ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ
ເດືອນເກີດບອກນິໄສ
 

 ເດືອ​ນມັງກອນ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ຄ່ອງ​ແຄ້ວ​ວ່ອງ​ໄວ, ດຸ​ຫມັ້ນ​ໃນ​ການ​ເຮັດ​ວຽກ​ງານ, ມີ​ໂຊກ​ວາດ​ສະຫນາ ຈະ​ມີ​ຄົນ​ອຸປະຖຳ​ຄໍ້າ​ຊູ, ​​ເປັນ​ຄົນ​ບໍ່​ຖື​ຕົວ​ ເຂົ້າ​ໄດ້​ກັບ​ທຸກໆ​ຄົນ.

ເດືອນກຸມພາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ງຽບ​ຂຶມ, ບໍ່​ມັກ​ເຂົ້າ​ສັງຄົມ, ​ເຊື່ອ​ຄົນ​ງ່າຍ, ຮັກ​ໃຜ​ຮັກ​ຈິງ, ​ເຮັດ​ທຸລະ​ກິດ​ການ​ຄ້າ​ຈະ​ມີ​ກຳ​ໄລ​ດີ,​ຈະ​ໄດ້​ຄູ່​ຄອງ​ທີ່​ມີ​ຖານະ​.

ເດືອນ​ມີນາ:  ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ໃຈນ້ອຍ,​ ຄຽດ​ງ່າຍ​​ເຊົາ​ໄວ, ​ເຮັດ​ໄດ້​ທຸກ​ຢ່າງ, ​ເປັນ​ຄົນ​ເວົ້າ​ຈາ​ມ່ວນ​ອອນຊອນ, ​ເອົາ​ໃຈ​ເກັ່ງ, ​ເປັນ​ຄົນ​ມີ​ບຸນ​ວາດ​ສະຫນາ,​ຮັກ​ໃຜ​ຮັກ​ຈິງ.

ເດືອນ​ເມສາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນມັກ​ສະຫນຸກ​ສະຫນາ​ນ, ຟຸ່ມ​ເຟືອຍ, ມັກ​ໄປ​ຫລິ້ນ​ໄປ​ທ່ຽວ​ມ່ວນ​ຊື່ນ​ເຮ​ຮາ​ກັບ​ຫມູ່​ເພື່ອນ, ​ໃຈກວ້າງ​ຂວາງ, ​ທ້ອນເງິນ​ບໍ່​ໄດ້.

ເດືອນ​ພຶດສະພາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ເຄັ່ງຂຶມ, ​ເວົ້າ​ຈາ​ສຸພາບ​ຮຽບຮ້ອຍ, ນິ​ໄສ​ມັກ​ເຫັນ​ດີ​ເຫັນ​ງາມ​ກັບ​ຄົນ​ທີ່​ມີ​ອຳນາດ​ວາດ​ສະຫນາ, ​ເຮັດ​ກິດຈະການ​ໃດ​ໆກໍ່​ກ້າວຫນ້າ, ມີ​ຜູ້​ໃຫຍ່​ຄອຍ​ໃຫ້ການ​ຊ່ວຍ​​ເຫລືອ.

ເດືອນ​ມີ​ຖຸນາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ຈະ​ເປັນ​ຄົນ​ທີ່​ມີ​ສະ​ເຫ​ນ່,​​ໃຜ​ເຫັນ​ໃຜ​ກໍ່​ຮັກ, ມັກ​ເຂົ້າ​ສັງຄົມ, ​ເວົ້າ​ຈາ​ມ່ວນ​ອອນຊອນ ​ເອົາ​ຊະນະ​ເພດ​ກົງກັນຂ້າມ​ໄດ້​ງ່າຍ, ມີ​ຫລັກການ​ໃນ​ການ​ຄົບ​ຄ້າສະມາຄົມ.

ເດືອນ​ກໍ​ລະ​ກົດ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນມັກ​ເວົ້າ​ຈາ​ກັບ​ໄປ​ກັບ​ມາ ບໍ່​ຄ່ອຍ​ຢູ່​ກັບ​ທີ່, ມັກ​ຫາ​ເລື່ອງ​ເດືອດຮ້ອນ​ມາ​ໃຫ້​ຕົນ​ເອງ, ​ເປັນ​ຄົນ​ຂີ້ຄ້ານ ບໍ່​ມັກ​ເຮັດ​ວຽກ​ງານ, ມັກ​ເດີນທາງ​ໄກ ​ແລະ ມັກ​ຄົບ​ຄົນ​ນິ​ໄສ​ບໍ່​ດີ.

ເດືອນ​ສິງຫາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນມີ​ອຳນາດ​ວາດ​ສະຫນາ ຈະ​ມີ​ຜູ້​ໃຫຍ່​ສະຫນັບສະຫນູນ​ອຸປະຖໍາ​ຄໍ້າ​ຊູ, ຮູ້​ຫລັກ​ນັກ​ປັດ​ຊະ​ຍາ, ຮັກ​ສາ​ຄຳ​ເວົ້າ ​ເວົ້ຈາ​ຫນ້າ​ຟັງ, ບໍ່​ຫັກຫລັງ​ຫມູ່ ​ແລະ ຊື່ສັດ​ຕໍ່ຫນ້າ​ທີ່​ການ​ງານ.

ເດືອນ​ກັນຍາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ ​ເຈົ້າ​ສໍາລານ,​ມັກ​ຫລົງ​ໄຫລ​ໃນ​ເພດ​ກົງກັນຂ້າມ, ​ເປັນ​ຄົນ​ບໍ່​ມັກ​ເອົາ​ປຽບມິດ​ສະຫາຍ, ​ເວົ້າ​ຈາ​ອວດອົ່ງຂາດ​ຜູ້​ອຸປະຖໍາ​ຄໍ້າ​ຊູ ຕ້ອງ​ເພິ່​ງຕົວ​ເອງ​ລ້ຽງ​ຕົວ​ເອງ.

ເດືອນ​ຕຸລາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນທີ່​ມີ​ຄວາມ​ຍຸດຕິ​ທຳ​ໃນ​ໃຈ, ສັດ​ຊື່​ຕໍ່​ຄົນ​ທົ່ວ​ໄປ. ​ແຕ່​ອາພັບ​ເພິ່ງ​ພາ​ໃຜ​ບໍ່​ຄ່ອຍ​ໄດ້, ​ເວົ້າ​ຈາ​ກົງ​ໄປ​ກົງ​ມາ, ມັກ​ອວດ​ອົ່ງ ​ແລະ ລືມ​ຕົວ​ໃນ​ບາ​ງຄາວ.

ເດືອນ​ພະຈິກ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນຄຽດ​ງ່າຍ, ມັກ​ຍົກຍ້ອງ​ຕົວ​ເອງ, ອວດອົ່ງ​ທະ​ນົງ​ຕົວ, ​ເວົ້າ​ຈາ​ບໍ່​ຄ່ອຍ​ເຂົ້າ​ຫູ​ຄົນ​ອື່ນ, ຮັກ​ຄວາມ​ສວຍ​ງາມ ​ແລະ ພິຖີ​ພິຖັນ​ໃນ​ການ​ແຕ່ງ​ຕົວ.

ເດືອນທັນວາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນຊື່​ຕົງ ​ແຕ່​ມັກ​ເສັ້ທາງ​ສະ​ແຫວ​ງ​ໂຊກ, ບໍ່​ເປັນ​ຕົວ​ຂອງ​ຕົວ​ເອງ, ​ເວົ້າ​ຈາ​ອ່ອນ​ຫວານ, ຮູ້​ຫລັກ​ສະມາຄົມ, ​ໂອບ​ອ້ອມ​ອາລີ, ສົງສານ ​ແລະ ​ເຫັນ​ໃຈ​ຄົນ​ອື່ນ.