ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສາຍນ້ຳ..ໄຫຼໄປ..ໄຫຼວວນ...ບໍ່ຫວນກັບ

ເວລາ..ໄປແລ້ວ..ໄປລັບ..ບໍ່ກັບມາ

ໃຈຄົນ..ວົກວົນ..ສັບສົນ..ໃນຊີວາ

ເວລາ..ຈະມາ..ເປັນສິ່ງ..ພິສູດໃຈ

ໂດຍ: ຈ.ໂຈນປົ້ນໃຈ ^_^

 

ຈາກນີ້ຈະເປັນຈັ່ງໃດ ^^?

ຖ້າໃຈສອງໃຈບໍ່ຕິດຕໍ່ກັນ T^T

ໃຈໜຶ່ງໃຈອາດຈະແປຜັນ >,<

ແຕ່ອີກໃຈໜຶ່ງນັ້ນຈະເຝົ້າລໍ...^o^

ໂດຍ: ຈ.ໂຈນປົ້ນໃຈ ^_^

 

ຖ້າມື້ໜຶ່ງເຈົ້ານັ້ນລືມກັນ

ຕົວຂ້ອຍນັ້ນກໍຄົງເສຍດາຍ

ຖ້າມື້ໜຶ່ງເຈົ້າບໍ່ມີໃຜ

ຫັນມາທາງນີ້ໄດ້ຂ້ອຍຖ້າເຈົ້າຢູ່

ໂດຍ: ຈ.ໂຈນປົ້ນໃຈ ^_^

 

ເຂົາຄິດຮອດເພິ່ນ

ບໍ່ຮູ້ເພິ່ນຄິດຮອດໃຜ

ເຂົາມີເພິ່ນຄົນດຽວໃນໃຈ

ບໍ່ຮູ້ໃນໃຈເພິ່ນມີໃຜແນ່

ໂດຍ: ຈ.ໂຈນປົ້ນໃຈ ^_^

 

ຝົນຕົກລົງມາແບບນີ້

ເບິ່ງທ້ອງຟ້າເປັນສີເທົາໆ

ບັນຍາກາດພາໃຫ້ໃຈເຫງົາ

ຄິດເຖິງຄົນຮັກເຮົາທີ່ຢູ່ຫ່າງໄກ

ໂດຍ: ຈ.ໂຈນປົ້ນໃຈ ^_^

 

ອຸປະສັກ ຫຼາຍເທົ່າໃດ ໃຈບໍ່ຫວັ່ນ

ຄືນແລະວັນ ຈະໂຫດຮ້າຍ ສັກເທົ່າໃດ

ຮ້ອຍແລະພັນ ບັນຫາຈະ ຟັນຝ່າໄປ

ພຽງມີເຈົ້າ ສົ່ງຍິ້ມໃຫ້ ທີ່ປາຍທາງ...

ຮັກເດີແຕ່ບໍ່ກ້າບອກ...^o^

ໂດຍ: ຈ.ໂຈນປົ້ນໃຈ ^_^

 

ບໍ່ຮູ້ຈະເອົາຫຍັງມາຝາກ

ທີ່ມີຄ່າຫລາຍກວ່າ...ຮັກໄດ້

ເພາະຂ້ອຍມີພຽງກຳລັງໃຈ

ກັບຄວາມຫ່ວງໃຍທີ່ບໍ່ຈຶດຈາງ

ໂດຍ: ຈ.ໂຈນປົ້ນໃຈ ^_^

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສຳລັບເຂົາຄືເພິ່ນຄົນດຽວ

ສຳລັບເຂົາຄົນອື່ນບໍ່ກ່ຽວ

ໝົດທັ້ງຫົວໃຈຄິດຮອດເພິ່ນຄົນດຽວ

ຮັກເພິ່ນເດີ ແຕ່ບໍ່ກ້າບອກ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ບໍ່ເຫັນ 1 ມື້ຄື 1ປີ

ບໍ່ເຫັນ 1 ນາທີ ຄື 1 ວັນ

ຖ້າເປັນໄປໄດ້ບໍ່ຢາກໃຫ້ເຮົາຫ່າງໄກກັນ

ຢາກໃຫ້ເຮົາຢູ່ໃກ້ກັນທຸກວັນເວລາ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ບໍ່ລອງບໍ່ຮູ້

ໄດ້ສູ້ແລ້ວຢ່າຖອຍ

ທຸມເທດວ້ຍໃຈເກີນຮ້ອຍ

ແລ້ວຄ່ອຍໆພູມໃຈໄປກັບມັນ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ດີໃຈທີ່ໄດ້ຢູ່ໃກ້

ດີໃຈທີ່ໄດ້ລົມກັນ

ດີໃຈທີ່ໄດ້ສົບຕາແບບນັ້ນ

ເຖິງຈະເປັນຊ່ວງເວລາທີ່ສັ້ນໆ

ແຕ່ມັນກໍມີຄວາມໝາຍສຳລັບຄົນໆໜຶ່ງ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ເໝືອນຄວາມຝັນທີ່ເລີ່ມເປັນຈິງ

ເໝືອນທຸກສິ່ງເລີ່ມມີຄວາມໝາຍ

ເໝືອນເວລາມັນເລີ່ມຢຸດໄປ

ຕອນທີ່ເຂົາໄດ້ຢູ່ກັບເພິ່ນ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ມື້ນີ້ເຂົາແສນສຸກໃຈ

ທີ່ເຂົາໄດ້ມາພົບພໍ້ເພິ່ນ

ເຂົາຢາກໃຫ້ເວລາຢຸດເດີນ

ແລ້ວເກັບເອົາຊ່ວງເວລາທີ່ຢູ່ກັບເພິ່ນ

ເດີນຂ້າງໆກັນ ສົບຕາກັນ ໄວ້ໃນໃຈ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ບໍ່ຮູ້ວ່າເງິນຈະໝົດຕອນໃດ

ບໍ່ຮູ້ຕອນໃດຈະໄດ້ຕິດຕໍ່ກັບເຈົ້າ

ບໍ່ຮູ້ວ່າປານໃດຂ້ອຍຈະໄດ້ເຂົ້າ

ໄປໃນຫົວໃຈຂອງເຈົ້າຈັກເທື່ອ...ນໍ້

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຮັກແທ້ແພ້ໄລຍະທາງ

ແຕ່ຖ້າຄວາມຄິດເຖິງຍັງບໍ່ຈືດຈາງ

ໄລຍະທາງກໍບໍ່ມີຄວາມໝາຍ

ຖ້າໃຈ ສອງ ໃຈ ຍັງບໍ່ລືມກັນ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ພໍໃຈທີ່ໄດ້ແອບເພີ້

ພໍໃຈທີ່ໄດ້ແອບຝັນ

ພໍໃຈທີ່ເຮັດໄດ້ພຽງເທົ່ານັ້ນ

ໄດ້ແອບຮັກເຈົ້າໄປວັນໆເທົ່ານັ້ນພໍ

ໂດຍ: ຈ.ໂຈນ ປົ້ນໃຈ ^_^


ເຫງົາ ເຫງົາ ເຫງົາ ຢາກຟັງສຽງເຈົ້າບໍ່ມີເງິນໂທຫາ

ຢາກບອກັບເຈົ້າວ່າ  ຂ້ອຍຄິດຮອດຕະຫຼອດເວລາ

ຮັກສາສຸຂະພາບແນ່ເດີ ເປັນຫ່ວງ ^o^

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

 

ແອບຮັກເຈົ້າ...ແຕ່ບໍ່ກ້າບອກ

ຄິດບໍ່ອອກ...ຈະເວົ້າແນວໃດ

ເຫັນໜ້າເຈົ້າ... ຫົວໃຈຫວັ່ນໄຫວ

ຍອມເສຍໃຈ...ບໍ່ຍອມເສຍເຈົ້າ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ທຸກຄັ້ງທີ່ເຈົ້າມິດໄປ

ຫົວໃຈຂ້ອຍມີແຕ່ເຫງົາ

ທຸກວິນາທີຄິດຮອດແຕາເຈົ້າ

ປານໃດນໍ້...ເຮົາຈະໄດ້ພົບກັນ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ເຖິງແມ່ນວ່າ...ບໍ່ໄດ້ຢູ່ໃກ້

ແຕ່ຫົວໃຈ...ຫ່ວງໃຍທຸກວັນ

ເຖິງແມ່ນວ່າ...ປາກຈະບໍ່ຫວານ

ແຕ່ທຸກຄຳທີ່ເວົ້າໄປນັ້ນລ້ວນແຕ່ຈິງໃຈ

ຮັກເດີແຕ່ບໍ່ກ້າບອກ...ແຫ່ໆ^^!

ໂດຍ: ຈ.ໂຈນ ປົ້ນໃຈ ^_^



 

ຄົນສຸດທ້າຍຂອງຊີວິດ

ຄົນທຳອິດຂອງຫົວໃຈ

ຄົນທີ່ຂ້ອຍຈະຮັກຕະຫຼອດໄປ

ບໍ່ແມ່ນໃຜ...ນອກຈາກເຈົ້າ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

 

ຊ່ວງນີ້ອາກາດປ່ຽນແປງ

ຕອນແລງຕ້ອງນອນຮົ່ມຜ້າ

ຕື່ນເຊົ້າມາຕ້ອງອົບອຸ່ນຮ່າງກາຍ

ຢ້ານເຈົ້າຈິບໍ່ຈຳບາຍ ຜູ້ຊາຍຄົນນີ້ເປັນຫ່ວງເດີ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຍອມທົນເຈັບ

ຍອມເສຍໃຈ

ຍອມຮ້ອງໄຫ້

ແລກກັບການໄດ້ຮັກເຈົ້າ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ເຖິງເຈົ້າຈະຮັກໃຜ

ເຖິງໃຜຈະຮັກເຈົ້າ

ແຕ່ຂ້ອຍກໍຍັງຄືເກົ່າ

ຍັງຮັກແຕ່ເຈົ້າຄົນດຽວ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຝົນຕົກລົງຈາກຟ້າ

ນໍ້າຕາຕົກລົງຈາກໃຈ

ຄົນອົກຫັກກຳລັງຮ້ອງໄຫ້

ບໍ່ມີຫຍັງເສຍໃຈເທົ່ານີ້ອີກແລ້ວ...ຮືຮື

ໂດຍ: ຈ.ໂຈນ ປົ້ນໃຈ ^_^


ຄິດເຖິງເຈົ້າ...ໄດ້ແຕ່ເບິ່ງຮູບ

ຢາກຈູບເຈົ້າ...ແຕ່ເຮົາຫ່າງໄກ

ຍິ້ມຂອງເຈົ້າ...ຂ້ອຍຍັງຈື່ໄດ້

ເພາະວ່າເຈົ້!ຢູ່ໃນໃຈຂອງຂ້ອຍຕະຫຼອດເວລາ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 23, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫງົາມາ ເຫງົາໄປ

ເຫງົາໃຈ ເຫງົາກາຍ

ເຫງົາເໜືອ ເຫງົາໃຕ້

ເຫງົາກັນທົ່ວປະເທດ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຢຸດ ໆໆ ຢຸດຫົວໃຈບໍ່ໃຫ້ຮັກເຈົ້າ

ຫ້າມ ໆໆ ຫ້າມຫົວໃຈບໍ່ໃຫ້ຄິດເຖິງເຈົ້າ

ແຕ່ ໆໆ ຂ້ອຍກໍຄົງຈະເຮັດບໍ່ໄດ້

ເພາະ ໆໆ ຫົວໃຈຂອງຂ້ອຍ ຍອມໃຫ້ເຈົ້າ

ຕັ້ງແຕ່ວັນທີ່ເຮົາພົບກັນຄັ້ງທຳອິດ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ສະບັບດຽວກໍມີຄວາມໝາຍ

ສະບັບດຽວບໍ່ສົ່ງໃຫ້ໃຜ

ສະບັບດຽວທີ່ຂ້ອຍເກັບໄວ້

ສົ່ງໃຫ້ເຈົ້າຄົນດຽວ ຮັກເດີແຕ່ບໍ່ກ້າບອກ :p

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ວັນໃດທີ່ເຈົ້າທຸກ ວັນໃດທີ່ເຈົ້າທໍ້ ວັນໃດທີ່ເຈົ້າເຫງົາ

ວັນໃດທີ່ເຈົ້າເຈັບ ວັນໃດທີ່ເຈົ້າປວດ ວັນໃດທີ່ເຈົ້າໃດເສົ້າ

ວັນໃດທີ່ເຈົ້າເບື່ອ ວັນໃດທີ່ເຈົ້າເຊັງ ວັນໃດທີ່ເຈົ້າເມົາ

ວັນໃດທີ່ເຈົ້າບໍ່ມີໃຜ ຢາກໃຫ້ຮູ້ເອົາໄວ້ ເຈົ້າຍັງມີຂ້ອຍຢູ່

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

ຂໍ້ຄວາມຂອງຄົນເຫົງາ

ໃຜເດຈະສົນໃຈ

ອ່ານແລ້ວກໍລືບຖີ້ມໄປ

ບໍ່ເກັບເອົາໄວ້ໃຫ້ເປືອງພື້ນທີ່ແມ໋ມ

ໂດຍ: ຈ.ໂຈນ ປົ້ນໃຈ ^_^

 

* ໃຈໜຶ່ງຖາມ ວ່າເປັນຫຍັງ ເພິ່ນກັບມາ

ເຂົາຈະລາ ແລ້ວເປັນຫຍັງ ເພິ່ນລັ້ງໄວ້

ຢາກຈະລືມ ລົບເພິ່ນອອກ ຈາກຫົວໃ

ເຮັດບໍ່ໄດ້ ເພາະອີກໃຈ ຍັງຮັກຢູ່...

* ລອງຄິດເບິ່ງ ຄັນເພິ່ນບໍ່ ກັບຄືນມາ

ເຂົາຄິດວ່າ ເຂົາຄົງຈະ ລືມເພິ່ນໄດ້

ແຕ່ເປັນຫຍັງ ເພິ່ນກັບມາ ໃຈຫວັ່ນໄຫວ

ຢາກຈະກັ້ນ ນ້ຳຕາໄວ້ ກັ້ນບໍ່ຢູ່....

* ມີຄົນຖາມ ເປັນຫຍັງບໍ່ ລືມເພິ່ນຊະ

ເພິ່ນກັບມາ ມີແຕ່ເຮັດ ໃຫ້ປວດໃຈ

ບໍ່ເສຍດາຍ ຫວານ້ຳຕາ ທີ່ເສຍໄປ

ເຂົາກໍຕອບ ລາວບໍ່ໄດ້ ເຂົາຮັກເພິ່ນ

* ເລື່ອງຄວາມຮັກ ນິເຂົາບໍ່ ເຂົ້າໃຈເລີຍ

ເພິ່ນເຮັດເສີຍ ບໍ່ສົນໃຈ ຫວ່ງໃຍເຂົາ

ແຕ່ເຂົາກໍ ຍັງຮັກເພິ່ນ ຄືແຕ່ເກົ່າ

ຄວາມຮັກເຮົາ ເຈັບແລະເສົ້າ ບໍ່ເຂົ້າໃຈ...

ໂດຍ: ຈ.ໂຈນ ປົ້ນໃຈ ^_^

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

* ຮັກຫນໍຮັກ ເປັນຫຍັງຕ້ອງ ເປັນຢ່າງນີ້

ທັ້ງທີ່ເຮົາ ຮັກລາວຫຼາຍ ຈັກເທົ່າໃດ

ແຕ່ລາວກັບ ບໍ່ເຫັນຄ່າ ບໍ່ໃສ່ໃຈ

ຍ່າງຈາກໄປ ໂດຍທີ່ບໍ່ ຫັນກັບມາ...

* ເຈັບເຫຼືອເກີນ ເຈັບແທບຕາຍ ໃຜຈະຮູ້

ບໍ່ຢາກບອກ ມັນຫົດຫູ່ ຈັກເທົ່າໃດ

ຢູ່ຄົນດຽວ ທໍລະມານ ໃນຫົວໃຈ

ນອນຮ້ອງໄຫ້ ນໍ້າຕາໄຫຼ ໄດ້ທັ້ງຄືນ...

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

*ນີ່ແຫລະນ້າ...ທີ່ເພິ່ນວ່າ

ຄວາມຮັກບໍ່ເຂົ້າໃຜອອກໃຜ

ເມື່ອເຮົາມອບຄວາມຮັກໃຫ້ໄປ

ແຕ່ເຂົາກໍ່ບໍ່ເຄີຍເຫັນຄ່າ

ສົ່ງກັບໃຫ້ເຮົາຄືນມາ

ເຫຼືອພຽງນໍ້າຕາ ກັບ ຄວາມເສຍໃຈ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

*ເຖິງວ່າກາຍຈະຫ່າງ

ໄລຍະທາງເປັນອຸປະສັກ

ແຕ່ຖ້າໃຈສອງເຮົາແໜ້ນໜັກ

ຄວາມຮັກກໍ່ຈະບໍ່ມີວັນປ່ຽນແປງ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

*ຝາກບອກຟ້າ ວ່າຂ້ອຍຫວ່ງໃຍ

ຝາກບອກລົມພັດໄປ ວ່າໃຈຫວ່ງຫາ

ຝາກດວງດາວຢູ່ທ້ອງນະພາໄປເຈົ້າວ່າ

ເຂົາຍັງຮັກ ແລະ ຄິດຮອດສະເໝີ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

* ຄວາມ​ຮັກ​ເປັນ​ເລື່ອງ​ຂອງ​ຄົນ​ສອງ​ຄົນ ທີ່​ມີ​ຄວາມ​ຮັກ​ໃຫ້​ກັນ​ແລະ​ກັນ

​ເປັນ​ຫ່ວງ​ເປັນ​ໃຍ​ເຊິ່ງກັນແລະກັນ ຢູ່​ຄຽງຂ້າງ​ກັນ​ຕະຫຼອດ​ເວລາ…

ບໍ່​ຈະ​ສຸກ ຫຼື ທຸກ​ຢ່າງ​ໃດ​ກໍ​ພ້ອມ​ທີ່​ຈະ​ສູ້​ໄປ​ນຳ​ກັນ,ບໍ່​ຖິ້ມ​ກັນ

​ເ​ເຕ່​ເມື່ອ​ຄົນໜຶ່ງປ່ຽນ​ໄປ…ລືມ​ສັນຍາ​ທີ່​ໃຫ້​ໄວ້…ຄວາມ​ເຈັບ​ປວດ​ຢ່າງ​ເຂົ້າ​ມາ​​ໃນ​ຫົວ​ໃຈ

ຄວາມ​ເສຍ​ໃຈ​ເຮັດ​ໃຫ້​ມີ​ນໍ້າຕາ…

​ເມື່ອ​ຄວາມ​ຮັກ​ ມາເຖິງ​ຄາວ​

ຕ້ອງ​ຈາກ​ລາ

Convert ມາ ສະ​ແດງ​ວ່າ

​ແຍກ​ທາງ​ກັນ

​ເຈົ້າໝົດ​ໃຈ ໝົດ​ເຍື້ອ​ໃຍ

ຄວາມ​ສຳພັນ

​ໂອ້​ ^o^ ຄວາມ​ຝັນ​ ທີ່​ສ້າງ​ມາ

​ຕ້ອງ​ສະ​ລາຍ

​ເລິກ​ຕອນ​ນີ້ ດີກ​ວ່າ​ທົນ​

ຮັກ​ກັນ​ໄປ

ສຸກ​ແລະ​ທຸກ ທີ່​ເຄີຍ​ມີ

ຈົດ​ຈຳ​ໄວ້

​​ເມື່ອ​ເຈົ້າ​ນັ້ນ ຢາກ​ຈະ​ມີ​

ຄົນ​ຮັກ​ໃໝ່

ຂ້ອຍ​ກໍ່​ຄົງ​ ປ່ອຍ​ເຈົ້າ​ໄປ​

ໄດ້​ແຕ່​ມອງ…ລາ​ກ່ອນ…ຂໍ​​ໃຫ້ໂຊກ​ດີ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

* ຄິດວ່າເຈົ້າຊູ້ ຄິດວ່າເຈົ້າຫລໍ່

ແຕ່ຂ້ອຍບໍ່ງໍ້ ເພາະເຈົ້າຫຼາຍໃຈ

ເຖິງຂ້ອຍຈະຮັກ ເຈົ້າຫຼາຍປານໃດ

ຂ້ອຍກໍ່ຕັດໃຈ ຈາກເຈົ້າໄດ້ຄືກັນ

ຍັງມີຜູ້ຊາຍ ເປັນຮ້ອຍເປັນພັນ

ບໍ່ສົນໃຈກັນ ບໍ່ໄດ້ເສຍດາຍ

ເພາະໃນວັນນີ້ ຂອ້ຍເປັນຄົນໃໝ່

ບໍ່ຢາກຮັກໃຜ ຮັກໂຕເອງດີກວ່າ

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

* ຮຽນ ຄ ສ ປ ຂໍບອກວ່າ ມັນລຳບາກ

ເຖິງຈະຍາກ ແຕ່ໃຈມັກ ກໍ່ຕ້ອງສູ້

ຮຽນຕໍ່ໄປ ຮຽນເລື້ອຍໆ ຮຽນຄືໝູ່

ບໍ່ເປັນຫຍັງ ຮຽນຕໍ່ສູ  ສູ້ຕໍ່ໄປຮຽນ

     ສະຖາປັດ ຕ້ອງມີແຕ້ມ ແຖມນອນເດິກ

ແຕ້ມຈົນເດິກ ຍັງບໍ່ພໍ ຕໍ່ຈົນແຈ້ງ

ບໍ່ກິນນໍ້າ ບໍ່ກິນເຂົ້າ ເຊົ້າຈຳແລງ

ຍັງມີແຮງ ແຕ້ມຕໍ່ສູ ສູ້ຕໍ່ໄປ

    ຮຽນ ຄ ສ ປ ທຸກແທ້ນໍ້ ແຕ່ກໍ່ຮຽນ

ໃຈພາກພຽນ ໄປໂຮງຮຽນ ບໍ່ເຄີຍຂາດ

ຮຽນເລື້ອຍໆ ຮຽນຈົນໄດ້ ໃບປະກາດ

ເພື່ອອອກ ໄປຮັບໃຊ້ຊາດ ດັ່ງວາດໄວ້...ທ່ານເອີຍ ^o^

ແຕ່ງໂດຍ: ຈ.ໂຈນ ປົ້ນໃຈ ^_^

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

"ນໍ້າໄຫຼບໍ່ຖ້າປາ ເວລາໄປໜ້າບໍ່ຖ້າໂມງ"

ຈົ່ງຢ່າປ່ອຍເວລາຜ່ານໄປຢ່າງໄຮ້ຄ່າ

ຈົ່ງເຮັດໃນສິ່ງທີ່ໃຈຕ້ອງການກ່ອນທີ່ມັນຈະສາຍເກີນໄປ

ແຕ່ງໂດຍ: ຈ.ໂຈນປົ້ນໃຈ ^_^