຍ ແຕ່ກະບໍ່ຄ່ອຍປົກປິດໄດ້ - ເວລາໃຈຮ້າຍ ມັກທຳລາຍເຄື່ອງຂອງແບບພັງຈົນບໍ່ເຫລືອຊາກ - ບໍ່ມັກຈະໃຫ້ໃຜເຫັນນ້ຳຕາາເວັ້ນນແຕ່ວ່າຄົນນນັ້ນນຄືຄົນນທີ່ເຂົາວາງໃຈ - ຖ້າມື້ໃດມີເລື່ອງສັບສົນຫລາຍ ໃນຄືນນັ້ນນເຂົາຈະນອນຄິດໄປໂລໆເລໆ ຈົນລືມເລື່ອງບໍ່ດີຕ່າງໆນາໆ ກ່ອນຈະຫລັບໄປຢ່າງມີຄວາມສຸກ - ເວລາເສັຍໃຈຈະພະຍາຍາມຄວບຄຸມອາລົມ ແລະຢູ່ກັບຕົວເອງແບບງຽບໆ ເພື່ອເປີດໂອກາດໃຫ້ຕົວເອງຈັດການກັບຄວາມຄິດຂອງຕົວເອງ - ມັກຫົວ…..ຫົວຈົນຄ້າງ…ຫົວຈົນໃສ້ຂົດໃສ້ໂຂ - ເວລາພະຍາຍາມທຳຕົວໃຫ້ດູດີມີສະເຫນ່ ຄົນທີ່ເຫັນກັບຮູ້ສືກທຳມະດາ ແຕ່ເວລາທີ່ເຂົາຢູ່ຊື່ໆ ບໍ່ວ່າຈະໃນອາລິຍະບົດໃດກໍ່ຕາມ ຜູ້ພົບເຫັນກັບມອງວ່າເຂົາມີສະເຫນ່ສຸດໆ - ເປັນຄົນລະອຽດທີ່ສຸດດດ ສົມມຸດວ່າໃຫ້ຂຽນບົດເລື່ອງຈັກ 1 ຫນ້າ ເຂົາຕ້ອງແທກລະຍະຫາງຂອງຫນ້າເຈ້ຍໃຫ້ເທົ່າກັນທັງ 4 ດ້ານ ກ່ອນລົງມືຂຽນ - ໃນ 4 ຫມວດເລືອດ ຄົນຫວມດເລືອດ O ມັກຄິດເຂົ້າຂ້າງຕົວເອງທີ່ສຸດ - ມັກນ້ອຍໃຈ ແຕ່ບໍ່ຄ່ອຍສະແດງອອກ - ຫາກຈະຮ້ອງໄຫ້ ມັກຮ້ອງໄຫ້ເວລາຢູ່ຄົນດຽວ ແຕ່ເວລາຢູ່ກັບຄົນອື່ນ ຈະທຳທ່າເປັນຄົນເຂັ້ມແຂງ - ເປັນຄົນຮັກ ແລະສົງສານສັດ ຈະຫນາດມົດໂຕຫນຶ່ງຊິຈົມນ້ຳຕາຍກະຍັງໄປຊ່ວຍມັນຂຶ້ນມາ - ເວລາເສົ້າພຍງເຂົາໄດ້ລະບາຍຄວາມຮູ້ສືກ ໃຫ້ໃຜຜູ້ຫນຶ່ງຟັງກໍ່ຄ່ອຍໆຮູ້ສືກດີຂື້ນລະ - ບໍ່ມີທາງທີ່ຄົນຫມວດເລືອດນີ້ຈະຍອມຮັບຫລືທຳຕົວສຳນຶກຜິດໃຫ້ກັບຄວາມຜິດທີ່ຕົວເອງບໍໄດ້ກໍ່ເດັດຂາດ - ເປັນພວກ ສະຫມອງດີ ແຕ່ຂີ້ຄ້ານ ເວລາພັກຮຽນອາຈານບອກໃຫ້ອ່ານຫນັງສືກະບໍ່ອ່ານ ແຕ່ຈະມາອ່ານແບບເອົາເປັນເອົາຕາຍ ຕອນໂຄ້ງສຸດທ້າຍກ່ອນເສັງ - ເວລາບໍ່ສະບາຍ ຄົນເລືອດ O ຈະບໍ່ຄ່ອຍໃສ່ໃຈຕົວເອງ - ເປັນຄົນບໍ່ມັກຄິດກ່ອນທຳ ແຕ່ພໍຄິດໄດ້ມັກຈະມານັ່ງເສຍໃຈພາຍຫລັງເປັນປະຈຳ - ມີຄວາມຄິດທີ່ຈະເຮັດສິ່ງໃຫມ່ໆ ຢູ່ໃນຫົວເຕັມໄປຫມົດ ແຕ່ພໍເລິ່ມລົງມືເຮັດໄປໄດ້ຫນ້ອຍຫນຶ່ງກໍ່ຈະເບື່ອ ແລະ ລົ້ມເລີກໃນທັນທີ( ຫົວຊ້າງຫາງຫນູ) - ມັກຫວງເຄື່ອງຂອງໂຕເອງ ບໍ່ມັກໃຫ້ໃຜມາຫຍຸ້ງກັບເຄື່ອງສ່ວນຕົວ ເຫັນຢູ່ໃນເວັບ kapook ວ່າ ກຣຸບເລືອດສາມາດບອກນິໃສໄດ້ ກະເລີຍເອົາມາໃຫ້ອ່ານ ອ່ານແລ້ວພິຈາລະນາໄປພ້ອມວ່າ ຖືກກັບຕົວທ່ານຫລືບໍ່ ທີ່ມາ: http://www.bailane.com/
|
 ຂຽນເມື່ອ: ພ.ຈ.. 25, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
|
 ຂຽນເມື່ອ: ພ.ຈ.. 23, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ລູກສອນ 3 ດອກ ສູ່ຄວາມສຳເລັດ ສັດທາ ດຸໝັ່ນ ຢືດຢຸ່ນ ສາມຄໍານີ້ ແມ່ນລູກສອນ ຍິງສູ່ເປົ້າໝາຍຄວາມສໍາເລັດ (self esteem, diligent and flexible arearrows to success in life)
ສັດທາ - ຄົນເຮົາຖ້າມີຄວາມຕັ້ງໃຈ ມຸ້ງໝັ້ນໃນເປົ້າໝາຍ ເປັນອັນດັບທໍາອິດເຮັດໃຫ້ເຮົາມີໄຊໄປເຄິ່ງໜຶ່ງ ເຖິງວ່າບາງຄົນຈະເວົ້າວ່າເຮົາເປັນຄົນບ້າ ແລະ ເຮັດໃນສິ່ງທີ່ເປັນໄປບໍ່ໄດ້ແລ້ວ
ດຸໝັ່ນ: ຄົນເຮົາຈະມີຄວາມຝັນ ຄວາມຫວັງ ແລະ ຄວາມສັດທາຕໍ່ຕົນເອງ ຕໍ່ສິ່ງທີ່ເຮັດແຮງປານໃດກໍຕາມ ຖ້າບໍ່ລົງມືເຮັດ ແລະ ຖ້າບໍ່ພັດທະນາປັບປຸງໄປເລື້ອຍໆ ເປົ້າໝາຍທີ່ວາງໄວ້ກໍຍາກທີ່ຈະໄປເຖິງ.
ຢືດຢຸ່ນ: ຄົນເຮົາເຖິງຈະມີຄວາມສັດທາ, ມີຄວາມດຸໝັ່ນ ແຕ່ຖ້າມື້ໃດລົ້ມລົງ ບໍ່ຈັກຈະລຸກຂຶ້ນ ບໍ່ຮູ້ຈັກຈະປັບໂຕແລ້ວ ຈະເປັນຄົນພ່າຍແພ້ໄປຕະຫຼອດການ
ພະຍາຍາມໂປຣແກມ 3 ຄໍານີ້ ເຂົ້າໄປຍັງ ຈິດໃຕ້ສໍານຶກ ໃນທຸກໆມື້ ເພື່ອໃຫ້ມັນເຂົ້າໄປໃນສາຍເລືອດກາຍເປັນ 'ສິ່ງລໍ່ລ້ຽງຈິດວິນຍານ'
|
 ຂຽນເມື່ອ: ພ.ຈ.. 20, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
ຄຳສັ່ງຂອງຄົນຕາຍ - ວານີ້ ໄດ້ມີຍິງຄົນໜຶ່ງມາຫາ ບອກວ່າຈະເຮັດບຸນ ເພາະແມ່ເຂົາຜູ້ຕາຍໄປແລ້ວສັ່ງໄວ້. - ສືບຖາມຄັກແລ້ວ ມີເລື່ອງຢູ່ວ່າ.
- ແມ່ນເຂົາ ມີອາຍຸ ໔໙ ປີ ຕາຍໄປແລ້ວປີກາຍ, ຕອນຍັງມີຊີວິດຢູ່ແມ່ເຂົາ ມັກຈະບໍ່ຄ່ອນເຮັດບຸນ ບໍ່ວ່າບຸນທີ່ວັດ ຫຼືບຸນເຮືອນ ເພາະແມ່ເຂົາເຊື່ອວ່າ "ອາຍຸຍັງບໍ່ທັນເຖິງ ເຮັດບຸນແລ້ວກໍຈັກຕາຍໄປຮັບກອງບຸນ" ເຊິ່ງອັນນີ້ ແມ່ຂອງເຂົາກໍບອກເຂົາ ແລະເຄີຍຫ້າມເຂົາ ຕອນເຂົາເອງຂຶ້ນເຮືອນໃໝ່ ເມື່ອປີ ໒໐໐໗ ເຂົາຈະເຮັດບຸນນິມົນພຣະມາຕັ້ງກອງອັດຖະໃນວັນຂຶ້ນເຮືອນໃໝ່ນັ້ນເລີຍ ແຕ່ແມ່ຂອງເຂົາຫ້າມໄວ້ ເພາະເຂົາເອງອາຍຸຈັ່ງຫາໄດ້ ໒໕-໒໖ ປີ, ຫຼັງຈາກນັ້ນເຂົາກໍຊື້ລົດໃຫຍ່ ເງິນກໍໝົດໄປແນ່ແລ້ວ ແຕ່ຈິດໃຈຄິດຢາກເຮັດບຸນ ແມ່ເຂົາກໍໄດ້ແຕ່ບອກວ່າອາຍຸບໍ່ທັນເຖິງ.
- ຢູ່ຕໍ່ມາເມື່ອປີກາຍນີ້ ຄືທ້າຍປີ ໒໐໑໐ ແມ່ຂອງເຂົາເລີ່ມປ່ວຍຕອນອາຍຸ ໔໙ ປີປາຍ, ໄປນອນໂຮງມໍ່ພຽງ ໑ ເດືອນ ວັນນັ້ນແມ່ນເຂົາກໍຕາຍໄປໃນໂຮງໝໍ ເມື່ອຕາຍແລ້ວ ແພດກໍລົງມະຕິວ່າຕາຍແລ້ວ ເຂົາກໍເອົາສົບມາຍັງເຮືອນ ເມື່ອເອົາມາເຮືອນແລ້ວ ກໍາລັງຈະເອົາຟອກໂມນໃສ່ ແມ່ເຂົາກັບຟື້ນຄືນມາ, ໄດ້ເລົ່າເລື່ອງຕ່າງໆ ທີ່ເຂົາພົບໃຫ້ລູກ ແລະຄົນທັງຫຼາຍຟັງ ກໍາລັງເລົ່າເລື່ອງນັ້ນ "ແມ່ເຂົາວ່າ ຍົມພິບານບອກວ່າ ເຂົາບໍ່ໄດ້ເຮັດບຸນຫັຍງ ແຖມຍັງຊັກຊວນຄົນໃຫ້ຫຼົງຜິດອີກ ແມ່ເຂົາຈະຕ້ອງໄດ້ໄປຮັບກັມ" ແມ່ຂອງເຂົາ ກໍາລັງເລົ່າຢູ່ນັ້ນ ເໝືອນກັບເລື່ອງລາວທີ່ເລົ່າຍັງບໍ່ທັນຈົບ ແມ່ຂອງເຂົາກໍສລົບໄປອີກ ຄືກໍາມະຈອນກໍບໍ່ເຕັ້ນ ພີ້ນ້ອງທັງຫຼາຍກໍລົງມະຕິວ່າຕາຍອີຫຼີແລ້ວ ເພາະປະໄຫວ້ຫຼາຍຊົ່ວໂມງ ໃນທີ່ສຸດລູກຫຼານຍາດພີ່ນ້ອງ ກໍສັ່ງໃຫ້ຄົນເອົາຟອກໂມນມາໃສ່ ກໍາລັງຈະໃສ່ຟອກໂມນຢູ່ນັ້ນ ແມ່ເຂົາກໍຟື້ນຄືນມາອີກ ແຕ່ເວົ້າໄດ້ແຕ່ພຽງວ໋າ "ໃຫ້ພວກລູກໆເຮັດບຸນໃຫ້ແມ່ແນ່ເດີ....ແມ່ໄປແລ້ວ" ເທົ່ານັ້ນແມ່ເຂົາກໍສິ້ນລົມຫາຍໃຈໄປຄັ້ງສຸດທ້າຍ ປະໄວ້ຫຼາຍຊົ່ວໂມງ. - ຜ່ານໄລຍະປີ ໑ ແລ້ວ ລູກຂອງເຂົາ ກໍເຮັດບຸນໃຫ້ແມ່ຂອງເຂົາ ຈຶ່ງມາເວົ້າເລື່ອງນີ້ໃຫ້ຟັງ, ເມື່ອຟັງແລ້ວບໍ່ເປັນຕ່າເຊື່ອ ແຕ່ກໍຕ້ອງເຊື່ອ ເພາະລູກຂອງເຂົາເວົ້າເອງ.
- ແຕ່ສິ່ງ ທີ່ໜ້າຄິດນັ້ນ ຄື ຍິງຄົນນີ້ ເປັນຄົນມີມິດສາທິດຖີ ເພາະເກີດໃນຖ່າມກາງສັງຄົມມີມິດສາທິດຖີ ເສັຍເວລາເກີດ ຈົນຮອດວັນຕາຍ ຈຶ່ງຮູ້ເມື່ອຄິງວ່າ ຕົນຄິດຜິດ ແລະເຂົ້າໃຈຜິດ ໃນທີ່ສຸດກໍບໍ່ມີເວລາທໍາບຸນ ແຖມຍັງຜູກມັດລູກຕົນເອງອີກ.
- ທ່ານທັງຫຼາຍເກີດຂຶ້ນມາເປັນຄົນແລ້ວ ຢ່າຄິດຜິດ ຈົ່ງເຂົ້າເຖິງບັນດິດ ອາຈານ ນັກປາດ ເພິ່ນຈະແນະນໍາສິ່ງດີໆ ຖືກຕ້ອງໃຫ້ເຮົາ ເພື່ອປະຕິບັດຕົນຖືກຕ້ອງ.
|
 ຂຽນເມື່ອ: ພ.ຈ.. 19, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ຄາດອັດຕາເງິນເຟີ້ຂອງລາວ ອາດເພີ່ມຂຶ້ນ ຂ່າວນີ້ອັບເດັດ ເດືອນຕຸລາ 2011 
ເມື່ອບໍ່ດົນມານີ້ໄດ້ມີ ການຄາດຄະເນເຖິງອັດຕາເງິນເຟີ້ ຂອງລາວປີນີ້ອາດແລ່ນຂຶ້ນຕາມຕົວເລກຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມຕ້ອງການພາຍໃນເພີ່ມຂຶ້ນ. ເຖິງແມ່ນວ່າປະຈຸບັນອັດຕາເງິນເຟີ້ຂອງລາວໄດ້ມີຕົວເລກຖອຍລົງ ແລ້ວກໍ່ຕາມ ແຕ່ກໍ່ມີການຄາດຄະເນອອກມາວ່າອາດຍັງມີຄວາມສ່ຽງຕໍ່ການເພີ່ມ ຂຶ້ນອີກຂອງອັດຕາເງິນເຟີ້ປະຈຳປີນີ້ມາຢູ່ທີ່ລະດັບ 8,3% ຈາກຕົວເລກຄາດການໄວ້ກ່ອນຫນ້ານັ້ນ 6,5%. ການຄາດຄະເນດັ່ງກ່າວທະນາຄານພັດທະນາອາຊີ ຫລື ເອດີບີ ລະບຸວ່າ: ເກີດຈາກອັດຕາການຂະຫຍາຍຕົວຂອງເສດຖະກິດ ໂດຍເອດີບີໄດ້ປັບເພີ່ມການຂະຫຍາຍຕົວຂອງເສດ ຖະກິດລາວໃນປີນີ້ເປັນ 8,1% ເພີ່ມຂຶ້ນ 0,4% ຈາກອັດຕາທີ່ຄາດຄະເນໄວ້ໃນເດືອນເມສາຜ່ານມາ ໂດຍໄດ້ແຮງຍູ້ຈາກມູນຄ່າການຂາຍກະແສໄຟຟ້າ ແລະ ແຮ່ທາດທີ່ເພີ່ມຂຶ້ນ ເນື່ອງຈາກລາຄາແຮ່ທາດໃນຕະຫລາດໂລກປັບຂຶ້ນຢ່າງຕໍ່ເນື່ອງ. ນອກຈາກນັ້ນ ຄວາມຕ້ອງການສິນຄ້າອຸປະໂພກ ແລະ ບໍລິໂພກຢູ່ພາຍໃນຂອງປະຊາຊົນທີ່ນັບມື້ເພີ່ມຂຶ້ນກໍ່ເປັນສ່ວນ ໃຫຍ່ຫນຶ່ງທີ່ສຳຄັນໃນການນຳເອົາອັດຕາເງິນເຟີ້ຈາກຕ່າງປະເທດ ນຳເຂົ້າໆສູ່ລາວ ເນື່ອງຈາກ ສປປ ລາວເປັນປະເທດທີ່ນຳເຂົ້າຫລາຍ. ສຳລັບອັດຕາເງິນເຟີ້ໃນລາວ ປີນີ້ເລີ່ມແຕ່ຕົ້ນເດືອນມັງກອນໄດ້ກະໂດດຂຶ້ນຢ່າງຕໍ່ເນື່ອງ ເຖິງລະດັບ 9,24% ໃນເດືອນເມສາເຮັດໃຫ້ອັດຕາເງິນຟີ້ສະເລ່ຍໃນ 6 ເດືອນຕົ້ນປີຢູ່ທີ່ 6,80% ແຕ່ຫລັງຈາກນັ້ນລັດຖະບານກໍ່ໄດ້ອອກມາດຕະການໂດຍສັ່ງໃຫ້ ພາກສ່ວນທີ່ກ່ຽວຂ້ອງຂອງບັນດາກະຊວງ, ອົງການລວມທັງ ປະຊາຊົນໃນການແກ້ໄຂໂດຍຮຽກຮ້ອງໃຫ້ປະຊາ ຊົນປະຢັດມັດທະຍັດໃນການໃຊ້ຈັບຈ່າຍ ຊື້ຂາຍສິນຄ້າໃນແຕ່ລະວັນເປັນຜົນໃຫ້ອັດຕາເງິນເຟີ້ໃນ ເດືອນກໍລະກົດລົງມາຢູ່ທີ່ 7,13%. ແນວໃດກໍ່ດີ ທ່ານ ບາເຣນ ຟຣິລິງຄ໌ ຮອງຜູ້ຕາງຫນ້າ ເອດີບີ ປະຈຳລາວກ່າວວ່າ: ລັດຖະບານລາວຕ້ອງມີການວາງນະໂຍບາຍກະກຽມຕໍ່ການຜັນແປທີ່ຂ້ອນ ຂ້າງໄວວາ ໂດຍຕ້ອງມີນະໂຍບາຍທີ່ດີ ເພື່ອປັບປຸງກ່ຽວກັບ ການຄຸ້ມຄອງສະຖາບັນການເງິນລວມທັງລະບຽບການຕ່າງໆ. ລັດຖະບານລາວຜູ້ອອກນະໂຍບາຍຕ້ອງໄດ້ມີການປັບປຸງໂຄງສ້າງທາງດ້ານ ເສດຖະກິດໃຫ້ມີຄວາມສົມດຸນກັນບໍ່ພຽງ ແຕ່ອາໄສແຕ່ພາກສົ່ງອອກແຕ່ ເຮັດໃຫ້ທຸກຂະແຫນງມີສ່ວນປະ ກອບໃນການຂະຫຍາຍຕົວຂອງເສດຖະກິດ. ປະຈຸບັນ ບັນດາປະເທດອຸດສະຫະກຳ ຫລື ບັນດາປະເທດເສດຖະກິດຕົ້ນຕໍການຂະຫຍາຍຕົວທາງດ້ານເສດຖະກິດອາດຈະ ຕ່ຳເຖິງວ່າຄວາມ ຕ້ອງການພາຍໃນປະເທດອາຊີຈະເພີ່ມຂຶ້ນ ແຕ່ສິນຄ້າສົ່ງອອກໄປເອີຣົບ ແລະ ອາເມລິກາເລີ່ມຫລຸດລົງ. ຢ່າງໃດກໍ່ຕາມ ເຖິງແມ່ນວ່າ ເອດີບີ ຈະມີການຄາດການວ່າ ເສດຖະກິດຂອງລາວຈະເພີ່ມຂຶ້ນ ແຕ່ໃນທາງກົງກັນຂ້າມພັດເຫັນ ວ່າເສດຖະກິດອາຊີປີນີ້ຈະຂະຫຍາຍຕົວຫລຸດລົງຈາກທີ່ໄດ້ຄາດຄະເນ ໄວ້ໃນເດືອນເມສາ ເຖິງ 0,3% ແລະ ປີ 2012 ກໍ່ເຊັ່ນກັນຫລຸດລົງ 0,2% ຂອງການຄາດຄະເນກ່ອນຫນ້ານັ້ນ. ສະເພາະອາຊີຕາເວັນອອກສຽງໃຕ້ເສດຖະກິດກໍ່ອາດຫລຸດລົງ ຫລື ຂະຫຍາຍໄດ້ພຽງ 5,4% ຈາກທີ່ໄດ້ຄາດການໄວ້ໃນປີ 2010 ທີ່ 7,9%.
|
 ຂຽນເມື່ອ: ພ.ຈ.. 19, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ
ລະຄອນຮັກອະມະຕະ “ຂຸນລູ ນາງອົ້ວ”
ສາກທີ 1 (ຍິງສາວສອງຄົນທີ່ເປັນເພື່ອນກັນອາບນໍ້າຢູ່ແຄມທ່າ)
ຜູ້ເລົ່າເລື່ອງ: ແຕ່ກີ້ແຕ່ກ່ອນຍັງມີແມ່ຍິງສອງຄົນທີ່ເປັນສ່ຽວຮັກເພື່ອນແພງກັນ ໄດ້ພາກັນໄປອາບນໍ້າຢູ່ແຄມທ່າ.
ດວງຈັນ: ມື້ນີ້ ນໍ້າເຢັນແທ້ໆນໍ!
ຈໍາປີ: ແມ່ນແລ້ວ. ໂອ້! ໝາກສ້ານໄຫຼນໍ້າມາ. (ຈຳປີຈັບໝາກໄມ້ແລ້ວຍົກໃຫ້ດວງຈັນເບິ່ງ)
ດວງຈັນ: ເປັນຕາກິນນໍ້, ຊິມີໂຊກຫຍັງເດ?
ຈໍາປີ: ເອົາ! ແບ່ງກັນກິນຄົນລະເຄິ່ງ.
ດວງຈັນ: ອື! ແຊບແທ້ໆນໍ!
ສາກທີ 2 (ຂຸນລູແລະນາງອົ້ວຕອນຍັງນ້ອຍຫຼິ້ນນຳກັນຢູ່ກ້ອງຕົ້ນງິ້ວ)
ຜູ້ເລົ່າເລື່ອງ: ເວລາຜ່ານໄປ 6 ປີ, ຢູ່ເມືອງກາຍ ມີເດັກນ້ອຍສອງຄົນຫຼິ້ນນຳກັນດ້ວຍຄວາມຮັກແພງເກືອບຕະຫຼອດເວລາ. ຜູ້ຊາຍຊື່ “ຂຸນລູ” ແລະ ແມ່ຍິງຊື່ “ນາງອົ້ວ”. ຂຸນລູເປັນລູກຂອງດວງຈັນ ແລະນາງອົ້ວເປັນລູກຂອງຈຳປີ. ຂຸນລູມີນ້ອງຊາຍຊື່ “ຂຸນຄວນ” ແລະນາງອົ້ວມີເອື້ອຍຊື່ “ເອິກແພນ”.
ຂຸນລູ: ອົ້ວ, ມາເກັບດອກງິ້ວກັບຂ້ອຍແມະ!
ນາງອົ້ວ: ໂອ້! ມີແຕ່ດອກງາມໆນໍ!
ຂຸນລູ: ແມ່ນແລ້ວ. ເອົ໊າ! ດອກນີ້ສຳລັບເຈົ້າ.
ນາງອົ້ວ: ຂອບໃຈເດີ.
ສາກທີ 3 (ຂຸນລູແລະນາງອົ້ວຕອນໃຫຍ່ແລ້ວໄປເກັບເຫັດຢູ່ປ່າ)
ຜູ້ເລົ່າເລື່ອງ: ຂຸນລູກັບນາງອົ້ວຫຼິ້ນນຳກັນຕະຫຼອດມາ, ເມື່ອເຫັນຂຸນລູຢູ່ບ່ອນໃດ ກໍເຫັນນາງອົ້ວຢູ່ບ່ອນນັ້ນ. ວັນເວລາຜ່ານໄປເຫິງນານ ລະດູຝົນກໍຜ່ານໄປຫຼາຍຮອບ… ຈົນທັງສອງໃຫຍ່ເປັນໜຸ່ມເປັນສາວ…
ຂຸນລູ: ຢູ່ແຖວນີ້ ມີແຕ່ເຫັດດອກໃຫຍ່ໆ.
ນາງອົ້ວ: ຂ້ຽວເກັບໄວໆ ຝົນຊິຕົກແລ້ວ! (ນາງອົ້ວທັງເກັບທັງຫຼຽວເບິ່ງຟ້າ)
ຂຸນລູ: ໄວໆ! ຝົນຕົກແລ້ວ! (ຂຸນລູເອົາໃບຕອງກ້ວຍກ້ານໜຶ່ງມາປົກຫົວ). ເມືອກັນເທາະ!
ນາງອົ້ວ: ໃຫ້ຂ້ອຍປົກນໍາແດ່!
ຜູ້ເລົ່າເລື່ອງ: ແລ້ວທັງສອງກໍຍ່າງຮຽງກັນເມືອ.
ສາກທີ 4 (ຈຳປີ ແມ່ຂອງນາງອົ້ວເຫັນຂຸນລູແລະນາງອົ້ວເອົາໃບຕອງກ້ານດຽວກັນປົກຫົວ)
ຜູ້ເລົ່າເລື່ອງ: ເມື່ອຂຸນລູແລະນາງອົ້ວຍ່າງມາຮອດເຮືອນ ກໍພໍດີແມ່ຂອງນາງອົ້ວຢືນຢູ່ຕໍ່ໜ້າປະຕູເຮືອນ.
ແມ່ຈໍາປີ: ເປັນຫຍັງບໍ່ເອົາໃບຕອງຄົນລະກ້ານລະລູກ?
ນາງອົ້ວ: ລູກບໍ່ມີມືຈັບເດ ເພາະຕ້ອງຫິ້ວກະຕ່າ.
ຂຸນລູ: ລູກເປັນຜູ້ຈັບໃບຕອງກັ້ງໃຫ້ອົ້ວ.
ແມ່ຈໍາປີ: ເບິ່ງຜູ້ໃດກໍໃຫຍ່ສູງແລ້ວເດີ ເຮັດຄືເປັນເດັກນ້ອຍແບບເກົ່າບໍ່ໄດ້ໄດ໋!
ຜູ້ເລົ່າເລື່ອງ: ຂຸນລູແນມເບິ່ງໜ້ານາງອົ້ວ, ຕາຕໍ່ຕາເຈິກັນ. ຈາກຄຳເຕືອນຂອງແມ່ ເຮັດໃຫ້ຫົວໃຈຂອງຄົນທັງສອງຮູ້ສຶກເຕັ້ນແຮງຜິດປົກກະຕິ ແລະແສງຕາທີ່ເຈິກັນເທື່ອນີ້ ມີຄວາມໝາຍພິເສດ ຕ່າງກັບເທື່ອທີ່ຜ່ານໆມາ.
ສາກທີ 5 (ຂຸນເທືອງ ພະຍາເມືອງຊຽງຂອນ ມີຄວາມປະສົງຢາກໄດ້ນາງອົ້ວເປັນມະເຫສີ)
ຜູ້ເລົ່າເລື່ອງ: ເມື່ອອາຍຸຍ່າງເຂົ້າສິບສີ່ ນາງອົ້ວເປັນສາວນ້ອຍທີ່ງາມຢາດຍ້ອຍ ບໍ່ມີໃຜທຽບໄດ້, ຄວາມງາມຂອງນາງຊ່າລືໄປຮອດເມືອງຊຽງຂອນ ອັນມີຂຸນເທືອງປົກຄອງຢູ່.
ຂຸນເທືອງ: ໄດ້ຍິນວ່າ ນາງອົ້ວແຫ່ງເມືອງກາຍເປັນຍິງສາວທີ່ງາມທີ່ສຸດ, ງາມກວ່າແມ່ຍິງທຸກຄົນຢູ່ໃນເມືອງຂອງເຮົາ. ດັ່ງນັ້ນ ຂ້ອຍຈຶ່ງຢາກໄດ້ນາງອົ້ວມາເປັນມະເຫສີ. ເຈົ້າຄິດແນວໃດ, ຂຸນຊື່ນ?
ຂຸນຊື່ນ: ແລ້ວແຕ່ພະຍາ.
ຂຸນເທືອງ: ຄັນຊັ້ນ, ໃຫ້ເຈົ້າໄປສູ່ຂໍນາງອົ້ວໃຫ້ຂ້ອຍມື້ອື່ນນີ້ເລີຍ!
ຂຸນຊື່ນ: ໂດຍຂ້ານ້ອຍ.
ສາກທີ 6 (ຂຸນຊື່ນໄປສູ່ຂໍນາງອົ້ວໃຫ້ພະຍາຂຸນເທືອງ)
ຜູ້ເລົ່າເລື່ອງ: ຂຸນຊື່ນໄດ້ເປັນຕົວແທນຂຸນເທືອງມາສູ່ຂໍນາງອົ້ວນໍາແມ່ຂອງນາງ ໂດຍຖືກຕ້ອງຕາມປະເພນີ.
ຂຸນຊື່ນ: ນີ້ແມ່ນເຄື່ອງໝັ້ນໝາຍທີ່ຂຸນເທືອງຝາກມາໃຫ້.
ແມ່ຈໍາປີ: ຂອບໃຈ. ແຕ່ການແຕ່ງດອງຕ້ອງເລື່ອນໄປປີໜ້າ ເພາະດຽວນີ້ນາງອົ້ວຍັງນ້ອຍຢູ່.
ຂຸນຊື່ນ: ບໍ່ເປັນຫຍັງດອກ, ຍາແມ່.
ແມ່ຈໍາປີ: ອີກຢ່າງໜຶ່ງ ນາງອົ້ວກໍບໍ່ທັນມີຄວາມຮູ້ເລື່ອງຮີດຄອງປະເພນີຢ່າງພຽງພໍເທື່ອ.
ຂຸນຊື່ນ: ຖ້າຮອດປີໜ້າຂຸນເທືອງກໍຄົງບໍ່ມີບັນຫາຫຍັງດອກ. ຄັນຊັ້ນ ຂ້ານ້ອຍຂໍລາເມືອກ່ອນເດີ.
ແມ່ຈໍາປີ: ເຈົ້າ. ໂຊກດີເດີ.
ສາກທີ 7 (ນາງອົ້ວຍັງເປັນໝູ່ຮັກທີ່ສະໜິດແໜ້ນກັບຂຸນລູ)
ຜູ້ເລົ່າເລື່ອງ: ເຖິງແມ່ນຂຸນເທືອງສົ່ງຂອງຂວັນມາໃຫ້ນາງອົ້ວ ເພື່ອສະແດງຄວາມຮັກອັນຈິງໃຈ ແຕ່ນາງອົ້ວກໍບໍ່ສົນໃຈນຳເຄື່ອງຂອງດັ່ງກ່າວ. ນາງຍັງເປັນໝູ່ຮັກທີ່ສະໜິດແໜ້ນກັບຂຸນລູຄືເກົ່າ ຈິດໃຈຂອງຄົນທັງສອງຜູກພັນບໍ່ມີຫຍັງປ່ຽນແປງ.
ຂຸນລູ: ອ້າຍເວົ້າຫຍັງເກືອບບໍ່ອອກ ທີ່ນ້ອງຈະໄປເປັນຂອງຜູ້ອື່ນ ຍ້ອນເປັນຄວາມປະສົງຂອງແມ່.
ນາງອົ້ວ: ນ້ອງຈະຮັກອ້າຍແຕ່ຜູ້ດຽວ. ຄັນໃຫ້ນາງໄກຈາກອ້າຍ ນ້ອງຂໍຕາຍເສຍດີກວ່າ.
ຂຸນລູ: ອ້າຍກໍເຊັ່ນດຽວກັນ.
ນາງອົ້ວ: ນ້ອງຂໍມອບຜ້າສະໄບຜືນນີ້ໃຫ້ອ້າຍ.
ຂຸນລູ: ຂອບໃຈ. (ຮັບເອົາມາລອງບ່ຽງບ່າ)
ຜູ້້ເລົ່າເລື່ອງ: ການພົບກັນຂອງທັງສອງ ບໍ່ຫວິດສາຍຕາຂອງນາງເອິກແພນ ຜູ້ເປັນເອື້ອຍຂອງນາງອົ້ວ.
ສາກທີ 8 (ແມ່ເອີ້ນນາງອົ້ວມາດ່າ)
ເອິກແພນ: ແມ່, ລູກເຫັນອີ່ອົ້ວໄປຫຼິ້ນກັບຂຸນລູຢູ່ໃນປ່າ.
ແມ່ຈໍາປີ: ແມ່ນຫວາ? ມັນຄືມາຊົ່ວແທ້! ເອີ້ນມັນມາຫາແມ່ດຽວນີ້.
ເອິກແພນ: ໂດຍ, ລູກຊິໄປເອີ້ນດຽວນີ້ແຫຼະ! (ເອິກແພນເຂົ້າໄປໃນສາກ ແລະອອກມາພ້ອມກັບນາງອົ້ວ)
ແມ່ຈໍາປີ: ຄົນບໍ່ດີ ຮູ້ຢູ່ວ່າເປັນຄູ່ໝັ້ນກັບຂຸນເທືອງຢູ່ ເປັນຫຍັງຈຶ່ງເຮັດແນວບໍ່ດີຈັ່ງຊີ້, ລູກຊົ່ວ!
ນາງອົ້ວ: ລູກບໍ່ໄດ້ເຮັດໂລເລດອກແມ່. ລູກກັບຂຸນລູເປັນສ່ຽວກັນມາແຕ່ນ້ອຍ, ຮັກແພງກັນ ແບບໝູ່ເພື່ອນ. ລູກເວົ້າອີ່ຫຼີ, ແມ່ນໃຜມາຫາຄວາມໃສ່ລູກ?
ແມ່ຈໍາປີ: ແມ່ເຫັນກັບຕາຂອງແມ່ເອງ. ພວກສູໄປຫຼິ້ນຢູ່ປ່ານໍາກັນ. ເຫຼືອໃຈເດ! ລ້ຽງມາ ໃຫຍ່ແລ້ວ ຊໍ້າມາທໍາລາຍຄວາມຫວັງຂອງແມ່.
ນາງອົ້ວ: ພວກລູກໄປທ່ຽວຫຼິ້ນທໍາມະດາ ບໍ່ໄດ້ເຮັດແນວບໍ່ດີເລີຍ.
ແມ່ຈໍາປີ: ບໍ່ຕ້ອງມາເວົ້າ ອົມພະມາເວົ້າກໍບໍ່ເຊື່ອດອກ. ຖ້າຂຸນລູມັກແທ້ ເປັນຫຍັງບໍ່ມາເວົ້າ ກັບແມ່.
(ຂະນະທີ່ແມ່ຈຳປີດ່ານາງອົ້ວຢູ່ນັ້ນ, ດວງຈັນແມ່ຂອງຂຸນລູກໍໄດ້ຍ່າງເຂົ້າມາ)
ແມ່ດວງຈັນ: ມີເລື່ອງຫຍັງກັນນໍ?
ແມ່ຈໍາປີ: ເປັນຫຍັງເຈົ້າປ່ອຍໃຫ້ລູກຊາຍລັກລອບນອນນໍານາງອົ້ວ. ເຈົ້າກໍຮູ້ຢູ່ແລ້ວວ່າ ຂຸນເທືອງຈະມາແຕ່ງເອົາ. ເປັນຫຍັງຈຶ່ງເຮັດແນວນີ້?
ແມ່ດວງຈັນ: ຂ້ອຍບໍ່ຮູ້ເລື່ອງເດີ. ຖ້າລູກຂ້ອຍຜິດແທ້ ເປັນຫຍັງບໍ່ມາເວົ້າກັນດີໆ. ຈະໃຫ້ເສຍເງິນເສຍຄໍາເທົ່າໃດ ຂ້ອຍກໍຊິແຕ່ງແປງຕາມປະເພນີ, ເຈົ້າບໍ່ຕ້ອງມາດ່າ!
ແມ່ຈໍາປີ: ຂ້ອຍບໍ່ຕ້ອງການສິ່ງໃດໆຂອງເຈົ້າ. ນັບແຕ່ນີ້ໄປ ຕັດຂາດກັນທຸກຢ່າງ.
ຜູ້ເລົ່າເລື່ອງ: ແລ້ວສາຍສຳພັນຂອງສອງຄອບຄົວນີ້ ກໍຂາດສະບັ້ນລົງ. ແມ່ຂຸນລູຕັດສິນໃຈພາລູກແລະຄອບຄົວໜີໄປຢູ່ເມືອງຊອງ.
ສາກທີ 9 (ຂຸນລູໄປສັ່ງນາງອົ້ວ)
ຂຸນລູ: ອ້າຍໄປແລ້ວ ໃຫ້ນ້ອງເບິ່ງເດືອນດາວ ແສງຕາເຮົາຊິຈວບກັນຢູ່ເທິງຟ້າ.
ນາງອົ້ວ: ເບິ່ງເດືອນດາວແລ້ວ ນ້ອງແຮ່ງຮູ້ສຶກເຫງົາ ເພາະບໍ່ມີອ້າຍຢູ່ໃກ້.
ຂຸນລູ: ຍັງດີກວ່າບໍ່ຄິດຮອດກັນ. ຢ່າລືມອ້າຍເດີ.
ນາງອົ້ວ: ນ້ອງລືມອ້າຍບໍ່ໄດ້ຕະຫຼອດຊາດນີ້.
ຂຸນລູ: ລາກ່ອນ, ທີ່ຮັກ.
ນາງອົ້ວ: ໂຊກດີເດີ, ອ້າຍຂຸນລູ.
ຜູ້ເລົ່າເລື່ອງ: ແລ້ວຂຸນລູກໍລາຈາກໄປ, ຕໍ່ແຕ່ນີ້ ທັງສອງຈະບໍ່ໄດ້ເຫັນໜ້າກັນອີກ…
ສາກທີ 10 (ນາງອົ້ວແລະຂຸນລູຂຽນຈົດໝາຍຫາກັນ)
ຜູ້ເລົ່າເລື່ອງ: ເຖິງວ່າຂຸນເທືອງຈະສົ່ງຂອງຂວັນມາໃຫ້ ນາງອົ້ວກໍບໍ່ໄດ້ສົນໃຈ. ນາງມອບຫົວໃຈໃຫ້ແຕ່ຂຸນລູຜູ້ດຽວ. ນາງຄິດຮອດຂຸນລູ ແລະຮູ້ສຶກທຸກໃຈຄືນົກນ້ອຍທ່າມກາງສາຍຝົນ. ດັ່ງນັ້ນ ເພື່ອຫຼຸດຜ່ອນຄວາມໂສກເສົ້າ ນາງຈຶ່ງຂຽນຈົດໝາຍຫາຂຸນລູ.
ນາງອົ້ວ: ສີເອີຍ! ເອົາຈົດໝາຍນີ້ໄປສົ່ງໃຫ້ອ້າຍຂຸນລູໃຫ້ຂ້ອຍແດ່! ຢ່າໃຫ້ແມ່ເຫັນເດີ!
ສີ: ເຈົ້າ. ຂ້ອຍຈະບໍ່ໃຫ້ເພິ່ນເຫັນດອກ.
ນາງອົ້ວ: ຢ່າລືມບອກໃຫ້ຂຸນລູຂຽນຕອບແດ່ເດີ!
ສີ: ເຈົ້າ.
ຜູ້ເລົ່າເລື່ອງ: ຈາກນັ້ນນາງສີ ຄົນໃຊ້ຂອງນາງອົ້ວກໍໄດ້ເດີນທາງໄປສົ່ງຈົດໝາຍໃຫ້ຂຸນລູທີ່ເມືອງຊອງ.
ສີ: ສະບາຍດີ, ອ້າຍຂຸນລູ.
ຂຸນລູ: ສະບາຍດີ, ສີ. ເຈົ້າມາເຮັດຫຍັງ?
ສີ: ຂ້ອຍມີຈົດໝາຍຂອງນາງອົ້ວມາໃຫ້ເຈົ້າ.
ຂຸນລູ: ຈົດໝາຍນາງອົ້ວຫວາ? (ຂຸນລູສະແດງຄວາມດີໃຈ ແລະເປີດຈົດໝາຍອ່ານ ໂດຍມີສຽງຂອງນາງອົ້ວດັງອອກມາ) “ ອ້າຍຂຸນລູທີ່ຮັກແລະຄິດເຖິງ! ໃນຊາດນີ້ ນ້ອງຂໍຮັກອ້າຍແຕ່ຜູ້ດຽວ. ສຳລັບຂຸນເທືອງນັ້ນ ນ້ອງໄດ້ຕັດຂາດໄປແລ້ວ. ຂໍໃຫ້ອ້າຍຢ່າໄດ້ລືມນ້ອງເດີ. ຮັກແລະຄິດເຖິງສະເໝີ. ຈາກອົ້ວ. ”
ຜູ້ເລົ່າເລື່ອງ: ເມື່ອອ່ານຈົດໝາຍຈົບແລ້ວ, ຂຸນລູກໍຟ້າວຟັ່ງຂຽນຕອບທັນທີ.
ຂຸນລູ: ສີ! ເອົາຈົດໝາຍນີ້ໄປໃຫ້ນາງອົ້ວ ແລະບອກລາວວ່າ ອ້າຍຄິດເຖິງອົ້ວຢູ່ສະເໝີ ແລະຈະໄປຫາອົ້ວໄວໆນີ້ລະ.
ສີ: ເຈົ້າ. ຂໍລາໄປກ່ອນເດີ.
ຂຸນລູ: ໂຊກດີ.
ຜູ້ເລົ່າເລື່ອງ: ເມື່ອໄດ້ຮັບຈົດໝາຍຈາກຂຸນລູແລ້ວ ສາວໃຊ້ຂອງນາງອົ້ວກໍຟ້າວເດີນທາງກັບຄືນເມືອງກາຍທັນທີ ແລະກໍໄດ້ເອົາຈົດໝາຍໃຫ້ນາງອົ້ວ.
ສີ: ນີ້ແມ່ນຈົດໝາຍຂອງອ້າຍຂຸນລູ.
ນາງອົ້ວ: ຂອບໃຈເດີ, ສີ. (ນາງອົ້ວຈັບເອົາຈົດໝາຍ ແລະຈີກອອກມາອ່ານ) “ ອົ້ວທີ່ຮັກແລະຄິດເຖິງ! ອ້າຍດີໃຈຫລາຍທີ່ໄດ້ຮັບຈົດໝາຍນ້ອງ. ອ້າຍຍັງຮັກນ້ອງຄືເກົ່າ ແລະຫວັງຈະເປັນຄູ່ຊີວິດກັບນ້ອງພຽງຜູ້ດຽວ. ວັນເສົາຊິມານີ້ ອ້າຍຈະເດີນທາງມາຫານ້ອງ. ຂໍໃຫ້ນ້ອງຈົ່ງລໍຖ້າອ້າຍເດີ. ຮັກສະເໝີ. ຂຸນລູ ”
ສາກທີ 11 (ຂຸນລູປອມຕົວມາພົບນາງອົ້ວ)
ຜູ້ເລົ່າເລື່ອງ: ເມື່ອຮອດວັນນັດ ຂຸນລູກໍເດີນທາງເຂົ້າເມືອງກາຍ ເພື່ອພົບກັບນາງອົ້ວ ໂດຍປອມ ຕົວເປັນຊາວພູດອຍທີ່ເອົາສັດປ່າມາຂາຍ.
ຂຸນລູ: ກະຮອກສອງໂຕແລກເກືອຫໍ່ໜຶ່ງ, ເອົາບໍ່?
ສີ: ຂຸນລູຫວາ?
ຂຸນລູ: ແມ່ນແລ້ວ.
ສີ: ມາກັບຂ້ອຍພີ້. ຂ້ອຍຊິພາໄປຫານາງອົ້ວ.
ຜູ້ເລົ່າເລື່ອງ: ແລ້ວສາວໃຊ້ກໍພາຂຸນລູໄປຫານາງອົ້ວໃນເຮືອນໂດຍບໍ່ມີໃຜເຫັນ. ທັງສອງຊົມກັນດ້ວຍຄວາມຄິດຮອດ.
ນາງອົ້ວ: ອ້າຍຂຸນລູ, ນ້ອງຢູ່ກັບນໍ້າຕາທຸກໆມື້. ຍາມໃດກໍຄິດເຫັນແຕ່ໜ້າອ້າຍ. ກິນເຂົ້າບໍ່ແຊບ ນອນກໍບໍ່ຫຼັບ.
ຂຸນລູ: ອ້າຍກໍຄືກັນ.
ຜູ້ເລົ່າເລື່ອງ: ທັງສອງຢູ່ນໍາກັນຕະຫຼອດຄືນ ແລະເຂົ້າໃຈໃນຄວາມຮັກຂອງກັນແລະກັນ ຈົນຮອດເຊົ້າມື້ໃໝ່…
ສາກທີ 12 (ແມ່ຈຳປີຮູ້ວ່າຂຸນລູຢູ່ໃນຫ້ອງຂອງລູກສາວ)
ຄົນຄົວກິນ: ຍາແມ່ເອີຍ! ຂຸນລູເຂົ້າມານອນຢູ່ຫ້ອງນາງອົ້ວ.
ແມ່ຈໍາປີ: ແມ່ນແທ້ຫວາ? (ຮ້ອງຂຶ້ນພ້ອມທັງແລ່ນໄປທີ່ຫ້ອງຂອງນາງອົ້ວ, ຕົບເອິກຕົນເອງ ແລ້ວເວົ້າກັບນາງອົ້ວ) ໂອ້ຍ! ລູກນີ້ຕັ້ງເຮັດແນວບໍ່ດີນໍ! ແມ່ບອກແລ້ວກໍບໍ່ຟັງ. (ແລ້ວອວ່າຍໄປໃສ່ຂຸນລູ) ໄປ! ຮີບໜີໄປ ຢ່າມາຢູ່ໜີ້! ຄົນຊົ່ວ!
ຂຸນລູ: ລູກນີ້ ຮັກນາງອົ້ວແທ້ໆ. ຂໍໃຫ້ແມ່ເຫັນໃຈ. ລູກຍອມເຮັດທຸກຢ່າງຕາມທີ່ແມ່ຕ້ອງການ.
ແມ່ຈໍາປີ: ບໍ່ຕ້ອງເວົ້າຫຼາຍຮີບໜີດຽວນີ້.
ສາກທີ 13 (ຂຸນເທືອງມາຂໍແຕ່ງດອງກັບນາງອົ້ວ)
ຜູ້ເລົ່າເລື່ອງ: ເມື່ອໄດ້ຍິນຂ່າວວ່າຂຸນລູກັບນາງອົ້ວຍັງລັກໄປພົບກັນຢູ່ ຂຸນເທືອງກໍຟ້າວຟັ່ງເອົາ ເຄື່ອງບັນນາການຈໍານວນຫຼວງຫຼາຍເດີນທາງມາຂໍແຕ່ງດອງກັບນາງອົ້ວຢູ່ເມືອງກາຍທັນທີ.
ຂຸນເທືອງ: ນີ້ແມ່ນຄ່າດອງ, ຂໍໃຫ້ແມ່ຮັບເອົາທ້ອນ.
ແມ່ຈໍາປີ: ໂອ! ຫຼາຍແທ້ໆນໍ. ຂອບໃຈເດີ.
ຂຸນເທືອງ: ນາງອົ້ວເດ, ຢູ່ໃສ? ເອີ້ນອອກມາໃຫ້ລູກເຫັນແດ່ແມ້!
ແມ່ຈໍາປີ: ອົ້ວເອີຍ! ອົ້ວ! ອອກມາພີ້ແມ້! ອອກມາໃຫ້ຂຸນເທືອງເຫັນໜ້າແດ່!
ຜູ້ເລົ່າເລື່ອງ: ເມື່ອແມ່ເອີ້ນດັ່ງນັ້ນ ນາງອົ້ວກໍອອກມາພົບກັບຂຸນເທືອງດ້ວຍທ່າທີບໍ່ຄ່ອຍພໍໃຈ.
ຂຸນເທືອງ: ໂອ້! ຈັ່ງແມ່ນງາມແທ້ນໍ!
ແມ່ຈໍາປີ: ຂຸນເທືອງມາຂໍເປັນພີ່ເປັນນ້ອງ. ຖ້າລູກຕອບຮັບ ແມ່ກໍຈະຈັດພິທີແຕ່ງດອງໃນມື້ອື່ນນີ້ໂລດ. ລູກບໍ່ມີບັນຫາແມ່ນຕວ່າ?
ນາງອົ້ວ: ຖ້າເປັນຄວາມຕ້ອງການຂອງແມ່, ລູກກໍບໍ່ຂີນ.
ສາກທີ 14 (ນາງອົ້ວຂ້າຕົວຕາຍ)
ຜູ້ເລົ່າເລື່ອງ: ເຖິງນາງອົ້ວຈະຕອບຕົກລົງກັບແມ່ ແຕ່ຈິດໃຈຂອງນາງຍັງຮູ້ສຶກປ່ຽວພອຍ. ໃນຫົວໃຈຂອງນາງມີແຕ່ຂຸນລູເທົ່ານັ້ນ… ເພື່ອຈະບໍ່ໄດ້ແຕ່ງດອງກັບຂຸນເທືອງນາງຈຶ່ງຕັດສິນໃຈເຂົ້າໄປໃນປ່າ…
ນາງອົ້ວ: ຢູ່ດີເດີ ເຮືອນຊານທີ່ເຄີຍຢູ່ເອີຍ… ຂ້ອຍຕ້ອງຂໍລາໄປຈົນຕະຫຼອດຊີວິດ…
(ເມື່ອນາງອົ້ວໄປຮອດປ່າແລ້ວ ນາງກໍຂໍຮ້ອງຕົ້ນຈວງຈັນໃຫ້ກ່ອງງ່າລົງມາ ເພື່ອນາງຈະໄດ້ຜູກຄໍຕົນເອງ)
ນາງອົ້ວ: ຈວງຈັນເອີຍ… ກ່ອງງ່າເຈົ້າລົງມາເອົາຂ້ອຍແດ່ທ້ອນ.
ຜູ້ເລົ່າເລື່ອງ: ຕົ້ນຈວງຈັນກ່ອງງາລົງ ແລະນາງອົ້ວກໍຈັບງ່າໄວ້.
ນາງອົ້ວ: ອ້າຍຂຸນລູ ນ້ອງຂໍລາໄປກ່ອນ ຊາດໜ້າຈຶ່ງພົບກັນໃໝ່.
(ຮ່າງຂອງນາງອົ້ວກໍຫ້ອຍຕ້ອນແຕ້ນຢູ່ງ່າຈວງຈັນ)
ສາກທີ 15 (ຂຸນລູຂ້າຕົວຕາຍ)
ຜູ້ເລົ່າເລື່ອງ: ເມື່ອໄດ້ຍິນຂ່າວວ່ານາງອົ້ວຂ້າຕົວຕາຍ, ຂຸນລູກໍແລ່ນໄປຫານາງອົ້ວທີ່ຕົ້ນຈວງຈັນ.
ຂຸນລູ: ອົ້ວ! ເມື່ອບໍ່ມີນ້ອງແລ້ວ, ອ້າຍກໍບໍ່ຂໍມີຊີວິດຢູ່ອີກຕໍ່ໄປ. ອ້າຍຈະໄປພົບນ້ອງຢູ່ເທິງຟ້າພຸ້ນ. (ເວົ້າແລ້ວກໍຊັກເອົາດາບຂຶ້ນມາປາດຄໍຕົນເອງ ແລະກໍລົ້ມຕາຍໄປນໍານາງອົ້ວ)
ຜູ້ເລົ່າເລື່ອງ: ຈາກນັ້ນວິນຍານຂອງຂຸນລູແລະນາງອົ້ວກໍລອຍຂຶ້ິນສະຫວັນ ເປັນວິນຍານຮັກອັນອະມະຕະ ເຊິ່ງກ່າວຂານກັນຈົນມາຮອດປັດຈຸບັນນີ້.
(ຈົບ)
ຂໍຂອບໃຈເວັບ ໃບລານ
|
 ຂຽນເມື່ອ: ພ.ຈ.. 18, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຫຍ້ຳຊີງອົ້ມ ລະວັງເກີດຮອຍແຫ່ວຍານເທິງໃບຫນ້າ 
ໃຜທີ່ມັກຫຍ້ຳຊີງອົ້ມເມື່ອຫຍ້ຳໄປແລ້ວກໍ່ມັກເປົ່າເປັນປຸມເປົ້າໂຊໃຫ້ຄົນອື່ນເຫັນວ່າຕົນເອງມີຄວາມສາມາດ, ແຕ່ຖ້າຖາມຜູ້ເຖົ້າ ຫລື ພໍ່ແມ່ແລ້ວ ວ່າການເຮັດພຶດຕິກຳແບບນີ້ເພິ່ນຈະມັກບໍ່ເພາະຖືວ່າເປັນພຶດຕິກຳທີ່ບໍ່ເຫມາະສົມປານໃດ, ແຕ່ສຳລັບເຍົາວະຊົນຫລືໄວຫນຸ່ມແລ້ວພວກເຂົາຈະຄິດ ທັນທີວ່າໃຜທີ່ມັກເວົ້າແລະມັກຫ້າມການຫຍ້ຳຊີງອົ້ມໃນທີ່ສາທາລະນະຫລືສະຖານທີ່ຕ່າງໆກໍ່ຕາມນັ້ນຖືວ່າເປັນເລື່ອງຫນ້າເບື່ອຫນ່າຍຫລາຍສ ຳລັບພວກເຂົາ. ມື້ນີ້ຜູ້ປົກຄອງອາດຈະມີເຫດຜົນໃຫມ່ນຳໄປອະທິບາຍຫລືສອນໃຫ້ເດັກເຖິງຂໍ້ເສຍໃນການຫຍ້ຳຊີງອົ້ມໂດຍສະເພາະສາວໆບອກພວກເຂົາໃຫ້ ເຊົາຫ ຍ້ຳໄດ້ແລ້ວເພາະມີຂ່າວຈາກອາເມລິກາກ່າວວ່າ: ການຫຍ້ຳຊີງອົ້ມເປັນປະຈຳນັ້ນສົ່ງຜົນເຮັດໃຫ້ເກີດຮອຍແຫ່ວຍານເທິງໃບຫນ້າ ແລະ ຮອຍ ແຫ່ວຍານບໍລິເວນອ້ອມປາກເຊິ່ງເປັນຮອຍທີ່ບໍ່ເປັນຕາເບິ່ງແລະທຸກຄົນບໍ່ປາຖະຫນາຈະຢາກມີເລີຍ. ດຣ. ໂຈເອລຊະເກລຊິງເກີ ແພດດ້ານສັນຍະກຳໃນໂອມາຮາເປີດເຜີຍວ່າ: ສັງເກດເຫັນລູກຄ້າຫລືຄົນປ່ວຍທີ່ມາຍົກຫນັງຫນ້າໃຫ້ເຄັ່ງຕຶງນັ້ນ ສ່ວນຫລາຍແລ້ວມີນິດໄສມັກຫຍ້ຳຊີງອົ້ມເປັນຊິວິດຈິດໃຈແລະສາວໆເຫລົ່ານີ້ກໍ່ຈະມີຮອຍແຫ່ວຍານໃຫ້ເຫັນຢ່າງຊັດເຈນເທິງໃບຫນ້າບໍລິເວນປາກ ດັ່ງນັ້ນຂໍແນະນຳວ່າການຫຍ້ຳຊີງອົ້ມຕິດຕໍ່ກັນຕັ້ງແຕ່ 5-20 ນາທີເປັນປະຈຳທຸກມື້ຈະເປັນອັນຕະລາຍຕໍ່ຄວາມງາມແລະຄວາມເຄັ່ງຕຶງເທິງໃບຫນ້າ ຫລາຍ. ຢ່າງໃດກໍ່ຕາມຂໍ້ມູນບໍ່ໄດ້ໃຫ້ຮູ້ເຖິງຄົນທີ່ຢ້ຳຊີງອົ້ມໃນບາງໂອກາດຫລືຄົນທີ່ຫຍ້ຳຊີງອົ້ມເພື່ອດັບກິ່ນປາກໃນບາງເວລາ, ແຕ່ກ່າວເຖິງກຸ່ມ ຄົນທີ່ຕື່ນນອນມາກໍ່ຕ້ອງຫຍ້ຳໃນປາກແລະຕະຫລອດເວລາບໍ່ວ່າຈະຢູ່ໃນສະຖານທີ່ໃດກໍ່ຕາມລະວັງທ່ານຈະໄດ້ເສຍເງິນເພື່ອປິ່ນປົວຄວາມແຫ່ວຍານເ ທິງໃບຫນ້າຫລາຍກວ່າຄົນປົກກະຕິທົ່ວໄປ. ຜູ້ຊ່ຽວຊານດ້ານສຸຂະພາບສ່ວນຫນຶ່ງອອກມາຄັດຄ້ານແນວຄິດກ່ຽວກັບໂທດຂອງການຫຍ້ຳຊີງອົ້ມຕໍ່ຄວາມງາມວ່າ: ຖ້າປຽບທຽບແລ້ວຈະມີ ປະໂຫຍດສຳລັບຫລາຍຄົນເຊັ່ນເຮັດໃຫ້ລົມຫາຍໃຈສະອາດ, ເຮັດໃຫ້ສຸຂະພາບປາກດີ, ຊ່ວຍກຳຈັດເສດອາຫານທີ່ຕິດ ຕາມຫວ່າງແຂ້ວ, ຊ່ວຍຄົນ ທີ່ກຳລັງຢາກຫລຸດຄວາມຕຸ້ຍໃຫ້ຮັບປະທານອາຫານຫນ້ອຍລົງ, ຊ່ວຍຫລຸດຄວາມຕື່ນເຕັ້ນແລະຊ່ວຍເຮັດໃຫ້ເກີດສະມາທິສຳລັບນັກກີລາເປັນຕົ້ນ. ສະຫລຸບວ່າອັນໃດທີ່ຫລາຍເກີນໄປມັນກໍ່ອາດສົ່ງຜົນເສຍຕາມມາເຊັ່ນດຽວກັບການຫຍ້ຳຊີງອົ້ມຄວນຈະມີໃນບາງເວລາເພື່ອໃຫ້ເກີດປະໂຫຍດຕໍ່ ຮ່າງກາຍກໍ່ພຽງພໍແລ້ວ, ແຕ່ຢ່າຫຍ້ຳຕະຫລອດເວລາຫລືຢ້ຳດົນໆອາດຈະໄດ້ຮອຍແຫ່ວຍານຕາມມາກໍ່ເປັນໄດ້.
|
 ຂຽນເມື່ອ: ພ.ຈ.. 17, 2011
| ມີ
15 ຄຳເຫັນ
ແລະ
0 trackback(s)
ວິທີປະຢັດແບັດເຕີຣີໂທລະສັບມືຖື 
ປະຈຸບັນ ໂທລະສັບມືຖືຈະມີແອບພຣິເຄເຊິນຫລາຍໃຫ້ຫລິ້ນ, ແຕ່ການຫລິ້ນໂທລະສັບນັ້ນຈະເຮັດໃຫ້ແບັດເຕີຣີໃນການໃຊ້ງານນັ້ນ ຫມົດໄວເຮັດໃຫ້ຕ້ອງຄອຍສາກແບັດເຕີຣີເລື້ອຍໆ ເພື່ອເປັນການປະຢັດອຸປະກອນການສື່ສານໃຫ້ໃຊ້ໄດ້ດົນທາງເວັບໄຊ it24hrs.com ຈິ່ງມີ ວິທີງ່າຍໆໃນການປະຢັດແບັດເຕີຣີມາແນະນຳກັນ. 1ຄວນປິດບູທູດ (Bluetooth) ທັນທີເມື່ອບໍ່ໃຊ້ງານ, ປິດຫູຟັງຊະນິດບໍ່ມີສາຍ ຫລື ໂອນເອກກະສານແບບບໍ່ມີສາຍ. 2ເຊົາໃຊ້ Wireless Network ລະບຸຕຳແຫນ່ງ ຖ້າທ່ານບໍ່ໄດ້ອອກໄປນອກເຮືອນ ຖ້າຈະອອກໄປທາງນອກຈິ່ງເປີດໃຊ້ງານກໍ່ໄດ້. 3ປິດ GPS ໄວ້ເລີຍກໍລະນີບໍ່ໃຊ້ເພາະຖ້າເປີດໄວ້ ຈະເຮັດໃຫ້ກິນພະລັງງານຫລາຍໆ ຈະເປິດໄວ້ສະເພາະຍາມຈຳເປັນໃນການອອກເດີນທາງເທົ່ານັ້ນ, ຍົກເລີກ AlwaysOn Mobile Data ສຳລັບ Android ຖ້າທ່ານບໍ່ຄ່ອຍໃຊ້ແບບທີ່ຕໍ່ກັບອິນເຕີເນັດຕະຫລອດເວລາ. 4ປິດ Wi-Fi ແລະ ການເຊື່ອມຕໍ່ອິນເຕີເນັດຜ່ານ 3G ກໍລະນີທ່ານບໍ່ໄດ້ໃຊ້ອິນເຕີເນັດ ຖ້າທ່ານຕ້ອງການໃຊ້ອິນເຕີເນັດ ຖ້າມີສັນຍານ Wi-Fi ທ່ານບໍ່ ຕ້ອງເປີດ 3G ພ້ອມກັນ ໂດຍການເປີດຮັບສັນຍານ Wi-Fi ນັ້ນຈະກິນພະລັງງານແບັດເຕີຣີຫນ້ອຍກວ່າແບບ 3G. 5ຕັ້ງຄ່າເວລາດັບໄຟຫນ້າຈໍໂທລະສັບມືຖືໃຫ້ໄວຂຶ້ນຈະຊ່ວຍປະຢັດ ແບດເຕີລີໄດ້ຫລາຍພໍສົມຄວນ, ຕັ້ງຄ່າຄວາມສະຫວ່າງໃນໂທລະສັບມືຖືໃຫ້ຫນ້ອຍລົງ ຖ້າມີແບບການຕັ້ງອັດຕະໂນມັດກໍ່ຄວນເລືອກຕັ້ງແບບອັດຕະໂນມັດ. 6ຖ້າທ່ານໃຊ້ຫນ້າຈໍສະແດງ ຜົນແບບ Amoled ໃນໂທລະສັບ ມືຖືຄວນຈະເລືອກໃຊ້ພາບເບື້ອງຫລັງຫນ້າຈໍໂທລະສັບເປັນສີດຳ ຈະຊ່ວຍປະຢັດແບັດເຕີຣີ. 7ສຳລັບໃຜທີ່ໃຊ້ໂທລະສັບ Android, Nokia ທີ່ມີ Widget ແລະ ລວມເຖິງພາບຫນ້າຈໍແບບເຄື່ອນໄຫວຄວນເລືອກພາບແບບບໍ່ເຄື່ອນໄຫວດີ ກວ່າ ແລະຫລຸດການໃຊ້ Widget ປະດັບຫນ້າຈໍໂທລະສັບ ເພາະຈະເຮັດໃຫ້ໂທລະສັບຂອງທ່ານຕ້ອງດຶງຂໍ້ມູນເຂົ້າມາສະແດງຜົນໃນ ສ່ວນຂອງການເຮັດດ້ານ ຫລັງຕະຫລອດເວລາ ຖ້າມີຫລາຍກໍ່ຈະເຮັດໃຫ້ກິນພະລັງງານຫລາຍ. from: www.ecom.org.la
|
 ຂຽນເມື່ອ: ພ.ຈ.. 16, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
6 ພຶດຕິກຳທີ່ເຮັດໃຫ້ຜິວເຖົ້າກ່ອນໄວ 
ເມື່ອເອີ່ຍເຖິງເລື່ອງຮ່ອງຮອຍຕ່າງໆຢູ່ເທິງໃບໜ້າ ເຊື່ອວ່າຄົງບໍ່ມີໃຜຢາກໃຫ້ເກີດແທ້ໆ ຖ້າຫາກເປັນໄປໄດ້ໃຜໆກໍຢາກມີຜິວພັນທີ່ສົດໃສ ເຄັ່ງຕຶງຢູ່ຕະຫຼາດເວລາ ເຖິງແມ່ນວ່າອາຍຸກະສຽນ ຈະໄປຮອດຫຼັກໃດແລ້ວກໍຕາມ ມີຫຼາຍຄົນເຮັດສາລະພັດວິທີ ແຕ່ກໍບໍ່ສາມາດຄົງຄວາມສົດໃສຂອງຜິວໄວ້ໄດ້ນັ້ນ ອາດຈະເປັນພຶດຕິກຳທີ່ຄົນເຮົາເຮັດເປັນປະຈຳ ແລະ ກໍຄິດວ່າມັນເປັນວິທີທີ່ດີທີ່ສຸດ ແຕ່ທັງໝົດນັ້ນ ອາດເປັນຕົວທຳລາຍຜິວໃຫ້ເຖົ້າກ່ອນໄວອັນຄວນຄື: 1. ບໍ່ທາຄີມກັນແດດໃຫ້ທົ່ວເຮືອນຮ່າງ ໂດຍສະເພາະໃນຈຸດທີ່ບໍ່ສຳຄັນເຊັ່ນ: ບໍລິເວນຄໍ ມື ບ່າໄຫຼ່ ຖ້າຫາກວ່າຖືກແສງແດດຫຼາຍ ກໍຈະເຮັດໃຫ້ຜິວຫ່ຽວຍານໄວກ່ວາໃບໜ້າ. 2. ໃຊ້ຜະລິດຕະພັນທີ່ບໍ່ເໝາະສົມກັບຜິວເຊັ່ນ: ຄົນທີ່ມີຜິວແຫ້ງ ພັດໃຊ້ຄີມບຳລຸງຜິວທຳມະດາ ມັນຈຶ່ງເປັນການສິ່ງທີ່ທຳລາຍຜິວຫຼາຍກ່ວາການບຳລຸງຜິວ. 3. ໃຊ້ຜະລິດຕະພັນບຳລຸງຜິວຜິດເວລາ ເຊັ່ນ: ຄີມບຳລຸງຜິວສຳລັບກາງເວັນ ພັດເອົາມາໃຊ້ໃນຍາມກາງຄືນ ຊຶ່ງບໍ່ເໝາະສົມ ເພາະມັນຈະເຮັດໜ້າທີ່ໃນການບຳລຸງຜິວບໍ່ໄດ້ດີເທົ່າທີ່ຄວນ. 4. ລະເລີຍການໃຊ້ຜະລິດຕະພັນທີ່ຊ່ວຍຢັບຢັ້ງຮອຍຫ່ຽວຍານຂອງໄວ ເຊັ່ນວ່າ: ຮອຍຕີນກາທີ່ເກີດຂຶ້ນຕາມໃບໜ້າແລ້ວ ຈຶ່ງຫາຜະລິດຕະພັນບຳລຸງຜິວມາໃຊ້. 5. ແລ່ນນຳກະແສເຄື່ອງສຳອາງທີ່ບໍ່ຕົກຍຸກ ບໍ່ວ່າຍີ່ຫໍ້ໃດອອກມາກໍຊື້ມາໃຊ້ຈົນໝົດ ບາງເທື່ອຜະລິດຕະພັນເຫຼົ່ານັ້ນ ອາດບໍ່ຖືກກັບຜິວຂອງເຮົາກໍເປັນໄດ້ ດັ່ງນັ້ນ ຖ້າຫາກວ່າຜະລິດຕະພັນທີ່ໃຊ້ຢູ່ດີແລ້ວ ກໍບໍ່ຄວນປ່ຽນໃຈໄປໃຊ້ຜະລິດຕະພັນຊະນິດໃໝ່ ເພາະອາດຈະສ້າງບັນຫາໃຫ້ແກ່ຜິວຂອງເຮົາ. 6. ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສູບຢາ ເນື່ອງຈາກວ່າເຫຼົ້າ ແລະ ຢາສູບ ເປັນຕົວທຳລາຍສຸຂະພາບຜິວຊັ້ນດີ ດັ່ງນັ້ນ ຖ້າສາວໆຢາກມີຜິວພັນທີ່ສົດໃສ ກໍເຊົາດື່ມເຫຼົ້າ ແລະ ສູບຢາ ແລ້ວມາກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບຂອງເຮົາຈະດີກ່ວາ. from : www.vientianemai.net
|
 ຂຽນເມື່ອ: ພ.ຈ.. 13, 2011
| ມີ
17 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ຄວາມຮັກ
ບໍ່ໄຫວຕ້ອງຂໍລາ 
ໂດຍສ່ວນໂຕຜູ້ຂຽມມີຄວາມມັກຮັກໃນການຫລີ້ນພັນລາວ ທຳອິດຄິດວ່າຫລີ້ນໃຫ້ມ່ວນໃຫ້ເປັນປະໂຫວດ ແຕ່ແລ້ວເມື່ອຫລີ້ນຫລາຍໆແລ້ວກໍ່ເກີດອາກາດຢາກອອນຕະຫລອດເວລາບໍ່ຮູ້ວ່າມັນເປັນຫຍັງຈິດໃຈບໍ່ຢູ່ກັບເນື້ອກັບໂຕ ແທນທີ່ຈະອອນແລະຫລີ້ນໃນເວລາວ່າງແຕ່ ມັນບໍ່ເປັນຈັ່ງຊັ້ນ ເຈົ້າໂຕເອງແມ່ນຕິດເປັນນິໃສ, ເປັນກິດຈະວະປະຈຳວັນ ຮຽນກະບໍ່ເປັນອັນຮຽນ ພໍຮຽນໄດ້ແປບດຽວກໍ່ເຂົ້າມາຫລີ້ນ ພັນລາວອີກແລ້ວ ດັງນັ້ນຜູ້ກ່ຽວເຫັນວ່າຈະຂໍຫ່າງຈາກພັນລາວໄປຈັກໄລຍະ ໄປທຳໃຈກ່ອນແລ້ວຈື່ງຈາກັບມາ ຂໍຂອບໃຈຫມູ່ເພື່ອນທຸກຄົນທີ່ເຂົ້າມາໂອ້ລົມນຳກັນເດີ້ .
|
 ຂຽນເມື່ອ: ພ.ຈ.. 11, 2011
| ມີ
26 ຄຳເຫັນ
ແລະ
0 trackback(s)
ຜົນດີຂອງຄວາມເມົາ ມີ5ຢ່າງ 
1.ຄວາມເມົາພາໃຫ້-ສະຫລາດ ຜູ້ດື່ມຈະຮອບຮູ້ໄປຫມົດທຸກສິ່ງທຸກຢ່າງໃນຈັກກະວານ ແລະ ມັກເພື່ອແຜ່ຄວາມຮູ້ໃຫ້ຄົນຮອບຂ້າງ ບໍ່ວ່າຈະມີການສົນທະນາກັນເລື້ອງໃດ ກໍ່ຮູ້ດີໄປຫມົດ ສ່ວນຜູ້ອື່ນເວົ້າ ແມ່ນບໍ່ຖືກ – ນຳໄປສູ່ການໂຕ້ວາທີໃນວົງເຫລົ້າ
2.ຄວາມເມົາພາໃຫ້-ຫນ້າຕາດີ ເມື່ອດື່ມໄປຮອດລະດັບທີ2 ຈະຮູ້ສຶກໄດ້ວ່າ ຫນ້າຕາເຮົາດີຂຶ້ນ ເບິ່ງເຫັນວ່າຕົວຕົວເອງດີໄປຫົມດ ທຸກຄົນຈະຫັນມາສົນໃຈ, ຕອນນີ້ເຮົາສາມາດຍ່າງໄປລົມໃຜກໍ່ໄດ້ ດ້ວຍຄວາມຫມັ້ນໃຈ ເພາະວ່າ ເຮົາມີທັງຄວາມສະຫລາດ ແລະ ຫນ້າຕາດີ.
3.ຄວາມເມົາພາໃຫ້-ລວຍ ເມື່ອດື່ມໄປຮອດລະດັບທີ3 ເຮົາຈະຮູ້ສຶກວ່າ ເຮົາມີເງິນຢ່າງມະຫາສານ ຈົນສາມາດລ້ຽງເຫລົ້າຫມົດທຸກຄົນໄດ້ ແຖມຍັງສາມາດໂທຫມູ່ເອີ້ນມາຊ່ວຍກັນດື່ມກິນອີກ ຕອນນີ້ ເຮົາມີທັງຄວາມສະຫລາດ, ຫນ້າຕາດີ ແລະ ມີເງິນ ສາມາດພະນັນເງິນກັບໃຜກໍ່ໄດ້
4.ຄວາມເມົາພາໃຫ້-ຄົງກະພັນ ຍິງຟັນແທງບໍ່ເຂົ້າ ເມື່ອດື່ມໄປຮອດລະດັບທີ4 ເຮົາຈະມີວິຊາອາຄົມ ພ້ອມທີ່ຈະຊົກຕ່ອຍກັບໃຜກໍ່ໄດ້ ບໍ່ມີໃຜເຮັດຫຍັງເຮົາໄດ້ເລີຍ ສາມາດທ້າຕີກັບໃຜກໍ່ໄດ້ ບໍ່ມີຄວາມຢ້ານກົວຫຍັງ ເພາະເຮົາ ມີທັງຄວາມສະຫລາດ, ຫນ້າຕາດີ, ມີເງິນ ແລະ ມີຄວາມເກັ່ງປານນັກມວຍມືອາຊີບ
5.ຄວາມເມົາພາໃຫ້-ຫາຍຕົວໄດ້ ລະດັບນີ້ແມ່ນສຸດຍອດແລ້ວ ສາມາດຫາຍຕົວໄດ້ ເຮັດຫຍັງກໍ່ໄດ້ໂດຍບໍ່ມີໃຜເຫັນ ຈະໄປເຕັ້ນເທິງໂຕະ ຫລື ແຫກປາກຮ້ອງເພງກາງທາງ ໄລ່ຕີຫົວຄົນອື່ນ ກໍ່ເຮັດໄດ້ ຍ້ອນວ່າບໍ່ມີໃຜເຫັນເຮົາ
__________ from http://www.pnomsin.com/
|
 ຂຽນເມື່ອ: ຕ.ລ.. 18, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ເຊື່ອວ່າຫຼາຍຄົນຕ່າງກະມີຄວາມຝັນແຕກຕ່າງກັນໄປຕາມແນວຄິດລະກະສັງຄົມນັ້ນແຕ່ໂຕຂ້ອຍ ຕາມຄວາມເປັນຈິງກໍ່ມີຄວາມຝັນບໍ່ຕ່າງຈາກຄົນທົ່ວໄປ ຄືຫວັງຢາກຮຽນສູງໆ ຈົບມາຈະໄດ້ເຮັດວຽກທີ່ດີ ຫາເງິນລ້ຽງພໍ່ແມ່ຕອບແທນບຸນຄຸນເພີ່ນ ແຕ່ກ່ອນທີ່ຄວາມຝັນເຫຼົ່ານັ້ນຈະການເປັນຈິງມັນບໍ່ງາຍເລີຍທີ່ເຮົາຈະກ້າທີ່ກ້າວຢ່າງອອກໄປສູ່ໂລກພາຍນອກດ້ວຍໂຕເອງ ໃນເວລາພຽງສັ້ນໆລະກະຍັງບໍໄດ້ກຽມໃຈຫຍັງ ເພາະແຕ່ນ້ອຍເທົ່າໃຫຍ່ກໍ່ແມ່ນບິດາ ແລະ ມານດາຜູ້ເປັນຄົນນຳພາ ເມື່ອເຮົາໄດ້ຕັດສິນໃຈແລ້ວກະຕ້ອງເຮັດໃຫ້ດີມີ່ສຸດ ແມ່ນບໍ່ ບາງເທື່ອອາດຈະທໍ້ ແຕ່ໃນໃຈແລ້ວຍັງບໍ່ຖອຍ ຢາກຈະສູ້ ອາດຈະເກີນຄວາມສາມາດເຮົາແຕ່ກະຈະເຮັດໃຫ້ດີທີ່ສຸດ ເວລາມັນຈະຊ່ວຍໃຫ້ເຮົາດີຂື້ນ ຄິດຮອດພໍ່ແລະແມ່ ທິ້ສຸດ ດ້ວຍຄວາມຮັກແລະເຄົາລົບ
|
|
|