
ຂຽນເມື່ອ: ພ.ຈ.. 23, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ລູກສອນ 3 ດອກ ສູ່ຄວາມສຳເລັດ
ສັດທາ ດຸໝັ່ນ ຢືດຢຸ່ນ ສາມຄໍານີ້ ແມ່ນລູກສອນ ຍິງສູ່ເປົ້າໝາຍຄວາມສໍາເລັດ (self esteem, diligent and flexible arearrows to success in life)
ສັດທາ - ຄົນເຮົາຖ້າມີຄວາມຕັ້ງໃຈ ມຸ້ງໝັ້ນໃນເປົ້າໝາຍ ເປັນອັນດັບທໍາອິດເຮັດໃຫ້ເຮົາມີໄຊໄປເຄິ່ງໜຶ່ງ ເຖິງວ່າບາງຄົນຈະເວົ້າວ່າເຮົາເປັນຄົນບ້າ ແລະ ເຮັດໃນສິ່ງທີ່ເປັນໄປບໍ່ໄດ້ແລ້ວ
ດຸໝັ່ນ: ຄົນເຮົາຈະມີຄວາມຝັນ ຄວາມຫວັງ ແລະ ຄວາມສັດທາຕໍ່ຕົນເອງ ຕໍ່ສິ່ງທີ່ເຮັດແຮງປານໃດກໍຕາມ ຖ້າບໍ່ລົງມືເຮັດ ແລະ ຖ້າບໍ່ພັດທະນາປັບປຸງໄປເລື້ອຍໆ ເປົ້າໝາຍທີ່ວາງໄວ້ກໍຍາກທີ່ຈະໄປເຖິງ.
ຢືດຢຸ່ນ: ຄົນເຮົາເຖິງຈະມີຄວາມສັດທາ, ມີຄວາມດຸໝັ່ນ ແຕ່ຖ້າມື້ໃດລົ້ມລົງ ບໍ່ຈັກຈະລຸກຂຶ້ນ ບໍ່ຮູ້ຈັກຈະປັບໂຕແລ້ວ ຈະເປັນຄົນພ່າຍແພ້ໄປຕະຫຼອດການ
ພະຍາຍາມໂປຣແກມ 3 ຄໍານີ້ ເຂົ້າໄປຍັງ ຈິດໃຕ້ສໍານຶກ ໃນທຸກໆມື້ ເພື່ອໃຫ້ມັນເຂົ້າໄປໃນສາຍເລືອດກາຍເປັນ 'ສິ່ງລໍ່ລ້ຽງຈິດວິນຍານ'