![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ຈ.. 20, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຄຳສັ່ງຂອງຄົນຕາຍ
- ວານີ້ ໄດ້ມີຍິງຄົນໜຶ່ງມາຫາ ບອກວ່າຈະເຮັດບຸນ ເພາະແມ່ເຂົາຜູ້ຕາຍໄປແລ້ວສັ່ງໄວ້.
- ສືບຖາມຄັກແລ້ວ ມີເລື່ອງຢູ່ວ່າ.
- ແມ່ນເຂົາ ມີອາຍຸ ໔໙ ປີ ຕາຍໄປແລ້ວປີກາຍ, ຕອນຍັງມີຊີວິດຢູ່ແມ່ເຂົາ ມັກຈະບໍ່ຄ່ອນເຮັດບຸນ ບໍ່ວ່າບຸນທີ່ວັດ ຫຼືບຸນເຮືອນ ເພາະແມ່ເຂົາເຊື່ອວ່າ "ອາຍຸຍັງບໍ່ທັນເຖິງ ເຮັດບຸນແລ້ວກໍຈັກຕາຍໄປຮັບກອງບຸນ" ເຊິ່ງອັນນີ້ ແມ່ຂອງເຂົາກໍບອກເຂົາ ແລະເຄີຍຫ້າມເຂົາ ຕອນເຂົາເອງຂຶ້ນເຮືອນໃໝ່ ເມື່ອປີ ໒໐໐໗ ເຂົາຈະເຮັດບຸນນິມົນພຣະມາຕັ້ງກອງອັດຖະໃນວັນຂຶ້ນເຮືອນໃໝ່ນັ້ນເລີຍ ແຕ່ແມ່ຂອງເຂົາຫ້າມໄວ້ ເພາະເຂົາເອງອາຍຸຈັ່ງຫາໄດ້ ໒໕-໒໖ ປີ, ຫຼັງຈາກນັ້ນເຂົາກໍຊື້ລົດໃຫຍ່ ເງິນກໍໝົດໄປແນ່ແລ້ວ ແຕ່ຈິດໃຈຄິດຢາກເຮັດບຸນ ແມ່ເຂົາກໍໄດ້ແຕ່ບອກວ່າອາຍຸບໍ່ທັນເຖິງ.
- ຢູ່ຕໍ່ມາເມື່ອປີກາຍນີ້ ຄືທ້າຍປີ ໒໐໑໐ ແມ່ຂອງເຂົາເລີ່ມປ່ວຍຕອນອາຍຸ ໔໙ ປີປາຍ, ໄປນອນໂຮງມໍ່ພຽງ ໑ ເດືອນ ວັນນັ້ນແມ່ນເຂົາກໍຕາຍໄປໃນໂຮງໝໍ ເມື່ອຕາຍແລ້ວ ແພດກໍລົງມະຕິວ່າຕາຍແລ້ວ ເຂົາກໍເອົາສົບມາຍັງເຮືອນ ເມື່ອເອົາມາເຮືອນແລ້ວ ກໍາລັງຈະເອົາຟອກໂມນໃສ່ ແມ່ເຂົາກັບຟື້ນຄືນມາ, ໄດ້ເລົ່າເລື່ອງຕ່າງໆ ທີ່ເຂົາພົບໃຫ້ລູກ ແລະຄົນທັງຫຼາຍຟັງ ກໍາລັງເລົ່າເລື່ອງນັ້ນ "ແມ່ເຂົາວ່າ ຍົມພິບານບອກວ່າ ເຂົາບໍ່ໄດ້ເຮັດບຸນຫັຍງ ແຖມຍັງຊັກຊວນຄົນໃຫ້ຫຼົງຜິດອີກ ແມ່ເຂົາຈະຕ້ອງໄດ້ໄປຮັບກັມ" ແມ່ຂອງເຂົາ ກໍາລັງເລົ່າຢູ່ນັ້ນ ເໝືອນກັບເລື່ອງລາວທີ່ເລົ່າຍັງບໍ່ທັນຈົບ ແມ່ຂອງເຂົາກໍສລົບໄປອີກ ຄືກໍາມະຈອນກໍບໍ່ເຕັ້ນ ພີ້ນ້ອງທັງຫຼາຍກໍລົງມະຕິວ່າຕາຍອີຫຼີແລ້ວ ເພາະປະໄຫວ້ຫຼາຍຊົ່ວໂມງ ໃນທີ່ສຸດລູກຫຼານຍາດພີ່ນ້ອງ ກໍສັ່ງໃຫ້ຄົນເອົາຟອກໂມນມາໃສ່ ກໍາລັງຈະໃສ່ຟອກໂມນຢູ່ນັ້ນ ແມ່ເຂົາກໍຟື້ນຄືນມາອີກ ແຕ່ເວົ້າໄດ້ແຕ່ພຽງວ໋າ "ໃຫ້ພວກລູກໆເຮັດບຸນໃຫ້ແມ່ແນ່ເດີ....ແມ່ໄປແລ້ວ" ເທົ່ານັ້ນແມ່ເຂົາກໍສິ້ນລົມຫາຍໃຈໄປຄັ້ງສຸດທ້າຍ ປະໄວ້ຫຼາຍຊົ່ວໂມງ.
- ຜ່ານໄລຍະປີ ໑ ແລ້ວ ລູກຂອງເຂົາ ກໍເຮັດບຸນໃຫ້ແມ່ຂອງເຂົາ ຈຶ່ງມາເວົ້າເລື່ອງນີ້ໃຫ້ຟັງ, ເມື່ອຟັງແລ້ວບໍ່ເປັນຕ່າເຊື່ອ ແຕ່ກໍຕ້ອງເຊື່ອ ເພາະລູກຂອງເຂົາເວົ້າເອງ.
- ແຕ່ສິ່ງ ທີ່ໜ້າຄິດນັ້ນ ຄື ຍິງຄົນນີ້ ເປັນຄົນມີມິດສາທິດຖີ ເພາະເກີດໃນຖ່າມກາງສັງຄົມມີມິດສາທິດຖີ ເສັຍເວລາເກີດ ຈົນຮອດວັນຕາຍ ຈຶ່ງຮູ້ເມື່ອຄິງວ່າ ຕົນຄິດຜິດ ແລະເຂົ້າໃຈຜິດ ໃນທີ່ສຸດກໍບໍ່ມີເວລາທໍາບຸນ ແຖມຍັງຜູກມັດລູກຕົນເອງອີກ.
- ທ່ານທັງຫຼາຍເກີດຂຶ້ນມາເປັນຄົນແລ້ວ ຢ່າຄິດຜິດ ຈົ່ງເຂົ້າເຖິງບັນດິດ ອາຈານ ນັກປາດ ເພິ່ນຈະແນະນໍາສິ່ງດີໆ ຖືກຕ້ອງໃຫ້ເຮົາ ເພື່ອປະຕິບັດຕົນຖືກຕ້ອງ.