![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ຍ.. 30, 2008
| ມີ
7 ຄຳເຫັນ
ແລະ
0 trackback(s)
ເມື່ອຕອນອາຍຸ 5 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າອ່ຽງຄໍນ້ອຍນຶ່ງ....
ກະພິບຕາ-ອັນມົນໃຫຍ່ຂອງເຈົ້າ.....
ແລ້ວຖາມຂ້ອຍວ່າ .....
ໝາຍຄວາມວ່າ,ຫຍັງ ?
ເມື່ອຕອນອາຍຸ 15 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າໜ້າແດງກ່ຳ.....ກົ້ມໜ້າ-ຈັບປາຍເສື້ອເຈົ້າເອງ
ຮູ້ສືກວ່າ....ເຈົ້າກຳລັງຍີ້ມຢູ່
ເມື່ອຕອນອາຍຸ 20 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າຊົບລົງທີ່ໄຫລ່ຂ້ອຍ.....ກອດແຂນຂ້ອຍໄວ້ແໜ້ນ
ເບີ່ງຄືວ່າຢ້ານ...ຂ້ອຍຈະໜີຈາກໄປ..ຕໍ່ໜ້າເຈົ້າ
ເມື່ອຕອນອາຍຸ 25 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າວາງອາຫານເຊົ້າໄວ້ເທິງໂຕະ....
ແລ້ວຍ່າງມາຈັບດັງຂ້ອຍ...ພ້ອມກັບບອກວ່າ....
"ຮູ້ແລ້ວ! ຕື່ນຂື້ນມາໄດ້ແລ້ວ...ຈະນອນໄປຮອດໃສ ?"
ເມື່ອຕອນອາຍຸ 30 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າຫົວຂື້ນ....ແລ້ວເວົ້າວ່າ
"ຖ້າເຈົ້າຮັກຂ້ອຍແທ້...ເລີກວຽກແລ້ວ...ກໍ່ຢ່າຖະເລຖະໄລໄປບ່ອນອື່ນສິ
ແລ້ວກໍ່...ຢ່າລືມຊື້ກັບເຂົ້າມານະ!"
ເມື່ອຕອນອາຍຸ 40 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າເກັບຈານຊາມເທິ່ງໂຕະໄປລ້າງ...ພ້ອມກັບບອກວ່າ
"ຮູ້ແລ້ວ,ຮູ້ແລ້ວ...ຮີບໆໄປສອນວຽກບ້ານໃຫ້ລູກໄປ!"
ເມື່ອຕອນອາຍຸ 50 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້ານັ່ງຖັກເສື້ອຢູ່...ແລ້ວບອກກັບຂ້ອຍ...ໂດຍທີ່ບໍ່ໄດ້ເງີຍຫນ້າຂື້ນມາ
"ແທ້ຫວາ ?" ໃນໃຈເຈົ້າ...ບໍ່ແມ່ນຄິດຢາກຈະໃຫ້ຂ້ອຍຕາຍໄວຕິ?"
ແລ້ວ...ເຈົ້າກໍ່ຍີ້ມແບບບໍ່ຢຸດ
ເມື່ອຕອນອາຍຸ 60 ປີ
ຂ້ອຍບອກວ່າ.....ຂ້ອຍຮັກເຈົ້າ
ເຈົ້າຫົວຂື້ນ ພ້ອມຕົບຫົວໄຫລ່ຂ້ອຍ
"ຕາບ້າ! ລູກໆກໍ່ໃຫຍ່ກັນໝົດແລ້ວ....ຍັງຈະມາເຮັດປາກຫວານອີກ!"
ເມື່ອຕອນອາຍຸ 70 ປີ
ເຮົາ...ນັ່ງຢູ່ເທິງຕັ່ງຍາວ....ທົບທວນຈົດໝາຍຮັກ.....
ທີ່ຂ້ອຍຂຽນໃຫ້ເຈົ້າ....ເມື່ອ 50 ປີກ່ອນ..ດ້ວຍກັນ
ມືອັນຫ່ຽວຍົ່ນ-ຂອງເຮົາສອງຄົນ...ກໍ່ຈັບກັນໄວ້ຕະຫລອດ
ເມື່ອຂ້ອຍບອກວ່າ...ຂ້ອຍຮັກເຈົ້າ
ເຈົ້າເບິ່ງໜ້າຂ້ອຍ...ແລ້ວຍີ້ມໃຫ້
ເຖິງແມ່ນໃບໜ້າເຈົ້າ...ຈະເຕັມໄປດ້ວຍຮອຍຫ່ຽວຍົ່ນ
ແຕ່....ເຈົ້າກໍ່ຄົງຍັງເບິ່ງຄືສວຍງາມ....ຕະຫລອດ
ເມື່ອຕອນອາຍຸ 80 ປີ
ເຈົ້າບອກວ່າ....ເຈົ້າຮັກຂ້ອຍ
ແຕ່...ຂ້ອຍບໍ່ໄດ້ເວົ້າຫຍັງຈັກຢ່າງ
ເພາະວ່າ...ຂ້ອຍຮ້ອງໄຫ້ອອກມາ
ນີ້...ເປັນມື້ທີ່ຂ້ອຍມີຄວາມສຸກ...ຫລາຍທີ່ສຸດໃນຊີວິດ
ເພາະວ່າ....
ໃນທີ່ສຸດ....ເຈົ້າກໍ່ຍອມບອກອອກມາວ່າ....
"ຂ້ອຍ ຮັກ ເຈົ້າ"
ຂ້ອຍຄິດຮອດເວລາທີ່ລ່ວງເລີຍຜ່ານ ຂ້ອຍຄິດຮອດສຸພາສິດທີ່ວ່າ ເຮົາຕ້ອງລໍຄອຍເວລາ ບໍ່ແມ່ນໃຫ້ເວລາມາຄອຍເຮົາ
ເຂັມໂມງທີ່ກະດິກຕົວເຄື່ອນ ເປັນພຽງຕົວແທນຂອງການເວລາທີ່ລ່ວງເລີຍຜ່ານ ເທ່ານັ້ນ
ປັດຈຸບັນເປັນພຽງສິ່ງທີ່ລິຂິດເພື່ອເປັນຄຳວ່າມື້ວານ ເຮື່ອງທີ່ເກີດຂື້ນມື້ວານຕ່າງຫາກທີ່ເຄີຍເກີດຂື້ນ ແທ້ໆ
ສິ່ງທີ່ເຈົ້າ ແລະ ຂ້ອຍມີໃຫ້ກັນ ໃນອະດີດ ຄືສິ່ງທີ່ບໍ່ອາດລືມເລືອນ ແຕ່ປັດຈຸບັນ ມັນບໍ່ມີທາງທີ່ຈະຄືໃນອະດີດ
ໂຊກຊະຕາເທົ່ານັ້ນທີ່ຈະລິຂິດ ຫາກຂ້ອຍມີສິດທິ ທີ່ຈະຮັກເຈົ້າ ຂ້ອຍກໍ່ຍອມທຸ່ມກາຍ ແລະ ໃຈ,ເພື່ອໃຫ້ຝັນນັ້ນ ເປັນຈິງ
ຖ້ານ້ຳເພິ່ງເຮືອ ເສືອເພິ່ງປ່າ ນ້ຳມາເສືອເພິ່ງເຮືອ ຂ້ອຍກໍ່ຄົງເປັນເສືອ ທີ່ຕ້ອງເພິ່ງເຈົ້າ ທີ່ເປັນເຮືອ ເພື່ອເດີນທາງຕໍ່ໄປ
ໃນອະນາຄົດ ທີ່ກຳລັງເກີດຂື້ນ ມັນອາດຈະບໍ່ສວຍງາມ ແຕ່ບໍ່ແມ່ນເຮື່ອງຈຳເປັນ ຫາກວ່າເຮົາໄດ້ຢູ່ຄູ່ກັນ ຕະຫລອດໄປ....![alt](http://punlao.com/images/smilies/smiley17.gif)